ວຽກງານທີ່ດິນ

ການນຳໃຊ້ທີ່ດິນໃນປະເທດລາວປັດຈຸບັນແມ່ນມີທ່າກ້າວປ່ຽນແປງທີ່ສຳຄັນຫຼາຍຢ່າງ. ໃນຈຳນວນ 50 ຊົນເຜົ່າສ່ວນໃຫຍ່ດຳລົງຊີວິດຕາມແບບແຜນປະເພນີ, ເກັບກ່ຽວເຄື່ອງປ່າຂອງດົງ, ຮັກສາດູແລທີ່ດິນໂດຍຜ່ານການເຮັດໄຮ່ນາກະສິກຳ ແຕ່ນະໂຍບາຍບາງຂໍ້ຂອງລັດຖະບານ ໄດ້ຫຼຸດການນຳໃຊ້ທີ່ດິນກະສິກຳໂດຍພຶດຕິໃນ.1 ພ້ອມນັ້ນ, ສົງຄາມອິນໂດຈີນ ກໍເປັນເງື່ອນໄຂໃຫ້ປະຊາຊົນໂຕນໜີຈາກບ້ານເກີດເມືອງນອນ ແລະ ຊອກຫາຖິ່ນຖານທີ່ຢູ່ອາໃສໃໝ່.2  ການຍ້າຍຖິ່ນຖານໄດ້ເຮັດໃຫ້ປະຊາຊົນຈຳນວນຫຼາຍສິບພັນຄົນ ທີ່ອາໃສຢູ່ໃນເຂດພູດອຍນັ້ນ ໄປອາໃສຢູ່ສະຖານທີ່ໃໝ່ທີ່ໃກ້ກັບຖະໜົນຫົນທາງ ແລະ ການບໍລິການສາທາລະນະ.3

ທິວທັດແສງແດດ ແລະ ທ້ອງຟ້າທີ່ມີລົມພັດຜ່ານພູຜາ ແລະ ທົ່ງນາທີ່ເມືອງວັງວຽງ, ປະເທດລາວ. ຮູບພາຍໂດຍ Basile Morin, Wikimedia commons, ຖ່າຍວັນທີ  19 ມິຖຸນາ 2020, ພາຍໃຕ້ລິຂະສິດ  CC-BY-SA 4.0.

ຄວາມຫຼາກຫຼາຍທາງດ້ານຊີວະນາພັນຂອງ ສປປ ລາວ ໄດ້ຫຼຸດລົງ ດ້ວຍສາເຫດມາຈາກການເຕີບໂຕຂອງປະຊາກອນ, ການປ່ຽນແປງການນໍາໃຊ້ທີ່ດິນ, ການຂຸດຄົ້ນຊັບພະຍາກອນ ແລະ ການຫັນປ່ຽນໄປສູ່ເສດຖະກິດຕະຫຼາດ.4  ອີງໃສ່ຍຸດທະສາດແຫ່ງຊາດກ່ຽວກັບ “ການຫັນທີ່ດິນເປັນທຶນ”5 ລັດຖະບານລາວ ສຸມໃສ່ການເຕີບໂຕທາງດ້ານເສດຖະກິດເປັນວຽກງານບູລິມະສິດ ໂດຍຜ່ານການສົ່ງເສີມການລົງທຶນຂອງເອກະຊົນ ແລະ ເງິນຊ່ວຍເຫຼືອຈາກການ ສຳປະທານ  “ທີ່ດິນຂອງລັດ” ທີ່ບໍ່ໄດ້ຮັບການຈັດສັນນັ້ນໃຫ້ແກ່ນັກລົງທຶນ.6 7 ເຖິງແນວນັ້ນ ສິ່ງດັ່ງກ່າວ ກໍບໍ່ໄດ້ໝາຍຄວາມວ່າທີ່ດິນບໍ່ໄດ້ມີການຄຸ້ມຄອງ ຫຼື ບໍ່ມີການຄອບຄອງ. ການສຳປະທານ ສ່ວນໃຫຍ່ແມ່ນໄດ້ຮັບການອະນຸຍາດໃນລັກສະນະການຂຸດຄົ້ນແຮ່ທາດ, ເຂື່ອນ ແລະ ທຸລະກິດກະສິກຳຂະໜາດໃຫຍ່ ແລະ ສ່ວນໃຫຍ່ແມ່ນເປັນການຖອນສິດຄອບຄອງຈາກຊາວກະສິກອນຂະໜາດນ້ອຍ.8 ຂະບວນການດັ່ງກ່າວສືບຕໍ່ມາເຖິງການປັບປຸງກົດໝາຍວ່າດ້ວຍທີ່ດິນປີ 2019 ຊຶ່ງອະນຸຍາດໃຫ້ຕ່າງປະເທດສາມາດຖືສັນຍາເຊົ່າ ແລະ ສຳປະທານຕາມກຳນົດເວລາໃດໜຶ່ງ.9 ສິ່ງດັ່ງກ່າວເປັນຈຸດສົນໃຈໃໝ່ກ່ຽວກັບການຮັບຮູ້ສິດການນຳໃຊ້ທີ່ດິນສ່ວນບຸກຄົນ ຊຶ່ງໄດ້ສ້າງຜົນກະທົບຕໍ່ຊຸມຊົນທ້ອງຖິ່ນ ແລະ ຊົນເຜົ່າ.10 ທີ່ອາດນຳໄປສູ່ວິກິດ, ຂໍ້ຂັດແຍ່ງ ແລະ ຄວາມບໍ່ໝັ້ນຄົງ11 

ຂອບເຂດນິຕິກຳ

ອີງຕາມລັດຖະທຳມະນູນຂອງລາວ, ທີ່ດິນ ແລະ ຊັບພະຍາກອນທຳມະຊາດ ແມ່ນຖືກພິຈາລະນາເປັນ “ມໍລະດົກຂອງຊາດ”. 12  ລັດແມ່ນມີຄວາມຮັບຜິດຊອບຄຸ້ມຄອງສິ່ງດັ່ງກ່າວຕາມກົດໝາຍ.13  ທັງເປັນຄວາມຮັບຜິດຊອບຂອງລັດໃນການປົກປ້ອງສິດ, ຊັບສິນຂອງອົງການຈັດຕັ້ງ ແລະ ຂອງບຸກຄົນ.14

ລັດຖະບານລາວຄຸ້ມຄອງສິດ ກ່ຽວກັບທີ່ດິນ ແລະ ຊັບສິນພາຍໃຕ້ກົດໝາຍວ່າດ້ວຍທີ່ດິນ. ຊຶ່ງນິຕິກຳທີ່ໄດ້ເລິ່ມປະກາດນຳໃຊ້ສະບັບທຳອິດແມ່ນໃນປີ 2003, ຕໍ່ມາກໍມີ ດຳລັດວ່າດ້ວຍທີ່ດິນ ສະບັບປັບປຸງໃໝ່່ໃນປີ 2019. ຊຶ່ງເນັ້ນໃສ່ການບໍລິຫານ ແລະ ຈັດສັນທີ່ດິນໂດຍລັດ ແບບລັກສະນະ “ສູນລວມ ແລະ ເປັນເອກະພາບ”.15 ກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງປີ 2019 ຊຶ່ງໄດ້ອະທິບາຍ ແລະ ໃຫ້ຄວາມລະອຽດຂື້ນກ່ວາເກົ່າ. ໄດ້ຈັດປະເພດ ແລະ ກຳນົດຈຸດປະສົງການນຳໃຊ້ທີ່ດິນທີ່ແຕກຕ່າງອອກໄປເຊັ່ນ “ເຂດສະຫງວນ” (ທີ່ບໍລິຫານໂດຍອຳນາດການປົກຄອງລັດ), ເຂດ “ພັດທະນາ” (ເຂດກະສິກຳ ແລະ ເຂດອຸດສາຫະກຳ) ເປັນຕົ້ນ.16 ນອກນັ້ນ, ຍັງມີຂໍ້ຫ້າມກ່ຽວກັບບາງກິດຈະກຳ (ມາດຕາ 159) ໂດຍຜູ້ນຳໃຊ້ທີ່ດິນ, ແຕ່ກໍຍັງບໍ່ທັນມີການກຳນົດການລົງໂທດອັນສະເພາະຕໍ່ຜູ້ລະເມີດ.17 

ນິຕິກຳອື່ນໆທີ່ກ່ຽວພັນກັບເລື່ອງທີ່ດິນມີດັ່ງນີ້:

ອຳນາດການປົກຄອງທີ່ກ່ຽວຂ້ອງ   

ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກສຊ) ແມ່ນເປັນໜ່ວຍງານລັດທີ່ມີຄວາມຮັບຜິດຊອບຫຼັກຕໍ່ວຽກງານການບໍລິຫານຈັດການເລື່ອງທີ່ດິນ ແລະ ຂະແໜງອື່ນຮັບຜິດຊອບຕາມໜ້າວຽກທີ່ກ່ຽວຂ້ອງຂອງຕົນ.18  ​ຕົວຢ່າງ: ກະຊວງແຜນການ ແລະ ການລົງທຶນ (ກຜທ) ແມ່ນຮັບຜິດຊອບກ່ຽວກັບເລື່ອງຄຳຮ້ອງຂໍສຳປະທານທີ່ດິນ.19 ພາກສ່ວນປ້ອງກັນຄວາມສະຫງົບ(ທະຫານ) ແມ່ນມີບົດບາດໃນຂະແໜງການພັດທະນາວຽກງານປ່າໄມ້ ແລະ ຊັບພະຍາກອນ.20 ສະພາແຫ່ງຊາດເຮັດພາລະບົດບາດສຳຄັນໃນການຕິດຕາມກວດການະໂຍບາຍທີ່ດິນ ແລະ ເປັນຜູ້ເກັບກ່ຽວສັງລວມເອົາຄຳເຫັນຂອງປະຊາຊົນ.21

3 ໄລຍະຂອງວຽກງານການຄຸ້ມຄອງທີ່ດິນຢູ່ ສປປ ລາວ 

ສ້າງຂື້ນໂດຍ: Open Development Laos, ແຫຼ່ງຂໍ້ມູນຈາກ: ຂ່າວເສດຖະກິດ-ການຄ້າ, ລົງວັນທີ 11 ມິຖຸນາ 2019. ພາຍໃຕ້ລິຂະສິດ CC-BY-SA 4.0.

ຂໍ້ຂັດແຍ່ງກ່ຽວກັບທີ່ດິນ ແລະ ວິທີທາງແກ້ໄຂ   

ຂໍ້ຂັດແຍ່ງກ່ຽວກັບທີ່ດິນ ແລະ ວິທີທາງແກ້ໄຂຢູ່ໃນລາວແມ່ນອີງໃສ່ບັນດານິຕິກຳດັ່ງລຸ່ມນີ້:

  • ກົດໝາຍວ່າດ້ວຍທີ່ດິນ  (ປີ 2019);
  • ກົດໝາຍກ່ຽວກັບຄຳຮ້ອງທຸກ (ປີ 2016);  ແລະ 
  • ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ (ປີ 2016).22

ກົດໝາຍວ່າດ້ວຍທີ່ດິນປີ 2019  ໄດ້ຂະຫຍາຍກົນໄກການແກ້ໄຂຂໍ້ຂັດແຍ່ງດ້ານທີ່ດິນຢູ່ໃນພາກທີ XII. ຊຶ່ງລະບຸວ່າບັນຫາຂໍ້ຂັດແຍ່ງສາມາດເກີດຂື້ນຈາກການນຳໃຊ້ທີ່ດິນໂດຍບໍ່ໄດ້ຮັບອານຸຍາດ, ການນຳໃຊ້ທີ່ດິນບໍ່ຖືກຕາມຈຸດປະສົງ, ການບໍ່ມີການນຳໃຊ້ທີ່ດິນ, ບໍ່ມີການຊຳລະພາສີ ຫຼື ຄ່າທຳນຽມ, ຂໍ້ຂັດແຍ່ງອື່ນໆກ່ຽວກັບເຂດແດນເຫຼົ່ານັ້ນເປັນຕົ້ນ.23 ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນເມືອງເຮັດໜ້າທີ່ເປັນເຈົ້າການຮັບຜິດຊອບໃນການແກ້ໄຂບັນຫາ. 24 ຂັ້ນຕໍ່ມາແມ່ນລະດັບພະແນກຂັ້ນແຂວງ25  ຕໍ່ມາແມ່ນສານປະຊາຊົນ.26 ຂໍ້ຂັດແຍ່ງສາມາດແກ້ໄຂໄດ້ດ້ວຍການປານີປານອມ ຫຼື ການໄກ່ເກ່ຍ, ການຮ້ອງຟ້ອງຕໍ່ສານ ຫຼື ການຕັ້ງຖິ່ນຖານລະຫວ່າງປະເທດ.27 

Made with Flourish

ຂໍ້ຂັດແຍ່ງທີ່ເກີດຂື້ນບາງສ່ວນເນື່ອງຈາກຂອບກົດໝາຍບໍ່ຕອບສະໜອງຕໍ່ຄວາມຫຍຸ້ງຍາກສັບສົນກ່ຽວກັບສິດໃນການຄອບຄອງທີ່ດິນຢູ່ໃນລາວ. ຕົວຢ່າງ, ບັນດາກົດໝາຍທີ່ມີຢູ່ນັ້ນ ບໍ່ທັນຮັບຮູ້ລະບົບການປູກຝັງແບບເລື່ອນລອຍຢ່າງຖືກວິທີ ເຮັດໃຫ້ທີ່ດິນໃນເຂດພູດອຍຢູ່ຊົນນະບົດທີ່ຍັງນໍາໃຊ້ວິທີປະຕິບັດເຫຼົ່ານີ້ ບໍ່ສາມາດນຳໄປຈົດທະບຽນໄດ້; ບໍ່ມີການຮັບຮູ້ການຖືຄອງທີ່ດິນຂອງຊຸມຊົນ. ນອກຈາກນັ້ນ, ຄວາມບໍ່ມີສະຖຽນລະພາບທາງສັງຄົມ, ການເຕີບໂຕຂອງປະຊາກອນ ແລະ ການຂາດຄວາມຮູ້ກ່ຽວກັບລະບົບກົດໝາຍຈະນຳໄປສູ່ບັນຫາຂັດແຍ່ງ. ນອກນັ້ນ, ກໍຍັງມີຄວາມທ້າທາຍກ່ຽວກັບບັນຫາສິ່ງກີດຂວາງ ແລະ ຄວາມບໍ່ເທົ່າທຽມທາງເພດ ຊຶ່ງໄດ້ນຳມາປຶກສາຫາລືລະອຽດຕື່ມດັ່ງຕໍ່ໄປນີີ້. 

ຜູ້ໃຫ້ທຶນສາກົນ ແລະ ຄູ່ຮ່ວມງານ ຕ່າງກໍໃຫ້ການສະໜັບສະໜູນລັດຖະບານລາວ ໃນການພັດທະນາຂອບເຂດກົດໝາຍກ່ຽວກັບທີ່ດິນເຊັ່ນ: ກອງທຶນທີ່ໄດ້ຮັບຈາກທະນາຄານໂລກເປັນຈຳນວນ 31 ລ້ານໂດລາສະຫະລັດ ແລະ 6.3 ລ້ານໂດລາຈາກອົງການສະວິດເພື່ອການພັດທະນາ ແລະ ການຮ່ວມມືໃນການຄຸ້ມຄອງທີ່ດິນ, 7 ລ້ານເອີໂຣ ຈາກທະນາຄານເພື່ອການພັດທະນາທີ່ດິນຂອງປະເທດເຢຍລະມັນ.28

ເຖິງແນວໃດກໍຕາມ, ຂໍ້ຂັດແຍ່ງກໍຍັງສືບຕໍ່ຄົງຢູ່ ໂດຍສະເພາະກ່ຽວກັບການຮັບຮູ້ສິດນຳໃຊ້ທີ່ດິນຕາມປະເພນີ – ລວມທັງຜູ້ທີ່ໄດ້ຂື້ນທະບຽນຢ່າງເປັນທາງການແລ້ວກໍຕາມ29– ການຂະຫຍາຍການປູກຝັງຢູ່ໃນປ່າໄດ້ເພິ່ມຂື່ນ. ເນື່ອງຈາກຂະບວນການໄກ່ເກ່ຍຂັ້ນບ້ານກໍຍັງບໍ່ສາມາດດຳເນີນການບັງຄັບໃຊ້ກົດໝາຍໄດ້ດີເທົ່າທີ່ຄວນ. ສະນັ້ນ, ບັນດາຄູ່ຮ່ວມພັດທະນາສາກົນ ຈຶ່ງນຳເອົາຫຼາຍໂຄງການທົດລອງນຳໃຊ້ເຄື່ອງມືເກັບຂໍ້ມູນເຂົ້າມາເລິ່ມປະຕິບັດຢູ່ຂັ້ນບ້ານ ເຊັ່ນ: Social Tenure Domain Model(STDM), ການຄຸ້ມຄອງທີ່ດິນກະສິກຳແບບລວມໝູ່/ Collective Agriculture Land Management (CALM), ການວາງແຜນນຳໃຊ້ທີ່ດິນປ່າໄມ້ ແລະ ກະສິກຳແບບມີສ່ວນຮ່ວມ, ການຈັດສັນ ແລະ ການຄຸ້ມຄອງ/Participatory Forest and Agriculture Land Use Planning, Allocation and Management (PFALUPAM), ແລະ ຂອບການບໍລິຫານຈັດການປ່າໄມ້ / Forest Management Framework. 

ຈາກໂຄງການສຳປະທານ ເຮັດໃຫ້ຊາວບ້ານໄດ້ຮັບຜົນກະທົບຫຼາຍດ້ານ ເປັນຕົ້ນການສູນເສຍທີ່ດິນປູກຝັງ, ບັນຫາການຂັດແຍ່ງເລື່ອງທີ່ດິນກໍເພິ່ມຂື້ນ ແລະ ໄປເຖິງການສູນເສຍການເຂົ້າເຖິງເຄື່ອງປ່າຂອງດົງ (NTFPs), ກະທົບຕໍ່ປ່າໄມ້ ແລະ ສັດປ່າ.30 ບັນຫາໄດ້ກ່ຽວໂຍງໃສ່ການເຮັດກະສິກຳ ແລະ ການປູກໄມ້.31 ການຊົດເຊີຍ ແລະ ການຕັ້ງຖິ່ນຖານໃຫ້ໃໝ່ທີ່ເກີດຈາກການສ້າງເສັ້ນທາງລົດໄຟ3233 ແລະ ການສ້າງເຂດພັດທະນາໃໝ່.34 ທັງນີ້ທັງນັ້ນ, ແຕ່ກໍຍັງບໍ່ມີຂໍ້ມູນຂອງຈຳນວນຕົວເລກທັງໝົດຂອງກໍລະນີຂໍ້ຂັດແຍ່ງ.  

ບັນດາພາກສ່ວນສັງຄົມພົນລະເຮືອນໄດ້ຫ້າວຫັນປະກອບສ່ວນຊ່ວຍແກ້ໄຂບັນຫາກ່ຽວກັບທີ່ດິນ. ກຸ່ມແລກປ່ຽນຂໍ້ມູນຂ່າວສານກ່ຽວກັບທີ່ດິນ ຫຼື The Land Information Working Group (LIWG) ແມ່ນໜຶ່ງໃນຫົວໜ່ວຍສັງຄົມພົນລະເຮືອນທີ່ເຮັດວຽກຮ່ວມກັນກັບລັດຖະບານໂດຍສະເພາະ ກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຄູ່ຮ່ວມງານອື່ນໆ. LIWG ມີສະມາຊິກກວ່າ 45 ອົງການຈັດຕັ້ງ ແລະ ຜູ້ສະໜັບສະໜູນ 80 ຈາກພາກສ່ວນນິຕິບຸກຄົນ. 35

ບົດບາດຍິງ-ຊາຍ ແລະ ຄວາມໝັ້ນຄົງທາງດ້ານທີ່ດິນ   

ແມ່ຍິງ ໂດຍສະເພາະຈາກຈາກຄອບຄົວຊົນເຜົ່າ ໄດ້ປະເຊີນກັບສິ່ງທ້າທາຍຫຼາຍຢ່າງກ່ຽວກັບທີ່ດິນ ແລະ ບັນຫາກ່ຽວກັບອຳນາດໃນການຕັດສິນໃຈ. ປະເພນີແບບລະບົບບິດາສິດທິລາດ ທີ່ຖືເອົາເພດຊາຍສືບຕະກຸນນັ້ນ ບໍ່ມີການອານຸຍາດໃຫ້ເພດຍິງຖືສິດໃນການຄອບຄອງຊັບສິນ ຊຶ່ງໝາຍເຖິງສິດໃນການເຂົ້າເຖິງ ແລະ ຄອບຄອງທີ່ິດິນຂອງແມ່ຍິງກໍຖືກປະຕິເສດ. ບັນຫາດັ່ງກ່າວ ກໍຍິ່ງເພິ່ມຄວາມໜ້າເປັນຫ່ວງຂື້ນຕື່ມ ໂດຍສະເພາະຕໍ່ກັບນະໂຍບາຍສົ່ງເສີມການຖ່າຍໂອນທີ່ດິນໃຫ້ແກ່ນັກລົງທຶນ. ອັນນີ້ໄດ້ເຮັດໃຫ້ພື້ນທີ່ປ່າໄມ້, ທີ່ດິນກະສິກໍາ, ການຄໍ້າປະກັນສະບຽງອາຫານຫຼຸດລົງ, ບວກກັບການປ່ຽນແປງພື້ນຖານຄວາມຕ້ອງການຂອງຕະຫຼາດກະສິກໍາ ແລະ ຜົນຜະລິດທີ່ສູງຂຶ້ນ, ຊຶ່ງກໍເຮັດໃຫ້ຄວາມສໍາພັນຂອງແມ່ຍິງກັບທີ່ດິນເປັນເລື່ອງຫ່າງເຫີນໄປຕື່ມອີກ. ສະນັ້ນ, ຈຶ່ງເປັນສິ່ງກັງວົນກ່ຽວກັບຜົນກະທົບທາງລົບຕໍ່ກັບການເຂົ້າເຖິງສິດທິດ້ານທີ່ດິນຂອງແມ່ຍິງ, ໂດຍສະເພາະຢູ່ໃນໝູ່ບ້ານທີ່ໃຊ້ລະບົບມານດາສິດທິລາດມາແຕ່ດັ້ງເດີມ.36

ພາຍຊາວນາເພດຍິງກຳລັງກ່ຽວເຂົ້າຢູ່ທົ່ງນາ, ພາໃຕ້ຂອງລາວ. ພາບຖ່າຍໂດຍ Marcel Hagenauer, from Pixabay, ພະຈິກ 2019. 

ດັ່ງນັ້ນ, ສຽງຂອງເພດຍິງ ແລະ ຄວາມຕ້ອງການການນໍາໃຊ້ທີ່ດິນຂອງເຂົາເຈົ້າບໍ່ໄດ້ຮັບການເອົາໃຈໃສ່ເທົ່າທີ່ຄວນ. ເພດຍິງຕົກຢູ່ໃນຄວາມສ່ຽງຂອງການຖືກຈຳແນກຍ້ອນທັດສະນະຄະຕິຕໍ່ບັນຫາຄວາມບໍ່ເທົ່າທຽມທາງເພດ ຊຶ່ງໄດ້ຕິດພັນກັນວັດທະນະທຳ ແລະ ຄວາມເຊື່ອມາຍາວນານ. ບັນຫາດັ່ງກ່າວແມ່ນຍິ່ງຮຸນແຮງຂຶ້ນ ໂດຍສະເພາະເພດຍິງຈາກຄົວເຮືອນທີ່ທຸກຍາກ ແລະ ກຸ່ມຊົນເຜົ່າສ່ວນນ້ອຍ37

ກົົດໝາຍທີ່ດິນສະບັບປັບປຸງໃໝ່ເຫັນວ່າຍັງບໍ່ມີການລະບຸອະອຽດກ່ຽວກັບສິດນຳໃຊ້ທີ່ດິນຂອງແມ່ຍິງ. ກົດໝາຍຍັງບໍ່ຮັບຮູ້ຄວາມເປັນເຈົ້າຂອງຮ່ວມກັນລະຫວ່າງຜົວ ແລະ ເມຍ, ໝາຍຄວາມວ່າຜູ້ຍິງບໍ່ມີສິດຮຽກຮ້ອງສິດກ່ຽວກັບທີ່ດິນ ໃນກໍລະນີເກີດມີການຢ່າຮ້າງ ຫຼື ພາຍຫຼັງການເສຍຊີວິດຂອງຜົວ.38  ສະນັ້ນ, ຈຶ່ງຄວນມີການຈັດສັນລະບົບການຖືຄອງສິດ ຢູ່ໃນຂັ້ນບ້ານ, ການຈັດສັນທີ່ດິນລວມໝູ່ຢ່າງເໝາະສົມ, ການອອກໃບຕາດິນສ່ວນບຸກຄົນຢ່າງເປັນລະບົບ ແລະ ເອົາໃຈໃສ່ນະໂຍບາຍຕ່າງໆທີ່ພົວພັນກັບການອະນຸຍາດໃຫ້ລົງທຶນມາມີສ່ວນຮ່ວມກັບເລື່ອງທີ່ດິນ ເພື່ອບໍ່ໃຫ້ເສຍຜົນປະໂຫຍດ.39

 

 

 

 

 

 

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Xj9ek
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!