ລັດຮ່ວມມືກັນສາກົນໃນການເຮັດສົງຄາມຕ້ານຢາເສບຕິດ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານເຮັດວຽກຢ່າງໃກ້ຊິດກັບອົງການຈັດຕັ້ງສາກົນເພື່ອສະໜັບສະໜູນການເຮັດສົງຄາມຕ້ານຢາເສບຕິດ ໃນຂະນະທີ່ການຄ້າຂາຍຢາເສບຕິດມີລັກສະນະເພີ່ມຂຶ້ນໃນທົ່ວປະເທດ, ໂດຍສະເພາະແມ່ນຢາໄອສ໌ ແລະ ຢາມ້າ.ບັນຫາດັ່ງກ່າວໄດ້ມີການລາຍງານໃນກອງປະຊຸມລະດັບສູງຂອງກຸ່ມເຮັດວຽກໃນຂະແໜງການຕ້ານຢາເສບຕິດຄັ້ງທີ 14 ທີ່ນະຄອນຫຼວງວຽງຈັນໃນອາທິດແລ້ວນີ້. ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/laos-partnering-int%E2%80%99l-bodies-war-against-drugs-102622
ລາວ, ຫວຽດນາມສືບຕໍ່ກາານຮ່ວມມືກ່ຽວກັບລັດຖະບານອີເລັກໂທຣນິກ ແລະ ຄວາມປອດໄພໃນໂລກໄຊເບີ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ຫວຽດນາມໄດ້ຕົກລົງສືບຕໍ່ການຮ່ວມມືໃນການພັດທະນາດ້ານຄວາມປອດໄພໃນໂລກໄຊເບີ, ລັດຖະບານອີເລັກໂທຣນິກ ແລະ ການບໍລິການເຄືອຂ່າຍໄປສະນີ.ຂໍ້ຕົກລົງກ່ຽວກັບການສືບຕໍ່ໃນການຮ່ວມມືດ້ານຄວາມປອດໄພໃນໂລກໄຊເບີ, ລັດຖະບານອີເລັກໂທຣນິກ ແລະ ການບໍລິການເຄືອຂ່າຍໄປສະນີ ໄດ້ເຮັດຂຶ້ນໃນມື້ວານນີ້ ລະຫວ່າງກະຊວງໄປສະນີ ແລະ ໂທລະຄົມມະນາຄົມຂອງລາວ ແລະ ກະຊວງຂໍ້ມູນຂ່າວສານ ແລະ ການສື່ສານຂອງຫວຽດນາມ.ອ່ານຕໍ່ ...
ວຽງດາວັນ ບັນພະຮັກສາ
BCEL ເປີດຕົວບັດເຄຣດິດ Mastercard ແລະ ບັດ prepaid Mastercard ທີ່ສາມາດນຳໃຊ້ໃນທົ່ວໂລກ
ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານການຄ້າຕ່າງປະເທດລາວ (BCEL) ມະຫາຊົນ ໄດ້ເປີດຕົວບັດເດບິດແບບຈ່າຍລ່ວງໜ້າ ແລະ ບັດເຄຣດິດຢ່າງເປັນທາງການ ພາຍໃຕ້ຍີ້ຫໍ້ BCEL World Mastercard ເພື່ອຕອບສະໜອງຕໍ່ຄວາມຕ້ອງການໃນການທ່ອງທ່ຽວ ແລະ ຊື້ເຄື່ອງຂອງຄົນລາວ ດ້ວຍທາງເລືອກທີ່ປອດໄພ ແລະ ດີກວ່າການນຳໃຊ້ເງິນສົດ ທັງສະດວກຕໍ່ການເຂົ້າເຖິງຂອງທຸກຄົນ.ພິທີເປີດຕົວຜະລິດຕະພັນບັດ BCEL World Mastercard Credit Card ແລະ BCEL Prepaid Mastercard ໄດ້ມີຂຶ້ນທີ່ວຽງຈັນ ໃນວັນສຸກຜ່ານມາ ພາຍໃຕ້ການເຂົ້າຮ່ວມຂອງທ່ານ ບຸນເຫຼືອ ສີໄຊວໍລະວົງ ຫົວໜ້າກົມນະໂຍບາຍ ແລະ ນິຕິກຳການເງິນພາຍໃຕ້ກະຊວງການເງິນ ແລະ ປະທານຄະນະອຳນວຍການ BCEL.ອ່ານຕໍ່ ...
ໂຕະຂ່າວ
ລາວ, ມົນທົນກວາງຕຸ້ງຂອງຈີນໝາຍຕາຂົງເຂດການພັດທະນາໃໝ່ໆ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ມົນທົນກວາງຕຸ້ງຂອງຈີນມີເປົ້າໝາຍເພີ່ມທະວີປະລິມານການຄ້າ ແລະ ການລົງທຶນ ຫຼັງຈາກໃນປີກາຍນີ້ ມູນຄ່າການຄ້າສອງຝ່າຍມີເຖິງ US$270 ລ້ານໂດລາ, ອີງຕາມເຈົ້າໜ້າທີ່ລະດັບສູງຂອງຈີນ.ນອກຈາກນີ້ ໃນປີຜ່ານມາໄດ້ມີການເປີດຕົວໂຄງການລົງທຶນຫ້າໂຄງການ ມູນຄ່າກວ່າ US$110 ລ້ານໂດລາ, ໃນໂຄງການຮ່ວມມືທາງດ້ານເສດຖະກິດພາຍໃຕ້ການສະໜັບສະໜູນຂອງລັດຖະບານສອງປະເທດ.ອ່ານຕໍ່ ...
ໂຕະຂ່າວ
ລາວລະງັບການນຳເຂົ້າໝູ ແລະ ຜະລິດຕະພັນຊີ້ນໝູຈາກຈີນ
ວຽງຈັນ — ການນຳເຂົ້າຜະລິດຕະພັນຊີ້ນໝູທຸກຊະນິດຈາກຈີນ ກໍຄື ໝູ ແລະ ລູກໝູເປັນ ໄດ້ມີການລະງັບຊົ່ວຄາວຫຼັງຈາກມີການລະບາດຂອງເຊື້ອໄວຣັສ໌ອະຫິວາໝູອາຟຣິກາ ທີ່ແຂວງຫຼຽວໜິງ ທາງພາກຕາເວັນອອກສຽງເໜືອຂອງຈີນ. ກະຊວງກະສິກຳ ແລະ ປ່າໄມ້ລາວໄດ້ອອກແຈ້ງການອາທິດແລ້ວນີ້ ໃນການຫ້າມການນຳເຂົ້າຜະລິດຕະພັນໝູ, ລູກໝູ ແລະ ແມ່ພັນໝູ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດທີ່ອາດເກີດຂຶ້ນໃນລາວ ແລະ ທັງເປັນການປົກປ້ອງຜູ້ບໍລິໂພກຈາກການເຈັບປ່ວຍ.ອ່ານຕໍ່ ...
ວຽງຈັນທາມສ໌/ເຄືອຂ່າຍຂ່າວເອເຊຍ
ລາວ, ຫວຽດນາມວາງແຜນຈັດບັ້ນສົນທະນາທາງທຸລະກິດ ເພື່ອສົ່ງເສີມການລົງທຶນ, ການຄ້າຊາຍແດນ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ການຄ້າໃນຫົກແຂວງຂອງລາວ ແລະ ແຂວງດຽນບຽນຟູຂອງຫວຽດນາມ ໄດ້ຕົກລົງຈັດບັ້ນສົນທະນາທາງທຸລະກິດຂຶ້ນໃນປີໜ້າ ເພື່ອສົ່ງເສີມດ້ານການຄ້າ.ແຜນການຈັດບັ້ນສົນທະນາດັ່ງກ່າວ ແມ່ນສ່ວນໜຶ່ງຂອງແຜນການຮ່ວມມືສຳລັບປີ 2019-2020 ເຊິ່ງໄດ້ມີການຫາລືໃນກອງປະຊຸມຫຼ້າສຸດ ລະຫວ່າງສອງຝ່າຍ ຢູ່ແຂວງຫຼວງພະບາງ.ອ່ານຕໍ່ ...
ມະນີຈັນ ປັນສີວົງໄຊ
http://annx.asianews.network/content/laos-vietnam-plan-business-dialogue-boost-investment-border-trade-105443
ຜູ້ທີ່ກຳລັງຊອກວຽກຕ້ອງພິສູດຄວາມສາມາດກ່ອນຈະໄປເຮັດວຽກຢູ່ເກົາຫຼີ
ປະຊາຊົນລາວທີ່ຕ້ອງການໄປເຮັດວຽກຢູ່ປະເທດສາທາລະນະລັດເກົາຫຼີ ຕ້ອງຜ່ານການສອບເສັງວັດລະດັບພາສາ ແລະ ທັກສະອາຊີບ, ຕາມຄຳສະເໜີຂອງອຳນາດການປົກຄອງທ້ອງຖິ່ນ.ໃນແຕ່ລະປີ, ປະເທດເກົາຫຼີອະນຸຍາດໃຫ້ຜູ້ອອກແຮງງານລາວ 500 ຄົນໄປປະກອບອາຊີບໃນປະເທດເກົາຫຼີ ພາຍຫຼັງຜ່ານການສອບເສັງວັດລະດັບທັກສະອາຊີບ, ຕາມຂໍ້ຕົກລົງສະບັບປີ 2016 ພາຍໃຕ້ລະບົບການອະນຸຍາດປະກອບອາຊີບ EPS-TOPIK.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ກອງປະຊຸມວິຊາການ ເພື່ອແກ້ໄຂບັນຫາຕ່ອງໂສ້ຄຸນຄ່າ, ການບໍລິການ, ການເປີດເສລີທາງດ້ານເສດຖະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານຈາກສຳນັກງານອົງການຈັດຕັ້ງຕ່າງໆ ເຂົ້າຮ່ວມກອງປະຊຸມເພື່ອຍົກລະດັບຄວາມສາມາດ ທີ່ນະຄອນຫຼວງວຽງຈັນ ແຕ່ວັນທີ 30 ກັນຍາ – 2 ຕຸລານີ້ ກ່ຽວກັບບັນຫາຕ່ອງໂສ້ການຜະລິດໂລກ, ການບໍລິການ ແລະ ການເປີດເສລີທາງດ້ານເສດຖະກິດ ໃນປະເທດດ້ອຍພັດທະນາທີ່ສຸດ (LDCs) ໃນອາຊຽນ.ກອງປະຊຸມແມ່ນມາຈາກການລວມຕົວດ້ານເສດຖະກິດຂອລາວໃນລະດັບພາກພື້ນ ແລະ ລະດັບໂລກ ເຮັດໃຫ້ລັດຖະບານມີຊ່ອງທາງໃໝ່ໆ ແລະ ເທັກນິກທີ່ດີກວ່າຜ່ານມາ ແລະ ເທັກໂນໂລຢີທີ່ຈຳເປັນສຳລັບການສ້າງສາພັດທະນາປະເທດຊາດ.ອ່ານຕໍ່ ...
ອາກາດໃນລາວຍັງຄົງສືບຕໍ່ຮ້ອນໄປເຖິງທ້າຍເດືອນເມສາ
ສະພາບອາກາດທີ່ຮ້ອນໃນປະຈຸບັນຍັງຈະສືບຕໍ່ໄປເຖິງທ້າຍເດືອນນີ້ໃນບາງພາກຂອງລາວ, ເຊິ່ງອຸນນະພູມອາດຂຶ້ນສູງເຖິງລະດັບ 40 ອົງສາເຊ, ຕາມກົມອຸຕຸນິຍົມວິທະຍາ.ເຖິງຢ່າງໃດກໍຕາມ ອາດມີສະພາບຝົນຕົກ ແລະ ລົມພັດແຮງໃນບາງພື້ນທີ່ ໃນຊ່ວງວັນທີ 26-28 ເມສານີ້ ເຊິ່ງອາດຊ່ວຍຫຼຸດຜ່ອນຄວາມຮ້ອນລົງໄດ້ລະດັບໜຶ່ງ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ບໍ່ໄດ້ຮັບຜົນກະທົບຈາກເຫດແຜ່ນດິນໄຫວທີ່ເກີດຂຶ້ນ
ວຽງຈັນ, 21 ພະຈິກ (Xinhua) — ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ຜູ້ຮັບຜິດຊອບການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ທາງພາກເໜືອຂອງລາວ, ລາຍງານໃນວັນພະຫັດນີ້ວ່າ ການກໍ່ສ້າງເສັ້ນທາງລົດໄຟ ບໍ່ໄດ້ຮັບຜົນກະທົບຈາກເຫດແຜ່ນດິນໄຫວລະດັບຕື້ນທີ່ເກີດຂຶ້ນ.ເຫດແຜ່ນດິນໄຫວຂະໜາດ 6.1 ດັ່ງກ່າວ ແມ່ນເກີດຂຶ້ນຢູ່ເຂດຊາຍແດນລະຫວ່າງພາກເໜືອຂອງໄທ ແລະ ລາວ ໃນເວລາ 6:50 ໂມງ ຂອງວັນພະຫັດນີ້ ໃນລະດັບຄວາມເລິກ 10 ກມ, ຕາມໜ່ວຍງານສຳຫຼວດທໍລິນີວິທະຍາຂອງສະຫະລັດ.ອ່ານຕໍ່ ...
huaxia
ຟູດແພນດາ ເປີດໂຕການບໍລິການໃນລາວ ພາຍໃຕ້ຮ້ານອາຫານໃນເຄືອຂ່າຍກວ່າ 300 ແຫ່ງ
ຟູດແພນດາ ຜູ້ບໍລິການຈັດສົ່ງອາຫານຕາມສັ່ງສາກົນ ເປີດໂຕການບໍລິການໃນລາວຢ່າງເປັນທາງການ ພາຍໃຕ້ຮ້ານອາຫານໃນເຄືອຂ່າຍກວ່າ 300 ແຫ່ງ.ເພື່ອເປີດໂລກະທັດໃໝ່ໃນການຊິມລົດຊາດອາຫານສຳລັບຊາວນະຄອນຫຼວງວຽງຈັນ, ຂະບວນນັກຈັດສົ່ງອາຫານຟູດແພນດາສີບົວ (Foodpanda) ຈະຈັດສົ່ງອາຫານຈາກຮ້ານອາຫານໃນເຄືອກວ່າ 300 ແຫ່ງ ເຖິງເຮືອນລູກຄ້າຕາມສັ່ງ.ອ່ານຕໍ່ ...
Cameron Darke
ໂຄງການນະວັດຕະກຳການກະເສດສິ້້ນສຸດລົງ ແຕ່ວ່າການພັດທະນາຊາວກະສິກອນຍັງຕ້ອງສືບຕໍ່
ວຽງຈັນ (ວຽງຈັນທາມສ໌/ANN) – ເຖິງວ່າໂຄງການພັດທະນາຄວາມສາມາດສຳລັບລະບົບນະວັດຕະກຳການກະເສດຈະສິ້ນສຸດລົງ, ແຕ່ວ່າການພັດທະນາກຸ່ມຊາວກະສິກອນເປົ້າໝາຍຍັງຕ້ອງສືບຕໍ່ດຳເນີນການ.ນີ້ແມ່ນຂໍ້ຄວາມຈາກກອງປະຊຸມປິດໂຄງການ ເຊິ່ງຈັດຂຶ້ນທີ່ວຽງຈັນໃນອາທິດແລ້ວນີ້ ເພື່ອປະເມີນຜົນສຳເລັດໃນໄລຍະສີ່ປີຂອງໂຄງການ, ເຊິ່ງທີມຊ່ຽວຊານໄດ້ຮຽກຮ້ອງໃຫ້ຊາວກະສິກອນສືບຕໍ່ຂະບວນການເພື່ອສົ່ງເສີມຄວາມສາມາດໃນການຜະລິດ.ອ່ານຕໍ່ ...
ບໍລິສັດວຽງຈັນເຊັນເຕີມະຫາຊົນ ເລີ່ມຕົ້ນເປີດຂາຍຫຸ້ນໃຫ້ມະຫາຊົນ
(ຂປລ) ບໍລິສັດວຽງຈັນເຊັນເຕີມະຫາຊົນ ໄດ້ເລີ່ມເປີດຂາຍຫຸ້ນໃຫ້ກັບຜູ້ທີ່ສົນໃຈທັງພາຍໃນ ແລະ ຕ່າງປະເທດ.ພິທີເປີດໂຕການຊື້ຂາຍຫຸ້ນດັ່ງກ່າວໄດ້ມີຂຶ້ນໃນວັນພຸດຜ່ານມານີ້ ພາຍໃຕ້ການເປັນສັກຂີພະຍານຂອງທ່ານ ສາຍສະໝອນ ຈັນທະຈັກ ເລຂາທິການຕະຫຼາດຫຼັກຊັບລາວ ແລະ ຕາງໜ້າຈາກໜ່ວຍທຸລະກິດຕ່າງໆ.ບໍລິສັດດັ່ງກ່າວຈະຂາຍຫຸ້ນປະມານ 63.9 ລ້ານຫຸ້ນ ໃນລາຄາ 1,050 ກີບຕໍ່ຫຸ້ນ ເພື່ອສ້າງທຶນໃຫ້ໄດ້ຢ່າງໜ້ອຍ 67 ຕື້ກີບ, ຕາມທ່ານ ອຸລາໄທ ສັນຕິຄົງຄາ ຮອງປະທານບໍລິສັດ ວຽງຈັນເຊັນເຕີລາວຈຳກັດມະຫາຊົນ.ອ່ານຕໍ່ ...
ຂປລ
ລັດຖະບານຈະເອົາຫຼັກສູດວິຊາຊີບເຂົ້າໃນການສຶກສາຊັ້ນມັດທະຍົມ
ວຽງຈັນ (ວຽງຈັນທາມສ໌) – ອີກບໍ່ດົນ ຫຼັກສູດການສຶກສາວິຊາຊີບຈະກາຍເປັນສ່ວນໜຶ່ງຂອງຫຼັກສູດການສຶກສາມາດຕະຖານທົ່ວປະເທດ ເຊິ່ງເປັນສ່ວນໜຶ່ງຂອງນະໂຍບາຍຂອງລັດຖະບານໃນການເພີ່ມທະວີການສ້າງແຮງງານທີ່ມີທັກສະ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານການພັດທະນາ.ບາດກ້າວດັ່ງກ່າວແມ່ນເພື່ອສະໜັບສະໜູນເປົ້າໝາຍຂອງລັດຖະບານໃນການເພີ່ມທີວະການສ້າງຊັບພະຍາກອນມະນຸດເຂົ້າສູ່ຕະຫຼາດແຮງງານ ເພື່ອຕອບສະໜອງແຮງງານທີ່ມີທັກສະເຊິ່ງເປັນທີ່ຕ້ອງການໃນອຸດສາຫະກຳ.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/govt-introduce-vocational-courses-secondary-schools-laos-100573
ລາວຕັ້ງເປົ້າເກັບກູ້ລະເບີດບໍ່ທັນແຕກໃຫ້ໄດ້ຢ່າງໜ້ອຍ 90,000 ເຮັກຕາ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ວາງເປົ້າໝາຍການເກັບກູ້ ແລະ ທຳລາຍລະເບີດບໍ່ທັນແຕກອອກຈາກພື້ນທີ່ໃຫ້ໄດ້ 93,362 ເຮັກຕາ, ເຊິ່ງໃນນີ້ 9,179 ເຮັກຕາ ແມ່ນໄດ້ສຳເລັດການເກັບກູ້ແລ້ວ.ເປົ້າໝາຍດັ່ງກ່າວໄດ້ມີການເປີດເຜີຍໃນກອງປະຊຸມສື່ມວນຊົນເນື່ອງໃນວັນຄົບຮອບອະນຸສັນຍາການຕ້ານລະເບີດລູກຫວ່ານຄັ້ງທີ 9 ວັນທີ 1 ສິງຫາ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/laos-targets-removal-uxo-over-90000-hectares-101012
ໂຮງງານຊີມັງຈີນໃນລາວລະເບີດ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ, ບາດເຈັບອີກ 20 ຄົນ
ການລະເບີດໃນວັນເສົານີ້ ເຊິ່ງເກີດຈາກການລະເບີດຫີນໃນໂຮງງານຊີມັງຂອງຈີນ ຢູ່ແຂວງພາກເໜືອຂອງລາວ ໄດ້ສົ່ງຜົນກະທົບຕໍ່ບ້ານແຫ່ງໜຶ່ງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍໜຶ່ງຄົນ ແລະ ບາດເຈັບອີກ 20 ກວ່າຄົນ, ຕາມການກ່າວຂອງຊາວບ້ານ.ການລະເບີດດັ່ງກ່າວຢູ່ບ້ານພອນມະນີ ເມືອງນ້ຳບາກ ແຂວງຫຼວງພະບາງ ເຮັດໃຫ້ເຮືອນຊານ ແລະ ລົດພັງເສຍຫາຍ.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
https://www.rfa.org/english/news/laos/cement-blast-10062019112820.html
ລາວ, ເກົາຫຼີ ສັງລວມຕົວເລກ ເພື່ອເປີດຕົວເວັບໄຊສະຖິຕິລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສູນສະຖິຕິແຫ່ງຊາດ ຮ່ວມກັບໜ່ວຍງານສະຖິຕິເກົາຫຼີ ທຳການເປີດຕົວເວັບໄຊ LAOSIS (https://laosis.lsb.gov.la) ຢ່າງເປັນທາງການໃນວານນີ້ ເພື່ອເປັນສູນລວມໃນການໃຫ້ບໍລິການຂໍ້ມູນທາງສະຖິຕິທີ່ສຳຄັນຂອງລາວ.ເວັບໄຊດັ່ງກ່າວ ຖືກອອກແບບໃຫ້ມີຄວາມສະດວກຕໍ່ການນຳໃຊ້ ແລະ ງ່າຍຕໍ່ການຄົ້ນຫາຂໍ້ມູນ, ມີເນື້ອໃນທີ່ກວ້າງຂວາງ ແລະ ເຂົ້າໃຈງ່າຍ ເໝາະສຳລັບຜູ້ໃຊ້ທົ່ວໄປ ແລະ ເປັນຂໍ້ມູນອ້າງອີງ ເພື່ອສ້າງຄວາມສະດວກໃຫ້ແກ່ຜູ້ນຳໃຊ້ ໃນການເຂົ້າເຖິງຂໍ້ມູນທີ່ຕ້ອງການໄດ້ຢ່າງວ່ອງໄວ ແລະ ງ່າຍດາຍ.ອ່ານຕໍ່ ...
ໂຕະຂ່າວ
ອົງການສາກົນມີແຜນສະໜັບສະໜູນການພັດທະນາກະສິກຳຄັ້ງໃຫຍ່ໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ອົງການກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ມີແຜນອະນຸມັດການຊ່ວຍເຫຼືອດ້ານການເງິນຊຸດໃໝ່ ໃນການຈັດຕັ້ງປະຕິບັດໂຄງການໃນຊົນນະບົດ ແນໃສ່ສົ່ງເສີມການຜະລິດເປັນສິນຄ້າ.ໂຄງການດັ່ງກ່າວ ຊຶ່ງເປັນສ່ວນໜຶ່ງຂອງສືບຕໍ່ການຊ່ວຍເຫຼືອໃນປະຈຸບັນ ຈະດຳເນີນແຕ່ປີ 2020-2026 ໃນມູນຄ່າລວມ US$30 ລ້ານໂດລາ ເຊິ່ງຄາດວ່າຈະໄດ້ຮັບການອະນຸມັດໃນປີນີ້.ເຈົ້າໜ້າທີ່ໄດ້ເປີດເຜີຍຂໍ້ມູນດັ່ງກ່າວຕໍ່ສື່ມວນຊົນໃນໂອກາດທີ່ທ່ານ ກິວເບີດ ຟ. ຮຸງໂບ ປະທານ IFAD ພ້ອນດ້ວຍຄະນະ ເດີນທາງຢ້ຽມຢາມແຂວງຊຽງຂວາງເພື່ອກວດສອບຄວາມຄືບໜ້າຂອງໂຄງການໃນອາທິດນີ້.ອ່ານຕໍ່ ...
ແກ້ວວຽງຄອນ ບຸນວິເສດ
http://annx.asianews.network/content/major-int%E2%80%99l-boost-planned-agricultural-development-laos-100822
ລັດຖະບານ, ທະນາຄານໂລກຮ່ວມມືກັນໃນການປັບປຸງດ້ານໂພຊະນາການໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ແລະ ທະນາຄານໂລກໄດ້ອະນຸມັດສອງໂຄງການໃໝ່ ເຊິ່ງມີມູນຄ່າກວ່າ 451 ຕື້ກີບ (US$52 ລ້ານໂດລາ) ເຊິ່ງເປັນການຮ່ວມມືເພື່ອແກ້ໄຂບັນຫາເດັກເຕ້ຍໃນອັດຕາທີ່ສູງໃນແຂວງພາກເໜືອຂອງລາວ.ໂຄງການທີ່ມີຊື່ວ່າ ການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດສານອາຫານໃນຊົນນະບົດ ຈະສ້າງພື້ນຖານໃຫ້ແກ່ລະບົບການຄຸ້ມຄອງສັງຄົມແຫ່ງຊາດ ແລະ ສະໜັບສະໜູນຜົນຂອງໂຄງການໂອນເງິນແບບມີເງື່ອນໄຂເພື່ອການປັບປຸງດ້ານໂພຊະນາການ.ອ່ານຕໍ່ ...
ທີມຂ່າວວຽງຈັນທາມສ໌
ເຈົ້າໜ້າທີ່ຍຶດລິ່ນເຖື່ອນທີ່ລັກລອບຂ້າມນ້ຳຂອງຈາກປະເທດລາວ
ເຈົ້າໜ້າທີ່ໄທໄດ້ກອບກູ້ຊີວິດລິ່ນເປັນໆຈຳນວນ 40 ໂຕ ທີ່ຖືກລັກລອບຊື້ຂາຍຂ້າມເຮືອຈາກຝັ່ງລາວໄປປະເທດໄທ. ເຈົ້າໜ້າທີ່ໄດ້ກວດພົບລິ່ນດັ່ງກ່າວຖືກຈັບໃສ່ກະເປົາປ່ານ ມາກັບເຮືອຂ້າມແມ່ນ້ຳຂອງ. ໂຕລິ່ນທີ່ເກືອບເຄາະຮ້າຍເຫຼົ່ານີ້ ຊາບວ່າຈະລັກລອບນຳໄປຈຳໜ່າຍໃຫ້ແກ່ຮ້ານອາຫານ ແລະ ຮ້ານຂາຍຢາພື້ນເມືອງໃນຈັງຫວັດຊຽງຣາຍ,ອ່ານຕໍ່ ...
ເດິລາວທຽນທາມສ໌