ການສຳຫຼວດພົນລະເມືອງ ແລະ ປະຊາກອນ

ປະຊາກອນທັງໝົດຂອງລາວ ຕາມການຄາດຄະເນຂອງ​ອົງ​ການສະ​ຫະ​ປະ​ຊາ​ຊາດກອງ​ທຶນ​ສຳ​ລັບ​ປະຊາ​ກອນ ປີ 2017 ມີຢູ່ປະມານ 6.9 ລ້ານຄົນ, ເຊິ່ງມີອັດຕາການຂະຫຍາຍຕົວຂອງພົນລະເມືອງ ຢູ່ທີ່ 1.3 ເປີເຊັນຕໍ່ປີ.1 ການສຳຫຼວດພົນລະເມືອງຢ່າງເປັນທາງການຄັ້ງຫຼ້າສຸດແມ່ນໃນປີ 2015. ຂໍ້ມູນໃນທີ່ນີ້ແມ່ນມາຈາກຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ 2015 ຂອງ ສປປ ລາວ.2 

ຂໍ້ມູນປະຊາກອນ

ລາຍລະອຽດຂໍ້ມູນປະຊາກອນ ເຊັ່ນ ຂະໜາດ ແລະ ໂຄງປະກອບຂອງປະຊາກອນ, ອາຍຸຍືນສະເລ່ຍ, ອັດຕາການຕາຍ ແລະ ອັດຕາການຮູ້ໜັງສືແມ່ນສະແດງດັ່ງເສັ້ນສະແດງຂ້າງລຸ່ມ.

ປະມານ 58 ເປີເຊັນຂອງພົນລະເມືອງອາຍຸ 6 ປີຂຶ້ນໄປອອກໂຮງຮຽນແລ້ວ, 26.9 ເປີເຊັນກຳລັງສຶກສາຮ່ຳຮຽນ ແລະ ອີກ 13.1 ເປີເຊັນບໍ່ໄດ້ເຂົ້າໂຮງຮຽນ. ຊ່ອງຫວ່າງດັ່ງກ່າວແມ່ນລະຫວ່າງພົນລະເມືອງໃນຊົນນະບົດ ແລະ ຕົວເມືອງ ແລະ ຫຼາຍຊົນເຜົ່າຍັງຄິດວ່າການສຶກສາບໍ່ມີຜົນປະໂຫຍດ ຫຼື ບໍ່ມີຄວາມຈຳເປັນ.3 

ສະພາບການສົມລົດຂອງພົນລະເມືອງແຍກເປັນຫ້າປະເພດຄື: ພົນລະເມືອງ 29.4 ເປີເຊັນເປັນໂສດ, 63.5 ເປີເຊັນແຕ່ງງານ, 2.5 ເປີເຊັນຢ່າຮ້າງ ຫຼື ແຍກກັນຢູ່, 4.1 ເປີເຊັນເປັນໝ້າຍ, ແລະ 0.6 ເປີເຊັນແມ່ນຢູ່ຮ່ວມກັນ. ອັດຕາການຈະເລີນພັນລວມປີ 2015 ແມ່ນ 3.2 ເປີເຊັນ, ແລະ ອັດຕາການເກີດ (ຕໍ່ 1000 ພັນຄົນ) ແມ່ນ 28 ເປີເຊັນ.4 

ຂໍ້ມູນສະຖິຕິອື່ນໆທີ່ສຳຄັນລວມມີ:5

  • ປະມານສອງສ່ວນສາມຂອງພົນລະເມືອງ (63 ເປີເຊັນ) ແມ່ນຢູ່ໃນໄວເຮັດວຽກ (15–64 ປີ),  32 ເປີເຊັນມີອາຍຸຕ່ຳກວ່າ 15 ປີ ແລະ ອີກ 4 ເປີເຊັນມີອາຍຸ 65 ປີຂຶ້ນໄປ
  • ອາຍຸຍືນສະເລ່ຍແມ່ນ 62 ປີສຳລັບຜູ້ຊາຍ ແລະ 65 ປີສຳລັບຜູ້ຍິງ
  • ອັດຕາການສຶກສາຊັ້ນມັດທະຍົມ (ຄິດໄລ່ຈາກເປີເຊັນສຸດທິຂອງເດັກນ້ອຍໄວມັດທະຍົມ) ແມ່ນ 52 ເປີເຊັນສຳລັບຜູ້ຊາຍ ແລະ 50 ເປີເຊັນສຳລັບຜູ້ຍິງ
  • ຄວາມໜ້າແໜ້ນຂອງປະຊາກອນໂດຍສະເລ່ຍແມ່ນ 27 ຄົນ/ກມ2, ນະຄອນຫຼວງວຽງຈັນມີປະຊາກອນອາໄສຢູ່ໜ້າແໜ້ນທີ່ສຸດເຖິງ 209 ຄົນ/ກມ2. ຮອງລົງມາແມ່ນຢູ່ຕາມເຂດທົ່ງພຽງລ້ອງແມ່ນ້ຳຂອງ ແລະ ສາຂາ ເຊັ່ນ ສະຫວັນນະເຂດ ແລະ ຈຳປາສັກ
  • ໃນບັນດາ 49 ຊົນເຜົ່າຫຼັກ, ຊົນເຜົ່າລາວ (ໄທລາວ) ມີຈຳນວນຫຼາຍທີ່ສຸດປະມານ 53 ເປີເຊັນ, ຕາມມາດ້ວຍເຜົ່າຂະມຸ 11 ເປີເຊັນ ແລະ ມົ້ງ 9 ເປີເຊັນ.

ການຍ້າຍຖິ່ນຖານ

ການຍ້າຍຖິ່ນຖານໃນ ສປປ ລາວ ສາມາດແບ່ງເປັນ 3 ປະເພດຄື: ການຍ້າຍຖິ່ນຖານພາຍໃນ, ການຍ້າຍອອກປະເທດ (ການອອກເມືອງ) ແລະ ການຍ້າຍເຂົ້າປະເທດ (ການເຂົ້າເມືອງ). ການຍ້າຍຖິ່ນຖານພາຍໃນ ໂດຍສະເພາະແມ່ນການໂຍກຍ້າຍລະຫວ່າງຊົນນະບົດ-ຕົວເມືອງ ແມ່ນມີຢູ່ທົ່ວໄປໃນປະເທດ, ເຊິ່ງເຫັນໄດ້ຈາກການເພີ່ມສູງຂຶ້ນຂອງອັດຕາປະຊາກອນໃນພື້ນທີ່ຕົວເມືອງ.6 ນະຄອນຫຼວງວຽງຈັນແມ່ນຈຸດໝາຍປາຍທາງຫຼັກຂອງການໂຍກຍ້າຍ – ຈາກການສຳຫຼວດ 4 ໃນ 10 ຄົນ ແມ່ນມາຈາກຕ່າງຖິ່ນ. ການໂຍກຍ້າຍຖິ່ນຖານພາຍໃນສ່ວນໃຫຍ່ແມ່ນໃນໝູ່ແມ່ຍິງ, ເຊິ່ງແມ່ຍິງກວມ 59.2 ເປີເຊັນຂອງຜູ້ຍ້າຍຖິ່ນຖານພາຍໃນ.7 ເຫດປັດໃຈໃນການຍ້າຍຖິ່ນຖານພາຍໃນປະເທດແມ່ນແຕກຕ່າງກັນໄປຕາມແຕ່ລະບຸກຄົນ: 28 ເປີເຊັນແມ່ນເພື່ອຊອກວຽກເຮັດງານທຳ, ເພື່ອໂອກາດທາງທຸລະກິດ ຫຼື ຍ້າຍສະຖານທີ່ເຮັດວຽກ. 18.3 ເປີເຊັນ ແມ່ນຍ້ອນເຫດຜົນທາງຄອບຄົວ, 14.9 ເປີເຊັນ ແມ່ນຕ້ອງເພີ່ມການເຂົ້າເຖິງສິ່ງອຳນວຍຄວາມສະດວກດ້ານການສຶກສາ, ແລະ ອີກ 10 ເປີເຊັນແມ່ນເພື່ອສ້າງຄອບຄົວ.8

ພົນລະເມືອງທີ່ໂຍກຍ້າຍອອກເມືອງສ່ວນໃຫຍ່ແມ່ນແຮງງານທັກສະຕ່ຳ. ການຍ້າຍຖິ່ນອອກໄປນອກປະເທດໂດຍທົ່ວໄປແມ່ນເພື່ອຮັບຈ້າງເຮັດວຽກໃນອຸດສາຫະກຳຕ່າງໆເຊັ່ນ: ການກະເສດ, ການກໍ່ສ້າງ ແລະ ການເຮັດວຽກໃນຄົວເຮືອນ.9 ຈຸດໝາຍປາຍທາງຫຼັກຂອງການຍ້າຍຖິ່ນອອກແມ່ນບັນດາປະເທດເພື່ອນບ້ານເຊັ່ນ: ໄທ, ກຳປູເຈຍ, ຫວຽດນາມ, ຈີນ ແລະ ມຽນມາ. ໃນດ້ານການໂຍກຍ້າຍເຂົ້າເມືອງກໍມີການເພີ່ມຂຶ້ນເປັນລຳດັບ.10 ແຮງງານເຂົ້າເມືອງທີ່ເດີນທາງເຂົ້າມາ ສປປ ລາວແມ່ນມາຈາກຈີນ, ໄທ, ຫວຽດນາມ, ແລະ ມຽນມາ, ໂດຍລວມແລ້ວມີແຮງງານຍ້າຍຖິ່ນປະມານ 200,000 ຄົນໃນລາວ. ແຮງງານສ່ວນໃຫຍ່ແມ່ນມາໃນຂະແໜງການກໍ່ສ້າງ ເພື່ອຕອບສະໜອງຄວາມຕ້ອງການຂອງນັກລົງທຶນຈາກຈີນ ແລະ ຫວຽດນາມ.

ການຍ້າຍຖິ່ນອີກປະເພດໜຶ່ງ, ເຖິງຈະບໍ່ແຜ່ຫຼາຍ, ແມ່ນການເຂົ້າມາ ສປປ ລາວ ຂອງຊາວຕ່າງປະເທດ ແລະ ຄົນລາວທີ່ອາໄສຢູ່ຕ່າງປະເທດ. ປີ 2017 ຢູເອັນດີອີເອັສເອ ລາຍງານວ່າມີຊາວຕ່າງປະເທດປະມານ 45,500 ຄົນ ທີ່ອາໄສຢູ່ໃນລາວ. ຕາມບົດລາຍງານດຽວກັນ, ມີພົນລະເມືອງລາວກວ່າ 1.3 ລ້ານຄົນອາໄສຢູ່ຕ່າງປະເທດ.11

ການສຳຫຼວດພົນລະເມືອງ

ສູນສະຖິຕິແຫ່ງຊາດ ພາຍໃຕ້ກະຊວງແຜນການ ແລະ ການລົງທຶນ, ໄດ້ດຳເນີນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ (PHC) ຄັ້ງຫຼ້າສຸດຄັ້ງວັນທີ 1 ມີນາ 2015.12 ເພື່ອດຳເນີນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ 2015, ລັດຖະບານໄດ້ປະກອນສ່ວນທຶນຮອນເຄິ່ງໜຶ່ງເປັນຄັ້ງທຳອິດ. ກ່ອນໜ້າອອກບົດລາຍງານສະບັບທາງການໄດ້ມີການເຜີຍແຜ່ບົດລາຍງານສະບັບຊົ່ວຄາວ13 ໃນເດືອນທັນວາ 2015.

ການສຳຫຼວດພົນລະເມືອງແມ່ນເຮັດທຸກໆ 10 ປີ, ເຊິ່ງທີ່ຜ່ານມາໄດ້ດຳເນີນການສຳຫຼວດໃນປີ 2005, 1995, ແລະ 1985. ຂໍ້ມູນໃນການສຳຫຼວດດັ່ງກ່າວລວມເອົາ: ຄົນລາວທັງໝົດທີ່ອາໄສຢູ່ໃນປະເທດ, ຄົນລາວທີ່ອາໄສຊົ່ວຄາວຢູ່ຕ່າງປະເທດ ແລະ ຄົນຕ່າງປະເທດທີ່ອາໄສຢູ່ໃນລາວໃນຊ່ວງດຳເນີນການສຳຫຼວດພົນລະເມືອງ. ໃນຊຸມປີຕໍ່ໜ້າ ການສຳຫຼວດສະຖິຕິໃໝ່ຈະມີການເກັບກຳຂໍ້ມູນດ້ານເສດຖະກິດ ແລະ ສັງຄົມ. ໃນນັ້ນລວມມີ: ການສຳຫຼວດຕົວຊີ້ວັດທາງສັງຄົມ, ການສຳຫຼວດລາຍຮັບ ແລະ ລາຍຈ່າຍ,​ ການສຳຫຼວດເສດຖະກິດ, ການສຳຫຼວດກຳລັງແຮງງານ.

ການສຳຫຼວດ PHC ແມ່ນການປະຕິບັດການທາງສະຖິຕິທີ່ໃຫຍ່ທີ່ສຸດໃນລາວ ແລະ ມີການບັນທຶກຂໍ້ມູນກ່ຽວກັບ:

  • ການເກີດລວມ
  • ການຕາຍລວມ
  • ໂຄງປະກອບດ້ານຊົາເຜົ່າ ແລະ ສາສະໜາ
  • ການສຶກສາ ແລະ ການຮູ້ໜັງສື
  • ການຍ້າຍຖິ່ນຖານ
  • ຄວາມພິການ
  • ສະພາບທີ່ຢູ່ອາໄສ
  • ກິດຈະກຳດ້ານເສດຖະກິດ
  • ໂຄງປະກອບດ້ານອາຍຸ ແລະ ເພດ

*ໝາຍເຫດ: ຂໍ້ມູນການສຳຫຼວດພົນລະເມືອງປີ 1985 ແມ່ນບໍ່ໄດ້ລວມໃນທີ່ນີ້ ເນື່ອງຈາກບໍ່ມີການເປີດເຜີຍຂໍ້ມູນຕໍ່ສາທາລະນະ.

 

 

 

 

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

F9f2Z
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!