ແມ່ຍິງໃນວຽກງານຂໍ້ມູນເປີດ

ແມ່ນຫຍັງທີ່ເຮັດໃຫ້ແມ່ຍິງໃນພາກພື້ນແມ່ນ້ຳຂອງບໍ່ສາມາດເຂົ້າເຖິງຂໍ້ມູນເປີດໄດ້? 

ທຳຄວາມເຂົ້າໃຈຕໍ່ສິ່ງກີດຂວາງທີ່ພາໃຫ້ແມ່ຍິງບໍ່ສາມາດເຂົ້າເຖິງຂໍ້ມູນເປີດໄດ້ຢູ່ໃນປະເທດກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ 

ພາບຖ່າຍໂດຍ Mimi Thian ຈາກ Unsplash. Licensed freely on Unsplash.

ຄວາມບໍ່ສະເໝີພາບທາງເພດ ໄດ້ຊີ້ໃຫ້ເຫັນເຖິງຊີວິດຂອງແມ່ຍິງໃນທົ່ວໂລກ. ພວກເຮົາໂຄງການ the Open Development Initiative, ມີຈຸດປະສົງຢາກເຂົ້າໃຈບັນຫາດັ່ງກ່າວວ່າມັນໄດ້ສົ່ງຜົນກະທົບຕໍ່ແມ່ຍິງຢູ່ໃນບັນດາປະເທດແມ່ນ້ຳຂອງກຳປູເຈຍ, ລາວ, ມຽນມາ ແລະ ຫວຽດນາມ (CLMV) ໃນການເຂົ້າເຖິງຂໍ້ມູນເປີດແນວໃດ. ໃນປີ 2019, ພວກເຮົາໄດ້ລົງສຳຫຼວດ ແລະ ສຳເລັດຜົນການສຶກສາວິໃຈກ່ຽວກັບຫົວຂໍ້ນີ້ ແລະ ໄດ້ນຳເອົາຜົນສະຫຼຸບລົງເຜີຍແຜ່ຢູ່ໃນຂໍ້ມູນເປີດເພື່ອການພັດທະນາຂອງປະເທດແມ່ນຳ້ຂອງ (the Open Development Mekong). ທ່ານສາມາດດາວໂຫຼດ ບົດລາຍງານວິຊາການສະບັບພາສາລາວ ໄດ້ທີ່ນີ້ >>>  

ເຖິງແມ່ນວ່າແຕ່ລະປະເທດ CLMV ຈະມີເອກະລັກສະເພາະ, ແຕ່ແມ່ຍິງພາຍໃນພາກພື້ນນີ້ຍັງພົບກັບສິ່ງກີດຂວາງທີ່ຄ້າຍຄຽງກັນເຊັ່ນ: 

  1. ຂາດການຊຸກຍູ້ທີ່ພຽງພໍຈາກສະຖາບັນ ດ້ານການເພິ່ມໂອກາດໃນການເຂົ້າເຖິງຂໍ້ມູນ;​ 
  2. ຮີດຄອງເກົ່າແກ່ທີ່ມີການປະຕິບັດບໍ່ເທົ່າທຽມທາງເພດ; 
  3. ຂາດພາວະຄວາມເປັນຜູ້ນຳທີ່ຖືກຕ້ອງ ແລະ ການມີສ່ວນຮ່ວມຂອງທຸກຄົນ. 

ທ່ານສາມາດອ່ານບົດລາຍງານພາກພື້ນ ແລະ ລະດັບຊາດໂດຍສັງເຂບໄດ້ດັ່ງລຸ່ມນີ້: 

“ຖ້າຫາກມີນຳໃຊ້ຄອມພິວເຕີ້, ເພດຊາຍ ແລະ ລູກຊາຍ ຈະເປັນຜູ້ໄດ້ຮັບບູລິມະສິດໃນການໃຊ້ອິນເຕີເນັດ”– ມຽນມາ. 

ໃນຄວາມຈິງຂອງບັນດາເພດຍິງທີ່ພວກເຮົາໄດ້ໂອ້ລົມນຳ ແມ່ນໄດ້ຖືກຫຼໍ່ຫຼອມຈາກຄວາມຄາດຫວັງດ້ານເພດວ່າພວກເຂົາຄວນຈະເປັນໃຜ, ຕ້ອງປະຕິບັດຕົນແນວໃດ ແລະ ຄວນເຮັດຫຍັງ. ບັນຫາທັງໝົດນີ້ ລ້ວນແຕ່ແມ່ນກ່ຽວກັບການເຂົ້າເຖິງຂໍ້ມູນ ແລະ ຄວາມຮັບຮູ້ທາງດິຈິຕອນ, ເຕັກໂນໂລຊີ ແລະ ອື່ນໆ. ມາດຖານວັດທະນະທຳ ເປັນແກ້ວຂະຫຍາຍໃຫ້ເຫັນລະບົບສະຖາບັນ, ສັງຄົມເສດຖະກິດ ແລະ ສິ່ງກີດຂວາງທາງດ້ານສັງຄົມ. 

ບັນດາເພດຍິງທີ່ພວກເຮົາໄດ້ລົມນັ້ນ ແມ່ນສ່ວນໃຫຍ່ອາໃສຢູ່ໃນເຂດຕົວເມືອງ ແລະ ມີລະດັບການສຶກສາ ແລະ ພວກເຂົາຍັງສາມາດເຂົ້າໃຈ ແລະ ເຂົ້າເຖິງຂໍ້ມູນຂ່າວສານໄດ້. ແຕ່ຂໍ້ມູນທາງກາຍະພາບ ແລະ ພື້ນຖານໂຄງຮ່າງການສື່ສານດ້ານເທັກໂນໂລຊີຢູ່ເຂດຊົນນະບົດແມ່ນຍັງມີຄວາມຫຍຸ້ງຍາກ. ດັ່ງນັ້ນ, ໃນເມື່ອບໍ່ມີການສ້າງຂໍ້ມູນຂື້ນມາເພື່ອໃຫ້ນຳໃຊ້ ກໍບໍ່ມີໃຜຈະສາມາດເຂົ້ານຳໃຊ້ໄດ້. ທັງນີ້, ຂໍ້ມູນທີ່ຖືກສ້າງຂື້ນມາ ກໍຍັງບໍ່ສາມາດເປັນທີ່ຊົມໃຊ້ຂອງໝົດທຸກຄົນໃນປະເທດ CLMV. ຄວາມແຕກໂຕນທາງດ້ານພາສາກໍເປັນພຽງແຕ່ຕົວຢ່າງໜຶ່ງເທົ່ານັ້ນ. 

“ຖ້າເຈົ້າຮູ້ພາສາອັງກິດ ຂໍ້ມູນທົ່ວໂລກກໍເປີດຮັບເຈົ້າ, ແຕ່ຖ້າວ່າເຈົ້າຮູ້ແຕ່ພາສາຂະແມ ເຈົ້າກໍຈະຖືກຈຳກັດຈາກຂໍ້ມູນ”– ກຳປູເຈຍ

ບັນຫານີ້ຍາກທີ່ຈະປ່ຽນແປງ, ຫຼັກການຂອງຂໍ້ມູນເປີດ ກໍຈະບໍ່ສາມາດປົວແປງໄດ້ທັງໝົດ. ການປ່ຽນແປງທີ່ແທ້ຈິງຕໍ່ບັນຫາຄວາມສະເໝີພາບທາງເພດຮຽກຮ້ອງໃຫ້ຄິດແບບມີຈຸດຕັດກັນ ເໜືອໄປຈາກສະຖານະການປົກກະຕິ ແລະ ການໃຫ້ຄຳໝັ້ນສັນຍາທີ່ແທ້ຈິງຂອງການມີສ່ວນຮ່ວມກໍສຳຄັນ. 

ການສະໜັບສະໜູນຈາກລັດຖະບານເປັນສິ່ງຈຳເປັນ ແລະ ຖືເປັນວຽກງານບູລິມະສິດ. ແມ່ຍິງ ແລະ ຂະແໜງຂໍ້ມູນເປີດຈະໄດ້ຮັບຜົນປະໂຫຍດຈາກການປ່ຽນແປງຢ່າງເປັນລະບົບ ກ່ຽວກັບການແບ່ງປັນຂໍ້ມູນຂ່າວສານ ແລະ ດ້ານເພດ, ຊຸກຍູ້ການນຳໃຊ້ເຄື່ອງມືດິຈິຕອນ, ທັກສະ ແລະ ຂໍ້ມູນຂ່າວສານຢ່າງກ້ວາງຂວາງ. ການມີສ່ວນຮ່ວມຢ່າງມີຄວາມໝາຍ ໂດຍຜ່ານການສະໜອງຂ່າວສານທີ່ກ່ຽວຂ້ອງກັບພາສາ ແລະ ຮູບແບບທີ່ກ້ວາງຂວງ ລວມທັງ ສົ່ງເສີມຄວາມສຳຄັນຂອງຊຸມຊົນດ້ອຍໂອກາດເຊັ່ນໂດຍຜ່ານຂໍ້ມູນອະທິປະໄຕແມ່ນເຫັນວ່າມີຄວາມຈຳເປັນ. 

ແມ່ຍິງໃນພາກພື້ນແມ່ນ້ຳຂອງ ຕ້ອງການແຫຼ່ງຂໍ້ມູນຂ່າວສານທີ່ໜ້າເຊື່ອຖືມານຳໃຊ້ ເພື່ອສົ່ງເສີມຄວາມສະເໝີພາບທາງເພດ. ຜົນການການຄົ້ນຄ້ວາຂອງ The Open Development Initiative ຂອງແມ່ຍິງພາກພື້ນແມ່ນ້ຳຂອງ ມີເຈດຕະນາເພື່ອຊຸກຍູ້ຂໍ້ມູນໃຫ້ມີຄວາມເທົ່າທຽມກັນໃນແມ່ນຳ້ຂອງ. 

 

ທ່ານສາມາດດາວໂຫຼດ ແລະ ອ່ານບົດລາຍງານຕົ້ນສະບັບໄດ້ທີ່ນີ້:​

 
 
 
ທ່ານສາມາດອ່ານສະບັບພາສາລາວໄດ້ທີ່ນີ້ >>> Lao PDR_Mekong Women in Open data
 
 
ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

54YgC
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!