ກ່ຽວກັບພວກເຮົາ

Open Development Laos (ODL) ເປັນສ່ວນໜຶ່ງທີ່ນອນໃນເຄືອຂ່າຍ ຖານຂໍ້ມູນແບບເປີດເພື່ອການພັດທະນາ, ເປັນການຮ່ວມມືຂອງບັນດາອົງການຈັດຕັ້ງສາກົນ ໃນການບໍລິຫານຈັດການຖານຂໍ້ມູນເປີດ, ເຜີຍແຜ່ຄວາມຮູ້ຮ່ວມກັນ ແລະ ແບ່ງປັນຂໍ້ມູນຂ່າວສານ, ແຜນທີ່ ແລະ ຖານຂໍ້ມູນ ທີ່ສ່ອງແສງເຖິງແນວໂນ້ມການພັດທະນາ ຢູ່ໃນບັນດາປະເທດ ແລະ ລະດັບພາກພື້ນແມ່ນຳ້ຂອງ.​ ຮູບແບບ ແລະ ເຄືອຂ່າຍການດຳເນີນງານດັ່ງກ່າວ ແມ່ນເປັນການປະສານສົບທົບກັນ ກັບ ບັນດາຄູ່ຮ່ວມມືໃນທ້ອງຖິ່ນ ເພື່ອສົ່ງເສີມລະບົບນິເວດຂອງຖານຂໍ້ມູນແບບຍືນຍົງ ແລະ ຢ່າງມີຄວາມຮັບຜິດຊອບ.

ເພື່ອບັນລຸຈຸດໝາຍດັ່ງກ່າວ, Open Development Laos ພ້ອມກັບບັນດາຄູ່ຮ່ວມມືຈຶ່ງໄດ້:

  • ສະໜອງ ປະຕູຂໍ້ມູນເປີດ ຫຼື Open Data portal ຕໍ່ຜູ້ມີຄວາມຕ້ອງການນຳໃຊ້ ແລະ ຜູ້ສະໜອງລະບົບນິເວດຖານຂໍ້ມູນ ໃຫ້ໄດ້ເຂົ້າມາມີສ່ວນຮ່ວມນຳ.
  • ສ້າງພື້ນທີ່ປຶກສາຫາລືແລກປ່ຽນ ໃຫ້ບັນດາຜູ້ນຳໃຊ້ ໄດ້ເຂົ້າເຖິງຂໍ້ມູນສະຖິຕິ, ແຜນທີ່, ບົດລາຍງານ, ຂ່າວສານ, ຂໍ້ກຳນົດ ແລະ ກົດໝາຍຕ່າງໆ ທີ່ພົວພັນເຖິງ ສະພາບການສຳຄັນ ແລະ ການພັດທະນາໃນປັດຈຸບັນ.
  • ສ້າງແບບແຜນ ມາດຕະຖານຂອງຖານຂໍ້ມູນເປີດແບບມີຄວາມຮັບຜິດຊອບ ແລະ ບົດຮຽນການປະຕິບັດອັນດີ ໂດຍເອົາໃຈໃສ່ບັນຫາການມີສ່ວນຮ່ວມຂອງວຽກງານຊົນເຜົ່າ ແລະ ບົດບາດຍິງຊາຍ.
  • ສົ່ງເສີມຂີດຄວາມສາມາດ ຂອງການນຳໃຊ້ລະບົບດິຈິຕອນ ໂດຍຜ່ານຮູບແບບການຝຶກອົບຮົມ ກ່ຽວກັບ ການວິເຄາະຖານຂໍ້ມູນ ແລະ ການຂຽນຂ່າວ.
  • ເປັນສູນກາງຂໍ້ມູນແບບເປີດ ໃນການເຂົ້າເຖິງຂໍ້ມູນຕົວເລກ, ກົດໝາຍ, ຂໍ້ກຳນົດ, ລະບຽບການ ແລະ ປະເດັນບ້ານເມືອງຕ່າງໆ ໂດຍຜ່ານ ຖານຂໍ້ມູນແບບເປີດຂອງລະບົບ CKAN-API.​

ວິໃສທັດ ແລະ ແຜນງານ

The Open Development Mekong (ODM) ໄດ້ພັດທະນາວິໃສທັດ ແລະ ແຜນງານດັ່ງນີ້:

ວິໃສທັດ: ປະຊາຊົນຈະໄດ້ຮັບຂໍ້ມູນ ແລະ ຂ່າວສານ ເພື່ອນຳໃຊ້ປັບປຸງຊີວິດການເປັນຢູ່ຂອງຕົນ.

ແຜນງານ: ສະດວກຕໍ່ການເຂົ້າເຖິງຖານຂໍ້ມູນ-ຂ່າວສານ ແລະ ເປັນປະໂຫຍດໃຫ້ທຸກຄົນໃນບັນດາພາກພື້ນລຸ່ມແມ່ນ້ຳຂອງ.

ແນວທາງການດຳເນີນງານ

ODM ມີເປົ້າໝາຍອີກໃສ່ ການນຳສະເໜີຂໍ້ມູນຢ່າງເປັນພາວະວິໃສ, ນຳໃຊ້ມາດຕະຖານຂໍ້ມູນແບບເປີດ ໂດຍຜ່ານຮູບພາບ, ແຜນທີ່ ແລະ ອື່ນໆ ຢ່າງໂປ່ງໃສ ແລະ ເຂົ້າເຖິງໄດ້. ຮູບແບບແຜນງານດັ່ງກ່າວ ເປັນການປະສານສົມທົບກັນທາງດ້ານຖານຂໍ້ມູນ ແລະ ສິດທິດ້ານດິຈິຕອນ ເພື່ອງ່າຍຕໍ່ການເຂົ້າເຖິງຂອງພົນລະເມືອງໃນພາກພື້ນແມ່ນ້ຳຂອງ. ເປົ້າໝາຍຜູ້ຊົມໃຊ້ຂອງພວກເຮົາ ບໍ່ວ່າຈະເປັນ ພົນລະເຮືອນ, ພາກສ່ວນລັດຖະບານ, ເອກະຊົນ, ສະຖາບັນການສຶກສາ ແລະ ຊຸມຊົນດ້ອຍໂອກາດຕ່າງໆ ໄດ້ເຂົ້າເຖິງ ແລະ ນຳໃຊ້ຂໍ້ມູນຂ່າວສານ ເພື່ອເປັນປະໂຫຍດໃນການຄົ້ນຄ້ວາ, ວິເຄາະ ແລະ ຊ່ວຍໃນການຕັດສິນບັນຫາຕ່າງໆ.​ ວິທີໃຊ້ຂໍ້້ມູນແບບ Crowdsourcing ຫຼື ຂໍ້ມູນທີ່ສ້າງໂດຍກຸ່ມຄົນ ເພື່ອຮ່ວມກັນສ້າງ ແລະ ວິເຄາະແກ້ໄຂບັນຫາຮ່ວມກັນ ກ່ຽວກັບຫຼາຍບັນຫາ ດ້ວຍຫຼາຍທັດສະນະແງ່ມູມ ຈາກຫຼາຍພາກສ່ວນ ແລະ ແບບຂ້າມພົມແດນ. ປັດຈຸບັນ ODM datahub ໄດ້ກາຍເປັນຮູບແບບແຜນງານໜຶ່ງ ທີ່ມີຄວາມຫຼາກຫຼາຍ ທີ່ໄດ້ສະໜອງຂໍ້ມູນ ແລະ ຂ່າວສານ ກ່ຽວກັບ ບັນຫາການພັດທະນາລະດັບຊາດ ແລະ ລະດັບພາກພື້ນ.

ບັນດາທີມງານ ODM

ທີມງານ ODM ໄດ້ອາໃສຢູ່ບັນດາປະເທດແມ່ນຳ້ຂອງ ແລະ ເຮັດວຽກຮ່ວມກັນ ເພື່ອພັດທະນາເຄືອຂ່າຍຄູ່ຮ່ວມມືໃນການແລກປ່ຽນຂໍ້ມູນຂ່າວສານທ້ອງຖິ່ນ ແລະ ສ້າງຂີດຄວາມສາມາດ ໃນຄວາມຮັບຮູ້ກ່ຽວກັບຖານຂໍ້ມູນທົ່ວພາກພື້ນ.​ ເປົ້າໝາຍພື້ນຖານຂອງພວກເຮົາກໍຄືສ້າງຖານຂໍ້ມູນທີ່ເຂັ້ມແຂງ ໃຫ້ແກ່ຜູ້ຊົມໃຊ້ ເພື່ອສ້າງລະບົບນິແວດທີ່ມີຢູ່ໃນພາກພື້ນແມ່ນຳ້ຂອງ ໄດ້ຮັບຮູ້ສິດທິການນຳໃຊ້ຂໍ້ມູນ.    

ODM ສ້າງຕັ້ງຂື້ນເປັນຖານຂໍ້ມູນເປີດລະດັບພາກພື້ນໃນປີ 2015 ແລະ ໄດ້ແຕກອອກມາເປັນເວບໄຊ ປະຈຳຢູ່ບັນດາ 5 ປະເທດ ເຊັ່ນ: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.

 

 

 

ຢູ່ ສປປ ລາວ, ເທີມງານ ODM ໄດ້ຮ່ວມມືກັບ ອົງການໝູ່ບ້ານຈຸດສຸມ ຫຼື Village Focus International.

 

 

Open Development Initiative (ODI) ນອນໃນໂຄງການຂອງ East-West Management Institute (EWMI), ຊຶ່ງກະຕຸ້ນຄວາມຕ້ອງການຂອງສັງຄົມ, ສ້າງຄວາມກົມກຽວ ແລະ ສະໜອງເຄື່ອງມື ເພື່ອຊຸກຍູ້ ການແບ່ງປັນແບບໂປ່ງໃສ ແລະ ວິເຄາະຂໍ້ມູນ ເພື່ອພັດທະນາ, ຊ່ວຍໃນການຕັດສິນບັນຫາການພັດທະນາແບບຍືນຍົງ ແລະ ເທົ່າທຽມກັນ.  

 

 

 

ODI ໄດ້ກາຍເປັນຂະແໜງຖານຂໍ້ມູນແບບເປີດ ຢູ່ໃນພາກພື້ນແມ່ນ້ຳຂອງນັບແຕ່ ປີ 2011. ໂຄງການຖານຂໍ້ມູນແບບເປີດ ຂອງ ODI,  Open Development Cambodia ໄດ້ຮວບຮວມຂໍ້ມູນຈາກຫຼາຍພາກສ່ວນ ມານຳເຂົ້າກັນເພື່ອສ້າງເປັນພາບລວມ ແບບຮູບພາບ ແລະ ແຜນທີ່ ເພື່ອສ່ອງແສງເຖິງບັນຫາການພັດທະນາຫຼາຍດ້ານ.​ ODC ໄດ້ຈົດຖະບຽນເປັນອົງການ NGO ໃນເດືອນ ສິງຫາ ປີ 2015.

 

 

OD4D Asia Hub

ໃນທ້າຍປີ 2018, ODI ໄດ້ຂະຫຍາຍເຂົ້າສູ່ພາກພື້ນອາຊີ ໂດຍຜ່ານຄູ່ຮ່ວມມືຮ່ວມກັບ Open Data for Development (OD4D) ໂດຍພາຍໃຕ້ການລິເລິ່ມຂອງ IDRC ເພື່ອສ້າງ OD4D Asia Hub. ເຄືອຂ່າຍ ODI ໄດ້ບໍລິຫານແຜນງານດັ່ງກ່າວ ຮ່ວມກັບໂຄງການ Sinar ຂອງມາເລເຊຍ ຊຶ່ງເປັນສູນລວມທີ່ເນັ້ນໃສ່ເພື່ອພັດທະນາກະກຽມຄວາມພ້ອມ ແລະ ຜົນກະທົບຂອງ ຖານຂໍ້ມູນແບບເປີດ ຢູ່ໃສອາຊີ ໂດຍຜ່ານການຄົ້ນຄ້ວາ ແລະ ຍຸດທະສາດການປະສານງານ ແລະ ຂໍ້ລິເລີ່ມໃໝ່ຕ່າງໆໃນການຮ່ວມມືພາກພື້ນ.​ ພາຍໃຕ້ OD4D ທີ່ເປັນສູນລວມຂອງອາຊີ ຊຶ່ງມີຈຸດປະສົງເພື່ອສ້າງຊຸມຊົນທີ່ເຂັ້ມແຂງ ອັນປະກອບດ້ວຍນັກເທັກໂນໂລຊີຖານຂອງຂໍ້ມູນແບບເປີດ, ພົນລະເຮືອນ, ລັດຖະບານ, ຜູ້ໃຫ້ທຶນ ແລະ ນັກຄົ້ນຄ້ວາຕ່າງໆ. ຊຸມຊົນຜູ້ໃຫ້ການສະໜັບສະໜູນຖານຂໍ້ມູນເປີດນີ້ ກຳລັງເພິ່ມຄຸນນະພາບ, ຜົນກະທົບ ແລະ ຄວາມຍືນຍົງ ຂອງ ນິຕິບຸກຄົນ ແລະ ການຮ່ວມມືໃນພາກພື້ນ, ສ້າງຕ້ັງການເຊື່່ອມໂຍງກັບເຄືອຂ່າຍພາກພື້ນ ແລະ ສາກົນ, ສ້າງວິໃສທັດຕາມທີ່ໄດ້ລະບຸໄວ້ໃນ Open Data in Asia 2020 report.

ເຄືອຂ່າຍ ODM ຍັງສືບຕໍ່ຊອກຫາຄູ່ຮ່ວມມື ເພື່ອຂະຫຍາຍ, ສ້າງຄວາມເຂັ້ມແຂງ ແລະ ປັບປຸງການດຳເນີນງານ, ສະແຫວງຫາຂໍ້ມູນ ແລະ ເພິ່ມການມີສ່ວນຮ່ວມ ແລະ ການເຂົ້າເຖິງໄດ້. ຖ້າທ່ານມີຄຳຖາມຂ້ອງໃຈ, ຄຳເຫັນ, ຄຳແນະນຳ ຫຼື ຂໍ້ມູນຕ່າງໆ ທີ່ເປັນການຊ່ວຍສ້າງເຄືອຂ່າຍດັ່ງກ່າວ; ຫຼື ຊ່ວຍພັດທະນາເວບໄຊຂອງພວກເຮົາ ກະລຸນາສົ່ງເມລຫາທີ່ຢູ່ດັ່ງນີ້: contact@ewmi-odi.org

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Utzr3
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!