ແຮງງານ

ຄວາມສຳເລັດຂອງປະເທດໜຶ່ງໆ ຕົ້ນຕໍແມ່ນຂຶ້ນຢູ່ກັບການວ່າຈ້າງງານແຮງງານພາຍໃນປະເທດ ແລະ ການພັດທະນາຄວາມຮູ້ ແລະ ທັກສະຂອງພົນລະເມືອງ. ບົດລາຍງານທຶນມະນຸດໂລກຂອງສະພາເສດຖະກິດໂລກ ວັດແທກອົງປະກອບທີ່ໃຊ້ກຳນົດລະດັບການພັດທະນາ ‘ທຶນມະນຸດ’ ຂອງປະເທດ. ບົດລາຍງານດັ່ງກ່າວສາມາດນຳໃຊ້ໃນການປະເມີນຄວາມຄືບໜ້າພາຍໃນປະເທດ ແລະ ໃຊ້ສົມທຽບຄວາມຄືບໜ້າລະຫວ່າງບັນດາປະເທດ.

ບົດລາຍງານທຶນມະນຸດໂລກ 2017 ຈັດປະເທດລາວຢູ່ອັນດັບທີ 84 ໃນ 130 ປະເທດ (ເຊິ່ງປະເທດອັນດັບທີໜຶ່ງແມ່ນອັນດັບທີ່ດີທີ່ສຸດ).1 ອັນດັບນີ້ເປັນອັນດັບທີ່ຕ່ຳກວ່າຄ່າສະເລ່ຍ, ແຕ່ວ່າລາວກໍມີການຍົກລະດັບຈາກອັນດັບທີ 106 ໃນປີ 2016. ລາວມີອັດຕາການນຳໃຊ້ແຮງງານໃນລະດັບທີ່ສູງ (ອັນດັບທີ 12) ເຊິ່ງສະແດງເຖິງອັດຕາການມີສ່ວນຮ່ວມຂອງແຮງງານມີສູງ ແລະ ອັດຕາການຫວ່າງງານມີຕ່ຳ. ເຖິງຢ່າງໃດກໍຕາມ ແຮງງານລາວຍັງຢູ່ໃນອັນຕ່ຳໃນດ້ານການພັດທະນາແຮງງານ (ຢູ່ອັນດັບ 97), ຄວາມສາມາດຂອງແຮງງານ (ຢູ່ອັນດັບ 99)  ແລະ ທັກສະແຮງງານ (ຢູ່ອັນດັບ 105).

ທຶນມະນຸດຂອງ ສປປ ລາວແມ່ນມີຕ່ຳ. ອັດຕາການຮູ້ໜັງສື ແລະ ຕົວເລກຂອງປະແມ່ນຊາຊົນຢູ່ໃນອັນດັບຕ່ຳສຸດໃນອາຊີຕາເວັນອອກສຽງໃຕ້. ເຮັດໃຫ້ປະເທດລາວຂາດແຄນແຮງງານທີ່ມີທັກສະໃນການເຮັດວຽກ. ອີກດ້ານໜຶ່ງ ຂະໜາດຂອງກຳລັງແຮງງານໃນລາວແມ່ນນ້ອຍ. ຈຳນວນປະຊາກອນໃນໄວເຮັດວຽກທີ່ມີອາຍຸລະຫວ່າງ 15-64 ປີມີພຽງ 4.2 ລ້ານຄົນ. ຄາດຄະເນການຂະຫຍາຍຕົວຂອງປະຊາກອນຈະມີພຽງແຕ່ 7 ລ້ານຄົນໃນປີ 2050. ປັດໃຈເຫຼົ່ານີ້ເຮັດໃຫ້ລາວຜະເຊີນກັບສິ່ງທ້າທາຍທາງດ້ານຂະໜາດ ແລະ ສະມັດຖະພາບການຜະລິດຂອງແຮງງານລາວ.2

ແຮງງານໃນ ສປປ ລາວປະມານ 70 ເປີເຊັນແມ່ນຢູ່ໃນຂະແໜງກະສິກຳ ແລະ ການປະມົງ. ຍ້ອນວ່າຂະແໜງກະສິກຳມີສະມັດຖະພາບການຜະລິດຕ່ຳ, ອັດຕາທີ່ສູງດັ່ງກ່າວຈຶ່ງມີຜົນທາງລົບຕໍ່ວຽກງານທີ່ມີຄຸນຄ່າ ແລະ ການຫຼຸດຜ່ອນຄວາມທຸກຍາກ.3 ຂະແໜງການທີ່ກຳລັງຂະຫຍາຍຕົວລວມມີ ຂະແໜງສາທາລະນະສຸກ, ການທ່ອງທ່ຽວ, ການສຶກສາ ແລະ ອຸດສາຫະກຳການຂຸດຄົ້ນ ເຊັ່ນ ການຂຸດຄົ້ນບໍ່ແຮ່.4

ການຫວ່າງງານ

ອັດຕາການຫວ່າງງານໃນ ສປປ ລາວແມ່ນມີຕ່ຳ, ເຊິ່ງຢູ່ທີ່ 2 ເປີເຊັນສຳລັບແຮງງານເພດຊາຍ ແລະ ເພດຍິງ ໃນປີ 2015.5 ການຫວ່າງງານສ່ວນໃຫຍ່ແມ່ນໃນກຸ່ມໄວໜຸ່ມອາຍຸລະຫວ່າງ 15–24 ປີ ໂດຍສະເພາະໃນກຸ່ມຜູ້ທີ່ຮຽນຈົບໃໝ່ ແລະ ປະຊາຊົນໃນເຂດຊົນນະບົດ.6 ຜູ້ທຸກຍາກບໍ່ສາມາດຢູ່ໄດ້ຖ້າບໍ່ມີວຽກເຮັດ, ຂະນະທີ່ກຸ່ມຄົນເມືອງ ແລະ ຜູ້ມີຖານະສາມາດເລືອກໄດ້ກ່ຽວກັບຄຸນນະພາບຂອງວຽກງານທີ່ປະຕິບັດ.7

ເຖິງແມ່ນວ່າອັດຕາການຫວ່າງງານໂດຍລວມຈະຕ່ຳ, ອັດຕາສ່ວນຂອງຜູ້ທີ່ມີວຽກທີ່ບໍ່ໝັ້ນຄົງຍັງຄົງສູງ. ເຊິ່ງນີ້ແມ່ນຂຶ້ນກັບຈຳນວນຂອງຜູ້ອອກແຮງງານໃນຂະແໜງກະສິກຳ ແລະ ການປະມົງ, ການຂາຍ ແລະ ຜູ້ປະກອບອາຊີບປະຖົມປະຖານ. ນອກຈາກນີ້ ອາດຕ້ອງຄຳນຶງເຖິງປັດໃຈ ເຊັ່ນວ່າ ການຈ້າງງານຕາມລະດູການຜະລິດ ເນື່ອງຈາກວ່າແຮງງານສ່ວນໃຫຍ່ແມ່ນຢູ່ໃນຂະແໜງການກະສິກຳ ແລະ ຢູ່ໃນຊົນນະບົດ (ແຮງງານນອກລະບົບ). 8

ໃນຂະນະທີ່ອັດຕາສ່ວນການຈ້າງງານຕໍ່ປະຊາກອນຫຼຸດລົງ, ລາວຍັງຄົງຢູ່ໃນອັນດັບສູງສຸດຂອງໃນພາກພື້ນ (77.7 ເປີເຊັນໃນປີ 2010).9

ອັດຕາການຫວ່າງງານຄາດວ່າຈະຫຼຸດລົງມາເປັນ 1.7 ເປີເຊັນໃນປີ 2020, ແຕ່ວ່າ ສປປ ລາວຍັງຄົງຜະເຊີນກັບບັນຫາໃຫຍ່ຄືການມີແຮງງານທີ່ມີທັກສະໜ້ອຍກວ່າຄວາມຕ້ອງການ ແລະ ມີແຮງງານບໍ່ມີທັກສະຫຼາຍກວ່າຄວາມຕ້ອງການ.10

ສຸຂະພາບ ແລະ ຄວາມປອດໄພ

ອີງຕາມຂໍ້ມູນຂອງອົງການແຮງງານສາກົນ, ໃນທົ່ວໂລກໂດຍສະເລ່ຍໃນແຕ່ລະວັນມີຜູ້ເສຍຊີວິດຍ້ອນອຸບັດຕິເຫດແຮງງານ ແລະ ພະຍາດອາຊີບປະມານ 5,000 ຄົນ. ໃນປະເທດລາວ ອັນຕະລາຍໃນສະຖານທີ່ເຮັດວຽກໄດ້ນຳໄປສູ່ອຸບັດຕິເຫດຫຼາຍຢ່າງ, ການແຜ່ເຊື້ອພະຍາດ, ການສູນເສຍການໄດ້ຍິນ, ການເຈັບປ່ວຍຍ້ອນຄວາມກົດດັນ ແລະ ການເສຍຊີວິດ.11

ເຖິງແມ່ນວ່າກົດໝາຍແຮງງານຈະກຳນົດສະພາບແວດລ້ອມທີ່ປອດໄພໃນການເຮັດວຽກ ແລະ ການຈ່າຍຄ່າຊົດເຊີຍທີ່ສູງກວ່າສຳລັບໜ້າວຽກທີ່ອັນຕະລາຍ, ສິ່ງເຫຼົ່ານີ້ບໍ່ໄດ້ປົກປ້ອງສິດທິຂອງຜູ້ອອກແຮງງານໂດຍກົງໃນການອອກຈາກສະຖານະການທີ່ມີຄວາມສ່ຽງສູງ. ໃນກໍລະນີການບາດເຈັບ ແລະ ເສຍຊີວິດໃນເວລາເຮັດວຽກ, ຜູ້ໃຊ້ແຮງງານຕ້ອງຈ່າຍຄ່າຊົດເຊີຍໃຫ້ແກ່ຜູ້ອອກແຮງງານ ແລະ/ຫຼື ຄອບຄົວຂອງເຂົາເຈົ້າ. ຜູ້ໃຊ້ແຮງງານຕ້ອງຮັບຜິດຊອບຕໍ່ຜູ້ອອກແຮງງານໃນກໍລະນີເສຍອົງຄະເນື່ອງຈາກການອອກແຮງງານ.12 

ການຄຸ້ມຄອງປະກັນສັງຄົມໃນລາວແມ່ນຂ້ອນຂ້າງຈຳກັດ, ສະເພາະຜູ້ອອກແຮງງານໃນລະບົບເທົ່ານັ້ນທີ່ໄດ້ຮັບຜົນປະໂຫຍດຈາກການຄຸ້ມຄອງ. ສ່ວນຜູ້ອອກແຮງງານນອກລະບົບແມ່ນບໍ່ໄດ້ຮັບການຄຸ້ມຄອງຂັ້ນພື້ນຖານໃດໆ.13

ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີໜ້າທີ່ຮັບຜິດຊອບໃນການກວດກາສະຖານທີ່ອອກແຮງງານ. ການລົງໂທດສຳລັບຜູ້ບໍ່ປະຕິບັດຕາມກົດໝາຍແຮງງານ ເຊິ່ງປະກອບມີການປັບໄໝ, ການງົດໃບອະນຸຍາດດຳເນີນທຸລະກິດ, ການສຶກສາອົບຮົມຄືນ ແລະ ການຕັກເຕືອນ.14

ກຳມະກອນໂຮງງານຕັດຫຍິບໃນ ສປປ ລາວ. ຮູບຖ່າຍໂດຍ ໄອແອວໂອ ອາຊີປາຊິຟິກ, ວັນທີ 19 ກໍລະກົດ 2016. ລິຂະສິດ: CC BY-NC-ND 2.0.

ກົດໝາຍແຮງງານ

ສປປ ລາວ ນຳໃຊ້ກົດໝາຍແຮງງານສະບັບປີ 2013 ເຊິ່ງມີການປະກາດໃຊ້ຢ່າງເປັນທາງການໃນເດືອນມັງກອນ 2014, ປ່ຽນແທນກົດໝາຍແຮງງານສະບັບປີ 2006.15 ກົດໝາຍດັ່ງກ່າວໄດ້ຂະຫຍາຍການຄຸ້ມຄອງທັງແຮງງານລາວ ແລະ ຕ່າງປະເທດ. ນອກນີ້ ຍັງມີການເພີ່ມນະໂຍບາຍສຳລັບການເຮັດວຽກລ່ວງເວລາ ແລະ ເຮັດວຽກແບບເປັນກະ ໂດຍການກຳນົດໄລຍະເວລາການເຮັດວຽກ ແລະ ການຈ່າຍຄ່າຊົດເຊີຍທີ່ສົມເຫດສົມຜົນ. ການຍົກເລີກສັນຍາແຮງງານກໍມີການກຳນົດກ່ຽວກັບເຫດຜົນການລາອອກ ແລະ ການຈ່າຍເງິນຊົດເຊີຍອອກການ. ນອກນັ້ນ ຍັງມີການບັງຄັບໃຊ້ມາດຕະການດ້ານສຸຂະພາບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກທຸກແຫ່ງ ແບບບໍ່ມີຂໍ້ຍົກເວັ້ນ.16

ດ້ານສິດເສລີພາບໃນການສະມາຄົມ ແລະ ສິດທິໃນການເຈລະຈາຕໍ່ລອງ, ກົດໝາຍແຮງງານລາວອະນຸຍາດໃຫ້ພົນລະເມືອງສາມາດເດີນຂະບວນປະທ້ວງ ແລະ ຈັດຕັ້ງສະມາຄົມແຮງງານໄດ້ຕາມຕ້ອງການ. ນອກຈາກນີ້ ກົດໝາຍຍັງຫ້າມບໍ່ໃຫ້ຜູ້ໃຊ້ແຮງງານໄລ່ຜູ້ອອກແຮງງານທີ່ເປັນຫົວໜ້າສະມາຄົມກຳມະບານອອກຈາກໜ້າວຽກ.17 

ຄ່າແຮງງານ

ຄ່າແຮງງານຂັ້ນຕ່ຳຕໍ່ເດືອນສຳລັບຜູ້ອອກແຮງງານໃນຂະແໜງເອກະຊົນແມ່ນ 1,100,000 ກີບ,18 (ຫຼືປະມານ 130 ໂດລາສະຫະລັດ) ແລະ ມີອັດຕາກິນ 50,000 ກີບຕໍ່ວັນ (ປະມານ 5.90 ໂດລາສະຫະລັດ). ລັດຖະກອນ ແລະ ພະນັກງານລັດວິສາຫະກິດ ໄດ້ຮັບຄ່າແຮງງານທີ່ສູງກວ່າຢູ່ທີ່ປະມານ 1.4 ລ້ານກີບຕໍ່ເດືອນ19 (ປະມານ 165 ໂດລາສະຫະລັດ). ຄ່າແຮງງານຂັ້ນຕ່ຳແມ່ນຄຸ້ມຄອງໂດຍລັດຖະບານ, ເຊິ່ງໝາຍຄວາມວ່າຜູ້ອອກແຮງງານຕ້ອງໄດ້ຮັບຄ່າແຮງງານບໍ່ໃຫ້ຫຼຸດອັດຕາຄ່າແຮງງານຂັ້ນຕ່ຳທີ່ວາງອອກ. ອີງຕາມອັດຕາດັ່ງກ່າວ, ລາວນອນຢູ່ໃນ 49 ເປີເຊັນທຳອິດຂອງບັນດາປະເທດທົ່ວໂລກ ເຊິ່ງມີ 97 ປະເທດຢູ່ໃນອັນດັບທີ່ສູງກວ່າ ແລະ ມີຄ່າແຮງງານຂັ້ນຕ່ຳທີ່ສູງກວ່າລາວ.20

ການຍ້າຍຖິ່ນຂອງແຮງງານພາຍໃນ

ປີ 2015 ພົນລະເມືອງລາວ 17 ເປີເຊັນຖືເປັນ ‘ຜູ້ຍ້າຍຖິ່ນຖາວອນ’ ໃນ ສປປ ລາວ. ອັດຕາສ່ວນຜູ້ຍ້າຍຖິ່ນພາຍໃນຖາວອນ, ເຊິ່ງກຳນົດຈາກຜູ້ທີ່ມີເມືອງຢູ່ປະຈຸບັນແຕກຕ່າງຈາກເມືອງເກີດ, ມີປະມານ 23–25 ເປີເຊັນໃນກຸ່ມຜູ້ຊາຍໃຫຍ່ ແລະ 21–22 ເປີເຊັນໃນກຸ່ມຜູ້ຍິງໃຫຍ່.21 ດັ່ງນັ້ນ ການຍ້າຍຖິ່ນຂອງແຮງງານພາຍໃນລາວແມ່ນຂ້ອນຂ້າງເປັນເລື່ອງປົກກະຕິ. ຜູ້ຍ້າຍຖິ່ນແມ່ຍິງໂດຍທົ່ວໄປມັກປະກອບອາຊີບກ່ຽວກັບການຮັບຈ້າງໃນຄົວເຮືອນ, ຂະແໜງການຕັດຫຍິບ, ການເສີບ ແລະ ການຄ້າປະເວນີ.22 ເນື່ອງຈາກແຮງງາານຍ້າຍຖິ່ນພາຍໃນສ່ວນໃຫຍ່ແມ່ນແຮງງານນອກລະບົບ ພວກເຂົາເຈົ້າບໍ່ໄດ້ຮັບການຂຶ້ນທະບຽນ ຫຼື ບໍ່ມີສິດໄດ້ຮັບການປະກັນສັງຄົມ ແລະ ການປົກປ້ອງໃນການອອກແຮງງານ.

ການຍ້າຍຖິ່ນຂອງແຮງງານໄປຕ່າງປະເທດ

ສະມາຊິກຄອບຄົວທີ່ເຮັດວຽກຢູ່ຕ່າງປະເທດເປັນແຫຼ່ງລາຍຮັບກ້ອນໃຫຍ່ສຳລັບຄອບຄົວຂອງເຂົາເຈົ້າທີ່ອາໄສຢູ່ພາກໃຕ້ຂອງລາວ. ປີ 2013 ລາຍຮັບທີ່ສົ່ງກັບບ້ານຂອງແຮງງານຍ້າຍຖິ່ນລາວກວມເອົາປະມານ 2.5 ເປີເຊັນ ຂອງລວມຍອດຜະລິດຕະພັນພາຍໃນຂອງປະເທດ (GDP).23 ແຮງງານຍ້ານຖິ່ນລາວໃນຕ່າງປະເທດກວມປະມານ 8 ເປີເຊັນຂອງແຮງງານລາວ. ພວກເຂົາເຈົ້າເປັນກຸ່ມທີ່ບອບບາງ, ເຊິ່ງສວ່ນໃຫຍ່ປະກອບອາຊີບໃນຕຳແໜ່ງທີ່ມີຄ່າຈ້າງຕ່ຳ ແລະ ອາຊີບໃຊ້ແຮງງານໃນປະເທດເພື່ອນບ້ານ ເຊັ່ນປະເທດໄທ.24

ຂ້າທາດສະໄໝໃໝ່ ແລະ ການຄ້າມະນຸດ

ສປປ ລາວເປັນທັງປະເທດຫຼັກແຫຼ່ງ, ເປັນທາງຜ່ານ ແລະ ເປັນຈຸດໝາຍສຳລັບການຄ້າແມ່ຍິງ, ເດັກນ້ອຍ ແລະ ຜູ້ຊາຍ.25 ປັດໄຈຂັບເຂື່ອນການຄ້າມະນຸດໃນລາວລວມມີ ຄວາມບໍ່ສະເໝີພາບດ້ານລາຍຮັບ, ການຂາດຊັບພະຍາກອນໃນການຄວບຄຸມພື້ນທີ່ຊາຍແດນ ແລະ ການຂະຫຍາຍຕົວດ້ານເສດຖະກິດ. ຍ້ອນຄວາມທຸກຍາກ ແລະ ການຂາດໂອກາດໃນການສຶກສາ, ແມ່ຍິງ ແລະ ເດັກຍິງຈຳນວນໜຶ່ງຈຶ່ງຖືກຊັກຈູງໄປຕ່າງປະເທດ ແລະ ຕົກເປັນເຫຍື່ອໃນການຄ້າປະເວິນີແຮງງານ. ປະເທດລາວຈັດຢູ່ໃນອັນດັບທີ 22 ໃນ 167 ປະເທດຂອງດັດສະນີຂ້າທາດໂລກ 2018 (ເຊິ່ງປະເທດອັນດັບໜຶ່ງແມ່ນອັນດັບຮ້າຍແຮງທີ່ສຸດ).26 

ຂໍ້ມູນທີ່ກ່ຽວຂ້ອງກັບໜ້ານີ້

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

DbNTa
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!