SDG 5 ຄວາມສະເໝີພາບລະຫວ່າງຍິງຊາຍ

ເປົ້າໝາຍການພັດທະນາແບບຍືນຍົງ 5 (SDG 5) ແນໃສ່ການສົ່ງເສີມຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການສົ່ງເສີມບົດບາດແມ່ຍິງ ເຊິ່ງແບ່ງເປັນ 9 ເປົ້າໝາຍຍ່ອຍ ແລະ 14 ຄາດໝາຍທີ່ກ່ຽວຂ້ອງ. ຄາດໝາຍດັ່ງກ່າວລວມມີ ການເລືອກປະຕິບັດໃນສະຖານທີ່ເຮັດວຽກ ແລະ ທີ່ຢູ່ອາໄສ, ສິດທິໃນການຄອບຄອງຊັບສົມບັດ, ການສຶກສາ ແລະ ຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບວຽກງານບົດບາດຍິງຊາຍ. ເປົ້າໝາຍ 5.1–5.3 ແມ່ນແນໃສ່ການປົກປ້ອງແມ່ຍິງຈາກຄວາມຮຸນແຮງ ແລະ ການເລືອກປະຕິບັດ, ເປົ້າໝາຍ 5.4–5.6 ແລະ 5.A–5.B ແນໃສ່ສົ່ງເສີມບົດບາດຍິງຊາຍ ແລະ ການເຂົ້າເຖິງທາງດ້ານເສດຖະກິດ, ແລະ ເປົ້າໝາຍ 5.C ແມ່ນເພື່ອສົ່ງເສີມການຄອບຄຸມຂອງໂຄງສ້າງດ້ານກົດໝາຍ.1

ແຫຼ່ງຂໍ້ມູນ: ສະຫະປະຊາຊາດ.

ຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດສູ່ເປົ້າໝາຍການພັດທະນາແບບຍືນຍົງ

ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍຫຼັກແມ່ນສ້າງມາຈາກການປ່ຽນແທນ ແລະ ການເສີມຂະຫຍາຍເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDGs) ເດີມ. MDGs ລວມມີແປດເປົ້າໝາຍ ທີ່ສ້າງຂຶ້ນເພື່ອໃຊ້ເປັນແນວທາງສຳລັບການວາງນະໂຍບາຍ ແລະ ຫຼາວັດແທກການພັດທະນາ ໂດຍແນໃສ່ຂົງເຂດວຽກງານຕ່າງໆເຊັ່ນ: ຄວາມທຸກຍາກ, ພະຍາດ ແລະ ຄວາມບໍ່ສະເໝີພາບຍິງຊາຍ. ແຕ່ລະຂົງເຂດມີເປົ້າໝາຍສະເພາະ ແລະ ຖືກກຳນົດໃຫ້ສຳເລັດພາຍໃນປີ 2015. ໃນປີ 2013 ເມື່ອໃກ້ເຖິງກຳນົດການ, ອົງການສະຫະປະຊາຊາດໄດ້ສ້າງເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຂື້ນເພື່ອເປັນທິດຊີ້ນຳໄລຍະໃໝ່ໃນການຮ່ວມມືການພັດທະນາສາກົນ.2

ຍ້ອນວ່າ SDGs ເກີດມາຈາກ MDGs, ມັນຈຶ່ງມີຄວາມສຳຄັນທີ່ຈະຕ້ອງທຳຄວາມເຂົ້າໃຈວິທີການປັບ MDGs ເຂົ້າສູ່ເນື້ອໃນສຳລັບວຽກງານປະຈຸບັນຂອງ SDGs. ເມື່ອພິຈາລະນາເບິ່ງແລ້ວ, ເປົ້າໝາຍທີ່ກ່ຽວຂ້ອງທີ່ສຸດໃນທີ່ນີ້ກໍຄື MDG 3: ການສົ່ງເສີມຄວາມສະເໝີພາບຍິງຊາຍ ແລະ ການສົ່ງເສີມບົດບາດແມ່ຍິງ. MDG 3 ມີໜຶ່ງຄາດໝາຍ ເຊິ່ງແນໃສ່ການລົບລ້າງຄວາມບໍ່ສະເໝີພາບຍິງຊາຍໃນດ້ານການສຶກສາ ແລະ ການຍົກສູງບົດບາດແມ່ຍິງໃນການປະກອບອາຊີບຫຼັງສຳເລັດການສຶກສາ. MDG 3 ປະກອບມີສາມຕົວຊີ້ວັດ ເຊິ່ງແນໃສ່ (3.1) ອັດຕາສ່ວນເດັກຊາຍຕໍ່ເດັກຍິງໃນລະບົບການສຶກສາ , (3.2) ສ່ວນແບ່ງຂອງແມ່ຍິງໃນການປະກອບອາຊີບທີ່ມີລາຍໄດ້ນອກຈາກການກະສິກຳ  ແລະ (3.3) ອັດຕາສ່ວນທີ່ນັ່ງຂອງແມ່ຍິງໃນສະພາແຫ່ງຊາດ.3

ໃນນີ້ສາມາດສັງເກດເຫັນການສືບຕໍ່ວຽກງານໄດ້ຢ່າງຈະແຈ້ງ ເມື່ອຕົວຊີ້ວັດທັງສາມດັ່ງກ່າວຍັງຄົງຖືກຮັກສາໄວ້ເປັນສ່ວນໜຶ່ງຂອງໂຄງສ້າງໃນການຕິດຕາມ SDG.4

SDG 5 ຄວາມສະເໝີພາບລະຫວ່າງຍິງຊາຍ

ໃນໄລຍະການປະຕິບັດ  MDG, ສປປ ລາວມີການພັດທະນາທີ່ເດັ່ນຊັດ. ລະຫວ່າງປີ 2009 ແລະ 2013, ການສຶກສາມີລັກສະນະເທົ່າທຽມຍິ່ງຂຶ້ນ ເຊິ່ງມີອັດຕາສ່ວນເດັກຍິງຕໍ່ເດັກຊາຍໃນການເຂົ້າຮຽນຊັ້ນປະຖົມ ແລະ ມັດທະຍົມທີ່ເພີ່ມຂຶ້ນ.5 ໃນໄລຍະການປະຕິບັດ MDG ຍັງເຫັນໄດ້ການເພີ່ມຂຶ້ນຂອງອັດຕາສ່ວນເພດຍິງໃນອົງການຈັດຕັ້ງນິຕິບັນຍັດຂອງລັດຖະບານກວ່າໜຶ່ງສ່ວນສີ່.6

ເຖິງຢ່າງໃດກໍຕາມ ສິ່ງສຳຄັນທີ່ສຸດອາດແມ່ນການສ້າງໂຄງສ້າງນິຕິບັນຍັດເພື່ອປົກປ້ອງສິດທິຂອງແມ່ຍິງ. ການປົກປ້ອງຢ່າງສະເໝີພາບແມ່ນກຳນົດຢູ່ໃນລັດຖະທຳມະນູນຂອງລາວສະບັບປະຈຸບັນ ແຕ່ວ່າມັນກໍ່ຍັງບໍ່ມີຄວາມກະຈ່າງແຈ້ງ ແລະ ບໍ່ໄດ້ສະເໜີປະເດັນທີ່ສະເພາະເຈາະຈົງ.7 ປີ 2004, ລັດຖະບານລາວໄດ້ຜ່ານຮ່າງກົດໝາຍວ່າດ້ວຍການພັດທະນາ ແລະ ການປົກປ້ອງແມ່ຍິງ. ເຊິ່ງຕາມມາດ້ວຍການອອກດຳລັດປະທານປະເທດເພື່ອປະກາດໃຊ້ກົດໝາຍດັ່ງກ່າວ.

ກົດໝາຍດັ່ງກ່າວສະເໜີປະເດັນທີ່ສະເພາະເຈາະຈົງ ນັບແຕ່ສິດທິສະເໝີພາບໃນການຄອບຄອງຊັບສົມບັດ, ການເຂົ້າເຖິງການສຶກສາ ແລະ ໂອກາດດ້ານທຸລະກິດ, ບັນຫາຄວາມຮຸນແຮງທາງເພດ, ສິດ ແລະ ສຸຂະພາບຈະເລີນພັນ.8 ກົດໝາຍສະບັບນີ້ໄດ້ສົ່ງເສີມໂຄງສ້າງທີ່ມີຄວາມລະອຽດ ແລະ ເລິກເຊິ່ງໃນການປົກປ້ອງທີ່ເທົ່າທຽມ ເຂົ້າໃນກົດໝາຍຂອງລາວ ແລະ ໃຊ້ເປັນພື້ນຖານສຳລັບໂຄງການຕ່າງໆເຊັ່ນ ການສ້າງຕັ້ງຄະນະກຳມາທິການແຫ່ງຊາດເພື່ອການພັດທະນາແມ່ຍິງ ແລະ ແມ່ແລະເດັກ.9

ໃນຂະນະທີ່ MDGs ໄດ້ນຳໄປສູ່ບາດກ້າວທີ່ສຳຄັນ, ຂໍ້ຜູກມັດທາງສະຖາບັນແມ່ນເປັນສິ່ງຈຳເປັນໃນການຍົກປະເດັນບັນຫາທີ່ກ່ຽວຂ້ອງກັບບົດບາດຍິງຊາຍ, ດັ່ງທີ່ສະເໜີໃນ SDG 5. ໃນຂະນະທີ່ ໂຄງສ້າງດ້ານກົດໝາຍມີຄວາມເຂັ້ມແຂງ, ການປະຕິບັດພັດຍັງອ່ອນແອ. ເຮັດໃຫ້ຍັງຄົງມີຊ່ອງຫວ່າງດ້ານການສຶກສາ ທັງມີລັກສະນະທີ່ເພີ່ມຂື້ນສຳລັບການສຶກສາລະດັບສູງ. ໂດຍສະເພາະໃນກຸ່ມແມ່ຍິງຊົນເຜົ່າ ເຊິ່ງສ່ວນໃຫຍ່ແມ່ນກຸ່ມທີ່ທຸກຍາກທີ່ສຸດໃນສັງຄົມ. 10 

ນອກຈາກນີ້ ເຖິງວ່າແມ່ຍິງຈະມີໜ້າເພີ່ມຂຶ້ນໃນຂົງເຂດວຽກງານນິຕິບັນຍັດຂອງລັດຖະບານ, ພວກເຂົາເຈົ້າພັດມີບົດບາດພຽງແຕ່ຫ້າເປີເຊັນໃນການຕັດສິນໃຈພາຍໃນລັດຖະບານທ້ອງຖິ່ນ, ແຂວງ ແລະ ສູນກາງ. ນີ້ກໍຍ້ອນເຫດຜົນກ່ຽວກັບລະດັບການສຶກສາທີ່ຈຳກັດ. ນອກຈາກນັ້ນ ຍັງມີບັນຫາການຖືພາ ແລະ ແຕ່ງງານແຕ່ອາຍຸຍັງນ້ອຍ, ເຊິ່ງໜຶ່ງໃນຫ້າຂອງແມ່ຍິງລາວມີລູກກ່ອນອາຍຸສິບແປດປີ. ບັນຫານີ້ອາດຢັ່ງໄປເຖິງການບັງຄັບໃຊ້ກົດໝາຍກ່ຽວກັບການແຕ່ງງານ ແລະ ຄອບຄົວທີ່ມີຈຳກັດ ແລະ ເຊື່ອມໂຍງໄປເຖິງບັນຫາການໃຊ້ຄວາມຮຸນແຮງທາງເພດໃນລະດັບກວ້າງ.11 ແມ່ຍິງລາວ 11.6% ໄດ້ຮັບການທາລຸນທາງຮ່າງກາຍຈາກຄູ່ຄອງ ແລະ 7.2% ໄດ້ຮັບການທາລຸນທາງເພດ. ແມ່ຍິງລາວ 5.1% ໄດ້ຮັບການທາລຸນທາງຮ່າງກາຍຈາກຄົນອື່ນທີ່ບໍ່ແມ່ນຄູ່ຄອງ.12

ສິ່ງທີ່ເຫັນໄດ້ຈະແຈ້ງກໍຄື ແມ່ຍິງສ່ວນໃຫຍ່ ແລະ ກວ່າເຄິ່ງໜິ່ງຂອງຜູ້ຊາຍໃນລາວຍັງເຊື່ອວ່າການໃຊ້ຄວາມຮຸນແຮງແມ່ນມີເຫດຜົນ ຖ້າວ່າແມ່ຍິງບໍ່ຍືດໝັ້ນໃນຂະນົບທຳນຽມ ແລະ ບົດບາດຍິງຊາຍທີ່ເຄີຍປະຕິບັດມາ. 13 ນີ້ສະແດງວ່າບັນຫາຕ່າງໆ ທັງການບັງຄັບໃຊ້ກົດໝາຍ ແລະ ບັນຫາດ້ານຮີດຄອງປະເພນີ ແລະ ວັດທະນະທຳບໍ່ສາມາດແກ້ໄຂໃນໄລຍະສັ້ນໄດ້ ແລະ ຮຽກຮ້ອງໃຫ້ມີການປະຕິບັດໃນໄລຍະຍາວໃນການໃຫ້ການສຶກສາອົບຮົມ ແລະ ຍົກສູງບົດບາດແມ່ຍິງ. ດັ່ງນັ້ນ ໂຄງການຕ່າງໆໃນ SDG 5 ຈະແນໃສ່ເພື່ອແກ້ໄຂບັນຫາເຫຼົ່ານີ້ກ່ຽວກັບແມ່ຍິງໃນລາວ.

ການຫັນ SDG 5 ເຂົ້າສູ່ແຜນນະໂຍບາຍໃນລາວ

ສຳລັບ ສປປ ລາວ, ຄາດໝາຍຂອງ SDG 5 ແບ່ງເປັນສີ່ກຸ່ມ. ກຸ່ມທີ່ໜຶ່ງແມ່ນ “ການຫຼຸດຜ່ອນການເລືອກປະຕິບັດ ແລະ ສ້າງຄວາມເທົ່າທຽມດ້ານໂອກາດເພື່ອຍົກສູງບົດບາດຂອງແມ່ຍິງ ແລະ ເດັກຍິງ” – ນີ້ແມ່ນລວມຢູ່ໃນເປົ້າໝາຍທີ່ 5.1, 5.5, 5.6, 5.a, 5.b, ແລະ 5.c. ກຸ່ມທີສອງແມ່ນ “ການລົບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນໃນສະຖານທີ່ສາທະລະນະ ແລະ ສ່ວນຕົວ” ເຊິ່ງນອນໃນເປົ້າໝາຍທີ່ 5.2. ກຸ່ມທີ່ສາມແມ່ນ “ການສະກັດກັ້ນການແຕ່ງງານໄວໃນໄວໜຸ່ມ ແລະ ການຖືພາໃນໄວລຸ້ນ” – ເຊິ່ງນອນຢູ່ໃນເປົ້າໝາຍ 5.3. ແລະ ກຸ່ມສຸດທ້າຍ “ການຮັບຮູ້ ແລະ ໃຫ້ຄຸນຄ່າຂອງການເບິ່ງແຍງ ແລະ ການເຮັດວຽກເຮືອນທີ່ບໍ່ມີລາຍຮັບ” ແມ່ນນອນຢູ່ໃນເປົ້າໝາຍ 5.4.14  

ລາວເປັນປະເທດໜຶ່ງທີ່ລົງນາມໃນອະນຸສັນຍາວ່າດ້ວຍການລົບລ້າງການເລືອກປະຕິບັດຕໍ່ແມ່ຍິງໃນທຸກຮູບແບບ (CEDAW).15 CEDAW ແມ່ນສົນທິສັນຍາຂອງສະຫະປະຊາຊາດ ເຊິ່ງທຳໜ້າທີ່ຮັບປະກັນສິດທິສຳລັບແມ່ຍິງ. ບັນດາປະເທດທີ່ລົງນາມໃນສົນທິສັນຍາດັ່ງກ່າວ ຄືດັ່ງປະເທດລາວນີ້ ຕ້ອງມຸ່ງໝັ້ນປະຕິບັດຕາມເສົາຄ້ຳໃນການລົບລ້າງການເລືອກປະຕິບັດຕໍ່ແມ່ຍິງໃນທຸກຮູບແບບ. ເສົາຄ້ຳທີໜຶ່ງແມ່ນການປະຕິບັດການລົບລ້າງຂໍ້ກົດໝາຍທີ່ມີການເລືອກປະຕິບັດ ແລະ ຮັບຮອງເອົາກົດໝາຍກ່ຽວກັບການສະກັດກັ້ນການເລືອກປະຕິບັດ. ເສົາຄ້ຳທີສອງແມ່ນຮຽກຮ້ອງໃຫ້ມີການຈັດຕັ້ງສານພິພາກສາເພື່ອຮັບປະກັນການປົກປ້ອງທີ່ເທົ່າທຽມ. ສ່ວນເສົາຄ້ຳທີສາມແມ່ນການດຳເນີນຄະດີຕໍ່ບຸກຄົນ, ອົງການຈັດຕັ້ງ ຫຼື ທຸລະກິດທີ່ມີການເລືອກປະຕິບັດຕໍ່ແມ່ຍິງ.16 ເສົາຄ້ຳເຫຼົ່ານີ້ຈະຊ່ວຍໃນການປະຕິບັດ ແລະ ເສີມຂະຫຍາຍບົດບາດຂອງ SDG 5 ໃນລາວ.

ການຫັນ SDG 5 ເຂົ້າສູ່ແຜນນະໂຍບາຍໃນການວາງແຜນ ແລະ ຈັດຕັ້ງປະຕິບັດສ່ວນໃຫຍ່ແມ່ນລວມຢູ່ໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ (NSEDP), ເຊິ່ງຈັດທຳຂຶ້ນໃນທຸກໆຫ້າປີ. SDGs ແມ່ນຖືກລວມຢູ່ໃນ NSEDP ສະບັບຫຼັງສຸດສຳລັບປີ 2016 ເຖິງ 2020. ແຜນດັ່ງກ່າວໄດ້ສະເໜີຂອບເຂດວິທີການໃນການລວມເປົ້າໝາຍຕ່າງໆເຂົ້າໃນນະໂຍບາຍ ແລະ ສົ່ງເສີມການສ້າງໂຄງຮ່າງການຕິດຕາມ ແລະ ປະເມີນຜົນ (M&E) ສຳລັບ SDGs.17

ແຫຼ່ງຂໍ້ມູນ: ສະຫະປະຊາຊາດໃນ ສປປ ລາວ

ການຈັດຕັ້ງປະຕິບັດ SDG 5 ໃນລາວ

ດັ່ງທີ່ກ່າວມາຂ້າງເທິງ, ການວາງແຜນ ແລະ ຈັດຕັ້ງປະຕິບັດ SDG 5 ສ່ວນໃຫຍ່ແມ່ນປະຕິບັດຜ່ານ NSEDP. ແຜນ NSEDP ສະບັບປະຈຸບັນສຳລັບປີ 2016-2020 ໄດ້ແບ່ງການປະຕິບັດອອກເປັນຫຼາຍຊຸດຂົງເຂດ. ຂົງເຂດທີໜຶ່ງແມ່ນການຫັນບັນຫາບົດບາດຍິງຊາຍເຂົ້າສູ່ກະແສຫຼັກໃນການວາງແຜນແຕ່ລະກົມກອງ ແລະ ຈັດການໂຄງການກ່ຽວກັບການຍົກສູງບົດບາດຂອງແມ່ຍິງ ແລະ ຈັດການຝຶກອົບຮົມຂັ້ັນບ້ານກ່ຽວກັບສິດທິ ແລະ ປະເດັນທີ່ກ່ຽວຂ້ອງ.18

ໂດຍສົມທົບກັບບັນດາອົງການຈັດຕັ້ງສັງຄົມສົງເຄາະ (CSOs) ແລະ CEDAW, ລັດຖະບານໄດ້ດຳເນີນບັ້ນຝຶກອົບຮົມຕ່າງໆສຳລັບລັດຖະກອນກ່ຽວກັບວິທີການຮ່ວມມືແກ້ໄຂບັນຫາບົດບາດຍິງຊາຍ ແລະ ສົ່ງເສີມຄວາມສະເໝີພາບທາງດ້ານນະໂຍບາຍ.19 ນອກນີ້ ຍັງມີການສ້າງຕັ້ງຄະນະກຳມາທິການແຫ່ງຊາດເພື່ອການພັດທະນາແມ່ຍິງ ແລະ ແມ່ແລະເດັກ (NCAWMC) ເພື່ອພັດທະນາໂຄງສ້າງການລາຍງານກ່ຽວກັບວຽກງານບົດບາດຍິງຊາຍ. NCAWMC ໄດ້ອອກບົດລາຍງານກ່ຽວກັບການທຶນຮອນທີ່ມີຈຳກັດ ແລະ ອຸປະສັກດ້ານສະຖາບັນໃນການຕິດຕາມບັນຫາບົດບາດຍິງຊາຍ, ເຊິ່ງເປັນບາດກ້າວທີ່ສຳຄັນຕໍ່ກັບຄວາມຮັບຜິດຊອບກ່ຽວກັບບັນຫາບົດບາດຍິງຊາຍ.20

ຂົງເຂດວຽກງານຈຸດສຸມທີສອງສຳລັບລາວແມ່ນການເພີ່ມທະວີການຮ່ວມມືລະຫວ່າງອົງການຈັດຕັ້ງສາກົນທີ່ບໍ່ຫວັງຜົນກຳໄລ ແລະ ໜ່ວຍງານຂອງລັດທີ່ເຮັດວຽກກ່ຽວກັບບັນຫາບົດບາດຍິງຊາຍ.21 ຕົວຢ່າງໃນໂຄງການ ‘ລຸກຂຶ້ນມາເວົ້າ’ ຂອງສະຖານທູດອົດສະຕຣາລີ ມີການເກັບກຳຕົວເລກຂອງຜູ້ຊາຍໃນລາວທີ່ອອກມາກ່າວຕ້ານແນວຄິດອະຄະຕິຕໍ່ແມ່ຍິງ ແລະ ຄວາມເຊື່ອທີ່ບໍ່ຖືກຕ້ອງກ່ຽວກັບບົດບາດ ແລະ ສິດທິຂອງແມ່ຍິງ.22 ບັນດາໂຄງການເຫຼົ່ານີ້ ລ້ວນແລ້ວແຕ່ມີຄວາມສຳຄັນໃນການແກ້ໄຂບັນຫາຂໍ້ຫຍຸ້ງຍາກຂອງແມ່ຍິງລາວໃນດ້ານວັດທະນະທຳ ແລະ ປະເພນີ ເຊິ່ງບໍ່ກ່ຽວຂ້ອງກັບກົດໝາຍ.

ຂົງເຂດວຽກງານທີສາມ ແລະ ສຸດທ້າຍທີ່ສະເໜີໃນ NSEDP ກ່ຽວກັບບັນຫາບົດບາດຍິງຊາຍ ແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ສະຫະພັນແມ່ຍິງລາວໃນການເປັນກະບອກສຽງຂອງຊາດ ແລະ ເປັນຊ່ອງທາງສຳລັບການຊ່ວຍເຫຼືອ ແລະ ການຮ່ວມມື.23

ການຕິດຕາມ SDG 5 ໃນ ລາວ

ໂດຍສົມທົບກັບອົງການສະຫະປະຊາຊາດໃນລາວ, ລັດຖະບານໄດ້ຕົກລົງກ່ຽວກັບລຳດັບລາຍການຕົວຊີ້ວັດທີ່ຕ້ອງລວມໃນ NSEDP ເຊິ່ງໃຊ້ເປັນກົນໄກຕົ້ນຕໍສຳລັບການຫັນ SDGs ເຂົ້າສູ່ແຜນນະໂຍບາຍພາຍໃນ. ເຖິງຢ່າງໃດກໍຕາມ, ຕົວຊີ້ວັດສ່ວນໃຫຍ່ທີ່ມີການຫາລືແມ່ນບັນດາຕົວຊີ້ວັດໃນລະດັບ II ຫຼື ລະດັບ III. ຕົວຊີ້ວັດໃນລະດັບ II ໃນລາວ ລວມມີຕົວຊີ້ວັດ 5.2.1, 5.2.2, 5.3.1, 5.3.2, 5.4.1, ແລະ 5.6.1, ແລະ ຍັງຂາດຂໍ້ມູນຕໍ່ເນື່ອງຂອງລັດຖະບານໃນການຕິດຕາມ. ຕົວຊີ້ວັດໃນລະດັບ III ລວມມີຕົວຊີ້ວັດ 5.1.1, 5.6.2, 5.a.1, 5.a.2, ແລະ 5.c.1. ແລະ ຍັງຂາດເກນມາດຕະຖານໃນການສົມທຽບ. ສະນັ້ນ ລາວມີສາມຕົວຊີ້ວັດທີ່ສາມາດວັດແທກໄດ້ ສຳລັບ SDG 5.

ຕົວຊີ້ວັດທຳອິດ, 5.5.1, ແມ່ນວັດແທກອັດຕາສ່ວນທີ່ນັ່ງໃນສະພາແຫ່ງຊາດຂອງແມ່ຍິງ. ຕົວຊີ້ວັດທີສອງ , 5.5.2,  ແມ່ນອັດຕາສ່ວນຂອງແມ່ຍິງທີ່ມີບົດບາດໃນການຕັດສິນໃຈໃນຕຳແໜ່ງທາງດ້ານການເມືອງ, ເສດຖະກິດ ແລະ ການບໍລິການຂອງລັດ. ຕົວຊີ້ວັດທີສາມແມ່ນອັດຕາສ່ວນໃນການມີໂທລະສັບມືຖືຕາມແຕ່ລະເພດ ເຊິ່ງໃຊ້ເປັນຕົວວັດແທກຄວາມສະເໝີພາບໃນການເຂົ້າເຖິງຂໍ້ມູນຂ່າວສານ. ຕົວຊີ້ວັດສາມຢ່າງນີ້ລ້ວນແລ້ວແຕ່ມີການເກັບກຳຢ່າງເປັນປົກກະຕິ ເຊິ່ງເປັນສ່ວນໜຶ່ງຂອງການສຳຫຼວດພົນລະເມືອງແຫ່ງຊາດ.24

ຂໍ້ມູນທີ່ກ່ຽວຂ້ອງກັບໜ້ານີ້

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

cefBP
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!