SDG 18 ມີຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ

ເປົ້າໝາຍການພັດທະນາແບບຍືນຍົງທີ 18 (SDG 18) – ມີຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ (ລບຕ) ແນໃສ່ເກັບກູ້ລະເບີດທີ່ບໍ່ທັນແຕກທີ່ເປັນໄພຕໍ່ການພັດທະນາ ສປປ ລາວ (ລາວ).1 SDG 18 ແມ່ນເປົ້າໝາຍທີ່ສ້າງຂຶ້ນມາສະເພາະສຳລັບປະເທດລາວ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກກວ່າ 80 ລ້ານລູກທີ່ຍັງຕົກຄ້າງໃນທົ່ວປະເທດມາຕັ້ງແຕ່ປາງສົງຄາມອິນດູຈີນຄັ້ງທີສອງ.2 ປະເທດກຳປູເຈຍກໍມີການຮັບຮອງເອົາເປົ້າໝາຍ SDG 18 ເພື່ອແກ້ໄຂບັນຫາວິກິດການດ້ານ ລບຕ ຕົວຢ່າງ – ‘ໂຄງການສ້າງປະເທດກຳປູເຈຍທີ່ປອດຈາກລະເບີດທີ່ຍັງບໍ່ທັນແຕກ/ລະເບີດມິນ’.3 ນອກຈາກເປົ້າໝາຍທີ່ມີລັກສະນະໃກ້ຄຽງ ເຊັ່ນ ເປົ້າໝາຍ SDG 11 – ສ້າງຕົວເມືອງ ແລະ ຊຸມຊົນໃຫ້ມີຄວາມຍືນຍົງ — ແລະ SDG 16 — ມີສັນຕິພາບ, ຄວາມຍຸດຕິທຳ, ແລະ ສະຖາບັນທີ່ເຂັ້ມແຂງ, ບໍ່ມີເປົ້າໝາຍ SDGs ໃດໆທີ່ແນໃສ່ການແກ້ໄຂວິກິດການດ້ານ ລບຕ ໂດຍກົງ.4 

SDG 18 ລວມມີສີ່ເປົ້າໝາຍບຸກທະລຸພາຍໃນປີ 2030 ຄື:5

  • 18.1: ບໍ່ໃຫ້ມີຜູ້ເສຍຊີວິດຈາກອຸບັດຕິເຫດ ລບຕ ໃນແຕ່ລະປີ;
  • 18.2: ສຳເລັດການເກັບກູ້ ລບຕ ອອກຈາກພື້ນທີ່ບູລິມະສິດ ແລະ ບ້ານທີ່ທຸກຍາກ;
  • 18.3: ຮັບປະກັນການຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານສຸຂະພາບ ແລະ ການດຳລົງຊີວິດສຳລັບຜູ້ທີ່ລອດຊີວິດຈາກອຸບັດຕິເຫດ ລບຕ;
  • 18.4: ຮັບປະກັນຄວາມສາມາດຂອງລັດຖະບານລາວໃນການສະໜອງທຶນຮອນສຳລັບກິດຈະກຳການເກັບກູ້ ລບຕ ທີ່ຍັງເຫຼືອທັງໝົດ. 

ສະຫະລັດຖິ້ມລະເບີດລູກຫວ່ານ 270 ລ້ານລູກໃສ່ປະເທດລາວໃນລະຫວ່າງປີ 1964 ເຖິງ 1973, ເຊິ່ງ 30 ເປີຊັນຂອງລະເບີດດັ່ງກ່າວ ຫຼື ປະມານ 80 ລ້ານລູກແມ່ນຍັງບໍ່ທັນແຕກ.
ແຫຼ່ງທີ່ມາ: https://www.irishtimes.com/news/world/asia-pacific/death-from-below-in-the-world-s-most-bombed-country-1.3078351

ຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດສູ່ SDG 18

ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໄດ້ຮັບການສ້າງຂຶ້ນໃນປີ 2015 ເພື່ອສືບຕໍ່ວຽກງານຂອງເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDGs) ທີ່ສິ້ນສຸດລົງໃນປີ 2015. ປະເທດລາວໄດ້ຮັບຮອງເອົາເປົ້າໝາຍ MDG 9 – ຫຼຸດຜ່ອນຜົນກະທົບຈາກ ລບຕ – ເຊິ່ງເປັນເປົ້າໝາຍສະເພາະພາຍໃນປະເທດ ໃນປີ 2010. ເປົ້າໝາຍໃນ MDG 9 ມີລັກສະນະໃກ້ຄຽງກັບເປົ້າໝາຍໃນ SDG 18, ແລະ ໄດ້ປະສົບຜົນສຳເລັດໃນການປະຕິບັດໃນລະດັບຕ່າງໆ.6

ເປົ້າໝາຍທຳອິດໃນ MDG 9 ແມ່ນແນໃສ່ຮັບປະກັນຜົນສຳເລັດໃນການເກັບກູ້ລະເບີດຢູ່ໃນພື້ນທີ່ບູລິມະສິດ ແລະ ພື້ນທີ່ທີ່ມີມູນຄ່າສູງພາຍໃນປີ 2015. ແຕ່ປີ 1999-2015 ພື້ນທີ່ໄດ້ຮັບການເກັບກູ້ທັງໝົດມີ 34,494 ເຮັກຕາ (ha), ແຕ່ວ່າຕາມເປົ້າໝາຍແມ່ນຕ້ອງໃຫ້ສຳເລັດການກວດກູ້ພື້ນທີ່ໃນແຕ່ລະປີໃຫ້ໄດ້ 20,000 ເຮັກຕາກ່ອນປີ 2015.7 ສະນັ້ນ ເປົ້າໝາຍກວດກູ້ພື້ນທີ່ 100,000 ເຮັກຕາ ພາຍໃນປີ 2015 ໃນຈຳນວນພື້ນທີ່ທັງໝົດ 8.7 ລ້ານເຮັກຕາທີ່ໄດ້ຮັບຜົນກະທົບຈາກ ລບຕ, ແມ່ນຍັງບໍ່ສຳເລັດ.8

ເປົ້າໝາຍທີ່ສອງຂອງ MDG 9 ແມ່ນແນໃສ່ຫຼຸດຜ່ອນຈຳນວນຜູ້ປະສົບເຄາະຈາກອຸປະຕິເຫດຈາກ ລບຕ. ເປົ້າໝາຍດັ່ງກ່າວແມ່ນແນໃສ່ຫຼຸດຜ່ອນຈຳນວນຜູ້ປະສົບເຄາະບໍ່ໃຫ້ເກີນ 75 ກໍລະນີຕໍ່ປີພາຍໃນປີ 2015. ລາວສາມາດບັນລຸເປົ້າໝາຍນີ້ຕັ້ງແຕ່ປີ 2012 ເຊິ່ງມີຜູ້ປະສົບເຄາະ 56 ກໍລະນີ ແລະ ກໍສາມາດຮັກສາລະດັບດັ່ງກ່າວໄດ້ໃນທຸກໆປີ.9

ຜູ້ປະສົບເຄາະ ລບຕ, ລະເບີດລູຫວ່ານ ແລະ ທີມງານເກັບກູ້ລະເບີດ. ຮູບຖ່າຍ: [1], [2], [3], [4].

ເປົ້າໝາຍສຸດທ້າຍຂອງ MDG 9 ແມ່ນເພື່ອຮັບປະກັນການຕອບສະໜອງຄວາມຕ້ອງການ ໃນການຟື້ນຟູດ້ານສຸຂະພາບຂອງຜູ້ລອດຊີວິດຈາກອຸບັດຕິເຫດ ລບຕ ໃຫ້ສອດຄ່ອງກັບພັນທະໃນສົນທິສັນຍາຂອງລາວ ພາຍໃຕ້ສົນທິຍາສະຫະປະຊາຊາດວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ທີ່ປະເທດລາວໄດ້ຮ່ວມລົງນາມໃນປີ 2009 ເຊັ່ນການພັດທະນາແຜນການ ແລະ ງົບປະມານແຫ່ງຊາດ ແລະ ການສ້າງການມີສ່ວນຮ່ວມຂອງຜູ້ປະສົບເຄາະ ລບຕ ເຂົ້າໃນຫາລືວຽກງານທີ່ກ່ຽວຂ້ອງ. ຈາກນັ້ນກໍໄດ້ມີການຮ່າງແຜນຍຸດທະສາດການຊ່ວຍເຫຼືອຜູ້ປະສົບເຄາະ ລບຕ ໃນປີ 2011 ແລະ ມີການຮັບຮອງໂດຍຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວໃນປີ 2014.10 ເຖິງຢ່າງໃດກໍຕາມ, ເປົ້າໝາຍດັ່ງກ່າວບໍ່ສາມາດປະຕິບັດໃຫ້ສຳເລັດໄດ້ພາຍໃນປີ 2015; ໃນລະຫວ່າງປີ 1964-2008 ມີຜູ້ລອດຊີວິດທີ່ໄດ້ຮັບອະໄວຍະວະທຽມພຽງ 583 ໃນຈຳນວນ 20,493 ກໍລະນີທີ່ຕ້ອງການອະໄວຍະວະທຽມ ຍ້ອນຂໍ້ຈຳກັດທາງດ້ານງົບປະມານ.11

ເປົ້າໝາຍ SDG 18 ໂດຍລວມແມ່ນໄດ້ຮັບການພັດທະນາມາຈາກເປົ້າໝາຍຂອງ MDG 9. ແຕ່ວ່າ SDG 18 ແມ່ນມີເຈດຈຳນົງທີ່ສູງກວ່າ. ຄວາມແຕກຕ່າງຕົ້ນຕໍລະຫວ່າງເປົ້າໝາຍ MDG 9 ແລະ SDG 18 ແມ່ນເປົ້າໝາຍການສ້າງຄວາມສາມາດດ້ານການລົງທຶນໃນກິດຈະກຳກ່ຽວກັບ ລບຕ ໃຫ້ແກ່ລັດຖະບານລາວເປັນຜູ້ຮັບຜິດຊອບຢ່າງເຕັມສ່ວນ ເຊິ່ງບໍ່ລວມຢູ່ໃນເປົ້າໝາຍ MDG 8. ເປົ້າໝາຍດັ່ງກ່າວໄດ້ລວມເຂົ້າໃສ່ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ (NSEDP) ຄັ້ງທີ 8 ເນື່ອງຈາກຄວາມຕ້ອງການດັ່ງກ່າວໃນປະຈຸບັນແມ່ນຢູ່ເກີນຄວາມສາມາດດ້ານງົບປະມານແຫ່ງຊາດ. ແຜນ NSEDP ຄັ້ງທີ 8 ຍັງໄດ້ລວມມີເປົ້າໝາຍການສຳເລັດການສຳຫຼວດ ລບຕ ໃນ 9 ແຂວງ ແລະ 5,238 ບ້ານ, ການຫຼຸດຈຳນວນຜູ້ໄດ້ຮັບຜົນກະທົບຈາກອຸບັດຕິເຫດ ລບຕ ໃຫ້ໄດ້ຕ່ຳກວ່າ 40 ກໍລະນີຕໍ່ປີ, ແລະ ໃຫ້ການຊ່ວຍເຫຼືອຜູ້ປະສົບເຄາະຈາກອຸບັດຕິເຫດ ລບຕ ໃຫ້ໄດ້ 1,500 ຄົນພາຍໃນ 2020.12

ການລວມເອົາວຽກງານເກັບກູ້ລະເບີດແຫ່ງຊາດເຂົ້າໃນ NSEDP ຄາດວ່າຈະຊ່ວຍປັບປຸງຂອບການເຮັດວຽກສຳລັບວຽກງານເກັບກູ້ລະເບີດ, ການລາຍງານ ແລະ ການສຶກສາຄວາມສ່ຽງໄພຂອງຂະແໜງການ ລບຕ/ມິນ ເຊິ່ງລວມທັງຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ).13 ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ມີໜ້າທີ່ໃນການຊີ້ນຳ ແລະ ສ້າງນະໂຍບາຍຄຸ້ມຄອງຄຸນນະພາບ ແລະ ສ້າງຄວາມສາມາດໃນຂະແໜງ ລບຕ.14

ການຈັດຕັ້ງປະຕິບັດ SDG 18 ໃນລາວ

ຂະແໜງປະຕິບັດການດ້ານ ລບຕ/ມິນ ເຊິ່ງໄດ້ເລີ່ມການເຄື່ອນໄຫວມາແຕ່ປີ 1995 ໄດ້ຮັບການໂອນມອບວຽກຈາກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ຂຶ້ນກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມຢ່າງເປັນທາງການໃນປີ 2016. ການມອບໝາຍວຽກງານກ່ຽວກັບ ລບຕ ໃຫ້ຂຶ້ນກັບຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ສ້າງສາຍພົວພັນຕໍ່ກັບວາລະການພັດທະນາດ້ານຕ່າງໆ ໂດຍສະເພາະແມ່ນການເບິ່ງແຍງຄົນພິການ.15 ຄຊກລ ທີ່ຮັບຜິດຊອບຂະແໜງ ລບຕ ໄດ້ມີການເພີ່ມໜ້າວຽກກ່ຽວກັບການສະໜັບສະໜູນການຝຶກອົບຮົມໃນການຄຸ້ມຄອງແຫຼ່ງທຶນ, ການເງິນ, ແລະ ການຄຸ້ມຄອງ ແລະ ວາງຍຸດທະສາດໜ້າວຽກ, ແລະ ໄດ້ມີການພັດທະນານະໂຍບາຍກ່ຽວກັບການຈັດບູລິມະສິດການເກັບກູ້ລະເບີດ. ກິດຈະກຳຂອງ ຄຊກລ ມີຄື:16

  • ການສ້າງລະບົບຕິດຕາມຜູ້ລອດຊີວິດຈາກອຸບັດຕິເຫດ ລບຕ;
  • ການສຶກສາຄວາມສ່ຽງໄພ ລບຕ: ການພັດທະນາຫຼັກສູດປຶ້ມແບບຮຽນ, ການລວມການສຶກສາກ່ຽວກັບ ລບຕ ເຂົ້າໃນຫຼັກສູດການສຶກສາຊັ້ນປະຖົມ, ແລະ ການດຳເນີນກິດຈະກຳການສຶກສາຄວາມສ່ຽງໄພ ລບຕ;
  • ການຊ່ວຍເຫຼືອຜູ້ປະສົບເຄາະ: ໃຫ້ການປິ່ນປວດ້ານການແພດ, ການປິ່ນປົວດ້ານຈິດຕະສາດ-ສັງຄົມ ແລະ ການສົ່ງເສີມການສຶກສາ;
  • ວຽກງານເກັບກູ້ລະເບີດ: ການກຳນົດເຂດສ່ຽງໄພ ລບຕ (CHA), ການອະນຸມັດໜ່ວຍງານປະຕິບັດການເກັບກູ້ລະເບີດຕ່າງໆ;

ໃນປີ 2016, ຄຊກລ ໄດ້ແບ່ງຂັ້ນຕອນການສຳຫຼວດ ແລະ ເກັບກູ້ ລບຕ ເປັນສາມຂັ້ນຄື:17

  • ຂັ້ນທີ 1 ການສຳຫຼວດທີ່ບໍ່ແມ່ນວິຊາການເພື່ອຢືນຢັນຈຸດທີ່ຕັ້ງທີ່ຂອງລູກລະເບີດ ແລະ ເກັບກຳຊຸດຂ້ມູນຢ້ອນຫຼັງ ແລະ ຈຳນວນປະຊາຊົນໃນພື້ນທີ່
  • ຂັ້ນທີ 2 ການສຳຫຼວດທາງດ້ານວິຊາການເພື່ອຢືນຢັນພື້ນທີ່ສ່ຽງໄພ ລບຕ ໂດຍການຈັດແບ່ງທີ່ດິນເປັນ ບ໋ອກ 50 ຄູນ 50 ແມັດ ແລະ ທຳການສຳຫຼວດ ແລະ ແຕ້ມແຜນວາດໃນແຕ່ລະບ໋ອກ
  • ຂັ້ນທີ 3 ການກວດກູ້ ແລະ ທຳລາຍລູກລະເບີດໃນພື້ນທີ່ທີ່ກຳນົດພາຍໃຕ້ລະດັບຄວາມເລິກຢ່າງຕ່ຳ 25 ຊັງຕີແມັດ

ປະເທດລາວໄດ້ມີການລົງນາມໃນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ. ດັ່ງນັ້ນ ລາວຈຶ່ງມີພັນທະໃນການເກັບກູ້ ລບຕ ທັງໝົດພາຍໃນເດືອນສິງຫາ ປີ 2020. ເຖິງຢ່າງໃດກໍຕາມ ເນື່ອງຈາກຄວາມຂາດແຄນທາງດ້ານທຶນຮອນ ບວກກັບຈຳນວນພື້ນທີ່ທີ່ໄດ້ຮັບຜົນກະທົບທີ່ກວ້າງຂວາງ, ປະເທດລາວຈຶ່ງໄດ້ຮຽກຮ້ອງໄລຍະເວລາເພີ່ມເຕີມໃນການດຳເນີນການ, ເຊິ່ງກຳນົດໃຫ້ບໍ່ເກີນສີ່ປີ.18 ສົນທິສັນຍາດັ່ງກ່າວຍັງກຳນົດແຜນງານຫ້າປີ ເຊິ່ງມີການຈັດຕັ້ງບູລິມະສິດສຳລັບແຕ່ລະປະເທດ ແລະ ອົງກອນທີ່ຈັດຕັ້ງປະຕິບັດ. ແຜນງານດັ່ງກ່າວລວມມີ ໜ້າວຽກການສຶກສາຄວາມສ່ຽງໄພ, ການກວດກູ້ພື້ນທີ່ ແລະ ການຊ່ວຍເຫຼືອຜູ້ປະສົບເຄາະ.19

ສິ່ງທີ່ເປັນອຸປະສັກທີ່ສຸດໃນວຽກງານເກັບກູ້ລະເບີດແມ່ນຂໍ້ຈຳກັດດ້ານທຶນຮອນ. ການກວດກູ້ພື້ນທີ່ແມ່ນຕ້ອງອາໄສທຶນຮອນຈາກຕ່າງປະເທດເປັນຫຼັກ. ໃນປີ 2015 ລັດຖະບານລາວໄດ້ປະກອບສ່ວນທຶນຮອນ 13% ໃນຂະແໜງ ລບຕ, ແຕ່ມາໃນປີ 2017 ແມ່ນມີພຽງ 3% ເທົ່ານັ້ນ.20 21 ໃນປີ 2017, 81% ຂອງແຫຼ່ງທຶນທີ່ ຄຊກລ ໄດ້ຮັບ ແມ່ນມາຈາກແຫຼ່ງທຶນພາຍໃຕ້ອົງການ UNDP ລວມທັງອົງການຮ່ວມມືສາກົນເກົາຫຼີ ແລະ ອີຢູ, ແລະ 19% ແມ່ນມາຈາກກອງທຶນພາຄີ. ໃນປີ 2016 ທ່ານ ບາຣັກ ໂອບາມາ ອະດີດປະທານປະເທດອາເມລິກາ ໄດ້ສັນຍາວ່າຈະໃຫ້ທຶນ US$ 90 ລ້ານໂດລາເພື່ອຊ່ວຍເຫຼືອໃນການເກັບກູ້ ລບຕ, ເຊິ່ງທຶນດັ່ງກ່າວຄາດວ່າມີການນຳໃຊ້ໃນປີ 2017, 2018, ແລະ 2019.22 ນອກຈາກນີ້ ສະຫະລັດຍັງໄດ້ໃຫ້ທຶນຊ່ວຍເຫຼືອ US$ 45 ລ້ານໂດລາ ເພື່ອປະກອບສ່ວນໃນການສຳຫຼວດລະເບີດລູກຫວ່ານ ເພື່ອກຳນົດພື້ນທີ່ບູລິມະສິດທີ່ຍັງເຫຼືອ ແລະ ໃຫ້ຂໍ້ມູນຂ່າວສານກ່ຽວກັບການຄຸ້ມຄອງ ລບຕ.23

ການຕິດຕາມ SDG 18 ໃນລາວ

ອົງການສະຫະປະຊາຊາດໄດ້ສ້າງ 8 ຕົວຊີ້ວັດເພື່ອວັດແທກຄວາຄືບໜ້າຂອງການປະຕິບັດ SDG 18 ໃນລາວ, ເຊິ່ງແຕ່ລະເປົ້າໝາຍມີສອງຕົວຊີ້ວັດ. ຕົວຊີ້ວັດຕ່າງໆລວມມີ ການລາຍງານຕົວເລກຜູ້ເສຍຊີວິດຈາກ ລບຕ ປະຈຳປີ, ການຕິດຕາມການກວດກູ້ພື້ນທີ່, ການຂຶ້ນທະບຽນລາຍການຄວາມຕ້ອງການຂອງຜູ້ປະສົບໄພ ລບຕ, ແລະ ການປະເມີນອັດຕາສ່ວນແຫຼ່ງທຶນພາຍໃນປະເທດທຽບກັບຕ່າງປະເທດ.24 ປະເທດລາວຈະຕ້ອງລາຍງານກ່ຽວກັບຕົວຊີ້ວັດເຫຼົ່ານີ້ໃຫ້ແກ່ອົງການສະຫະປະຊາຊາດໃນແຕ່ລະປີ ໃນນາມປະເທດທີ່ລົງນາມໃນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານສາກົນ. ເຊິ່ງບົດລາຍງານໃນແຕ່ລະປີຂອງແຕ່ລະປະເທດ ສາມາດເຂົ້າເບິ່ງໄດ້ທີ່ສຳນັກງານອົງການ ສປຊ ນະຄອນເຈັນນີວາ.

ລາວມີການນຳໃຊ້ລະບົບຄຸ້ມຄອງຂໍ້ມູນຂ່າວສານສຳລັບກິດຈະກຳກ່ຽວກັບ ລບຕ (IMSMA) ທີ່ສາມາດຕິດຕາມການຈັດຕັ້ງປະຕິບັດ ແລະ ລາຍງານຜົນສຳລັບຂະແໜງ ລບຕ, ເຊິ່ງອາດເຊື່ອມໂຍງເຂົ້າກັບລະບົບຂໍ້ມູນຂ່າວສານຂອງຂະແໜງອື່ນໆ ເພື່ອເສີມຂະຫຍາຍການຕິດຕາມການປະຕິບັດໃນລະດັບກວ້າງ ໂດຍສະເພາະແມ່ນສຳລັບເປົ້າໝາຍ 18.2 ແລະ 18.3.25 ການສ້າງຄວາມເຂັ້ມແຂງດ້ານການເກັບກຳຂໍ້ມູນ ແລະ ການຕິດຕາມຢ່າງຕໍ່ເນື່ອງກ່ຽວກັບອຸບັດຕິເຫດ ລບຕ ແມ່ນສິ່ງຈຳເປັນໃນການຕິດຕາມຄວາມສຳເລັດຂອງເປົ້າໝາຍ SDG 18.

ເປົ້າໝາຍຕ່າງໆຂອງ SDG 18 ມີລະດັບຄວາມສາມາດໃນການປະຕິບັດທີ່ແຕກຕ່າງກັນ. ເປົ້າໝາຍທີໜຶ່ງກ່ຽວກັບການຫຼຸດຈຳນວນຜູ້ເສຍຊີວິດໃຫ້ເປັນສູນ ແມ່ນເປົ້າໝາຍທີ່ມີຄວາມເປັນໄປໄດ້ໃນທາງປະຕິບັດ. ເຫັນໄດ້ຈາກຈຳນວນອຸບັດຕິເຫດ ລບຕ  ຫຼຸດລົງເກີນ 85% ນັບແຕ່ປີ 2008 ເປັນຕົ້ນມາ, ຕ່ຳສຸດແມ່ນ 41 ກໍລະນີໃນປີ 2017.26 ນອກຈາກນີ້ ໃນປີ 2016 ປີດຽວ ມີປະຊາຊົນທີ່ໄດ້ຮັບການສຶກສາຄວາມສ່ຽງໄພ ລບຕ ທັງໝົດ 450,000 ຄົນ ເຊິ່ງລົງຝຶກຢູ່ໃນບ້ານ ແລະ ໂຮງຮຽນທັງໝົດ 620 ແຫ່ງ ແລະ ມີເດັກນ້ອຍເຂົ້າຮ່ວມ 73,500 ຄົນ.27 ຈຳນວນປະຊາຊົນທີ່ເຂົ້າຮັບການສຶກສາຄວາມສ່ຽງໄພ ລບຕ ທີ່ເພີ່ມຂຶ້ນເຮັດໃຫ້ຄວາມສ່ຽງໃນການເກີດອຸບັດຕິເຫດ ລບຕ ຫຼຸດລົງ.

ເປົ້າໝາຍທີສອງ -ສຳເລັດການກວດກູ້ໃນພື້ນທີ່ບູລິມະສິດ ແລະ ບ້ານທີ່ທຸກຍາກ – ແມ່ນຫຍຸ້ງຍາກໃນການປະຕິບັດໃຫ້ສຳເລັດຜົນ. ແຕ່ປີ 1996 ເຖິງ 2014, ອົງການເກັບກູ້ລະເບີດແຫ່ງ ສປປ ລາວ ສາມາດກວດກູ້ພື້ນທີ່ທີ່ມີລະເບີດຕົກຄ້າງຫຼາຍໄດ້ 26,639 ເຮັກຕາ, ເຊິ່ງກວມເອົາພຽງ 0.28% ຂອງພື້ນທີ່ທີ່ໄດ້ຮັບຜົນກະທົບຈາກລະເບີດທັງໝົດ.28 ໃນປີ 2017 ລາວສາມາດກວດກູ້ພື້ນທີ່ທັງໝົດ 3,852 ເຮັກຕາ  ແລະ ສຳຫຼວດພື້ນທີ່ສ່ຽງໄພ ລບຕ (CHA) ໄດ້ 22,873 ເຮັກຕາ.29 ດ້ວຍອັດຕາການກວດກູ້ດັ່ງກ່າວ ເປົ້າໝາຍທີສອງນີ້ອາດບໍ່ສາມາດເຮັດສຳເລັດພາຍໃນປີ 2030.

ເປົ້າໝາຍທີສາມ- ຕອບສະໜອງຄວາມຕ້ອງການດ້ານສຸຂະພາບ ແລະ ຊີວິດການເປັນຢູ່ສຳລັບຜູ້ປະສົບໄພ ລບຕ ທີ່ລອດຊີວິດທັງໝົດ ແມ່ນປະຕິບັດໄດ້ໃນລະດັບໜຶ່ງ, ແຕ່ກໍຍັງມີບັນຫາດ້ານງົບປະມານບໍ່ພຽງພໍ. ກຄຊລ ໄດ້ສ້າງຫົກເສົາຄ້ຳໃນການຊ່ວຍເຫຼືອຜູ້ປະສົບເຄາະຄື ການເກັບກຳຂໍ້ມູນ, ການປິ່ນປົວສຸຂະພາບ, ການຟື້ນຟູທາງກາຍຍະພາບ, ການຟື້ນຟູທາງຈິດໃຈ-ສັງຄົມ, ການຝຶກອົບຮົມວິຊາຊີບ ແລະ ການສະໜັບສະໜູນຊ່ວຍເຫຼືອ.30 ມາເຖິງປີ 2018, ໜ່ວຍງານຊ່ວຍເຫຼືອຜູ້ປະສົບເຄາະໄດ້ສຳເລັດການປະເມີນຄວາມຕ້ອງການຂອງຜູ້ປະສົບເຄາະຈາກ ລບຕ, ເຊິ່ງກວມເອົາຜູ້ລອດຊີວິດສະເລ່ຍ 9,000 ໃນຈຳນວນ 12,000 ຄົນທີ່ຍັງມີຊີວິດຢູ່ໃນ 10 ແຂວງຈາກທັງໝົດ 18 ແຂວງໃນທົ່ວປະເທດ. ນອກນີ້ຍັງມີການຈັດຝຶກອົບຮົມວິຊາຊີບກ່ຽວກັບການລ້ຽງສັດໃຫ້ແກ່ຜູ້ປະສົບເຄາະຈຳນວນ 107 ຄົນໃນສາມແຂວງ, ມີການໃຫ້ການປິ່ນປົວທາງການແພດສຳລັບຜູ້ປະສົບເຄາະ 601 ຄົນ, ແລະ ໃຫ້ການຊ່ວຍເຫຼືອໃນການຟື້ນຟູທາງຮ່າງກາຍໃຫ້ແກ່ຜູ້ລອດຊີວິດ 3,368 ຄົນ. ນອກນັ້ນກໍໄດ້ມີການສ້າງໂທລະສັບສາຍດ່ວນ ລບຕ “1603” ເພື່ອຊ່ວຍເຫຼືອຜູ້ປະສົບເຄາະ ແລະ ລາຍງານອຸບັດຕິເຫດ ລບຕ.31

ເປົ້າໝາຍສຸດທ້າຍແມ່ນການຮັບປະກັນໃຫ້ລັດຖະບານເປັນຜູ້ລົງທຶນໃນກິດຈະກຳກ່ຽວກັບ ລບຕ ທີ່ຍັງເຫຼືອ ເຊິ່ງນີ້ແມ່ນຂຶ້ນຢູ່ກັບຂອບເຂດລະດັບເປົ້າໝາຍທີ່ຜູ້ໃຫ້ທຶນຕ່າງປະເທດສາມາດປະຕິບັດໄດ້ພາຍໃນປີ 2030. ເຖິງຢ່າງໃດກໍຕາມ ຖ້າພິຈາລະນາຈາກພາລະທາງການເງິນໃນວຽກງານເກັບກູ້ລະເບີດທີ່ມະຫາສານ ບວກກັບການປະກອບສ່ວນຈຳນວນໜ້ອຍຂອງລັດຖະບານລາວໃນຂະແໜງ ລບຕ ໃນໄລຍະຜ່ານມາ, ມັນອາດເປັນການຍາກທີ່ຈະໃຫ້ລັດຖະບານເປັນຜູ້ຮັບຜິດຊອບທຶນຮອນທັງໝົົດຢ່າງເຕັມສ່ວນໃນວຽກງານເກັບກູ້ລະເບີດ ແລະ ການຊ່ວຍເຫຼືອຜູ້ປະສົບເຄາະໃນປີ 2030.32

ປະເທດລາວໄດ້ມີການພັດທະນາ “ເສັ້ນທາງກ້Tagsາວສູ່ຄວາມຫອດໄພ II” ເຊິ່ງເປັນແຜນຍຸດທະສາດແຫ່ງຊາດແນໃສ່ຫຼຸດຜ່ອນຜົນກະທົບຈາກ ລບຕ. ເປົ້າໝາຍຂອງແຜນດັ່ງກ່າວແມ່ນຈັດໃຫ້ສອດຄ່ອງກັບເປົ້າໝາຍຂອງ SDG 18 ແລະ ເນັ້ນໃສ່ວິທີການເກັບກູ້ ລບຕ ໂດຍອີງໃສ່ຊຸມຊົນ.33 ລາວພວມກຳລັງດຳເນີນການເພື່ອກ້່າວໄປສູ່ການບັນລຸເປົ້າໝາຍ SDG 18, ແຕ່ວ່າປັດໃຈສຳຄັນໃນການປະຕິບັດເປົ້າໝາຍດັ່ງກ່າວນີ້ແມ່ນການຂົນຂວາຍແຫຼ່ງທຶນທີ່ຈຳເປັນ ແລະ ການສ້າງຄວາມສາມາດພາຍໃນປະເທດເພື່ອການລົງທຶນໃນຂະແໜງ ລບຕ ໂດຍບໍ່ອີງໃສ່ການຊ່ວຍເຫຼືອຈາກຕ່າງປະເທດ.

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

dXnKZ
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!