[ປະກາດຮັບສະໝັກ]: ງານເຝິກອົບຮົມການຜະລິດຊຸດວີດີໂອການເລົ່າເລື່ອງທີ່ມີຜົນກະທົບຕໍ່ສິ່ງແວວລ້ອມແລະລະບົບນິເວດແມ່ນ້ຳຂອງ.

ເຄືອຂ່າຍນັກຂ່າວໂລກ (Earth Journalism Network) ເປີດຕົວໂຄງການຮັບສະໝັກ ວິດີໂອເລົ່າເລື່ອງຂອງແມ່ນໍ້າຂອງ, ວີດີໂອຊຸດ Our Say Step-up ມີຈຸດປະສົງເພື່ອຝຶກອົບຮົມຜູ້ຜະລິດເນື້ອຫາຈາກບັນດາປະເທດລຸ່ມແມ່ນໍ້າຂອງ ໃນການພັນລະນາເລົ່າເລື່ອງເພື່ອໃຫ້ເປັນທີ່ດຶງດູດກ່ຽວກັບກັບການຄຸ້ມຄອງຊັບພະຍາກອນທໍາມະຊາດ. ກິດຈະກໍານີ້ແມ່ນດໍາເນີນໂດຍການຮ່ວມມືກັບກອງທຶນໂລກເພື່ອທໍາມະຊາດ (WWF).

10 ແນວ​ຄວາມ​ຄິດ​ເລື່ອງ​ທີ່​ດີ​ທີ່​ສຸດ​ຈະ​ໄດ້​ຮັບ​ລາງ​ວັນເປັນທຶນ​ຊ່ວຍ​ເຫຼືອຈຳນວນ 2,500 ໂດລາສະຫະລັດ ໃນການນຳສະເໜີຜົນງານຂອງຕົນ​.

ວັນທີ/ເວລາ:

ຊຸດຝຶກອົບຮົມ 2 ຊຸດນີ້ ຈະໄດ້ຈັດຂື້ນໃນຕົ້ນເດືອນມິຖຸນາ:

ການ​ຝຶກ​ອົບ​ຮົມຈະມີຂື້ນໃນຮູບແບບ​ອອນ​ໄລ​ນ​໌​​ເປັນ​ພາ​ສາ​ອັງ​ກິດ​, ເປົ້າ​ຫມາຍ​ຜູ້​ຜະ​ລິດ​ເນື້ອ​ຫາ 15 ຫົວຂໍ້ຈາກ​ທົ່ວ​ພາກ​ພື້ນ​ແມ່​ນຳ້ຂອງ​, ແລະ ການ​ຝຶກ​ອົບ​ຮົມ​ຕົວ​ຈິງ​ຈະ​ຈັດ​ຂຶ້ນ​ຢູ່​ບາງ​ກອກ, ​ໂດຍ​ແນ​ໃສ່​ຜູ້​ເຂົ້າ​ຮ່ວມ​ທີ່​ເວົ້າ​ພາ​ສາ​ໄທ 10 ຄົນ.


ເປົ້າໝາຍ: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ.

ກຳນົດສົ່ງແບບຟອມສະໝັກ: 6 ເມສາ 2023, 11:59 PM, Asia/Ho_Chi_Minh (UTC +07)

ຂໍ້ມູນເພີ່ມເຕີມກະລຸນາ >>> ກົດທີ່ນີ້.