ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ

ປະເທດລາວເປັນປະເທດທີ່ມີພູມສັນຖານ ແລະ ລະບົບນິເວດທີ່ຫຼາກຫຼາຍ ພ້ອມທັງເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ແລະ ປົກຄຸມດ້ວຍປ່າໄມ້ທີ່ດົກໜາ, ພື້ນທີ່ 80% ເປັນພູ ຫຼື ສາຍພູ ແລະ ອີກ 20% ເປັນພູພຽງ ແລະ ທົ່ງພຽງລ້ອງແມ່ນໍ້າຂອງ. 

ຊັບພະຍາກອນທີ່ດິນ ແລະ ບໍ່ແຮ່

ພື້ນທີ່ປ່າໄມ້ (ປ່າຫຼັກ ແລະ ປ່າສຳຮອງ) ກວມເອົາເນື້ອທີ່ສ່ວນໃຫຍ່ຂອງປະເທດ(>80%). ເນື້ອທີ່ 10% ຂອງປະເທດແມ່ນພື້ນທີ່ກະສິກຳ, ສ່ວນພື້ນທີ່ທີ່ເໝາະແກ່ການປູກຝັງມີໜ້ອຍກວ່າ 7% ຂອງພື້ນທີ່ທັງໝົດ.1

ຍ້ອນປະເທດລາວມີພູມສັນຖານສ່ວນໃຫຍ່ເປັນພູ ຈຶ່ງອຸດົມໄປດ້ວຍຊັບພະຍາກອນບໍ່ແຮ່. ບໍ່ແຮ່ທີ່ສຳຄັນທີ່ມີການຂຸດຄົ້ນມີ ບໍ່ທອງແດງ, ຄຳ, ເຫຼັກ ແລະ ເງິນ, ນອກນັ້ນຍັງມີແຮ່ທາດທີ່ເປັນສິນຄ້າເຊັ່ນ ຖ່ານຫີນ, ຫີນກາວ, ຊືນ, ໂປຕັສ໌, ພອຍ, ກົ່ວ ແລະ ສັງກະສີ.2 ຂະແໜງການຂຸດຄົ້ນຫີນ ແລະ ບໍ່ແຮ່ມີຄວາມສຳຄັນຕໍ່ການພັດທະນາພື້ນຖານໂຄງລ່າງ ແລະ ເສດຖະກິດດ້ວຍການສະໜອງວັດຖຸດິບ ແລະ ສ້າງລາຍຮັບຈາກການລົງທຶນ, ອຸດສາຫະກຳດັ່ງກ່າວກວມເອົາປະມານ 10,500 ຕື້ກີບຂອງລວມຍອດຜະລິດຕະພັນພາຍໃນປີ 2017, ເພີ່ມຂຶ້ນ 7% ຈາກປີ 2013.3

ຊັບພະຍາກອນປ່າໄມ້

ປີ 2015 ປະເທດລາວມີເນື້ອທີ່ປາໄມ້ປະມານ 13.2 ລ້ານເຮັກຕາ. ໃນນັ້ນປ່າປະສົມປ່ຽນໃບກວມພຶ້ນທີ່ຫຼາຍສຸດ ປະມານ 9.4 ລ້ານເຮັກຕາ. ສ່ວນທີ່ເຫຼືອແມ່ນປະເພດປ່າໂຄກແຫ້ງແລ້ງ, ປ່າດົງດິບແຫ້ງແລ້ງ, ປ່າແປກ, ປ່າປະສົມປ່າແປກ ແລະ ປ່າໄມ້ໃບກວ້າງ. ນອນນັ້ນຍັງມີປ່າເລົ່າອ່ອນ ແລະ ປ່າໄຜ່ (27.30% ຂອງພື້ນທີ່ທັງໝົດ).4 ຊັບພະຍາກອນປ່າໄມ້ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ ແລະ ຊີວິດການເປັນຢູ່ໃນລາວ. ອຸດສາຫະກຳປ່າໄມ້ກວມເອົາ 3.8% ຂອງລວມຍອດຜະລິດຕະພັນພາຍໃນປີ 2016.5 ນອນນັ້ນປ່າໄມ້ຍັງສະໜອງເຄື່ອງປ່າຂອງດົງທີ່ມີຄຸນຄ່າ ເຊິ່ງເປັນແຫຼ່ງສະໜອງອາຫານ, ຢາ, ແລະ ລາຍຮັບເພື່ອການດຳລົງຊີບໃນຊົນນະບົດ.6

ຊັບພະຍາກອນແຫຼ່ງນ້ຳ

ການໄຫຼຂອງນໍ້າເທິງພື້ນຜິວ ແລະ ໜ້າດິນຈາກແຫຼ່ງຕົ້ນນໍ້າ ໃນພື້ນທີ່ອັນກວ້າງໃຫຍ່ທີ່ມີປະສິດທິພາບການຜະລິດຕໍ່ານີ້ ຄາດຄະເນວ່າກວມເອົາ 35% ຂອງການໄຫຼສະເລ່ຍຂອງແມ່ນໍ້າຂອງ, ໃນຂະນະທີ່ 80% ຂອງປະລິມານນ້ຳໄຫຼດັ່ງກ່າວແມ່ນຢູ່ໃນລະດູຝົນ.7 ແມ່ນ້ຳຂອງແມ່ນແມ່ນ້ຳສາຍຫຼັກ ເຊິ່ງໄຫຼຜ່ານປະເທດລາວແຕ່ເໜືອເຖິງໃຕ້ເປັນໄລຍະ 1,860 ກມ ລຽບຊາຍແດນລາວ-ໄທສ່ວນໃຫຍ່. ດິນແດນລາວກວມເອົາປະມານ 25% ຂອງສາຍແມ່ນ້ຳຂອງ ເຊິ່ງສະໜອງນ້ຳຈືດສະເລ່ຍ 270 ຕື້ແມັດກ້ອນຕໍ່ປີໃນທົ່ວປະເທດ. ແມ່ນ້ຳຂອງໃນລາວລວມມີ 39 ສາຂາ ແລະ ສາຂາຍ່ອຍ. ນ້ຳເປັນຊັບພະຍາກອນທີ່ສຳຄັນຂອງປະເທດໃນວຽກງານຊົນລະປະທານ, ການຫາປາ, ການປູກຝັງ, ການລ້ຽງສັດ, ແລະ ສະໜອງທ່າແຮງດ້ານພະລັງງານໄຟຟ້າ (ຄວາມສາມາດສະໜອງລວມມີປະມານ 23,000 ເມກາວັດ) ທັງສະໜອງນ້ຳໃຊ້ໃນຕົວເມືອງ ແລະ ຊົນນະບົດ. ໃນປະລິມານ້ຳອັນມະຫາສານດັ່ງກ່າວ ການນຳໃຊ້ນ້ຳຂອງປະເທດລາວມີພຽງແຕ່ປະມານ 5.7 ຕື້ແມັດກ້ອນໃນແຕ່ລະປີ. ເຊິ່ງສ່ວນໃຫຍ່ແມ່ນໃຊ້ໃນການກະສິກຳ (82%), ອຸດສາຫະກຳ (10%), ແລະ ສ່ວນທີ່ເຫຼືອແມ່ນນຳໃຊ້ໃນຄົວເຮືອນ.8

ເຂດດິນບໍລິເວນນໍ້າກໍ່ຖືເປັນຊັບພະຍາກອນສິ່ງແວດລ້ອມທີ່ສຳຄັນໃນລາວ. ປະເທດລາວປະກອບມີ 30 ບຶງຫຼັກ ເຊິ່ງກວມເອົາພື້ນທີ່ລວມ 1 ລ້ານເຮັກຕາ. ໃນນັ້ນ, ບຶງຂຽດໂງ້ງແຂວງຈຳປາສັກ ແລະ ເຊຈຳພອນແຂວງສະຫວັນນະເຂດ ແມ່ນ 2 ບຶງທີ່ຖືກກຳນົດໃຫ້ເປັນ ເຂດດິນບໍລິເວນນໍ້າຣາມຊາ ທີ່ສຳຄັນໃນລະດັບສາກົນຂອງລາວ.9

Mountainous landscape in Laos. Photo by Erdmann-Crew, Pixabay, taken on January 16, 2016. Licensed under CC0 1.0.

ພູມສັນຖານພູໃນລາວ. ຮູບຖ່າຍໂດຍ Erdmann-Crew (Pixabay) ວັນທີ 16 ມັງກອນ 2016. ລິຂະສິດ CC0 1.0.

ຊັບພະຍາກອນທຳມະຊາດໃນລາວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ

ການນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ໝາຍເຖິງ “ການພັດທະນາຊີວິດການເປັນຢູ່ຂອງມະນຸດໂດຍບໍ່ຄຸກຄາມຄວາມສົມດູນຂອງລະບົບນິເວດ”.10 ຊັບພະຍາກອນທຳມະຊາດໃນລາວມີຄວາມສຳຄັນຫຼາຍ ເນື່ອງຈາກມັນປະກອບສ່ວນໂດຍກົງເຂົ້າໃນ GDP ແຫ່ງຊາດ ຜ່ານການຂະຫຍາຍຕົວດ້ານການສົ່ງອອກໃນຂະແໜງກະສິກຳ, ປ່າໄມ້, ການຂຸດຄົ້ນບໍ່ແຮ່ ແລະ ພະລັງງານໄຟຟ້ານໍ້າຕົກ. ຊັບພະຍາກອນທຳມະຊາດຍັງມີຄວາມສຳຄັນຕໍ່ປະຊາຊົນບັນດາເຜົ່າ ໂດຍສະເພາະໃນຊົນນະບົດ ທີ່ນຳໃຊ້ຊັບພະຍາກອນດັ່ງກ່າວໃນການດຳລົງຊີວິດ. ນອກຈາກນັ້ນ, ຊັບພະຍາກອນທຳມະຊາດ ຍັງໃຫ້ບໍລິການດ້ານລະບົບນິເວດໂດຍທາງອ້ອມ ເຊິ່ງເປັນປະໂຫຍດຕໍ່ປະເທດລາວ ແລະ ບັນດາປະເທດລຸ່ມແມ່ນໍ້າຂອງ.

ພູມສັນຖານເປັນຕົວກຳນົດຊັບພະຍາກອນທຳມະຊາດທີ່ເປັນພື້ນຖານຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວ ເຊິ່ງມີຄວາມແຕກຕ່າງກັນຢ່າງຂາດຂັ້ນລະຫວ່າງປະຊາຊົນທີ່ອາໄສຢູ່ເຂດພູສູງ ສ່ວນຫຼາຍແມ່ນທາງພາກເໜືອ ຫຼື ພື້ນທີ່ທີ່ຖືກກະທົບໂດຍລູກລະເບີດທີ່ບໍ່ທັນແຕກລຽບຕາມຊາຍແດນຫວຽດນາມ ແລະ ປະຊາຊົນທີ່ອາໄສຢູ່ເຂດທົ່ງພຽງທີ່ເໝາະສົມແກ່ການເຮັດຊົນລະປະທານໃນພາກກາງ ແລະ ພາກໃຕ້ຂອງລາວ. ການແກ້ໄຂສິ່ງທ້າທາຍເຫຼົ່ານີ້ແມ່ນມີຄວາມສຳຄັນຕໍ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ. ການລຶບລ້າງຄວາມທຸກຍາກ  ແລະ ການລຶບລ້າງຄວາມອຶດຫິວ  ຈະໄດ້ຮັບຜົນສຳເລັດກໍ່ຕໍ່ເມື່ອນຳໃຊ້ຍຸດທະສາດການພັດທະນາຊົນນະບົດ ທີ່ອີງໃສ່ປະຊາຊົນເປັນໃຈກາງ ເພື່ອຫຼຸດຜ່ອນຄວາມບໍ່ສະເໝີພາບທາງເພດ ແລະ ຄວາມບໍ່ສະເໝີພາບອື່ນໆ ໃນການແຈກຢາຍຊັບພະຍາກອນທຳມະຊາດ ແລະ ຄວາມສ່ຽງທີ່ກ່ຽວຂ້ອງໃນການນຳໃຊ້ຊັບພະຍາກອນທຳມະຊາດ.

ການແບ່ງແຍກການເຊື່ອມໂຊມຂອງຊັບພະຍາກອນເຫຼົ່ານີ້ຈາກການຫັນເປັນອຸດສາຫະກຳ ເພື່ອໃຫ້ມີການຈະເລີນເຕີບໂຕດ້ານເສດຖະກິດແບບທົ່ວເຖິງ ແລະ ຍືນຍົງ, ພ້ອມທັງຕອບສະໜອງຕໍ່ຄວາມຕ້ອງການດ້ານພະລັງງານ ເພື່ອຮອງຮັບການເພີ່ມຂຶ້ນຂອງການຕັ້ງຖິ່ນຖານໃນຕົວເມືອງ ແມ່ນມີຄວາມສຳຄັນຫຼາຍໃນການໃຊ້ຊັບພະຍາກອນທຳມະຊາດໃນລາວຢ່າງມີປະສິດທິຜົນ ແລະ ມີການສູນເສຍໜ້ອຍທີ່ສຸດ. ສິ່ງນີ້ແມ່ນຂຶ້ນກັບການພັດທະນາຄວາມອາດສາມາດຂອງສະຖາບັນທ້ອງຖິ່ນໃຫ້ມີຄວາມທົ່ວເຖິງກວ່າເກົ່າ ແລະ ການສະໜອງທຶນຮອນໃຫ້ເຂົາເຈົ້າຢ່າງພໍພຽງຜ່ານການຮ່ວມມືຫຼາຍດ້ານ.

ຄຸນຄ່າທາງລະບົບນິເວດ

ໃນປີ 2011, ຄົວເຮືອນໃນລາວ 77% ທຳການຜະລິດກະສິກຳ11 ດັ່ງນັ້ນເຂົາເຈົ້າຈຶ່ງອີງໃສ່ຊັບພະຍາກອນທໍາມະຊາດເພື່ອການດໍາລົງຊີວິດ.  ການບໍໍການດ້ານລະບົບນິເວດທີ່ໄດ້ມາຈາກຊັບພະຍາກອນທຳມະຊາດໃນ ສປປ ລາວ ແມ່ນມີຄວາມໝາຍສຳຄັນຕໍ່ກັບຊີວິດການເປັນຢູ່ຂອງຊາວກະສິກອນ. ປະເທດລາວມີດິນກະສິກຳ 5.9 ລ້ານເຮັກຕາ, ເຊິ່ງໃນນັ້ນ 800,000 ເຮັກຕາແມ່ນນຳໃຊ້ໃນການປູກເຂົ້າ ແລະ ພືດພັນອື່ນໆໃນລະບົບກະສິກຳແບບໝູນວຽນໃນເຂດພູ.12

ນອກນີ້,  ພື້ນທີ່ນ່ານນໍ້າທີ່ໃຊ້ໃນການປະມົງຄາດວ່າມີປະມານ 1.2 ເຮັກຕາ ເຊິ່ງເປັນແຫຼ່ງສະໜອງຊີ້ນປາເພື່ອການບໍລິໂພກປະມານ 168,000 ໂຕນຕໍ່ປີ. ນີ້ທຽບເທົ່າກັບປະລິມານໂປຣຕີນທີ່ບໍລິໂພກ 24.5 ກິໂລກຣາມຕໍ່ຄົນຕໍ່ປີ ເຊິ່ງຄາດວ່າມີມູນຄ່າເຖິງ 150 ລ້ານໂດລາສະຫະລັດ.13 ພ້ອມນັ້ນ, ການປະເມີນຄ່າດ້ານເສດຖະກິດໃນ ສປປ ລາວ ຍັງເນັ້ນໃສ່ຄຸນຄ່າທາງອ້ອມຂອງຊັບພະຍາກອນທຳມະຊາດ. ຕົວຢ່າງ: ຄຸນຄ່າໃນການຫຼຸດຜ່ອນໄພນໍ້າຖ້ວມ, ການປົກປັກຮັກສາ ຊັບພະຍາກອນນໍ້າ ແລະ ການອານຸລັກຊີວະນາໆພັນໃນບຶງຂຽດໂງ້ງແມ່ນມີຄວາມສຳຄັນຫຼາຍກວ່າມູນຄ່າຕະຫຼາດຂອງການປະມົງທ້ອງຖິ່ນໃນຂົງເຂດດັ່ງກ່າວ.14 ຜົນໄດ້ຮັບໃນລັກສະນະດຽວກັນຍັງເຫັນໄດ້ຈາກການປຽບທຽບຄຸນຄ່າທາງດ້ານການທ່ອງທ່ຽວແບບອະນຸລັກ ກັບຄຸນຄ່າຂອງສວນຢາງພາລາ.15

ຊັບພະຍາກອນທຳມະຊາດໃນລາວ. ແຜນທີ່ໂດຍ ODM, ສຶກສາຊຸດຂໍ້ມູນເພີ່ມເຕີມທີ່ Map Explorer.

ຜົນກະທົບຕໍ່ສິ່ງແວດລ້ອມ

ສະພາບແວດລ້ອມໃນ ສປປ ລາວ ກຳລັງມີການປ່ຽນແປງຢ່າງໄວວາຍ້ອນການພັດທະນາດ້ານເສດຖະກິດ. ໃນຂະນະທີ່ສາມາດເຫັນໄດ້ເຖິງຜົນກະທົບຫຼາຍຢ່າງຕໍ່ສິ່ງແວດລ້ອມ, ຜົນກະທົບທີ່ພົ້ນເດັ່ນແມ່ນກ່ຽວພັນກັບການຕັດໄມ້ທຳລາຍປ່າ, ມົນລະພິດດິນ ແລະ ນໍ້າ, ການປ່ຽນແປງໃນການໄຫຼວຽນຂອງນໍ້າ ແລະ ການສູນເສຍຊີວະນາໆພັນ. ນອກນັ້ນ ການປ່ຽນແປງຂອງສະພາບອາກາດໃນທົ່ວໂລກກໍຍັງສົ່ງຜົນກະທົບຢ່າງຕໍ່ເນື່ອງຕໍ່ຊີວິດການເປັນຢູ່ ແລະ ການພັດທະນາຂອງລາວ.

ການຕັດໄມ້ທຳລາຍປ່າ

ໃນປີ 2010, ປະເທດລາວມີພື້ນທີ່ປົກຄຸມດ້ວຍປ່າໄມ້ຢູ່ 9.55 ລ້ານເຮັກຕາ ຫຼື 40% ຂອງເນື້ອທີ່ດິນທັງໝົດ. ຢ່າງໃດກໍ່ຕາມ, ຕົວເລກນີ້ຖືວ່າຫຼຸດລົງຢ່າງຫຼວງຫຼາຍຈາກເນື້ອທີ່ທີ່ປົກຄຸມດ້ວຍປ່າໄມ້ໃນຊຸມປີ 1940 ເຊິ່ງມີຢູ່ 17 ລ້ານເຮັກຕາ ຫຼື ເກືອບ 72% ຂອງເນື້ອທີ່ດິນທັງໝົດ.16 

ຂໍ້ມູນຈາກ Forest Monitoring for Action (FORMA) ເຊິ່ງຈະແຈ້ງເຕືອນເມື່ອດາວທຽມກວດພົບຄວາມປ່ຽນແປງຢ່າງໄວວາຂອງພື້ນທີ່ປ່າໄມ້ທຽບໃສ່ເດືອນທີ່ຜ່ານມາ,  ໃຫ້ຮູ້ວ່າການສູນເສຍພື້ນທີ່ປ່າໄມ້ຍັງຄົງເປັນບັນຫາທີ່ພົ້ນເດັ່ນໃນລາວ. ລາວມີພຽງແຕ່ 6% ຂອງປ່າຕົ້ນກຳເນີດເທົ່ານັ້ນທີ່ຍັງຄົງເຫຼືອຢູ່ ແລະ 93% ຂອງປ່າໄມ້ໃນລາວແມ່ນຢູ່ໃນພາວະຟື້ນຕົວຂັ້ນຕ່າງໆພາຍຫຼັງຖືກທຳລາຍ.17 

ການຕັດໄມ້ທຳລາຍປ່າ ຫຼື ການຫຼຸດລົງຂອງພື້ນທີ່ປົກຄຸມປ່າໄມ້ ແມ່ນມີສາເຫດມາຈາກຫຼາຍປັດໄຈ. ເຖິງຢ່າງໃດກໍ່ຕາມ, ປັດໄຈຕົ້ນຕໍລວມມີການຄ້າໄມ້ເຖື່ອນ, ການຂະຫຍາຍພື້ນທີ່ກະສິກຳ ລວມເຖິງການປູກໄມ້ອຸດສາຫະກຳ, ການສ້າງເຂື່ອນໄຟຟ້ານໍ້າຕົກ ແລະ ຊົນລະປະທານ, ການຂຸດຄົ້ນບໍ່ແຮ່, ໄຟປ່າ ແລະ ການສ້າງຖະໜົນຫົນທາງ.18 ແຜນພາບຂ້າງລຸ່ມນີ້ສະແດງໃຫ້ເຫັນການແຈ້ງເຕືອນ FORMA ທີ່ມີລັກສະນະເພີ່ມຂຶ້ນໃນໄລຍະທົດສະວັດທີ່ຜ່ານມາ ເຊິ່ງສະແດງໃຫ້ເຫັນວ່າ ຄຸນະພາບ ແລະ ການບໍລິການດ້ານລະບົບນິເວດຂອງພື້ນທີ່ປ່າໄມ້ ໃນ ສປປ ລາວ ຫຼຸດລົງ.19

ແຜນພາບໂດຍ ODM ກຸມພາ 2018. ແຫຼ່ງຂໍ້ມູນ: CAIT Climate Data Explorer20

ມົນລະພິດ

ການປ່ຽນແປງຢ່າງໄວວາໃນການດຳເນີນການບໍລິຫານຈັດການດິນ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດໃນລາວໄດ້ນຳໄປສູ່ການນຳໃຊ້ສານເຄມີໃນການກະສິກຳເພື່ອຊ່ວຍເຂົ້າໃນການຂະຫຍາຍທີ່ດິນກະສິກຳ,  ການປູກໄມ້ອຸດສາຫະກຳ ແລະ ການຂຸດຄົ້ນບໍ່ແຮ່ຕ່າງໆ. ຕົວຢ່າງ: ການພັດທະນາຢ່າງໄວວາຂອງອຸດສາຫະກຳສວນຢາງພາລາ ແລະ ສວນໄມ້ເພື່ອຜະລິດເຈ້ຍຂະໜາດໃຫຍ່ ປະກອບກັບແຮງງານທີ່ຈຳກັດເຮັດໃຫ້ມີການນຳໃຊ້ປຸຍ ແລະ ຢາຂ້າຫຍ້າຈຳນວນຫຼວງຫຼາຍ. ສານເຄມີໃນການກະສິກຳເຫຼົ່ານີ້ກໍ່ໃຫ້ເກີດບັນຫາດ້ານສຸຂະພາບຂອງຜູ້ອອກແຮງງານ ແລະ ແຫຼ່ງນ້ຳດື່ມທີ່ປົນເປື້ອນມົນລະພິດ ເຊັ່ນຫ້ວຍນໍ້າຕ່າງໆ.21

ນອກນັ້ນ ການປ່ອຍຂອງເສຍຈາກການຂຸດຄົ້ນບໍ່ແຮ່ກໍມີການເຊື່ອມໂຍງກັບມົນລະພິດທາງດິນ ແລະ ນໍ້າ. ຕົວຢ່າງ: ການນຳໃຊ້ສານໄຊຍາໄນ (cyanide) ໃນການຂຸດຄົ້ນບໍ່ຄຳໄດ້ສົ່ງຜົນໃຫ້ປາຕາຍ ແລະ ມີການປົນເປື້ອນໃນດິນ.22 ເຖິງແມ່ນວ່າການຂຸດຄົ້ນບໍ່ແຮ່ຂະໜາດໃຫຍ່ຈະນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເພື່ອຊ່ວຍໃຫ້ການໃຊ້ສານເຄມີອຸດສາຫະກຳມີຄວາມປອດໄພ ແລະ ມີປະສິດທິພາບຫຼາຍຂຶ້ນ, ແຕ່ການຂຸດຄົ້ນດັ່ງກ່າວກໍ່ຍັງເຮັດໃຫ້ພື້ນທີ່ປ່າໄມ້ທີ່ກວ້າງໃຫຍ່ເຊື່ອມໂຊມລົງໄດ້.23 ການຂຸດຄົ້ນບໍ່ແຮ່ຂະໜາດນ້ອຍກໍມີຜົນກະທົບຕໍ່ສິ່ງແວດລ້ອມ ໂດຍການຈຳກັດການນຳໃຊ້ທີ່ດິນທຳການຜະລິດ ແລະ ການປະມົງ ເນື່ອງຈາກການຂຸດຄົ້ນ ຫຼື ການປົນເປື້ອນສານບາຫຼອດ.24 ໂຄງການຂະໜາດກາງອື່ນໆທີ່ບໍລິສັດລາວຈ້າງຜູ້ຮັບເໝົາຂະໜາດນ້ອຍຈາກປະເທດຫວຽດນາມ ແລະ ຈີນ ໄດ້ເຮັດໃຫ້ເກີດມີມົນລະພິດທາງນໍ້າຍ້ອນໂລຫະໜັກ ແລະ ສົ່ງຜົນກະທົບຕໍ່ການໄຫຼຂອງນໍ້າໃນແມ່ນໍ້ານ້ອຍ.25

ອີກດ້ານໜຶ່ງ ການຂະຫຍາຍຕົວຂອງຕົວເມືອງ ແລະ ຮູບແບບການບໍລິໂພກໄດ້ສົ່ງຜົນໃຫ້ ການຜະລິດຂີ້ເຫຍື້ອໃນລາວເພີ່ມຂຶ້ນ. ໂດຍສະເລ່ຍການສ້າງຂີ້ເຫຍື້ອໃນຕົວເມືອງໃນລາວແມ່ນ 0.70 ກິໂລກຣາມຕໍ່ຫົວຄົນຕໍ່ວັນ, ເຊິ່ງສູງກວ່າອັດຕາໃນປະເທດອິນໂດເນເຊຍ ແລະ ຟິລິປິນ.26 ວິທີຫຼັກໃນການກຳຈັດຂີ້ເຫຍື້ອເຫຼົ່ານີ້ແມ່ນການນຳໃຊ້ສະໜາມຝັງຂີ້ເຫຍື້ອ ນອກຈາກນັ້ນກໍຍັງມີການຈູດຂີ້ເຫຍື້ອຕາມສະຖານທີ່ຫວ່າງເປົ່າ. ໃນລາວມີສະໜາມຂີ້ເຫຍື້ອຫຼັກສະເພາະແຕ່ໃນນະຄອນຫຼວງວຽງຈັນ ແລະ ມີສະໜາມຂີ້ເຫຍື້ອສຳຮອງສີ່ແຫ່ງ ໃນເມືອງ ຫຼວງພະບາງ, ທ່າແຂກ, ສະຫວັນນະເຂດ, ແລະ ປາກເຊ. ນອກນີ້ ກໍຍັງມີສະໜາມຂີ້ເຫຍື້ອຂະໜາດນ້ອຍຢູ່ໃນບັນດາເມືອງຕາມແຂວງຕ່າງໆ. ໃນຈຳນວນ 141 ເມືອງດັ່ງກ່າວ, ມີສະໜາມຂີ້ເຫຍື້ອພຽງ 14 ແຫ່ງທີ່ມີການຄວບຄຸມ.27 ການຖິ້ມຂີ້ເຫຍື້ອໃນຊຸມຊົນແມ່ນຂາດການບໍລິຫານຈັດການທີ່ດີ, ບາງແຫ່ງກໍທຳການຈູດຂີ້ເຫຍື້ອ ຫຼື ຖີ້ມຂີ້ເຫຍື້ອແບບຊະຊາຍ ຢູ່ຕາມສະຖານທີ່ເປົ່າຫວ່າງ, ຮ່ອງນ້ຳ ຫຼື ແມ່ນ້ຳຕ່າງໆ. ຂີ້ເຫຍື້ອອັນຕະລາຍ ເຊັ່ນ ຖ່ານໄຟສາຍ, ກະປ໋ອງສີ, ແລະ ປ໋ອງສະເປຕ່າງໆກໍຖີ້ມປະປົນກັບຂີ້ເຫຍື້ອທົ່ວໄປ ແຕ່ວ່າບໍ່ມີມາດຕະການຕິດຕາມການໄຫຼຊຶມຂອງນ້ຳເສຍທີ່ອາດເກີດຂຶ້ນຕໍ່ກັບທີ່ດິນ, ແຫຼ່ງນ້ຳເທິງໜ້າດິນ ແລະ ນ້ຳບາດານ.  ຍ້ອນຂໍ້ຈຳກັດດ້ານງົບປະມານ ແລະ ໂຄງສ້າງກົດໝາຍທີ່ບໍ່ພຽງພໍ, ຄວາມຮັບຜິດຊອບທາງສະຖາບັນ ແລະ ການຄຸ້ມຄອງ, ການບໍລິຫານຂີ້ເຫຍື້ອຈຶ່ງຕ້ອງເປັນຄວາມຮັບຜິດຊອບຂອງຄົວເຮືອນ ແລະ ຊຸມຊົນ ເຊິ່ງຕ້ອງອາໄສການລົນນະລົງສຶກສາອົບຮົມເພື່ອເຜີຍແຜ່ຂໍ້ມູນຕໍ່ສາທາລະນະ.28

ການປ່ຽນແປງການໄຫຼຂອງນໍ້າ

ເຖິງແມ່ນວ່າປະເທດລາວມີຊັບພະຍາກອນນໍ້າຢ່າງຫຼວງຫຼາຍ, ແຕ່ການພັດທະນາດ້ານເສດຖະກິດທີ່ໄວວາ, ໂຄງການຂຸດຄົ້ນຊັບພະຍາກອນຕ່າງໆ ແລະ ການປ່ຽນແປງຂອງສະພາບອາກາດ ໄດ້ສົ່ງຜົນກະທົບຕໍ່ການໄຫຼວຽນຂອງນ້ຳ ແລະ ຄວາມໝັ້ນຄົງທາງນໍ້າ.  ຜົນກະທົບຫຼັກໆຂອງເຂື່ອນໄຟຟ້ານໍ້າຕົກ ໄດ້ແກ່: ນໍ້າຖ້ວມໃນພື້ນທີ່ຕົ້ນນ້ຳ, ການປ່ຽນແປງທາງໄຫຼຂອງນ້ຳ, ຄວາມຂຸ່ນຂອງນໍ້າ ແລະ ຈຳນວນຕະກອນໃນເຂດລ້ອງແມ່ນໍ້າ.29 ຕົວຢ່າງ: ລະດັບນໍ້າໃນລ້ອງແມ່ນ້ຳເຂື່ອນໄຟຟ້ານໍ້າເທີນ 2 ແມ່ນຂຶ້ນກັບລະດັບຄວາມຕ້ອງການຜະລິດໄຟຟ້າໃນປະເທດໄທ ແລະ ປະລິມານນໍ້າທີ່ປ່ອຍຈາກເຂື່ອນ.30

ໂຄງລ່າງພື້ນຖານອື່ນໆ ເຊັ່ນ: ໂຮງງານໄຟຟ້າ ຍັງສ້າງຄວາມກົດດັນຕໍ່ການໄຫຼຂອງກະແສນໍ້າ. ຕົວຢ່າງ:  ໂຮງງານໄຟຟ້າພະລັງຖ່ານຫີນຫົງສາມີແຜນຈະສ້າງອ່າງໂຕ່ງເກັບນ້ຳ 3 ແຫ່ງຕາມລ້ອງແມ່ນ້ຳ ເພື່ອສະໜອງນໍ້າເຢັນສຳລັບການຜະລິດກະສະໄຟຟ້າ.31 ສະພາບອາກາດທີ່ປ່ຽນແປງຍ້ອນການກະທຳຂອງມະນຸດ ກໍ່ສົ່ງຜົນກະທົບຕໍ່ການໄຫຼຂອງນໍ້າເຊັ່ນກັນ ເຊິ່ງເປັນສາເຫດໃຫ້ເກີດໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງທີ່ຮຸນແຮງເກີດຂຶ້ນຫຼາຍກວ່າເກົ່າ.32

ການສູນເສຍຊີວະນາໆພັນ

ລາວເປັນໜຶ່ງໃນປະເທດທີ່ມີຄວາມຫຼາກຫຼາຍທີ່ສຸດດ້ານຊີວະນາໆພັນໃນອາຊີຕາເວັນອອກສ່ຽງໃຕ້. ຕາມການສຳຫຼວດລະບຸວ່າ ປະເທດລາວມີ 247 ພັນສັດ ລວມທັງສັດໃກ້ສູນພັນເຊັ່ນ ເສົາຫຼາ (Pseudoryx nghetinhensis), ແລະ ຟານເຂົາໃຫຍ່ (Megamuntiacus vuquangensis).33 ລາວມີສາຍພັນປາຫຼາຍກວ່າ 481 ສາຍພັນ, ລວມທັງ 22 ສາຍພັນທີ່ແປກໃໝ່.34 ແຕ່ເຖິງຢ່າງໃດກໍ່ຕາມ, ມັນກໍ່ຍັງເປັນທີ່ຮູ້ກັນດີວ່າລະບົບຊີວະນາໆພັນຂອງລາວໄດ້ຮັບຜົນກະທົບດ້ານລົບຍ້ອນການຕັດໄມ້ທຳລາຍປ່າ. ນອກນີ້ຄວາມຫຼາກຫຼາຍດ້ານຊີວະນາໆພັນຂອງລາວກໍຍັງໄດ້ຮັບຜົນກະທົບຈາກການຄ້າຂາຍສັດປ່າທີ່ມີຄຸນຄ່າສູງຈາກປ່າໃນລາວໃຫ້ແກ່ຕະຫຼາດໃນຫວຽດນາມ ແລະ ຈີນ, ພ້ອມທັງການລັກລອບຂົນຍ້າຍສັດປ່າທີ່ຜິດກົດໝາຍຈາກອາຟຣິກາໃຕ້ໄປຫວຽດນາມ ແລະ ຈີນ ຜ່ານທາງປະເທດລາວ.35 ປັດໄຈອື່ນໆທີ່ສົ່ງຜົນໃຫ້ເກີດການສູນເສຍຊີວະນາໆພັນລວມມີ ເຕັກນິກການຂຸດຄົ້ນໄມ້ແບບບໍ່ຍືນຍົງ ແລະ ການສ້າງຖະໜົນຫົນທາງ ເຊິ່ງອຳນວຍຄວາມສະດວກໃຫ້ນັກລ່າສັດປ່າເຂົ້າເຖິງເຂດປ່າໄມ້ໄດ້ງ່າຍຂຶ້ນ.36

Lar gibbon, Laos. Photo by JJ Harrison, Wikimedia Commons, taken on 23 November, 2012. Licensed under CC BY 3.0.

ທະນີມືຂາວຖິ່ນເໜືອ (Lar gibbon), ລາວ. ຮູບຖ່າຍໂດຍ JJ Harrison, Wikimedia Commons, ວັນທີ 23 ພະຈິກ 2012. ລິຂະສິດ CC BY 3.0.

ການປ່ຽນແປງຂອງສະພາບອາກາດ

ຍ້ອນວ່າການພັດທະນາຂອງລາວສ່ວນໃຫຍ່ແມ່ນອີງໃສ່ຊັບພະຍາກອນທຳມະຊາດເຊັ່ນ ການກະສິກຳ, ພະລັງງານໄຟຟ້ານ້ຳຕົກ, ການຂຸດຄົ້ນບໍ່ແຮ່ ແລະ ປ່າໄມ້, ປະເທດລາວຈຶ່ງມີຄວາມອ່ອນໄຫວສູງຕໍ່ການປ່ຽນແປງຂອງສະພາບອາກາດ. ຜ່ານລາວໄດ້ຜະເຊີນກັບສະພາບອາກາດທີ່ມີລັກສະນະຮຸນແຮງຫຼາຍຄັ້ງ. ນັບແຕ່ປີ 1990-2015, ລາວໄດ້ປະສົບກັບໄພພິບັດທີ່ເກີດຈາກນ້ຳຖ້ວມ ແລະ ພາຍຸ 21 ຄັ້ງ, ເຊິ່ງແຕ່ລະຄັ້ງໄດ້ສົງຜົນກະທົບກວ້າງຂວາງຕໍ່ການປູກຝັງ, ລ້ຽງສັດ, ແລະ ຊີວິດການເປັນຢູ່ຂອງປະຊາຊົນຫຼາຍແສນຄົນໂດຍສະເລ່ຍ. ການປ່ຽນແປງຂອງສະພາບອາກາດທີ່ຮຸນແຮງກວ່າແຕ່ກ່ອນ ໄດ້ສົ່ງຜົນຕໍ່ຊຸມຊົນຕ່າງໆ ໂດຍສະເພາະແມ່ນຊາວຊົນນະບົດທີ່ທຸກຍາກ, ຕໍ່ກັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສຸຂະພາບ, ສ້າງຄວາມເສຍຫາຍໃຫ້ແກ່ພື້ນຖານໂຄງລ່າງ ເຊັ່ນ ຖະໜົນ, ບ້ານເຮືອນ ແລະ ລະບົບສະໜອງກະແສໄຟຟ້າ ເຊິ່ງສ່ວນໃຫຍ່ບໍ່ສາມາດຮອງຮັບຕໍ່ສະພາບອາກາດທີ່ຮຸນແຮງ ແລະ ຍັງສົ່ງຜົນຕໍ່ການພັດທະນາປະເທດໃນໄລຍະຍາວ.37

ນະໂຍບາຍດ້ານສິ່ງແວດລ້ອມ

ນັບແຕ່ຕົ້ນຊຸມປີ 1990s, ລັດຖະບານລາວໄດ້ລິເລີ່ມການພັດທະນາຂອບກົດໝາຍແບບທົ່ວເຖິງ ແລະ ຄົບຖ້ວນ ເພື່ອຈະໄດ້ກາຍເປັນປະເທດທີ່ “ປົກຄອງດ້ວຍຫຼັກກົດໝາຍ” ພາຍໃນປີ 2020.38 ເຊິ່ງລວມມີການກະກຽມກົດໝາຍ ແລະ ນະໂຍບາຍຕ່າງໆເພື່ອແກ້ໄຂບັນຫາສິ່ງແວດລ້ອມ. ລັດຖະທຳມະນູນລາວ (ສະບັບຮອງຮັບຄັ້ງທຳອິດປີ 1991 ແລະ ດັດແກ້ປີ 2003) ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສິ່ງແວດລ້ອມ ໂດຍກຳນົດການປົກປັກຮັກສາສິ່ງແວດລ້ອມໃຫ້ເປັນໜ້າທີ່ຂອງພົນລະເມືອງລາວທຸກຄົນ.39 ນອກຈາກນັ້ນ, ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມໄດ້ມີການປະກາດໃຊ້ໃນປີ 1999 ເຊິ່ງເປັນເອກະສານຫຼັກດ້ານກົດໝາຍທີ່ສະໜັບສະໜູນການປົກປັກຮັກສາສິ່ງແວດລ້ອມ.40 ກົດໝາຍອື່ນໆທີ່ໄດ້ຮັບການຮັບຮອງ ທີ່ກ່ຽວພັນກັບບັນຫາສິ່ງແວດລ້ອມ ລວມມີ ກົດໝາຍປ່າໄມ້ (2007)ກົດໝາຍວ່າດ້ວຍສັດປ່າ ແລະ ສັດນໍ້າ (2007), ກົດໝາຍທີ່ດິນ (2003), ກົດໝາຍກະສິກຳ (1998) ແລະ ກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ (2017).

ວຽກງານສຳຄັນອັນໜຶ່ງທີ່ລັດຖະບານລາວພວມເອົາໃຈໃສ່ແມ່ນການສ້າງປ່າສະຫງວນແຫ່ງຊາດ (NPAs). ປ່າສະຫງວນແຫ່ງຊາດທີ່ຖືກສ້າງຕັ້ງຂຶ້ນໃນປີ 1993 ໃຫ້ເປັນເຂດປົກປັກຮັກສາຊີວະນາໆພັນແຫ່ງຊາດ, ມີຈຸດປະສົງເພື່ອປົກປັກຮັກສາປ່າໄມ້, ສັດປ່າ ແລະ ແຫຼ່ງນໍ້າ, ຮັກສາຄວາມອຸດົມສົມບູນຂອງທຳມະຊາດ ແລະ ຄວາມໝັ້ນຄົງດ້ານສິ່ງແວດລ້ອມ, ແລະ ປົກປັກຮັກສາຄວາມສວຍສົດງົດງາມຂອງທຳມະຊາດເພື່ອການພັກຜ່ອນ ແລະ ການຄົ້ນຄວ້າ.41 ປະຈຸບັນນີ້ ລາວມີປ່າສະຫງວນແຫ່ງຊາດ 23 ແຫ່ງ ເຊິ່ງກວມເອົາພື້ນທີ່ 30,000 ຕາລາງກິໂລແມັດ, ຫຼື 14% ຂອງເນື້ອທີ່ດິນທັງໝົດ.42

ນອນນັ້ນຍັງມີການສ້າງນະໂຍບາຍອື່ນໆເພື່ອຫຼຸດຜ່ອນການຕັດໄມ້ທຳລາຍປ່າ ເນື່ອງຈາກລັດຖະບານລາວມີເປົ້າໝາຍສ້າງພື້ນທີ່ປົກຄຸມປ່າໄມ້ໃຫ້ໄດ້ 70% ຂອງເນື້ອທີ່ທັງໝົດພາຍໃນປີ 2020.43 ໃນປີ 2016, ນາຍົກລັດຖະມົນຕີໄດ້ອອກຄຳສັ່ງເລກທີ 15 ວ່າດ້ວຍ “ຮັດແໜ້ນຄວາມເຂັ້ມແຂງໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ການຂົນສົ່ງໄມ້ ແລະ ທຸລະກິດກ່ຽວກັບໄມ້” ເພື່ອສ້າງຄວາມເຂັ້ມງວມໃນການຄວບຄຸມທຸລະກິດໄມ້ແປຮູບ ແລະ ການຕັດໄມ້ ລວມເຖິງການຫ້າມບໍ່ໃຫ້ສົ່ງອອກຜະລິດຕະພັນໄມ້ທີ່ຍັງບໍ່ຖືກແປຮູບໂດຍສົມບູນ.44 ໃນປີ 2015, ລັດຖະບານລາວໄດ້ເຂົ້າຮ່ວມການເຈລະຈາກັບສະຫະພາບເອີຣົບ ກ່ຽວກັບຂໍຕົກລົງການຮ່ວມມືແບບສະໝັກໃຈ ເຊິ່ງຖືເປັນສ່ວນໜຶ່ງຂອງແຜນງານການບັງຄັບໃຊ້ກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT). ໂຄງການນີ້ແນໃສ່ສ້າງຕັ້ງລະບົບ ເຊິ່ງອະນຸຍາດໃຫ້ພຽງແຕ່ໄມ້ທີ່ຖືກຢັ້ງຢືນວ່າໄດ້ຮັບການຂຸດຄົ້ນ ແລະ ແປຮູບຢ່າງຖືກກົດໝາຍເທົ່ານັ້ນທີ່ສາມາດສົ່ງອອກໄປຍັງບັນດາປະເທດສະມາຊິກສະຫະພາບເອີຣົບ.45

ກ່ຽວກັບການປ່ຽນແປງຂອງສະພາບອາກາດ, ລັດຖະບານ ສປປ ລາວໄດ້ໃຫ້ສັດຕະຍະບັນໃນອະນຸສັນຍາ UNFCCC ປີ 1995, ພິທີສານກຽວໂຕປີ 2003 ແລະ ຂໍ້ຕົກລົງປາຣີວ່າດ້ວຍການປ່ຽນແປງຂອງສະພາບອາກາດປີ 2016.  ປີ 2010 ລັດຖະບານໄດ້ສ້າງຍຸດທະສາດແຫ່ງຊາດວ່າດ້ວຍການປ່ຽນແປງຂອງສະພາບອາກາດ46 ແລະ ຍັງເນັ້ນໜັກເຖິງຄວາມສຳຄັນຂອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃນເປົ້າໝາຍທີ 3 ຂອງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດຄັ້ງທີ 8 (NSEDP) (2016-2020)47. ແຜນ NSEDP ຄັ້ງທີ 8 ໄດ້ຮ່າງຍຸດທະສາດເພື່ອການພັດທະນາສີຂຽວເພື່ອຄວາມຍືນຍົງຂອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຄວາມສາມາດໃນການຮັບມືຕໍ່ໄພພິບັດທຳມະຊາດ ແລະ ການປ່ຽນແປງຂອງສະພາບອາກາດ. ເຊື່ອມໂຍງກັນການຈັດຕັ້ງປະຕິບັດ NSEDP ຄັ້ງທີ 8 ລັດຖະບານໄດ້ຮັບຮອງເອົາການລິເລີ່ມການພັດທະນາສີຂຽວ ເຊິ່ງເປັນສ່ວຍໜຶ່ງຂອງໂຄງສ້າງການຮ່ວມມືຂອງບັນດາປະເທດສະມາຊິກທະນາຄານໂລກສຳລັບ ສປປ ລາວ (2017-2021)48, ເພື່ອເປັນແນວທາງສຳລັບການພັດທະນາແບບຍືນຍົງ, ການປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມສາມາດໃນການຮອງຮັບຕໍ່ການປ່ຽນແປງຂອງສະພາບອາກາດຂອງລາວ.

ກ່ຽວຂ້ອງກັບຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ແກ້ໄຂຫຼ້າສຸດ: ກັນຍາ 2018

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Zh2ag
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!