ໂຄວິດ-19 ແລະ ບັນຫາບົດບາດຍິງຊາຍ

ສປປ ລາວ ເປັນປະເທດທີ່ບໍ່ໄດ້ຮັບຜົນກະທົບໂດຍກົງຈາກ ພະຍາດລະບາດໂຄໂລນາ ຊຶ່ງເຫັນໄດ້ຄືຍັງບໍ່ພົບກໍລະນີເສຍຊີວິດ. ນາຍົກລັດຖະມົນຕີຂອງ ສປປ ລາວ ໄດ້ເລີ່ມອອກມາດຕະການປິດປະເທດນັບແຕ່ ວັນທີ 18 ມີນາ 2020, ປິດສະຖາບັນການສຶກສາ ແລະ ງົດທຸກໆກິດຈະກຳທີ່ບໍ່ຈຳເປັນ. ໄລຍະການປິດປະເທດໄດ້ດຳເນີນໄປເກືອບເດືອນ ນັບແຕ່ ວັນທີ 29 ມີນາ – 20 ເມສາ 2020. ທຸກການເຄື່ອນໄຫວ ແລະ ໂຮມຊຸມນຸມຕ່າງໆ ໄດ້ຖືກງົດຫ້າມສຳລັບງານສະເຫຼີມສະຫຼອງປີໃໝ່. ມາດຕະການດັ່ງກ່າວ ໄດ້ດຳເນີນໄປຢ່າງສຳເລັດດີ ນັບແຕ່ວັນທີ 13 ເມສາ – 20 ກໍລະກົດ 2020. ແຕ່ບາງຂໍ້ຫ້າມກໍຍັງສືບຕໍ່ປະຕິບັດເຊັ່ນ ການເວັ້ນໄລຍະຫ່າງ ແລະ ການຈຳກັດການເດີນທາງລະຫວ່າງຕ່າງປະເທດ1

ພາບຖ່າຍຈາກ Markus Winkler on Unsplash. ພາຍໃຕ້ລິຂະສິດ this.

ບັນດາມາດຕະການປ້ອງກັນໂຄວິດ-19 ເຫຼົ່ານີ້ ໄດ້ສົ່ງຜົນກະທົບສົມຄວນຕໍ່ປະຊາຊົນລາວ. ໂດຍສະເພາະ, ປະເທດທີ່ໄດ້ຮັບຜົນກະທົບຈາກເສດຖະກິດຕົກຕ່ຳທີ່ເກີດຈາກພະຍາດລະບາດດັ່ງກ່າວ2. ສິ່ງດັ່ງກ່າວ ໄດ້ກະທົບປະຊາຊົນ ຜູ້ທີ່ປະກອບຊີບໃນຂະແໜງການທ່ອງທ່ຽວ, ການໂຮງແຮມ, ການບໍລິການ, ການຄ້າ ແລະ ການລົງທຶນ, ລາຄາສິນຄ້າ, ອັດຕາແລກປ່ຽນ ແລະ ບັນຫາຄ່າເງິນຕຳ່3

ເຖິງຢ່າງໃດກໍຕາມ, ຜົນກະທົບດັ່ງກ່າວ ໄດ້ກະທົບຕໍ່ ເພດຍິງ ແລະ ຊາຍ ບໍ່ເທົ່າທຽມກັນ. ເນື່ອງຈາກປັດຈຸບັນ, ເພດຍິງ ໄດ້ກວມ 2/3 ໃນອາຊີບເພດຢູ່ລາວ; ແລະ ຍັງອີກຈຳນວນໜຶ່ງທີ່ຢູ່ແນວໜ້າ ຊຶ່ງເຮັດໃຫ້ພວກເຂົາເຫຼົ່ານັ້ນມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-194. ຕົວເລກທີ່ສະແດງໃນປັດຈຸບັນໃນຂະແໜງອຸດສາຫະກຳທ່ອງທ່ຽວ ນັບແຕ່ປີ 2012 ໄດ້ເນັ້ນໃຫ້ເຫັນວ່າ ຂະແໜງການນີ້ແມ່ນມີຈຳນວນພະນັກງານເພດຍິງເປັນສ່ວນໃຫຍ່5. ອົງການແຮງງານສາກົນ ຫຼື ILO ໄດ້ຄາດຄະເນວ່າ 93.6% ຂອງຈຳນວນແຮງງານຄົນລາວໄດ້ເຮັດວຽກຢູ່ນອກລະບົບ ສູງຂື້ນເປັນ 95.5% ທຽບໃສ່ 91.7% ຂອງແຮງງານເພດຊາຍ6

ບັນຫາຄວາມບໍ່ສະເໝີພາບຍິງຊາຍ ໄດ້ກະທົບຕໍ່ເພດຍິງກ່ອນໜ້າຈະເກີດມີພະຍາດລະບາດນີ້ມາແລ້ວ ຍົກຕົວຢ່າງ, ມາດຕະການການກັກໂຕຢູ່ເຮືອນ ໄດ້ເຮັດໃຫ້ເກີດການເຮັດວຽກທີ່ບໍ່ໄດ້ຮັບຄ່າຕອບແທນສຳລັບແມ່ຍິງເຊັ່ນການເຮັດວຽກເຮືອນ ຊຶ່ງເປັນໜ້າທີ່ຂອງເພດຍິງຢູ່ແລ້ວນັ້ນ ສະເລ່ຍໄລຍະເວລາຂອງແມ່ຍິງເຮັດວຽກເຮືອນຈະຢູ່ໃນລະຫວ່າງ 4-6 ຊົ່ວໂມງ ຊຶ່ງທຽບໃສ່ເພດຊາຍມີພຽງແຕ່ 30-60 ນາທີ7. ທັງນີ້ກໍຍ້ອນຕິດພັນກັບວັດທະນະທຳ ແລະ ຮີດຄອງ ທີ່ແມ່ຍິງມີໜ້າທີ່ຮັບຜິດຊອບວຽກເຮືອນ ແລະ ເບິ່ງແຍງຄອບຄົວ8. ມາດຕະການດັ່ງກ່າວ ຍັງເຮັດໃຫ້ເພິ່ມບັນຫາຄວາມຮຸນແຮງຂອງບົດບາດຍິງຊາຍ9. ຊຶ່ງເປັນທີ່ແຜ່ຫຼາຍທົ່ວໂລກ ໂດຍອົງການສະຫະປະຊາຊາດ ໄດ້ຮຽກປາກົດການດັ່ງກ່າວວ່າ:​ “ເງົາມືດຂອງພະຍາດລະບາດ”10. ຍິ່ງໄປກ່ວານັ້ນ, ການບໍລິການດ້ານສາທາລະນະສຸກ ຍັງອາດກາຍເປັນຄວາມກັງວົນອີກດ້ານໜຶ່ງຢູ່ໃນຊ່ວງພະຍາດລະບາດນີ້ ທີ່ອາດຈະເຮັດໄດ້ບໍ່ທົ່ວເຖິງ ໂດຍສະເພາະຕໍ່ເພດຍິງໜຸ່ມ11. ຊຶ່ງໄດ້ມີການລາຍງານກ່ຽວກັບຂໍ້ຫຍຸ້ງຍາກທີ່ຈະໄດ້ຮັບການດູແລໃນຊ່ວງຈະເລີນພັນ12. ສິ່ງດັ່ງກ່າວເປັນບັນກາທີຄວນເອົາໃຈໃສ່ ເນື່ອງຈາກວ່າ ສປປ ລາວ ເປັນໜຶ່່ງໃນບັນດາປະເທດທີ່ມີຈຳນວນອັດການເກີດສູງໃນໄວໜຸ່ມ ແລະ ອັດຕາການຕາຍຂອງແມ່ສູງເຊັ່ນກັນ.

SDG 5.2: ຫຼຸດຜ່ອນການໃຊ້ຄວາມຮຸນແຮງຕໍ່ເພດຍິງ, 5.4: ຮັບຮູ້ການເຮັດວຽກເຮືອນທີ່ບໍ່ໄດ້ຮັບຄ່າຈ້າງ ແລະ  5.6: ການຮັບຮູ້ ເຂົ້າເຖິງສິດທິທາງເພດ ແລະ ໄວຈະເລີນພັນ. . ບັນຫາໂຄວິດ-19 ທີ່ສົ່ງຜົນກະທົບຕໍ່ບົດບາດຍິງຊາຍນີ້ ໄດ້ເປັນສິ່ງສຳຄັນກະທົບຕໍ່ຄວາມພະຍາຍາມບັນລຸເປົ້າໝາຍການພັດທະນາແບບຍືນຍົງ.  ບັນຫານ້ອຍທີ່ເປັນສິ່ງກັງວົນລະດັບສາກົນດັ່ງກ່າວ ກໍຄືຄວາມສະເໝີພາບຍິງຊາຍ ແລະ ການໃຊ້ຄວາມຮຸນແຮງໃນບົດບາດຍິງຊາຍ14 ແລະ ສຸຂະພາບຈະເລີນພັນຂອງເພດຍິງ15.

ຄວາມຈິງຄື ໃນຄວາມພະຍາຍາມຂອງການເກັບກຳຂໍ້ມູນທີ່ກ່ຽວຂ້ອງກັບບັນຫາດັ່ງກ່າວ ກໍບໍ່ໄດ້ຮັບປະກັນວ່າບັນຫາທັງໝົດຈະຖືກນຳມາສະແດງໃຫ້ເຫັນ. ນອກນັ້ນ, ການປະກອບສ່ວນຂອງເພດຍິງໃນຂະບວນການຕັດສິນໃຈທາງດ້ານຕ່າງໆ, ລວມທັງໂຄວິດ-19 ໝາຍຄວາມວ່າ ນະໂຍບາຍຕ່າງໆ ກໍບໍ່ສາມາດຕອບສະໜອງກັບຄວາມຕ້ອງການທີ່ແທ້ຈິງຂອງພວກເຂົາ16.

ສິ່ງດັ່ງກ່າວ ເກີດຂື້ນເຊັ່ນກັນສຳລັບບັນດາຊົນເຜົ່າຕ່າງໆ ທີພະຍາຍາມຊອກຫາການເຂົ້າເຖິງຂໍ້ມູນຂ່າວສານໃນຊ່ວງພະຍາດລະບາດ: ສ່ວນໃຫຍ່ທີ່ອາໃສຢູ່ເຂດຊົນນະບົດ, ພວກເຂົາອາດບໍ່ມີຄວາມສາມາດເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານອອນໄລ໌ ແລະ ຂ່າວສານທີ່ມີຢູ່ນັ້ນກໍເປັນພາສາກາງ ຊຶ່ງພວກເຂົາກໍບໍ່ສາມາດເຂົ້າໃຈໄດ້17

 

 

 

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

mvZbx
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!