SDG 1 ລຶບລ້າງຄວາມທຸກຍາກ

ເປົ້າໝາຍການພັດທະນາແບບຍືນຍົງທີ 1 (SDG 1) – ‘ລຶບລ້າງຄວາມທຸກຍາກ’ ແມ່ນແນໃສ່ການລຶບລ້າງຄວາມທຸກຍາກທຸກຮູບແບບໃນທົ່ວໂລກ. ເປົ້າໝາຍດັ່ງກ່າວຍັງແນໃສ່ຮັບປະກັນການຄຸ້ມຄອງທາງສັງຄົມ, ເພີ່ມທະວີການເຂົ້າເຖິງການບໍລິການຂັ້ນພື້ນຖານ ແລະ ສົ່ງເສີມຄວາມສາມາດຮອງຮັບຕໍ່ໄພພິບັດຈາກການປ່ຽນແປງຂອງສະພາບອາກາດ, ການປ່ຽນແປງທາງສັງຄົມ ແລະ ສິ່ງແວດລ້ອມສຳລັບຜູ້ທຸກຍາກ ແລະ ອ່ອນແອ.1 SDG 1 ລວມມີ 7 ເປົ້າໝາຍ, ແລະ 12 ຕົວຊີ້ວັດ. ເປົ້າໝາຍ 1.1-1.5 ລວມມີການລຶບລ້າງຄວາມທຸກຍາກ, ການຄຸ້ມຄອງທາງສັງຄົມ, ການເຂົ້າເຖິງການບໍລິການ, ແລະ ຄວາມສາມາດຮອງຮັບຕໍ່ໄພພິບັດ, ແລະ ເປົ້າໝາຍ 1.A-1.B ແມ່ນການລະດົມຊັບພະຍາກອນ ແລະ ປະຕິຮູບໂຄງສ້າງທາງນະໂຍບາຍສຳລັບພາລະກິດການລຶບລ້າງຄວາມທຸກຍາກ.2

ໂຮງຮຽນປະຖົມໃນ ສປປ ລາວ, ຄາບເຂົ້າທ່ຽງສາມັກຄີ. ຮູບຖ່າຍໂດຍ: GPE/Stephan Bachenheimer, 17 ມັງກອນ 2015. ລິຂະສິດ: CC BY-NC-ND 2.0. 

ຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດສູ່ SDG 1

ເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDGs) ແມ່ນເປົ້າໝາຍການພັດທະນາໂລກເຊິ່ງມີການຮັບຮອງເອົາໃນປີ 2000, ແລະ ມີຄາດໝາຍສູ້ຊົນໃຫ້ສຳເລັດໃນປີ 2015 ເພື່ອເປັນແນວທາງການພັດທະນາສຳລັບລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາ. MDGs ລວມມີ 8 ເປົ້າໝາຍການປະຕິບັດ ເຊິ່ງມີຈຸດປະສົງແນໃສ່ລຶບລ້າງຄວາມທຸກຍາກ ແລະ ຍົກລະດັບມາດຕະຖານການດຳລົງຊີວິດໃນທົ່ວໂລກ. MDGs ແນໃສ່ການພັດທະນາວຽກງານການສຶກສາ, ຄວາມສະເໝີພາບທາງເພດ, ສຸຂະພາບ, ​ສິ່ງແວດລ້ອມ ແລະ ການຮ່ວມມືສາກົນ. ກ່ອນສິ້ນສຸດວາລະໃນການຈັດປະຕິບັດ MDGs ໃນປີ 2015, ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໄດ້ຮັບການສ້າງຕັ້ງຂຶ້ນເພື່ອສານຕໍ່ຜົນສຳເລັດ ແລະ ສິ່ງທ້າທາຍໃນການປະຕິບັດ MDGs. ໂດຍການເສີມຂະຫຍາຍ MDGs ທີ່ສ່ວນໃຫຍ່ແມ່ນເນັ້ນໃສ່ການພັດທະນາທາງສັງຄົມ, SDGs ໄດ້ລວມເອົາທຸກໆຂົງເຂດການພັດທະນາແບບຍືນຍົງ ບໍ່ວ່າຈະເປັນດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. SDGs ແມ່ນເປົ້າໝາຍການພັດທະນາລວມລະດັບໂລກ ທີ່ສາມາດນຳໃຊ້ໃນທຸກໆປະເທດໂດຍບໍ່ຈຳແນກລະດັບການພັດທະນາຂອງແຕ່ລະປະເທດ ເພື່ອກ້າວໄປສູ່ການພັດທະນາແບບຍືນຍົງຢ່າງແທ້ຈິງ.3

SDG 1 ແມ່ນກ່ຽວເນື່ອງກັບເປົ້າໝາຍ MDG 1, ‘ລຶບລ້າງຄວາມທຸກຍາກ ແລະ ຄວາມອຶດຫິວ’, ໂດຍສະເພາະແມ່ນເປົ້າໝາຍທີ 1.A – ຫຼຸດຜ່ອນອັດຕາສ່ວນຂອງຜູ້ມີລາຍໄດ້ຕ່ຳກວ່າມາດຕະຖານຄວາມທຸກຍາກໃຫ້ໄດ້ເຄິ່ງໜຶ່ງ ໃນລະຫວ່າງປີ 1990 ຫາປີ 2015. ກ່ຽວກັບເປົ້າໝາຍ MDG 1A, ສປປ ລາວ ສາມາດບັນລຸເປົ້າໝາຍໃນການຫຼຸດຜ່ອນອັດຕາຄົນທຸກຍາກຈາກ 46% ໃນປີ 1992/93 ມາເປັນ 23% ໃນປີ 2012/13. ສະຫວັດດີການຄອບຄົວໃນດ້ານກຳມະສິດຊັບສິນ, ສະພາບທີ່ຢູ່ອາໄສ ແລະ ການເຂົ້າເຖິງການບໍລິການຂັ້ນພື້ນຖານໄດ້ຮັບການປັບປຸງໃຫ້ດີຂຶ້ນເປັນລຳດັບ. ອັດຕາຄວາມທຸກຍາກໃນບັນດາກຸ່ມຜູ້ທຸກຍາກໂດຍສະເລ່ຍແມ່ນຫຼຸດລົງໃນທົ່ວປະເທດ, ພ້ອມທັງຊ່ອງຫວ່າງ ແລະ ລະດັບຄວາມຮ້າຍແຮງຂອງຄວາມທຸກຍາກກໍມີທ່າອ່ຽງທີ່ຫຼຸດລົງ.4

ຄຽງຄູ່ກັບຜົນສຳເລັດດັ່ງກ່າວ, ຄວາມທຸກຍາກໃນລາວຍັງຄົງມີລັກສະນະຫຼຸດໂຕນລະຫວ່າງບັນດາທ້ອງຖິ່ນ ແລະ ກຸ່ມຄົນ. ອັດຕາຄວາມທຸກຍາກຕໍ່ຫົວຄົນໃນຊົນນະບົດສູງກວ່າໃນຕົວເມືອງ 2.9 ເທົ່າ. ປະຊາຊົນທີ່ອາໄສຢູ່ເຂດພູ ໂດຍສະເລ່ຍແມ່ນທຸກຈົນກວ່າຢູ່ໃນເຂດທົ່ງພຽງ. ໃນລະຫວ່າງປີ 2002/03 ແລະ 2012/13, ໃນຈຳນວນ 17 ແຂວງໃນທົ່ວປະເທດລາວ, ອັດຕາຄວາມທຸກຍາກແມ່ນຫຼຸດລົງໃນທຸກແຂວງ, ຍົກເວັ້ນແຂວງບໍ່ແກ້ວ, ຈຳປາສັກ ແລະ ສາລະວັນທີ່ມີອັດຕາຄວາມທຸກຍາກເພີ່ມຂຶ້ນ. ຄວາມທຸກຍາກຍັງມີຄວາມແຕກຕ່າງໃນລະຫວ່າງກຸ່ມຊົນເຜົ່າຕ່າງໆ. ຄວາມທຸກຍາກໃນກຸ່ມຊົນເຜົ່າລາວ-ໄຕ ແລະ ຈີນ-ທິເບດມີທ່າອ່ຽງຫຼຸດລົງ, ແຕ່ວ່າໃນກຸ່ມຊົນເຜົ່າໃນຕະກຸນມອນ-ຂະແມ ແລະ ມົ້ງ-ອິວມ້ຽນແມ່ນຍັງຄົງມີສູງກວ່າ. ນອນນີ້ ອັດຕາຄວາມແຕກຕ່າງດ້ານການບໍລິໂພກລະຫວ່າງຜູ້ຮັ່ງມີ ລແະ ຜູ້ທຸກຍັງຄົງເພີ່ມຂຶ້ນໃນຊ່ວງປີ 1992/93 ເຖິງປີ 2012/13. ອັດຕາການບໍລິໂພກຂອງກຸ່ມຄົນທີ່ຮັ່ງມີທີ່ສຸດ ສູງກວ່າກຸ່ມຄົນທີ່ທຸກທີ່ສຸດເຖິງ 6.4 ເທື່ອໃນປີ 2012/13.5

ນອກຈາກນັ້ນ ພົນລະເມືອງສ່ວນໃຫຍ່ ໂດຍສະເພາະແມ່ນຊາວກະສິກອນ ທີ່ດຳລົງຊີວິດຢູ່ໃກ້ເສັ້ນມາດຖານຄວາມທຸກຍາກ ແມ່ນມີຄວາມສ່ຽງທີ່ຈະກັບໄປສູ່ຄວາມທຸກຍາກ ຍ້ອນໄພຈາກການປ່ຽນແປງຂອງສະພາບອາກາດ ແລະ ໄພພິບັດອື່ນໆ.6

ແຜນທີ່ໂດຍ: ODL.  ແຫຼ່ງຂໍ້ມູນ: 1, 2, 3.   ຊັ້ນ layer ແຜນທີ່: 1.  Scripts ພັດທະນາມາຈາກ 1, 2, 3. ລິຂະສິດ: CC BY-SA 4.0.

ເພື່ອຈັດການກັບສິ່ງທ້າທາຍເຫຼົ່ານີ້ ກໍຄືເພື່ອຈຸດປະສົງລຶບລ້າງຄວາມທຸກຍາກອອກຈາກສັງຄົມ, ລັດຖະບານ ສປປ ລາວ ໄດ້ທຳການຫັນ SDG 1  ເຂົ້າສູ່ແຜນນະໂຍບາຍໃນການປະຕິບັດພາຍໃນປະເທດ ເຊິ່ງສາມາດສັງລວມໃນ 4 ຂົງເຂດເປົ້າໝາຍຫຼັກຄື: (i) ຍົກລະດັບການເຂົ້າເຖິງຊັບພະຍາກອນ, ການບໍລິການ ແລະ ຕະຫຼາດສຳລັບຄົນທຸກຍາກ (ເປົ້າໝາຍທີ 1.1, 1.2 & 1.4); (ii) ຫຼຸດຜ່ອນຄວາມບໍ່ສະເໝີພາບຜ່ານການແຊກແຊງສະເພາະກຸ່ມເປົ້າໝາຍ, ນະໂຍບາຍ ແລະ ລະບຽບກົດໝາຍ (ເປົ້າໝາຍທີ 1.1 & 1.2); (iii) ຂະຫຍາຍການຄຸ້ມຄອງໃຫ້ຄອບຄຸມຜູ້ທຸກຍາກໂດຍນຳໃຊ້ລະບົບ ແລະ ມາດຕະການການຄຸ້ມຄອງທາງສັງຄົມ (ເປົ້າໝາຍ 1.3); ແລະ (iv) ເພີ່ມທະວີຄວາມສາມາດໃນການຮອງຮັບຕໍ່ໄພພິບັດສຳລັບກຸ່ມຜູ້ທີ່ມີຄວາມສ່ຽງ ແລະ ຫຼຸດຜ່ອນຄວາມອ່ອນແອຕໍ່ໄພຈາກການປ່ຽນແປງຂອງສະພາບອາກາດ ແລະ ໄພພິບັດອື່ນໆ (ເປົ້າໝາຍ 1.5).7

ການຫັນ SDG 1 ເຂົ້າສູແຜນນະໂຍບາຍໃນລາວ

ການຫັນ SDGs ເຂົ້າສູ່ແຜນນະໂຍບາຍພາຍໃນປະເທດ ແມ່ນປະຕິບັດໂດຍການລວມເປົ້າໝາຍດັ່ງກ່າວເຂົ້າໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ (NSEDP), ເຊິ່ງມີການປັບບັນດາເປົ້າໝາຍ ແລະ ຕົວຊີ້ວັດໃນໂຄງສ້າງການຕິດຕາມ ແລະ ປະເມີນຜົນຂອງ NSEDP ເຂົ້າກັບເປົ້າໝາຍ ແລະ ຕົວຊີ້ວັດຂອງ SDGs ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດຂອງທັງສອງຢ່າງ.8 ສຳລັບເປົ້າໝາຍ SDG 1, ເນື່ອງຈາກລັດຖະບານຈັດບູລິມະສິດວຽກງານຫຼຸດຜ່ອນຄວາມທຸກຍາກເຂົ້າໃນວາລະແຫ່ງຊາດ ຄື ວິໄສທັດ ປີ 2030 ແລະ ແຜນຍຸດທະສາດການພັດທະນາເສດຖະກິດສັງຄົມສິບປີ (2016-2025),9 ຕົວຊີ້ວັດຂອງເປົ້າໝາຍນີ້ແມ່ນໄດ້ລວມເຂົ້າໃນເປົ້າໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 8 2016-2020, ໂດຍສະເພາະແມ່ນເປົ້າໝາຍທີ 2, ຄາດໝາຍສູ້ຊົນທີ 1 – ຍົກລະດັບມາດຖານການດຳລົງຊີວິດຜ່ານການຫຼຸດຜ່ອນຄວາມທຸກຍາກ ແລະ ຄາດໝາຍສູ້ຊົນທີ 5 – ເພີ່ມທະວີການຄຸ້ມຄອງທາງສັງຄົມ/ສະຫວັດດີການສັງຄົມ.10

ໂດຍສະເພາະແລ້ວ ການຫັນ SDG 1 ເຂົ້າສູ່ແຜນນະໂຍບາຍພາຍໃນ ແມ່ນມີຄວາມສຳຄັນສຳລັບ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖານະປະເທດດ້ອຍພັດທະນາທີ່ສຸດ (LDC). ອີງຕາມຂໍ້ມູນຫຼ້າສຸດຂອງອົງການສະຫະປະຊາຊາດ, ສປປ ລາວ ສາມາດຫຼຸດພົ້ນຈາກສະຖານະ LDC ໃນປີ 2024, ພາຍໃຕເງື່ອນໄຂທີ່ວ່າ ປະເທດລາວສາມາດຂ້າມຜ່ານສິ່ງທ້າທາຍທີ່ສຳຄັນໃນປະຈຸບັນ ໃນດ້ານຄວາມບໍ່ສະເໝີພາບ (SDG 1 ເປົ້າໝາຍ 1.1 – 1.4) ແລະ ຄວາມອ່ອນໄຫວຕໍ່ໄພພິບັດ (SDG1 ເປົ້າໝາຍ 1.5).11

ການຈັດຕັ້ງປະຕິບັດ SDG 1 ໃນລາວ

SDG 1 ໄດ້ມີການຈັດຕັ້ງປະຕິບັດຮ່ວມກັບ NSEDP ໃນລະດັບນະໂຍບາຍ, ຂະແໜງການ ແລະ ໂຄງການຕ່າງໆເຊັ່ນ:

  • ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວໄດ້ສ້າງສູນພັດທະນາ ແລະ ສົ່ງເສີມຜະລິດຕະພັນຍີ້ຫໍ້ລາວ ເພື່ອຊ່ວຍໃຫ້ຜູ້ຜະລິດທ້ອງຖິ່ນສາມາດສ້າງກຳໄລເພີ່ມຂຶ້ນຈາກຜະລິດຕະພັນຂອງຕົນ ໂດຍກຳນົດຜະລິດຕະພັນທີ່ມີທ່າອ່ຽງສ້າງລາຍໄດ້ເພື່ອສົ່ງອອກສູ່ຕະຫຼາດສາກົນ.12
  • ໂຄງການຂະແໜງການຂົວທາງລາວ 2 (LRSP2) ແມ່ນໂຄງການພັດທະນາພື້ນຖານໂຄງລ່າງໃນແຂວງພາກເໜືອ ແລະ ພາກກາງ ເຊິ່ງແນໃສ່ເຊື່ອມຕໍ່ພື້ນທີ່ໃນຊົນນະບົດ, ໃນຂະນະດຽວກັນກໍມີການພິຈາລະນາຄວາມສາມາດໃນການຮອງຮັບຕໍ່ການປ່ຽນແປງຂອງສະພາບອາກາດ ແລະ ຄຳນຶງເຖິງຜົນປະໂຫຍດຂອງພື້ນທີ່ຫ່າງໄກສອກຫຼີກ ແລະ ປະຊາຊົນບັນດາຊົນເຜົ່າ.13
  • ລັດຖະບານໄດ້ສ້າງແນວທາງທີ່ມີຊື່ວ່າ “ແນວທາງການປຶກສາຫາລືກ່ຽວກັບຊົນເຜົ່າ” ເພື່ອສົ່ງເສີມການມີສ່ວນຮ່ວມຂອງຊົນເຜົ່າ, ໂດຍສະເພາະກຸ່ມຜູ້ດ້ອຍໂອກາດ, ໃນທຸກໆໂຄງການພັດທະນາທີ່ກ່ຽວຂ້ອງ ເພື່ອຮັບປະກັນຜົນປະໂຫຍດ ແລະ ໃຫ້ຂໍ້ມູນກ່ຽວກັບທ່າອ່ຽງຜົນກະທົບທີ່ອາດເກີດຂຶ້ນຕໍ່ຊຸມຊົນ ແລະ ຊີວິດການເປັນຢູ່ຂອງເຂົາເຈົ້າ.14
  • ທະນາຄານແຫ່ງ ສປປ ລາວ ໄດ້ສ້າງລະບຽບການ ແລະ ແນວທາງສຳລັບໂຄງການການເງິນຈຸນລິພາກ ພາຍໃຕ້ການສະໜັບສະໜູນຈາກຄູ່ຮ່ວມພັດທະນາຫຼາຍຝ່າຍ ເພື່ອສ້າງການເຂົ້າເຖິງແຫຼ່ງທຶນ ແລະ ການບໍລິການທາງການເງິນສຳລັບຊຸມຊົນໃນຊົນນະບົດ ແລະ ຜູ້ທຸກຍາກ, ປະກອບສ່ວນໃນການຫຼຸດຜ່ອນຄວາມທຸກຍາກໂດຍລວມ.15

SDG 1 ໃນ ສປປ ລາວ: ລຶບລ້າງຄວາມທຸກຍາກ. ແຜນພາບໂດຍ: ອົງການສະປະຊາຊາດປະຈຳ ສປປ ລາວ.

ປະຈຸບັນ ບັນຫາການຄຸ້ມຄອງທາງສັງຄົມສຳລັບຄົນທຸກຍາກ ແລະ ອ່ອນແອ ແລະ ບັນຫາຊ່ອງຫວ່າງດ້ານຄວາມທຸກຍາກແມ່ນຂົງເຂດບັນຫາທີ່ຍັງຄົງຄ້າງທີ່ສຸດໃນການຈັດຕັ້ງປະຕິບັດໃນລາວ ທັງຍັງຂາດລະບົບການຕິດຕາມທີ່ເໝາະສົມ.16 ເພື່ອແກ້ໄຂບັນຫາດັ່ງກ່າວ, ລັດຖະບານ ສປປ ລາວໄດ້ວາງຍຸດທະສາດເພື່ອກ້າວໄປສູ່ການບັນລຸເປົ້າໝາຍ SDG 1 ດັ່ງລຸ່ມນີ້:17

  • ວາງເປົ້າໝາຍເນັ້ນໃສ່ກຸ່ມຄົນທຸກຍາກໃນການວາງແຜນ, ຂຶ້ນງົບປະມານ ແລະ ດຳເນີນໂຄງການ: ເຊິ່ງກ່ຽວຂ້ອງກັບການນຳໃຊ້ວິທີການແບບຈ້ອມ ແລະ ປະສານສົບທົບ ໂດຍເນັ້ນໃສ່ກຸ່ມຄົນທຸກຍາກໃນຊົນນະບົດ ແລະ ໃນຕົວເມືອງ
  • ວາງບູລິມະສິດການແຊກແຊງຕາມຫຼັກຖານຕົວຈິງ: ເຊິ່ງເນັ້ນໃສ່ການປັບປຸງຊີວິດການເປັນຢູ່ໃນພື້ນທີ່ຫຼັກແຫຼ່ງທີ່ພົບຫຼັກຖານສະແດງຄວາມທຸກຍາກ ເຊັ່ນ ການເຂົ້າເຖິງການບໍລິການ, ການສຶກສາ, ການມີວຽກເຮັດງານທຳ/ການດຳລົງຊີວິດ ແລະ ລາຄາສິນຄ້າກະເສດ.
  • ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການຄຸ້ມຄອງທາງສັງຄົມເພື່ອຄອບຄຸມກຸ່ມຜູ້ດ້ອຍໂອກາດ: ໂດຍການປັບປຸງຂອບເຂດການຄອບຄຸມ ແລະ ຮັບປະກັນການເຂົ້າເຖິງແຜນການຄຸ້ມຄອນທາງສັງຄົມ ແລະ ການຄຸ້ມຄອງສຸຂະພາບ ໂດຍສະເພາະສຳລັບຜູ້ທຸກຍາກ ແລະ ອ່ອນແອ.
  • ເພີ່ມຄວາມພະຍາຍາມໃນການດຶງດູດແຫຼ່ງທຶນພາຍໃນຜ່ານການຮ່ວມມືລັດ-ເອກະຊົນ: ໂດຍການສ້າງການມີສ່ວນຮ່ວມ ແລະ ສົ່ງເສີມການລະດົມທຶນຮອນຈາກຂະແໜງເອກະຊົນເຂົ້າໃນການພັດທະນາທ້ອງຖິ່ນ.

ການຕິດຕາມການປະຕິບັດ SDG 1 ໃນລາວ

ສປປ ລາວນຳໃຊ້ສອງລະບົບໃນການວັດແທກລະດັບຄວາມທຸກຍາກ (ເປົ້າໝາຍ 1.1, 1.2 & 1.4). ໜຶ່ງແມ່ນການນຳໃຊ້ຂໍ້ມູນຈາກການສຳຫຼວດການບໍລິໂພກ ແລະ ການໃຊ້ຈ່າຍທົ່ວປະເທດ (LECS), ເຊິ່ງເປັນການສຳຫຼວດການໃຊ້ຈາຍ ແລະ ການບໍລິໂພກໃນລະດັບຄົວເຮືອນໃນຮອບຫ້າປີ ຂອງສູນສະຖິຕິແຫ່ງຊາດ, ໂດຍອີງໃສ່ຕົວຊີ້ວັດຄວາມທຸກຍາກສາກົນ. ສອງແມ່ນການນຳໃຊ້ຂໍ້ມູນການຄຸ້ມຄອງກ່ຽວກັບລາຍຮັບຂອງຄົວເຮືອນ ແລະ ການເຂົ້າເຖິງການບໍລິການຂັ້ນພື້ນຖານ (ນ້ຳສະອາດ, ການບໍລິການດ້ານສາທາລະນະສຸກ ແລະ ໂຮງຮຽນ) ທີ່ເກັບກຳເປັນລາຍປີ ໂດຍຄະນະກຳມະການແຫ່ງຊາດເພື່ອການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ (NCRDPE). ສ່ວນ SDG 1 ເປົ້າໝາຍ 1.4 ກ່ຽວກັບການເຂົ້າເຖິງການບໍລິການຂັ້ນພື້ນຖານ ແລະ ຊັບພະຍາກອນທາງດ້ານເສດຖະກິດ ອາດຕິດຕາມໄດ້ຈາກຕົວຊີ້ວັດທີ່ກ່ຽວຂ້ອງ ເຊັ່ນ ຕົວຊີ້ວັດຂອງ SDG 3 ກ່ຽວກັບສຸຂະພາບ, SDG 4 ກ່ຽວກັບການສຶກສາ, SDG 6 ກ່ຽວກັບນ້ຳສະອາດ ແລະ ສຸຂາພິບານ, SDG 7 ກ່ຽວກັບການເຂົ້າເຖິງໄຟຟ້າ, ແລະ SDG 8 ກ່ຽວກັບການເຂົ້າເຖິງການບໍລິການ ແລະ ສະຖາບັນການເງິນ. ໃນຂະນະດຽວກັນ ຂໍ້ມູນກ່ຽວກັບການນຳໃຊ້ທີ່ດິນອາດໄດ້ມາຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (MoNRE).18 19

ອີກດ້ານໜຶ່ງ ການຕິດຕາມເປົ້າໝາຍທີ 1.3 ກ່ຽວກັບການຄຸ້ມຄອງທາງສັງຄົມ ແລະ ເປົ້າໝາຍທີ 1.5 ກ່ຽວກັບຄວາມສາມາດຮອງຮັບໄພພິບັດຂອງຜູ້ທຸກຍາກ ແລະ ອ່ອນແອ ຍັງຄົງປະສົບຄວາມຫຍຸ້ງຍາກ.  ການຄຸ້ມຄອງທາງສັງຄົມຍັງຄົງຮຽກຮ້ອງໃຫ້ມີການປັບປຸງ, ທັງໃນແງ່ຂອງການຈັດຕັ້ງປະຕິບັດ ແລະ ການຕິດຕາມປະເມີນຜົນ. ຍ້ອນວ່າຄົວເຮືອນສ່ວນໃຫຍ່ແມ່ນປະກອບອາຊີບເປັນແຮງງານນອກລະບົບ ເຊັ່ນ ໃນການກະສິກຳ ເຮັດໃຫ້ເຂົາເຈົ້າບໍ່ໄດ້ຮັບການຄຸ້ມຄອງທາງສັງຄົມໃດໆ ລວມເຖິງການປະກັນສຸຂະພາບ ເຊິ່ງປະຈຸບັນມີແຕ່ສຳລັບແຮງງານໃນລະບົບເທົ່ານັ້ນ. ໃນຂະນະດຽວກັນ, ສຳລັບຕົວຊີ້ວັດກ່ຽວກັບການຮອງຮັບຕໍ່ໄພພິບັດ, ລະບົບການຕິດຕາມທີ່ມີຢູ່ໃນປະຈຸບັນເນັ້ນໃສ່ພຽງແຕ່ການຕິດຕາມຜົນກະທົບຂອງໄພພິບັດ ແລະ ມາດຕະການຫຼຸດຜ່ອນຄວາມສ່ຽງຕໍ່ໄພພິບັດທີ່ມີຢູ່ເທົ່ານັ້ນ. ຍ້ອນວ່າໄພພິບັດແມ່ນຂຶ້ນກັບລັກສະນະສະເພາະຂອງແຕ່ລະປະເທດ ລັດຖະບານຕ້ອງພັດທະນາຍຸດທະສາດສະເພາະສຳລັບການຕິດຕາມວຽກງານດັ່ງກ່າວ.20

ເພື່ອສົ່ງເສີມການຈັດຕັ້ງປະຕິບັດ, ການຕິດຕາມ ແລະ ການທົບທວນ SDGs, ສປປ ລາວ ຍັງໄດ້ສ້າງບົດລາຍງານຄວາມຄືບໜ້າແບບສະໝັກໃຈສະບັບທຳອິດ (VNR) ໃນປີ 2018 ໂດຍການປຶກສາຫາລືລະຫວ່າງບັນດາກະຊວງ, ອົງການຈັດຕັ້ງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ, ກໍຄືບັນດາຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສັງຄົມສົງເຄາະ, ແລະ ຂະແໜງການເອກະຊົນ. ບົດລາຍງານດັ່ງກ່າວໄດ້ນຳສະເໜີຜ່ານກອງປະຊຸມການເມືອງລະດັບສູງ (HLPF) 2018, ເຊິ່ງນຳສະເໜີຜົນສຳເລັດ, ສິ່ງທ້າທາຍ ແລະ ແຜນຍຸດທະສາດເພື່ອບັນລຸເປົ້າໝາຍ ແລະ ວາລະການພັດທະນາແບບຍືນຍົງ 2030.21

ກ່ຽວກັບໜ້ານີ້

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

A9zP4
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!