ໂຄວິດ-19 ແລະ ວຽກງານການສຶກສາ

ສ ປປ ລາວ ໄດ້ລາຍງານການຫຼຸດລົງຂອງຈຳນວນກໍລະນີຕິດຜູ້ເຊື້ອພະຍາດ ໂຄວິດ-19. ເຖິງຢ່າງໃດກໍຕາມ, ປະຊາຊົນລາວ ກໍຍັງໄດ້ຮັບຜົນກະທົບຈາກມາດຕະການ ທັງພາຍໃນ ແລະ ຕ່າງປະເທດ ໃນການຕ້ານ ແລະ ສະກັດກັ້ນການຕິດຕໍ່ຂອງພະຍາດລະບາດນີ້. ການສຶກສາ ໄດ້ກາຍເປັນໜຶ່ງໃນ ບັນດາຂະແໜງບໍລິການທີ່ໄດ້ຮັບຜົນກະທົບຈາກມາດຕະການດັ່ງກ່າວ. 

ບັນດາໂຮງຮຽນ ໄດ້ຖືກຍຸດຕິ ອີງຕາມຄຳສັ່ງຂອງລັດຖະບານໃນວັນທີ 18 ມີນາ 2020 ຊຶ່ງສົ່ງຜົນກະທົບຕໍ່ນັກສຶກສາຈຳນວນ 1.7 ລ້ານຄົນທົ່ວປະເທດ ໃນສົກປີ 2019-2020 ໃນຂັ້ນປະຖົມ, ມັດທະຍົມຕົ້ນ, ມັດທະຍົມປາຍ ແລະ ໂຮງຮຽນວິຊາຊີບຕ່າງໆ. ຊຶ່ງໂຮງຮຽນໄດ້ກັບມາເປີດຄືນໃນວັນທີ 1 ພຶດສະພາ 20201 ບັນດາໂຮງຮຽນໄດ້ກັບມາເປີດຄືນອີກຄັ້ງໃນວັນທີ 2 ກັນຍາ 2020​ ພ້ອມກັບປະຕິບັດການລ້າງມືໃນອ່າງ, ການໃຊ້ສະບູ ແລະ ໜ້າກາກອະນາໄມ ລວມເຖິງ ການຮັກສາໄລຍະຫ່າງ 3 ແມັດ2. ອົງການຢູເນັດໂກ ໄດ້ລາຍງານກ່ຽວກັບການເປີດໂຮງຮຽນຄືນໂດຍຜ່ານການພັດທະນາແຜນງານການເປີດສົກຮຽນໃໝ່3

ຜົນກະທົບຂອງໂຄວິດ-19 ຕໍ່ນັກຮຽນລາວ

ໃນລະຫວ່າງທີ່ໂຮງຮຽນໄດ້ຢຸດເປັນການຊົ່ວຄາວນັ້ນ ໄດ້ສ້າງຜົນກະທົບສູງຕໍ່ບັນດານັກຮຽນລາວ ທັງນີ້ ກໍຍ້ອນບັນຫາຄວາມບໍ່ເທົ່າທຽມກັນຂອງການໄດ້ຮັບການສຶກສາ ຍິ່ງໄປກ່ວານັ້ນ ປະຊາຊົນທີ່ອາໃສຢູ່ເຂດຫ່າງໄກສອກຫຼີກ, ຊົນນະບົດ ທີ່ຂາດໂອກາດເຂົ້າເຖິງແຫຼ່ງຂໍ້ມູນ, ຂາດຄູສອນທີ່ມີຄຸນນະພາບ ລວມໄປເຖິງຄວາມຮູ້ທາງດ້ານເຕັກໂນໂລຊີທີ່ຈຳກັດ; 25% ຂອງໂຮງຮຽນທີ່ຂາດອຸປະກອນລ້າງມື ນອກນັ້ນ, ຜົນກະທົບທາງທຳມະຊາດກໍຍັງເປັນປັດໃຈຂອງຄວາມບໍ່ເທົ່າທຽມດັ່ງກ່າວອີກດ້ວຍ4.  

ໃນລະຫວ່າງທີ່ການຮຽນອອນໄລຢູ່ເຮືອນ ໄດ້ຮັບຄວາມສະດວກ ແລະ ສະໜັບສະໜູນຈາກທົ່ວໂລກ, ຄວາມຈິງທີ່ຄົນລາວສ່ວນໃຫຍ່ປະເຊີນກໍຄື ພວກເຂົາບໍ່ມີອິນເຕີເນັດ ຫຼື ເຄື່ອງມືທີ່ຈະເຂົ້າເຖິງວຽກງານດັ່ງກ່າວ. ອັດຕາການຮູ້ນຳໃຊ້ອິນເຕີເນັດ ມີພຽງແຕ່ 50% ເທົ່ານັ້ນ. 

ອົງການຢູນິເຊັບ ໄດ້ປະເມີນວ່າ ສືສິ່ງພິມຕ່າງໆເຊັ່ນ ແຜ່ນພັບ, ໂທລະພາບ, ວິທະຍຸ ແລະ ລະບົບອອນໄລ ມີຄວາມຈຳເປັນເພື່ອຊຸກຍູ້ການຮຽນຢູ່ເຮືອນ ພາຍໃຕ້ການນຳພາ ຄູອາຈານ, ພໍ່ແມ່ ແລະ ຜູ້ປົກຄອງ5. ຄວາມສຳເລັດໃນການນຳໃຊ້ເຄື່ອງມືດັ່ງກ່າວ ຍັງເປັນການນຳສະເໜີພາບລວມອັນສຳຄັນ ກ່ຽວກັບບັນຫາຄວາມບໍ່ເທົ່າທຽມກັນທາງດ້ານການສຶກສາ ໂດຍສະເພາະຕໍ່ຊົນເຜົ່າສ່ວນນ້ອຍ, ກຸ່ມຄົນດ້ອຍໂອກາດ ເຊັ່ນແມ່ຍິງ ແລະ ເດັກນ້ອຍໃນ ສ ປປ ລາວ. 

ໂຄວິດ-19 ເປັນຍົກໃຫ້ເຫັນ ບັນຫາຄວາມບໍ່ເທົ່າທຽມກັນໃນສັງຄົມ ອັນກະທົບຕໍ່ປະຊາກອນໃນປະເທດ ໂດຍສະເພາະບັນຫາການສຶກສາ ແມ່ນເປັນເຄື່ອງມືເພື່ອຊຸກຍູ້ເດັກນ້ອຍນັກຮຽນດ້ອຍໂອກາດ ສະເພາະຢ່າງຍິ່ງເດັກຍິງ ຜູ້ທີ່ໄດ້ຮັບກະທົບຈາກບັນຫາການໃຊ້ຄວາມຮຸນແຮງ, ການບັງຄັບແຕ່ງງານກ່ອນໄວ, ການໃຊ້ແຮງງານເດັກ, ການຄ້າມະນຸດ ແລະ ບັນຫາຄວາມຮຸນແຮງອື່ນໆ. ຕົວຢ່າງ ເຫດການແຕ່ງງານກ່ອນໄວອັນຄວນຂອງເດັກຍິງ ຢູ່ເຂດຊົນນະບົດທີ່ທຸກຍາກຈະນັບມື້ສູງຂື້ນ ຍ້ອນຄວາມຕົກຕ່ຳຂອງເສດຖະກິດ ທີ່ພົວພັນກັບ ໂຄວິດ-19 ລວມເຖິງການພັກຜ່ອນເກີດລູກຂອງເດັກຍິວ ອັນເປັນສາເຫດໃຫ້ພວກເຂົາບໍ່ກັບເຂົ້າໂຮງຮຽນອີກເລີຍ6. ຍິ່ງກ່ວານັ້ນ, ເຫດການເພິ່ມຂື້ນຂອງການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ໄດ້ຖືກລາຍງານຢູ່ທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ເປັນເຫດການທີ່ເປັນຂໍ້ສັງເກດ7

ຜົນກະທົບຕໍ່ການພັດທະນາໃນ ສປປ ລາວ:  SDG 4

ອີງໃສ່ລັດຖະທຳມະນູນ ຂອງ ສ ປປ ລາວ ວ່າດ້ວຍການສຶກສາ ແລະ ນະໂຍບາຍຕ່າງໆ  ໄດ້ກຳນົດການມີສິດທິເທົ່າທຽມກັນທາງດ້ານການສຶກສາຂອງພົນລະເມືອງລາວ. ປະເທດລາວ ກໍຍັງສືບຕໍ່ບຸກບືນຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDG 4:ການໄດ້ຮັບການສຶກສາຢ່າງເທົ່າທຽມກັນ) ຊຶ່ງກໍໄດ້ຜັນຂະຫຍາຍເປັນ ແຜນການ 5 ປີພັດທະນາເສດຖະກິດ-ສັງຄົມຂອງຊາດ, ຄັ້ງທີ VIII). ໃນລະຫວ່າງທີ່ ບັນຫາຄວາມຂາດແຄນຂອງຖານຂໍ້ມູນຍັງມີຢູ່ນັ້ນ ກໍເປັນສິ່ງທ້າທາຍ ແລະ ຂໍ້ຫຍຸ້ງຍາກ ຕໍ່ວຽກງານການສຶກສາ ໂດຍສະເພາະໃນຊ່ວງໂຄວິດ-19 ຊຶ່ງມັນໄດ້ຮຽກຮ້ອງໃຫ້ຕ້ອງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ດີຂື້ນກ່ວາເກົ່າ. 

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

RRfYv
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!