ການພັດທະນາດ້ານສັງຄົມ

ການພັດທະນາດ້ານສັງຄົມສະເໜີບັນຫາດ້ານສັງຄົມທີ່ພົ້ນເດັ່ນ ໂດຍສະເພາະບັນຫາຄວາມທຸກຍາກ,​ ການຫວ່າງງານ, ການແບ່ງແຍກທາງສັງຄົມ, ແລະ ຄົ້ນຄວ້າການແກ້ໄຂຄວາມທຸກຍາກໃນຂອບເຂດບັນຫາທາງສັງຄົມ ແລະ ໂຄງສ້າງຕ່າງໆ ທີ່ບໍ່ແມ່ນສະເພາະແຕ່ກ່ຽວກັບດ້ານລະດັບລາຍຮັບ.

ສປປ ລາວ ໄດ້ບັນລຸເປົ້າໝາຍຕາມຄວາມມຸ່ງໝັ້ນຈຳນວນໜຶ່ງ. ລະດັບຄວາມທຸກຍາກໄດ້ຫຼຸດລົງກວ່າເຄິ່ງໜຶ່ງ ຈາກ 46.0% ໃນປີ 1992/93 ມາເປັນ 23.3% ໃນປີ 2012/13, ອັດຕາການຂະຫຍາຍຕົວຂອງ GDP ໃນຊ່ວງທົດສະວັດຜ່ານມາສະເລ່ຍ 7.8% ແລະ ວຽກງານດ້ານການສຶກສາ ແລະ ສຸຂະພາບມີການປັບປຸງຢ່າງເຫັນໄດ້ຈະແຈ້ງ.1

ເຖິງຢ່າງໃດກໍຕາມ ລາວກໍຍັງຄົງຜະເຊີນກັບສິ່ງທ້າທາຍໃນຫຼາຍດ້ານເຊັ່ນ: ການຂາດໂພຊະນາການໃນເດັກ, ອັດຕາການເກີດຫຼຸດຕ່ຳລົງ, ອັດຕາການຕາຍຂອງແມ່ຍັງຄົງສູງ ແລະ ການຂາດແຄນງົບປະມານຍັງມີສູງ.2

ດັດຊະນີການພັດທະນາມະນຸດ (HDI) ແມ່ນເຄື່ອງມືວັດແທກການພັັດທະນາຂອງແຕ່ລະປະເທດໂດຍສະເລ່ຍ ໃນວຽກງານດ້ານສຸຂະພາບ, ການສຶກສາ ແລະ ລາຍຮັບຕໍ່ຫົວຄົນ, ເຊິ່ງຄ່າທີ່ສູງ (ຫາ 1) ໝາຍເຖິງໃນປະເທດມີການພັດທະນາມະນຸດທີ່ສູງ. ລາວມີການປັບປຸງຂຶ້ນໃນດ້ານຕົວເລກດັດຊະນີການພັດທະນາມະນຸດ (HDI), ໃນໄລຍະແຕ່ປີ 1990-2017 ເຊິ່ງເພີ່ມຂຶ້ນຈາກ 0.400 ມາເປັນ 0.601. ປີ 2017 ລາວຢູ່ໃນອັນດັບທີ 139 ໃນ 188 ປະເທດ ສຳລັບ HDI, ແລະ ຢູ່ໃນອັນດັບ 109 ໃນ 151 ປະເທດ ສຳລັບດັດຊະນີການພັດທະນາມະນຸດດ້ານຄວາມບໍ່ສະເໝີພາບສະເລ່ຍ (IHDI). IHDI ວັດແທກຈາກການລວມຄ່າ HDI ກັບການແຈກຢາຍຂອງ HDI ໃນປະຊາກອນທັງໝົດ (ຄ່າ 1 ໝາຍເຖິງຄວາມສະເໝີພາບໂດຍສົມບູນ). ປີ 2017 ລາວມີອັນດັບ IHDI ທີ່ຕ່ຳທີ່ສຸດໃນພາກພື້ນອາຊີຕາເວັນອອກສຽງໃຕ້, ພາຍໃຕ້ຄ່າດັດສະນີ 0.445, ເຊິ່ງໃກ້ຄຽງກັບປະເທດຕີມໍເລັສເຕ ທີ່ຢູ່ໃນອັນດັບທີ 107, ດ້ວຍດັດສະນີ 0.452.3 

ຄວາມທຸກຍາກ ແລະ ລາຍຮັບ

ອັດຕາຄວາມທຸກຍາກໃນ ສປປ ລາວ ຫຼຸດລົງຈາກ 33.5% ມາເປັນ 23.2% ແຕ່ປີ 2002/03 ຫາ 2012/13, ເຊິ່ງໄດ້ຍົກສະຖານະປະຊາຊົນເຄິ່ງລ້ານຄົນໃຫ້ຫຼຸດພົ້ນຈາກຄວາມທຸກຍາກ.4 ດ້ວຍເຫດນີ້ ປະເທດລາວຈຶ່ງເຮັດສຳເລັດຕາມເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDG) ໃນການຫຼຸດຜ່ອນຄວາມທຸກຍາກທີ່ສຸດລົງກວ່າເຄິ່ງໜຶ່ງ. ເຊິ່ງສາມາດເຫັນໄດ້ຈາກຈຳນວນການເຂົ້າເຖິງກະແສໄຟຟ້າຂອງປະຊາຊົນເພີ່ມຂຶ້ນສອງເທົ່າ (93%); ອັດຕາສ່ວນຂອງປະຊາຊົນທີ່ບໍ່ມີວິດຖ່າຍຫຼຸດລົງເຄິ່ງໜຶ່ງ (23.9%);  ຈຳນວນການເຂົ້າເຖິງນ້ຳປະປາເພີ່ມເປັນ 83.9%.5 ສິ່ງເຫຼົ່ານີ້ເປັນຕົວຢັ້ັງຢືນຄວາມຈິງທີ່ວ່າ ການຫຼຸດຜ່ອນຄວາມທຸກຍາກແມ່ນໜ້າວຽກບູລິມະສິດໃນແຜນນະໂຍບາຍແຫ່ງຊາດ. ເຊິ່ງເປົ້າໝາຍລວມໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 8 ແມ່ນການຫຼຸດຜ່ອນຄວາມທຸກຍາກ ແລະ ການຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາທີ່ສຸດ.6

ເຖິງຢ່າງໃດກໍຕາມ ໃນຂະນະດຽວກັນ ຄາດຄະເນຄ່າສຳປະສິດ ຈິນີ ເຊິ່ງວັດແທກຄວາມບໍ່ສະເໝີພາບດ້ານລາຍຮັບ (ເຊິ່ງ 0 = ຄວາມສະເໝີພາບຢ່າງສົມບູນ ແລະ 1 = ບໍ່ມີຄວາມສະເໝີພາບ)  ແມ່ນເພີ່ມຂຶ້ນຈາກ 0.311 ໃນປີ 1992–1993 ມາເປັນ 0.364 ໃນປີ 2012–2013, ເຊິ່ງໝາຍຄວາມວ່າຄວາມບໍ່ສະເໝີພາບໃນປະຈຸບັນມີລັກສະນະເພີ່ມຂຶ້ນ. ການເພີ່ມຂື້ນຂອງຕົວເລກດັ່ງກ່າວ ບວກກັບການຫຼຸດລົງຂອງຄວາມທຸກຍາກສະແດງໃຫ້ເຫັນວ່າ ໃນຂະນະທີ່ຄົນທຸກຍາກມີຊີວິດການເປັນຢູ່ທີ່ດີຂຶ້ນ, ຄົນຮັ່ງມີກໍຍິ່ງໄດ້ຮັບຜົນປະໂຫຍດໃນອັດຕາທີ່ເພີ່ມຂຶ້ນເຊັ່ນກັນ.7

ອີກບັນຫາໜຶ່ງກໍຄືປະຊາຊົນຈຳນວນຫຼາຍທີ່ຫຼຸດພົ້ນຈາກຄວາມທຸກຍາກ ແມ່ນຍັງຄົງດຳລົງຊີວິດ ຢູ່ໃກ້ກັບເສັ້ນມາດຖານຄວາມທຸກຍາກ, ເຊິ່ງໂດຍສະເລ່ຍ ເຄິ່ງໜຶ່ງຂອງຈຳນວນຜູ້ທຸກຍາກໃນປີ 2013 ບໍ່ຢູ່ໃນສະຖານະທຸກຍາກໃນປີ 2008. ອີງຕາມຂໍ້ມູນຈາກທະນາຄານໂລກ ໃນປີ 2013, 90% ຂອງປະຊາກອນລາວແມ່ນມີລາຍຮັບສະເລ່ຍຕ່ຳກວ່າ 2.50 ໂດລາ ແລະ 10% ມີໂອກາດທີ່ຈະກັບເຂົ້າສູ່ສະຖານະທຸກຍາກ.8 ຄວາມບອບບາງດັ່ງກ່າວນີ້ແມ່ນຍ້ອນປັດໃຈຫຼາຍຢ່າງເຊັ່ນ ການປ່ຽນແປງທາງດ້ານກະສິກຳ ແລະ ສຸຂະພາບ.

ໂດຍສະເພາະ ຄວາມບອບບາງຕໍ່ໄພຈາກການປ່ຽນແປງຂອງສະພາບອາກາດໄດ້ສົ່ງຜົນກະທົບເພີ່ມຂຶ້ນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ປະເທດລາວມີຄວາມອ່ອນໄຫວສູງຕໍ່ໄພທຳມະຊາດເຊັ່ນ ໄພແຫ້ງແລ້ງ, ນ້ຳຖ້ວມ ແລະ ດິນເຊາະເຈື່ອນ ເຊິ່ງໄດ້ສ້າງຄວາມເສຍຫາຍເປັນວົງກວ້າງຕໍ່ຜົນຜະລິດກະສິກຳ, ເຮືອນຊານ, ພື້ນຖານໂຄງລ່າງ, ລະບົບຊົນລະປະທານ ແລະ ການແຜ່ລະບາດຂອງພະຍາດເຂດຮ້ອນໂດຍລວມ. ສິ່ງເຫຼົ່ານີ້ໄດ້ສົ່ງຜົນທາງລົບຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ສຸຂະພາບ, ໂດຍສະເພາະແມ່ນຕໍ່ຜູ້ທຸກຍາກ ແລະ ຜູ້ທີ່ດຳລົງຢູ່ໃກ້ກັບເສັ້ນມາດຖານຄວາມທຸກຍາກ.9

ສຸຂະພາບ

ອາຍຸຍືນສະເລ່ຍຂອງພົນລະເມືອງລາວໃນປີ 2016 ແມ່ນຢູ່ທີ່ 64 ປີ ສຳລັບຜູ້ຊາຍ ແລະ 67 ປີສຳລັບຜູ້ຍິງ.10 ອັດຕາການຕາຍຂອງແມ່ຫຼຸດລົງເຖິງ 78% ໃນລະຫວ່າງປີ 1990-2015, ຈາກອັດຕາການຕາຍຂອງແມ່ 905 ມາເປັນ 197 ຄົນຕໍ່ການເກີດລູກ 100,000 ຄັ້ງ; ເຖິງຢ່າງໃດກໍຕາມ, ຕົວເລກດັ່ງກ່າວຍັງເປັນອັດຕາທີ່ສູງສຸດໃນອາຊີຕາເວັນອອກສຽງໃຕ້.11 ສຳລັບອັດຕາການຕາຍຂອງເດັກປະຈຸບັນແມ່ນຢູ່ທີ່ 40 ຄົນ ຕໍ່ 1,000 ຄົນ. ອັດຕາການຕາຍຂອງເດັກຕ່ຳກວ່າ 5 ປີ (U5MR) ແມ່ນ 46 ຄົນຕໍ່ 1,000 ຄົນ. ອັດຕາການແຈກຢາຍວັກແຊງສ້າງພູມຄຸ້ມກັນສຳລັບເດັກນ້ອຍ 12 ຫາ 23 ເດືອນ ໃນທົ່ວປະເທດແມ່ນຢູ່ທີ່ 48%.12 

ໃນດ້ານສຸຂະພາບຈະເລີນພັນ ແມ່ຍິງອາຍຸລະຫວ່າງ 15-49 ປີ ຮັບການເກີດລູກຜ່ານຜູ້ຊ່ຽວຊານຜະດຸງຄັນໃນອັດຕາທີ່ເພີ່ມຂຶ້ນຈາກ 37.5% ເປັນ 64.4% ແຕ່ປີ 2011 ຫາ 2017. ອັດຕາການມີລູກສະເລ່ຍຂອງແມ່ຍິງລາວຫຼຸດລົງຈາກ 3.2 ຄົນໃນປີ 2011 ມາເປັນ 2.7ຄົນ ໃນປີ 2017 ຍ້ອນມີການສົ່ງເສີມການນຳໃຊ້ວິທີການຄຸມກຳເນີດທີ່ທັນສະໃໝ.13

ດັດສະນີຄວາມອຶດຫິວໂລກສະແດງສະຖານະການຂາດສານອາຫານ ແລະ ໂພຊະນາການຂອງແຕ່ລະປະເທດ. ແຕ່ປີ 1990 ຫາ 2015 ອັດຕາສ່ວນຂອງພົນລະເມືອງລາວທີ່ມີຄວາມບົກພ່ອງດ້ານໂພຊະນາການຫຼຸດລົງຈາກ 42.8% ມາເປັນ 18.5%. ປະຈຸບັນ ໜຶ່ງໃນຫ້າຂອງຄົນລາວມີຄວາມບົກພ່ອງດ້ານໂພຊະນາການ ແລະ ມີເດັກນ້ອຍພຽງ 5% ໄດ້ຮັບສານອາຫານຂັ້ນຕ່ຳຢ່າງພຽງພໍ.14 

ໃນລັກສະນະດຽວກັບບັນຫາອື່ນໆ ການຂາດສານອາຫານມີຄວາມແຕກຕ່າງຢ່າງຈະແຈ້ງ ລະຫວ່າງເຂດຊົນນະບົດ-ຕົວເມືອງ; ພາວະເດັກເຕ້ຍ ແລະ ນ້ຳໜັກຫຼຸດເກນໃນຊົນນະບົດທີ່ບໍ່ມີຖະໜົນເຂົ້າເຖິງແມ່ນສູງກວ່າຕົວເມືອງເຖິງສອງເທົ່າ.15 ດັ່ງນັ້ນຈຶ່ງມີຄວາມຈຳເປັນໃນການໃຫ້ການສຶກສາດ້ານໂພຊະນາການສຳລັບແມ່ ຍ້ອນວ່າວັດທະນະທຳຄວາມເຊື່ອຖືບາງຢ່າງ ແລະ ຂໍ້ຫ້າມໃນການກິນອາຫານໃນຫຼາຍຊົນເຜົ່າເປັນປັດໃຈສຳຄັນຕໍ່ກັບການຂາດສານອາຫານດັ່ງກ່າວ.

ສາເຫດການຕາຍຫຼັກໃນ ສປປ ລາວ ລວມມີ: ໄຂ້ຫວັດໃຫຍ່ ແລະ ປອດອັກເສບ (13%), ໂລກຫຼອດເລືອດຫົວໃຈ (11%), ໂລກຫຼອດເລືອດສະໝອງ (10%), ແລະ ໄຂ້ເລືອດອອກ (9%).16 ການບໍລິການດ້ານສຸຂະພາບເພື່ອປິ່ນປົວຄົນເຈັບ ແລະ ອາການເຈັບປ່ວຍໃນປະຈຸບັນ ແມ່ນມີຄຸນະພາບຕ່ຳ. ໃນລະດັບສູນກາງ ແລະ ລະດັບພາກ ຈຳນວນແພດສາທາລະນະສຸກທີ່ສຳຄັນບໍ່ມີການແຈກຢາຍຢ່າງທົ່ວເຖິງ ແລະ ມີໜ້ອຍ (ມີພຽງປະມານເຄິ່ງໜຶ່ງຕາມການສະເໜີຂອງ WHO). ສຸກສາລາໂດຍທົ່ວໄປ ມີພະນັກງານແພດປະຈຳຢູ່ສີ່ຄົນ ແລະ ເກືອບເຄິ່ງໜຶ່ງຂອງຈຳນວນດັ່ງກ່າວບໍ່ເຄີຍໄດ້ຜ່ານການຝຶກອົບຮົມໃນການບໍລິການ. ໂດຍລວມ, ຄວາມພ້ອມໃນການບໍລິການ ແລະ ຄ່າຕອບແທນທີ່ຕ່ຳ ແມ່ນສາເຫດຫຼັກທີ່ເຮັດໃຫ້ການບໍລິການສາທາລະນະສຸກໃນລາວມີຄຸນນະພາບຕ່ຳ.17 

ໂຮງໝໍໃນລາວ-ສະແດງໃຫ້ເຫັນການຂາດແຄນດ້ານພະນັກງານ ແລະ  ພື້ນຖານໂຄງລ່າງສາທາລະນະສຸກ. ແຫຼ່ງຂໍ້ມູນ: http://jclao.com/journey-through-laos-where-are-all-the-doctors/

ການສຶກສາ

ປີ 2015, ອັດຕາການຮູ້ໜັງສືຂອງພົນລະເມືອງລາວທີ່ມີອາຍຸແຕ່ 15 ປີຂຶ້ນໄປ ແມ່ນ 84.7%, ເຊິ່ງເພີ່ມຂຶ້ນຈາກ 72.7% ໃນປີ 2005. ໃນຂະນະດຽວກັນ, ອັດຕາດັ່ງກ່າວຍັງຄົງມີຊ່ອງຫວ່າງດ້ານການສຶກສາລະຫວ່າງເພດ; ອັດຕາການຮູ້ໜັງສືຂອງແມ່ຍິງມີພຽງ 79.4%, ສ່ວນຜູ້ຊາຍແມ່ນມີເຖິງ 90%.18 ໂດຍສະເພາະຄວາມແຕກຕ່າງລະຫວ່າງອັດຕາການຮູ້ໜັງສືລະຫວ່າງເພດຊາຍ ແລະ ເພດຍິງແມ່ນມີສູງໃນທ້ອງຖິ່ນຊົນນະບົດ ແລະ ກຸ່ມຊົນເຜົ່າ.

ປີ 2014,  ສປປ ລາວ ໄດ້ບັນລຸເປົ້າໝາຍ MDG ໃນດ້ານການເຂົ້າໂຮງຮຽນ ເຊິ່ງມີອັດຕາການເຂົ້າຮຽນຊັ້ນປະຖົມສະເລ່ຍຢູ່ທີ່ 98.5%. ແຕ່ວ່າ ອັດຕາການປະລະການຮຽນແມ່ນມີຂ້ອນຂ້າງສູງໃນການສຶກສາຊັ້ນປະຖົມ ໂດຍສະເພາະໃນເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ.19 ສາເຫດໃນການປະລະການສຶກສາແມ່ນມີຫຼາກຫຼາຍ ນັບແຕ່ໂຮງຮຽນເປັນໂຮງຮຽນມູນ ໄປເຖິງຄຸນນະພາບກາບຮຽນການສອນຕ່ຳ. ຂະນະທີ່ ນັກຮຽນຊັ້ນປະຖົມມີຈຳນວນເພີ່ມຂຶ້ນ ແລະ ຫຼຸດລົງໃນຊັ້ນມັດທະຍົມ, ຄຸນນະພາບ ແລະ ປະສິດທະພາບໃນການຮ່ຳຮຽນຍັງຕ້ອງການການປັບປຸງ.20 ປີ 2014 ໜຶ່ງໃນສີ່ຂອງນັກຮຽນຊັ້ນປໍ 4 ບໍ່ສາມາດອ່ານໜັງສືໄດ້ ແລະ ອັດຕາການສອບເສັງຂຶ້ນປໍ 5 ແມ່ນຢູ່ທີ່ 81.1% ໃນປີ 2017.21

ຊ່ອງຫວ່າງດ້ານອັດຕາການເຂົ້າຮຽນສຸດທິແມ່ນມີລັກສະນະເພີ່ມຂຶ້ນຕາມລະດັບການສຶກສາ. ໂດຍສະເພາະແມ່ນໃນກຸ່ມຊາວຊົນນະບົດ ແລະ ຊົນເຜົ່າກຸ່ມນ້ອຍ (ທີ່ບໍ່ແມ່ນກຸ່ມລາວ-ໄຕ).22 

ຄວາມບໍ່ສະເໝີພາບລະຫວ່າງຍິງຊາຍ

ຄວາມບໍ່ສະເໝີພາບລະຫວ່າງຍິງຊາຍ ແມ່ນມີຫຼາຍໃນ ສປປ ລາວ, ເຊິ່ງແມ່ຍິງເປັນກຸ່ມທີ່ຜະເຊີນກັບອະຄະຕິຢູ່ໃນຫຼາຍຂະແໜງການ. ສ່ວນແບ່ງຂອງເພດຍິງໃນການອອກແຮງງານທີ່ມີລາຍຮັບໃນທຸກໆຂະແໜງການແມ່ນມີຕ່ຳ (35%). ນອກນີ້ ແມ່ຍິງຍັງມີຕຳແໜ່ງຕ່ຳກວ່າຜູ້ຊາຍໃນຕະຫຼາດແຮງງານ ແລະ ໂດຍທົ່ວໄປແມ່ນບໍ່ໄດ້ເຂົ້າຮ່ວມໃນຂະແໜງວຽກງານທາງການ. 64% ຂອງແຮງງານຍິງ ມີອາຊີບປະຖົມປະຖານ ແລະ 63% ປະກອບອາຊີບໃນຂະແໜງຮັບໃຊ້ບໍລິການ, ຮ້ານຄ້າ ແລະ ຂາຍເຄື່ອງຕາມຕະຫຼາດ. ອີກດ້ານໜຶ່ງ ຜູ້ຊາຍກວມເອົາສ່ວນໃຫຍ່ໃນອາຊີບລັດຖະກອນ, ຜູ້ຊ່ຽວຊານ, ວິຊາການ ແລະ ອາຊີບຊັ້ນນຳອື່ນໆ.23 ໃນສະພາແຫ່ງຊາດ, ສປປ ລາວ ແມ່ນໜຶ່ງໃນປະເທດທີ່ມີອັດຕາສ່ວນສະມາຊິກເພດຍິງສູງສຸດ (ປະມານ 27%) ເຊິ່ງສູງກວ່າຄ່າສະເລ່ຍໃນທົ່ວໂລກ. ເຖິງຢ່າງໃດກໍຕາມ ອັດຕາສ່ວນແມ່ຍິງໃນຕຳແໜ່ງການນຳອື່ນໆຂອງລັດຖະບານຍັງຄົງຕ່ຳ, ຢູ່ທີ່ 5% ໃນປີ 2012.24

ໃນດ້ານໂຄງສ້າງກົດໝາຍ ແລະ ການຄຸ້ມຄອງ, ສປປ ລາວ ໄດ້ໃຫ້ສັດຕະຍາບັນໃນອະນຸສັນຍາວ່າດ້ວຍການລົບລ້າງການເລືອກປະຕິບັດຕໍ່ແມ່ຍິງໃນທຸກຮູບແບບ (CEDAW) ໃນປີ 1981, ເຊິ່ງລາວເປັນປະເທດທີສອງຮອງຈາກປະເທດຟິລິປິນທີ່ລົງນາມໃນພາກພື້ນ. ໃນປີ 2003 ລາວໄດ້ມີການຈັດຕັ້ງຄະນະກຳມະການແຫ່ງຊາດວ່າດ້ວຍການພັດທະນາແມ່ຍິງ ເຊິ່ງທຳໜ້າທີ່ເປັນກົນໄກລະດັບຊາດເພື່ອປົກປ້ອງແມ່ຍິງ.25

ການປົກປ້ອງທາງສັງຄົມ

ແຜນປະກັນສັງຄົມໃນ ສປປ ລາວມີສອງປະເພດ. ປະເພດທີໜຶ່ງແມ່ນສຳລັບລັດຖະກອນ ເຊິ່ງຄຸ້ມຄອງໂດຍອົງການປະກັນສັງຄົມພາກລັດ (ອປລ) ມາຕັ້ງແຕ່ປີ 2007. ອີກປະເພດໜຶ່ງແມ່ນສຳລັບຂະແໜງການເອກະຊົນ ເຊິ່ງຄຸ້ມຄອງໂດຍອົງການປະກັນສັງຄົມພາກວິສາຫະກິດ (ອປສ) ມາຕັ້ງແຕ່ປີ 2000. ເຖິງແມ່ນວ່າອັດຕາສ່ວນຂອງຜູ້ອອກແຮງານໃນລະບົບທີ່ໄດ້ຮັບການຄຸ້ມຄອງພາຍໃຕ້ ອປສ ຈະບໍ່ຮູ້ຈຳນວນທີ່ແນ່ນອນ, ຈຳນວນສະມາຊິກ ແລະ ຜູ້ເຂົ້າໃໝ່ແມ່ນຄາດຄະເນຢູ່ທີ່ປະມານ 66,800 ຄົນ. ຈຳນວນດັ່ງກ່າວແມ່ນຖືວ່າຕ່ຳ ຍ້ອນວ້າການຄຸ້ມຄອງເບື້ອງຕົ້ນແມ່ນສຳລັບທຸລະກິດທີ່ມີລູກຈ້າງ 10 ຄົນຂຶ້ນໄປ ເຖິງວ່າຕໍ່ມາໄດ້ຂະຫຍາຍການຄຸ້ມຄອງໄປເຖິງທຸລະກິດທີ່ມີລູກຈ້າງໜຶ່ງຄົນຂຶ້ນໄປ. ມາຮອດປີ 2013 ຄາດຄະເນວ່າມີວິສາຫະກິດເອກະຊົນຈຳນວນ 1,150 ບໍລິສັດໃຫ້ການຄຸ້ມຄອງແກ່ພະນັກງານຂອງຕົນ.26

ເຖິງຢ່າງໃດກໍຕາມ ການປະກັນສັງຄົມຕາມກົດໝາຍຍັງບໍ່ທັນຄອບຄຸມທຸກຢ່າງ. ຕົວຢ່າງການຄຸ້ມຄອງສຸຂະພາບບໍ່ລວມເອົາການປິ່ນປົວບາງຢ່າງເຊັ່ນ ໂລກມະເລັງ, ການຜ່າຕັດຫົວໃຈ, ພະຍາດຊຳເຮື້ອຕ່າງໆ. ກອງທຶນການຄຸ້ມຄອງກໍມີຂີດຈຳກັດເຊັ່ນດຽວກັນ, ເຊິ່ງປະຈຸບັນຊຸດແຜນປະກັນສັງຄົມພື້ນຖານໃນ ສປປ ລາວມີປະມານ 95 ລ້ານໂດລາຕໍ່ປີ. ໃນນັ້ນແຜນການປະກັນສຸຂະພາບລວມມີປະມານ 30 ລ້ານໂດລາ ຂະນະທີ່ແຜນສຳລັບແມ່ໂດຍລວມມີປະມານ 9 ລ້ານໂດລາ.27 

ອີກດ້ານໜຶ່ງ, ລະບົບການປົກປ້ອງເດັກນ້ອຍໃນ ສປປ ລາວຍັງຄົງຜະເຊີນກັບສິ່ງທ້າທາຍຫຼາຍຢ່າງ. ການສົ່ງເສີມດ້ານການບໍລິການສຳລັບຄອບຄົວ ແລະ ຊຸມຊົນໃນການປົກປ້ອງເດັກນ້ອຍອາຍຸຕ່ຳກວ່າຫ້າປີ ຈາກສະຖານະຄວາມສ່ຽງ ແລະ ອັນຕະລາຍແມ່ນມີຈຳກັດ. ອັດຕາການຈົດທະບຽນເດັກໃນສຳມະໂນຄົວໂດຍສະເລ່ຍໃນປະຈຸບັນແມ່ນຢູ່ທີ່ 73%. ພໍ່ແມ່ ຫຼື ຜູ້ປົກຄອງເດັກສ່ວນໃຫຍ່ບໍ່ມີຄວາມຮູ້ຄວາມເຂົ້າໃຈກ່ຽວກັບວິທີການໃນການຈົດທະບຽນການເກີດຂອງເດັກກັບເຈົ້າໜ້າທີ່ພົນລະເຮືອນ. ການລົງໂທດທາງຮ່າງກາຍຕໍ່ເດັກນ້ອຍຕ່ຳກວ່າ 14 ປີ ດ້ວຍວິທີການທີ່ຮຸນແຮງມີຂ້ອນຂ້າງສູງ (69%). ການແຕ່ງງານໃນເດັກຍິງອາຍຸບໍ່ເກີນ 18 ປີ ຍັງຄົງມີຢູ່ທັງໃນຊົນນະບົດ ແລະ ຕົວເມືອງ (16.3% ແລະ 7.1% ຕາມລຳດັບ).28

ຄົນພິການ

ຄວາມພິການແມ່ນສ່ວນໜຶ່ງຂອງການແບ່ງແຍກທາງສັງຄົມໃນລາວ. ໃນນີ້ສ່ວນໜຶ່ງແມ່ນເນື່ອງມາຈາກບັນຫາດ້ານລະເບີດທີ່ຍັງບໍ່ທັນແຕກ (ລບຕ) ເຮັດໃຫ້ມີອັດຕາຄົນພິການໃນລາວມີສູງ. ອີງຕາມອົງການອະນາໄມໂລກ, ປະຊາຊົນລາວ 10% ເປັນຄົນພິການ. ສາເຫດຂອງການພິການລວມມີ ຄວາມບົກພ່ອງໂດຍກຳເນີດ, ອຸບັດຕິເຫດ, ການຕິດເຊື້ອ, ການເປັນພະຍາດ, ແລະ ຄວາມບົກພ່ອງດ້ານໂພຊະນາການ. ຄົນພິການໃນລາວຜະເຊີນກັບອຸປະສັກຫຼາຍຢ່າງເຊັ່ນ ຄວາມອັບອາຍໃນສັງຄົມ ແລະ ການຂາດໂອກາດໃນການເຂົ້າເຖິງການຮັກສາສຸຂະພາບ ແລະ ການສຶກສາທີ່ເໝາະສົມ.29 

ເຖິງແມ່ນວ່າລັດຖະບານບໍ່ໄດ້ສ້າງແຜນສະະພາະ ຫຼື ໂຄງສ້າງສະໜັບສະໜູນສຳລັບຄົນພິການ, ແຕ່ກໍມີໂຄງສ້າງທາງກົດໝາຍຫຼາຍຢ່າງທີ່ລວມເອົາທິດຊີ້ນຳສຳລັບຜູ້ພິການ. ເຊິ່ງຈະສະເໜີໂຄງສ້າງທີ່ສຳຄັນດັ່ງຕໍ່ໄປນີ້:30:

  • ລັດຖະທຳມະນູນແຫ່ງ ສປປ ລາວ ປີ 1991 ກ່າວວ່າພົນລະເມືອງລາວທຸກຄົນມີສິດສະເໝີພາບຕໍ່ໜ້າກົດໝາຍ ເຊິ່ງໝາຍເຖິງຜູ້ພິການທຸກຄົນກໍມີສິດໃນລັກສະນະດຽວກັນໃນຖານະພົນລະເມືອງ
  • ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 178/1993 ວ່າດ້ວຍແຜນປະກັນສັງຄົມສຳລັບລັດຖະກອນ ໃຫ້ການຟື້ນຟູສຸຂະພາບ ແລະ ເບ້ຍບຳເນັດລ້ຽງສຳລັບຜູ້ພິການ
  • ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 18/1995 ວ່າດ້ວຍຄະນະກຳມາທິການແຫ່ງຊາດສຳລັບຄົນພິການ ສ້າງຕັ້ງຄະນະກຳມາທິການແຫ່ງຊາດສຳລັບຄົນພິການ (NCDP) ເຊິ່ງເປັນໜ່ວຍງານຫຼັກຂອງລັດທີ່ຮັບຜິດຊອບກ່ຽວກັບບັນຫາຜູ້ພິການ ແລະ ມີໜ້າທີ່ໃຫ້ຄຳແນະນຳແກ່ລັດຖະບານໃນດ້ານນະໂຍບາຍ, ໂຄງການ ແລະ ການບໍລິການທີ່ກ່ຽວຂ້ອງກັບຜູ້ພິການ.
  • ກົດໝາຍແຮງງານ 2006 ໃຫ້ການຄຸ້ມຄອງຕໍ່ຜູ້ອອກແຮງງານທີ່ພິການໃນການປະກອບອາຊີບຕາມລະດັບທັກສະ ແລະ ຄວາມສາມາດຂອງເຂົາເຈົ້າ ໃນອັດຕາຄ່າຈ້າງທີ່ເທົ່າທຽມກັບຜູ້ອອກແຮງງານທົ່ວໄປ.
  • ກົດໝາຍວ່າການປົກປ້ອງດ້ວຍສິດ ແລະ ຜົນປະໂຫຍດຂອງເດັກນ້ອຍ ປີ 2006 ໃຫ້ການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກນ້ອຍ ລວມທັງເດັກພິການ.
  • ດຳລັດເລກທີ 137/2014 ວ່າດ້ວຍສິດທິຂອງຄົນພິການ ຮັບປະກັນສິດ ແລະ ຜົນປະໂຫຍດຂອງຄົນພິການ ໂດຍການລົບລ້າງການຈຳແນກໃນທຸກຮູບແບບຕໍ່ຜູ້ພິການ ແລະ ສົ່ງເສີມຄວາມສະເໝີພາບໃນກິດຈະກຳທາງສັງຄົມ.

NCDP ແມ່ນຄຸ້ມຄອງໂດຍຜູ້ຕາງໜ້າຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ກົມກອງອື່ນໆທີ່ກ່ຽວຂ້ອງການການຄຸ້ມຄອງຄົນພິການລວມມີ ກົມນັກຮົບເກົ່າ, ກະຊວງສາທາລະນະສຸກ, ແລະ ກະຊວງສຶກສາທິການ. ອົງການຈັດຕັ້ງທີ່ໃຫ້ການຊ່ວຍເຫຼືອຄົນພິການລວມມີ ສະມາຄົມຄົນພິການແຫ່ງຊາດລາວ (LNDPA), ສູນພັດທະນາແມ່ຍິງພິການລາວ (LDWDC), ແລະ ສະມາຄົມຄົນພິການທາງສາຍຕາ.

ສູນພັດທະນາແມ່ຍິງພິການລາວ. ແຫຼ່ງຂໍ້ມູນ: http://vientiane.holiday/lao-disabled-womens-development-centre/

ຊົນເຜົ່າ

ສປປ ລາວ ເປັນປະເທດໜຶ່ງທີ່ມີຄວາມຫຼາກຫຼາຍທີ່ສຸດທາງດ້ານຊົນເຜົ່າໃນພາກພື້ນອາຊີຕາເວັນອອກສຽງໃຕ້. ລັດຖະບານລາວບໍ່ນຳໃຊ້ຄຳວ່າ “ຊົນກຸ່ມນ້ອຍ” ຫຼື “ຊົນເຜົ່າກຸ່ມນ້ອຍ” ແຕ່ຖືເອົາພົນລະເມືອງລາວທຸກຄົນເປັນ “ຊົນເຜົ່າ” ຢ່າງເປັນທາງການ, ເຊິ່ງລວມໄປເຖິງພົນລະເມືອງກຸ່ມໃຫຍ່ ລາວ-ໄຕ.31 ປະເທດລາວມີສີ່ກຸ່ມຊົນເຜົ່າຫຼັກຕາມໝວດພາສາ ເຊິ່ງປະກອບດ້ວຍ 49 ຊົນເຜົ່າ ແລະ ແບ່ງອອກເປັນກວ່າ 200 ຊົນເຜົ່າຍ່ອຍ.32 ຍ້ອນຈຳນວນ ແລະ ຄວາມຫຼາກຫຼາຍຂອງຊົນເຜົ່າ ເຮັດໃຫ້ເຂົາເຈົ້າຜະເຊີນກັບສິ່ງທ້າທາຍຫຼາຍຢ່າງ ນັບແຕ່ການເຂົ້າເຖິງຊັບພະຍາກອນ ໄປເຖິງຄວາມບໍ່ສະເໝີພາບລະຫວ່າງປະຊາກອນໃນຊົນນະບົດ ແລະ ຕົວເມືອງ.

ໜ້າເວັບທີ່ກ່ຽວຂ້ອງ

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

H9RXM
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!