ທີ່ດິນ

ປະເທດລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ເຊິ່ງຕັ້ງຢູ່ລະຫວ່າງແມ່ນໍ້າຂອງ ແລະ ສາຍພູຫຼວງ ແລະ ມີຈໍານວນປະຊາກອນ 7 ລ້ານຄົນ, ເປັນປະເທດທີ່ມີອັດຕາຄວາມໜາແໜ້ນຂອງປະຊາກອນຕໍ່າທີ່ສຸດໃນອາຊີຕາເວັນອອກສຽງໃຕ້.1 ພື້ນທີ່ປົກຄຸມປ່າໄມ້ ຕາມການປະເມີນຂອງລັດຖະບານແມ່ນ 40 ເປີເຊັນ ເຊິ່ງລັດຖະບານມີແຜນເພີ່ມເນື້ອທີ່ປົກຄຸມປ່າໄມ້ໃຫ້ໄດ້ 70 ເປີເຊັນ ພາຍໃນປີ 2020.2 3 ເນື້ອທີ່ປ່າໄມ້ທີ່ຍັງເຫຼືອບາງສ່ວນ ເຊິ່ງຈັດເປັນ “ປ່າຊຸດໂຊມ” ແມ່ນພື້ນທີ່ເນີນພູທີ່ນໍາໃຊ້ເຂົ້າໃນການປູກຝັງ.

636px-PigsLaotianVillage

ການລ້ຽງໝູໃນບ້ານນ້ອຍເຜົ່າມົ້ງ ທາງພາກໃຕ້ຂອງລາວ. ຮູບພາບໂດຍ Petetheslayer, Wikimedia Commons, ພາຍໃຕ້ລິຂະສິດ CC-BY-SA 3.0.

ໃນຈຳນວນ 50 ຊົນເຜົ່າສ່ວນໃຫຍ່ແມ່ນດໍາລົງຊີວິດຢູ່ບົນພື້ນຖານການກະສິກໍາກຸ້ມຕົນເອງ ລວມເຖິງການເຮັດໄຮ່ແບບເລື່ອນລອຍ (ຖາງປ່າເຮັດໄຮ່) ແລະ ການນຳໃຊ້ເຄື່ອງປ່າຂອງດົງ. ຮູບແບບຂອງການນໍາໃຊ້ທີ່ດິນມີການປ່ຽນແປງ ຜ່ານເຫດການໃນອະດີດຫຼາຍຢ່າງ. ໜຶ່ງແມ່ນການຍ້າຍຖິ່ນຂອງປະຊາກອນ ເນື່ອງຈາກສົງຄາມອິນໂດຈີນ, ເຮັດໃຫ້ຊາວບ້ານຕ້ອງປະຖິ້ມ ເຂດທີ່ຢູ່ອາໄສ ແລະ ພື້ນທຳການຜະລິດເດີມ ເພື່ອຊອກຫາບ່ອນຢູ່ໃໝ່.4 ສອງແມ່ນນະໂຍບາຍຂອງລັດຖະບານກ່ຽວກັບລຶບລ້າງການປູກຝິ່ນ ແລະ ການເຮັດໄຮ່ແບບເລື່ອນລອຍ ເຮັດໃຫ້ການນໍາໃຊ້ທີ່ດິນທຳການຜະລິດດັ່ງກ່າວຫຼຸດລົງ.5 ສຸດທ້າຍແມ່ນ ປະຊາຊົນຫຼາຍໝື່ນຄົນໄດ້ຮັບການຈັດສັນຍ້າຍພູມລຳເນົາໄປຍັງບ້ານໃໝ່ ເຊິ່ງຕັ້ງຢູ່ໃກ້ກັບຖະໜົນຫົນທາງ ແລະ ການບໍລິການຕ່າງໆຂອງລັດຖະບານ, ເຊິ່ງໄດ້ຫັນປ່ຽນຮູບແບບຂອງການນໍາໃຊ້ທີ່ດິນ ຈາກພື້ນພູດອຍໄປຍັງທົ່ງພຽງ. 6

ລັດຖະບານລາວ ໃຫ້ບູລິມະສິດວຽກງານການພັດທະນາເສດຖະກິດ ແລະ ຫຼຸດຜ່ອນຄວາມທຸກຍາກ ຜ່ານ “ການພັດທະນາແບບຍືນຍົງຂອງປະເທດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນທໍາມະຊາດ ແລະ ທີ່ດິນ,” ໂດຍສະເພາະແມ່ນການສົ່ງເສີມການລົງທຶນຂອງພາກເອກະຊົນ ແລະ ການໃຫ້ສໍາປະທານ “ທີ່ດິນລັດ”, ກໍຄືທີ່ດິນທີ່ບໍ່ໄດ້ຖືກຈັດສັນໃຫ້ແກ່ບຸກຄົນ ຫຼື ບ້ານ, ໃຫ້ແກ່ນັກລົງທຶນ.7 8 ມູນຄ່າຂອງປ່າໄມ້, ທີ່ດິນ, ນໍ້າ ແລະ ຊັບພະຍາກອນບໍ່ແຮ່ ເມື່ອລວມກັນແລ້ວ ແມ່ນກວມຫຼາຍກວ່າເຄິ່ງໜຶ່ງຂອງເສດຖະກິດຂອງປະເທດ.9 ຍຸດທະສາດແຫ່ງຊາດວ່າດ້ວຍ “ການຫັນທີ່ດິນໃຫ້ເປັນທຶນ”10 ໄດ້ຫັນການໃຫ້ສໍາປະທານທີ່ດິນເພື່ອ ວຽກງານດ້ານແຮ່ທາດ, ພະລັງງານທາງນໍ້າ ແລະ ທຸລະກິດກະສິກໍາ ເຂົ້າສູ່ພື້ນທີ່ຊົນນະບົດອັນກວ້າງໃຫຍ່ຂອງລາວ, ເຊິ່ງສ່ວນໃຫຍ່ເຮັດໃຫ້ຊາວກະສິກອນຂະໜາດນ້ອຍ ກາຍເປັນຊາວຜູ້ອອກແຮງງານທີ່ບໍ່ມີທີ່ດິນທຳການຜະລິດ. ສິ່ງນີ້ໄດ້ສະແດງໃຫ້ເຫັນການໂອນຍ້າຍການເຂົ້າເຖິງທີ່ດິນຈາກມືຂອງຊາວກະສິກອນຂະໜາດນ້ອຍ ໄປສູ່ນັກລົງທຶນຕ່າງປະເທດແບບທີ່ບໍ່ເຄີຍມີມາ.11

ນະໂຍບາຍ ແລະ ການຄຸ້ມຄອງທີ່ດິນ

ລະບົບການປົກຄອງຂອງປະເທດລາວແມ່ນມີໂຄງສ້າງຄ້າຍຄືກັນກັບປະເທດຫວຽດນາມ ພາຍໃຕ້ບົດບາດການນໍາພາຂອງພັກປະຊາຊົນປະຕິວັດລາວ ທີ່ຖືກຮັບຮອງໂດຍລັດຖະທຳມະນູນ.12 ເອກະສານດ້ານນິຕິກຳຕ່າງໆ ໄດ້ອະທິບາຍຄວາມໝາຍຂອງການການຄອບຄອງທີ່ດິນ ທີ່ແຕກຕ່າງກັນໄປ. ກົດໝາຍວ່າດ້ວຍທີ່ດິນ ສະບັບປີ 2013 ລະບຸວ່າ “ທີ່ດິນພາຍໃນ ສປປ ລາວ ແມ່ນຢູ່ພາຍໃຕ້ການຄອບຄອງຂອງປວງຊົນລາວທັງຊາດ ດັ່ງທີ່ໄດ້ລະບຸໄວ້ໃນມາດຕາ 17 ຂອງລັດຖະທຳມະນູນ, ໃນນັ້ນ ລັດຖະບານເປັນຜູ້ຮັບຜິດຊອບທາງດ້ານການບໍລິຫານແບບລວມສູນ ແລະ ເປັນເອກະພາບກັນ [ຂອງທີ່ດິນ] ໃນຂອບເຂດທົ່ວປະເທດ ແລະ ການຈັດສັນທີ່ດິນ [ທີ່ດິນ] ໃຫ້ກັບບຸກຄົນ, ຄອບຄົວ ແລະ ອົງການຈັດຕັ້ງທາງດ້ານເສດຖະກິດ ສຳລັບການນໍາໃຊ້, ເຊົ່າ ຫຼື ສໍາປະທານ”.13

ເຖິງຢ່າງໃດກໍ່ຕາມ, ລັດຖະທຳມະນູນສະບັບປັບປຸງປີ 2003 ລະບຸໄວ້ວ່າ “ລັດຖະບານເປັນຜູ້ປົກປ້ອງສິດທາງດ້ານຊັບສິນ (ເຊັ່ນ: ສິດໃນການຄອບຄອງ, ນໍາໃຊ້, ສະສົມ ແລະ ມອບໂອນ) ແລະ ສິດທາງດ້ານມໍລະດົກຂອງອົງການຈັດຕັ້ງ ແລະ ບຸກຄົນ” ແລະ ຍັງລະບຸວ່າ “ທີ່ດິນແມ່ນຊັບສົມບັດຂອງຊາດ“.14 ໃນລັດຖະທຳມະນູນດັ່ງກ່າວ ແມ່ນໄດ້ເນັ້ນໜັກໃສ່ ການປົກປ້ອງສິດທາງດ້ານຊັບສິນ ຂອງອົງການຈັດຕັ້ງ ແລະ ບຸກຄົນ ຫຼາຍກວ່າການຄຸ້ມຄອງແບບລວມສູນ ແລະ ການຈັດສັນທີ່ດິນຂອງພາກລັດຖະບານ.

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ) ທີ່ສ້າງຕັ້ງຂື້ນໃນປີ 2011 ແມ່ນໜ່ວຍງານຫຼັກຂອງລັດຖະບານ ທີ່ມີໜ້າທີ່ໃນການບໍລິຫານທີ່ດິນ. ສູນຂໍ້ມູນທາງດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພາຍໃຕ້ ກຊສ ເປັນແຫຼ່ງຮວບຮວມຂໍ້ມູນ ກ່ຽວກັບການນໍາໃຊ້ທີ່ດິນ ເຊິ່ງປະກອບມີ ການໃຫ້ເຊົ່າ ແລະ ສໍາປະທານ. ພາລະບົດບາດຂອງ ກຊສ ແມ່ນປະສານສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ໃນການຄຸ້ມຄອງທີ່ດິນດ້ານກະສິກໍາ ແລະ ປ່າໄມ້,15 ແລະ ກະຊວງພະລັງງານ ແລະ ບໍ່ແຮ່ ສໍາລັບໂຄງການພະລັງງານທາງນໍ້າ ແລະ ບໍ່ແຮ່. ໃນການຈັດຕັ້ງປະຕິບັດທີ່ຜ່ານມາ, ກອງທັບມີບົດບາດໃນການພັດທະນາປ່າໄມ້ ແລະ ຊັບພະຍາກອນ.16 ໃນໄລຍະຜ່ານມາ, ສະພາແຫ່ງຊາດໄດ້ໃຫ້ຄວາມສໍາຄັນ ໃນການຕິດຕາມກວດກາ ນະໂຍບາຍທາງດ້ານທີ່ດິນ ແລະ ການສ້າງຊ່ອງທາງເພື່ອຮັບຟັງຂໍ້ສະເໜີຂອງປະຊາຊົນ.17

ນອກຈາກລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍທີ່ດິນແລ້ວ, ຍັງມີນິຕິກໍາສະບັບອື່ນໆທີ່ກ່ຽວຂ້ອງກັບການຄຸ້ມຄອງບໍລິຫານທີ່ດິນ ເຊິ່ງປະກອບມີ ກົດໝາຍວ່າດ້ວຍປ່າໄມ້ (2007), ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ (2009), ດໍາລັດສະບັບເລກທີ 192/ນຍ ວ່າດ້ວຍການຈ່າຍຄ່າຊົດເຊີຍ ແລະ ຈັດສັນທີ່ຢູ່ອາໄສ (2005), ດໍາລັດສະບັບເລກທີ 88/ນຍ ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ, (2008), ແລະ ດໍາລັດ 135/ນຍ ວ່າດ້ວຍການເຊົ່າ ຫຼື ສໍາປະທານທີ່ດິນຂອງລັດ (2009). ນະໂຍບາຍວ່າດ້ວຍການລົງທຶນ ແລະ ການສໍາປະທານ ແມ່ນກະຊວງແຜນການ ແລະ ການລົງທຶນເປັນເຈົ້າການ ກວດກາຂັ້ນຕອນການຍື່ນເອກະສານການສໍາປະທານທີ່ດິນເພື່ອການຄ້າ.18 ກົດໝາຍວ່າດ້ວຍທີ່ດິນສະບັບໃໝ່ ໄດ້ມີການປຶກສາຫາລືມາຕັ້ງແຕ່ປີ 2013, ແລະພິຈາລະນາໂດຍຄະນະກໍາມະການກົມການເມືອງເຊິ່ງຈະອອກມະຕິຕົກລົງກ່ຽວກັບທີ່ດິນ.19 ກົດໝາຍວ່າດ້ວຍທີ່ດິນສະບັບດັດແກ້ຄາດວ່າຈະໄດຮັບການຜ່ານຮ່າງກົດໝາຍໃນປີ 2019.20

ການຈັດປະເພດທີ່ດິນ

ກົດໝາຍຂອງປະເທດລາວໄດ້ມອບສິດຢ່າງເຕັມສ່ວນໃຫ້ພາກລັດ ໃນການຈັດສັນທີ່ດິນໃຫ້ບັນລຸບັນດາຈຸດປະສົງຂອງຕົນ, ແຕ່ກໍ່ຍັງມີຂໍ້ຈໍາກັດທາງດ້ານກົດໝາຍທີ່ສໍາຄັນໂດຍອີງໃສ່ສິດທາງດ້ານຊັບສິນຂອງບຸກຄົນ ແລະ ບ້ານ ຕາມທີ່ໄດ້ກຳນົດໃນກົດໝາຍວ່າດ້ວຍທີ່ດິນ ແລະ ລັດຖະທຳມະນູນ. ເຖິງແນວໃດກໍຕາມ, ເມື່ອໄດ້ມີການອອກໃບຕາດິນໃຫ້ກັບບຸກຄົນ ຫຼື ອົງການຈັດຕັ້ງໃດໜຶ່ງແລ້ວ ກໍຖືວ່າເຂົາເຈົ້າໄດ້ຮັບສິດຊົມໃຊ້ຕາມໃບຕາດິນແບບຖາວອນ.21 ໃບຕາດິນມີການກໍານົດຂອບເຂດຂອງທີ່ດິນຢ່າງເປັນທາງການ ແລະ ຜູ້ຖືກໍາມະສິດການນໍາໃຊ້ທີ່ດິນສາມາດປົກປ້ອງ, ນໍາໃຊ້, ໃຫ້ເຊົ່າ, ແລະ ໂອນກໍາມະສິດເຫຼົ່ານີ້ໄດ້, ກໍຄືສາມາດສືບທອດທີ່ດິນຕາມກົດໝາຍວ່າດ້ວຍມໍລະດົກ.22 ເຖິງຢ່າງໃດກໍຕາມ ໃບຕາດິນສ່ວນໃຫຍ່ແມ່ນມີແຕ່ສຳລັບພາຍໃນເຂດຕົວເມືອງ ແລະ ອ້ອມຂ້າງຕົວເມືອງເທົ່ານັ້ນ.23 ໃນທາງກົດໝາຍ, ທີ່ດິນປ່າໄມ້ ແລະ ກະສິກໍາ ແມ່ນຖືກຈັດສັນໃຫ້ໃນເບື້ອງຕົ້ນບົນພື້ນຖານກໍານົດການນຳໃຊ້ 3 ປີ ໂດຍອຳນາດການປົກຄອງຂັ້ນເມືອງ ຫຼື ເທດສະບານ; ຖ້າຫາກວ່າຜ່ານໄລຍະເບື້ອງຕົ້ນໂດຍບໍ່ມີເຫດການອັນໃດແລ້ວ, ຜູ້ນໍາໃຊ້ທີ່ດິນສາມາດຍື່ນສະເໜີຫາອຳນາດການປົກຄອງຂັ້ນແຂວງ ເພື່ອອອກໃບຕາດິນ ສໍາລັບ “ສິດການນໍາໃຊ້ໄລຍະຍາວ”.24

ເຖິງແນວໃດກໍ່ຕາມ, ໃນທາງຈັດຕັ້ງປະຕິບັດຕົວຈິງ ໃບຢັ້ງຢືນການນໍາໃຊ້ທີ່ດິນແບບຊົ່ວຄາວ ແມ່ນອອກໃນຊ່ວງໄລຍະທ້າຍຊຸມປີ 1990 ແລະ ໄລຍະເຄິ່ງທໍາອິດຂອງຊຸມປີ 2000. 25 ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສໍາລັບປີ 2011-15 ໄດ້ວາງເປົ້າໝາຍອອກໃບຕາດິນໃຫ້ໄດ້ 1 ລ້ານໃບ (ຈາກທັງໝົດ 2.6 ລ້ານ ຕອນດິນ); ພາຍໃນກາງປີ 2015, ໄດ້ອອກໃບຕາດິນແລ້ວຈໍານວນ 800,000 ໃບ.26 27 ໄລຍະເວລາສະເລ່ຍ ສໍາລັບຂັ້ນຕອນການລົງທະບຽນອອກໃບຕາດິນແມ່ນ 3 ເດືອນ. ຄ່າທຳນຽມມາດຕະຖານແມ່ນ 160,000 ກີບ (ປະມານ 20 ໂດລາສະຫາລັດ), ແຕ່ວ່າພະນັກງານ ກຊສ ຍອມຮັບວ່າ ບາງຄັ້ງກໍ່ພົບພໍ້ກັບບັນຫາການຮັບສິນບົນ ແລະ ການສໍ້ລາດບັງຫຼວງໃນຂັ້ນຕອນການອອກໃບຕາດິນ,28 ນອນນັ້ນຍັງມີ ບັນຫາເຈົ້າໜ້າທີ່ໃນອົງການປົກຄອງຂັ້ນແຂວງ ແລະ ຂັ້ນເມືອງ ອອກໃບຕາດິນຊໍ້າຊ້ອນກັນ.29

ການຄອບຄອງຕາມປະເພນີ ແມ່ນບໍ່ໄດ້ຖືກຮັບຮອງໂດຍກົດໝາຍວ່າດ້ວຍທີ່ດິນ, ແຕ່ໄດ້ມີການກຳນົດໃນດຳລັດເລກທີ 88 (2008) ກ່ຽວກັບການຈັດຕັ້ງປພຕິບັດກົດໝາຍສະບັບນີ້. ນອກຈາກນັ້ນ ຍັງມີການລະບຸໃນມິຕິຕົກລົງຂອງສຳລັນກງານກົມການເມືອງວ່າດ້ວຍການເສີມຂະຫຍາຍການຄຸ້ມຄອງ ແລະ ພັດທະນາທີ່ດິນໃນບຸກໃໝ່ ສະບັບປີ 201730, ແລະ ມີການລະບຸໃນກົດໝາຍວ່າດ້ວຍປ່າໄມ້ ໃນໝວດປະເພດການນໍາໃຊ້ປ່າໄມ້.31 ການອອກໃບຕາດິນຂອງຊຸມຊົນ ໄດ້ຖືກທົດລອງໃນ 3 ເຂດເທົ່ານັ້ນ,32 33 ພາຍໃຕ້ສະຖານະ ການຄອບຄອງທີ່ດິນແບບຊົ່ວຄາວ ແລະ ບໍ່ໄດ້ເຊື່ອມໂຍງກັບສະຖານະການນຳໃຊ້ທີ່ດິນຂອງຊົນເຜົ່າ ດັ່ງທີ່ປະຕິບັດໃນປະເທດກໍາປູເຈຍ.34 ເຖິງແນວໃດກໍ່ຕາມ, ໃນທາງຈັດຕັ້ງປະຕິບັດ, ການນໍາໃຊ້ທີ່ດິນຊຸມຊົນແມ່ນມີການປະຕິບັດໃນທຸກໆຊົນເຜົ່າໃນທົ່ວປະເທດ; ຈາກບົດຄົ້ນຄວ້າພົບວ່າ ໃນຊຸມຊົນທີ່ໄດ້ລົງສຳຫຼວດຕົວຈິງ, “ການຄອບຄອງທີ່ດິນຮ່ວມກັນຂອງຊຸມຊົນ ຫຼື ກຸ່ມຜູ້ນໍາໃຊ້ທີ່ດິນ ແມ່ນມີບົດບາດທີ່ສໍາຄັນຫຼາຍ”.35

ໃນທາງທິດສະດີ ໃນຂະນະທີ່ຊຸມຊົນມີສິດຈຳກັດໃນການຊົບໃຊ້ທີ່ດິນຊຸມຊົນ, ການນຳໃຊ້ທີ່ດິນທີ່ມີຢ່າງກວ້າງຂວາງ ເຊັ່ນ ໃຊ້ເຮັດນາ, ພັດມີການປະຕິບັດທີ່ແຕກຕ່າງຈາກທີ່ດິນທີ່ເຫັນວ່າບໍ່ມີການນຳໃຊ້ຢ່າງກວ້າຂວາງ. ສິດທິໃນການຊົມໃຊ້ທີ່ດິນທີ່ຖືກພິຈາລະນາວ່າບໍ່ມີການນຳໃຊ້ເຊັ່ນນີ້ສາມາດເວນຄືນເປັນຂອງລັດ ຕາມມະຕິຕົກລັງຂອງພັກສະບັບປີ 2017.36 ບັນຫາກ່ຽວກັບທີ່ດິນຊຸມຊົນດັ່ງກ່າວບໍ່ແມ່ນເລື່ອງໃໝ່ ແລະ ເປັນສ່ວນໜຶ່ງຂອງນະໂຍບາຍຂອງລັດມາແຕ່ຊ່ວງກາງຊຸມປີ 1990 ພາຍໃຕ້ແຜນການຈັດສັນທີ່ດິນ ແລະ ປ່າໄມ້ ຊຶ່ງໄດ້ມີການຍົກເລີກການນຳໃຊ້ແລ້ວໃນປະຈຸບັນ.37

A controlled explosion of a UXO in Xieng Khouang province, helping to make the field safe for the farmer to expand their crops. Photo by Mines Advisory Group, Flickr, taken 29 June 2010. Licensed under CC BY-SA 2.0.

ການທຳລາຍລະເບີດທີ່ບໍ່ທັນແຕກຢູ່ແຂວງຊຽງຂວາງ ຊ່ວຍໃຫ້ພື້ນທີ່ປອດໄພສໍາລັບຊາວກະສິກອນໃນການຂະຫຍາຍການຜະລິດ. ຮູບພາບໂດຍ Mines Advisory Group, Flickr, ຖ່າຍພາບເມື່ອວັນທີ 29 ມິຖຸນາ 2010. ພາຍໃຕ້ລິຂະສິດຂອງ CC BY-SA 2.0.

ຜູ້ໃຫ້ທຶນສາກົນໄດ້ໃຫ້ການຊ່ວຍເຫຼືອໃນຫຼາຍໄລຍະຂອງວຽກງານການອອກໃບຕາດິນ, ເຊິ່ງລວມມີທຶນສະໜັບສະໜູນຈາກລັດຖະບານປະເທດອົດສະຕາລີ, ເຢຍລະມັນ, ແລະ ສະວິດເຊີແລນ ລວມເຖິງທະນາຄານໂລກ. ໂຄງການເຫຼົ່ານີ້ໄດ້ດຳເນີນການຄົ້ນຄວ້າຢ່າງກວ້າງຂວາງທາງດ້ານນະໂຍບາຍ ແລະ ການຂຶ້ນທະບຽນການສໍາປະທານທີ່ດິນ.38 ໂຄງການຊ່ວຍເຫຼືອສາກົນເຫຼົ່ານີ້ຍັງໄດ້ປະກອບສ່ວນຊ່ວຍວຽກງານເກັບກູ້ລະເບີດທີ່ບໍ່ທັນແຕກ (ລບຕ) ທີ່ຕົກຄ້າງຈາກ“ສົງຄາມລັບ” ຂອງອາເມລິກາ ເຊິ່ງສົ່ງຜົນກະທົບຕໍ່ບ້ານຕ່າງໆເຖິງ 25 ເປີເຊັນໃນທົ່ວປະເທດ ແລະ ເປັນອຸປະສັກຕໍ່ການນໍາໃຊ້ທີ່ດິນ.39 ວຽກງານເກັບກູ້ລະເບີດຍັງຄົງດຳເນີນໄປຢ່າງຕໍ່ເນື່ອງ ພາຍໃຕ້ການຫັນເປົ້າໝາຍການພັດທະນາແບບຍືນຍົງເຂົ້າສູ່ແຜນນະໂຍບາຍພາຍໃນປະເທດເປັນເປົ້າໝາຍການພັດທະນາແບບຍືນຍົງທີ 18 ເຊິ່ງເປັນເປົ້າໝາຍເພີ່ມເຕີມເພື່ອຫຼຸດຜ່ອນຜົນກະທົບຂອງ ລບຕ.

ການໂອນກຳມະສິດ ແລະ ການເຊົ່າທີ່ດິນຂອງລັດ

ກົດໝາຍວ່າດ້ວຍທີ່ດິນປີ 2003 ຫ້າມການສວຍໂອກາດດ້ານທີ່ດິນ ແລະ ຮຽກຮ້ອງໃຫ້ມີການອະນຸມັດຈາກພາກລັດ ເພື່ອປ່ຽນແປງປະເພດການນໍາໃຊ້ທີ່ດິນຈາກໝວດໜຶ່ງໄປອີກໝວດໜຶ່ງ (ຕົວຢ່າງ: ຈາກດິນທຳການຜະລິດ ຫຼື ພື້ນທີ່ປ່າໄມ້ ໄປສູ່ການນໍາໃຊ້ດິນເພື່ອອຸດສາຫະກໍາ).40 ພາກລັດອາດຮຽກຮ້ອງທີ່ດິນຄືນ ເພື່ອຈຸດປະສົງການນຳໃຊ້ສາທາລະນະໂດຍໃຫ້ “ການທົດແທນຄືນທີ່ເໝາະສົມ”.41 42 ບົດບັນຍັດເຫຼົ່ານີ້ ໄດ້ຮັບການຕີຄວາມໝາຍຢ່າງກວ້າງຂວາງ ເພື່ອໃຫ້ມີການຄອບຄອງທີ່ດິນເພື່ອຈຸດປະສົງທາງທຸລະກິດຂອງເອກະຊົນ. ເຖິງແນວໃດກໍ່ຕາມ, ໄດ້ມີຂໍ້ສະເໜີຫຼາຍສະບັບພາຍໃຕ້ ຮ່າງກົດໝາຍວ່າດ້ວຍທີ່ດິນ ເພື່ອຄວາມຊັດເຈນໃນການຈໍາແນກລະຫວ່າງການເວນຄືນທີ່ດິນເພື່ອສາທາລະນາປະໂຫຍດ ແລະ ເພື່ອຈຸດປະສົງດ້ານການລົງທຶນ, ເຊິ່ງໃນກໍລະນີທີສອງຕ້ອງມີການຍິນຍອມຈາກປະຊາຊົນທີ່ໄດ້ຮັບຜົນກະທົບ ແລະ ມີການຈ່າຍເງິນທົດແທນຄືນ ຕາມອັດຕາມູນຄ່າຂອງຕະຫຼາດ. ຊາວກະສິກອນໄດ້ສູນເສຍພື້ນທີ່ທຳການຜະລິດຈຳນວນຫຼາຍຈາກການກວດຊື້ ຂອງພາກທຸລະກິດ, ຜ່ານການຊື້ ແລະ ການສໍາປະທານ, ເພື່ອກໍ່ສ້າງຕຶກອາຄານເພື່ອການຄ້າ ເຊິ່ງສົ່ງຜົນຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານຂອງປະເທດ.43


ທີ່ດິນຫຼາຍກວ່າ 1.1 ລ້ານເຮັກຕາ ຫຼື 5 ເປີເຊັນ ຂອງເນື້ອທີ່ປະເທດລາວ ໄດ້ຖືກປ່ອຍເຊົ່າ ຫຼື ສຳປະທານໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ – ເຊິ່ງເປັນເນື້ອທີ່ທີ່ກວ້າງເທົ່າກັບເນື້ອທີ່ທົ່ງນາທັງໝົດ. ໃນລະຫວ່າງປີ 2010 ແລະ 2017, ກຳມິສິດໃນການຄອບຄອງທີ່ດິນຂອງນັກລົງທຶນພາຍໃນມີການປ່ຽນແປງຈາກເດີມທີ່ມີ 17% ຂອງພື້ນທີ່ສຳປະທານລວມ ມາເປັນ 25% ໃນປີ 2017.44 50 ເປີເຊັນ ຂອງເນື້ອທີ່ດິນສຳປະທານແມ່ນເພື່ອໂຄງການຂຸດຄົ້ນ (ສຳຫຼວດ) ບໍ່ແຮ່.45 ການຂຶ້ນທະບຽນການໃຫ້ເຊົ່າ ແລະ ສໍາປະທານ ທີ່ສຳເລັດໃນປີ 2011 ມີຈໍານວນ 2,640 ກໍລະນີ, ເພີ່ມຂຶ້ນ 50 ເທົ່າທຽບກັບປີ 2000. ພື້ນທີ່ເຊົ່າແມ່ນເປັນພື້ນທີ່ຂະໜາດນ້ອຍ (ຂະໜາດສະເລ່ຍ 3 ເຮັກຕາ) ແລະ ສ່ວນຫຼາຍແມ່ນສຳລັບຜູ້ຊົມໃຊ້ພາຍໃນປະເທດ, ໃນຂະນະທີ່ ພື້ນທີ່ສໍາປະທານສະເລ່ຍແມ່ນ 823 ເຮັກຕາ ແລະ ສ່ວນໃຫຍ່ແມ່ນສໍາລັບໂຄງການພັດທະນາດ້ານຊັບພະຍາກອນທໍາມະຊາດຂະໜາດໃຫຍ່ ເຊິ່ງມີໄລຍະການສຳປະທານ 25-50 ປີ. ພື້ນທີ່ສໍາປະທານຈຳນວນ 135 ໂຄງການ ແມ່ນມີເນື້ອທີ່ຫຼາຍກວ່າ 1,000 ເຮັກຕາ, ແລະ 9 ໂຄງການ ມີເນື້ອທີ່ເກີນ 10,000 ເຮັກຕາ; ເນື້ອທີ່ສໍາປະທານຂະໜາດໃຫຍ່ ແລະ ໃຫຍ່ຫຼາຍນີ້ ແມ່ນກວມເອົາພື້ນທີ່ການລົງທຶນສ່ວນໃຫຍ່.46

ທີ່ດິນຂອງລັດສາມາດອະນຸມັດໂດຍພາກລັດຖະບານຫຼາຍລະດັບ ແລະ ຫຼາຍກະຊວງ,47ເຊັ່ນ ກຊສ, ກກປ, ກຜທ, ກພຮ, ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ. ເນື້ອທີ່ສໍາປະທານທີ່ມີຂະໜາດຫຼາຍກວ່າ 10,000 ເຮັກຕາ ຕ້ອງໄດ້ຮັບການອະນຸມັດຈາກສະພາແຫ່ງຊາດ.48 ເນື້ອທີ່ສໍາປະທານທີ່ກວ້າງທີ່ສຸດ ແມ່ນທີ່ດິນປ່າໄມ້ “ຊຸດໂຊມ” ແລະ “ບໍ່ມີປະສິດທິພາບ”. ການສໍາປະທານທີ່ດິນສ່ວນຫຼາຍທີ່ມີເນື້ອທີ່ເຖິງ 150 ເຮັກຕາ ສາມາດອອກອະນຸມັດໄດ້ໃນຂັ້ນແຂວງ.49

Learn more

about state land lease and concessions at our dedicated topic briefing here.

ເຖິງແມ່ນວ່າການໃຫ້ສໍາປະທານທີ່ດິນ ຄວນອະນຸມັດພຽງແຕ່ທີ່ດິນທີ່ບໍ່ໄດ້ຖືກຈັດສັນໃຫ້ກັບບຸກຄົນ ຫຼື ບ້ານກໍ່ຕາມ, ແຕ່ມີຫຼາຍຕົວຢ່າງຂອງໂຄງການສໍາປະທານ ທີ່ເປັນພື້ນທີ່ຊໍ້າຊ້ອນກັບທີ່ດິນຂອງປະຊາຊົນ.50 ນອກນີ້ ຍັງມີຫຼາຍໆກໍລະນີຕາມທີ່ໄດ້ບັນທຶກກ່ຽວກັບໂຄງການສໍາປະທານ ທີ່ໄດ້ຮັບອະນຸມັດຈາກອຳນາດການປົກຄອງລະດັບຕ່າງໆ ໂດຍບໍ່ມີເອກະສານຕາມກົດໝາຍ.51 ນີ້ແມ່ນບັນຫາໜຶ່ງທີ່ມີການຖົກຖຽງກັນ ແລະ ໄດ້ມີການລະບຸຢ່າງຈະແຈ້ງໃນມະຕິຕົກລົງຂອງຫ້ອງວ່າການກົມການເມືອງວ່າດ້ວຍການເສີມຂະຫຍາຍການຄຸ້ມຄອງ ແລະ ການພັດທະນາທີ່ດິນໃນໄລຍະໃໝ່ ສະບັບປີ 2017.52

ນັກລົງທຶນຈາກ 3 ປະເທດເພື່ອນບ້ານຂອງລາວ – ຄື ຈີນ, ໄທ ແລະ ຫວຽດນາມ – ຄອບຄອງພື້ນທີ່ປະມານ 53 ເປີເຊັນຂອງພື້ນທີ່ການລົງທຶນທັງໝົດ. ມາຮອດປີ 2012, ມີລາຍງານວ່າ ນັກລົງທຶນຫວຽດນາມມີການຄອບຄອງພື້ນທີ່ການລົງທຶນຫຼາຍທີ່ສຸດ (ກວ່າ 307,000 ເຮັກຕາ), ຕາມມາດ້ວຍນັກລົງທືນຈີນ ແລະ ໄທ.53 ໃນດ້ານຈໍານວນໂຄງການ ແລະ ຕົວເລກການລົງທຶນ, ສປ ຈີນ ແມ່ນນັກລົງທຶນລາຍໃຫຍ່ທີ່ສຸດ, ເຊິ່ງກວມເອົາ 40 ເປີເຊັນຂອງຈຳນວນທັງໝົດ.54 ລັດຖະບານຂອງ ສປປ ລາວ ໄດ້ອອກແຈ້ງການຈໍານວນໜຶ່ງກ່ຽວກັບການງົດການໃຫ້ສໍາປະທານໂຄງການໃໝ່ ທີ່ມີຜົນກະທົບຈຳກັດໃນຂັ້ນຕອນການອະນຸມັດທີ່ດິນໃຫ້ແກ່ນັກລົງທຶນ.55 56 ໃນກາງເດືອນ ຕຸລາ 2015, ອຳນາດການປົກຄອງໄດ້ສັ່ງຫ້າມການເຮັດສວນກ້ວຍແຫ່ງໃໝ່ ໃນ 3 ແຂວງພາກເໜືອ ເນື່ອງຈາກບັນຫາກ່ຽວກັບການນຳໃຊ້ສານເຄມີໃນສວນກ້ວຍຂອງຈີນ.57

ການແກ້ໄຂຂໍ້ຂັດແຍ່ງດ້ານທີ່ດິນ

ກົດໝາຍວ່າດ້ວຍທີ່ດິນ ແລະ ດໍາລັດສະບັບອື່ນໆທີ່ກ່ຽວຂ້ອງ ໄດ້ກໍານົດພາລະບົດບາດຂອງເຈົ້າໜ້າທີ່ທີ່ດິນຂອງ ລັດຖະບານ ໃນການແກ້ໄຂຂໍ້ຂັດແຍ່ງທາງດ້ານທີ່ດິນຂອງລັດ ແລະ ພົນລະເຮືອນ.58 ຖ້າຫາກວ່າເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ສາມາດແກ້ໄຂບັນຫາໄດ້, ອາດຍື່ນຄຳຮ້ອງຕໍ່ເຈົ້າໜ້າທີ່ໃນລະດັບສູງກວ່າ, ຫຼື ຜ່ານຂະບວນການຍຸດຕິທໍາ ເພື່ອການແກ້ໄຂ.59 60 ໃນກໍລະນີທີ່ຂໍ້ຂັດແຍ່ງເຫັນໄດ້ຢ່າງຊັດເຈນ, ຂໍ້ຂັດແຍ່ງທາງດ້ານການສໍາປະທານທີ່ດິນ ອາດສາມາດແກ້ໄຂໄດ້ໂດຍໜ່ວຍງານຂອງລັດຖະບານທີ່ເປັນຄູ່ຮ່ວມສັນຍາສໍາປະທານເທົ່ານັ້ນ.61 62

ບໍ່ມີຂໍ້ມູນທີ່ຊັດເຈນກ່ຽວກັບຈໍານວນຂໍ້ຂັດແຍ່ງທາງດ້ານທີ່ດິນທັງໝົດ. ກໍລະນີທີ່ມີການບັນທຶກລວມມີ: ການສໍາປະທານເພື່ອປູກຢາງພາລາຢູ່ທາງພາກໃຕ້ຂອງລາວ;63 ການເຮັດກະສິກຳແບບພັນທະສັນຍາທາງພາກເໜືອ;64 ການເຮັດໄຮ່ກາເຟໃນແຂວງຈໍາປາສັກ ແລະ ອື່ນໆຕາມເວັບໄຊຂອງຄະນະເຮັດວຽກກ່ຽວກັບບັນຫາທີ່ດິນ (LIWG).65 ໃນພື້ນທີ່ຕົວເມືອງນະຄອນຫຼວງວຽງຈັນ ກໍມີກໍລະນີຂໍ້ຂັດແຍ່ງຈາກບັນຫາການຈ່າຍຄ່າຊົດເຊີຍ ແລະ ການຍ້າຍພູມລຳເນົາຈາກກໍ່ສ້າງເສັ້ນທາງ 450 ປີ ແລະ ການລະບາຍນໍ້າໃນເຂດບຶງທາດຫຼວງ.66 67

ໃນຈໍານວນອົງກອນທີ່ບໍ່ຫວັງຜົນກໍາໄລ ທີ່ໄດ້ຮັບການຂຶ້ນທະບຽນໃນປະເທດລາວ ປະມານ 105 ອົງກອນ ແມ່ນບໍ່ໄດ້ເຂົ້າມາມີສ່ວນຮ່ວມໃນການສະໜັບສະໜູນນະໂຍບາຍທາງດ້ານທີ່ດິນເທົ່າທີ່ຄວນ.68 ຄວາມພະຍາຍາມຂອງບາງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານທັງພາຍໃນ ແລະ ຕ່າງປະເທດ ໃນການຍົກບັນຫາກ່ຽວກັບທີ່ດິນຂຶ້ນໃນກອງປະຊຸມອາຊີ-ເອີຣົບ ໃນປີ 2012 ໄດ້ຖືກພິຈາລະນາໂດຍບາງພາກສ່ວນ ວ່າມີສ່ວນພົວພັນກ່ຽວຂ້ອງກັບການຫາຍໂຕໂດຍໄຮ້ຮ່ອງຮອຍຂອງທ່ານ ສົມບັດ ສົມພອນ ຜູ້ນໍາວຽກງານດ້ານສັງຄົມສົງເຄາະຂອງລາວ.69 ກຸ່ມ LIWG ເຊິ່ງສ້າງຕັ້ງຂຶ້ນຢູ່ນະຄອນຫຼວງວຽງຈັນ ຕັ້ງແຕ່ປີ 2007, ໄດ້ເຮັດວຽກຮ່ວມກັນໃນຖານະເປັນປະທານຮ່ວມ ຂອງຄະນະອະນຸກໍາມະການເຮັດວຽກກ່ຽວກັບບັນຫາທີ່ດິນ ພາຍໃຕ້ ກຊສ. LIWG ມີສະມາຊິກກວ່າ 45 ອົງການຈັດຕັ້ງ ແລະ ຜູ້ສະໜັບສະໜູນ 80 ທ່ານ.70

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

jXGbT
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!