ນະໂຍບາຍ ແລະ ການຄຸ້ມຄອງປ່າໄມ້

ການຈັດແບ່ງປະເພດປ່າໄມ້

ທີ່ດິນ ແລະ ຊັບພະຍາກອນທັງໝົດເທິງໜ້າດິນ ຫຼື ໃຕ້ດິນຂອງ ສປປ ລາວ ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງລັດ ກໍຄືວົງຄະນະຍາດແຫ່ງຊາດ.1 ເຖິງຢ່າງໃດກໍຕາມ, ລັດກໍມີການຮັບຮູ້ສິດຊົມໃຊ້ໃນໄລຍະຍາວ, ທີ່ສາມາດໂອນມອບໄດ້ ຂອງທັງທີ່ດິນ ແລະ ຊັບພະຍາກອນ.2 “ທີ່ດິນປ່າໄມ້” ແມ່ນໜຶ່ງໃນແປດປະເພດທີ່ດິນ ທີ່ມີການກຳນົດໂດຍລັດຖະບານ.3 ຕາມການກຳນົດຢ່າງຈະແຈ້ງໃນກົດໝາຍວ່າດ້ວຍປ່າໄມ້ 2017, ປ່າໄມ້ບາງປະເພດອາດບໍ່ຢູ່ໃນທີ່ດິນປ່າໄມ້, ແລະ ທີ່ດິນປ່າໄມ້ທັງໝົດອາດບໍ່ຄອບຄຸມບາງປະເພດປ່າໄມ້. ແຕ່ວ່າ “ປ່າໄມ້” ໝາຍເຖິງປະເພດລະບົບນິເວດ “ທີ່ດິນເຊິ່ງມີຕົ້ນໄມ້ນາໆຊະນິດເກີດຂຶ້ນຕາມທຳມະຊາດ ຫຼື ປູກຂຶ້ນ ໃນເນື້ອທີ່ແຕ່ສູນຈຸດຫ້າ (0.5) ເຮັກຕາຂຶ້ນໄປ ແລະ ມີຄວາມປົກຫຸ້ມຂອງຊັ້ນເຮືອນຍອດຕົ້ນໄມ້ແຕ່ຊາວສ່ວນຮ້ອຍ (20%) ຂຶ້ນໄປ.”4 “ທີ່ດິນປ່າໄມ້” ແມ່ນປະເພດການປົກຄອງລະດັບຊາດ ແລະ ເປັນເນື້ອທີ່ດິນທັງໝົດທີ່ລັດກຳນົດໃຫ້ເປັນທີ່ດິນປ່າໄມ້.5

ປ່າໄມ້ ແບ່ງເປັນສາມປະເພດ. ປ່າປ້ອງກັນ ໝາຍເຖິງປ່າທີ່ມີຄວາມສຳຄັນພິເສດຕໍ່ການບໍລິການລະບົບນິເວດ ເຊັ່ນ ການຮັກສາແຫຼ່ງນ້ຳ, ການປ້ອງກັນດິນເຊາະເຈື່ອນ ຫຼື ການຫຼຸດຜ່ອນຜົນກະທົບຈາກພະຍຸ.6 ປ່າສະຫງວນ ໝາຍເຖິງປ່າທີ່ກຳນົດ ເພື່ອການອະນຸລັກຊີວະນາໆພັນ, ຄວາມສວຍງາມຂອງທິວທັດ, ຫຼື ມໍລະດົກທາງທຳມະຊາດ.7 ປ່າປ້ອງກັນ ແລະ ປ່າສະຫງວນ ສາມາດສ້າງຕັ້ງໃນລະດັບຊາດ, ລະດັບແຂວງ ຫຼື ລະດັບເມືອງ. ສຸດທ້າຍ ປ່າຜະລິດ ໝາຍເຖິງປ່າສຳລັບສະໜອງໄມ້ ແລະ ເຄື່ອງປ່າຂອງດົງ,8 ເຖິງຢ່າງໃດກໍຕາມ ກໍມີການຫ້ານການຕັດໄມ້ໃນປ່າຜະລິດ ນັບຕັ້ງແຕ່ປີ 2013.9 ປ່າຜະລິດມີທັງປ່າໄມ້ທຳມະຊາດ ແລະ ປ່າໄມ້ປູກ, ແລະ ມີການສ້າງຕັ້ງໃນລະດັບຊາດ.10

ປ່າປ້ອງກັນ ແລະ ປ່າສະຫງວນ ມີການຈຳກັດໃນການນຳໃຊ້ ຫຼາຍກວ່າປ່າຜະລິດ. ເພື່ອປ່ຽນປະເພດຈາກປ່າປ້ອງກັນ ຫຼື ປ່າສະຫງວນມາເປັນປ່າຜະລິດ ຕ້ອງຍື່ນໃບສະເໜີເຖິງລັດຖະບານ (ກໍຄື ຄະນະລັດຖະບານ) ໃຫ້ຜ່ານການອະນຸມັດຂອງສະພາແຫ່ງຊາດ. ນອກຈາກນີ້ ການຫັນປ່ຽນປະເພດຂອງປ່າທັງສາມປະເພດນີ້ ໃຫ້ເປັນທີ່ດິນທີ່ບໍ່ແມ່ນປ່າໄມ້ ຕ້ອງຜ່ານການອະນຸມັດໂດຍສະພາແຫ່ງຊາດ ຕາມການສະເໜີຂອງລັດຖະບານ. ການຫັນປ່ຽນປະເພດປ່າໄມ້ອື່ນໆ ຕ້ອງຜ່ານການອະນຸມັດໂດຍລັດຖະບານ ຕາມການສະເໜີຂອງກະຊວງກະສິກຳ ແລະ ປ່າໄມ້ (ກກປ).11

ອຳນາດຕາມກົດໝາຍ

ກກປ – ກົມປ່າໄມ້ ມີອຳນາດຫຼັກແຫຼ່ງກ່ຽວກັບປ່າໄມ້ ແລະ ທີ່ດິນປ່າໄມ້ ເຖິງວ່າກົດໝາຍຈະສົ່ງເສີມໃຫ້ອຳນາດການປົກຄອງແຂວງ ແລະ ເມືອງ ມີສ່ວນຮ່ວມໃນການຕັດສິນໃຈ, ໂດຍສະເພາະກ່ຽວກັບການຈັດສັນທີ່ດິນປ່າໄມ້.

ກກປ ຮັບຜິດຊອບໃນການສ້າງລະບຽບການ ພາຍໃຕ້ກົດໝາຍວ່າດ້ວຍປ່າໄມ້ ແລະ ກົດໝາຍສະບັບອື່ນທີ່ກ່ຽວຂ້ອງ, ສ້າງແຜນຍຸດທະສາດແຫ່ງຊາດ ສຳລັບຂະແໜງປ່າໄມ້, ຂຶ້ນທະບຽນໄມ້, ຕ້ານການຄ້າໄມ້ເຖື່ອນ ແລະ ການລະເມີດກົດໝາຍປ່າໄມ້, ເກັບກຳ ແລະ ເຜີຍແຜ່ຂໍ້ມູນ, ສະເໜີການກຳນົດປ່າໄມ້ໃໝ່, ແລະ ອື່ນໆ.12 ໃນຫຼາຍໆກໍລະນີ, ຫ້ອງການກະສິກຳແລະປ່າໄມ້ແຂວງ (ກປຂ) ແລະ ຫ້ອງການກະສິກຳແລະປ່າໄມ້ເມືອງ (ກປມ) ເຊິ່ງເປັນໜ່ວຍງານລະດັບທ້ອງຖິ່ນຂອງລັດຖະບານ ກໍມີບົດບາດສຳຄັນໃນການຄຸ້ມຄອງປ່າໄມ້.​ ຕົວຢ່າງ, ກປຂ ມີສິດໃນການສ້າງແຜນການຕັດໄມ້ໃນເບື້ອງຕົ້ນ ເພື່ອຍື່ນສະເໜີຕໍ່ອຳນາດການປົກຄອງແຂວງ ເພື່ອອະນຸມັດ, ກ່ອນຈະຍື່ນສະເໜີຕໍ່ ກກປ.13

ນອກນີ້ ກປຂ, ກປມ ແລະ ອຳນາດການປົກຄອງບ້ານ ຍັງມີບົດບາດສຳຄັນອື່ນໆຕາມກົດໝາຍ. ມາດຕາ 111 ຂອງກົດໝາຍປ່າໄມ້ສະບັບດັດແກ້ ກຳນົດວ່າ ພາຍຫຼັງທີ່ໄດ້ຈັດສັນ ແລະ ​ແບ່ງປະເພດປ່າໄມ້ ແລະ ທີ່ດິນປ່າໄມ້, ລັດຖະບານມອບໃຫ້ອົງການປົກຄອງຂັ້ນແຂວງ, ເມືອງ ແລະ ບ້ານ “ເປັນຜູ້ຄຸ້ມຄອງ, ກວດກາ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ຕາມກົດໝາຍຢ່າງເຂັ້ມງວດ.”14 ອຳນາດການປົກຄອງຂັ້ນເມືອງ ມີສິດໃນການຈັດສັນທີ່ດິນປ່າໄມ້ ໃຫ້ແກ່ອຳນາດການປົກຄອງບ້ານ.15

Logging truck in Laos. Photo by Adam Jones @adam63 via wikimedia. Licensed under CC BY-SA 3.0.

ທີ່ດິນປ່າໄມ້ ອາດມີການຈັດສັນເພື່ອການຄຸ້ມຄອງ ແລະ ນຳໃຊ້ໂດຍບຸກຄົນ, ຊຸມຊົນ, ຫຼື ນິຕິບຸກຄົນ —ຜ່ານການອະນຸຍາດໂດຍກົງ,​ ການເຊົ່າ ຫຼື ການສຳປະທານ. ລັດຖະບານ ຫຼື ສະພາແຫ່ງຊາດ ຫຼື ອຳນາດການປົກຄອງຂັ້ນແຂວງ ມີໜ້າທີ່ໃນການອະນຸມັດການສຳປະທານຕ່າງໆ ເຊິ່ງຂຶ້ນກັບປະເພດປ່າໄມ້, ແລະ ຂະໜາດ ແລະ ຈຸດປະສົງຂອງການອະນຸຍາດ, ການເຊົ່າ ຫຼື ການສຳປະທານ.16 ນອກຈາກນີ້ ກກປ ຍັງມີບົດບາດໃນການທົບທວນດ້ານວິຊາການ ກ່ຽວກັບໂຄງການສຳປະທານຕ່າງໆ.17

ນອກຈາກນັ້ນ ກະຊວງອື່ນໆກໍມີບົດບາດທີ່ສຳຄັນ. ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຜູ້ຄຸ້ມຄອງສິ່ງອຳນວຍຄວາມສະດວກໃນການປຸງແຕ່ງໄມ້, ຄຸ້ມຄອງການປະມູນໄມ້, ແລະ ເກັບກຳຂໍ້ມູນກ່ຽວກັບການຊື້ຂາຍໄມ້.18 ກະຊວງການເງິນ ເປັນຜູ້ເກັບກຳຄ່າທຳນຽມຈາກຫົວໜ່ວຍທຸລະກິດ ທີ່ດຳເນີນການສຳປະທານ, ກໍຄືຄ່າລິຂະສິດໃນການຊື້ຂາຍໄມ້, ເຊິ່ງຈະຈັດສັນເຂົ້າກອງທຶນເພື່ອການປົກປັກຮັກສາພັດທະນາ ປ່າໄມ້.19

ການນຳໃຊ້ທີ່ໄດ້ຮັບອະນຸຍາດ

ຕໍ່ໄປນີ້ຈະສະເໜີຂໍ້ຈຳກັດໂດຍທົ່ວໄປ ກ່ຽວກັບການນຳໃຊ້ປະເພດປ່າໄມ້. ການຈຳແນກການຈັດສັນປ່າ ແມ່ນອີງໃສ່ຜູ້ນຳໃຊ້ (ບ້ານ, ບຸກຄົນ/ຄົວເຮືອນ, ທຸລະກິດ), ແລະ ຈຸດປະສົງຂອງການນຳໃຊ້.

ປ່າປ້ອງກັນ ແມ່ນຈັດແບ່ງເປັນເຂດ ຕາມປະເພດກິດຈະກຳທີ່ອະນຸຍາດ. ໃນ “ເຂດຫວງຫ້າມເດັດຂາດ” ມີການອະນຸຍາດສະເພາະໃຫ້ມີການຄົ້ນຄວ້າທາງວິທະຍາສາດ ແລະ ການທ່ອງທ່ຽວອະນຸລັກທຳມະຊາດ.20 ໃນທາງກົງກັນຂ້າມ, “ເຂດຄຸ້ມຄອງການນຳໃຊ້” ແມ່ນຈັດສັນສຳລັບບ້ານທີ່ນອນຢູ່ໃນ ຫຼື ຕິດກັບເຂດປ່າສະຫງວນ. ໃນເຂດນີ້, ອະນຸຍາດໃຫ້ມີ ການທ່ອງທ່ຽວອະນຸລັດທຳມະຊາດ, ການເກັບກູ້ເຄື່ອງປ່າຂອງດົງ,​ ການຜະລິດກະສິກຳ, ແລະ ການປູກໄມ້, ແຕ່ບໍ່ອະນຸຍາດໃຫ້ມີການຂຸດຄົ້ນໄມ້ ເພື່ອທຸລະກິດ.21

ປ່າສະຫງວນ ອາດມີທັງເຂດຫວງຫ້າມເດັດຂາດ ແລະ ເຂດຄຸ້ມຄອງການນຳໃຊ້ ເຊິ່ງມີຂໍ້ຈຳກັດດັ່ງກ່າວມາຂ້າງເທິງ. ນອກຈາກນັ້ນຍັງອາດມີ “ເຂດກັນຊົນ”, ເຊິ່ງຈັດສັນເພື່ອການນຳໃຊ້ໃນບ້ານ ທີ່ບໍ່ກຳນົດໃນກົດໝາຍວ່າດ້ວຍປ່າໄມ້, ແຕ່ກວມເອົາພື້ນທີ່ອ້ອມຮອບເຂດຄວບຄຸມການນຳໃຊ້. ໂດຍສະເພາະໃນເຂດປ່າສະຫງວນທີ່ມີເອກະລັກສະເພາະ ອາດມີການກຳນົດໃຫ້ເປັນເຂດອະນຸລັກພັນສັດປ່າ, ເຂດອຸດທິຍານແຫ່ງຊາດ, ຫຼື ມໍລະດົກພາກພື້ນ ຫຼື ມໍລະດົກໂລກ,22 ເຊິ່ງໄດ້ຮັບການປົກປ້ອງພິເສດ ແລະ ມີກອງທຶນການອະນຸລັກທີ່ກ່ຽວຂ້ອງ.23

ສຸດທ້າຍ ປ່າປ້ອງກັນ ມີຂະບວນການສະເພາະໃນການນຳໃຊ້ ເຊິ່ງຂຶ້ນຢູ່ກັບວ່າເປັນປ່າໄມ້ປູກ ຫຼື ປ່າໄມ້ທຳມະຊາດ. ເຈົ້າຂອງທີ່ໄດ້ຮັບການອະນຸຍາດໃນການປູກໄມ້ ຕ້ອງແຈ້ງຕໍ່ອຳນາດການປົກຄອງທີ່ກ່ຽວຂ້ອງ ຖ້າມີການຂຸດຄົ້ນໄມ້ ຫຼື ເຄື່ອງປ່າຂອງດົງ.24 ອີກດ້ານໜຶ່ງ, ໃນປ່າທຳມະຊາດ, ກກປ ອາດມີການໝາຍຕົ້ນໄມ້ທີ່ຕ້ອງການຕັດ, ອະນຸມັດສັນຍາໃຫ້ແກ່ຫົວໜ່ວຍທຸລະກິດ, ແລະ ກວດສອບຄວາມຖືກຕ້ອງໃນລະຫວ່າງ ແລະ ພາຍຫຼັງການຂຸດຄົ້ນໄມ້.25 ການເກັບກູ້ເຄື່ອງປ່າຂອງດົງຈາກປ່າໄມ້ທຳມະຊາດ ແມ່ນອະນຸມັດພາຍໃຕ້ ການຮັບຮອງສິດໃນການນຳໃຊ້ທີ່ດິນຈາກ ກກປ, ແລະ ຕ້ອງສອດຄ່ອງຕາມແຜນການປະຈຳປີ.26

Secondary forest in the Nam Ha National Protected Area. Photo by rds26 via wikimedia. Licensed under CC BY-SA 4.0.

ກຳມະສິດປ່າໄມ້ /ສິດໃນການຊົມໃຊ້

ລັດເປັນຜູ້ຄຸ້ມຄອງທີ່ດິນທີ່ກຳນົດເປັນປ່າໄມ້ ກໍຄືປ່າໄມ້ທຳມະຊາດ. ລັດສາມາດຈັດການກັບທີ່ດິນປ່າໄມ້ຕາມລະບຽບການຕໍ່ໄປນີ້. ໃນຂະນະດຽວກັນ ບຸກຄົນ ຫຼື ອົງການຈັດຕັ້ງ ທີ່ເປັນເຈົ້າຂອງ ສາມາດຂຸດຄົ້ນໄມ້ທີ່ປູກໃນທີ່ດິນ ທີ່ຢູ່ພາຍໃຕ້ສິດຊົມໃຊ້ຖາວອນຂອງຕົນ.27 ນອກນັ້ນ ເຂົາເຈົ້າຍັງສາມາດຄອບຄອງຕົ້ນໄມ້ທີ່ເກີດຕາມທຳມະຊາດໃນດິນນາ ແລະ ທີ່ດິນປະເພດອື່ນໆທີ່ບໍ່ແມ່ນດິນປ່າ, ແຕ່ຕ້ອງຂໍອະນຸຍາດຈາກສຳນັກງານ ກກປ ສູນກາງ ຫຼື ກປມ, ເຊິ່ງຂຶ້ນກັບຊະນິດສາຍພັນທີ່ຂຸດຄົ້ນ.

ສຳລັບທີ່ດິນປ່າໄມ້, ກໍຄືທີ່ດິນທີ່ບໍ່ແມ່ນເຂດປ່າຢ່າງເປັນທາງການ, ສາມາດຈັດສັນເພື່ອການຄຸ້ມຄອງຂັ້ນບ້ານ. ພື້ນທີ່ທີ່ມີການກຳນົດເພື່ອການຄຸ້ມຄອງຂັ້ນບ້ານ ຈະຖືກຈັດແບ່ງເຂດຕາມການຈັດສັນເຂດປ່າສາມປະເພດທີ່ກຳນົດຄື ປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ, ແຕ່ກໍອາດຈັດເປັນປະເພດທີສີ່ເພີ່ມເຕີມຄື “ປ່າຊົມໃຊ້ຂອງບ້ານ” ເຊິ່ງສາມາດຂຸດຄົ້ນໄມ້ເພື່ອຈຸດປະສົງການໃຊ້ປະໂຫຍດພາຍໃນບ້ານ, ທີ່ບໍ່ແມ່ນເພື່ອທຸລະກິດ.28 ລະບົບນີ້ຖືກນຳໃຊ້ ເພື່ອປ່ຽນແທນລະບົບການຄຸ້ມຄອງປ່າໄມ້ແບບມີສ່ວນຮ່ວມໃນເມື່ອກ່ອນ ເຊິ່ງມີການຖົກຖຽງວ່າສົ່ງເສີມໂອກາດທາງດ້ານເສດຖະກິດການດຳລົງຊີວິດໄດ້ດີກວ່າ ສຳລັບຊຸມຊົນ.29 ສິ່ງທີ່ໜ້າສັງເກດກໍຄື ເຖິງວ່າກົດໝາຍວ່າດ້ວຍປ່າໄມ້ ຈະມີການຮັບຮູ້ສິດໃນການຊົມໃຊ້ປ່າໄມ້ຕາມປະເພນີ ເຊິ່ງເປັນໜຶ່ງໃນປະເພດການນຳໃຊ້ປ່າໄມ້ທີ່ໄດ້ຮັບອະນຸຍາດ,30 ສປປ ລາວ ກໍຍັງມີນະໂຍບາຍອັນຍາວນານ ໃນການຫຼຸດຜ່ອນການຖາງປ່າເຮັດໄຮ່.31 ຍຸດທະສາດຂະແໜງປ່າໄມ້ມີການຈຳແນກລະຫວ່າງການຖາງປ່າເຮັດໄຮ່ (ເຊິ່ງກວມກິນພື້ນທີ່ປ່າທຳມະຊາດທີ່ສົມບູນໃນເມື່ອກ່ອນ) ແລະ ການເຮັດໄຮ່ແບບໝູນວຽນ ທີ່ບໍ່ລຸກລາມພື້ນທີ່ປ່າ.32 ຄວາມແຕກຕ່າງດັ່ງກ່າວ ແມ່ນມີຄວາມຫຍຸ້ງຍາກໃນການແຕ້ມແຜນທີ່ ໂດຍອີງໃສ່ສະເພາະຂໍ້ມູນການສັງເກດຈາກໄລຍະໄກ ແລະ ຮຽກຮ້ອງໃຫ້ມີການພົວພັນກັບຊຸມຊົນໃນຕົວຈິງ ແລະ ອີງໃສ່ຄວາມຮູ້ພື້ນທີ່ໃນທ້ອງຖິ່ນ.

ກົດລະບຽບຂອງການເຊົ່າ ຫຼື ອະນຸມັດການສຳປະທານທີ່ດິນປ່າໄມ້ໃຫ້ແກ່ຄົວເຮືອນ, ບຸກຄົນ ແລະ ທຸລະກິດ ແມ່ນຍັງບໍ່ລະອຽດຈະແຈ້ງ. ກົດໝາຍວ່າດ້ວຍປ່າໄມ້ ກຳນົດວ່າ ລັດສາມາດຈັດສັນທີ່ດິນປ່າໄມ້ໃຫ້ແກ່ບຸກຄົນທີ່ກ່າວມານັ້ນ ເພື່ອການຄຸ້ມຄອງ.33 ການຈັດສັນທີ່ດິນປ່າໄມ້ໃຫ້ແກ່ຄົວເຮືອນ ຫຼື ບຸກຄົນ ມີຂໍ້ຈຳກັດເພີ່ມເຕີມພາຍໃຕ້ກົດໝາຍວ່າດ້ວຍທີ່ດິນ. ຍົກເວັ້ນໃນຮູບແບບຂອງການເຊົ່າ, ການຈັດສັນທີ່ດິນປ່າໄມ້ ຕ້ອງແມ່ນດິນປ່າເລົ່າອ່ອນ ຫຼື ປ່າເສື່ອມໂຊມ, ມີເນື້ອທີ່ບໍ່ເກີນ 3 ເຮກຕາ ແລະ ມີກຳນົດການທົດລອງເບື້ອງຕົ້ນສາມປີ.34 ຄົວເຮືອນ ແມ່ນຈຳກັດການດຳເນີນກິດຈະກຳສະເພາະທີ່ກຳນົດຕາມກົດໝາຍ. ຖ້າມີການປູກປ່າໃນທີ່ດິນດັ່ງກ່າວ, ພວກເຂົາອາດສາມາດຕັດໄມ້ທີ່ປູກ ຫຼື ສ້າງລາຍຮັບຈາກການຂາຍກາກບອນໃນປ່າໄມ້ປູກດັ່ງກ່າວ.35 ນອກຈາກນີ້, ສິດໃນການນຳໃຊ້ປ່າໄມ້ປູກ ສາມາດໂອນມອບ ຫຼື ສືບທອດມໍລະດົກ, ໃນຂະນະທີ່ໃນປ່າໄມ້ທຳມະຊາດ ແມ່ນບໍ່ສາມາດເຮັດໄດ້.36

ກ່ຽວກັບການເຊົ່າ ຫຼື ສຳປະທານ, ກົດໝາຍໄດ້ກຳນົດວ່າ ສາມາດເຮັດໄດ້ໃນພື້ນທີ່ດິນຈັດສັນ, ແຕ່ບໍ່ມີການກຳນົດເງື່ອນໄຂວ່າ ທີ່ດິນປະເພດໃດແດ່ທີ່ສາມາດຈັດສັນໄດ້.37 ກົດໝາຍວ່າດ້ວຍປ່າໄມ້ ກຳນົດຫ້າຈຸດປະສົງໃນການອະນຸມັດການເຊົ່າ ຫຼື ສຳປະທານທີ່ດິນຄື: ການທ່ອງທ່ຽວອະນຸລັກທຳມະຊາດ, ການຟື້ນຟູປ່າໄມ້ທຳມະຊາດ, ການປູກປ່າ, ການດຳເນີນກິດຈະກຳເພື່ອສົ່ງເສີມລະບົບນິເວດປ່າໄມ້, ແລະ ການຂຸດຄົ້ນບໍ່ແຮ່.38 ແຕ່ກໍຍັງບໍ່ຈະແຈ້ງວ່າ ບັນດາຈຸດປະສົງເຫຼົ່ານີ້ ຄວນປະຕິບັດຫຼາຍປານໃດ, ແລະ ມີໜຶ່ງຈຸດປະສົງທີ່ຍັງບໍ່ມີການອະນຸຍາດໃຫ້ປະຕິບັດໃນປະຈຸບັນ ຄື: ການຫ້າມການສຳປະທານການຂຸດຄົ້ນບໍ່ແຮ່ ທີ່ສືບຕໍ່ມາແຕ່ປີ 2016.39

ກົດໝາຍສະບັບນີ້ ຍັງມີການຈຳແນກ “ການຫັນປ່ຽນ” ທີ່ດິນປ່າໄມ້ ແຍກຕ່າງຫາກ, ເຊິ່ງເຫັນວ່າບໍ່ມີການຈຳກັດຈຸດປະສົງແນ່ນອນ, ຕາບໃດທີ່ມັນ “ສ້າງຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ”40 ແລະ ບໍ່ສົ່ງຜົນເສຍຫາຍ “ຮ້າຍແຮງ” ຕໍ່ສິ່ງແວດລ້ອມ ແລະ ສົ່ງຜົນກະທົບທາງລົບຕໍ່ສັງຄົມ. ກົດໝາຍດັ່ງກ່າວ ມີການພິຈາລະນາຢ່າງຈະແຈ້ງ ກ່ຽວກັບການຫັນປ່ຽນທີ່ດິນສຳລັບການສ້າງເຂື່ອນໄຟຟ້ານ້ຳຕົກ.41 ໂດຍກຳນົດວ່າການຫັນປ່ຽນ ຈະຕ້ອງປະຕິບັດຕາມຫຼັກການດຽວກັນກັບການເຊົ່າ ຫຼື ສຳປະທານ.42 ເຖິງຢ່າງໃດກໍຕາມ, ພາຍໃຕ້ການເຊົ່າ, ການສຳປະທານ, ຫຼື ການຫັນປ່ຽນທີ່ດິນປ່າໄມ້, ລັດຍັງຮັກສາກຳມະະສິດຕໍ່ກັບໄມ້ໃນທີ່ດິນດັ່ງກ່າວ, ຍົກເວັ້ນໄມ້ທີ່ປູກໂດຍຜູ້ເຊົ່າ/ສຳປະທານ.43 ນີ້ເປັນການຢືນຢັນຄຳສັ່ງສະບັບປີ 2016 ຂອງນາຍົກລັດຖະມົນຕີ ທີ່ວ່າ ໄມ້ທີ່ຂຸດຄົ້ນໃນລະຫວ່າງການກໍ່ສ້າງເສັ້ນທາງ ແມ່ນຊັບສົມບັດຂອງຊາດ.44

ນະໂຍບາຍໃນການພັດທະນາ

ກົດໝາຍວ່າດ້ວຍປ່າໄມ້ ສົ່ງເສີມໃຫ້ ກກປ ພັດທະນາລະບົບການຮັບປະກັນການປະຕິບັດກົດໝາຍກ່ຽວກັບໄມ້.45 ລະບົບດັ່ງກ່າວເປັນປັດໄຈສຳຄັນໃນ ຂໍ້ຕົກລົງການຮ່ວມມືໂດຍສະໝັກໃຈ (VPA) ທີ່ສປປ ລາວຈະລົງນາມຮ່ວມກັບ ສະຫະພາບຢູໂຣບ ເພື່ອສະແດງການປະຕິບັດຕາມເງື່ອນໄຂ ໃນລະບຽບການກ່ຽວກັບໄມ້ຂອງ EU . ໃນປີ 2017, ສປປ ລາວ ໄດ້ເຂົ້າຮ່ວມການເຈລະຈາຢ່າງເປັນທາງການກັບ EU ກ່ຽວກັບຂໍ້ຕົກລົງ VPA. ຂະບວນການດັ່ງກ່າວມີລັກສະນະຍືດເຍື້ອ ແລະ ອາດໃຊ້ເວລາອີກຫຼາຍປີ.

ປັດໄຈບາງຢ່າງເພື່ອຮັບປະກັນການປະຕິບັດກົດໝາຍກ່ຽວກັບໄມ້ ໄດ້ມີການກຳນົດຢູ່ແລ້ວ ໃນກົດໝາຍວ່າດ້ວຍປ່າໄມ້. ເຊັ່ນ:

  • ເຄື່ອງຈັກຕັດໄມ້ຕ້ອງມີການຂຶ້ນທະບຽນກັບ ກປມ ທ້ອງຖິ່ນ.46
  • ກົດໝາຍມີການກຳນົດການຈັດຊັ້ນຂອງໄມ້; ໄມ້ທ່ອນຕ້ອງມີການຈັດຊັ້ນໃນສະໜາມທ້ອນໂຮມນອກເຂດຂຸດຄົ້ນ (“ສະໜາມໄມ້ II”) ແລະ ໄມ້ແຕ່ລະທ່ອນຕ້ອງມີເອກະສານ ແລະ ປະທັບຕາກຳກັບ.47
  • ໄມ້ທ່ອນຈາກປ່າທຳມະຊາດຕ້ອງມີໃບອະນຸຍາດການຂົນສົ່ງ ຈາກ ກປມ ທີ່ກ່ຽວຂ້ອງ.48
  • ໄມ່ທ່ອນທີ່ຂຸດຄົ້ນ ຈາກປ່າປ້ອງກັນ ແລະ ປ່າສະຫງວນ ຈະຕ້ອງຂາຍໃຫ້ແກ່ໂຮງງານທີ່ໄດ້ຮັບການອະນຸມັດ ຈາກການເປີດປະມູນ.
  • ໃນປະຈຸບັນ ອະນຸຍາດໃຫ້ມີການສົ່ງອອກໄມ້ທ່ອນດິບທີ່ມາຈາກປ່າປູກເທົ່ານັ້ັນ49; ໄມ້ທ່ອນທີ່ມາຈາກປ່າໄມ້ທຳມະຊາດຕ້ອງດຳເນີນການປຸງແຕ່ງພາຍໃນປະເທດ.50 ນີ້ແມ່ນອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 15 ປີ 2016 ເຊິ່ງກຳນົດຫ້າມການສົ່ງອອກໄມ້ທ່ອນທີ່ມາຈາກປ່າໄມ້ທຳມະຊາດ.51

ນອກຈາກນີ້ ສປປ ລາວ ຍັງມີເຈດຈຳນົງເດີນຕາມແນວທາງ REDD+, ເຊິ່ງເປັນຂອບການດຳເນີນງານ ພາຍໃຕ້ສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການປ່ຽນແປງຂອງສະພາບອາກາດ, ທີ່ວ່າປະເທດກຳລັງພັດທະນາຈະໄດ້ຮັບປະໂຫຍດ ຈາກການຫຼຸດຜ່ອນການປ່ອຍທາດອາຍພິດ ທີ່ມາຈາກການທຳລາຍປ່າໄມ້ ແລະ ການເສື່ອມໂຊມຂອງປ່າໄມ້, ການປັບປຸງການຄຸ້ມຄອງປ່າໄມ້ໃຫ້ຍືນຍົງ. ກົດໝາຍວ່າດ້ວຍປ່າໄມ້ ຊຸກຍູ້ໃຫ້ມີການຂາຍກາກບອນປ່າໄມ້. ກົດໝາຍດັ່ງກ່າວບໍ່ກຳນົດກຳມະສິດກ່ຽວກັບກາກບອນ, ແຕ່ກຳນົດການຂາຍກາກບອນປ່າໄມ້ ໃຫ້ເປັນການຈ່າຍຄ່າຕອບແທນໃຫ້ແກ່ຜູ້ຄຸ້ມຄອງ, ປົກປັກຮັກສາ, ແລະ ພັດທະນາປ່າໄມ້ ບໍ່ໃຫ້ຖືກທຳລາຍ.52 ເຊິ່ງອາດຈະເປັນລັດ, ຫຼື ຄົວເຮືອນ, ອົງການຈັດຕັ້ງ ຫຼື ນິຕິບຸກຄົນ, ທັງພາຍໃຕ້ສັນຍາການນຳໃຊ້ທີ່ດິນໄລຍະຍາວ ຫຼື ຈາກທຸລະກິດກ່ຽວກັບປ່າໄມ້.53

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

8XW7v
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!