ອົງການອາຫານໂລກສະໜັບສະໜູນເງິນ 1 ລ້ານໂດລາສະຫະລັດເພື່ອລ້ຽງອາຫານຊາວຜູ້ອົບພະຍົບທີ່ກັບມາ
ອົງການອາຫານໂລກ (WFP) ໄດ້ມອບເງິນ 1 ລ້ານໂດລາສະຫະລັດ ໃຫ້ກະຊວງສາທາລະນະສຸກ ໃນການສະໜອງອາຫານໃຫ້ແກ່ຜູ້ອົບພະຍົບທີ່ກັບຄືນມາ ແລະ ຈັດສັນທີ່ພັກຊົ່ວຄາວຢູ່ສູນກັກກັນໃນແຂວງວຽງຈັນ, ບໍ່ແກ້ວ, ສະຫວັນນະເຂດ, ຈຳປາສັກ ແລະແຂວງໄຊຍະບູລີ. ພວກເຮົາເຫຼົ່ານັ້ນ ຈະໄດ້ຮັບອາຫານທີ່ມີທາດບຳລຸງ 3 ຄາບຕໍ່ມື້ ເຊິ່ງຊ່ວຍປ້ອງກັນພະຍາດ ແລະ ຮັກສາສຸຂະພາບຂອງເຂົາເຈົ້າ, ພ້ອມດຽວກັນນັ້ນກໍ່ຍັງຊ່ວຍຫຼຸດຜ່ອນພາລະດ້ານການເງິນໃນການຍ້າຍຖິ່ນຖານຂອງເຂົາເຈົ້າ ແລະ ຄອບຄົວ.ອ່ານເພິ່ມເຕີມ ...
ໂຄງການສຶກສາຄວາມເປັນໄປໄດ້ ສຳລັບກະສິກຳປ່າໄມ້ແບບອານຸລັກທຳມະຊາດ ກຳລັງດຳເນີນຂື້ນ
ລັດຖະບານໄດ້ເປີດໄຟຂຽວ ແກ່ບໍລິສັດ Jia Run Agricultural Development Co. , Ltd ເພື່ອດຳເນີນການສຶກສາຄວາມເປັນໄປໄດ້ ສຳລັບໂຄງການພັດທະນາກະສິກຳແບບອານຸລັກທຳມະຊາດ ຢູ່ເມືອງສະໜາມໄຊແຂວງອັດຕະປື. ບໍລິສັດໄດ້ວາງແຜນທີ່ຈະ ດຳເນີນໂຄງການໃນເນື້ອທີ່ 5,000 ເຮັກຕາ ຊຶ່ງເປັນການຮ່ວມມືດ້ານກະສິກຳທີ່ທັນສະໄໝ. ການສຶກສາຄວາມເປັນໄປໄດ້ຈະສຳເລັດພາຍໃນຫົກເດືອນ.ອ່ານເພິ່ມເຕີມ ...
ລັດຖະບານຂະຫຍາຍກຸ່ມເປົ້າໝາຍທີ່ຈະໄດ້ຮັບວັກຊິນປ້ອງກັນໂຄວິດ-19
ລັດຖະບານ ຂະຫຍາຍກຸ່ມເປົ້າໝາຍທີ່ຈະໄດ້ຮັບວັກຊິນປ້ອງກັນໂຄວິດ-19 ກ້ວາງອອກຕື່ມ ຊຶ່ງຈະລວມມື ພະນັກງານທີ່ເຮັດວຽກກ່ຽວກັບການຂົນສົ່ງ, ພະນັກງານທີ່ເຮັດວຽກກ່ຽວກັບການທ່ອງທ່ຽວ ແລະ ທະນາຄານ, ຜູ້ປະກອບການ, ຮ້ານອາຫານ, ຮ້ານຂາຍເຄື່ອງ, ພະນັກງານຄູ-ອາຈານ, ພະນັກງານຂົງເຂດໄຟຟ້າ ແລະ ນ້ຳປະປາ; ອີງຕາມພະແນກສົ່ງເສີມສຸຂະພາບ ແລະ ສຸຂະອະນາໄມ, ກະຊວງສາທາລະນະສຸກ. ອ່ານເພິ່ມເຕີມ ...
ອົງການເກັບກູ້ລະເບີດບໍ່ທັນແຕກ (UXO) ຊອກຫາແຫຼ່ງທຶນເພີ່ມເຕີມ
ລັດຖະບານໄດ້ຮຽກຮ້ອງ ການໃຫ້ສະໍໜັບສະໜູນ ເພິ່ມຂື້ນ ໃນການປະຕິບັດງານເກັບກູ້ລະເບີດບໍ່ທັນແຕກ, ເຊິ່ງເນື້ອທີ່ທັງໝົດ 132,000 ເຮັກຕາໄດ້ຖືກສຳຫຼວດ ແລະ ຢັ້ງຢືນລະເບີດທີ່ຍັງບໍ່ທັນແຕກ. ຫົວໜ້າກົມ ອົງການຄຸ້ມຄອງເພື່ອຂະແໜງເກັບກູ້ລະເບີດບໍ່ທັນແຕກແຫ່ງຊາດ ພາຍໃຕ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານຈອມມະນີເພັງທອງສະຫວາດກ່າວຕໍ່ນັກຂ່າວໃນລະຫວ່າງການລົງຢ້ຽມຢາມພາກສະໜາມ ຢູ່ແຂວງຊຽງຂວາງເມື່ອບໍ່ດົນມານີ້ວ່າ ເຈົ້າໜ້າທີ່ ກຳລັງຊອກຫາແຫຼ່ງທຶນແລະ ການຊ່ວຍເຫລືອດ້ານວິຊາການເພີ່ມເຕີມສຳລັບການເກັບກູ້ລະເບີດບໍ່ທັນແຕກຢູ່ໃນເກົ້າແຂວງໃນລາວ. ອ່ານເພິ່ມເຕີມ ...
ແປດຄົນເສຍຊີວິດເທິງເຮືອສຳລານຂອງໃນວັນອາທິດ
ແປດຄົນໄດ້ຈົມນ້ຳທີ່ເຮືອສຳລານອັບປາງໃນຕອນເຊົ້າຂອງວັນອາທິດ ໃນລະຫວ່າງການທ່ອງທ່ຽວຢູ່ອ່າງນ້ຳງື່ມ – ແຫຼ່ງທ່ອງທ່ຽວທີ່ນິຍົມຢູ່ແຂວງວຽງຈັນ. ໃນເຮືອດັ່ງກ່າວ ໄດ້ບັນຈຸ 39 ຄົນ ແລະ ໄດ້ຫຼົ້ມໃນເວລາ 9 ໂມງເຊົ້າຍ້ອນສາເຫດລົມພະຍຸ ທີ່ໄດ້ພັດປົກຄຸມທາງພາກເໜືອ ແລະ ພາກກາງຂອງລາວໃນວັນພັກທ້າຍສັບປະດາ. ອ່ານເພິ່ມເຕີມ ...
[ປະກາດຮັບສະໝັກ] ຊຸດສຳມະນາກ່ຽວກັບການພົວພັນ ແລະ ການຄຸ້ມຄອງທີ່ດິນໃນພາກພື້ນແມ່ນ້ຳຂອງ

ສູນຄົ້ນຄວ້າວິທະຍາສາດສັງຄົມ ແລະ ການພັດທະນາແບບຍືນຍົງຂອງພາກພື້ນ ແລະ ກອງປະຊຸມຄົ້ນຄວ້າກ່ຽວກັບທີ່ດິນແມ່ນໍ້າ ໄດ້ເປີດຊຸດສຳມະນາລະດູຮ້ອນ ປະຈຳປີ ກ່ຽວກັບການພົວພັນ ແລະ ການປົກຄອງທີ່ດິນ, ເຊິ່ງມີຜູ້ເຂົ້າຮ່ວມຈາກທັງໝົດ 6 ປະເທດແມ່ນໍ້າຂອງ. ຈຸດປະສົງເພື່ອໃຫ້ຜູ້ເຂົ້າຮ່ວມມີແນວທາງຄົ້ນຄ້ວາ ໃຫ້ມີຄວາມເຂົ້າໃຈເລິກເຊິ່ງ ກ່ຽວກັບການພົວພັນທາງດ້ານທີ່ດິນ ແລະ ການຄຸ້ມຄອງທີ່ດິນໃນເຂດແມ່ນໍ້າຂອງ, ລວມທັງການແລກປ່ຽນປະສົບການ ແລະ ທັດສະນະຂອງຜູ້ເຂົ້າຮ່ວມຈາກປະເທດຕ່າງໆ ແລະ ຂະແໜງການຕ່າງໆໃນທົ່ວພາກພື້ນ. ຊຶ່ງສຳມະນາຄັ້ງນີ້ ຈະດຳເນີນໄປໃນຮູບອອນລາຍ ເປັນເວລາສອງອາທິດ ນັບແຕ່ ວັນທີ 7-18 ມິຖຸນາ.ກຳນົດປິດຮັບສະໝັກ ວັນທີ 21 ເມສາ 2021.ຍັງມີໂອກາດຫຼາຍສຳລັບ ຜູ້ສະໝັກຄົນລາວ. ຊຶ່ງສາມາດປະກອບແບບຟອມໄດ້ທີ່ນີ້ https://form.jotform.com/210878789397076ສຶກສາຂໍ້ມູນກ່ຽວກັບໂຄງການນີ້ຕາມເອກະສານຄັດຕິດດັ່ງຕໍ່ໄປນີ້ >>>> Summer School on Land June 2021-Describeທ່ານສາມາດເຂົ້າເບິ່ງລາຍລະອຽດເພິ່ມເຕີມໄດ້ທີ່ນີ້ ...
ງານແຂ່ງຂັນປະກວດຜົນງານການສ້າງເລື່ອງເລົ່າດ້ວຍຂໍ້ມູນ(ກຳນົດສົ່ງ ວັນທີ 29 ມີນາ 2021)

ຈຸດປະສົງຂອງງານປະກວດຄັ້ງນີ້ ແມ່ນເພື່ອຊຸກຍູ້ສົ່ງເສີມບັນດາຜູ້ຊ່ຽວຊານ, ນັກຄົ້ນຄວ້າ, ນັກສຶກສາ ໂດຍສະເພາະເພດຍິງ ແລະ ຄົນຊົນເຜົ່າ ເພື່ອສະແດງໃຫ້ເຫັນຄຸນຄ່າຄວາມສຳຄັນຂອງຂໍ້ມູນ ໂດຍຜ່ານການເລົ່າເລື່ອງທີ່ເປັນຮູບພາບ ທັງເປັນການປະກອບສ່ວນເຂົ້າໃນຊຸມຊົນຂໍ້ມູນເປີດດ້ວຍການເພີ່ມຄວາມສາມາດໃນການເຂົ້າເຖິງຂໍ້ມູນຂ່າວສານດ້ານບໍລິການສາທາລະນະ. ໃນຊ່ວງການລະບາດຂອງພະຍາດໂຄວິດ-19, Open Development Mekong (ODM) ຮ່ວມກັບ SPIDER Center ເຊີນຊວນໃຫ້ບັນດາທ່ານປະກອບສ່ວນ ເຂົ້າຮ່ວມນຳໃຊ້ຄວາມຮູ້ ແລະ ສ້າງສັນຂໍ້ມູນ ເພື່ອສ້າງເປັນບົດເລື່ອງ ພາຍໃຕ້ຫົວຂໍ້ “ຜົນກະທົບຂອງ COVID-19” ໂດຍນຳໃຊ້ຂໍ້ມູນຕາມແພັດຟອມ ODI ຫຼື ແຫຼ່ງອື່ນໆທີ່ກ່ຽວຂ້ອງ.The Open Development Initiative (ODI) ພາຍໃຕ້ the East-West Management Institute (EWMI) ຂໍເຊີນບັນດາທ່ານ ສົ່ງຜົນງານ ການເລົ່າບົດເລື່ອງໂດຍນຳໃຊ້ຂໍ້ມູນປະກອບ. ໂດຍສະເພາະ ຜູ້ເຂົ້າຮ່ວມທີ່ມາຈາກທຸກປະເທດ ລຸ່ມແມ່ນ້ຳຂອງເຊັ່ນ: ...
ງານມະຫະກໍາ ຜູ້ເຮັດວຽກດ້ານສື່ ຢູ່ ສປປ ລາວ ຄັ້ງທີ່ 1

ງານມະຫະກໍາ ຜູ້ເຮັດວຽກດ້ານສື່ ຢູ່ ສປປ ລາວ ຄັ້ງທີ່ 1 (Lao Media Start-Up Expo) ວັນທີ: ເສົາ-ທິດ ທີ 13-14/03/2021 ເວລາ: 09:00-20:30 ສະຖານທີ່: ດ້ານໃນສູນກາງຊາວໜຸ່ມ, ບ້ານໂພນທັນໃນງານ ທ່ານຈະໄດ້ພົບປະກັບ ຫຼາກຫຼາຍບຸກຄົນ ແລະ ສາຂາອາຊີບ ທີ່ເຮັດກ່ຽວກັບສື່ອອນລາຍ ແລະ ອອຟລາຍ!!!ພາຍໃນງານ ທ່ານຈະໄດ້ຮັບຄວາມຮູ້ ແລະ ຄວາມມ່ວນຊື່ນຫຼາຍຢ່າງ ຈາກການ:– ຮັບຟັງເຄັດລັບ ໃນການເຮັດສື່ອອນລາຍ ແລະ ອອຟລາຍ– ການຝຶກອົບຮົມ ກ່ຽວກັບການເຮັດສື່ອອນລາຍ– ການວາງສະແດງສິນຄ້າ ກ່ຽວກັບສື່– ການຮັບຊົມຕົວຢ່າງຜົນງານ ກ່ຽວກັບສື່– ການແຂ່ງຂັນ ຊິງລາງວັນ– ການແຂ່ງຂັນໄອເດຍ ດ້ານສື່– ...