ພື້ນຖານໂຄງລ່າງ

ການຂາດການພັດທະນາດ້ານໂຄງລ່າງພື້ນຖານໄດ້ເປັນອຸປະສັກຕົ້ນຕໍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງລາວ. ສະນັ້ນ, ການປັບປຸງໂຄງລ່າງພື້ນຖານ ຈຶ່ງເປັນເປົ້າໝາຍຕົ້ນຕໍຂອງລັດຖະບານລາວຄຽງຄູ່ກັບ ເປົ້າໝາຍການພັດທະນາ ແບບຍືນຍົງຂອງສະຫະປະຊາຊາດ (SDGs), ໂດຍສະເພາະ SDG 9.  ເປົ້າໝາຍນີ້ແມ່ນກ່ຽວຂ້ອງກັບການພັດທະນາສິ່ງກໍ່ສ້າງ ທີ່ອຳນວຍຄວາມສະດວກໃຫ້ແກ່ອຸດສາຫະກຳ, ວິສາຫະກິດ ແລະ ສັງຄົມເຊັ່ນ: ຖະໜົນຫົນທາງ, ເສັ້ນທາງລົດໄຟ, ສະໜາມບິນ, ລະບົບສື່ສານໂທລະຄົມມະນາຄົມ, ໄຟຟ້າ ແລະ ໂຄງລ່າງພື້ນຖານນ້ຳ ແລະ ສຸຂາອະນາໄມ. ໂດຍທົ່ວໄປ, ຄວາມອາດສາມາດ ທີ່ມີຈຳກັດໄດ້ຈຳກັດການສະໜອງການບໍລິການ ດ້ານໂຄງລ່າງພື້ນຖານທີ່ຢູ່ນອກຕົວເມືອງໃຫຍ່ໃນປະເທດລາວ.1 

ແນວໃດກໍ່ຕາມ, ການປັບປຸງໂຄງລ່າງພື້ນຖານເປັນສ່ວນໜຶ່ງຂອງຍຸດທະສາດໃນຄວາມພະຍາຍາມທີ່ຈະພົ້ນອອກຈາກການເປັນປະເທດດ້ອຍ ພັດທະນາພາຍໃນປີ 2020. 2 ເຊິ່ງແນວຄວາມຄິດທໍາອິດໄດ້ເລີ່ມຕົ້ນມາຈາກກອງປະຊຸມໃຫຍ່ຂອງພັກຄັ້ງທີ່ VI ໃນປີ 1996.3

ລັດຖະບານລາວໄດ້ໃຫ້ຄວາມສົນໃຈເປັນພິເສດ ໃນການຫັນປ່ຽນສະພາບທີ່ເປັນປະເທດບໍ່ມີທາງອອກສູ່ທະເລໃຫ້ເປັນ ປະເທດທີ່ມີເສັ້ນທາງເຊື່ອມຕໍ່ທາງບົກ, ເປັນຈຸດເຊື່ອມຕໍ່ດ້ານໂຄງລ່າງພື້ນຖານກັບບັນດາປະເທດເພື່ອນບ້ານ, ເປັນຂົວຕໍ່ດ້ານເສດຖະກິດກັບປະເທດຈີນ, ໄທ ແລະ ຫວຽດນາມ.

Road in the Bolaven Plateau area, Champasak province, southern Laos. Photo by Pierre Andre, Wikimedia Commons. Licensed under CC-BY-SA 4.0.

ຖະໜົນຢູ່ເຂດພູພຽງບໍລະເວນ, ແຂວງຈຳປາສັກ, ພາກໃຕ້ຂອງລາວ. ຖ່າຍຮູບໂດຍ Pierre Andre, Wikimedia Commons. ພາຍໃຕ້ລິຂະສິດ  CC-BY-SA 4.0.

ການຄົມມະນາຄົມ

ຖະໜົນ

ການເຊື່ອມຕໍ່ຖະໜົນຫົນທາງເປັນອົງປະກອບທີ່ສຳຄັນຂອງແຜນການລັດຖະບານລາວເພື່ອທີ່ຈະກາຍເປັນປະເທດທີ່ມີເສັ້ນທາງເຊື່ອມຕໍ່ທາງບົກ ແລະ ທັງເປັນສ່ວນໜຶ່ງຂອງວິໄສທັດຂອງທະນາຄານພັດທະນາອາຊີກ່ຽວກັບການເຊື່ອມຕໍ່ເສັ້ນທາງຂອງພາກພື້ນແມ່ນ້ຳຂອງຕອນເທິງ (GMS). ປະເທດລາວອີງໃສ່ການຂົນສົ່ງທາງບົກເປັນສ່ວນໃຫຍ່ໃນການເຊື່ອມຕໍ່ການຄ້າຂາຍທັງພາຍໃນ ແລະ ຕ່າງປະເທດ, ຜູ້ໂດຍສານທີ່ໃຊ້ເສັ້ນທາງແມ່ນຫຼາຍກວ່າ 98 ເປີເຊັນ ແລະ 86 ເປີເຊັນຂອງການຂົນສົ່ງນ້ຳໜັກຕໍ່ໄລຍະທາງ. 4. ການປັບປຸງຖະໜົນຫົນທາງໃຫ້ສາມາດນຳໃຊ້ໄດ້ທຸກລະດູການແມ່ນຕົວຊີ້ວັດທີ່ສຳຄັນຂອງເປົ້າໝາຍ SDG 9.1.

ຄວາມກ້າວໜ້າຂອງການພັດທະນາທີ່ສຳຄັນຜ່ານມາມີຄື: ການເຊື່ອມຕໍ່ຖະໜົນຫົນທາງໄດ້ຂະຫຍາຍຈາກພຽງແຕ່ 14,000 ກິໂລແມັດ (ກມ) ໃນປີ 1990 ເປັນ ຫຼາຍກວ່າ 44,000 ກມ ໃນປີ 2012. ມີພຽງແຕ່ 17 ເປີເຊັນ ຈາກຈຳນວນ 44,000 ກມ ທີ່ໄດ້ມີການປູຢາງ, ຂະນະທີ່ 35 ເປີເຊັນ ເປັນທາງປູຫີນແຮ່ ແລະ 48 ເປີເຊັນເປັນທາງດິນແດງ. 5 ຍິ່ງໄປກວ່ານັ້ນ, ຫຼາຍເສັ້ນທາງບໍ່ສາມາດຜ່ານໄດ້ໃນຍາມລະດູຝົນ ແລະ ບາງສ່ວນຂອງເສັ້ນທາງຢູ່ໃນສະພາບເພພັງຫຼາຍ ເຊິ່ງບໍ່ສາມາດສ້ອມແປງໄດ້ ແລະ ຈຳເປັນຕ້ອງໄດ້ເຮັດຄືນໃໝ່ໝົດ. 

ການຂາດງົບປະມານ ເປັນບັນຫາທ້າທາຍທີ່ສຳຄັນສຳລັບການພັດທະນາ ຖະໜົນຫົນທາງ. ຂະນະທີ່ງົບປະມານໂດຍກົງຈາກລັດຖະບານ ແມ່ນໄດ້ນຳໃຊ້ສຳລັບເສັ້ນທາງນ້ອຍຕ່າງໆ ສ່ວນໂຄງການໃຫຍ່ແມ່ນຕ້ອງການງົບປະມານຈາກທາງນອກ ຫຼື ການຊອກຫາ ການສະໜັບສະໜູນແບບອື່ນໆ. ຫຼາຍໂຄງການແມ່ນໄດ້ຮັບງົບປະມານຈາກຜູ້ໃຫ້ທຶນຕ່າງປະເທດເຊັ່ນ: ການປັບປຸງເສັ້ນທາງເລກ 3 ຢູ່ທາງພາກເໜືອຕາເວັນຕົກທີ່ເຊື່ອມຕໍ່ຈີນ ກັບ ໄທຜ່ານແຂວງ ຫຼວງນ້ຳທາ ແລະ ບໍ່ແກ້ວ, ເປັນການໃຫ້ທຶນຮ່ວມ ລະຫວ່າງທະນາຄານພັດທະນາອາຊີ ກັບ ລັດຖະບານຈີນ ແລະ ໄທ ຫຼື ການປັບປຸງເສັ້ນທາງເລກ 9 ທາງພາກໃຕ້ທີ່ເຊື່ອມຕໍ່ລະຫວ່າງໄທ ກັບ ຫວຽດນາມຜ່ານແຂວງສະຫວັນນະເຂດ ເຊິ່ງໄດ້ຮັບທຶນຈາກລັດຖະບານຍີ່ປຸ່ນ. ໃນປີ 2017,  ທະນາຄານໂລກໄດ້ຕົກລົງໃຫ້ງົບປະມານຈຳນວນ 25 ລ້ານໂດລາສະຫະລັດແກ່ ສປປ ລາວໃນການບູລະນະ ແລະ ປັບປຸງການເຊື່ອມຕໍ່ເສັ້ນທາງໃນທົ່ວປະເທດ.6

ລັດຖະບານກໍ່ຍັງໄດ້ພັດທະນາຮູບແບບການໃຫ້ງົບປະມານໂດຍການນຳໃຊ້ທີ່ດິນເປັນພື້ນຖານ, ເຊິ່ງການນຳໃຊ້ຮູບແບບນີ້ຄັ້ງທຳອິດ ແມ່ນໂຄງການສ້າງເສັ້ນທາງ 450 ປີ, ທີ່ເຊື່ອມຕໍ່ລະຫວ່າງຂົວຊາຍແດນມິດຕະພາບລາວ – ໄທທີ່ອອກໄປທາງພາກເໜືອ ແລະ ພາກໃຕ້. ທີ່ດິນ 50 ແມັດຈາກແຕ່ລະຟາກທາງໄດ້ຖືກຈັບຈອງເອົາ ແລ້ວຂາຍໃຫ້ສ່ວນບຸກຄົນເພື່ອເປັນການຫາງົບປະມານ.7 ໃນເສັ້ນທາງດຽວກັນ, ກະຊວງໂຍທາທິການ ແລະ ຂົນສົ່ງ ກຳລັງພິຈາລະນາການຮ່ວມມືເອກະຊົນກັບລັດ ໂດຍການສະໜັບສະໜູນຈາກທະນາຄານໂລກ ເພື່ອດຶງດູດການລົງທຶນຂອງເອກະຊົນ ໃນການສ້າງເສັ້ນທາງທີ່ມີດ່ານເກັບເງິນ ເພື່ອຊ່ວຍບັນລຸເປົ້າໝາຍໂຄງລ່າງພື້ນຖານດ້ານເສັ້ນທາງໄລຍະຍາວ.8

ຄຽງຄູ່ກັບຜົນປະໂຫຍດຕ່າງໆທີ່ໄດ້ຈາກການຂະຫຍາຍເສັ້ນທາງ ໃນການພັດທະນາເສດຖະກິດ – ສັງຄົມໃນລາວ, ກໍ່ຍັງມີຜົນກະທົບທາງດ້ານລົບ. ບາງໂຄງການໄດ້ຖືກວິຈານໃນການສ້າງຜົນກະທົບຕໍ່ກັບສິ່ງແວດລ້ອມເຊັ່ນ: ເມື່ອໂຄງການມີການຂຸດຄົ້ນໄມ້ເຖື່ອນ ຕາມເສັ້ນທາງດັ່ງກ່າວ ແລະ ຕາມພື້ນທີ່ ທີ່ຢູ່ໃກ້.9 ໃນກໍລະນີອື່ນໆ,

ໂຄງການສ້າງເສັ້ນທາງໄດ້ມີການຢຶດເອົາທີ່ດິນຈາກປະຊາຊົນໃນເຂດດັ່ງກ່າວດ້ວຍການໃຫ້ອັດຕາຄ່າຊົດເຊີຍທີ່ຕ່ຳເຊັ່ນກໍລະນີເສັ້ນທາງ 450 ປີ.10

ແຜນແລວເສດຖະກິດ ແລະ ເຄືອຂ່າຍທາງລົດໄຟໃນປະເທດລາວ. ແຜນທີ່ເຮດໂດຍ ODM, ເບິ່ງຊຸດຂໍ້ມູນໂຄງລ່າງພື້ນຖານອີກທີ່ Map Explorer.

ເສັ້ນທາງລົດໄຟ

ປັດຈຸບັນປະເທດລາວຍັງບໍ່ທັນມີເສັ້ນທາງລົດໄຟທີ່ສາມາດນຳໃຊ້ໄດ້. ເສັ້ນທາງລົດໄຟດຽວທີ່ນຳໃຊ້ໃນປັດຈຸບັນແມ່ນມີຄວາມຍາວ 3.5 ກມ ເປັນເສັ້ນທາງທີ່ຂະຫຍາຍມາຈາກທາງລົດໄຟຂອງໄທເຊິ່ງແລ່ນຈາກໜອງຄາຍຜ່ານຂົວມິດຕະພາບຫາສະຖານີທ່ານາແລ້ງ ໄປທາງພາກຕາເວັນອອກ 20 ກມ ຈາກຕົວເມືອງນະຄອນຫຼວງວຽງຈັນ. ເສັ້ນທາງດັ່ງກ່າວໄດ້ຮັບທຶນສະໜັບສະໜູນຈາກລັດຖະບານໄທ, ທີ່ມີການນຳໃຊ້ສຳລັບນັກທ່ອງທ່ຽວ ຫຼື ຂົນສົ່ງສິນຄ້າຫຼາຍກວ່າທີ່ຈະເປັນການຄົມມະນາຄົມທີ່ເປັນປະໂຫຍດແກ່ປະຊາຊົນທຳມະດາ. ແຜນການທີ່ຈະຂະຫຍາຍທາງລົດໄຟໄປອີກ 9 ຫຼັກກິໂລແມັດ     ໄປຊານເມືອງນະຄອນຫຼວງວຽງຈັນແມ່ນຍັງບໍ່ທັນເກີດຂຶ້ນເທື່ອ.11

ແນວໃດກໍ່ຕາມ, ລັດຖະບານຍັງມີການວາງແຜນທີ່ຈະພັດທະນາເສັ້ນທາງລົດໄຟສອງສາຍຄື: ເສັ້ນໜຶ່ງແມ່ນເຊື່ອມຕໍ່ລະຫວ່າງ ນະຄອນຫຼວງວຽງຈັນກັບ ສປປ ຈີນ ຜ່ານຊາຍແດນບໍ່ເຕ່ນທີ່ແຂວງຫຼວງນ້ຳທາ, ອີກເສັ້ນໜຶ່ງແມ່ນເຊື່ອມຕໍ່ລະຫວ່າງປະເທດໄທ ຫາ ສສ ຫວຽດນາມທີ່ແຂວງສະຫວັນນະເຂດທາງພາກໃຕ້ຂອງລາວ, ເຊິ່ງເປັນທີ່ຮູ້ຈັກກັນດີແມ່ນໂຄງການລົດໄຟ ສະຫວັນ-ລາວບາວ.

ໂຄງການເສັ້ນທາງລົດໄຟລາວ – ຈີນໄດ້ມີການພິຈາລະນາມາກວ່າທົດສະວັດເຊິ່ງເປັນໜຶ່ງໃນເສັ້ນທາງລົດໄຟຄຸນໝິງ-ສິງກະໂປ ຫຼື ເສັ້ນທາງລົດໄຟອາຊີ, ປັດຈຸບັນແມ່ນເຂົ້າເປັນສ່ວນໜຶ່ງໃນແນວຄວາມຄິດຂອງເສັ້ນທາງສາຍດຽວຂອງຈີນ.12 ແຜນການເຄືອຂ່າຍທາງລົດໄຟນີ້ຈະເຊື່ອມຕໍ່ຄຸນໝິງ ແລະ ສິງກະໂປຜ່ານຫຼາຍປະເທດເຊັ່ນ: ພະມ້າ, ລາວ, ຫວຽດນາມ, ຈຳປູເຈຍ ແລະ ໄທ. ໂຄງການເສັ້ນທາງລົດໄຟລາວ-ຈີນແມ່ນໂຄງການຮ່ວມລົງທຶນລະຫວ່າງລັດຖະບານລາວ ແລະ ຈີນ, ເຊິ່ງລັດຖະບານຈີນລົງທຶນ 70 ເປີເຊັນຂອງໂຄງການ ມີມູນຄ່າ 6 ຕື້ໂດລາສະຫະລັດ ແລະ ລັດຖະບານລາວປະກອບສ່ວນໃສ່ສ່ວນທີ່ເຫຼືອ 30 ເປີເຊັນ.13

ເສັ້ນທາງລົດໄຟສະຫວັນ-ລາວບາວແມ່ນການລົງທຶນຂອງເອກະຊົນໂດຍບໍລິສັດຂອງມາເລເຊຍ (ບໍລິສັດໄຈແອັນເສັ້ນທາງລົດໄຟຈຳກັດ), ເຊິ່ງລັດຖະບານລາວມີຫຸ້ນສ່ວນ 10 ເປີເຊັນ.14 ເຖິງວ່າໂຄງການໄດ້ມີການອະນຸມັດໄປແລ້ວໃນປີ 2012, ບໍລິສັດຫາກໍ່ໄດ້ເລີ່ມຕົ້ນຂັ້ນຕອນທຳອິດໃນການກໍ່ສ້າງ ໃນເດືອນຕຸລາ 2016.

ການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນໄດ້ເລີ່ມຕົ້ນໃນເດືອນທັນວາ 2016 ເຊິ່ງປະກອບມີການເຈາະອຸມົງ ແລະ ການສ້າງຂົວຫຼາຍແຫ່ງຕາມຄວາມຍາວຂອງເສັ້ນທາງ.15 ໂຄງການແມ່ນເປັນທີ່ຖົກຖຽງກັນ ຍ້ອນຄຳຖາມທີ່ວ່າມັນຈະຊ່ວຍການພັດທະນາປະເທດ ແລະ ປະຊາຊົນທຳມະດາໄດ້ຫຼາຍປານໃດ. ລັດຖະບານໄດ້ຢືມເງີນເປັນຈຳນວນຫຼວງຫຼາຍ ຈາກລັດຖະບານຈີນເພື່ອດຳເນີນໂຄງການ, ເຊິ່ງກອງທຶນສາກົນໄດ້ຊີ້ແຈງວ່າ ຈະເຮັດລະດັບໜີ້ສິນຂອງປະເທດ ຕົກຢູ່ລະດັບຄວາມສ່ຽງແບບຍາວນານ,16 ຍ້ອນວ່າຈຳນວນເງິນທີ່ຢືມນັ້ນແມ່ນຫຼາຍກວ່າເຄິ່ງໜຶ່ງຂອງ GDP ຂອງປະເທດແຕ່ລະປີ (12.37 ຕື້ ໂດລາໃນປີ 2015).17 ອີກປະເດັນໜຶ່ງ, ວຽກກໍ່ສ້າງເກືອບທັງໝົດແມ່ນບໍລິສັດຈີນ ແລະ ກຳມະກອນຈີນເປັນຄົນເຮັດ.18 ຍັງມີຫຼາຍຄຳຖາມທີ່ຍັງຄ້າງຄາກ່ຽວກັບຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມຈາກໂຄງການເນື່ອງຈາກການຂາດຂໍ້ມູນທີ່ໂປ່ງໃສ.19

Nam Gnouang Dam, with a generation capacity of 60MW, on a tributary of the Nam Theun River in Laos. Photo by Eric Baran, via WorldFish, Flickr, taken on January 23, 2013. Licensed under CC BY-NC-ND 2.0

ເຂື່ອນໄຟຟ້ານ້ຳເຍືອງ, ສາມາດຜະລິດໄດ້ 60 MW, ສາຂາຂອງແມ່ນ້ຳເທີນຢູ່ລາວ. ຖ່າຍຮູບໂດຍ Eric Baran, via WorldFish, Flickr, ຖ່າຍເມື່ອວັນທີ 23 ມັງກອນ 2013. ພາຍໃຕ້ລິຂະສິດ CC BY-NC-ND 2.0.

ໄຟຟ້າ

ຕາຂ່າຍໄຟຟ້າຂອງລາວໄດ້ຂະຫຍາຍຢ່າງໄວວາໃນປີທີ່ຜ່ານມາ, ເນື່ອງຈາກການພັດທະນາເຂື່ອນໄຟຟ້ານ້ຳຕົກຫຼາຍແຫ່ງ. ໃນປີ 2015 ລັດຖະບານລາວໄດ້ຖະແຫຼງວ່າຢ່າງໜ້ອຍໂຄງການເຂື່ອນໄຟຟ້າ 70 ແຫ່ງແມ່ນໄດ້ມີການວາງແຜນ ຫຼື ກຳລັງກໍ່ສ້າງ, ດ້ວຍກຳລັງແຮງທີ່ຈະຜະລິດໄດ້ທັງໝົດ 26,000 MW.20 ພະລັງງານໄຟຟ້າທີ່ຜະລິດໄດ້ສ່ວນຫຼາຍແມ່ນໄດ້ສົ່ງອອກໃຫ້ປະເທດຕ່າງໆ, ໂດຍສະເພາະປະເທດໄທ.21 ລາວຜະລິດພະລັງງານໄຟຟ້າຈາກເຂື່ອນໄດ້ 3,200 MW ໃນປີ 2014, ເຊິ່ງສອງສ່ວນສາມແມ່ນໄດ້ສົ່ງອອກໄປປະເທດໄທ, ດ້ວຍກຳລັງຜະລິດ 6,000 MW ຍັງຢູ່ໃນການກໍ່ສ້າງ, ລວມທັງ 1,285 MW ຈາກເຂື່ອນໄຊຍະບູລີ ທີ່ຢູ່ກາງແມ່ນ້ຳຂອງ22 ສະນັ້ນ, ເປີເຊັນຂອງປະຊາຊົນລາວທີ່ມີໄຟຟ້າໃຊ້ໄດ້ເພີ່ມຂຶ້ນຈາກ 15 ເປີເຊັນໃນກາງຊຸມປີ 1990 ຫາເກືອບ 90 ເປີເຊັນ ໃນປີ 2014, ເຊິ່ງເຮັດໃຫ້ປະເທດລາວເດີນຕາມເສັ້ນທາງທີ່ຈະບັນລຸ SDG7 ໃນການຮັບປະກັນການເຂົ້າເຖິງພະລັງງານ. ຄວາມຕ້ອງການໄຟຟ້າເພີ່ມຂຶ້ນສະເລ່ຍ 13 ເປີເຊັນຕໍ່ປີ.23

  • ການໂທລະຄົມມະນາຄົມ

    ອິນເຕີເນັດ

    ການນຳໃຊ້ອິນເຕີເນັດໄດ້ເພີ່ມຂຶ້ນຫຼາຍ, ຈາກ 0.3 ເປີເຊັນຂອງປະຊາກອນໃນປີ 2004 ມາເປັນ 18.2 ເປີເຊັນໃນປີ 2015. ເຖິງຢ່າງໃດກໍ່ຕາມ, ອັດຕານີ້ຍັງຖືວ່າຕ່ຳຫຼາຍເມື່ອທຽບກັບ ອັດຕາຜູ້ນຳໃຊ້ອິນເຕີເນັດໃນທົ່ວໂລກ 44 ເປີເຊັນ.24 ຜູ້ລົງທະບຽນນຳໃຊ້ແມ່ນຕ່ຳ, ໜ້ອຍກວ່າ 0.5 ເປີເຊັນຂອງປະຊາກອນໃນປີ 2015, ແຕ່ໄດ້ມີການເພີ່ມຂຶ້ນຫຼາຍລະຫວ່າງປີ 2013 ແລະ ປີ 2015 ຈາກ 11,287 ຫາ 36,408.25

    ໂທລະສັບ

    ການລົງທະບຽນນຳໃຊ້ໂທລະສັບມືຖືໄດ້ເພີ່ມຂຶ້ນຫຼາຍຈາກ 3.6 ເປີເຊັນໃນປີ 2004 ມາເປັນ 84 ເປີເຊັນໃນປີ 2011. ແນວໃດກໍ່ຕາມ, ເປີເຊັນດັ່ງກ່າວໄດ້ຫຼຸດລົງໃນປີ 2015 ມາເປັນ 53.1 ເປີເຊັນ.26 ນີ້ແມ່ນເນື່ອງຈາກ ການປັບປຸງຄວາມຖືກຕ້ອງ ຂອງຕົວເລກດັ່ງກ່າວເຊິ່ງເປັນຜົນມາຈາກການບັງຄັບຂອງລັດຖະບານໃນການລົງທະບຽນເບີໂທລະສັບ.27 ເປີເຊັນຂອງໂທລະສັບສາຍຕັ້ງໂຕະໃນລາວແມ່ນມີໜ້ອຍຕະຫຼອດມາ ແຕ່ໃນປີ 2011 ໄດ້ມີການເພີ່ມຂຶ້ນຫຼາຍຈາກ 1.6 ເປີເຊັນ ຫາ 13.7 ເປີເຊັນໃນປີ 2015.28

    ນໍ້າສະອາດ ແລະ ການສຸຂາອະນາໄມ

    ລາວມີຊັບພະຍາກອນນ້ຳຕໍ່ຫົວຄົນຫຼາຍກວ່າປະເທດອື່ນໆໃນອາຊີ, ແຕ່ສ່ວນຫຼາຍເປັນນ້ຳທີ່ບໍ່ສະອາດ ແລະ ບໍ່ປອດໄພ, ບັນຈຸທາດເຄມີທີ່ເປັນອັນຕະລາຍ ແລະ ສິ່ງເສດເຫຼືອຈາກມະນຸດ.29 ມີຄວາມຈໍາເປັນໃນການເລັງໃສ່ການຈັດການນໍ້າໃຫ້ດີກວ່າເກົ່າໂດຍສະເພາະເມື່ອມີການຂະຫຍາຍເຂື່ອນໄຟຟ້ານໍ້າຕົກ.30 ນອກຈາກນັ້ນ, ບັນຫາຄຸນນະພາບນໍ້າ ແລະ ຄວາມປອດໄພທີ່ກ່ຽວຂ້ອງກັບການກະສິກໍາ, ອຸດສາຫະກໍາ ແລະ ຂະແໜງການບໍ່ແຮ່, ເຊັ່ນດຽວກັບການແກ້ໄຂການຮັກສາອະນາໄມ ແລະ ການສຸຂາອະນາໄມເປັນບັນຫາທ້າທາຍທີ່ສໍາຄັນ ສໍາລັບການບັນລຸ  SDG 6. ດັ່ງນັ້ນ, ການວັດແທກ ການບໍລິການຈັດການຄວາມປອດໄພ ແມ່ນຈໍາເປັນຕ້ອງມີຕົວຊີ້ວັດໃນລະດັບທ້ອງຖິ່ນໃໝ່. 31 ໃນປີ 2014, 72 ເປີເຊັນຂອງປະຊາກອນທີ່ເຂົ້າເຖິງແຫຼ່ງສະໜອງນ້ຳສະອາດໄດ້ມີການປັບປຸງທຽບໃສ່ 45 ເປີເຊັນ ໃນປີ 2000.32

    ການເຂົ້າເຖິງນ້ຳສະອາດໄດ້ມີການປັບປຸງຫຼາຍໃນທົ່ວປະເທດ. ໃນປີ 2014, 64 ເປີເຊັນຂອງປະຊາກອນໄດ້ເຂົ້າເຖິງນ້ຳສະອາດ, ເພີ່ມຂຶ້ນຈາກ 28 ເປີເຊັນ ໃນປີ 2000.33 ແນວໃດກໍ່ຕາມ, ໂຮງຮຽນປະຖົມທີ່ມີນ້ຳປະປາ ແລະ ຫ້ອງນ້ຳໃຊ້ແມ່ນມີໜ້ອຍກວ່າເຄິ່ງໜຶ່ງ ຂອງຈຳນວນໂຮງຮຽນໃນທົ່ວປະເທດຄື 9,000 ໂຮງຮຽນ.34 ພະຍາດຖອກທ້ອງແມ່ນ ໜຶ່ງສ່ວນສາມຂອງກໍລະນີທີ່ເຮັດໃຫ້ມີການຂາດສານອາຫານທັງໝົດ ແລະ ໜຶ່ງໃນສິບສອງຂອງຈຳນວນເດັກນ້ອຍ ທີ່ເສຍຊີວິດທີ່ມີອາຍຸຕ່ຳກວ່າຫ້າປີ. ເນື່ອງຈາກຂາດສິ່ງອຳນວຍຄວາມສະດວກທີ່ໄດ້ມາດຕະຖານ ແລະ ຄວາມຮູ້ກ່ຽວກັບການສຸຂາອະນາໄມ ແລະ ການປະຕິບັດຄວາມສະອາດ, ຫຼາຍກວ່າສາມສ່ວນຂອງປະຊາກອນລາວແມ່ນຍັງມີກາຍຖ່າຍຊະຊາຍ ແລະ ມີພຽງແຕ່ 19 ເປີເຊັນ ຂອງເດັກນ້ອຍທີ່ມີການຖ່າຍຢ່າງປອດໄພ.35 ແນວໃດກໍ່ຕາມ, ການຖ່າຍຢ່າງຊະຊາຍໄດ້ຫຼຸດລົງ 37 ເປີເຊັນຕັ້ງແຕ່ປີ 1995.36 ການສຸຂາອະນາໄມລະຫວ່າງຕົວເມືອງ ແລະ ຊົນນະບົດແມ່ນມີຄວາມແຕກໂຕນກັນຫຼາຍຢູ່ໃນລາວຄື: 87 ເປີເຊັນຂອງຄອບຄົວໃນເຂດຕົວເມືອງນຳໃຊ້ຫ້ອງນ້ຳຂະນະທີ່ ຢູ່ເຂດຊົນນະບົດແມ່ນມີພຽງແຕ່ 48 ເປີເຊັນ.37

     

    ກ່ຽວຂ້ອງກັບໂຄງລ່າງພື້ນຖານ

     

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

DSer2
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!