ການຄ້າມະນຸດ

ການຄ້າມະນຸດໝາຍເຖິງຂະບວນການ ເຊິ່ງວ່າບຸກຄົນຖືກບັງຄັບ ຫຼື ກັກຂັງເພື່ອສະແຫວງຫາຜົນປະໂຫຍດທີ່ບໍ່ເປັນທຳທາງເສດຖະກິດ.1 ຮູບແບບຂອງການຄ້າມະນຸດທີ່ແຜ່ຫຼາຍທີ່ສຸດແມ່ນການຄ້າປະເວນີ (ກວມ 79 ເປີເຊັນ), ເຊິ່ງຜູ້ປະສົບເຄາະສ່ວນໃຫຍ່ແມ່ນແມ່ຍິງ ແລະ ເດັກຍິງ. ຮອງລົງມາແມ່ນການຂູດຮີດແຮງງານ (18 ເປີເຊັນ).2 ບໍ່ວ່າຈະໃນຮູບແບບໃດກໍຕາມ, ການຄ້າມະນຸດສາມາດເກີດຂຶ້ນໄດ້ ທັງພາຍໃນປະເທດ ຫຼື ຂ້າມແດນ. ຈຸດປະສົງໃນການຄ້າມະນຸດລວມມີ ການບັງຄັບແຕ່ງງານ, ການຄ້າປະເວນີ, ແລະ ການຂູດຮີດແຮງງານໃນໂຮງຈັກໂຮງງານ.

ຂໍ້ມູນພື້ນຖານກ່ຽວກັບການຄ້າມະນຸດໃນລາວ

ສປປ ລາວ ບໍ່ພຽງເປັນປະເທດແຫຼ່ງ, ແຕ່ຍັງເປັນທາງຜ່ານ ແລະ ຈຸດໝາຍສຳລັບການຄ້າແມ່ຍິງ, ເດັກນ້ອຍ ແລະ ຜູ້ຊາຍ.3 ປັດໃຈຕົ້ນຕໍໃນການຄ້າມະນຸດລວມມີ: ຄວາມບໍ່ສະເໝີພາບດ້ານລາຍຮັບ, ການຂະຫຍາຍຕົວດ້ານການພັດທະນາເສດຖະກິດ ແລະ ການຂາດແຄນຊັບພະຍາກອນໃນການຄວບຄຸມພື້ນທີ່ຊາຍແດນ. ນອກຈານນີ້ ຄວາມທຸກຍາກ ແລະ ການຂາດໂອກາດໃນການສຶກສາຍັງຄົງມີແຜ່ຫຼາຍໃນລາວ ເຮັດໃຫ້ແມ່ຍິງ ແລະ ເດັກຍິງຕ້ອງອອກໄປເຮັດວຽກນອກປະເທດ ແລະ ມັກຕົກເປັນເຫຍື່ອໃນການຄ້າປະເວນີ.

ຂະນະທີ່ປະຊາກອນຜູ້ປະສົບເຄາະໃນການຄ້າມະນຸດມີຫຼາກຫຼາຍ ຜູ້ປະສົບເຄາະສ່ວນໃຫຍ່ຜູ້ຍ້າຍຖິ່ນຊົນນະບົດ ໂດຍສະເພາະແມ່ນກຸ່ມໄທລາວ ແລະ ໃນເຂດທົ່ງພຽງ.4 ຜູ້ປະສົບເຄາະໃນການຄ້າມະນຸດມັກເປັນຜູ້ຍ້າຍຖິ່ນທີ່ສະແຫວງຫາໂອກາດໃນການເຮັດວຽກຢູ່ຕ່າງປະເທດເພື່ອຊີວິດທີ່ດີຂຶ້ນ ເຊິ່ງມັກຕົກເປັນເຫຍື່ອໃນການຂູດຮີດແຮງງານ ຫຼື ການຄ້າປະເວນີ.5 ສຳລັບຜູ້ຍຸຍົງການຄ້າມະນຸດ ອາດແມ່ນນັກທ່ອງທ່ຽວ, ນັກເດີນທາງ, ແຮງງານຍ້າຍຖິ່ນ, ນັກທຸລະກິດຊາຍ-ຍິງທີ່ເດີນທາງມາກອງປະຊຸມ ຫຼື ເຮັດກິດຈະກຳອື່ນໆ.6

ຜູ້ປະສົບເຄາະຫຼາຍຄົນຖືກສົ່ງຕົວໄປປະເທດຕ່າງໆ ເຊັ່ນ ໄທ, ມາເລເຊຍ ຫຼື ຈີນ, ປະມານ 90 ເປີເຊັນຂອງຜູ້ປະສົບເຄາະແມ່ນຖືກສົ່ງໄປປະເທດໄທ.7

ຄະດີການຄ້າມະນຸດຕາມປົກກະຕິແມ່ນກ່ຽວຂ້ອງກັບເດັກນ້ອຍ ແລະ ຄົນໜຸ່ມທີ່ຖືກເອົາປຽບໃນອຸດສາຫະກຳການຄ້າປະເວນີ ຫຼື ຂູດຮີດດ້ານແຮງງານໃນໂຮງຈັກໂຮງງານ, ການກະສິກຳ ແລະ ການກໍ່ສ້າງ (ແຮງງານເດັກ).8 ນອກນັ້ນ ຍັງມີແມ່ຍິງ ແລະ ເດັກຍິງຈຳນວນໜຶ່ງທີ່ຖືກຂາຍໄປແຕ່ງງານໃນປະເທດຈີນ ເຊິ່ງເຫັນໄດ້ຈາກການເພີ່ມຂຶ້ນຂອງການຈົດທະບຽນແຕ່ງງານລະຫວ່າງຜູ້ຊາຍຈີນ ແລະ ຜູ້ຍິງລາວ.9 ຜູ້ຊາຍ ແລະ ເດັກຊາຍລາວມັກຕົກເປັນເຫຍື່ອຂອງການຂູດຮີດແຮງງານໃນໄຮ່ຢາງພາລາ ແລະ ການກະເສດ.10 ເຫຍື່ອຫຼາຍຄົນໄດ້ຖືກໂອນຍ້າຍຈາກພື້ນທີ່ນີ້ໄປຍັງພື້ນທີ່ໃໝ່ໂດຍຜ່ານນາຍໜ້າຄົນລາວ. ນັກຂັບລົດຂົນຍ້າຍເຫຼົານີ້ຍັງມີບົດບາດເປັນບາງຄັ້ງ ໃນການສະກັດກັ້ນແຮງງານຍ້າຍຖິ່ນທີ່ຈະເດີນທາງກັບປະເທດລາວ ແລະ ລໍ້ລວງເຂົາເຈົ້າໃຫ້ກັບຄືນສູ່ປະເທດຈຸດໝາຍການຄ້າມະນຸດທີ່ເຂົາເຈົ້າຈະໜີອອກມາ.  ຍ້ອນວ່າການຄ້າມະນຸດມີຜູ້ສົມຮູ້ຮ່ວມຄິດຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ, ການແກ້ໄຂບັນຫາອາດສະຍາກຳດັ່ງກ່າວ ຈຶ່ງມີຄວາມຫຍຸ້ງຍາກທີ່ສຸດ.

ເສັ້ນທາງການຄ້າມະນຸດໃນປະເທດໄທ, ເສັ້ນທາງ #1 ແລະ #2 ມາຈາກວຽງຈັນ. ແຜນພາບໂດຍ ອົງການ ເອຊີຄິລ ເຣນ.

ດັດສະນີຂ້າທາດໂລກແມ່ນການລາຍງານສະພາບຂ້າທາດສະໄໝໃໝ່ຂອງແຕ່ລະປະເທດ ເຊິ່ງສ້າງໂດຍມູນນິທິວັອກຟຣີ. ດັດສະນີຂ້າທາດໂລກ 2018 ຈັດປະເທດລາວຢູ່ໃນອັນດັບທີ 22 ໃນ 167 ປະເທດ (ເຊິ່ງປະເທດອັນດັບໜຶ່ງແມ່ນປະເທດທີ່ມີອັດຕາສ່ວນພົນລະເມືອງທີ່ອາໄສຢູ່ແບບຂ້າທາດສູງສຸດ).11 ດັດສະນີດັ່ງກ່າວແມ່ນກຳນົດຈາກປັດໄຈຕ່າງໆເຊັ່ນ: ຄວາມອ່ອນໄຫວ ແລະ ການຮັບມືຂອງລັດຖະບານ, ລວມທັງຈຳນວນບຸກຄົນທີ່ຢູ່ອາໄສແບບຂ້າທາດ.  ໃນ ສປປ ລາວ ຄາດຄະເນວ່າມີພົນລະເມືອງປະມານ 62,000 ຄົນທີ່ອາໄສຢູ່ແບບຂ້າທາດສະໄໝໃໝ່. ລາວເຊິ່ງຢູ່ໃນອັນດັບ 22 ຂອງດັດສະນີ ຍັງຖືວ່າດີກວ່າຖ້າທຽບກັບປະເທດເພື່ອນບ້ານເຊັ່ນ ກຳປູເຈຍຢູ່ອັນດັບ 9 ແລະ ມຽນມາຢູ່ອັນດັບ 18. ປະເທດໄທຢູ່ອັນດັບ 23 ໃກ້ຄຽງກັບລາວ.12

ກົດໝາຍ ແລະ ການບັງຄັບໃຊ້

ລັດຖະບານແຫ່ງຊາດໄດ້ດຳເນີນການກ່ຽວກັບການຄ້າມະນຸດພາຍໃນປະເທດ ຜ່ານລະບຽບກົດໝາຍຫຼາຍສະບັບ. ກົດໝາຍວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ ສະບັບປີ 2006 ໃຫ້ການປົກປ້ອງ ແລະ ຊ່ວຍເຫຼືອເດັກນ້ອຍຈາກການເອົາລັດເອົາປຽບ.13 ກົດໝາຍອາຍາ ຊ່ວຍສະກັດກັ້ນການຄ້າມະນຸດ ແລະ ກຳນົດບົດລົງໂທດຈຳຄຸກແຕ່ຫ້າປີເຖິງຕະຫຼອດຊີວິດໃນມາດຕາ 134.14 ກົດໝາຍວ່າດ້ວນການພັດທະນາ ແລະ ປົກປ້ອງແມ່ຍິງ ສະບັບປີ 2004 ລວມເອົາລະບຽບການກ່ຽວກັບພັນທະຕໍ່ສັງຄົມ, ສິດຂອງຜູ້ປະສົບເຄາະ ແລະ ການປ້ອງກັນການຄ້າມະນຸດໃນແມ່ຍິງ ແລະ ເດັກນ້ອຍ.15 ໃນປີ 2012 ນາຍົກລັດຖະມົນຕີໄດ້ອະນຸມັດແຜນດຳເນີນງານແຫ່ງຊາດກ່ຽວກັບການຄ້າມະນຸດ.16 ເຖິງຢ່າງໃດກໍຕາມ ການປະຕິບັດ ແລະ ການບັງຄັບໃຊ້ລະບຽບກົດໝາຍເຫຼົ່ານີ້ຍັງອ່ອນ ຫຼື ບໍ່ມີພຽງພໍ.

ນອກຈາກນີ້ ສປປ ລາວ ຍັງສ້າງຕັ້ງຄະນະກວດກາການຄ້າມະນຸດແຫ່ງຊາດ (NSC), ເຊິ່ງເປັນອົງກອນສາກົນພາຍໃຕ້ກະຊວງປ້ອງກັນຄວາມສະຫງົບ (MoPS).17 ໃນລະດັບພາກພື້ນ, ລາວໄດ້ເຂົ້າຮ່ວມສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອາຊຽນ)  ແລະ ການລິເລີ່ມການຮ່ວມມືລະດັບພາກພື້ນແມ່ນ້ຳຂອງເພື່ອຕ້ານການຄ້າມະນຸດ (COMMIT). ປະເທດລາວຍັງມີສ່ວນຮ່ວມໃນຕາສານສາກົນຕ່າງໆກ່ຽວກັບການຕ້ານການຄ້າມະນຸດ ເຊັ່ນ: ອະນຸສັນຍາສະຫະປະຊາຊາດວ່າດ້ວຍສິດທິເດັກ (UNCRC),  ພິທີສານວ່າດ້ວຍການຕ້ານການຄ້າມະນຸດ (TIPP) ແລະ ອະນຸສັນຍາວ່າດ້ວຍການກໍ່ອາດສະຍາກຳຂ້າມຊາດ (UNTOC).18

ການປົກປ້ອງຜູ້ປະສົບເຄາະ

ການຊ່ວຍເຫຼືອຜູ້ປະສົບເຄາະ ສປປ ລາວສ່ວນຫຼາຍ ແມ່ນອີງໃສ່ການຊ່ວຍເຫຼືອຈາກອົງການທີ່ບໍ່ຂຶ້ນກັບລັດຖະບານ ແລະ ອົງການຈັດຕັ້ງສາກົນ ເຊັ່ນ ມູນນິທິແສງສະຫວ່າງ ແລະ ອົງການຈັດຕັ້ງສາກົນເພື່ອການຍ້າຍຖິ່ນຖານ.19 ສະຖາບັນເຫຼົ່ານີ້ໃຫ້ການບໍລິການຕ່າງໆເຊັ່ນ: ການຊ່ວຍເຫຼືອດ້ານການເງິນສຳລັບການສົ່ງກັບຄືນປະເທດ ແລະ ການສືບຫາຄອບຄົວສຳລັບຜູ້ກັບຖິ່ນ. ຕົວຢ່າງ: ມູນນິທິແສງສະຫວ່າງ ຈັດການຝຶກອົບຮົມວິຊາຊີບເຊັ່ນ: ການເຮັດອາຫານ ແລະ ການປູກຜັກເພື່ອໃຫ້ຜູ້ປະສົບເຄາະສາມາດກັບຄືນສູ່ຊຸມຊົນໄດ້ຢ່າງສຳເລັດຜົນ. 20 ເມື່ອຜູ້ປະສົບເຄາະຈາກການຄ້າມະນຸດຖືກສົ່ງກັບຈາກປະເທດໄທມາລາວ ຕ້ອງຜ່ານສູນລໍຖ້າທີ່ວຽງຈັນ ເຊິ່ງຄຸ້ມຄອງໂດຍກະຊວງແຮງງານ ແລະ ສະຫວັດດີການສັງຄົມ.21  ຜູ້ກັບຖິ່ນອາດໃຊ້ເວລາປະມານໜຶ່ງອາທິດໃນສູນ ເພື່ອໃຫ້ພະນັກງານສະຫວັດດີການສັງຄົມຊ່ວຍເຫຼືອໃນການຄົ້ນຫາຄອບຄົວຂອງເຂົາເຈົ້າ.22 ກ່ຽວກັບການຊ່ວຍເຫຼືອຫຼັງກັບບ້ານ, ໃນລາວມີບ່ອນພັກພິງສີ່ແຫ່ງ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະຈາກການຄ້າມະນຸດ.

ຜູ້ປະສົບເຄາະຈາກການຄ້າມະນຸດຄົນລາວເຂົ້າຮ່ວມໜຶ່ງໃນແຜນຟື້ນຟູຂອງມູນນິທິແສງສະຫວ່າງ. ຮູບຖ່າຍ: ແສງສະຫວ່າງ.

ຜົນກະທົບທາງສັງຄົມຈາກການຄ້າມະນຸດ

ຜົນກະທົບທາງສັງຄົມຈາກການຄ້າມະນຸດມີຫຼາຍຢ່າງ, ມີທັງຜົນດ້ານເສດຖະກິດ, ຄວາມເປັນໄປທາງສັງຄົມ ແລະ ກຳລັງແຮງງານ. ຜົນກະທົບດ້ານລົບທາງກາຍ ແລະ ໃຈຈາກການຄ້າມະນຸດອາດສ້າງຄວາມຫຍຸ້ງຍາກຕໍ່ຜູ້ປະສົບເຄາະໃນການຊອກຫາ ແລະ ປະກອບອາຊີບທີ່ດີ. ບໍ່ພຽງເທົ່ານັ້ນ, ການຂາດປະສົບການໃນການເຮັດວຽກເປັນທາງການ ອາດເຮັດໃຫ້ຜູ້ປະສົບເຄາະຂາດໂອກາດໃນການເຂົ້າເຮັດວຽກທີ່ມີຄຸນນະພາບສູງ ຈາກການແຂ່ງຂັນທາງດ້ານໃບຊີວິປະຫວັດ ຫຼື ການອ້າງອີງປະສົບການເຮັດວຽກ.

ພາບລວມບົດລາຍງານການຄ້າມະນຸດ 2018

ກະຊວງການຕ່າງປະເທດສະຫະລັດເປັນຜູ້ເຜີຍແຜ່ບົດລາຍງານການຄ້າມະນຸດໃນທຸກໆປີ, ເຊິ່ງເປັນ “ແຫຼ່ງຂໍ້ມູນທີ່ສົມບູນທີ່ສຸດໃນໂລກ ກ່ຽວກັບຄວາມພະຍາຍາມຂອງລັດຖະບານໃນການຕ້ານການຄ້າມະນຸດ”. ບົດລາຍສະບັບປີ 2018 ເຜີຍໃຫ້ຮູ້ວ່າ “ລັດຖະບານລາວໄດ້ບໍ່ປະຕິບັດໃຫ້ສອດຄ່ອງຕາມມາດຕະຖານຕ່ຳສຸດໃນການລົບລ້າງການຄ້າມະນຸດ ໄດ້ຢ່າງເຕັມສ່ວນ ແລະ ບໍ່ສະແດງການເພີ່ມຄວາມພະຍາຍາມໂດຍລວມໃດໆ ໃນການປະຕິບັດການ ເມື່ອສົມທຽບກັບໄລຍະການລາຍງານທີ່ຜ່ານມາ.” 23 

ບົດລາຍງານສະບັບນີ້ເຜີຍວ່າ ເຖິງວ່າປະເທດລາວຖືກຕາມເງື່ອນໄຂໃນລາຍຊື່ປະເທດທີ່ຖືກຈັບຕາລະດັບ 2 ແຕ່ຍ້ອນວ່າລາວຢູ່ໃນລາຍການນີ້ເປັນເວລາສີ່ປີມາແລ້ວ ຈຶ່ງບໍ່ສາມາດຢູ່ໃນລະດັບດັ່ງກ່າວຕໍ່ໄປໄດ້. ດັ່ງນັ້ນ ລາວຈຶ່ງຖືກຫຼຸດລົງມາຢູ່ລະດັບ 3 ໃນຖັນແຖວລະດັບຮ້າຍແຮງທີ່ສຸດກ່ຽວກັບການຄ້າມະນຸດ ຮ່ວມກັບມຽນມາ. ປະເທດອື່ນໆໃນພາກພື້ນລຸ່ມແມ່ນ້ຳຂອງແມ່ນຢູ່ໃນລະດັບສອງ  ແຕ່ລາວພັດຕົກລົງມາຢູ່ລະດັບສາມ ຈາກທີ່ເຄີຍຢູ່ລະດັບສອງມາແຕ່ປີ 2013. (ລະບົບການຈັດລະດັບແມ່ນຂຶ້ນກັບຂະໜາດຄວາມພະຍາຍາມຂອງລັດຖະບານໃນການລົບລ້າງການຄ້າມະນຸດ ບໍ່ແມ່ນຂະໜາດບັນຫາການຄ້າມະນຸດຂອງປະເທດ.)

ເຖິງວ່າລັດຖະບານລາວຈະຂາດຄວາມພະຍາຍາມທີ່ພົ້ນເດັ່ນ, ບົດລາຍງານນີ້ຍັງໄດ້ໝາຍເຫດບາດກ້າວຂອງລັດຖະບານລາວໃນການແກ້ໄຂບັນຫາການຄ້າມະນຸດ. ລາວໄດ້ມີການສືບສວນສອບສວນ ແລະ ດຳເນີນຄະດີກັບນັກຄ້າມະນຸດຈຳນວນໜຶ່ງ, ໄດ້ຊ່ວຍເຫຼືອຜູ້ປະສົບເຄາະກັບຄືນປະເທດ ແລະ ເຮັດກິດຈະກຳສົ່ງເສີມຄວາມຮູ້ໃນຊຸມຊົນທີ່ມີຄວາມສ່ຽງສູງໃນການຂູດຮີດແຮງງານ ທີ່ກ່ຽວຂ້ອງກັບໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່.

ຄຳແນະນຳຈາກບົດລາຍງານການຄ້າມະນຸດ 2018

ບົດລາຍງາຍສະບັບປີ 2018 ໃຫ້ຄຳແນະນຳດັ່ງນີ້:24

  • ດຳເນີນການສືບສວນສອບສວນ, ດຳເນີນຄະດີ ແລະ ລົງໂທດຜູ້ກະທຳຜິດ, ລວມທັງເຈົ້າໜ້າທີ່ທີ່ມີສ່ວນພົວພັນ ແລະ ນັກທ່ອງທ່ຽວທີ່ຄ້າປະເວນີເດັກ.
  • ທຳການເຜີຍແຜ່, ຈັດຕັ້ງປະຕິບັດ ແລະ ຝຶກອົບຮົມສຳລັບເຈົ້າໜ້າທີ່ຕຳຫຼວດ ແລະ ເຈົ້າໜ້າທີ່ປະຈຳຊາຍແດນ ກ່ຽວກັບວິທີການລະບຸຕົວ ແລະ ການພາດພິງ, ໂດຍເນັ້ນໃສ່ກຸ່ມຜູ້ອ່ອນໄຫວ.
  • ກວດກາຕົວຊີ້ວັດການຄ້າມະນຸດໃນກຸ່ມແຮງງານຕ່າງດ້າວ ແລະ ຜູ້ຊາຍ ແລະ ເດັກຊາຍ ທີ່ເຮັດວຽກໃນໂຄງການກໍ່ສ້າງພື້ນຖານໂຄງລ່າງຂະໜາດໃຫຍ່, ການຂຸດຄົ້ນບໍ່ແຮ່ ແລະ ການກະສິກຳ ໂດຍສະເພາະໃນເຂດເສດຖະກິດພິເສດຕ່າງໆ, ແລະ ການກັບຄືນປະເທດຈາກອຸດສາຫະກຳການປະມົງໃນຕ່າງປະເທດ ແລະ ໃນກຸ່ມແມ່ຍິງລາວທີ່ຂາຍບໍລິການພາຍໃນ, ແມ່ຍິງ ແລະ ເດັກນ້ອຍລາວທີ່ຖືກບັງຄັບ ຫຼື ຕົວະຍົວະໃຫ້ແຕ່ງງານ, ແລະ ກຸ່ມແມ່ຜູ້ຍີງ ແລະ ເດັກຍິງຕ່າງດ້າວທີ່ຖືກຂັບໄລ່ອອກນອກປະເທດ.
  • ຮັດແໜ້ນຄວາມພະຍາຍາມໃນການຄຸ້ມຄອງ, ກວດກາ ແລະ ຕິດຕາມການການລັກລອບຂ້າມຊາຍແດນໃນເຂດພູດອຍ ແລະ ເຂດຫ່າງໄກສອກຫຼີກ ເຊິ່ງມັກເປັນເສັ້ນທາງນຳໃຊ້ຂອງແຮງງານຍ້າຍຖິ່ນລາວ ເພື່ອເດີນທາງກັບມາຈາກຕ່າງປະເທດ ແລະ ກວດສອບຕົວຊີ້ວັດໃນການຄ້າມະນຸດໃນກຸ່ມດັ່ງກ່າວ.
  • ຮ່ວມມືກັບອົງການຈັດຕັ້ງສັງຄົມສົງເຄາະໃນການຈັດຕັ້ງປະຕິບັດແຜນດຳເນີນງານແຫ່ງຊາດ 2016–2020.
  • ເພີ່ມການໃຊ້ຈ່າຍຈາກງົບປະມານການຕ້ານການຄ້າມະນຸດຂອງລັດ ເພື່ອໃຫ້ບໍລິການ ແລະ ຊ່ວຍເຫຼືອຜູ້ປະສົບເຄາະ, ແລະ ຂະຫຍາຍການບໍລິການເຫຼົ່ານີ້ໃຫ້ຄອບຄຸມສຳລັບຜູ້ປະສົບເຄາະຊາຍ.
  • ຮ່ວມກັບອົງການຈັດຕັ້ງທ້ອງຖິ່ນ ແລະ ສາກົນ ໃນການເພີ່ມຊັບພະຍາກອນ ແລະ ການຝຶກອົບຮົມ ເພື່ອຊ່ວຍເຫຼືອຜູ້ປະສົບເຄາະ, ລວມທັງຜູ້ປະສົບເຄາະຊາຍ, ເພື່ອໃຫ້ເຂົາເຈົາສາມາດກັບຄືນສູ່ຊຸມຊົນບ້ານເກີດ.
  • ສືບຕໍ່ປັບປຸງຄວາມໂປ່ງໃສ ດ້ວຍການເກັບກຳຂໍ້ມູນກ່ຽວກັບກິດຈະກຳການຕ້ານການຄ້າມະນຸດຂອງລັດຖະບານ, ລວມທັງລາຍລະອຽດສຳນວນຄະດີຕ່າງໆ ແລະການຈັດສັນດ້ານການເງິນ ແລະ ແບ່ງປັນຂໍ້ມູນຂ່າວສານກັບບັນດາກະຊວງ ແລະ ຜູ້ມີສ່ວນຮ່ວມທີ່ບໍ່ແມ່ນລັດຖະບານ.
  • ເສີມຂະຫຍາຍຄວາມພະຍາຍາມຕໍ່ພາລະກິດດ້ານການທູດກັບຕ່າງປະເທດ ເພື່ອຊ່ວຍໃນການລະບຸຕົວ ແລະ ການປົກປ້ອງຜູ້ປະສົບເຄາະ.

ໂດຍປະຕິບັດຕາມຄຳແນະນຳດັ່ງກ່າວນີ້ ສປປ ລາວ ຈຶ່ງຈະສາມາດເດີນໜ້າສູ່ການຫຼູດຜ່ອນການຄ້າມະນຸດທີ່ມີຢູ່ ທັງເປັນການເພີ່ມຄວາມໂປ່ງໃສ, ການຊ່ວຍເຫຼືອ ແລະ ຄວາມຮັບຜິດຊອບຕໍ່ກັບຜູ້ປະສົບເຄາະຈາກການຄ້າມະນຸດ.

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

zHTp7
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!