ການພັດທະນາດ້ານສັງຄົມ

ວຽກງານທີ່ດິນ

ການນຳໃຊ້ທີ່ດິນໃນປະເທດລາວປັດຈຸບັນແມ່ນມີທ່າກ້າວປ່ຽນແປງທີ່ສຳຄັນຫຼາຍຢ່າງ. ໃນຈຳນວນ 50 ຊົນເຜົ່າສ່ວນໃຫຍ່ດຳລົງຊີວິດຕາມແບບແຜນປະເພນີ, ເກັບກ່ຽວເຄື່ອງປ່າຂອງດົງ, ຮັກສາດູແລທີ່ດິນໂດຍຜ່ານການເຮັດໄຮ່ນາກະສິກຳ ແຕ່ນະໂຍບາຍບາງຂໍ້ຂອງລັດຖະບານ ໄດ້ຫຼຸດການນຳໃຊ້ທີ່ດິນກະສິກຳໂດຍພຶດຕິໃນ.1 ພ້ອມນັ້ນ, ສົງຄາມອິນໂດຈີນ ກໍເປັນເງື່ອນໄຂໃຫ້ປະຊາຊົນໂຕນໜີຈາກບ້ານເກີດເມືອງນອນ ແລະ ຊອກຫາຖິ່ນຖານທີ່ຢູ່ອາໃສໃໝ່.2  ການຍ້າຍຖິ່ນຖານໄດ້ເຮັດໃຫ້ປະຊາຊົນຈຳນວນຫຼາຍສິບພັນຄົນ ທີ່ອາໃສຢູ່ໃນເຂດພູດອຍນັ້ນ ໄປອາໃສຢູ່ສະຖານທີ່ໃໝ່ທີ່ໃກ້ກັບຖະໜົນຫົນທາງ ແລະ ການບໍລິການສາທາລະນະ.3ທິວທັດແສງແດດ ແລະ ທ້ອງຟ້າທີ່ມີລົມພັດຜ່ານພູຜາ ແລະ ທົ່ງນາທີ່ເມືອງວັງວຽງ, ປະເທດລາວ. ຮູບພາຍໂດຍ Basile Morin, Wikimedia commons, ຖ່າຍວັນທີ  19 ມິຖຸນາ 2020, ພາຍໃຕ້ລິຂະສິດ  CC-BY-SA 4.0.ຄວາມຫຼາກຫຼາຍທາງດ້ານຊີວະນາພັນຂອງ ສປປ ລາວ ໄດ້ຫຼຸດລົງ ດ້ວຍສາເຫດມາຈາກການເຕີບໂຕຂອງປະຊາກອນ, ການປ່ຽນແປງການນໍາໃຊ້ທີ່ດິນ, ການຂຸດຄົ້ນຊັບພະຍາກອນ ແລະ ການຫັນປ່ຽນໄປສູ່ເສດຖະກິດຕະຫຼາດ.4  ອີງໃສ່ຍຸດທະສາດແຫ່ງຊາດກ່ຽວກັບ “ການຫັນທີ່ດິນເປັນທຶນ”5 ...

ການພັດທະນາດ້ານສັງຄົມ

ການພັດທະນາດ້ານສັງຄົມສະເໜີບັນຫາດ້ານສັງຄົມທີ່ພົ້ນເດັ່ນ ໂດຍສະເພາະບັນຫາຄວາມທຸກຍາກ,​ ການຫວ່າງງານ, ການແບ່ງແຍກທາງສັງຄົມ, ແລະ ຄົ້ນຄວ້າການແກ້ໄຂຄວາມທຸກຍາກໃນຂອບເຂດບັນຫາທາງສັງຄົມ ແລະ ໂຄງສ້າງຕ່າງໆ ທີ່ບໍ່ແມ່ນສະເພາະແຕ່ກ່ຽວກັບດ້ານລະດັບລາຍຮັບ.ສປປ ລາວ ໄດ້ບັນລຸເປົ້າໝາຍຕາມຄວາມມຸ່ງໝັ້ນຈຳນວນໜຶ່ງ. ລະດັບຄວາມທຸກຍາກໄດ້ຫຼຸດລົງກວ່າເຄິ່ງໜຶ່ງ ຈາກ 46.0% ໃນປີ 1992/93 ມາເປັນ 23.3% ໃນປີ 2012/13, ອັດຕາການຂະຫຍາຍຕົວຂອງ GDP ໃນຊ່ວງທົດສະວັດຜ່ານມາສະເລ່ຍ 7.8% ແລະ ວຽກງານດ້ານການສຶກສາ ແລະ ສຸຂະພາບມີການປັບປຸງຢ່າງເຫັນໄດ້ຈະແຈ້ງ.1ເຖິງຢ່າງໃດກໍຕາມ ລາວກໍຍັງຄົງຜະເຊີນກັບສິ່ງທ້າທາຍໃນຫຼາຍດ້ານເຊັ່ນ: ການຂາດໂພຊະນາການໃນເດັກ, ອັດຕາການເກີດຫຼຸດຕ່ຳລົງ, ອັດຕາການຕາຍຂອງແມ່ຍັງຄົງສູງ ແລະ ການຂາດແຄນງົບປະມານຍັງມີສູງ.2ດັດຊະນີການພັດທະນາມະນຸດ (HDI) ແມ່ນເຄື່ອງມືວັດແທກການພັັດທະນາຂອງແຕ່ລະປະເທດໂດຍສະເລ່ຍ ໃນວຽກງານດ້ານສຸຂະພາບ, ການສຶກສາ ແລະ ລາຍຮັບຕໍ່ຫົວຄົນ, ເຊິ່ງຄ່າທີ່ສູງ (ຫາ 1) ໝາຍເຖິງໃນປະເທດມີການພັດທະນາມະນຸດທີ່ສູງ. ລາວມີການປັບປຸງຂຶ້ນໃນດ້ານຕົວເລກດັດຊະນີການພັດທະນາມະນຸດ (HDI), ...

ຊົນເຜົ່າ ແລະ ຊົນກຸ່ມນ້ອຍ

ປະເທດລາວເປັນປະເທດໜຶ່ງໃນອາຊີຕາເວັນອອກສຽງໃຕ້ທີ່ມີຄວາມຫຼາກຫຼາຍທີ່ສຸດທາງດ້ານຊົນເຜົ່າ. ປະຊາຊົນລາວປະກອບໄປດ້ວຍ 4 ຕະກຸນຊົນເຜົ່າຕາມໝວດພາສາຄື: ລາວ-ໄຕ (62.4 ເປີເຊັນ), ມອນ-ຂະແມ (23.7 ເປີເຊັນ), ມົ້ງ-ອິວມ້ຽນ (9.7 ເປີເຊັນ), ແລະ ຈີນ-ທິເບດ (2.9 ເປີເຊັນ)1, ເຊິ່ງປະກອບດ້ວຍ 50 ຊົນເຜົ່າຢ່າງເປັນທາງການ2 ໃນ 50 ຊົນເຜົ່າດັ່ງກ່າວອາດແຈກແຊກອອກເປັນ 200 ກວ່າເຜົ່າ.3 ...

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

KTb9c
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!