ແບ່ງປັນຂໍ້ມູນ

ຄຳຖາມທີ່ຖືກຖາມເລື້ອຍໆ

1. ເປັນຫຍັງຂ້ອຍຈຶ່ງຄວນເປັນຜູ້ໃຫ້ຂໍ້ມູນ?

ຂໍ້ມູນທີ່ທ່ານສະໜອງຈາກສາຂາທີ່ທ່ານມີຄວາມສົນໃຈ ແລະ ຊຳນານ ໃຫ້ແກ່ຖານຂໍ້ມູນດ້ານລະບົບນິເວດໃນພາກພື້ນລຸ່ມແມ່ນ້ຳຂອງ ທີ່ມີພຽງແຕ່ແຫ່ງດຽວ ແລະ ກຳລັງຂະຫຍາຍຕົວ ຈະຊ່ວຍກຳໜົດທິດທາງການປຶກສາຫາລື ກ່ຽວກັບບັນຫາທີ່ສຳຄັນເຫຼົ່ານີ້ຢ່າງຕໍ່ເນື່ອງ.

2. Open Development Laos ຈະໃຊ້ຂໍ້ມູນທີ່ຂ້ອຍປະກອບສ່ວນແນວໃດ

ຂໍ້ມູນທັງໝົດທີ່ຖືກປະກອບສ່ວນເຂົ້າໃນຖານຂໍ້ມູນ ຈະໄດ້ຮັບການກວດສອບໂດຍຜູ້ກວດແກ້ຂໍ້ມູນຂອງພວກເຮົາໃນທົ່ວພາກພື້ນ ເພື່ອຄວາມເໝາະສົມ ແລະ ສອດຄ່ອງກັບມາດຕະຖານຂໍ້ມູນແບບເປີດ. ຂໍ້ມູນທີ່ສອດຄ່ອງກັບມາດຕະຖານແມ່ນຈະຖືກເຜີຍແຜ່ຢ່າງເປີດເຜີຍ ໃນຖານຂໍ້ມູນ ແລະ ສາມາດເຂົ້າເຖິງໄດ້ສຳຫຼັບທຸກຄົນທີ່ຄົ້ນຫາຂໍ້ມູນ. ຖ້າຫາກມີໂອກາດທີ່ຂໍ້ມູນຂອງທ່ານຖືກນຳໄປປະສົມກັບຂໍ້ມູນຈາກແຫຼ່ງອື່ນ ຫຼື ສ້າງເປັນສະຕໍຣີບອດ, ພວກເຮົາຈະດຳເນີນການພາຍໃຕ້ຂໍ້ສັນຍາອະນຸຍາດທີ່ກຳໜົດ ໂດຍຊຸດຂໍ້ມູນ ແລະ ປຶກສາກັບທ່ານ ຖ້າມີບັນຫາກ່ຽວກັບລິຂະສິດ.

3. ຊຸດຂໍ້ມູນທັງໝົດທີ່ນຳເຂົ້າສູ່ຖານຂໍ້ມູນ ເປັນຂໍ້ມູນແບບເປີດ ແລະ ເປັນຂໍ້ມູນສາທາລະນະແມ່ນບໍ່?

ພວກເຮົາມີຈຸດປະສົງຢາກຮັບປະກັນວ່າຂໍ້ມູນທຸກຢ່າງຢູ່ໃນຖານຂໍ້ມູນພວກເຮົາ ເປັນຂໍ້ມູນແບບເປີດ ແລະ ເປັນແບບສາທາລະນະ. ເຖິງຢ່າງໃດກໍ່ຕາມ, ພວກເຮົາຢຶດຖືການປະຕິບັດຕາມມາດຕະຖານຂໍ້ມູນແບບເປີດຢ່າງເຂັ້ມງວດ ແລະ ບັງຄັບໃຊ້ນະໂຍບາຍຂໍ້ມູນຢ່າງຮັບຜິດຊອບ ເຊິ່ງໜ້າວຽກນີ້ຈະຖືກຄວບຄຸມໂດຍຜູ້ກວດແກ້ຂໍ້ມູນຂອງພວກເຮົາ. ຖ້າຂໍ້ມູນໃດໜຶ່ງບໍ່ສອດຄ່ອງກັບຫຼັກເກນນີ້, ຂໍ້ມູນດັ່ງກ່າວຈະບໍ່ຖືກນຳໄປເຜີຍແຜ່ ແລະ ທາງພວກເຮົາຈະແຈ້ງໃຫ້ທ່ານຊາບ ຖ້າຫາກວ່າມີຂໍ້ມູນທີ່ສາມາດແກ້ໄຂໄດ້.

4. ຂ້ອຍຈະໃຫ້ຄຳແນະນຳຕໍ່ພາກສ່ວນ ຂໍ້ມູນເມຕາດາຕາ ໄດ້ແນວໃດ?

Open Development Laos ພະຍາຍາມຢ່າງຕໍ່ເນື່ອງ ເພື່ອປັບປຸງມາດຕະຖານສຳລັບຂໍ້ມູນເມຕາດາຕາ ເພື່ອເພີ່ມການຄົ້ນພົບ ແລະ ການປະສານງານຮ່ວມກັນ. ພວກເຮົາຍິນດີຮັບຟັງທຸກຄຳຄິດເຫັນ ແລະ ຕິຊົມ ເພື່ອຊ່ວຍໃຫ້ເຮົາປັບປຸງມາດຕະຖານການເຜີຍແຜ່ຂໍ້ມູນ. ກະລຸນາຕິດຕໍ່ພວກເຮົາຜ່ານແບບຟອມຄວາມຄິດເຫັນ ຫຼື ອີເມວເຮົາທີ່ data@opendevmekong.net.

5. Open Development Laos ໃຊ້ຂໍ້ມູນສ່ວນຕົວຂອງຂ້ອຍແນວໃດ?

ຂໍ້ມູນສ່ວນບຸກຄົນທັງໝົດຈະຖືກເກັບເປັນຄວາມລັບ ແລະ ຈະຖືກເຜີຍແຜ່ກໍ່ຕໍ່ເມື່ອໄດ້ຮັບອະນຸຍາດຈາກທ່ານເທົ່ານັ້ນ. ນະໂຍບາຍຂໍ້ມູນແບບເປີດຂອງພວກເຮົາ ກຳໜົດໃຫ້ມີການລະບຸແຫຼ່ງທີ່ມາ ແລະ ຄວາມເປັນເຈົ້າຂອງຂອງຂໍ້ມູນ ຢ່າງຊັດເຈນ ແລະ ໂປ່ງໃສ. ດັ່ງນັ້ນ, ທ່ານຈຶ່ງຈຳເປັນທີ່ຈະຕ້ອງໃຫ້ແຫຼ່ງທີ່ມາຂອງຂໍ້ມູນທີ່ທ່ານສະໜອງ. ແຕ່ນີ້ກໍ່ບໍ່ໄດ້ໝາຍຄວາມວ່າທ່ານຈຳເປັນທີ່ຈະຕ້ອງເປີດເຜີຍຕົວຕົນຂອງທ່ານເອງ ສະນັ້ນທ່ານຈຶ່ງຍັງສາມາດໃຫ້ຂໍ້ມູນແບບບໍ່ປະສົງທີ່ຈະອອກນາມໄດ້. ເຖິງຢ່າງໃດກໍ່ຕາມ, ຖ້າທ່ານຢາກໃຫ້ຂໍ້ມູນແບບບໍ່ປະສົງອອກນາມ ພ້ອມທັງບໍ່ສາມາດລະບຸແຫຼ່ງທີ່ມາຂອງຂໍ້ມູນ, ທາງພວກເຮົາກໍ່ບໍ່ສາມາດທີ່ຈະເຜີຍແຜ່ຂໍ້ມູນໄດ້ ເນື່ອງຈາກວ່າມັນບໍ່ສອດຄ່ອງກັບມາດຕະຖານຂໍ້ມູນແບບເປີດຂອງພວກເຮົາ.

6. ຄວນອັບໂຫຼດຂໍ້ມູນປະເພດໃດເຂົ້າສູ່ຖານຂໍ້ມູນ?

ປັດຈຸບັນນີ້ ຖານຂໍ້ມູນຂອງພວກເຮົາມີຂໍ້ມູນຫຼັກໆຢູ່ 4 ກຸ່ມຄື: ຊຸດຂໍ້ມູນ, ກົດໝາຍ, ຂໍ້ຕົກລົງ ແລະ ຂໍ້ມູນຈາກຫ້ອງສະໝຸດ. ຂໍ້ບັນທຶກແຕ່ລະປະເພດແມ່ນມີຄວາມແຕກຕ່າງກັນ ແລະ ມີເຂດຂໍ້ມູນເມຕາດາຕາທີ່ແຍກກັນ ເຊິ່ງຖືກກຳໜົດຄ່າໃຫ້ສາມາດອະທິບາຍແຫຼ່ງທີ່ມາຂອງຂໍ້ມູນ ໂດຍນຳໃຊ້ມາດຕະຖານຂໍ້ມູນທີ່ມີຢູ່. ໃນລະຫວ່າງການຈັດກຽມເນື້ອຫາ, ທ່ານຈະໄດ້ຮັບຄຳແນະນຳສັ້ນໆກ່ຽວກັບປະເພດຕ່າງໆຂອງຂໍ້ມູນ ເພື່ອທີ່ທ່ານຈະໄດ້ຮູ້ວ່າຂໍ້ມູນໃດທີ່ສາມາດອັບໂຫຼດໄດ້ ແລະ ຂໍ້ມູນໃດທີ່ບໍ່ສາມາດອັບໂຫຼດໄດ້. ນອກຈາກນີ້, ພວກເຮົາຍັງມີ ວິກີພີເດຍ ທີ່ສາມາດໃຫ້ແນວທາງໃນການປະເມີນຄວາມເໝາະສົມໃນການເພີ່ມຊຸດຂໍ້ມູນຕ່າງໆ.

ເປັນຫຍັງທ່ານຈຶ່ງຄວນເປັນຜູ້ປະກອບສ່ວນເຂົ້າໃນ Open Development Laos?

  • ເຂົ້າຮ່ວມລະບົບຂໍ້ມູນຂ່າວສານກ່ຽວກັບລະບົບນິເວດຂອງແມ່ນ້ຳຂອງ ໂດຍການປະກອບສ່ວນໃຫ້ຂໍ້ມູນທີ່ສຳຄັນ ແລະ ມີຄວາມກ່ຽວຂ້ອງກັບຫົວຂໍ້ກ່ຽວກັບພາກພື້ນລຸ່ມແມ່ນ້ຳຂອງ ແລະ ປະຊາຊົນໃນບັນດາປະເທດໃນພາກພື້ນລຸ່ມແມ່ນ້ຳຂອງ.
  • ຂໍ້ມູນທີ່ທ່ານສະໜອງຈະປະກອບສ່ວນເຂົ້າໃນການຂະຫຍາຍຖານຂໍ້ມູນຂອງສູນກາງຂໍ້ມູນຂອງລຸ່ມແມ່ນ້ຳຂອງຂອງພວກເຮົາ ຈາກແຫຼ່ງຂໍ້ມູນຕ່າງໆ ແລະ ປະເພດຂອງຂໍ້ມູນທີ່ຫຼາກຫຼາຍຈາກພາກພື້ນລຸ່ມແມ່ນ້ຳຂອງ.
  • ໃນຖານະທີ່ເປັນຜູ້ປະກອບສ່ວນໃຫ້ຂໍ້ມູນ, ທ່ານຈະປະກອບສ່ວນເຂົ້າໃນພາບລວມຂອງແນວໂນ້ມການພັດທະນາ ຈາກທັງມຸມມອງລະດັບປະເທດ ແລະ ລະດັບພາກພື້ນ.
  • ຊ່ວຍໃນການກຳໜົດການປຶກສາຫາລືກ່ຽວກັບບັນຫາທີ່ຮີບດ່ວນທີ່ສຸດໃນຂະນະນີ້ ເຊິ່ງມີຜົນກະທົບຕໍ່ພາກພື້ນ ແລະ ປະຊາຊົນໃນພາກພື້ນ ເພື່ອທີ່ຈະກ້າວເຂົ້າສູ່ການພັດທະນາໃນພາກພື້ນລຸ່ມແມ່ນ້ຳຂອງຢ່າງຢັ້ງຢືນ.

ແບ່ງປັນຂໍ້ມູນ

ຖ້າສະໝັກແລ້ວ, ກະລຸນາລົງຊື່ເຂົ້າໃຊ້ CKAN ແລະ ເລີ່ມຕົ້ນການໃຫ້ຂໍ້ມູນ.

ລົງຊື່ເຂົ້າໃຊ້

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

ySyBP
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!