ເປົ້າໝາຍການພັດທະນາແບບຍືນຍົງ

ວຽກງານທີ່ດິນ

ການນຳໃຊ້ທີ່ດິນໃນປະເທດລາວປັດຈຸບັນແມ່ນມີທ່າກ້າວປ່ຽນແປງທີ່ສຳຄັນຫຼາຍຢ່າງ. ໃນຈຳນວນ 50 ຊົນເຜົ່າສ່ວນໃຫຍ່ດຳລົງຊີວິດຕາມແບບແຜນປະເພນີ, ເກັບກ່ຽວເຄື່ອງປ່າຂອງດົງ, ຮັກສາດູແລທີ່ດິນໂດຍຜ່ານການເຮັດໄຮ່ນາກະສິກຳ ແຕ່ນະໂຍບາຍບາງຂໍ້ຂອງລັດຖະບານ ໄດ້ຫຼຸດການນຳໃຊ້ທີ່ດິນກະສິກຳໂດຍພຶດຕິໃນ.1 ພ້ອມນັ້ນ, ສົງຄາມອິນໂດຈີນ ກໍເປັນເງື່ອນໄຂໃຫ້ປະຊາຊົນໂຕນໜີຈາກບ້ານເກີດເມືອງນອນ ແລະ ຊອກຫາຖິ່ນຖານທີ່ຢູ່ອາໃສໃໝ່.2  ການຍ້າຍຖິ່ນຖານໄດ້ເຮັດໃຫ້ປະຊາຊົນຈຳນວນຫຼາຍສິບພັນຄົນ ທີ່ອາໃສຢູ່ໃນເຂດພູດອຍນັ້ນ ໄປອາໃສຢູ່ສະຖານທີ່ໃໝ່ທີ່ໃກ້ກັບຖະໜົນຫົນທາງ ແລະ ການບໍລິການສາທາລະນະ.3ທິວທັດແສງແດດ ແລະ ທ້ອງຟ້າທີ່ມີລົມພັດຜ່ານພູຜາ ແລະ ທົ່ງນາທີ່ເມືອງວັງວຽງ, ປະເທດລາວ. ຮູບພາຍໂດຍ Basile Morin, Wikimedia commons, ຖ່າຍວັນທີ  19 ມິຖຸນາ 2020, ພາຍໃຕ້ລິຂະສິດ  CC-BY-SA 4.0.ຄວາມຫຼາກຫຼາຍທາງດ້ານຊີວະນາພັນຂອງ ສປປ ລາວ ໄດ້ຫຼຸດລົງ ດ້ວຍສາເຫດມາຈາກການເຕີບໂຕຂອງປະຊາກອນ, ການປ່ຽນແປງການນໍາໃຊ້ທີ່ດິນ, ການຂຸດຄົ້ນຊັບພະຍາກອນ ແລະ ການຫັນປ່ຽນໄປສູ່ເສດຖະກິດຕະຫຼາດ.4  ອີງໃສ່ຍຸດທະສາດແຫ່ງຊາດກ່ຽວກັບ “ການຫັນທີ່ດິນເປັນທຶນ”5 ...

SDG 4 ມີການສຶກສາທີ່ມີຄຸນນະພາບ

ເປົ້າໝາຍການພັດທະນາແບບຍືນຍົງ 4 (SDG 4) – ‘ການສຶກສາທີ່ມີຄຸນນະພາບ’ ມີຈຸດປະສົງແນໃສ່ຮັບປະກັນການສຶກສາທີ່ມີຄຸນນະພາບທີ່ທົ່ວເຖິງ ແລະ ເທົ່າທຽມ ແລະ ສົ່ງເສີມໂອກາດດ້ານການຮຽນຮູ້ຕະຫຼອດຊີວິດສຳລັບທຸກຄົນ.1 SDG 4 ລມມີ 10 ເປົ້າໝາຍ ແລະ 11 ຕົວຊີ້ວັດ. ເປົ້າໝາຍ 4.1, 4.5, 4.7 ແລະ 4.A ແມ່ນແນໃສ່ພັດທະນາການສຶກສາຊັ້ນປະຖົມ ແລະ ມັດທະຍົມໂດຍບໍ່ຕ້ອງເສຍຄ່າ, ມີຄວາມເທົ່າທຽມ ແລະ ມີຄຸນນະພາບ. ເປົ້າໝາຍ 4.2 ແລະ 4.5 ແມ່ນເນັ້ນໃສ່ການປັບປຸງການເຂົ້າເຖິງການສຶກສາໃນໄວເດັກ, ການເບິ່ງແຍງລ້ຽງດູ ແລະ ການສຶກສາກ່ອນຊັ້ນປະຖົມ ທີ່ມີຄຸນນະພາບ. ເປົ້າໝາຍ 4.3, 4.4, 4.5 ແລະ ...

SDG 2 ລຶບລ້າງຄວາມອຶດຫິວ

ເປົ້າໝາຍການພັດທະນາແບບຍືນຍົງ 2 (SDG 2) – ‘ລຶບລ້າງຄວາມອຶດຫິວ’ ແນໃສ່ການລຶບລ້າງຄວາມອຶດຫົວ, ບັນລຸຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ປັບປຸງດ້ານໂພຊະນາການ, ແລະ ສົ່ງເສີມການກະສິກຳແບບຍືນຍົງ.1 SDG 2 ລວມມີ 8 ເປົ້າໝາຍ ແລະ 14 ຕົວຊີ້ວັດ. ເປົ້າໝາຍ 2.1-2.2 ແນໃສ່ລຶບລ້າງຄວາມອຶດຫິວ ແລະ ຮັບປະກັນການເຂົ້າເຖິງແຫຼ່ງສະບຽງອາຫານທີ່ຄົບຖ້ວນ ແລະ ພຽງພໍສຳລັບກຸ່ມອ່ອນໄຫວ, ໂດຍສະເພາະແມ່ນເດັກນ້ອຍ, ສ່ວນເປົ້າໝາຍ 2.3-2.4 ແນໃສ່ການຮັບປະກັນດ້ານການຜະລິດ, ຜະລິດຕະພາບ ແລະ ຄວາມຍືນຍົງຂອງການຜະລິດສະບຽງອາຫານ, ໂດຍສະເພາະພາຍໃຕ້ສະພາບອາກາດທີ່ຮ້າຍແຮງ. ເປົ້າໝາຍທີ 2.5 ແນໃສ່ຮັບປະກັນຄວາມຫຼາກຫຼາຍຂອງແຫຼ່ງອາຫານ ແລະ ແນວພັນ; ແລະ ເປົ້າໝາຍທີ 2.A-2.C ແມ່ນກ່ຽວກັບນະໂຍບາຍ ແລະ ...

SDG 3 ມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ

ເປົ້າໝາຍການພັດທະນາແບບຍືນຍົງທີ 3 (SDG 3) – ‘ມີສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີ’ ແມ່ນແນໃສ່ຮັບປະກັນດ້ານສຸຂະພາບທີ່ແຂງແຮງ ແລະ ສົ່ງເສີມຊີວິດການເປັນຢູ່ທີ່ດີສຳລັບທຸກຄົນໃນທຸກໆລະດັບອາຍຸ.1 SDG 3 ລວມມີ 13 ເປົ້າໝາຍ, ແລະ 26 ຕົວຊີ້ວັດໃນການຕິດຕາມ. ເປົ້າໝາຍທີ 3.1, 3.5 & 3.7 ແມ່ນເພື່ອຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ສົ່ງເສີມສຸຂະພາບຂອງແມ່, ເພດສຳພັນ ແລະ ໄວຈະເລີນພັນ, ສ່ວນເປົ້າໝາຍ 3.2 ແນໃສ່ຫຼຸດຜ່ອນອັດຕາການຕາຍຂອງເດັກເກີດໃໝ່, ເດັກອ່ອນ ແລະ ເດັກອາຍຸຕ່ຳກວ່າຫ້າປີ. ເປົ້າໝາຍ 3.3 ແລະ 3.4 ແມ່ນເພື່ອປັບປຸງການຄວບຄຸມພະຍາດ HIV, ວັນນະໂລກ, ໄຂ້ປ່າ, ພະຍາດຕິດແປດ ...

SDG 1 ລຶບລ້າງຄວາມທຸກຍາກ

ເປົ້າໝາຍການພັດທະນາແບບຍືນຍົງທີ 1 (SDG 1) – ‘ລຶບລ້າງຄວາມທຸກຍາກ’ ແມ່ນແນໃສ່ການລຶບລ້າງຄວາມທຸກຍາກທຸກຮູບແບບໃນທົ່ວໂລກ. ເປົ້າໝາຍດັ່ງກ່າວຍັງແນໃສ່ຮັບປະກັນການຄຸ້ມຄອງທາງສັງຄົມ, ເພີ່ມທະວີການເຂົ້າເຖິງການບໍລິການຂັ້ນພື້ນຖານ ແລະ ສົ່ງເສີມຄວາມສາມາດຮອງຮັບຕໍ່ໄພພິບັດຈາກການປ່ຽນແປງຂອງສະພາບອາກາດ, ການປ່ຽນແປງທາງສັງຄົມ ແລະ ສິ່ງແວດລ້ອມສຳລັບຜູ້ທຸກຍາກ ແລະ ອ່ອນແອ.1 SDG 1 ລວມມີ 7 ເປົ້າໝາຍ, ແລະ 12 ຕົວຊີ້ວັດ. ເປົ້າໝາຍ 1.1-1.5 ລວມມີການລຶບລ້າງຄວາມທຸກຍາກ, ການຄຸ້ມຄອງທາງສັງຄົມ, ການເຂົ້າເຖິງການບໍລິການ, ແລະ ຄວາມສາມາດຮອງຮັບຕໍ່ໄພພິບັດ, ແລະ ເປົ້າໝາຍ 1.A-1.B ແມ່ນການລະດົມຊັບພະຍາກອນ ແລະ ປະຕິຮູບໂຄງສ້າງທາງນະໂຍບາຍສຳລັບພາລະກິດການລຶບລ້າງຄວາມທຸກຍາກ.2ໂຮງຮຽນປະຖົມໃນ ສປປ ລາວ, ຄາບເຂົ້າທ່ຽງສາມັກຄີ. ຮູບຖ່າຍໂດຍ: GPE/Stephan Bachenheimer, 17 ມັງກອນ ...

SDG 15 ສິ່ງທີ່ມີຊີວິດເທິງໜ້າດິນ

ເປົ້າໝາຍການພັດທະນາແບບຍືນຍົງ 15 – “ສິ່ງທີ່ມີຊີວິດເທິງໜ້າດິນ” – ແມ່ນແນໃສ່ການປົກປັກຮັກສາ ແລະ ຟຶ້ນຟູລະບົບນິເວດໜ້າດິນ. ເປົ້າໝາຍດັ່ງກ່າວໂດຍສະເພາະ ແມ່ນແນໃສ່ການຄຸ້ມຄອງປ່າໄມ້, ການປ່ຽນສະພາບເປັນທະເລຊາຍ, ການເສື່ອມສະພາບຂອງດິນ ແລະ ຊີວະນາໆພັນ.  ເພື່ອບັນລຸຈຸດໝາຍດັ່ງກ່າວນີ້, SDG15 ລວມມີ 12 ເປົ້າໝາຍ ເຊິ່ງແຕ່ລະເປົ້າໝາຍປະກອບດ້ວຍຕົວຊີ້ວັດເພື່ອວັດແທກຄວາມຄືບໜ້າ. ເກົ້າເປົ້າໝາຍທຳອິດ, ເປົ້າໝາຍທີ 15.1–15.9, ແມ່ນສະເໜີກ່ຽວກັບຂົງເຂດການປົກປັກຮັກສາສິ່ງແວດລ້ອມ ສ່ວນອີກສາມເປົ້າໝາຍທີ່ຍັງເຫຼືອ, ເປົ້າໝາຍ 15.A–15.C, ແມ່ນກ່ຽວກັບການລົງທຶນ ແລະ ການສະໜັບສະໜູນໂຄງການ.1ຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດສູ່ເປົ້າໝາຍ SDG15ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແມ່ນສ້າງຂຶ້ນເພື່ອປ່ຽນແທນ ແລະ ເສີມຂະຫຍາຍເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDGs) ເດີມ. MDGs ລວມມີແປດຊຸດເປົ້າໝາຍ ທີ່ສ້າງຂຶ້ນເພື່ອເປັນແນວທາງສຳລັບນະໂຍບາຍ ແລະ ເປັນຫຼາວັດແທກຂອງການພັດທະນາ, ເຊິ່ງແນໃສ່ຂົງເຂດວຽກງານຕ່າງໆເຊັ່ນ: ຄວາມທຸກຍາກ, ພະຍາດ ...

SDG 5 ຄວາມສະເໝີພາບລະຫວ່າງຍິງຊາຍ

ເປົ້າໝາຍການພັດທະນາແບບຍືນຍົງ 5 (SDG 5) ແນໃສ່ການສົ່ງເສີມຄວາມສະເໝີພາບລະຫວ່າງຍິງຊາຍ ແລະ ການສົ່ງເສີມບົດບາດແມ່ຍິງ ເຊິ່ງແບ່ງເປັນ 9 ເປົ້າໝາຍຍ່ອຍ ແລະ 14 ຄາດໝາຍທີ່ກ່ຽວຂ້ອງ. ຄາດໝາຍດັ່ງກ່າວລວມມີ ການເລືອກປະຕິບັດໃນສະຖານທີ່ເຮັດວຽກ ແລະ ທີ່ຢູ່ອາໄສ, ສິດທິໃນການຄອບຄອງຊັບສົມບັດ, ການສຶກສາ ແລະ ຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບວຽກງານບົດບາດຍິງຊາຍ. ເປົ້າໝາຍ 5.1–5.3 ແມ່ນແນໃສ່ການປົກປ້ອງແມ່ຍິງຈາກຄວາມຮຸນແຮງ ແລະ ການເລືອກປະຕິບັດ, ເປົ້າໝາຍ 5.4–5.6 ແລະ 5.A–5.B ແນໃສ່ສົ່ງເສີມບົດບາດຍິງຊາຍ ແລະ ການເຂົ້າເຖິງທາງດ້ານເສດຖະກິດ, ແລະ ເປົ້າໝາຍ 5.C ແມ່ນເພື່ອສົ່ງເສີມການຄອບຄຸມຂອງໂຄງສ້າງດ້ານກົດໝາຍ.1ແຫຼ່ງຂໍ້ມູນ: ສະຫະປະຊາຊາດ.ຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດສູ່ເປົ້າໝາຍການພັດທະນາແບບຍືນຍົງເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໂດຍຫຼັກແມ່ນສ້າງມາຈາກການປ່ຽນແທນ ແລະ ການເສີມຂະຫຍາຍເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDGs) ເດີມ. MDGs ...

ເປົ້າໝາຍການພັດທະນາແບບຍືນຍົງ

ເດືອນກັນຍາ 2015 ສະພາສະຫະປະຊາຊາດໄດ້ເຜີຍແຜ່ວາລະການປະຊຸມກ່ຽວກັບການພັດທະນາແບບຍືນຍົງ ເຊິ່ງປະກອບດ້ວຍ 17 ເປົ້າໝາຍການພັດທະນາແບບຍືນຍົງ (SDGs). SDGs ແມ່ນພັດທະນາມາຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDGs)1 ແລະ ມີຈຸດປະສົງເພື່ອຊຸກຍູ້ການປະຕິບັດງານໃນຂົງເຂດການພັດທະນາທີ່ສຳຄັນ ໃຫ້ສຳເລັດທັງໝົດພາຍໃນປີ 2030. ເປົ້າໝາຍດັ່ງກ່າວແບ່ງເປັນ 169 ເປົ້າໝາຍຍ່ອຍ ແລະ 232 ຕົວຊີ້ວັດ.2                SDGs ຕ່າງຈາກ MDGs ຢູ່ບ່ອນວ່າ SDGs ແມ່ນນຳໃຊ້ສຳລັບທຸກໆປະເທດ ໂດຍບໍ່ຈຳແນກລະດັບການພັດທະນາຂອງແຕ່ລະປະເທດ. SDGs ຍັງຮັກສາເປົ້າໝາຍດ້ານສັງຄົມຄືເກົ່າ ແຕ່ຈະເນັ້ນເພີ່ມເຕີມໃສ່ບັນຫາເລັ່ງດ່ວນທາງດ້ານສິ່ງແວດລ້ອມທີ່ທົ່ວໂລກກຳລັງຜະເຊີນໃນປະຈຸບັນ. ເຊັ່ນດຽວກັນກັບ MDGs, ລັດຖະບານ ສປປ ລາວ ໄດ້ປັບເປົ້າໝາຍ SDGs ໃຫ້ແທດເໝາະກັບສະພາບການຕົວຈິງພາຍໃນປະເທດ ແລະ ໄດ້ເພີ່ມເປົ້າໝາຍ SDGs ເພື່ອການຫຼຸດຜ່ອນຜົນກະທົບຈາກລະເບີດທີ່ຍັງບໍ່ທັນແຕກ (ລບຕ) ທີ່ຍັງຄົງຄ້າງໃນລາວ.3ການຫັນປ່ຽນຈາກ MDGs ຫາ ...

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

SDsyF
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!