ທີ່ດິນ

ການໂອນຖ່າຍ ແລະ ການໃຫ້ເຊົ່າທີ່ດິນຂອງລັດ

ການໂອນທີ່ດິນແມ່ນເວລາທີ່ໃບຕາດິນ ຫຼື ກຳມະສິດຕໍ່ສິດນຳໃຊ້ທີ່ດິນມີການປ່ຽນແປງຈາກຄົນໜຶ່ງໄປຫາອີກຄົນໜຶ່ງ. ຢູ່ໃນລາວ, ຄົນຕ່າງປະເທດອາດບໍ່ມີສິດເປັນເຈົ້າຂອງທີ່ດິນ, ແຕ່ການປັບປຸງກົດໝາຍວ່າດ້ວຍທີ່ດິນປີ 2019 ໄດ້ອະນຸຍາດໃຫ້ມີການໂອນສິດນໍາໃຊ້ທີ່ດິນໃຫ້ແກ່ເຈົ້າຂອງຕ່າງປະເທດໃນບາງສະຖານະການ ໂດຍສະເພາະເພື່ອຈຸດປະສົງຂອງການພັດທະນາຕຶກອາຄານຕ່າງໆ. 1 ຕ່າງປະເທດອາດຈະເຂົ້າເຖິງສິດໃນກຳມະສິດທີ່ດິນໂດຍຜ່ານຮູບແບບການເຊົ່າ ແລະ ການສຳປະທານ.  ການໃຫ້ເຊົ່າ ແລະ ສໍາປະທານທີ່ດິນຂອງລັດ ຢູ່ໃນປະເທດລາວ ອະນຸຍາດໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຊົ່າທີ່ດິນຈາກລັດຖະບານລາວ ລວມທັງພົນລະເມືອງຈາກຫົວໜ່ວຍເອກະຊົນ ໂດຍເສຍຄ່າທໍານຽມເປັນລາຍປີ. ການນໍາໃຊ້ທີ່ດິນ ແມ່ນຖືກຈໍາກັດ ໃຫ້ແກ່ກິດຈະກໍາທາງເສດຖະກິດ ບໍ່ພຽງແຕ່ເພື່ອດ້ານກະສິກໍາ ແລະ ປູກໄມ້, ການຂຸດຄົ້ນບໍ່ແຮ່, ໄຟຟ້ານໍ້າຕົກ, ພື້ນຖານໂຄງລ່າງ, ການຜະລິດ ແລະ ອະສັງຫາລິມະຊັບ. ໃນທາງກົດໝາຍແລ້ວ, ການເຊົ່າ ແລະ ສຳປະທານແມ່ນມີຄວາມຄ້າຍຄືກັນ. ເຖິງຢ່າງໃດກໍຕາມ, ການສຳປະທານ ແມ່ນບໍ່ສາມາດອະນຸຍາດໃຫ້ດຳເນີນການຕ່ຳກ່ວາຫ້າປີ ແຕ່ສຳລັບການອະນຸຍາດໃຫ້ເຊົ່າແມ່ນບໍ່ມີກຳນົດເວລາຂັ້ນຕ່ຳສຸດ.2  ໃນພາກປະຕິບັດ, ການໃຫ້ເຊົ່າແມ່ນຈະເຮັດສຳລັບທີ່ດິນຂະໜາດນ້ອຍກວ່າ ແລະ ມີໄລຍະເວລາສັ້ນກ່ວາການສໍາປະທານ. ...

ວຽກງານທີ່ດິນ

ການນຳໃຊ້ທີ່ດິນໃນປະເທດລາວປັດຈຸບັນແມ່ນມີທ່າກ້າວປ່ຽນແປງທີ່ສຳຄັນຫຼາຍຢ່າງ. ໃນຈຳນວນ 50 ຊົນເຜົ່າສ່ວນໃຫຍ່ດຳລົງຊີວິດຕາມແບບແຜນປະເພນີ, ເກັບກ່ຽວເຄື່ອງປ່າຂອງດົງ, ຮັກສາດູແລທີ່ດິນໂດຍຜ່ານການເຮັດໄຮ່ນາກະສິກຳ ແຕ່ນະໂຍບາຍບາງຂໍ້ຂອງລັດຖະບານ ໄດ້ຫຼຸດການນຳໃຊ້ທີ່ດິນກະສິກຳໂດຍພຶດຕິໃນ.1 ພ້ອມນັ້ນ, ສົງຄາມອິນໂດຈີນ ກໍເປັນເງື່ອນໄຂໃຫ້ປະຊາຊົນໂຕນໜີຈາກບ້ານເກີດເມືອງນອນ ແລະ ຊອກຫາຖິ່ນຖານທີ່ຢູ່ອາໃສໃໝ່.2  ການຍ້າຍຖິ່ນຖານໄດ້ເຮັດໃຫ້ປະຊາຊົນຈຳນວນຫຼາຍສິບພັນຄົນ ທີ່ອາໃສຢູ່ໃນເຂດພູດອຍນັ້ນ ໄປອາໃສຢູ່ສະຖານທີ່ໃໝ່ທີ່ໃກ້ກັບຖະໜົນຫົນທາງ ແລະ ການບໍລິການສາທາລະນະ.3ທິວທັດແສງແດດ ແລະ ທ້ອງຟ້າທີ່ມີລົມພັດຜ່ານພູຜາ ແລະ ທົ່ງນາທີ່ເມືອງວັງວຽງ, ປະເທດລາວ. ຮູບພາຍໂດຍ Basile Morin, Wikimedia commons, ຖ່າຍວັນທີ  19 ມິຖຸນາ 2020, ພາຍໃຕ້ລິຂະສິດ  CC-BY-SA 4.0.ຄວາມຫຼາກຫຼາຍທາງດ້ານຊີວະນາພັນຂອງ ສປປ ລາວ ໄດ້ຫຼຸດລົງ ດ້ວຍສາເຫດມາຈາກການເຕີບໂຕຂອງປະຊາກອນ, ການປ່ຽນແປງການນໍາໃຊ້ທີ່ດິນ, ການຂຸດຄົ້ນຊັບພະຍາກອນ ແລະ ການຫັນປ່ຽນໄປສູ່ເສດຖະກິດຕະຫຼາດ.4  ອີງໃສ່ຍຸດທະສາດແຫ່ງຊາດກ່ຽວກັບ “ການຫັນທີ່ດິນເປັນທຶນ”5 ...

SDG 18 ມີຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ

ເປົ້າໝາຍການພັດທະນາແບບຍືນຍົງທີ 18 (SDG 18) – ມີຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ (ລບຕ) ແນໃສ່ເກັບກູ້ລະເບີດທີ່ບໍ່ທັນແຕກທີ່ເປັນໄພຕໍ່ການພັດທະນາ ສປປ ລາວ (ລາວ).1 SDG 18 ແມ່ນເປົ້າໝາຍທີ່ສ້າງຂຶ້ນມາສະເພາະສຳລັບປະເທດລາວ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກກວ່າ 80 ລ້ານລູກທີ່ຍັງຕົກຄ້າງໃນທົ່ວປະເທດມາຕັ້ງແຕ່ປາງສົງຄາມອິນດູຈີນຄັ້ງທີສອງ.2 ປະເທດກຳປູເຈຍກໍມີການຮັບຮອງເອົາເປົ້າໝາຍ SDG 18 ເພື່ອແກ້ໄຂບັນຫາວິກິດການດ້ານ ລບຕ ຕົວຢ່າງ – ‘ໂຄງການສ້າງປະເທດກຳປູເຈຍທີ່ປອດຈາກລະເບີດທີ່ຍັງບໍ່ທັນແຕກ/ລະເບີດມິນ’.3 ນອກຈາກເປົ້າໝາຍທີ່ມີລັກສະນະໃກ້ຄຽງ ເຊັ່ນ ເປົ້າໝາຍ SDG 11 – ສ້າງຕົວເມືອງ ແລະ ຊຸມຊົນໃຫ້ມີຄວາມຍືນຍົງ — ແລະ SDG 16 — ມີສັນຕິພາບ, ຄວາມຍຸດຕິທຳ, ແລະ ສະຖາບັນທີ່ເຂັ້ມແຂງ, ບໍ່ມີເປົ້າໝາຍ SDGs ໃດໆທີ່ແນໃສ່ການແກ້ໄຂວິກິດການດ້ານ ລບຕ ໂດຍກົງ.4 SDG ...

ການໃຫ້ເຊົ່າ ແລະ ສໍາປະທານທີ່ດິນຂອງລັດ

ການເຊົ່າ ແລະ ສໍາປະທານທີ່ດິນຂອງລັດໃນລາວ ແມ່ນການຈັດການທາງດ້ານເສດຖະກິດແບບໜຶ່ງ ເຊິ່ງລັດຖະບານອະນຸຍາດໃຫ້ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຊົ່າທີ່ດິນຂອງລັດໂດຍຈ່າຍຄ່າເຊົ່າແບບເປັນປີ ເພື່ອຮັບໃຊ້ເຂົ້າໃນກິດຈະກໍາຕ່າງໆທາງດ້ານເສດຖະກິດ ເຊິ່ງລວມມີ: ການປູກຕົ້ນໄມ້ ແລະ ພືດຜົນທາງດ້ານກະສິກໍາ, ບໍ່ແຮ່, ພະລັງງານທາງນໍ້າ, ໂຄງລ່າງພື້ນຖານ, ອຸດສາຫະກໍາ ແລະ ພາກອະສັງຫາລິມະຊັບ ເປັນຕົ້ນ. ໃນທາງກົດໝາຍແລ້ວ, ການໃຫ້ເຊົ່າ ແລະ ສໍາປະທານ ແມ່ນຄ້າຍຄືກັນ ສິ່ງທີ່ແຕກຕ່າງກັນແມ່ນ ມີການກໍານົດໄລຍະ 5 ປີຂື້ນໄປເທົ່ານັ້ນ ສໍາລັບການໃຫ້ສໍາປະທານ ໃນຂະນະທີ່ບໍ່ໄດ້ກໍານົດໄລຍະເວລາຕໍ່າສຸດ ສໍາລັບການເຊົ່າ.1 ໃນທາງຈັດຕັ້ງປະຕິບັດຕົວຈິງ, ການໃຫ້ເຊົ່າສ່ວນຫຼາຍແມ່ນຢູ່ໃນລັກສະນະເປັນແປງທີ່ດິນຂະໜາດນ້ອຍ ແລະ ໃນໄລຍະເວລາເຊົ່າທີ່ສັ້ນກວ່າຮູບແບບການໃຫ້ສໍາປະທານ. ນອກຈາກນັ້ນ, ການເຊົ່າແມ່ນຍັງແມ່ນຮູບແບບການຈັດສັນທີ່ດິນທີ່ຖືກພັດທະນາແລ້ວ.2 ສໍາລັບຂະໜາດຂອງເນື້ອດິນ ແລະ ໄລຍະເວລາສໍາປະທານສູງສຸດ ແມ່ນແຕກຕ່າງກັນໄປຕາມກິດຈະກໍາຂອງການລົງທຶນ ແລະ ປະເພດຂອງດິນ, ...

ທີ່ດິນ

ປະເທດລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລ ເຊິ່ງຕັ້ງຢູ່ລະຫວ່າງແມ່ນໍ້າຂອງ ແລະ ສາຍພູຫຼວງ ແລະ ມີຈໍານວນປະຊາກອນ 7 ລ້ານຄົນ, ເປັນປະເທດທີ່ມີອັດຕາຄວາມໜາແໜ້ນຂອງປະຊາກອນຕໍ່າທີ່ສຸດໃນອາຊີຕາເວັນອອກສຽງໃຕ້.1 ພື້ນທີ່ປົກຄຸມປ່າໄມ້ ຕາມການປະເມີນຂອງລັດຖະບານແມ່ນ 40 ເປີເຊັນ ເຊິ່ງລັດຖະບານມີແຜນເພີ່ມເນື້ອທີ່ປົກຄຸມປ່າໄມ້ໃຫ້ໄດ້ 70 ເປີເຊັນ ພາຍໃນປີ 2020.2 3 ເນື້ອທີ່ປ່າໄມ້ທີ່ຍັງເຫຼືອບາງສ່ວນ ເຊິ່ງຈັດເປັນ “ປ່າຊຸດໂຊມ” ແມ່ນພື້ນທີ່ເນີນພູທີ່ນໍາໃຊ້ເຂົ້າໃນການປູກຝັງ.ການລ້ຽງໝູໃນບ້ານນ້ອຍເຜົ່າມົ້ງ ທາງພາກໃຕ້ຂອງລາວ. ຮູບພາບໂດຍ Petetheslayer, Wikimedia Commons, ພາຍໃຕ້ລິຂະສິດ CC-BY-SA 3.0.ໃນຈຳນວນ 50 ຊົນເຜົ່າສ່ວນໃຫຍ່ແມ່ນດໍາລົງຊີວິດຢູ່ບົນພື້ນຖານການກະສິກໍາກຸ້ມຕົນເອງ ລວມເຖິງການເຮັດໄຮ່ແບບເລື່ອນລອຍ (ຖາງປ່າເຮັດໄຮ່) ແລະ ການນຳໃຊ້ເຄື່ອງປ່າຂອງດົງ. ຮູບແບບຂອງການນໍາໃຊ້ທີ່ດິນມີການປ່ຽນແປງ ຜ່ານເຫດການໃນອະດີດຫຼາຍຢ່າງ. ໜຶ່ງແມ່ນການຍ້າຍຖິ່ນຂອງປະຊາກອນ ເນື່ອງຈາກສົງຄາມອິນໂດຈີນ, ເຮັດໃຫ້ຊາວບ້ານຕ້ອງປະຖິ້ມ ເຂດທີ່ຢູ່ອາໄສ ແລະ ພື້ນທຳການຜະລິດເດີມ ...

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

7ufAr
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!