ຊົນເຜົ່າ ແລະ ຊົນກຸ່ມນ້ອຍ

ປະເທດລາວເປັນປະເທດໜຶ່ງໃນອາຊີຕາເວັນອອກສຽງໃຕ້ທີ່ມີຄວາມຫຼາກຫຼາຍທີ່ສຸດທາງດ້ານຊົນເຜົ່າ. ປະຊາຊົນລາວປະກອບໄປດ້ວຍ 4 ຕະກຸນຊົນເຜົ່າຕາມໝວດພາສາຄື: ລາວ-ໄຕ (62.4 ເປີເຊັນ), ມອນ-ຂະແມ (23.7 ເປີເຊັນ), ມົ້ງ-ອິວມ້ຽນ (9.7 ເປີເຊັນ), ແລະ ຈີນ-ທິເບດ (2.9 ເປີເຊັນ)1, ເຊິ່ງປະກອບດ້ວຍ 50 ຊົນເຜົ່າຢ່າງເປັນທາງການ2 ໃນ 50 ຊົນເຜົ່າດັ່ງກ່າວອາດແຈກແຊກອອກເປັນ 200 ກວ່າເຜົ່າ.3

ແຜນພາບ: Open Development Laos. ແຫຼ່ງຂໍ້ມູນ: www.decide.la (ລາວ-ໄຕ, ມອນ-ຂະແມ, ມົ້ງ-ອິວມ້ຽນ, ແລະ ຈີນ-ທິເບດ)

ປະຊາຊົນລາວທັງ 50 ຊົນເຜົ່າມີຄວາມຫຼາກຫຼາຍທາງດ້ານພູມສັນຖານ ແລະ ໄດ້ມີການຈັດປະເພດເປັນ 3 ຊົນຊາດຕາມລັກສະນະພູມສັນຖານທີ່ຢູ່ອາໄສຄື: ລາວລຸ່ມ, ລາວເທິງ ແລະ ລາວສູງ. ການຈັດປະເພດຊົນຊາດດັ່ງກ່າວຍັງສະແດງເຖິງລະບົບການຜະລິດກະສິກຳ, ຄືລາວລຸ່ມດຳລົງຊີບດ້ວຍການເຮັດນາ, ສ່ວນລາວເທິງ ແລະ ລາວສູງແມ່ນເຮັດໄຮ່ເລື່ອນລອຍ4

ໃນກອງປະຊຸມຊົນເຜົ່າປີ 1981, ລັດຖະບານລາວ ໄດ້ຍົກເລີກການນຳໃຊ້ການຈັດປະເພດຊົນຊາດດັ່ງກ່າວຢ່າງເປັນທາງການ, ແລະ ໄດ້ຫັນມານຳໃຊ້ລະບົບການຈັດແບ່ງຕະກຸນຊົນເຜົ່າຕາມ 4 ໝວດພາສາປາກເວົ້າ ດັ່ງທີ່ກ່າວມາໃນເບື້ອງຕົ້ນ (ລາວ-ໄຕ, ມອນ-ຂະແມ, ມົ້ງ-ອິວມ້ຽນ ແລະ ຈີນ-ທິເບດ)5 ທັງນີ້ກໍຍ້ອນວ່າຫຼາຍເຜົ່າໄດ້ມີການປ່ຽນແປງທາງດ້ານແບບແຜນການຜະລິດ ແລະ ທີ່ຢູ່ອາໄສ ເຮັດໃຫ້ການຈັດແບ່ງຊົນຊາດດັ່ງກ່າວບໍ່ຖືກຕ້ອງເໝາະສົມ. ເຖິງຢ່າງໃດກໍຕາມ, ຄຳວ່າ ລາວລຸ່ມ, ລາວເທິງ, ແລະ ລາວສູງ ກໍຍັງມີການນຳໃຊ້ທົ່ວໄປໃນການສົນທະນາຈົນເຖິງປະຈຸບັນ.

ກຸ່ມຊົນເຜົ່າຕະກຸນລາວ-ໄຕ ປະກອບດ້ວຍ 8 ຊົນເຜົ່າ ເຊິ່ງສ່ວນໃຫຍ່ອາໄສຢູ່ເຂດທົ່ງພຽງ. ກຸ່ມຊົນເຜົ່າຕະກຸນມອນ-ຂະແມ ລວມມີ 33​ ຊົນເຜົ່າ. ກຸ່ມຊົນເຜົ່າຕະກຸນມົ້ງ-ອິວມ້ຽນ ປະກອບດ້ວຍ 2 ຊົນເຜົ່າ ແລະ ຕະກຸນຈີນ-ທິເບດ ປະກອບດ້ວຍ 7 ຊົນເຜົ່າ. ກຸ່ມຊົນເຜົ່າມົ້ງ-ອິວມ້ຽນ ແລະ ຈີນ-ທິເບດພື້ນຖານແມ່ນອາໄສຢູ່ເຂດພູສູງ. ສາດສະໜາພຸດແມ່ນສາດສະໜາທີ່ແຜ່ຫຼາຍທີ່ສຸດ ໂດຍສະເພາະໃນກຸ່ມລາວ-ໄຕ, ສ່ວນກຸ່ມຊົນເຜົ່າຕະກຸນອື່ນຈຳນວນໜຶ່ງນອກຈາກກຸ່ມລາວ-ໄຕຍັງມີການເຊື່ອຖີຜີ.6

ແຜນວາດ: ກຸ່ມຊົນເຜົ່າໃນລາວ 2018. ແຕ້ມໂດຍ: Open Development Laos. ແຫຼ່ງຂໍ້ມູນ: ດວງຕາວັນ ກອງຜາລີ. 2018. “ລາຍຊື່ຊົນເຜົ່າໃນລາວ.” ລິຂະສິດ: MIT

ໃນບັນດາຊົນເຜົ່າຕ່າງໆ, ຊົນເຜົ່າລາວ (ໃນຕະກຸນລາວ-ໄຕ) ມີຈຳນວນປະຊາກອນຫຼາຍທີ່ສຸດ ຄິດເປັນ 53% ຂອງພົນລະເມືອງລາວທັງໝົດ. ຊົນເຜົ່າກຶມມຸ (ຕະກຸນມອນ-ຂະແມ) ກວມ 11% ແລະ ຊົນເຜົ່າມົ້ງ (ຕະກຸນມົ້ງ-ອິວມ້ຽນ) ກວມປະມານ 9%.

ແຜນວາດ: ອັດຕາສ່ວນຊົນເຜົ່າໃນລາວ. ແຕ້ມໂດຍ: Open Development Laos. ແຫຼ່ງຂໍ້ມູນ: ສູນສະຖິຕິແຫ່ງຊາດ. 2016. “ຜົນການສຳຫຼວດປະຊາກອນ ແລະ ທີ່ຢູ່ອາໄສ 2015.” ແລະ ສູນສະຖິຕິແຫ່ງຊາດ. 2006. “ການສຳຫຼວດປະຊາກອນຂອງ ສປປ ລາວ 2005.” (ໝາຍເຫດ: ການນຳໃຊ້ສີໃນແຜນວາດນີ້ ແມ່ນເພື່ອຈຸດປະສົງສະແດງຂໍ້ມູນເທົ່ານັ້ນ, ບໍ່ແມ່ນເພື່ອການຈຳແນກແບ່ງແຍກຊົນເຜົ່າ ຫຼື ສໍ່ສະແດງທາງການເມືອງໃດໆ.)

ລັດຖະບານລາວບໍ່ສົ່ງເສີມການນຳໃຊ້ຄຳວ່າ ‘ຊົນກຸ່ມນ້ອຍ’. ໃນຂະນະທີ່ຄຳວ່າ ‘ຊົນເຜົ່າທີມີປະຊາກອນໜ້ອຍ’ ອາດມີການນຳໃຊ້ເປັນບາງຄັ້ງ, ລັດຖະບານຖືວ່າພົນລະເມືອງລາວທຸກຄົນມີຄວາມເທົ່າທຽມ ໂດຍບໍ່ມີການຈຳແນກເຜົ່ານ້ອຍເຜົ່າໃຫຍ່, ເຊິ່ງວ່າ ຊົນເຜົ່າລາວ ກໍຖືເປັນຊົນເຜົ່າໜຶ່ງໃນປະເທດລາວ.7 ລັດຖະບານນຳໃຊ້ລະບົບດັ່ງກ່າວເພື່ອແນໃສ່ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ ໂດຍບໍ່ມີການຈຳແນກຄວາມແຕກຕ່າງຂອງແຕ່ລະຊົນເຜົ່າ. ເພື່ອຄວາມກະຈ່າງແຈ້ງ, ຄຳວ່າ “ຊົນເຜົ່າ” ຕໍ່ໄປນີ້ຈະນຳໃຊ້ເພື່ອອ້າງອີງເຖິງປະຊາຊົນເຜົ່າຕ່າງໆທີ່ບໍ່ແມ່ນຊົນເຜົ່າລາວ.

ໂຄງສ້າງທາງກົດໝາຍ ແລະ ສະຖາບັນກ່ຽວກັບຊົນເຜົ່າ

ປະຊາຊົນລາວບັນດາເຜົ່າທັງໝົດແມ່ນນຳໃຊ້ໂຄງສ້າງທາງກົດໝາຍ ແລະ ສະຖາບັນອັນດຽວກັນ. ລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປີ 1991 ແລະ ລັດຖະທຳມະນູນສະບັບປີ 2015 ປະຈຸບັນກ່າວວ່າ “ລັດປະຕິບັດນະໂຍບາຍເພື່ອສົ່ງເສີມຄວາມສາມັກຄີ ແລະ ຄວາມສະເໝີພາບລະຫວ່າງປະຊາຊົນບັນດາເຜົ່າ”, ແລະ ຫ້າມທຸກໆກະທຳການເພື່ອແບ່ງແຍກ ຫຼື ຈຳແນກຊົນເຜົ່າ.8 9 ນະໂນບາຍຊົນເຜົ່າ ປີ 1992 ຫຼື ມະຕິຂອງການຈັດຕັ້ງສູນກາງພັກກ່ຽວກັບວຽກງານຊົນເຜົ່າຍຸກໃໝ່, ແມ່ນແນໃສ່ເພີ່ມທະວີການປັບປຸງການເຂົ້າເຖິງການບໍລິການ ແລະ ກາານລຶບລ້າງການຈຳແນກຊົນເຜົ່າເທື່ອລະກ້າວ. ນະໂຍບາຍດັ່ງກ່າວຮຽກຮ້ອງໃຫ້ມີການສຶກສາອົບຮົມໃນຊົນເຜົ່າຕ່າງໆ ເພື່ອລົບລ້າງປະເພນີການປະຕິບັດທີ່ຫຼ້າຫຼັງ, ໃນຂະນະດຽວກັນກໍມີການກຳນົດພາລະກິດການສົ່ງເສີມຄວາມສາມັກຄີ ແລະ ສະເໝີພາບ ເພື່ອສົ່ງເສີມການເຊື່ອມຊຶມທາງດ້ານວັດທະນະທຳຂອງຊົນເຜົ່າ.10

ແນວທາງການປຶກສາຫາລືສຳລັບຊົນເຜົ່າ (2012) ສົ່ງເສີມໃຫ້ຊົນເຜົ່າມີສ່ວນຮ່ວມໃນທຸກໆໂຄງການ ແລະ ກິດຈະກຳການພັດທະນາທີ່ກ່ຽວຂ້ອງ, ທັງໃນແງ່ຂອງຜົນປະໂຫຍດທີ່ເຂົາເຈົ້າຈະໄດ້ຮັບ ລວມເຖິງຜົນກະທົບໃນທາງບວກ ແລະ ລົບຕໍ່ຊີວິດການເປັນຢູ່ ແລະ ສະພາບແວດລ້ອມການດຳລົງຊີວິດຂອງເຂົາເຈົ້າ. ແນວທາງດັ່ງກ່າວຍັງຮຽກຮ້ອງໃຫ້ມີການເປີດໂອກາດສຳລັບຊົນເຜົ່າໃນການຫາລືບັນຫາຂອງເຂົາເຈົ້າ.11 ເຖິງຢ່າງໃດກໍຕາມ, ການປຶກສາຫາລືຕົວຈິງກັບຊົນເຜົ່າ (ແລະ ປະຊາຊົນທົ່ວໄປ) ກ່ອນດຳເນີນໂຄງການພັດທະນາຍັງຄົງເປັນປະເດັນບັນຫາທີ່ຖົກຖຽງໃນອົງການຈັດຕັ້ງສັງຄົມສົງເຄາະຕ່າງໆໃນລາວ.

ກົດໝາຍວ່າດ້ວຍທີ່ດິນ (2003) ກຳນົດວ່າທີ່ດິນໃນ ສປປ ລາວແມ່ນກຳມະສິດຂອງປະຊາຊົນລາວທຸກຄົນ, ແລະ ລັດມີໜ້າທີ່ຄຸ້ມຄອງກຳມະສິດທີ່ດິນໃນໄລຍະຍາວ ເພື່ອຮັບປະກັນສິດໃນການປົກປ້ອງ, ການຖືຄອງ, ການນຳໃຊ້, ການໂອນ, ແລະ ການສືບທອດມູນມໍລະດົກ. ເຖິງຢ່າງໃດກໍຕາມ ໃນຂະນະທີ່ກົດໝາຍດັ່ງກ່າວຮັບຮູ້ສິດໃນການຊົມໃຊ້ທີ່ດິນຊົ່ວຄາວ ແລະ ຖາວອນຂອງບຸກຄົນ, ແຕ່ກໍ່ບໍ່ມີການກຳນົດ ຫຼື ຮັບຮູ້ສິດໃນການຄຸ້ມຄອງທີ່ດິນຂອງຊຸມຊົນ. ພາຍໃຕ້ສິດການຊົມໃຊ້ທີ່ດິນຂອງຊຸມຊົນ, ຊຸມຊົນຄວນເປັນຜູ້ຄຸ້ມຄອງຊັບພະຍາກອນສ່ວນລວມ, ເຊັ່ນ ພື້ນທີ່ພູ, ທົ່ງຫຍ້າ, ແລະ ປ່າຊົມໃຊ້ຂອງຊຸມຊົນ. ນອກນີ້ ບາງຊຸມຊົນຊົນເຜົ່າກໍມີການຖືພື້ນທີ່ປ່າເປັນພື້ນທີ່ສັກສິດ ຫຼື ປ່າທາງຈິດວິນຍານ ເຊິ່ງມີຄວາມໝາຍຄວາມສຳຄັນທາງດ້ານປະເພນີ ແລະ ຈິດວິຍານ. ສະມາຊິກຊຸມຊົນຄວນມີສິດທີ່ຈະນຳໃຊ້ທີ່ດິນຊຸມຊົນ ແລະ ອຳນາດການປົກຄອງບ້ານຄວນມອບສິດຊົມໃຊ້ໃຫ້ແກ່ຊຸມຊົນອ້ອມຂ້າງ. ເຖິງແມ່ນວ່າການຊົມໃຊ້ທີ່ດິນຊຸມຊົນຈະມີຄວາມສຳຄັນໃນດ້ານຂອບເຂດວັດທະນະທຳ, ການເມືອງ, ສັງຄົມ ແລະ ເສດຖະກິດຂອງຊຸມຊົນຊົນເຜົ່າ, ລັດຖະບານຍັງບໍ່ທັນມີຂະບວນການທີ່ຈະແຈ້ງໃນການຂຶ້ນທະບຽນທີ່ດິນຂອງຊຸມຊົນ.12

ໃນຊຸມປີຜ່ານມາ, ການລິເລີ່ມຂອງລັດຖະບານໄດ້ສະແດງໃຫ້ເຫັນທ່າແຮງທີ່ເພີ່ມຂຶ້ນສຳລັບການຮັບຮູ້ສິດຊົມໃຊ້ທີ່ດິນຊຸມຊົນ. ໄດ້ມີການທົດລອງການອອກໃບຕາດິນຊຸມຊົນໃນບ້ານເປົ້າໝາຍຈຳນວນໜຶ່ງ, ແລະ ກະຊວງຊັບພະຍາກອນແຫ່ງຊາດ ແລະ ສິ່ງແວດລ້ອມໄດ້ມີການດຳເນີນໂຄງການຄຸ້ມຄອງທີ່ດິນທຳການຜະລິດຂອງຊຸມຊົນ, ແຕ່ວ່າຈົນເຖິງປະຈຸບັນແມ່ນຍັງບໍ່ທັນເກີດດອກອອກຜົນ.13 ກົດໝາຍທີ່ດິນກໍກຳລັງຢູ່ໃນຂັ້ນຕອນການດັດແກ້, ແລະ ການຮັບຮູ້ສິດຊົມໃຊ້ທີ່ດິນຊຸມຊົນ ແລະ ຕາມປະເພນີ ແມ່ນບັນຫາຕົ້ນຕໍທີ່ອົງການຈັດຕັ້ງສັງຄົມສົງເຄາະພະຍາຍາມຊຸກຍູ້ໃຫ້ລວມເຂົ້າໃນກົດໝາຍສະບັບດັດແກ້ດັ່ງກ່າວ.14

ໃນໄລຍະຜ່ານມາ ນະໂຍບາຍຂອງລັດຖະບານແມ່ນແນໃສ່ສົ່ງເສີມຄວາມສາມັກຄີ, ເຊິ່ງໃນຫຼາຍກໍລະນີໄດ້ສົ່ງຜົນກະທົບໂດຍກົງຕໍ່ຊົນເຜົ່າ. ຕົວຢ່າງ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຄັ້ງທີ 7 (NSEDP) 2011–2015 ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງລວມບ້ານນ້ອຍເຂົ້າກັນ ເພື່ອຮັບປະກັນການປັບປຸງການຄຸ້ມຄອງ ແລະ ການບໍລິການ. ຍຸດທະສາດເພື່ອບັນລຸແຜນດັ່່ງກ່າວໄດ້ເຮັດໃຫ້ບາງຊຸມຊົນຊົນເຜົ່າຕ້ອງຍ້າຍທີ່ຕັ້ງຢູ່ອາໄສ ເຮັດໃຫ້ເຂົາເຈົ້າຕ້ອງໜີຈາກແຫຼ່ງພູມລຳເນົາເດີມ. ບາງຊົນເຜົ່າໄດ້ປະສົບຄວາມຫຍຸ້ງຍາກໃນການປັບຕົວ. ບາງກຸ່ມທີ່ຍ້າຍລົງມາຈາກເຂດພູສູງ ຕ້ອງຜະເຊີນກັບພະຍາດໄຂ້ປ່າ ແລະ ໄຂ້ເລືອດອອກໃນອັດຕາທີ່ສູງ ເນື່ອງຈາກທີ່ຢູ່ອາໄສໃໝ່ໃນເຂດທົ່ງພຽງມີຍຸງຫຼາຍ.15

ເດືອນສິງຫາປີ 2018, ລັດຖະບານໄດ້ພະຍາຍາມປັບປຸງນະໂຍບາຍກ່ຽວກັບການຍ້າຍພູມລຳເນົາຂອງຊົນເຜົ່າ ດ້ວຍການອອກກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບ ເພື່ອລົບລ້າງຜົນກະທົບຕໍ່ຊົນເຜົ່າ. ກົດໝາຍດັ່ງກ່າວໄດ້ ອະນຸຍາດໃຫ້ມີການຍ້າຍທີ່ຕັ້ງທີ່ຢູ່ອາໄສໂດຍທົ່ວໄປ ຂອງຊຸມຊົນທີ່ອາໄສຢູ່ໃນພື້ນທີ່ຫ່າງໄກສອກຫຼີກ ແລະ ດ້ອຍພັດທະນາ ເຊິ່ງລວມເຖິງພື້ນທີ່ທີ່ມີການເຮັດໄຮ່ແບບເລື່ອນລອຍ ແລະ ເຂດບ້ານນ້ອຍທີ່ຕັ້ງຢູ່ກະແຈກກະຈາຍ.16 ກົດໝາຍສະບັບດັ່ງກ່າວໄດ້ໃຫ້ສິດອຳນາດແກ່ລັດຖະບານໃນການຍົກຍ້າຍຊຸມຊົນເຮັດໃຫ້ການຍ້າຍທີ່ຢູ່ອາໄສບໍ່ຈຳກັດພຽງແຕ່ສຳລັບໂຄງການພັດທະນາ ແຕ່ຍັງຕອບສະໜອງຕໍ່ແຜນການຕ່າງໆຂອງລັດຖະບານ. ພາຍໃຕ້ກົດໝາຍສະບັບນີ້, ການຊົດເຊີຍສຳລັບການຍ້າຍທີ່ຢູ່ອາໄສແມ່ນສະເພາະແຕ່ຜູ້ທີ່ມີສິດຊົມໃຊ້ທີ່ດິນຕາມປະເພນີ ແລະ ທາງການເທົ່ານັ້ນ, ສ່ວນຜູ້ທີ່ບໍ່ມີເອກະສານໃບຕາດິນຢ່າງເປັນທາງການແມ່ນບໍ່ສາມາດຮຽກຮ້ອງຄ່າຊົດເຊີຍ. ສຳລັບການຍ້າຍພູມລຳເນົາແມ່ນນຳໃຊ້ລະບົບສຽງສ່ວນໃຫຍ່ໃນຊຸມຊົນທີ່ໄດ້ຮັບຜົນກະທົບເພື່ອຍ້າຍອອກໄປຍັງພື້ນທີ່ໃໝ່ທີ່ຈັດສັນໂດຍໂຄງການພັດທະນາ.17

ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ 8 (8th NESDP) (2016-2020) ແນໃສ່ເປົ້າໝາຍວຽກງານຕ່າງໆທີ່ກ່ຽວຂ້ອງກັບການພັດທະນາ. ກ່ຽວກັບວຽກງານຊົນເຜົ່າ ແຜນດັ່ງກ່າວໄດ້ສົ່ງເສີມໃຫ້ມີ (1) ການປັບປຸງພື້ນຖານໂຄງລ່າງໃນພື້ນທີ່ຫ່າງໄກສອກຫຼີກ, ໂດຍສະເພາະພື້ນທີ່ຢູ່ອາໄສຂອງຊົນເຜົ່າ; (2) ນະໂຍບາຍສະຫວັດດີການສັງຄົມ ແລະ ການຫຼຸດຜ່ອນຄວາມທຸກຍາກໃຫ້ສອດຄ່ອງກັບຄວາມຕ້ອງການ ແລະ ຄວາມສາມາດສະເພາະຂອງປະຊາຊົນຊົນເຜົ່າ; ແລະ (3) ການສົ່ງເສີມຄຸນຄ່າທາງມໍລະດົກ ແລະ ວັດທະນະທຳທີ່ຫຼາກຫຼາຍຂອງປະຊາຊົນບັນດາເຜົ່າ, ເພື່ອເສີມຂະຫຍາຍຄວາມສະເໝີພາບ ແລະ ຄວາມສາມັກຄີລະຫວ່າງປະຊາຊົນບັນດາເຜົ່າ.18 ໜຶ່ງໃນຍຸດທະສາດທີ່ສຳຄັນໃນແຜນການເພື່ອສົ່ງເສີມມໍລະດົກທາງວັດທະນະທຳ ແມ່ນການຈັດບຸນປະເພນີຂອງແຕ່ລະຊົນເຜົ່າ ແລະ ການສົ່ງເສີມການທ່ອງທ່ຽວທາງວັດທະນະທຳ.19 ກ່ຽວກັບຍຸດທະສາດດັ່ງກ່າວບໍ່ພົບຫຼັ້ກຖານຈະແຈ້ງວ່າລັດຖະບານໄດ້ມີການປຶກສາຫາລືຮ່ວມກັບຊົນເຜົ່າ. ຄຽງຄູ່ກັບການສົ່ງເສີມວັດທະນະທຳຂອງຊົນເຜົ່າ, ແຜນດັ່ງກ່າວຍັງໄດ້ຮຽກຮ້ອງໃຫ້ມີການສົ່ງເສີມຄວາມຮັບຮູ້ກ່ຽວກັບຄຸນຄ່າທາງວັດທະນະທຳຂອງຊາດໃຫ້ແກ່ຊົນເຜົ່າ ເພື່ອພັດທະນາແບບແຜນການດຳລົງຊີວິດໃຫ້ສອດຄ່ອງກັບວັດທະນະທຳທີ່ກ້າວໜ້າ.20

ນອກຈາກໂຄງສ້າງທາງນິຕິກຳແຫ່ງຊາດ,​ ລັດຖະບານຍັງໄດ້ມີການໃຫ້ສັດຕະຍະບັນໃນລະດັບສາກົນເພື່ອປົກປ້ອງສິດຂອງປະຊາຊົນລາວບັນດາເຜົ່າ ເຊັ່ນ:

  • ອະນຸສັນຍາສາກົນວ່າດ້ວຍສິດທິພື້ນຖານທາງການເມືອງ ແລະ ພົນລະເຮືອນ;
  • ອະນຸສັນຍາວ່າດ້ວຍສິດຂອງຜູ້ພິການ;
  • ອະນຸສັນຍາວ່າດ້ວຍສິດທາງດ້ານເສດຖະກິດ, ວັດທະນະທຳ ແລະ ສັງຄົມ; ແລະ
  • ອະນຸສັນຍາສາກົນວ່າດ້ວຍການລຶບລ້າງການຈຳແນກເຊື້ອຊາດໃນທຸກຮູບແບບ.

ກ່ຽວກັບສິດທິຂອງຊົນເຜົ່າ, ລັດຖະບານໄດ້ໃຫ້ສັດຕະຍະບັນໃນຖະແຫຼງການຂອງສະຫະປະຊາຊາດວ່າດ້ວຍສິດທິຂອງຊົນເຜົ່າ.21

ອົງການຈັດຕັ້ງຂອງລັດຖະບານ ແລະ ອົງການຈັດຕັ້ງສັງຄົມປະກອບມີຫຼາຍໜ່ວຍງານທີ່ຮັບຜິດຊອບກ່ຽວກັບວຽກງານຊົນເຜົ່າ. ຄະນະກຳມະການຊົນເຜົ່າພາຍໃຕ້ສະພາແຫ່ງຊາດມີໜ້າທີ່ຮ່າງ ແລະ ປະເມີນກົດໝາຍກ່ຽວກັບຊົນເຜົ່າ. ສະຖາບັນຄົ້ນຄວ້າວັດທະນະທຳ ພາຍໃຕ້ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວມີໜ້າທີ່ດຳເນີນການຄົ້ນຄວ້າກ່ຽວກັບຊົນເຜົ່າ.22 ກົມຊົນເຜົ່າຂອງສູນກາງແນວລາວສ້າງຊາດ ເປັນໜ່ວຍງານຕົ້ນຕໍຊຶ່ງຮັບຜິດຊອບກ່ຽວກັບວຽກງານຊົນເຜົ່າ. ກົມດັ່ງກ່າວມີໜ້າທີ່ຄືລະດົມຂົນຂວາຍ, ປົກປ້ອງ ແລະ ສົ່ງເສີມຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ແລະ ນຳສະເໜີຂໍ້ຮຽກຮ້ອງ, ບັນຫາ ແລະ ເຈດຈຳນົງຂອງປະຊາຊົນບັນດາເຜົ່າຕໍ່ການນຳພັກລັດ.23

ຍ້ອນວ່າປະເທດລາວເປັນປະເທດທີ່ມີຄວາມຫຼາກຫຼາຍທາງດ້ານຊົນເຜົ່າ, ອົງການຈັດຕັ້ງສັງຄົມ ແລະ ຂະແໜງການລັດຖະບານຈຶ່ງມີໜ້າທີ່ຮັບຜິດຊອບກ່ຽວກັບວຽກງານຂອງທຸກໆຊົນເຜົ່າໂດຍລວມ, ເຊິ່ງບໍ່ສະເພາະເຈາະຈົງສຳລັບຊົນເຜົ່າທີ່ມີຈຳນວນພົນໜ້ອຍ. ເອກະສານຂອງລັດຖະບານມີຈຳນວນໜ້ອຍທີ່ກ່າວເຖິງຊົນເຜົ່າໂດຍສະເພາະ ເຊິ່ງອາດຕ້ອງການການເອົາໃຈໃສ່ທີ່ສະເພາະເຈາະຈົງ. ດ້ວຍເຫດນີ້ ເຖິງວ່າລັດຖະບານຈະມີເຈດຈຳນົງຮັບໃຊ້ປະຊາຊົນບັນດາເຜົ່າ, ຊົນເຜົ່າທີ່ມີຄວາມຕ້ອງການພິເສດອາດຖືກປ່ອຍປະລະເລີຍ.

ຊີວິດການເປັນຢູ່ຂອງຊົນເຜົ່າໃນລາວ

ຊົນເຜົ່າທີ່ບໍ່ແມ່ນຊົນເຜົ່າກຸ່ມໃຫຍ່ ໂດຍທົ່ວໄປມັກອາໄສຢູ່ໃນພື້ນທີ່ຊົນນະບົດ ແລະ ຫ່າງໄກສອກຫຼີກ. ຊາວພູດອຍເຫຼົ່ານີ້ໄດ້ສືບຕໍ່ທຳການຜະລິດກະສິກຳ ໂດຍນຳໃຊ້ວິທີການເຮັດໄຮ່ແບບເລື່ອນລອຍຕາມທີ່ເຄີຍປະຕິບັດມາ. ຖ້າມີການຄຸ້ມຄອງທີ່ເໝາະສົມ, ວິທີການຜະລິດດັ່ງກ່າວ ກໍ່ອາດເປັນການສົ່ງເສີມການນຳໃຊ້ພື້ນທີ່ປ່າໄມ້ແບບຍືນຍົງ. ຕົວຢ່າງ, ການເຮັດໄຮ່ແບບໝູນວຽນ ພາຍໃຕ້ລະບົບການຄຸ້ມຄອງບໍລິຫານທີ່ເໝາະສົມ ໂດຍບໍ່ມີການບຸກລຸກພື້ນທີ່ປ່າໄມ້ ເປັນລະບົບການຜະລິດທີ່ຍືນຍົງຕໍ່ສິ່ງແວດລ້ອມ ແລະທັງປາສະຈາກການປ່ອຍທາດຄາບອນ. ລັດຖະບານລາວມີນະໂຍບາຍກ່ຽວກັບທີ່ດິນໃນການຫຼຸດຜ່ອນການເຮັດໄຮ່ແບບເລື່ອນລອຍ, ເຊິ່ງເປັນປັດໃຈຂອງການທຳລາຍປ່າໄມ້ ແລະ ຄວາມທຸກຍາກ.24 ການປຶກສາຫາລືກ່ຽວກັບທັດສະນະ ແລະ ນະໂຍບາຍຂອງລັດຖະບານຕໍ່ກັບການເຮັດໄຮ່ແບບເລື່ອນລອຍຍັງຄົງມີຢ່າງຕໍ່ເນື່ອງ ເຊິ່ງຍັງຄົງເປັນປະເດັນທີ່ຖົກຖຽງພາຍໃນປະເທດ.25 26

ນອກເໜືອຈາກປະເດັນການເຮັດໄຮ່ແບບເລື່ອນລອຍ, ລັດຖະບານ ແລະ ອົງການຈັດຕັ້ງສາກົນໄດ້ມີນະໂຍບາຍລຶບລ້າງການປູກຝິ່ນ, ເຊິ່ງເຄີຍປະຕິບັດຢ່າງແຜ່ຫຼາຍໃນເຂດຊຸມຊົນພູດອຍ (ຊົນເຜົ່າ). ຍຸດທະສາດດັ່ງກ່າວລວມມີການຍ້າຍທີ່ຕັ້ງບ້ານໃນເຂດພູດອຍມາສູ່ທົ່ງພຽງ ແລະ ສົ່ງເສີມການປູກພືດເພື່ອສ້າງລາຍໄດ້ທົດແທນການປູກຝິ່ນ. ຍຸດທະສາດດັ່ງກ່າວບໍ່ປະສົບຜົນສຳເລັດເທົ່າທີ່ຄວນ ເນື່ອງຈາກຫຼາຍຄອບຄົວທີ່ເຄີຍປູກຝິ່ນ ບໍ່ສາມາດສ້າງພື້ນຖານຊີວິດການເປັນຢູ່ທີ່ໝັ້ນຄົງ ແລະ ຍັງຄົງຜະເຊີນກັບຄວາມທຸກຍາກ.27

ເນື່ອງຈາກວ່າ ທີ່ດິນເຊິ່ງເປັນທີ່ຢູ່ອາໄສ ຫຼື ດຳລົງຊີວິດຂອງຊົນເຜົ່າສ່ວນໃຫຍ່ແມ່ນຢູ່ໃນພື້ນທີ່ຊົນນະບົດ ແລະ ຫ່າງໄກ, ເຮັດໃຫ້ເຂົາເຈົ້າຂາດການເຂົ້າເຖິງການບໍລິການຂັ້ນພື້ນຖານ ເຊັ່ນ ການສຶກສາ ແລະ ສຸຂະພາບ. ໃນພື້ນທີ່ທີ່ມີໂຮງຮຽງ ຫຼື ສຸກສາລາ, ພັດຍັງຂາດຄູສອນ, ພະນັກງາານ ແລະ ອຸປະກອນທີ່ພຽງພໍ. ສິ່ງເຫຼົ່ານີ້ເປັນປັດໃຈໃຫ້ເຂົາເຈົາມີອັດຕາການເຂົ້າໂຮງຮຽນທີ່ຕ່ຳ ແລະ ມີອັດຕາການກືກໜັງສືທີ່ສູງ, ໂດຍສະເພາະແມ່ນໃນກຸ່ມແມ່ຍິງຊົນເຜົ່າ. ນອກນີ້ຍັງສົ່ງຜົນໃຫ້ມີອັດຕາການຕາຍຂອງແມ່ ແລະ ເດັກທີ່ສູງ ໂດຍສະເພາະໃນເຂດພູດອຍທາງພາກເໜືອທີ່ຫ່າງໄກສອກຫຼີກ ເຊິ່ງມີຖະໜົນ ແລະ ໄຟຟ້າເຂົ້າເຖິງໃນອັດຕາຈຳກັດ. ນອກຈາກນັ້ນ ການສຶກສາສ່ວນໃຫຍ່ແມ່ນເປັນພາສາລາວ ແທນທີ່ຈະເປັນພາສາເວົ້າຂອງຊົນເຜົ່າ ເຊິ່ງອາດເຮັດໃຫ້ນັກຮຽນຊົນເຜົ່າປະສົບຄວາມຫຍຸ້ງຍາກ. ໃນຂະນະທີ່ລັດຖະບານເຫັນວ່າການສົ່ງເສີມການຮຽນພາສາລາວເປັນຊ່ອງທາງເພື່ອຫຼຸດຜ່ອນຄວາມບໍ່ສະເໝີພາບ, ອົງການຈັດຕັ້ງສັງຄົມສົງເຄາະຈຳນວນໜຶ່ງພັດເຫັນວ່າເປັນສິ່ງກີດກັ້ນຕໍ່ການສຶກສາຂອງຊົນເຜົ່າ.28 29

ຊົນເຜົ່າສ່ວນໃຫຍ່ແມ່ນນຳໃຊ້ກົດຮີດຄອງປະເພນີ, ແຕ່ວ່າຂໍ້ມູນຂ່າວສານທາງກົດໝາຍທາງການທີ່ເປັນພາສາຊົນເຜົ່າແມ່ນມີໜ້ອຍ (ຍ້ອນຫຼາຍຊົນເຜົ່າບໍ່ມີພາສາຂຽນ). ດ້ວຍເຫດນີ້ ຈຶ່ງເຮັດໃຫ້ເຂົາເຈົ້າມີຄວາມເຂົ້າໃຈທີ່ຈຳກັດຕໍ່ກັບສິດທິດ້ານທີ່ດິນພາຍໃຕ້ລະບຽບກົດໝາຍຂອງລັດຖະບານ ເຖິງແມ່ນວ່າເຂົາເຈົ້າຈະເຂົ້າໃຈກ່ຽວກັບກົດການນຳໃຊ້ທີ່ດິນຕາມປະເພນີ. ດັ່ງນັ້ນ ຊົນເຜົ່າຈຶ່ງຂາດເຄື່ອງມືໃນການຕໍ່ຕ້ານການບຽດຍຶດທີ່ດິນ ເຊິ່ງມີລັກສະນະເພີ່ມຂຶ້ນຕາມເພີ່ມຂຶ້ນຂອງການລົງທຶນໃນລາວ. ສິ່ງນີ້ໄດ້ປະກອບສ່ວນຕໍ່ຄວາມບໍ່ສະເໝີພາບລະຫວ່າງຊົນເຜົ່າລາວເຊິ່ງເປັນກຸ່ມໃຫຍ່ ແລະ ຊົນເຜົ່ານ້ອຍຕ່າງໆ.30

ຄວາມຂັດແຍ່ງລະຫວ່າງລັດຖະບານ ແລະ ກຸ່ມຄົນຊົນເຜົ່າຍັງຄົງເກີດຂຶ້ນ. ຕົວຢ່າງ ເຜົ່າມົ້ງເຄີຍມີປະຫວັດການຕໍ່ສູ້ກັບລັດຖະບານລາວ. ຊາວມົ້ງເຄີຍສະໜັບສະໜູນອາເມລິກາ ໃນການຕໍ່ຕ້ານຝ່າຍປະຕິວັດ ໃນຊຸມປີ 1960 ແລະ 1970 ໃນສົງຄາມລັບຂອງອາເມລິກາໃນອິນດູຈີນ. ເມື່ອຝ່າຍປະຕິວັດຊະນະການຕໍ່ສູ້, ຊາວມົ້ງກໍຄືຊົນເຜົ່າອື່ນໆທີ່ສະໜັບສະໜູນອາເມລິກາໄດ້ຖືກປາບປາມ. ບາງຈຳນວນກໍຫຼົບໜີໄປຕັ້ງກຸ່ມມົ້ງອົບພະຍົບໃນທົ່ວໂລກ. ໃນປະຈຸບັນ ຄວາມຂັດແຍ່ງລະຫວ່າງລັດຖະບານ ແລະ ກຸ່ມຄົນເຜົ່າມົ້ງກໍຍັງຄົງມີຢູ່, ໂດຍສະເພາະແມ່ນຢູ່ໃນປ່າແຂວງໄຊສົມບູນ, ເຊິ່ງເປັນບ່ອນລີ້ຊ່ອນຂອງກຸ່ມທະຫານ ແລະ ກຸ່ມຊາວມົ້ງຈຳນວນໜຶ່ງ. ອົງການຈັດຕັ້ງສາກົນເພື່ອສິດທິມະນຸດຊີ້ໃຫ້ເຫັນວ່າ ຄວາມຂັດແຍ່ງດັ່ງກ່າວແມ່ນເປັນເຄື່ອງໝາຍຊີ້ບອກວ່າ ປະຈຸບັນລັດຖະບານຍັງຄົງຈັບຕາກຸ່ມຊາວມົ້ງ.31 32

ເອື້ອຍນ້ອງຍິງເຜົ່າມົ້ງ. ແຫຼ່ງຂໍ້ມູນ: https://www.golaos.tours/ethnic-groups-laos/

ການລິເລີ່ມກ່ຽວກັບການຊ່ວຍເຫຼືອຊົນເຜົ່າ

ລັດຖະບານໄດ້ເຮັດວຽກຮ່ວມກັບຜູ້ໃຫ້ທຶນສາກົນໃນການຊ່ວຍເຫຼືອໂຄງການພັດທະນາຕ່າງໆທີ່ມີຜົນກະທົບຕໍ່ຊົນເຜົ່າ. ໂຄງການຊ່ວຍເຫຼືອສາກົນ ເຊັ່ນ ທະນາຄານໂລກ ແລະ ທະນາຄານພັດທະນາອາຊີ, ໄດ້ລວມເອົາການວິເຄາະກ່ຽວກັບຜົນດີ ແລະ ຜົນເສຍໃນການດຳເນີນກິດຈະກຳຂອງໂຄງການຕໍ່ກັບຊົນເຜົ່າ ເຖິງວ່າຊົນເຜົ່າບໍ່ແມ່ນກຸ່ມສະເພາະເຈາະຈົງທີ່ໄດ້ຮັບຜົນປະໂຫຍດຈາກໂຄງການ.

ຕົວຢ່າງ ໂຄງການຄວາມໝັ້ນຄົງທາງດ້ານສຸຂະພາບໃນພາກພື້ນແມ່ນ້ຳຂອງ, ພາຍໃຕ້ທຶນຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ. ໂຄງການດັ່ງກ່າວໄດ້ໃຫ້ທຶນ US$12.6 ໂດລາໃນການສົ່ງເສີມຄວາມສາມາດກ່ຽວກັບການບໍລິການດ້ານສາທາລະນະສຸກ. ໂຄງການນີ້ແມ່ນສຸມໃສ່ບັນຫາພື້ນຖານກ່ຽວກັບສຸຂະພາບຂອງຊົນເຜົ່າໃນຊົນນະບົດ, ເຊັ່ນ ການນຳໃຊ້ຢາຕ້ານເຊື້ອ, ແລະ ສຸມໃສ່ແຂວງທີ່ມີຊົນເຜົ່າອາໄສຢູ່ຫຼາຍ.33

ໂຄງການຂະແໜງການຂົວທາງ 2 ຂອງທະນາຄານໂລກ ໃຫ້ທຶນ US$47.40 ລ້ານໂດລາສຳລັບການກໍ່ສ້າງພື້ນຖານໂຄງລ່າງໃນລາວ, ເປີດໂອກາດໃຫ້ຊົນເຜົ່າມີສ່ວນຮ່ວມໃນການປຶກສາຫາລືກ່ຽວກັບໂຄງການ. ໂຄງການໄດ້ສະໜອງການຊົດເຊີຍ ແລະ ການຍ້າຍທີ່ຕັ້ງພູມລຳເນົາສຳລັບທີ່ດິນທີ່ໄດ້ຮັບຜົນກະທົບຈາກໂຄງການ. ແຂວງເປົ້າໝາຍຂອງໂຄງການແມ່ນຄັດເລືອກຈາກແຂວວງທີ່ຢູ່ຫ່າງໄກສອກຫຼີກ ທີ່ມີຊຸມຊົນຊົນເຜົ່າອາໄສຢູ່ຫຼາຍ.34

ລາວຍັງໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານໂລກສຳລັບໂຄງການພັດທະນາລະດັບຊຸມຊົນ. ໂຄງການສົ່ງເສີມຊຸມຊົນຊົນເຜົ່າເພື່ອການປັບປຸງການດຳລົງຊີວິດ ແລະ ຄວາມຢູ່ດີກິນດີໄດ້ຮັບທຶນຊ່ວຍເຫຼືອ $2.86 ລ້ານໂດລາ. ໂຄງການດັ່ງກ່າວແມ່ນຈັດຕັ້ງໂດຍລັດຖະບານລາວ ແລະ ມີການເຂົ້າເຖິງ 85 ບ້ານ ແລະ ທຸກໆຊົນເຜົ່ານ້ອຍ, ເຊິ່ງຊຸມຊົນເປົ້າໝາຍເຈັດສິບເປີເຊັນມີຊີວິດການເປັນຢູ່ທີ່ດີຂຶ້ນ.35

ນອກນີ້ ຍັງມີການດຳເນີນຫຼາຍວຽກງານເພື່ອສົ່ງເສີມຮີດຄອງປະເພນີ ແລະ ວັດທະນະທຳຂອງຊົນເຜົ່າໃນລາວ. ຕົວຢ່າງ ການລິເລີ່ມຂອງແມ່ຍິງລາວໄດ້ມີການສ້າງສາລະຄະດີກ່ຽວກັບຊີວິດຂອງແມ່ຍິງເຜົ່າມົ້ງ 9 ຄົນ ໃນແຂວງຊຽງຂວາງ ໃນປີ 2017 ແລະ 2816 ໃນຮູບຂອງຊຸດລະຄອນວິດີໂອ ກ່ຽວກັບວິຖີຊີວິດຂອງເອື້ອຍນ້ອງແມ່ຍິງມົ້ງ.36 ຮ້ານຂາຍເຄື່ອງເຮີເວີກສ໌ (Her Works) ທີ່ວຽງຈັນ ມີຈຸດປະສົງສົ່ງເສີມ ແລະ ອະນຸລັກງານສິລະປະຫັດຖະກຳທີ່ເປັນເອກະລັກຂອງຊົນເຜົ່າໃນລາວ. ມີເວັບໄຊ ແລະ ໜ້າເຟັສ໌ບຸກ ທີ່ເວົ້າເຖິງວັດທະນະທຳ ແລະ ປະເພນີດ້ານຫັດຖະກຳຂອງຊົນເຜົ່າຕ່າງໆ ທີ່ມີສ່ວນພົວພັນໃນທຸລະກິດ.37 ສູນສິລະປະ ແລະ ຊົນເຜົ່າວິທະຍາ (TAEC) ເຊິ່ງຕັ້ງຢູ່ແຂວງຫຼວງພະບາງ ແມ່ນທຸລະກິດເພື່ອສັງຄົມ ເຊິ່ງລວມມີພິພິດຕະພັນ ແລະ ສູນວາງສະແດງສິນຄ້າຫັດຖະກຳການຄ້າທີ່ເປັນທຳ ເພື່ອສົ່ງເສີມຄວາມຫຼາກຫຼາຍຂອງມໍລະດົກທາງວັດທະນະທຳພື້ນເມືອງລາວ. ສູນວາງສະແດງໄດ້ມີການຮວບຮວມເຄື່ອງດົນຕີພື້ນເມືອງ, ການແກະສະຫຼັກຂອງເຜົ່າກະຕູ, ແລະ ການສານກະຕ່າຂອງເຜົ່າກຶມມຸ.38

ໂດຍລວມແລ້ວ ຍ້ອນວ່າລາວເນັ້ນໃສ່ການສ້າງສາປະເທດຊາດທີ່ປະກອບດ້ວຍຫຼາຍຊົນເຜົ່າ (ເຊິ່ງໃນຊຸມຊົນໜຶ່ງອາດມີຫຼາຍຊົນເຜົ່າຢູ່ຮ່ວມກັນ), ການລິເລີ່ມເພື່ອຕອບສະໜອງຄວາມຕ້ອງການທີ່ສະເພາະເຈາະຈົງຂອງຊົນເຜົ່າຈຶ່ງມີຈຳກັດ. ອົງການຈັດຕັ້ງສັງຄົມສົງເຄາະເພື່ອຊົນເຜົ່າຈຶ່ງມີຈຳກັດ ແລະ ບໍ່ມີອົງການຈັດຕັ້ງໃດທີ່ເຮັດວຽກເພື່ອຕອບສະໜອງຄວາມຕ້ອງການຂອງຊົນເຜົ່າໃດໜຶ່ງໂດຍສະເພາະ.

ແກ້ໄຂຫຼ້າສຸດ: 22 ມີນາ 2019.

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

dsxan
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!