ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຫຼືເອີ້ນສັ້ນໆວ່າ ລາວ ເປັນປະເທດນ້ອຍ ດ້ອຍພັດທະນາໃນພາກພື້ນອາຊີຕາເວັນອອກສຽງໃຕ້, ບໍ່ມີຊາຍແດນຕິດທະເລ ທິດຕາເວັນອອກຕິດກັບປະເທດຫວຽດນາມ, ທິດຕາເວັນຕົກຕິດກັບປະເທດໄທ, ທິດເໜືອຕິດກັບປະເທດຈີນ, ທິດຕາເວັນຕົກສຽງເໜືອຕິດກັບປະເທດມຽນມາ, ແລະ ທິດໃຕ້ຕິດກັບປະເທດກຳປູເຈຍ, ມີເນື້ອທີ່ທັງໝົດ 236,800 ກິໂລຕາແມັດ, ມີປະຊາກອນປະມານ 7 ລ້ານຄົນ (2019). ປະເທດລາວມີຄວາມອ່ອນໄຫວຕໍ່ໄພພິບັດຫຼາຍປະເພດ. ໄພນ້ຳຖ້ວມ ແລະ ດິນເຈື່ອນແມ່ນເກີດຂຶ້ນໃນທຸກໆພາກ, ຂະນະທີ່ໄພແຫ້ງແລ້ງເກີດຂຶ້ນໃນບາງປີ ຢູ່ຫຼາຍທ້ອງຖິ່ນ. ນອກຈາກນີ້ ລາວຍັງປະສົບກັບການລະບາດຂອງສັດຕູພືດ ແລະ ພະຍາດຕ່າງໆ ເຊິ່ງມີທ່າອ່ຽງເພີ່ມຂຶ້ນທ່າມກາງການປ່ຽນແປງຂອງສະພາບອາກາດ ແລະ ສະພາບແວດລ້ອມ.1

ໄພນ້ຳຖ້ວມ ແລະ ພະຍຸ

ໄພນ້ຳຖ້ວມມັກເກີດໃນຊ່ວງລະດູຝົນ ແຕ່ເດືອນພຶດສະພາເຖິງເດືອນຕຸລາ,​ ໂດຍສະເພາະໃນຊ່ວງເດືອນສິງຫາເຖິງເດືອນກັນຍາ ທີ່ມັກເກີດພະຍຸເຂດຮ້ອນ, ພະຍຸໝູນ, ໄຕ້ຝຸ່ນ. ໄພນ້ຳຖ້ວມມັກເກີດຢູ່ເຂດທົ່ງພຽງລ້ອງແມ່ນ້ຳຂອງ ແລະ ສາຂາແມ່ນ້ຳຂອງ, ສ່ວນໃຫຍ່ແມ່ນຢູ່ພາກກາງ ແລະ ພາກໃຕ້. ໃນຂະນະທີ່ພື້ນທີ່ລຸ່ມຕ່ຳທົ່ວປະເທດ ກໍສ່ຽງໄດ້ຮັບຜົນກະທົບ. ແຂວງສະຫວັນນະເຂດ, ຄຳມ່ວນ, ຈຳປາສັກ ແລະ ອັດຕະປື ແມ່ນແຂວງທີ່ສ່ຽງໄດ້ຮັບຜົນກະທົບຫຼາຍກວ່າໝູ່.  ປີ 2008 ເກີດຝົນຕົກຕໍ່ເນື່ອງເຮັດໃຫ້ເກີດນ້ຳຖ້ວມໃນພື້ນທີ່ແຄມນ້ຳຂອງ, ມີຜູ້ຜົນກະທົບ 228,320 ຄົນ ແລະ ຜູ້ເສຍຊີວິດຫຼາຍສິບຄົນ, ຄາດຄະເນຄວາມເສຍຫາຍ 4 ລ້ານກວ່າໂດລາ. ປີ 2011 ປະເທດລາວໄດ້ຮັບຜົນກະທົບຈາກພະລຸເຂດຮ້ອນຫຼາຍຫົວ ສົ່ງຜົນກະທົບຕໍ່ 12 ໃນຈຳນວນ 17 ແຂວງທົ່ວປະເທດ. ຄາດຄະເນຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້ ປະມານ 500,000 ຄົນ.2  ໄພນ້ຳຖ້ວມປີ 2019 (ຮອດວັນທີ 14 ຕຸລາ), ປະເທດລາວມີຜູ້ໄດ້ຮັບຜົນກະທົບຢ່າງໜ້ອຍ 765,000 ຄົນ ແລະ ເສຍຊີວິດ 19 ຄົນ ຈາກພະຍຸເຂດຮ້ອນ ໂພດູ ແລະ ພະຍຸດີເປຼັສ໌ເຊິນ ກາຈິກິ. ໃນນີ້ ຂົວ 97 ແຫ່ງ, ໂຮງຮຽນ 747 ແຫ່ງ, ໂຮງໝໍ ແລະ ສຸກສາລາ 43 ແຫ່ງ, ຖະໜົນ 462 ສາຍ, ສັດລ້ຽງ ແລະ ເປັດໄກ່ 275,114 ໂຕ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມດັ່ງກ່າວ. ຄາດຄະເນມູນຄ່າຄວາມເສຍຫາຍລວມ US$164 ລ້ານໂດລາ (ປະມານ 1.45 ພັນລ້ານກີບ).3

ຮູບຖ່າຍຈາກຊັ້ນບັນຍາກາດ ອັດຕະປືຈົມນ້ຳເປັນບາງສ່ວວນ ເນື່ອງຈາກເຫດເຂື່ອນແຕກປີ 2018. ຮູບຖ່າຍໂດຍ: Allan Liu (Hope Vision)

ນ້ຳປ່າ ມັກເກີດຂຶ້ນໃນລະດູມໍລະສຸມຕາເວັນຕົກສຽງໃຕ້ ຢູ່ພາກເໜືອ ແລະ ພາກກາງຂອງປະເທດ ແລະ ເຂດພູທາງພາກໃຕ້. ຜົນຈາກນ້ຳປ່າແມ່ນເກີດຂຶ້ນໄວ, ສະເພາະທ້ອງຖິ່ນແລະ ມີຜົນທຳລາຍລ້າງ. ສ່ວນໃຫຍ່ແມ່ນເກີດຈາກການທຳລາຍປ່າໄມ້ຢູ່ເຂດພູດອຍ.4 ໃນເດືອນກໍລະກົດ ປີ 2018 ສັນເຂື່ອນ D ຂອງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ໄດ້ແຕກພັງລົງເນື່່ອງຈາກຝົນຕົກໜັກ ຍ້ອນຜົນກະທົບຈາກພະຍຸເຂດຮ້ອນ ສົນຕິນ ເຮັດໃຫ້ປະລິມານ້ຳມະຫາສານໄຫຼເຂົ້າຖ້ວມເຂດບ້ານຢ່າງໄວວາ, ສ້າງຄວາມເສຍຫາຍໃຫ້ແກ່ພື້ນທີ່ກະສິກຳ, ຊັບສິນ ແລະ ເຮືອນຊານຫຼາຍພັນແຫ່ງ ຢູ່ແຂວງອັດຕະປື ແລະ ຈຳປາສັກ ເຮັດໃຫ້ມີຜູ້ເສຍຊີວິດ 49 ຄົນ, ສູນຫາຍ 22 ຄົນ ແລະ ອີກຫຼາຍພັນຄົນຕ້ອງສູນເສຍທີ່ຢູ່ອາໄສ.5 ເດືອນກໍລະກົດ 2019 ມີພະຍຸຝົນຕົກໜັກ ເຮັດໃຫ້ເກີດນ້ຳປ່າໄຫຼຖ້ວມແປດບ້ານຂອງເມືອງນ່ານ ແຂວງຫຼວງພະບາງ, ມີປະຊາຊົນຢ່າງໜ້ອຍ 372 ຄົນໄດ້ຮັບຜົນກະທົບ, ສ້າງຄວາມເສຍຫາຍກວ່າ 11 ຕື້ກີບ (ປະມານ US$1.2 ລ້ານໂດລາ).6 7

ນອກຈາກຝົນຕົກໜັກ ແລະ ນ້ຳຖ້ວມ, ພະຍຸຍັງເຮັດໃຫ້ເກີດລົມແຮງ, ຟ້າຜ່າ ແລະ ໝາກເຫັບຕົກ, ໂດຍສະເພາະໃນຊ່ວງຕົ້ນລະດູຝົນ, ສ້າງຄວາມເສຍຫາຍໃຫ້ແກ່ເຮືອນຊານ, ສາຍໄຟຟ້າ, ຕົ້ນໄມ້ ແລະ ສັດລ້ຽງ. ປີ 2018 ເຫດຟ້າຜ່າໄດ້ເຮັດໃຫ້ມີງົວຕາຍ 27 ໂຕ ຢູ່ເມືອງແກ່ນທ້າວ ແຂວງໄຊຍະບູລີ ແລະ ມີຜູ້ເສຍຊີວິດ 1 ຄົນຢູ່ເມືອງໜອງແຮດ ແຂວງຊຽງຂວາງ. ໃນຂະນະໄລ່ເລ່ຍກັນ ພະຍຸຝົນທີ່ພັດກະໜ່ຳທາງພາກເໜືອ ແລະ ພາກກາງຂອງລາວ ເຮັດໃຫ້ເກີດລົມແຮງ  ສ້າງຄວາມເສຍຫາຍໃຫ້ແກ່ເຮືອນຊານ, ຕົ້ນໄມ້, ແລະ ເສົາໄຟຟ້າຈຳນວນໜຶ່ງ. ຢູ່ແຂວງຊຽງຂວາງ, ອຸດົມໄຊ ແລະ ແຂວງວຽງຈັນ ເກີດພະຍຸໝາກເຫັບຕົກ ສ້າງຄວາມເສຍຫາຍໃຫ້ແກ່ຫຼັງຄາເຮືອນ ແລະ ພື້ນທີ່ກະສິກຳ.8

ຫຼັງຄາຮ້ານອາຫານ, ໂຮງງານ ແລະ ອາຄານຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຖືກລົມພັດພັງເສຍຫາຍ. ແຫຼ່ງທີ່ມາ: https://jclao.com/weekend-storms-batter-parts-laos/

ດິນເຈື່ອນ

ປະລິມານນ້ຳອັນມະຫາສານໃນພື້ນດິນ ພາຍຫຼັງມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ເກີດດິນເຈື່ອນ ແລະ ພູເຈື່ອນ. ພື້ນທີ່ປະເທດລາວປະມານ 5% ຢູ່ພາກກາງ ແລະ ພາກຕາເວັກອອກສຽງໃຕ້ ມີຄວາມສ່ຽງຕໍ່ການເກີດດິນເຈື່ອນ ເນື່ອງຈາກສະພາບພູມສັນຖານ ແລະ ລັກສະນະຂອງດິນ. ໃນບາງກໍລະນີ ເຫດດິນເຈື່ອນອາດເກີດຂຶ້ນຢູ່ແຄມແມ່ນ້ຳ. ໄພດິນເຈື່ອນເຮັດໃຫ້ຖະໜົນຖືກຕັດຂາດທັງໝົດ ຫຼື ເປັນບາງສ່ວນ, ສ້າງຄວາມເສຍຫາຍທາງເສດຖະກິດ, ເຮັດໃຫ້ການສັນຈອນຊັກຊ້າ, ການຈໍລະຈອນຖືກຈຳກັດ ແລະ ຕ້ອງໃຊ້ເວລາໃນການກຳຈັດສິ່ງກິດຂວາງ, ສ້ອມແປງຝາກັນເຈື່ອນ, ຮ່ອງລະບາຍນ້ຳ ແລະ ພື້ນຖະໜົນ.9 ໃນວັນທີ 3 ສິງຫາ 2019 ໄດ້ເກີດເຫດເຮືອນປະຊາຊົນສອງຫຼັງ ເຈື່ອນລົງແມ່ນ້ຳຢູ່ແຂວງຫົວພັນ ໃກ້ຊາຍແດນລາວ-ຫວຽດນາມ, ເຮັດໃຫ້ມີຜູ້ສູນຫາຍເຈັດຄົນ, ໃນຂະນະດຽວກັນກໍມີການແຈ້ງເຕືອນໃຫ້ຜູ້ຂັບຂີ່ລະມັດລະວັງພູເຈື່ອນໃນການນຳໃຊ້ເສັ້ນທາງເຂດພູທາງພາກເໜືອລະຫວ່າງເມືອງກາສີ ແລະ ເມືອງນ່ານ.10

ຄົນຍູ້ລົດຢູ່ເສັ້ນທາງພູເຈື່ອນໃນລາວ. ແຫຼ່ງທີ່ມາ: http://www.drivenachodrive.com/2013/09/a-landslide-brought-it-down/

ໄພແຫ້ງແລ້ງ

ລາວມີຄວາມອ່ອນໄຫວຕໍ່ໄພແຫ້ງແລ້ງ ເຊິ່ງອາດເກີດຂຶ້ນໄດ້ໃນທົ່ວປະເທດ, ໄພແລ້ງສ່ວນໃຫຍ່ ມັກເກີດຢູ່ທາງຕາເວັນຕົກຂອງແຂວງຈຳປາສັກ, ແຂວງສະລະວັນ ແລະ ແຂວງສະຫວັນນະເຂດ, ແລະ ພາກຕາເວັນອອກສຽງເໜືອຂອງປະເທດຄື ແຂວງຊຽງຂວາງ, ຫົວພັນ ແລະ ຫຼວງພະບາງ. ເມື່ອມີຝົກຕົກໜ້ອຍ (ຕ່ຳກວ່າ 2.0 ມມ), ພື້ນທີ່ຈະປະສົບກັບສະພາບແຫ້ງແລ້ງຮ້າຍແຮງ, ແລະ ພື້ນທີ່ທີ່ມີຄວາມອ່ອນໄຫວສູງມັກຈະໄດ້ຮັບຜົນກະທົບຫຼາຍກວ່າໝູ່. ລາວມີທ່າອ່ຽງໄດ້ຮັບຜົນກະທົບຢ່າງໜັກຈາກສະພາບອາກາດແຫ້ງແລ້ງທີ່ແກ່ຍາວ. ໄພແລ້ງສາມາດສ້າງຄວາມເສຍຫາຍຕໍ່ເສດຖະກິດ, ເຮັດໃຫ້ການປູກຝັງບໍ່ສາມາດເຮັດໄດ້, ສົ່ງຜົນຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການເຂົ້າເຖິງແຫຼ່ງນ້ຳສະອາດ. ປະເທດລາວປະສົບໄພແຫ້ງແລ້ງຄັ້ງໃຫຍ່ໃນປີ 2003 ແລະ ປີ 2007. ໃນປີ 2003 ສະພາບອາກາດແຫ້ງແລ້ງຈັດຢູ່ພາກເໜືອ ແລະ ພາກກາງຂອງປະເທດ ມີມູນຄ່າຄວາມເສຍຫາຍເຖິງ US$16.5 ລ້ານໂດລາ. ສ່ວນໄພແຫ້ງແລ້ງໃນປີ 2007 ສ້າງຄວາມເສຍຫາຍໃຫ້ແກ່ການຜະລິດປະມານ US$ 1 ລ້ານໂດລາ.11 ລະດູແລ້ງໃນຕົ້ນປີ 2019 ນີ້ມີລັກສະນະແກ່ຍາວ ເຮັດໃຫ້ລະດັບນ້ຳໃນແມ່ນ້ຳຂອງຫຼຸດລົງເຖິງຂັ້ນວິກິດ, ສ້າງຄວາມກັງວົນຕໍ່ຫຼາຍລ້ານຊີວິດທີ່ອາໄສລະບົບນິເວດແຫຼ່ງນ້ຳດັ່ງກ່າວ. ກາງປີ 2019 ລະດັບນ້ຳໃນແມ່ນ້ຳຂອງທີ່ນະຄອນວຽງຈັນ ຫຼຸດລົງເຫຼືອພຽງ 0.7 ແມັດ ຕ່ຳກວ່າລະດັບສະເລ່ຍແຕ່ປີ 1961-2018 ເຮັດໃຫ້ຫີນ ແລະ ສັນຊາຍພົ້ນຂຶ້ນເໜືອນ່ານນ້ຳໃນຫຼາຍຈຸດ. ໃນທົ່ວປະເທດສາມາດປັກດຳເຂົ້ານາປີໄດ້ພຽງ 40 ສ່ວນຮ້ອຍເນື່ອງຈາກຝົນຕົກຂາດຊ່ວງ.12

ແມ່ຍິງ ແລະ ເດັກນ້ອຍນັ່ງຢູແຄມຝັ່ງແມ່ນ້ຳຂອງທີ່ບົກແຫ້ງ ໃກ້ເຂດນະຄອນຫຼວງວຽງຈັນ. ແຫຼ່ງທີ່ມາ: https://www.rfa.org/english/commentaries/mekong-threats-09132019155403.html

ການລະບາດຂອງສັດຕູພືດ ແລະ ພະຍາດ

ການລະບາດຂອງສັດຕູພືດ ແລະ ພະຍາດໃນພືດ, ສັດລ້ຽງ ແລະ ຄົນໄດ້ສົ່ງຜົນກະທົບຕໍ່ການຜະລິດກະສິກຳ ແລະ ຊິວິດການເປັນຢູ່ ກໍຄືສຸຂະພາບຂອງປະຊາຊົນທົ່ວປະເທດ. ນັບແຕ່ປີ 2014 ເປັນຕົ້ນມາ ລາວໄດ້ປະສົບກັບການລະບາດຂອງຝູງຕັກແຕນໃນທຸກໆປີ ຢູ່ແຂວງພາກເໜືອ ເຊິ່ງທຳລາຍພື້ນທີ່ປູກຝັງຫຼາຍພັນເຮັກຕາ (ເປັນຕົ້ນແມ່ນສາລີ, ໝາກເດືອຍ, ມັນຕົ້ນ, ເຂົ້າ,…).13 14 15 ການລະບາດຂອງບົ້ງຝູງສາລີ (Spodoptera frugiperda) ຢູ່ແຂວງໄຊຍະບູລີໃນປີ 2019 ເຮັດໃຫ້ພື້ນທີ່ໄຮ່ສາລີ 35,000 ເຮັກຕາເສຍຫາຍ 30 ສ່ວນຮ້ອຍ, ສົ່ງຜົນໃຫ້ຊາວກະສິກອນຂາດທຶນມະຫາສານ.16 ປີ 2019 (ຮອດເດືອນພະຈິກ), ລາວປະສົບການລະບາດຂອງ ພະຍາດອະຫິວາໝູອາຟຼິກາ (ASF) 165 ຄັ້ງໃນທຸກໆແຂວງທົ່ວປະເທດ, ທຳລາຍຊີວິດໝູໄປແລ້ວ 39,000 ໂຕ.17

ຕັກແຕນໄມ່ປ່ອງຫຼັງເຫຼືອງລະບາດຢູ່ແຂວງພາກເໜືອຂອງລາວໃນປີ 2016. ແຫຼ່ງທີ່ມາ: https://www.asean-agrifood.org/lao-to-get-supports-from-thailand-to-halt-the-bamboo-locust-outbreak/

ໄຂ້ເລືອດອອກ ແມ່ນໜຶ່ງໃນພະຍາດທີ່ມີການລະບາດໃນລາວ, ເຊິ່ງສາມາດເກີດຂຶ້ນໃນທົ່ວປະເທດໃນທຸກໆລະດູການ. ການລະບາດຂອງໄຂ້ຍຸງມັກພົບໃນຊ່ວງລະດູຝົນ ແຕ່ເດືອນພຶດສາພະເຖິງເດືອນຕຸລາ.18 ປີ 2013 ລາວຜະເຊີນກັບການລະບາດຂອງພະຍາດໄຂ້ເລືອດອອກຄັ້ງຮ້າຍແຮງທີ່ສຸດ. ລວມຍອດຜູ້ຕິດເຊື້ອມີທັງໝົດ 44,171 ກໍລະນີ, ມີຜູເສຍຊີວິດ 95 ກໍລະນີ.19 ປີ 2017 ມີຈຳນວນຜູ້ຕິດເຊື້ອ 11,067 ກໍລະນີ ແລະ ເສຍຊີວິດ 14 ກໍລະນີ,20 ສ່ວນປີ 2018 ມີຜູ້ຕິດເຊື້ອ 6,446 ກໍລະນີ ແລະ ເສຍຊີວິດ 19 ກໍລະນີ.21 ປີ 2019 (ຮອດເດືອນກໍລະກົດ), ພະຍາດໄຂ້ເລືອດອອກໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 37 ກໍລະນີ ແລະ ຜູ້ຕິດເຊື້ອບໍ່ຕ່ຳກວ່າ 16,690 ກໍລະນີໃນທົ່ວປະເທດ.22 ນອກຈາກພະຍາດໄຂ້ເລືອດອອກ, ພະຍາດທີ່ພົບທົ່ວໄປໃນລາວກໍຍັງມີພະຍາດໄຂ້ຫວັດ, ພະຍາດກ່ຽວກັບຫົວໃຈ ແລະ ພະຍາດຖອກທ້ອງ. ເຊິ່ງສ່ວນໃຫຍ່ແມ່ນຍ້ອນສຸຂາພິບານຄຸນະພາບຕ່ຳ ແລະ ການເຂົ້າເຖິງການບໍລິການດ້ານສຸຂະພາບບໍ່ທົ່ວເຖິງ.23

ໄພອື່ນໆ

ລະເບີດບໍ່ທັນແຕກ (ລບຕ) ແມ່ນຖືເປັນໜຶ່ງໃນໄພນາບຂູ່ຕໍ່ຊີວິດການເປັນຢູ່ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານຂອງປະເທດ. ອຸບັດຕິເຫດຈາກ ລບຕ ເຖິງຈະມີທ່າອ່ຽງຫຼຸດລົງ ແຕ່ກໍຍັງຄົງເກີດຂຶ້ນໃນທຸກໆປີ ພ້ອມມີຜູ້ບາດເຈັບລົ້ມຕາຍ. ບົດຄວາມນີ້ຈະບໍ່ລົງເລິກກ່ຽວກັບບັນຫາ ລບຕ; ລາຍລະອຽດເພີ່ມເຕີມກ່ຽວກັບວຽກງານ ລບຕ ສາມາດເບິ່ງໄດ້ທີ່ນີ້.24 

ນອກຈາກນີ້ ລາວຍັງມີຄວາມສ່ຽງຕໍ່ແຜ່ນດິນໄຫວ; ພື້ນທີ່ປະເທດລາວປະມານ 30 ສ່ວນຮ້ອຍ ຕັ້ງຢູ່ໃນເຂດສ່ຽງໄພແຜ່ນດິນໄຫວລະດັບກາງ, ແຕ່ເຖິງຢ່າງໃດກໍຕາມກໍບໍ່ເຄີຍມີປະຫວັດການເກີດແຜ່ນດິນໄຫວທີ່ຮ້າຍແຮງໃນອະດີດຜ່ານມາ.25 ປີ 2015 ໄດ້ເກີດເຫດແຜ່ນດິນໄຫວລະດັບ 5.0 ຢູ່ລະຫວ່າງແຂວງບໍລິຄຳໄລ ແລະ ແຂວງຊຽງຂວາງ; ແຕ່ກໍບໍ່ມີລາຍງານຄວາມເສຍຫາຍຮ້າຍແຮງ.26

ນະໂຍບາຍ ແລະ ການຄຸ້ມຄອງການກະກຽມຮັບມືຕໍ່ໄພພິບັດ ແລະ ການຮອງຮັບເຫດສຸກເສີນ

ຈາກການຜະເຊີນກັບໄພພິບັດ ແລະ ໄພທຳມະຊາດຫຼາຍຕໍ່ຫຼາຍຄັ້ງ, ສປປ ລາວຈຶ່ງໄດ້ສ້າງແຜນບູລິມະສິດ ແລະ ຈັດຕັ້ງປະຕິບັດພາລະກິດຄຸ້ມຄອງຄວາງສ່ຽງໄພພິບັດ, ຕາມແນວທາງ ຂອບການດຳເນີນງານເຊັນໄດເພື່ອການຫຼຸດຜ່ອນຄວາມສ່ຽງຕໍ່ໄພພິບັດ (SFDRR), ດັ່ງນີ້:27

  1. ທຳຄວາມເຂົ້າໃຈກ່ຽວກັບຄວາມສ່ຽງຕໍ່ໄພພິບັດ: ລາວໄດ້ມີການສ້າງປະຫວັດຂໍ້ມູນຄວາມສ່ຽງໄພພິບັດ ແລະ ຜົນກະທົບໃນລະດັບຊາດ ແລະ ລະດັບແຂວງ, ເພື່ອເຮັດໃຫ້ສາມາດປະເມີນຄວາມສາມາດໃນການຜະເຊີນໜ້າ ແລະ ຄວາມອ່ອນໄຫວຂອງພື້ນທີ່ ເພື່ອການວາງແຜນ ແລະ ສ້າງຍຸດທະສາດເພື່ອການຮັບມື ແລະ ຈັດການກັບເຫດສຸກເສີນໄດ້ຢ່າງມີປະສິດທິພາບ. ນອກນີ້ ລາວຍັງມີການຈັດຕັ້ງລະບົບຖານຂໍ້ມູນ DesInventar ເພື່ອເກັບກຳ ແລະ ວິເຄາະຂໍ້ມູນໄພພິບັດ, ແຕ່ປະຈຸບັນຂໍ້ມູນທີ່ມີໃນຖານຍັງບໍ່ທ່ວງທັນກັບສະພາບ ຍ້ອນຂໍ້ຈຳກັດທາງດ້ານວິຊາການ, ສິ່ງອຳນວຍຄວາມສະດວກ ແລະ ຊັບພະຍາກອນມະນຸດ. ເຖິງຢ່າງໃດກໍຕາມ ລາວກໍເຫັນຄວາມສຳຄັນຂອງຂໍ້ມູນຂ່າວສານ ສຳລັບນັກວາງແຜນ ແລະ ຕັດສິນໃຈ ເພື່ອການຈັດການໄພພິບັດ ກໍ່ຄືຜົນກະທົບຂອງໄພພິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.28
  2. ສ້າງຄວາມເຂັ້ມແຂງດ້ານການຈັດການ ເພື່ອຄຸ້ມຄອງຄວາມສ່ຽງຕໍ່ໄພພິບັດ: ໃນອະດີດຜ່ານມາ, ລາວໄດ້ສຸມໃສ່ວຽກງານບັນເທົາທຸກສຸກເສີນສຳລັບຜູ້ປະສົບໄພທຳມະຊາດ ເປັນຫຼັກ, ແຕ່ຍັງເນັ້ນການປ້ອງກັນ ແລະ ຫຼຸດຜ່ອນຜົນກະທົບ. ມາເຖິງປີ 1999 ລາວຈຶ່ງມີການຈັດຕັ້ງສະຖາບັນແຫ່ງຊາດເພື່ອຮັບຜິດຊອບໃນການຫຼຸດຜ່ອນຄວາມສ່ຽງຕໍ່ໄພພິບັດ ແລະ ການຈັດການຮັບມືກັບເຫດສຸກເສີນ. ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ (NDMC), ພາຍໃຕ້ການນຳພາຂອງທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບການສ້າງຕັ້ງຂຶ້ນ ພ້ອມດ້ວຍຄະນະຈາກຖັນແຖວກະຊວງຕ່າງໆ. NDMC ມີບົດບາດໜ້າທີ່ໃນການປະສານງານການເຕືອນໄພລ່ວງໜ້າ, ການກະກຽມຮັບມື, ການຮອງຮັບເຫດສຸກເສີນ, ແລະ ການຟື້ນຟູຫຼັງເກີດໄພ. ຫ້ອງການຄຸ້ມຄອງໄພພິບັດແຫ່ງຊາດ (NDMO) ພາຍໃຕ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທຳໜ້າທີ່ເປັນເລຂາທິການ NDMC, ເຊິ່ງປະກອບດ້ວຍໂຄງສ້າງຈຸດສຸມຂັ້ັນແຂວງ ແລະ ຂັ້ນເມືອງ. ຖັນແຖວຄະນະກຳມະການ ແລະ ຫ້ອງການໄພພິບັດ ພ້ອມບົດບາດໜ້າທີ່ ໄດ້ມີການຈັດຕັ້ງຜ່ານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນບ້ານ. ແຕ່ປີ 2013-2018, ບົດບາດໜ້າທີ່ໃນການຄຸ້ມຄອງຄວາມສ່ຽງໄພພິບັດ ໄດ້ມີການໂອນມອບໃຫ້ແກ່ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໃນຂະນະທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມມີໜ້າທີ່ພຽງແຕ່ຮັບຜິດຊອບວຽກງານການຮັບມື ແລະ ບັນເທົາທຸກ. ແຕ່ຢ່າງໃດກໍຕາມ ວຽກງານຄຸ້ມຄອງຄວາມສ່ຽງໄພພິບັດໃນລະດັບຊາດ ໄດ້ມີການມອບຄືນໃຫ້ແກ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.29

ໂຄງຮ່າງການຈັດຕັ້ງຂອງຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດຂອງ ສປປ ລາວ. ແຫຼ່ງທີ່ມາ: ການຈັດຕັ້ງປະຕິບັດນະໂຍບາຍຫຼຸດຜ່ອນຄວາມສ່ຽງຕໍ່ໄພພິບັດ ແລະ ການຄຸ້ມຄອງໃນສະພາບແວດລ້ອມໂຮງຮຽນໃນ ສປປ ລາວ

ນອກນີ້ ໃນປີ 2003 ລາວຍັງໄດ້ມີການອອກແຜນຍຸດທະສາດແຫ່ງຊາດວ່າດວຍການຄຸ້ມຄອງຄວາມສ່ຽງໄພພິບັດປີ 2003–2020 ແລະ ແຜນຄຸ້ມຄອງໄພພິບັດແຫ່ງຊາດ ປີ 2012–2015 ໃນປີ 2011, ເຊິ່ງເປັນຂອບໂຄງສ້າງທາງດ້ານນະໂຍບາຍສຳລັບການຄຸ້ມຄອງໄພພິບັດແຫ່ງຊາດໃນປະຈຸບັນ. ແຜນດັ່ງກ່າວແມ່ນແນໃສ່ຫຼຸດຜ່ອນຄວາມສ່ຽງໄພພິບັດສຳລັບຊຸມຊົນ ແລະ ເພື່ອສ້າງຄວາມເຂັ້ມແຂງດ້ານຄວາມສາມາດໃນການຄຸ້ມຄອງໄພພິບັດໃນລະດັບຊາດ, ທ້ອງຖິ່ນ ແລະ ຊຸມຊົນ.30

  1. ການລົງທຶນເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ໄພພິບັດ ທາງດ້ານຄວາມສາມາດໃນການຮອງຮັບ: ແຕ່ປີ 2012-2016, ບັນດາກະຊວງຕ່າງໆເຊັ່ນ ກະຊວງແຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ແລະ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລິເລີ່ມການພິຈາລະນາການປ່ຽນແປງຂອງສະພາບອາກາດ ແລະ ຄວາມສາມາດໃນການຮອງຮັບໄພພິບັດ ເຂົ້າໃນຂະບວນການໃນການວາງແຜນ ແລະ ການລົງທຶນໃນການພັດທະນາຊົນລະປະທານ ແລະ ພື້ນຖານໂຄງລ່າງຖະໜົນ. ນັບແຕ່ປີ 2017 ເປັນຕົ້ນມາ ລາວໄດ້ລວມເອົາການປ່ຽນແປງຂອງສະພາບອາກາດ ແລະ ຄວາມສ່ຽງຕໍ່ໄພພິບັດ ເຂົ້າໃນການພິຈາລະນາການລົງທຶນ ແລະ ການຕັດສິນໃຈຂອງລັດ. ຄຽງຄູ່ກັນນັ້ນ ໂຄງການຊ່ວຍເຫຼືອຂອງຕ່າງປະເທດ ກໍມີການຄຳນຶງເຖິງການລົງທຶນດ້ານຄວາມສາມາດໃນການຮອງຮັບຕໍ່ໄພພິບັດ ພາຍໃຕ້ອົງການຜູ້ໃຫ້ທຶນຕ່າງໆເຊັ່ນ ADB, ທະນາຄານໂລກ, ສະຫະປະຊາຊາດ… , ເຊັ່ນ ການກໍ່ສ້າງພື້ນຖານໂຄງລ່າງຖະໜົນທີ່ສາມາດຮອງຮັບຕໍ່ໄພພິບັດ, ການວາງແຜນຕົວເມືອງເພື່ອຮອງຮັບໄພພິບັດ, ການວາງແຜນການເງິນເພື່ອການຮອງຮັບຕໍ່ໄພພິບັດ…31
  1. ການເພີ່ມທະວີຄວາມພ້ອມເພື່ອການຮັບມືຢ່າງມີປະສິດທິພາບ ສູ່ການສ້າງຄືນໃໝ່ໃຫ້ດີກວ່າເກົ່າ ພາຍໃຕ້ການຟື້ນຟູ, ການປົວແປງ ແລະ ການກໍ່ສ້າງຄືນໃໝ່: ໄພພິບັດທີ່ເກີດຂຶ້ນຊ້ຳຊ້ອນ ເຊັ່ນ ໄພນ້ຳຖ້ວມ, ແລະ ດິນເຈື່ອນ ໄດ້ຮຽກຮ້ອງໃຫ້ມີການຈັດຕັ້ງລະບົບເຕືອນໄພທີ່ມີປະສິດທິພາບ. ໃນປີ 2010 ປະເທດລາວໄດ້ມີການຫາລືກ່ຽວກັບການພັດທະນາ ແລະ ຈັດຕັ້ງລະບົບເຕືອນໄພ ແລະ ແຈ້ງຂໍ້ມູນຂ່າວສານລ່ວງໜ້າໃນ 142 ເມືອງທົ່ວປະເທດ. ການປຶກສາຫາລືກ່ຽວກັບຮ່າງຍຸດທະສາດການເຕືອນໄພລ່ວງໜ້າແຫ່ງຊາດໄດ້ເລີ່ມຕົ້ນໃນປີ 2012, ແນໃສ່ຫຼຸດຊ່ອງວ່າງລະຫວ່າງອົງກອນທີ່ຮັບຜິດຊອບ ແລະ ຊຸມຊົນ. ໃນປີ 2017, ມາດຕະຖານການປະຕິບັດງານ (SOPs) ກ່ຽວກັບການແຈ້ງເຕືອນລ່ວງໜ້າ ໄດ້ຮັບການສ້າງຂຶ້ນ ເພື່ອກຳນົດລາຍລະອຽດພາລະກິດຕົ້ນຕໍທີ່ຕ້ອງປະຕິບັດ ສຳລັບພາກສ່ວນອົງການຈັດຕັ້ງທີ່ກ່ຽວຂ້ອງທີ່ຮັບຜິດຊອບໃນການເຕືອນໄພລ່ວງໜ້າ. ການແຈ້ງເຕືອນຜ່ານທາງຂໍ້ຄວາມໃນໂທລະສັບມືຖື ກໍເປັນອີກໜຶ່ງທາງເລືອກຍຸກໃໝ່ ທີ່ສາມາດເຊື່ອມຕໍ່ກັບຜູ້ນຳໃຊ້ໃນວົງກວ້າງເປັນໄລຍະໆ ພາຍໃຕ້ການຮ່ວມມືກັບຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມຊັ້ນນຳ ເຊັ່ນ ລາວໂທລະຄົມ, ຢູນິເທວ, ອີທີເອວ, ບີລາຍ.32

ການຟື້ນຟູໄພພິບັດໃນ ສປປ ລາວ. ແຫຼ່ງທີ່ມາ: http://annx.asianews.network/content/lao-govt-decides-measures-address-flood-impact-104378

ລະບົບໃນການຮັບມືເຫດສຸກເສີນ ແມ່ນຢູ່ຂັ້ນເລີ່ມຕົ້ນຂອງການພັດທະນາ ເມື່ອລາວໄດ້ຮັບຜົນກະທົບຢ່າງໜັກຈາກໄພນ້ຳຖ້ວມຄັ້ງໃຫຍ່ໃນປີ 2008. ເພື່ອຮັບມືກັບເຫດດັ່ງກ່າວ, ໄດ້ມີການຈັດຕັ້ງກົນໄກຫຼາຍອົງກອນຂຶ້ນ ໃນຕົ້ນເດືອນສິງຫາ ແລະ ເລີ່ມການປະຕິບັດ ແລະ ການປະສານງານເພື່ອການຮັບມື, ເຮັດໃຫ້ການຮັບມືຢູ່ນະຄອນຫຼວງວຽງຈັນເປັນໄປຢ່າງມີປະສິດທິພາບ.33

ໃນການສ້າງຄືນໃໝ່ໃຫ້ດີກວ່າເກົ່າ, ການປະເມີນຄວາມຕ້ອງການຫຼັງໄພພິບັດ ໄດ້ມີການປະຕິບັດຢ່າງເປັນປົກກະຕິ ເພື່ອກຳນົດຄວາມຕ້ອງການທີ່ເລັ່ງດ່ວນ ແລະ ບູລິມະສິດໃນການພັດທະນາ, ພາຍໃຕ້ການຮ່ວມມືກັບຜູ້ມີສ່ວນຮ່ວມຕ່າງໆ. ນອກຈາກນີ້ ວິທີການປະເມີນຄວາມເສຍຫາຍ ແລະ ການສູນເສຍໃນແຕ່ລະພາກສ່ວນ ກໍຄືຄວາມຕ້ອງການທີ່ກ່ຽວຂ້ອງ ໄດ້ມີການສ້າງ ແລະ ປັບປຸງໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງທ້ອງຖິ່ນນັບແຕ່ປີ 2012. ນີ້ກໍຄືການພັດທະນາມາດຕະຖານການປະຕິບັດງານສຳລັບການປະເມີນຄວາມຕ້ອງການຫຼັງໄພພິບັດ, ເຊິ່ງເປັນແບບແຜນເພື່ອການເກັບກຳຂໍ້ມູນລະດັບຂະແໜງການ, ການຈັດຕັ້ງທີມງານ PDNA ຂັ້ນແຂວງ ແລະ ການສ້າງຄວາມສາມາດໃຫ້ແກ່ພະນັກງານ.34

ການຊ່ວຍເຫຼືອຈາກສາກົນ

ລາວໄດ້ເຮັດວຽກຮ່ວມກັບຜູ້ມີສ່ວນຮ່ວມລະດັບພາກພື້ນ ແລະ ສາກົນ ກ່ຽວກບການຄຸ້ມຄອງຄວາມສ່ຽງໄພພິບັດ ນັບແຕ່ການກະກຽມ, ການຮັບມື ແລະ ການຟື້ນຟູຫຼັງໄພພິບັດ. ຄຽງຄູ່ກັບຖັນແຖວການຈັດຕັ້ງລັດຖະບານ, ບັນດາອົງການຮ່ວມມືສາກົນ ເຊັ່ນ ສະຫະປະຊາຊາດ, ທະນາຄານໂລກ, ອົງການຊ່ວຍເຫຼືອເດັກນ້ອຍ, ADPC, ອອກສ໌ຟາມ, ອົງການກາແດງຝຼັ່ງ, ອອສເຕຼເລຍ, ADB, ອົງການແຄ, ສູນ AHA… ກໍມີບົດບາດສຳຄັນໃນການຊ່ວຍເຫຼືອດ້ານວິຊາການ, ການປະເມີນ ແລະ ຄຸ້ມຄອງຄວາມສ່ຽງ, ການປັບຕົວ, ການຫຼຸດຜ່ອນຄວາມອ່ອນໄຫວ, ການພັດທະນາພື້ນຖານໂຄງລ່າງເພື່ອຮອງຮັບໄພພິບັດ, ໃນຂະນະທີ່ນາໆປະເທດ ກໍໄດ້ອະນຸເຄາະການຊ່ວຍເຫຼືອບັນເທົາທຸກ ແລະ ການຟື້ນຟູ ສຳລັບແຕ່ລະເຫດໄພພິບັດຕ່າງໆ. ປະເທດລາວຍັງມີການຮ່ວມມືກັບປະເທດເພື່ອນບ້ານ ກ່ຽວກັບການຄຸ້ມຄອງຄວາມສ່ຽງຂ້າມຊາຍແດນ, ການຮອງຮັບເຫດສຸກເສີນ, ການພະຍາກອນອາກາດ ແລະ ການເຕືອນໄພລ່ວງໜ້າ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຄຸ້ມຄອງຄວາມສ່ຽງໄພພິບັດແຫ່ງຊາດ.35

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

vGFar
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!