ເປົ້າໝາຍການພັດທະນາແບບຍືນຍົງ

ເດືອນກັນຍາ 2015 ສະພາສະຫະປະຊາຊາດໄດ້ເຜີຍແຜ່ວາລະການປະຊຸມກ່ຽວກັບການພັດທະນາແບບຍືນຍົງ ເຊິ່ງປະກອບດ້ວຍ 17 ເປົ້າໝາຍການພັດທະນາແບບຍືນຍົງ (SDGs). SDGs ແມ່ນພັດທະນາມາຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDGs)1 ແລະ ມີຈຸດປະສົງເພື່ອຊຸກຍູ້ການປະຕິບັດງານໃນຂົງເຂດການພັດທະນາທີ່ສຳຄັນ ໃຫ້ສຳເລັດທັງໝົດພາຍໃນປີ 2030. ເປົ້າໝາຍດັ່ງກ່າວແບ່ງເປັນ 169 ເປົ້າໝາຍຍ່ອຍ ແລະ 232 ຕົວຊີ້ວັດ.2

E_SDG goals_icons-individual-rgb-01 E_SDG goals_icons-individual-rgb-02 E_SDG goals_icons-individual-rgb-03 E_SDG goals_icons-individual-rgb-04 E_SDG goals_icons-individual-rgb-05 E_SDG goals_icons-individual-rgb-06 E_SDG goals_icons-individual-rgb-07 E_SDG goals_icons-individual-rgb-08 E_SDG goals_icons-individual-rgb-09 E_SDG goals_icons-individual-rgb-10 E_SDG goals_icons-individual-rgb-11 E_SDG goals_icons-individual-rgb-12 E_SDG goals_icons-individual-rgb-13 E_SDG goals_icons-individual-rgb-14 E_SDG goals_icons-individual-rgb-15 E_SDG goals_icons-individual-rgb-16 E_SDG goals_icons-individual-rgb-17

SDGs ຕ່າງຈາກ MDGs ຢູ່ບ່ອນວ່າ SDGs ແມ່ນນຳໃຊ້ສຳລັບທຸກໆປະເທດ ໂດຍບໍ່ຈຳແນກລະດັບການພັດທະນາຂອງແຕ່ລະປະເທດ. SDGs ຍັງຮັກສາເປົ້າໝາຍດ້ານສັງຄົມຄືເກົ່າ ແຕ່ຈະເນັ້ນເພີ່ມເຕີມໃສ່ບັນຫາເລັ່ງດ່ວນທາງດ້ານສິ່ງແວດລ້ອມທີ່ທົ່ວໂລກກຳລັງຜະເຊີນໃນປະຈຸບັນ. ເຊັ່ນດຽວກັນກັບ MDGs, ລັດຖະບານ ສປປ ລາວ ໄດ້ປັບເປົ້າໝາຍ SDGs ໃຫ້ແທດເໝາະກັບສະພາບການຕົວຈິງພາຍໃນປະເທດ ແລະ ໄດ້ເພີ່ມເປົ້າໝາຍ SDGs ເພື່ອການຫຼຸດຜ່ອນຜົນກະທົບຈາກລະເບີດທີ່ຍັງບໍ່ທັນແຕກ (ລບຕ) ທີ່ຍັງຄົງຄ້າງໃນລາວ.3

ການຫັນປ່ຽນຈາກ MDGs ຫາ SDGs ຂອງລາວ

ທ້າຍປີ 2015 ສປປ ລາວໄດ້ນຳໃຊ້ວາລະການພັດທະນາແຫ່ງສະຫະສະວັດ ເພື່ອຫຼຸດຜ່ອນຄວາມທຸກຍາກ, ການຂາດສານອາຫານ, ​ແລະ ອັດຕາການຕາຍຂອງເດັກນ້ອຍ ກໍຄືບັນລຸການສຶກສາຊັ້ນປະຖົມໃນທົ່ວປະເທດ. ເຖິງວ່າ, ລາວສາມາດປະຕິບັດ MDGs ໄດ້ເຖິງ 8 ໃນ 9 ເປົ້າໝາຍ, ແຕ່ກໍຍັງບໍ່ສາມາດບັນລຸເປົ້າໝາຍທັງໝົດໄດ້ຢ່າງເຕັມເມັດເຕັມໜ່ວຍ.4

ໃນຂະນະດຽວກັນ ປະເທດລາວກໍພະຍາຍາມຜັນຂະຫຍາຍ ແລະ ຮຽບຮຽງ MDGs ໃຫ້ເຂົ້າກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ກໍຍັງພົບຂໍ້ຫຍຸ້ງຍາກຫຼາຍປະການ ເຊັ່ນ:

  • ຄາດຄະເນງົບປະມານປະຈຳປີໃນການຈັດຕັ້ງປະຕິບັດ MDGs ແມ່ນເກືອບ 1.3 ຕື້ໂດລາສະຫະລັດ ເຊິ່ງເປັນກ້ອນທຶນຈຳນວນມະຫາສານທີ່ຕ້ອງຂົນຂວາຍ.5
  • ລາວເປັນປະເທດທີ່ມີລາຍຮັບຕ່ຳ, ບໍ່ມີຊາຍແດນຕິດທະເລ ແລະ ມີຫຼາຍຊົນເຜົ່າໃນເຂດຫ່າງໄກສອກຫຼີກ ເຊິ່ງໃຊ້ພາສາປາກເວົ້າທີ່ແຕກຕ່າງກັນ. ເນື່ອງຈາກວ່າ ປະຊາຊົນສ່ວນໃຫຍ່ແມ່ນເຮັດອາຊີບກະສິກຳ ເຮັດໃຫ້ມີຂໍ້ຫຍຸ້ງຍາກໃນການປັປປຸງຜົນຂອງການພັດທະນາ.6
  • ວິທີການທີ່ລັດຖະບານນຳໃຊ້ເພື່ອເລັ່ງມືໃນການພັດທະນາທາງດ້ານເສດຖະກິດ ໄດ້ສົ່ງຜົນເສຍຫຼາຍຢ່າງ. ໃນທ້ອງຖິ່ນທີ່ອາໄສຊັບພະຍາກອນທຳມະຊາດໃນການດຳລົງຊີວິດ ການເຂົ້າເຖິງການແພດ ແລະ ການສຶກສາຍັງຕ່ຳ, ໂດຍສະເພາະສຳລັບແມ່ຍິງ. ການພັດທະນາແບບກ້າວກະໂດດ ຍັງສົ່ງຜົນຕໍ່ການຂາດໂພຊະນາການ ແລະເຮັດໃຫ້ການຈະເລີນເຕີບຕົວຂອງເດັກນ້ອຍຫຼຸດລົງ.7

     

     

    ຖະໜົນໃນສະຫວັນນະເຂດ, ລາວ. ແຫຼ່ງຂໍ້ມູນ: Wikipedia Commons – Chaoborus (own work). ລິຂະສິດ: GNU Free Documentation License, Version 1.2.

ປີ 2015 ແລະ 2016 ລາວໄດ້ທົບທວນບັນຫາເຫຼົ່ານີ້ຜ່ານຂະບວນການວາງແຜນແຫ່ງຊາດ ແລະ ສ້າງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ 8 (NSEDP) (2016-2020).8 ເຊິ່ງແຜນດັ່ງກ່າວໄດ້ສ້າງໃຫ້ສອດຄ່ອງຕາມເປົ້າໝາຍການພັດທະນາແບບຍືນຍົງ ກໍແນໃສ່ເຮັດໃຫ້ປະເທດຊາກຫຼຸດພົ້ນຈາກສະພາບດ້ອຍພັດທະນາທີ່ສຸດ ພາຍໃນປີ 2020.9

ການຫັນ SDGs ເຂົ້າສູ່ແຜນນະໂຍບາຍ

ສປປ ລາວ ເປັນປະເທດໜຶ່ງທີ່ມີການເຕີບຕົວທາງເສດຖະກິດໄວທີ່ສຸດໃນພາກພື້ນອາຊີຕາເວັນອອກ ແລະ ປາຊິຟິກ ແຕ່ວ່າການເຕີບຕົວດັ່ງກ່າວມີລັກສະນະບໍ່ສະໝ່ຳສະເໝີ ແລະ ໂດຍຫຼັກແມ່ນອີງໃສ່ການນຳໃຊ້ຊັບພະຍາກອນທຳມະຊາດ ເຊັ່ນ: ພະລັງງານໄຟຟ້ານ້ຳຕົກ, ບໍ່ແຮ່ ແລະ ກະສິກຳປ່າໄມ້. ການເຕີບຕົວດ້ານເສດຖະກິດໄດ້ສົ່ງຜົນໃຫ້ເກີດການສູນເສຍພື້ນທີ່ປ່າໄມ້ ແລະ ຄວາມຫຼາກຫຼາຍດ້ານຊີວະນາໆພັນຢ່າງວ່ອງໄວ.10

ຜົນກະທົບຈາກການປ່ຽນແປງຂອງສະພາບອາກາດ ເຊັ່ນ ໄພນ້ຳຖ້ວມ, ໄພແຫ້ງແລ້ງ ແລະ ອາກາດເຢັນຜິດປົກກະຕິ ໄດ້ສົ່ງຜົນຢ່າງກວ້າງຂວາງຕໍ່ລາວຫຼາຍກວ່າປະເທດອື່ນ ເນື່ອງຈາກວ່າປະຊາຊົນລາວສ່ວນໃຫຍ່ອາໄສຢູ່ໃນເຂດຊົນນະບົດ ເຊິ່ງອີງໃສ່ການກະສິກຳໃນການດຳລົງຊີວິດ. ການລົ້ມຕາຍຂອງສັດລ້ຽງ ແລະ ການເສຍຫາຍຂອງພືດພັນຜົນລະປູກ, ການລະບາດຂອງພະຍາດ ແລະ ການຖືກຕັດຂາດຈາກໂລກພາຍນອກຍ້ອນຖະໜົນພັງເສຍຫາຍ ເຮັດໃຫ້ປະຊາຊົນບາງກຸ່ມໄດ້ຮັບຜົນກະທົບທາງດ້ານເສດຖະກິດ ແລະ ສັງຄົມ.11

ຍ້ອນວ່າລາວບໍ່ສາມາດບັນລຸທຸກໆເປົ້າໝາຍ MDGs ແລະ ມີບັນຫາດັ່ງກ່າວຂ້າງເທິງ,​ ລັດຖະບານລາວຈຶ່ງມີເຈດຈຳນົງໃນການຮັບປະກັນການປັບ SDGs ໃຫ້ເຂົ້າກັບສະພາບການພາຍໃນໃຫ້ມີປະສິດທິພາບຍິ່ງຂຶ້ນ. ໂດຍມີການແຕ່ງຕັ້ງຄະນະກຳມະການຊີ້ນຳໂຄງການລະດັບຊາດ ເພື່ອສ້າງແຜນພັດທະນາລະດັບຊາດ ເພື່ອເລັ່ງມືໃນການຈັດຕັ້ງປະຕິບັດ SDGs. ເຊັ່ນວ່າ ແຜນ NSEDP ຄັ້ງທີ 8 2016-2020; ຍຸດທະສາດການພັດທະນາສິບປີ 2016-2025; ແລະ ວິໄສທັດການພັດທະນາ 2030. ແຜນພັດທະນາເຫຼົ່ານີ້ລ້ວນແລ້ວແຕ່ສ້າງໃຫ້ສອດຄ່ອງກັບເປົ້າໝາຍ ແລະ ຕົວຊີ້ວັດ SDGs.12

ຕົວຢ່າງ: ແຜນການ NSEDP ຄັ້ງທີ 8 2016-2020 ແມ່ນຖືກສ້າງເພື່ອໃຫ້ບັນລຸເປົ້າໝາຍ ແລະ 60% ຂອງຕົວຊີ້ວັດ ແມ່ນຄ້າຍຄືກັບ SDGs. SDGs ຍັງໄດ້ເນັ້ນໃສ່ ຂົງເຂດວຽກງານທີ່ລາວຕ້ອງການເພື່ອການພັດທະນາແບບຍືນຍົງ ເຊັ່ນ ການປັບປຸງພື້ນຖານໂຄງລ່າງ ເຊັ່ນວ່າ ຖະໜົນ, ເຄືອຂ່າຍອິນເຕີເນັດ ແລະ ໂທລະສັບ ເພື່ອອຳນວຍຄວາມສະດວກໃນການສື່ສານກັບພື້ນທີ່ຫ່າງໄກສອກຫຼີກ ແລະ ພົວພັນກັບຕ່າງປະເທດ ກໍຄືຮັບປະກັນໃຫ້ຄົນໃນທ້ອງຖິ່ນຊົນນະບົດ ໄດ້ຮັບປະໂຫຍດຈາກການພັດທະນາທາງດ້ານເສດຖະກິດ.

ລາວຮັບປະກັນໃຫ້ ທຸກໆ SDGs ສອດຄ່ອງກັບນະໂຍບາຍພາຍໃນ ແລະ ລັດຖະບານຈະສະເໜີຜົນຂອງຂະບວນການປັບປຸງໃຫ້ສອດຄ່ອງກັບນະໂຍບາຍພາຍໃນ ຜ່ານກອງປະຊຸມສົນທະນາດ້ານການເມືອງລະດັບສູງ (HLPF) ຂອງ ສປຊ  ໃນກາງ ປີ 2018 ເພື່ອເປັນສ່ວນໜຶ່ງຂອງການທົບທວນການພັດທະນາລະດັບຊາດໂດຍສະໝັກໃຈ. ປັດໃຈພາຍໃນທີ່ນຳມາພິຈາລະນາ ໄດ້ຮ່າງຕາມແຕ່ລະ SDG ພາຍໃນປະເທດ ດັ່ງສະແດງລຸ່ມນີ້.13

ເປົ້າໝາຍການພັດທະນາແບບຍືນຍົງຂອງລາວທີ່ສະເໜີສັງລວມຂໍ້ມູນພື້ນຖານສັງລວມຂໍ້ມູນເນື້ອຫາພາຍໃນ
ປີ 2015 ອັດຕາຄວາມທຸກຍາກຂອງລາວຫຼຸດລົງມາເປັນ 23%, ແຕ່ວ່າ 1/3 ຂອງປະຊາຊົນເຂດພູດອຍຍັງທຸກຍາກ ທຽບກັບເຂດທົ່ງພຽງແມ່ນມີພຽງ 1/5.ເນື່ອງຈາກແມ່ຍິງ, ເດັກນ້ອຍ ແລະ ກຸ່ມຊົນເຜົ່າທີ່ບໍ່ແມ່ນໄທລາວ ເຊິ່ງທຳການກະສິກຳໃນເຂດຫ່າງໄກສອກຫຼີກ ຍັງບອບບາງຕໍ່ໄພພິບັດ, ຕ້ອງປັບປຸງຕົວຊີ້ວັດສຳລັບຄວາມສາມາດໃນການປັບຕົວຕໍ່ການປ່ຽນແປງດັ່ງກ່າວ ໃນເປົ້າໝາຍທີ1.5 ຂອງSDG ໃຫ້ເຂັ້ມແຂງຂຶ້ນ.
ໃນປີ 2015 ມີປະຊາຊົນທີ່ຂາດສານອາຫານ 1/5 ຄົນ ແລະ ເດັກນ້ອຍຕ່ຳກວ່າ 5 ປີ 35% ບໍ່ເຕີບຕົວຕາມໄວ. ມີພຽງເດັກນ້ອຍ 5% ເທົ່ານັ້ນທີ່ໄດ້ຮັບໂພຊານາການທີ່ພຽງພໍ.ຄວນມີການປັບປຸງ ແລະ ເກັບກຳຂໍ້ມູນກ່ຽວກັບອາຫານແລະໂພຊະນາການ ແລະ ຄວາມສາມາດໃນການຜະລິດຂອງຊາວກະສິກອນຂະໜາດນ້ອຍ ໃຫ້ຖີ່ຂຶ້ນ ໂດຍສະເພາະໃນເຂດຊົນນະບົດ ແລະ ພູດອຍ.
ອັດຕາການຕາຍຂອງແມ່ແລະເດັກໄດ້ຫຼຸດລົງກວ່າເຄິ່ງໃນປີ 2015, ແຕ່ຍັງມີສິ່ງທ້າທາຍກ່ຽວກັບພະຍາດຕ່າງໆ ເຊັ່ນ ໂລກເອດ ແລະ ວັນນະໂລກ ທັງມີອັດຕາການຕາຍຈາກອຸປະຕິເຫດບົນທ້ອງຖະໜົນເພີ່ມຂຶ້ນ.ການສຳຫຼວດຕົວຊີ້ວັດທາງສັງຄົມຂອງລາວຊຸດໃໝ່ໄດ້ເຜີຍຂໍ້ແຕກຕ່າງຫຼາຍຢ່າງຈາກຂໍ້ມູນດ້ານສຸຂະພາບຊຸດເດີມ ແລະ ການປະຕິບັດກິດຈະກຳຕ່າງໆເພື່ອບັນລຸ ເປົ້າໝາຍ SDG3 ຍັງອີງໃສ່ແຫຼ່ງທຶນຈາກພາຍນອກ.
ປີ 2015 ເດັກນ້ອຍ 98.8% ໄດ້ຮັບການສຶກສາຊັ້ນປະຖົມ, ແຕ່ວ່າອັດຕາການສຳເລັດການສຶກສາໃນຊັ້ນມັດທະຍົມຕົ້ນມີພຽງ 61%.ໃນຂະແໜງການສຶກສາ, ຂໍ້ມູນທີ່ສຳຫຼວດ ແລະ ລາຍງານແບບເອກະເທດ ມັກໃຫ້ຜົນການລາຍງານທີ່ແຕກຕ່າງກັນ. ໃນພື້ນທີ່ຊົນນະບົດ ຄຸນນະພາບຂອງສິ່ງແວດລ້ອມດ້ານການສຶກສາ, ການຮຽນ ແລະ ການສອນຍັງຕ່ຳ ແລະ ເຮັດໃຫ້ລາວຂາດແຄນແຮງງານທີ່ມີທັກສະ.
ປີ 2015 ລາວມີອັດຕາສ່ວນສະມາຊິກສະພາແຫ່ງຊາດທີ່ເປັນເພດຍິງຂ້ອນຂ້າງສູງ (27.5%), ແນວໃດກໍຕາມ ອຳນາດໃນການຕັດສິນໃຈຂອງເພດຍິງ ຍັງມີຕ່ຳ (5%). ເພດຍິງມັກຈະບໍ່ໄດ້ຮັບການສຶກສາ ຫຼື ຕ້ອງເຮັດວຽກເຮືອນແບບບໍ່ມີຄ່າຈ້າງ ແລະ ແມ່ຍິງ 20% ແຕ່ງງານ ແລະມີລູກກ່ອນອາຍຸ 18 ປີ.ລະບົບຂໍ້ມູນຂ່າວສານແລະການບໍລິຫານ ເພື່ອເກັບກຳຂໍ້ມູນກ່ຽວກັບບັນຫາຕ່າງໆ ເຊັ່ນ ການຖືພາ, ການໃຊ້ຄວາມຮຸນແຮງ, ການເຂົ້າເຖິງທີ່ດິນ ແລະ ທາງເລືອກໃນການດຳລົງຊີວິດ ກໍຄືການບໍລິການດ້ານສຸຂະພາບ ແລະ ການສຶກສາ ແມ່ນຍັງບໍ່ມີການພັດທະນາເທົ່າທີ່ຄວນ ສຳລັບແມ່ຍິງແລະເດັກຍິງທີ່ຖືກກີດກັນທາງສັງຄົມ ລວມທັງແຮງງານຍ້າຍຖິ່ນ ແລະ ຊົນເຜົ່າ.
ໃນປີ 2015 24% ຂອງຄົວເຮືອນທັງໝົດບໍ່ມີນ້ຳສະອາດໃຊ້, 79% ຂອງຜູ້ທີ່ຕ້ອງໄປຫາບນ້ຳແມ່ນແມ່ຍິງ. 23% ຂອງຄົວເຮືອນໃນຊົນນະບົດບໍ່ມີວິດນຳໃຊ້ ແລະ 60% ຂອງຄົວເຮືອນໃນເຂດຊົນນະບົດບໍ່ໄດ້ຮັບການບໍລິການດ້ານສຸຂະອະນາໄມ.ຄວາມສາມາດຂອງ ສປປ ລາວ ໃນການປະເມີນນ້ຳສະອາດ ແລະ ສຸຂະອະນາໄມ ກໍຄືຄຸນນະພາບນ້ຳ ແລະ ປະສິດທິພາບໃນການນຳໃຊ້ນ້ຳ ຍັງຕ່ຳ ແລະ ກຳລັງມີການພັດທະນາ. ການເພີ່ມທະວີການສ້າງເຂື່ອນໄຟຟ້າຍິ່ງເຮັດໃຫ້ບັນຫາດັ່ງກ່າວມີຄວາມຫຍຸ້ງຍາກ.
ປີ 2015 ປະຊາກອນ 84% ເຂົ້າເຖິງກະແສໄຟຟ້າ, ໃນນັ້ນ 93% ແມ່ນມາຈາກແຫຼ່ງພະລັງງານທົດແທນ (ສ່ວນໃຫຍ່ ແມ່ນພະລັງງານໄຟຟ້ານ້ຳຕົກ)ພະລັງງານໄຟຟ້ານ້ຳຕົກ ແມ່ນພະລັງງານທົດແທນ ແຕ່ວ່າ ມັນສົ່ງຜົນກະທົບຕໍ່ການບັນລຸເປົ້າໝາຍ SDGs ອື່ນໆ.
ໃນປີ 2016 ລາວມີອັດຕາການເຕີບຕົວດ້ານເສດຖະກິດຕໍ່ຫົວຄົນຕໍ່ປີ 5.5%, ເຖິງຢ່າງໃດກໍ່ຕາມ ແຮງງານລາວ 70% ແມ່ນເຮັດການກະສະກຳ ແລະ ປີ 2010 ແຮງງານ 84% ມີອາຊີບທີ່ບໍ່ໝັນຄົງ.ໜ້ອຍກວ່າ 20% ຂອງແຮງງານລາວມີອາຊີບທີ່ໝັ້ນຄົງ ແລະ ໃນບາງກໍລະນີຕ້ອງໃຊ້ຕົວວັດແທກຕ່າງກັນ ເພື່ອຕິດຕາມເປົ້າໝາຍ SDG ເຊັ່ນວ່າ ແຮງານໃນຄົວເຮືອນທີ່ບໍ່ໄດ້ຄ່າຈ້າງ ແລະ ແຮງງານເດັກ ເຊິ່ງບໍ່ສອດຄ່ອງກັບ SDGs. ໂຄງການພັດທະນາທັກສະ ແລະ ການຄຸ້ມຄອງທາງສັງຄົມສຳລັບແຮງງານນອກລະບົບໃນເຂດຫ່າງໄກຍັງມີລັກສະນະຂາດແຄນ.
ໃນປີ 2015, 85% ຂອງບ້ານມີຖະໜົນເຂົ້າເຖິງໃນທຸກໆລະດູ ແລະ 53% ມີການເຂົ້າເຖິງໂທລະສັບມືຖື. ເຖິງຢ່າງໃດກໍຕາມ ແຮງງານ 70% ເຮັດການກະສິກຳ ແຕ່ວ່າຂະແໜງດັ່ງກ່າວກວມເອົາພຽງ 25% ຂອງ GDP ຂອງປະເທດ.ລາວມີສິ່ງທ້າທາຍໃນການຕິດຕາມວຽກງານການຜະລິດ ເນື່ອງຈາກອັດຕາສ່ວນຂອງປະຊາກອນທີ່ເຮັດວຽກນອກລະບົບມີສູງ ແລະ ຮຽກຮ້ອງໃຫ້ມີການສຳຫຼວດພິເສດກ່ຽວກັບບັນຫາດັ່ງກ່າວ.
ໃນປີ 2015, ອັດຕາຄວາມທຸກຍາກແມ່ນຢູ່ທີ່ 23%, ເຖິງວ່າການເຕີບຕົວທາງດ້ານເສດຖະກິດຈະສາມາດຫຼຸດຜ່ອນຄວາມທຸກຍາກໃນຕົວເມືອງ ໄດ້ໄວກວ່າ 4 ເທົ່າ, ຄວາມທຸກຍາກໃນເຂດຊົນນະບົດບາງແຫ່ງພັດເພີ່ມທະວີຂຶ້ນ.ເຖິງແມ່ນວ່າ ລາວຈະມີຄວາມຕ້ອງການໃນການພັດທະນາສະເພາະ, ການຕິດຕາມຕົວຊີ້ວັດໃນການຄຸ້ມຄອງທາງສັງຄົມໄດ້ຜະເຊີນຫຼາຍບັນຫາ, ໂດຍສະເພາະປະເພດບັນຫາຄວາມບໍ່ສະເໝີພາບຕ່າງໆທີ່ບໍ່ກ່ຽວກັບການເງິນ (ເຊັ່ນ ການຂາດສານອາຫານ)
ໃນປີ 2015 1/3 ຂອງປະຊາກອນແມ່ນອາໄສຢູ່ໃນຕົວເມືອງ, ເຊິ່ງມີອັດຕາການຂະຫຍາຍຕົວຢູ່ທີ່ 4.5% ຕໍ່ປີ, ສ່ວນໃຫຍ່ແມ່ນເດີນທາງມາຈາກພາກອື່ນໆຂອງລາວ. ມົນລະພິດທາງອາກາດໃນຕົວເມືອງແມ່ນມີສູງເປັນອັນດັບສອງໃນພາກພື້ນອາຊຽນ ແລະ ຄົນລາວ 84% ນຳໃຊ້ເຊື້ອເພິງທີ່ບໍ່ສະອາດໃນການແຕ່ງກິນ.ການຍ້າຍຖິ່ນຖານຊົນນະບົດ-ຕົວເມືອງ ໃນລາວ ມີລັກສະນະເພີ່ມຂຶ້ນ ແລະ ບາງຕົວຊີ້ວັດ ຂອງ SDG11 ມີຄວາມຫຍຸ້ງຍາກໃນການວັດແທກຕົວຈິງ. ຕົວຢ່າງ: ການຕັ້ງຖິ່ນຖານບໍ່ຖາວອນໃນລາວແມ່ນເຮັດຕາມຄວາມເໝາະສົມທາງດ້ານວັດທະນະທຳ ແລະ ຕົວຊີ້ວັດ SDG11 ດ້ານການຂົນສົ່ງສາທາລະນະສຳລັບ SDG11 ແມ່ນບໍ່ເໝາະສົມກັບສະພາບຕົວຈິງຂອງລາວ.
ໃນປີ 2015 ຕົວເມືອງໃນລາວຜະລິດຂີ້ເຫຍື້ອປະມານ 256 ກິໂລຕໍ່ຄົນ ເຊິ່ງໃນນັ້ນມີພຽງ 10% ມີການນຳກັບມາໃຊ້ໃໝ່. ການຈັດເກັບຂີ້ເຫຍື້ອໃນຕົວເມືອງມີລັກສະນະບໍ່ຮຽບຮ້ອຍ.ການຜະລິດ ແລະ ບໍລິໂພກແບບຍືນຍົງ (SCP) ແມ່ນແນວຄວາມຄິດທີ່ຂ້ອນຂ້າງໃໝ່ໃນລາວ ແລະ ລະບົບໂຄງສ້າງທາງນະໂຍບາຍ ແລະ ມາດຕະການຕ່າງໆຕ້ອງການການພັດທະນາ ແລະ ຍົກລະດັບຄວາມຮັບຮູ້.
ໃນຊ່ວງຊາວຫ້າປີທີ່ຜ່ານມາ ລາວໄດ້ຜະເຊີນກັບ 11 ໄພພິບັດໃຫຍ່ກ່ຽວກັບສະພາບອາກາດ ເຊິ່ງສົ່ງຜົນກະທົບຕໍ່ປະຊາຊົນ 430,000 ຄົນ ແລະ ຄວາມຮ້າຍແຮງຂອງຜົນກະທົບມີລັກສະນະເພີ່ມຂຶ້ນ.ຕາມສະພາບຕົວຈິງໃນລາວ ຜົນກະທົບຈາກການປ່ຽນແປງຂອງສະພາບອາກາດຄາດຄະເນວ່າຈະຮ້າຍແຮງ ແລະ ຕົວຊີ້ວັດລວມກ່ຽວກັບຄວາມສາມາດໃນການຮອງຮັບ ແລະ ການປັບຕົວຕ້ອງມີການປັບປຸງໃຫ້ເຂັ້ມແຂງ ແລະ ລວມສູນກວ່າເດີມໃນທຸກໆລະດັບການປົກຄອງ.
ການປະມົງນ້ຳຈືດໃນລາວມີຫຼາກຫຼາຍປະເພດຊີວະນາໆພັນ ເຊິ່ງກວມເອົາ 7% ຂອງ GDP.ລາວເປັນປະເທດທີ່ບໍ່ມີຊາຍແດນຕິດທະເລ ສະນັ້ນ SDG14 ໄດ້ປ່ຽນເປັນການສຸມໃສ່ຊັບພະຍາກອນທາງນ້ຳ ແທນຊັບພະຍາກອນທາງທະເລ ແລະ ຊາຍຝັ່ງ. ປັດໄຈຫຼາຍຢ່າງ ໂດຍສະເພາະແມ່ນການສ້າງເຂື່ອນໄຟຟ້າ ໄດ້ສ້າງໄພຮຸກຮານອັນໃຫຍ້ຫຼວງຕໍ່ປະຊາກອນປາ.
ໃນປີ 2012 ພື້ນທີ່ປ່າໄມ້ໃນລາວ ມີ 40%. ໃນປີ 2017, ພັນສັດ-ພັນພືດ 209 ສາຍພັນ ຕົກຢູ່ພາຍໃຕ້ການຮຸກຮານ ເຊິ່ງເພິ່ມຂຶ້ນຈາກ 115 ໃນປີ 2008. ໃນຫຼາຍພື້ນທີ່ຊົນນະບົດ (29%) ແລະ ພູດອຍ (37%) ມີການລາຍງານກ່ຽວກັບການເສື່ອມໂຊມຂອງດິນ.ປ່າໄມ້ໃນລາວມີຄວາມສຳຄັນໃຫຍ່ຫຼວງຕໍ່ການພັດທະນາແບບຍືນຍົງ ແຕ່ວ່າ ຄວາມບໍ່ສອດຄ່ອງໃນການກຳນົດພື້ນທີ່ປ່າໄມ້ ແລະ ການພັດທະນາແບບຍືນຍົງໃນລາວ ໄດ້ຈຳກັດປະສິດທິພາບໃນການນຳໃຊ້ SDGs ໃນປະຈຸບັນ.
ໃນປີ 2016 ດັດສະນີການສໍ້ລາດບັງຫຼວງຂອງລາວແມ່ນຢູ່ອັນດັບ 123 ໃນ 176 ປະເທດ. ໃນຊ່ວງ 3 ປີ ແຕ່ 2012-2014, ຜູ້ປະສົບເຄາະຈາກການຄ້າມະນຸດມີ 455 ຄົນ ຖືກສົ່ງກັບຄືນປະເທດລາວ ເຊິ່ງໃນນັ້ນ 4 ໃນ 5 ຄົນແມ່ນເດັກນ້ອຍ. ມີພຽງ 75% ຂອງເດັກນ້ອຍລາວທີ່ມີອາຍຸຕ່ຳກວ່າ 5 ປີ ມີການຈົດທະບຽນການເກີດ.ລະບົບການປົກຄອງໃນລາວຈຳເປັນຕ້ອງມີການປັບປຸງເພີ່ມເຕີມ ເພື່ອຕິດຕາມຕົວຊີ້ວັດກ່ຽວກັບຄວາມຮຸນແຮງ, ການຄ້າມະນຸດ ແລະ ການທາລຸນນະກຳເດັກນ້ອຍ ແລະ ມີຫຼາຍປັດໄຈທີ່ຈຳກັດການຈັດຕັ້ງປະຕິບັດຕົວຊີ້ວັດກ່ຽວກັບການສໍ້ລາດບັງຫຼວງ, ການຕິດສິນບົນ ແລະ ລະບຽບກົດໝາຍ.
ໃນປີ 2015 ລາວໄດ້ຮັບທຶນຊ່ວຍເຫຼືອດ້ານການພັດທະນາຈາກສາກົນ ຈຳນວນ 73 ລ້ານໂດລາສະຫະລັດ ກວມ 4% ຂອງ GDP.ໃນລາວ ງົບປະມານສຳລັບການບໍລິການສາທາລະນະສຸກທີ່ສຳຄັນ ແລະ ການເກັບກູ້ລະເບີດສ່ວນໃຫຍ່ແມ່ນອີງໃສ່ການຊ່ວຍເຫຼືອຈາກຕ່າງປະເທດ.
ໃນປີ 2015 ລາວມີລະເບີດທີ່ຍັງບໍ່ທັນແຕກ (ລບຕ) 80,000,000 ໜ່ວຍ ແລະ ລບຕ ໄດ້ຂ້າຊີວິດ 42 ຄົນ ໃນນັ້ນເປັນເດັກນ້ອຍ 19 ຄົນ ເຊິ່ງ ຫຼຸດລົງ 85% ທຽບໃສ່ 10 ປີຫຼັງ.ລັດຖະບານລາວ ໄດ້ເພີ່ມເປົ້າໝາຍ SDG18 ກ່ຽວກັບຜົນກະທົບຈາກລະເບີດພາກພື້ນດິນ. ເນື່ອງຈາກຂໍ້ຈຳກັດທາງດ້ານງົບປະມານ ຄວນມີການປັບປຸງປະສິດທິພາບໃນການເກັບກູ້ລະເບີດ ແລະ ລວມເອົາຄວາມຕ້ອງການມີຊີວິດປອດໄພຈາກ ລບຕ ເຂົ້າໃນເປົ້າໝາຍອື່ນ.

ວິທີຈັດຕັ້ງປະຕິບັດສຳລັບ SDGs

ແຜນ NSEDP ຄັ້ງທີ 8 (2016–2020) ແນໃສ່ໃຫ້ລາວຫຼຸດພົ້ນຈາກສະພາບ “ດ້ອຍພັດທະນາທີ່ສຸດ” ເຊິ່ງຈະເຮັດໃຫ້ປະເທດລາວສາມາດສະແດງທ່າແຮງໃນການຄຸ້ມຄອງແຫຼ່ງທຶນປະເພດຕ່າງໆໃນການພັດທະນາ ເຊິ່ງໃນປະຈຸບັນມີຄວາມຫຍຸ້ງຍາກຫຼາຍຂຶ້ນໃນການເຂົ້າເຖິງ. ແຜນເຫຼົ່ານີ້ໄດ້ລວມໃນ ຖະແຫຼງການວຽງຈັນກ່ຽວກັບການພົວພັນການຮ່ວມມືດ້ານການພັດທະນາ (2016-2025).14 ລັດຖະບານລາວໄດ້ສຳເລັດການປະເມີນຜົນການຊ່ວຍເຫຼືອ ແລະ ການລົງທຶນດ້ານການພັດທະນາ (DFAA) ເພື່ອທຳຄວາມເຂົ້າໃຈວ່າ ແຫຼ່ງທຶນໃດມີຄວາມສຳຄັນທີ່ສຸດໃນການບັນລຸເປົ້າໝາຍ SDG ເຊັ່ນວ່າ ທຶນຊ່ວຍເຫຼືອລ້າ, ທຶນກູ້ຢືມດອກເບ້ຍຕ່ຳ ຫຼື ການພົວພັນການຄ້າທີ່ໄດ້ຮັບຜົນປະໂຫຍດ.

ນີ້ເປັນບັນຫາທີ່ເກີດຂື້ນໃນຫຼາຍປະເທດ ແລະ ແຜນວາລະການປະຕິບັດ ແອັດດິສ ອາບາບາ (Addis Ababa Action Agenda) 15 ໄດ້ຖືກນຳໃຊ້ໃນລະດັບສາກົນ ເພື່ອສະແດງໃຫ້ປະເທດກຳລັງພັດທະນາ ເຫັນກ່ຽວກັບການປັບຍຸດທະສາດໃນການເຂົ້າເຖິງແຫຼ່ງທຶນຂອງພາກລັດ ແລະ ເອກະຊົນ ເພື່ອບັນລຸ SDGs ທັງເປັນການຫຼຸດຜ່ອນໜີ້ສິນຂອງລັດ.

ສປປ ລາວ ຄາດຄະເນວ່າ ຈະຕ້ອງການເງິນທຶນຈຳນວນ 27 ຕື້ໂດລາສະຫລັດ ໃນການຈັດຕັ້ງປະຕິບັດ NSEDP ຄັ້ງທີ 8 ໃນໄລຍະ 5 ປີ ແລະ ເຄິ່ງໜຶ່ງຂອງຈຳນວນເງິນດັ່ງກ່າວແມ່ນຕ້ອງມາຈາກການລົງທຶນພາກເອກະຊົນ. ຖ້າລວມເງິນກູ້ຢືມຈາກທະນາຄານ ຕົວເລກຈະເພີ່ມເປັນ 75%. ລາຍຮັບຂອງລັດຖະບານ ແລະ ການຊ່ວຍເຫຼືອດ້ານການພັດທະນາຢ່າງເປັນທາງການ (ODA) ແມ່ນກວມເອົາໜ້ອຍກວ່າ 25% ຂອງເງິນທຶນ. ສະນັ້ນ ລາວ ຈຳເປັນຕ້ອງໄລ່ລຽງຄວາຕ້ອງການໃນການພັດທະນາ ກັບຄວາມຕ້ອງການຂອງຂະແໜງການເອກະຊົນ.16

 

ປະເທດລາວຕ້ອງໄດ້ໃຊ້ເງິນທຶນຈາກການລົງທຶນຂອງຕ່າງປະເທດ ເພື່ອບັນລຸ SDGs ໂດຍສະເພາະ ແມ່ນເປົ້າໝາຍດ້ານສັງຄົມໃນຂະແໜງການສຶກສາ ແລະ ສາທາລະນະສຸກ ເຊິ່ງສ່ວນໃຫຍ່ຍັງອີງໃສ່ ODA.17

ຂໍ້ຕົກລົງລະຫວ່າງສະຫະປະຊາຊາດ ແລະ ລັດຖະບານລາວ ມີບູລິມະສິດຄື18 ໃນໄລຍະ 10ປີ ນັບຈາກປີ 2015, ODA ຈະສຸມໃສ່ 4 ຂົງເຂດບູລິມະສິດ ຄື ເປົ້າໝາຍການພັດທະນາແບບຍືນຍົງ, ການຮັບປະການດ້ານສະບຽງອາຫານ ແລະ ໂພຊະນາການ, ການພັດທະນາສີຂຽວ, ແລະ ການກຽມພ້ອມຮັບມືກັບໄພພິບັດ ແລະ ການປ່ຽນແປງຂອງສະພາບອາກາດ.19

ບູລິມະສິດເຫຼົ່ານີ້ ໄດ້ລວມເຂົ້າໃນບົດວິເຄາະລະດັບປະເທດ ແລະ ນຳໃຊ້ເພື່ອການສ້າງຂໍ້ຕົກລົງດັ່ງກ່າວ. ໂຄງຮ່າງ ODA ນີ້ ແມ່ນແນໃສ່ເພື່ອແຈກຢາຍຜົນປະໂຫຍດຂອງການພັດທະນາຢ່າງເທົ່າທຽມ.20 ປະເທດຜູ້ໃຫ້ທຶນ ເຊັ່ນ ອົດສະຕຣາລີ, ສະຫະພາບເອີຣົບ, ຝະລັ່ງ,​ ເຢຍລະມັນ, ຍີ່ປຸ່ນ, ສາທາລະນະລັດເກົາຫຼີ, ລຸກຊຳບວກ, ສະວິດເຊີແລນ ແລະ ສະຫະລັດອາເມລິກາ ຈະປະສານງານໃນການຊ່ວຍເຫຼືອລັດຖະບານລາວ ໂດຍຜ່ານສະຫະປະຊາຊາດ. ລາຍລະອຽດຂອງການນຳໃຊ້ ODA ໃນປີ 2016 ແລະ 2017 ແມ່ນສະແດງໃນແຜນວາດຂ້າງລຸ່ມ.21

Chart created by ODL. Source: ສະຫະປະຊາຊາດ ໃນ ສປປ ລາວ. 2017. “ບົດລາຍງານຄວາມຄືບໜ້າ 2016: ໂຄງຮ່າງການຊ່ວຍເຫຼືອດ້ານການພັດທະນາ ຂອງສະຫະປະຊາຊາດ.” ສືບຄົ້ນ ພຶດສະພາ 2018. 

ວິໄສທັດຊຸມຊົນອາຊຽນ 2025 ແລະ ຮູບແບບການຮ່ວມມືພາກພື້ນ ຫຼື ການຮ່ວມມືໃຕ້-ໃຕ້22 ຍັງມີບົດບາດສຳຄັນໃນການເຮັດໃຫ້ລາວບັນລຸ SDGs, ໂດຍສະເພາະບັນຫາຂ້າມຊາຍແດນຕ່າງໆ ເຊັ່ນ ການພັດທະນາໂຄງການພະລັງງານໄຟຟ້ານ້ຳຕົກ ຫຼື ການຫຼຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວ. ການລິເລີ່ມລະດັບພາກພື້ນ ເຊັ່ນ AIIB ເຊິ່ງນຳໂດຍຈີນ ມັກໃຫ້ ODA ໂດຍເນັ້ນໃສ່ການຄ້າ ໃນການຮ່ວມມືດ້ານເສດຖະກິດ ແບບບໍ່ມີເງື່ອນໄຂຜູກມັກ ທີ່ຕິດພັນກັບເງິນກູ້ຢືມຈາກທະນາຄານພັດທະນາອື່ນໆ.23 AIIB ມີທ່າອ່ຽງມີອິດທິພົນຕໍ່ການຈັດຕັ້ງປະຕິບັດເປົ້າໝາຍດ້ານພະລັງງານ (SDG 7), ການເຕີບຕົວດ້ານເສດຖະກິດ (SDG 8),​ ພື້ນຖານໂຄງລ່າງ (SDG 9), ການພັດທະນາຕົວເມືອງ (SDG 11),  ການຮັບມືກັບສະພາບອາກາດ (SDG 13), ແລະ ການຮ່ວມມືດ້ານການພັດທະນາ SDG 17.24

ການຕິດຕາມ ແລະ ປະເມີນວາລະການປະຊຸມກ່ຽວກັບການພັດທະນາແບບຍືນຍົງ 2030

ສຳລັບແຜນ NSEDP ຄັ້ງທີ 8 (2016-2020), ກະຊວງແຜນການ ແລະ ການລົງທຶນ ແລະ ຫ້ອງການສະຖິຕິແຫ່ງຊາວລາວ ໄດ້ພັດທະນາໂຄງຮ່າງການຕິດຕາມ ແລະ ປະເມີນຜົນແບບມຸ່ງຜົນສຳເລັດ ເຊິ່ງໃນນັ້ນ 60% ຂອງຕົວຊີ້ວັດ ແມ່ນແນໃສ່ຕິດຕາມຄວາມຄືບໜ້າ ໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ.

ເຖິງຢ່າງໃດກໍຕາມ, ຄວາມສາມາດຂອງປະເທດໃນການຈັດຕັ້ງປະຕິບັດແຜນໂຄງຮ່າງດັ່ງກ່າວນີແມ່ນມີຈຳກັດ ແລະ ຂໍ້ມູນທີ່ຈຳເປັນຍັງບໍ່ມີພຽງພໍ ຫຼື ບໍ່ສາມາດເຊື່ອຖືໄດ້.25 ​ປະຈຸບັນ ລັດຖະບານລາວ ໄດ້ເກັບກຳຂໍ້ມູນສາມປະເພດ ເພື່ອສ້າງຕົວຊີ້ວັດ ຄື ຂໍ້ມູນທີ່ຄຸ້ມຄອງໂດຍພາກລັດ, ຂໍ້ມູນຄາດຄະເນໂດຍອີງໃສ່ຂໍ້ມູນສາທາລະນະທີ່ມີຢູ່ ແລະ ຂໍ້ມູນຈາກອົງການຈັດຕັ້ງສາກົນ.26

ໂຄງຮ່າງການຕິດຕາມ ແລະ ປະເມີນຜົນນີ້ ຈຳເປັນຕ້ອງເຮັດໃຫ້ສົມດຸນລະຫວ່າງ ວິທີການເກັບກຳຂໍ້ມູນປະເພດຕ່າງໆ ກັບຄວາມສາມາດດ້ານງົບປະມານຂອງລັດ ແລະ ຄວນເລັ່ງໃສ່ເພື່ອບັນລຸເປົ້າໝາຍພາຍໃນ ບໍ່ແມ່ນເປົ້າໝາຍສາກົນ. ໃນຫຼາຍກໍລະນີ ມັນມີຄວາມຈຳເປັນຕ້ອງເນັ້ນໃສ່ການປະຕິບັດຕົວຈິງ ແລະ ຄັດເລືອກຕົວຊີ້ວັດໂດຍອີງໃສ່ຄວາມສະດວກໃນການວັດແທກ ແທນທີ່ຈະອີງໃສ່ຜົນໄດ້ຮັບ. ການຕັດສິນໃຈເຫຼົ່ານີ້ ແມ່ນເພື່ອຮັບປະກັນໃຫ້ການສະໜັບສະໜູນໃນການເກັບກຳຂໍ້ມູນມີຄວາມຍືນຍົງ ແລະ ແທດເໝາະກັບຄວາມສາມາດຂອງອົງກອນຂອງລາວ.27

ໜຶ່ງໃນວິທີການທີ່ລັດຖະບານລາວນຳໃຊ້ ແມ່ນການຍົກລະດັບ ການສຳຫຼວດຕົວຊີ້ວັດດ້ານສັງຄົມຂອງລາວ (LSIS). ການສຳຫຼວດນີ້ແມ່ນການສຳຫຼວດຄອບຄົວທົ່ວປະເທດ ເຊິ່ງຮວບຮວມຂໍ້ມູນທົ່ວທັງ 18 ແຂວງ ແຍກຕາມອາຍຸ, ທີ່ຢູ່ອາໄສ, ເພດ, ລາຍໄດ້ ແລະ ຊົນເຜົ່າ. ມັນຈະສະໜອງຂໍ້ມູນພື້ນຖານສຳລັບແຜນ NSEDP ຄັ້ງທີ 8 ແລະ SDGs. ແລະ ຈະນຳໃຊ້ເປັນສ່ວນປະກອບໃນການຕັດສິນໃຈ ຂອງລັດຖະບານລາວ ໃນການວາງນະໂຍບາຍ ແລະ ຈັດບູລິມະສິດຊັບພະຍາກອນ ເພື່ອບັນລຸເປົ້າໝາຍ SDGs ເຊິ່ງຈະສ້າງປະໂຫຍດໃຫ້ແກ່ປະຊາຊົນລາວທົ່ວປະເທດ.28

ຂໍ້ມູນທີ່ກ່ຽວຂ້ອງກັບເປົ້າໝາຍການພັດທະນາແບບຍືນຍົງ

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

RKnrk
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!