ປ່າໄມ້ ແລະ ວຽກງານດ້ານປ່າໄມ້
ນະໂຍບາຍ ແລະ ການຄຸ້ມຄອງປ່າໄມ້
ນະໂຍບາຍ ແລະ ການຄຸ້ມຄອງປ່າໄມ້

ການຈັດແບ່ງປະເພດປ່າໄມ້ທີ່ດິນ ແລະ ຊັບພະຍາກອນທັງໝົດເທິງໜ້າດິນ ຫຼື ໃຕ້ດິນຂອງ ສປປ ລາວ ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງລັດ ກໍຄືວົງຄະນະຍາດແຫ່ງຊາດ.1 ເຖິງຢ່າງໃດກໍຕາມ, ລັດກໍມີການຮັບຮູ້ສິດຊົມໃຊ້ໃນໄລຍະຍາວ, ທີ່ສາມາດໂອນມອບໄດ້ ຂອງທັງທີ່ດິນ ແລະ ຊັບພະຍາກອນ.2 “ທີ່ດິນປ່າໄມ້” ແມ່ນໜຶ່ງໃນແປດປະເພດທີ່ດິນ ທີ່ມີການກຳນົດໂດຍລັດຖະບານ.3 ຕາມການກຳນົດຢ່າງຈະແຈ້ງໃນກົດໝາຍວ່າດ້ວຍປ່າໄມ້ 2017, ປ່າໄມ້ບາງປະເພດອາດບໍ່ຢູ່ໃນທີ່ດິນປ່າໄມ້, ແລະ ທີ່ດິນປ່າໄມ້ທັງໝົດອາດບໍ່ຄອບຄຸມບາງປະເພດປ່າໄມ້. ແຕ່ວ່າ “ປ່າໄມ້” ໝາຍເຖິງປະເພດລະບົບນິເວດ “ທີ່ດິນເຊິ່ງມີຕົ້ນໄມ້ນາໆຊະນິດເກີດຂຶ້ນຕາມທຳມະຊາດ ຫຼື ປູກຂຶ້ນ ໃນເນື້ອທີ່ແຕ່ສູນຈຸດຫ້າ (0.5) ເຮັກຕາຂຶ້ນໄປ ແລະ ມີຄວາມປົກຫຸ້ມຂອງຊັ້ນເຮືອນຍອດຕົ້ນໄມ້ແຕ່ຊາວສ່ວນຮ້ອຍ (20%) ຂຶ້ນໄປ.”4 “ທີ່ດິນປ່າໄມ້” ແມ່ນປະເພດການປົກຄອງລະດັບຊາດ ແລະ ເປັນເນື້ອທີ່ດິນທັງໝົດທີ່ລັດກຳນົດໃຫ້ເປັນທີ່ດິນປ່າໄມ້.5ປ່າໄມ້ ແບ່ງເປັນສາມປະເພດ. ປ່າປ້ອງກັນ ໝາຍເຖິງປ່າທີ່ມີຄວາມສຳຄັນພິເສດຕໍ່ການບໍລິການລະບົບນິເວດ ເຊັ່ນ ການຮັກສາແຫຼ່ງນ້ຳ, ...