SDG 15 ສິ່ງທີ່ມີຊີວິດເທິງໜ້າດິນ

ເປົ້າໝາຍການພັດທະນາແບບຍືນຍົງ 15 – “ສິ່ງທີ່ມີຊີວິດເທິງໜ້າດິນ” – ແມ່ນແນໃສ່ການປົກປັກຮັກສາ ແລະ ຟຶ້ນຟູລະບົບນິເວດໜ້າດິນ. ເປົ້າໝາຍດັ່ງກ່າວໂດຍສະເພາະ ແມ່ນແນໃສ່ການຄຸ້ມຄອງປ່າໄມ້, ການປ່ຽນສະພາບເປັນທະເລຊາຍ, ການເສື່ອມສະພາບຂອງດິນ ແລະ ຊີວະນາໆພັນ.  ເພື່ອບັນລຸຈຸດໝາຍດັ່ງກ່າວນີ້, SDG15 ລວມມີ 12 ເປົ້າໝາຍ ເຊິ່ງແຕ່ລະເປົ້າໝາຍປະກອບດ້ວຍຕົວຊີ້ວັດເພື່ອວັດແທກຄວາມຄືບໜ້າ. ເກົ້າເປົ້າໝາຍທຳອິດ, ເປົ້າໝາຍທີ 15.1–15.9, ແມ່ນສະເໜີກ່ຽວກັບຂົງເຂດການປົກປັກຮັກສາສິ່ງແວດລ້ອມ ສ່ວນອີກສາມເປົ້າໝາຍທີ່ຍັງເຫຼືອ, ເປົ້າໝາຍ 15.A–15.C, ແມ່ນກ່ຽວກັບການລົງທຶນ ແລະ ການສະໜັບສະໜູນໂຄງການ.1

ຈາກເປົ້າໝາຍການພັດທະນາແຫ່ງສະຫະສະວັດສູ່ເປົ້າໝາຍ SDG15

ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ແມ່ນສ້າງຂຶ້ນເພື່ອປ່ຽນແທນ ແລະ ເສີມຂະຫຍາຍເປົ້າໝາຍການພັດທະນາແຫ່ງສະຫະສະວັດ (MDGs) ເດີມ. MDGs ລວມມີແປດຊຸດເປົ້າໝາຍ ທີ່ສ້າງຂຶ້ນເພື່ອເປັນແນວທາງສຳລັບນະໂຍບາຍ ແລະ ເປັນຫຼາວັດແທກຂອງການພັດທະນາ, ເຊິ່ງແນໃສ່ຂົງເຂດວຽກງານຕ່າງໆເຊັ່ນ: ຄວາມທຸກຍາກ, ພະຍາດ ແລະ ຄວາມບໍ່ສະເໝີພາບລະຫວ່າງຍິງຊາຍ. ແຕ່ລະຂົງເຂດວຽກງານມີເປົ້າໝາຍສະເພາະ ແລະ ລວມ ທີ່ຕ້ອງເຮັດສຳເລັດພາຍໃນປີ 2015.

ປີ 2013 ເມື່ອໃກ້ເຖິງກຳນົດການຂອງ MDG, ອົງການສະຫະປະຊາຊາດໄດ້ສ້າງ SDGs ເພື່ອເປັນແນວທາງໃນໄລຍະໃໝ່ໃນການຮ່ວມມືການພັດທະນາສະກົນ.2 ຍ້ອນວ່າ SDGs ເກີດມາຈາກ MDGs, ມັນຈຶ່ງຈຳເປັນທີ່ຈະຕ້ອງເຂົ້າໃຈວິທີການປັບ MDGs ເຂົ້າສູ່ເນື້ອໃນສຳລັບວຽກງານປະຈຸບັນຂອງ SDGs.

ກ່ຽວກັບ SDG 15, ເປົ້າໝາຍ MDG ທີ່ກ່ຽວຂ້ອງແມ່ນເປົ້າໝາຍທີ 7, “ຮັບປະກັນຄວາມຍືນຍົງຂອງສິ່ງແວດລ້ອມ.” ໂດຍສະເພາະ, ເປົ້າໝາຍທີ່ສືບຕໍ່ປະຕິບັດແມ່ນເປົ້າໝາຍ 7.A ແລະ 7.B, ເຊິ່ງແນໃສ່ນະໂຍບາຍການພັດທະນາສິ່ງແວດລ້ອມແບບຍືນຍົງ ແລະ ການຟື້ນຟູການສູນເສຍຄວາມຫຼາກຫຼາຍດ້ານຊີວະນາໆພັນ.3 ເພື່ອເປັນສ່ວນໜຶ່ງຂອງໂຄງສ້າງ MDG, ສປປ ລາວ ໄດ້ລິເລີ່ມຈັດຕັ້ງປະຕິບັດນະໂຍບາຍເພື່ອກ້າວໄປສູ່ເປົ້າໝາຍເຫຼົ່ານີ້. ພື້ນທີ່ໜຶ່ງສ່ວນຫ້າຂອງປະເທດໄດ້ຮັບການກຳນົດໃຫ້ເປັນປ່າສະຫງວນແຫ່ງຊາດ, ລະດັບແຂວງ ຫຼື ເມືອງ.4

ລັດຖະບານລາວຍັງໄດ້ລິເລີ່ມດຳເນີນການຟື້ນຟູປ່າໄມ້, ໂດຍສະເພາະຜ່ານການຮ່ວມງານກັບຊຸມຊົນທ້ອງຖິ່ນ ແລະ ຈັດຫາທຶນຮອນສຳລັບໂຄງການຄຸ້ມຄອງປ່າໄມ້ແບບຍືນຍົງ.5 ພື້ນທີ່ປ່າໄມ້ໃນ ສປປ ລາວ ຫຼຸດລົງຈາກ 71.8 ເປີເຊັນໃນປີ 1940 ມາເປັນ 40.3 ເປີເຊັນໃນປີ 2010.6 ເຖິງຢ່າງໃດກໍຕາມ ໄດ້ມີການລະບຸວ່າ ພື້ນທີ່ປ່າໄມ້ຂອງລາວມີການເພີ່ມຂຶ້ນໃນຊຸມປີຜ່ານມາ.7 ລັດຖະບານລາວຈະຕ້ອງເສີມຂະຫຍາຍເຄື່ອງມື ແລະ ການສະໜັບສະໜູນທາງດ້ານກົດໝາຍເພື່ອບັນລຸເປົ້າໝາຍສຳລັບ SDGs. ເຊິ່ງລັດຖະບານໄດ້ມີການລິເລີ່ມວຽກງານດັ່ງກ່າວເປັນບາງສ່ວນ. ຕົວຢ່າງ: ລັດຖະບານໄດ້ວາງເປົ້າໝາຍເພີ່ມທະວີເນື້ອທີ່ປ່າໄມ້ຂອງລາວໃຫ້ໄດ້ 70 ເປີເຊັນ ພາຍໃນປີ 2020.8 

ການຫັນ SDG 15 ເຂົ້າສູ່ແຜນນະໂຍບາຍໃນລາວ

ການບັນລຸເປົ້າໝາຍ SDG 15 ແມ່ນສິ່ງສຳຄັນໂດຍສະເພາະສຳລັບການພັດທະນາໃນລາວ ຍ້ອນວ່າຊັບພະຍາກອນດ້ານສິ່ງແວດລ້ອມມີບົດບາດສຳຄັນຕໍ່ເສດຖະກິດຂອງລາວ. ມີການຄາດຄະເນວ່າ ກວ່າ 85 ເປີເຊັນຂອງການຈ້າງງານ ແລະ ສອງສ່ວນສາມຂອງ GDP ແມ່ນຂຶ້ນຢູກັບຊີວະນາໆພັນ ແລະ ການປົກປັກຮັກສາລະບົບນິເວດ.9 ກວ່າໜຶ່ງສ່ວນສາມຂອງການຂະຫຍາຍຕົວທາງດ້ານເສດຖະກິດຂອງລາວແມ່ນຢູ່ໃນຂະແໜງການສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ.10 ດັ່ງນັ້ນ ການບັນລຸເປົ້າໝາຍ SDG ກ່ຽວກັບຊີວະນາໆພັນ, ການປົກປັກຮັກສາ ແລະ ຟື້ນຟູທີ່ດິນ ແລະ ປ່າໄມ້ ຈຶ່ງເປັນສິ່ງສຳຄັນຕໍ່ການພັດທະນາເສດຖະກິດຂອງ ສປປ ລາວໃນອະນາຄົດ.

ສຳລັບ ສປປ ລາວ, ຕົວຊີ້ວັດ ແລະ ເປົ້າໝາຍໃນ SDG15 ແບ່ງເປັນສາມຂອບເຂດເປົ້າໝາຍຫຼັກຄື: 11 

  • ໜຶ່ງແມ່ນ “ການສ້າງຄວາມກ້າວໜ້າທີ່ສຳຄັນໃນການປົກປັກຮັກສາ, ຟື້ນຟູ ແລະ ນຳໃຊ້ແບບຍືນຍົງກ່ຽວກັບລະບົບນິເວດ ແລະ ການບໍລິການເທິງໜ້າດິນ ແລະ ແຫຼ່ງນ້ຳຈືດ”, ແລະ ລວມຢູ່ໃນເປົ້າໝາຍ 15.1–15.5 ແລະ 15.a.
  • ສອງແມ່ນ “ຄວາມຄືບໜ້າໃນການປົກປັກຮັກສາຊີວະນາໆພັນ”, ແລະ ລວມຢູ່ໃນເປົ້າໝາຍ 15.7 ແລະ 15.9.
  • ສາມແມ່ນ “ຄວາມຄືບໜ້າໃນການຄວບຄຸມການຮຸກຮານຂອງສາຍພັນຕ່າງຖິ່ນໃນລະບົບນິເວດໜ້າດິນ ແລະ ແຫຼ່ງນ້ຳ”, ເຊິ່ງລວມຢູ່ໃນເປົ້າໝາຍ15.8.

ລັດຖະບານລາວຍັງໄດ້ຮັບຮອງເອົາເປົ້າໝາຍດ້ານຊີວະນາໆພັນໄອຈິ.12 ເປົ້າໝາຍເຫຼົ່ານີ້ແມ່ນເສີມສ້າງ ແລະ ຂະຫຍາຍເປົ້າໝາຍທີ 15.7 ແລະ 15.9 ໂດຍການວາງຄາດໝາຍ ແລະ ມາດຕະການເພີ່ມເຕີມທີ່ຕ້ອງປະຕິບັດພາຍໃນປີ 2020.13 

ກ່ຽວກັບການວາງແຜນ, ການຫັນ SDG15 ເຂົ້າສູ່ແຜນນະໂຍບາຍພາຍໃນສ່ວນໃຫຍ່ແມ່ນລວມຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP), ເຊິ່ງເຜີຍແຜ່ໃນທຸກໆຫ້າປີ. SDGs ແມ່ນໄດ້ລວມເຂົ້າໃນ NSEDP ສະບັບຫຼັງສຸດສຳລັບໄລຍະແຕ່ປີ 2016 ເຖິງ 2020. ແຜນດັ່ງກ່າວໄດ້ສະເໜີຂອບເຂດວິທີການໃນການລວມເປົ້າໝາຍດັ່ງກ່າວເຂົ້າໃນນະໂຍບາຍ ແລະ ສົ່ງເສີມການສ້າງໂຄງຮ່າງການຕິດຕາມ ແລະ ປະເມີນຜົນ (M&E) ສຳລັບ SDGs.14

ການຈັດຕັ້ງປະຕິບັດ SDG 15 ໃນລາວ

ເຖິງແມ່ນວ່າການວາງແຜນໃນວົງກວ້າງແມ່ນປະຕິບັດໃນລະດັບ NSEDP, ການຈັດຕັ້ງປະຕິບັດມາດຕະການຕົວຈິງແມ່ນຢູ່ໃນລະດັບໂຄງການ ຫຼື ຂະແໜງການ. ການປະຕິບັດ SDG 15 ແມ່ນມີການນຳສະເໜີທັງໃນທາງກົງ ແລະ ທາງອ້ອມ, ໃນເອກະສານ ແລະ ບົດລາຍງານໂຄງການ. ຕົວຢ່າງ ຍຸດທະສາດດ້ານຊີວະນາໆພັນແຫ່ງຊາດ ເຖິງປີ 2020 ແມ່ນຮ່າງແຜນການເພື່ອເພີ່ມທະວີພື້ນທີ່ປ່າສະຫງວນ ແລະ ຈັດຫາໂຄງການເພື່ອປົກປັກຮັກສາສິ່ງແວດລ້ອມ.15 ອີກຕົວຢ່າງໜຶ່ງແມ່ນ​ໂຄງການ​ຂະ​ແໜງ​ຂົວ​ທາງ​ລາວ2 ເຊິ່ງຕົ້ນຕໍແມ່ນແນໃສ່ການພັດທະນາພື້ນຖານໂຄງລ່າງ ແຕ່ວ່າມີການພິຈາລະນາປັດໄຈກ່ຽວກັບຜົນກະທົບດ້ານສິ່ງແວດລ້ອມ, ເຊິ່ງສະແດງໃຫ້ເຫັນການພິຈາລະນາເປົ້າໝາຍ SDG 15 ນອກເໜືອຈາກໂຄງການທີ່ກ່ຽວຂ້ອງກັບສິ່ງແວດລ້ອມໂດຍກົງ.16 ໂຄງການເຫຼົ່ານີ້ລ້ວນແລ້ວແຕ່ມີວິທີການ ແລະ ຂອບເຂດວຽກງານທີ່ແຕກຕ່າງກັນ.

ຕົວຢ່າງໂຄງການທີ່ຈັດປະຕິບັດ ລວມມີ:

  • ຫຼາຍແຂວງໄດ້ຜ່ານແຜນການປົກປັກຮັກສາຊີວະນາໆພັນຂັ້ນແຂວງ ເຊິ່ງຈັດກຽມສຳລັບໂຄງການຕ່າງໆໃນວົງກວ້າງ. ຕົວຢ່າງ ແຂວງຊຽງຂວາງໄດ້ສ້າງແຜນບຸກທະລຸເຖິງປີ 2020.​ ແຜນການດັ່ງກ່າວລວມມີ ໂຄງການສ້າງວຽກເຮັດງານທຳພື້ນຖານການປ່າໄມ້ສຳລັບທ້ອງຖິ່ນ, ໂຄງການທົດລອງການວາງແຜນຂັ້ນເມືອງ, ການກະກຽມນະໂຍບາຍກ່ຽວກັບໄຟປ່າ, ການສ້າງສວນພຶກສາສາດຂອງແຂວງເພື່ອຮັກສາພັນສິ່ງມີຊີວິດທີ່ໃກ້ສູນພັນ.17 
  • ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ຈັດຕັ້ງປະຕິບັດ ແລະ ເສີມຂະຫຍາຍໂຄງການຫຼຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວຈາກການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ (REDD+) ໃນປະເທດລາວ, ໂດຍສະເພາະການກວດກາຄວາມພ້ອມຢູ່ແຂວງຫຼວງພະບາງ. ໂຄງການ REDD+ ຈັດຫານະໂຍບາຍດ້ານທຶນຮອນສຳລັບອົງການຈັດຕັ້ງທີ່ກ່ຽວຂ້ອງກັບວຽກງານດ້ານປ່າໄມ້ ເພື່ອການປະຕິບັດງານໃນລັກສະນະຍືນຍົງ.18
  • ພື້ນທີ່ປະມານ 14 ເປີເຊັນຂອງປະເທດລາວໄດ້ຮັບການກຳນົດໃຫ້ເປັນປ່າສະຫງວນແຫ່ງຊາດ, ເຊິ່ງລວມເປັນ 20.2 ເປີເຊັນນັບທັງປ່າສະຫງວນຂອງແຂວງ ແລະ ເມືອງ. ສິ່ງນີ້ເຮັດໃຫ້ປະເທດລາວຢູ່ໃນຖັນແຖວນຳໜ້າກວ່າປະເທດອື່ນກ່ຽວກັບວຽກງານດັ່ງກ່າວ.19 ເຖິງແມ່ນວ່າຂົງເຂດວຽກງານເຫຼົ່ານີ້ຈະມີຄວາມສາມາດໃນການຄຸ້ມຄອງທີ່ຈຳກັດ ແລະ ມີພັນທະການເງິນທີ່ສັ່ນຄອນ, ການຈັດຕັ້ງປະຕິບັດວຽກງານດັ່ງກ່າວສະແດງໃຫ້ເຫັນເຖິງຄວາມກ້າວໜ້າໃນການປົກປັກຮັກສາສິ່ງແວດລ້ອມ.20

ແຜນວາດ: Open Development Laos. ແຫຼ່ງຂໍ້ມູນ: World Database on Protected Areas (WDPA), ຂໍ້ມູນ.

ການຕິດຕາມ SDG 15 ໃນລາວ

ໂດຍປະສານສົມທົບກັບອົງການສະຫະປະຊາຊາດໃນລາວ, ລັດຖະບານໄດ້ຕົກລົງກ່ຽວກັບລຳດັບຕົວຊີ້ວັດທີ່ຕ້ອງລວມເຂົ້າໃນ NSEDP, ເຊິ່ງໃຊ້ເປັນກົນໄກຫຼັກໃນການຫັນ SDGs ເຂົ້າສູ່ແຜນນະໂຍບາຍພາຍໃນປະເທດ. ເຖິງຢ່າງໃດກໍຕາມ ຕົວຊີ້ວັດທີ່ພິຈາລະນາສ່ວນໃຫຍ່ແມ່ນຕົວຊີ້ວັດໃນລະດັບ II ຫຼື ລະດັບ III. ຕົວຊີ້ວັດໃນລະດັບ II ຍັງຂາດຂໍ້ມູນຕໍ່ເນື່ອງຂອງລັດຖະບານໃນການຕິດຕາມ, ເຊິ່ງລວມມີຕົວຊີ້ວັດສຳລັບເປົ້າໝາຍ 15.4, 15.7, ແລະ 15.c. ຕົວຊີ້ວັດໃນລະດັບ III ຍັງຂາດຕົວວັດແທກເພື່ອສົມທຽບ, ເຊິ່ງທົ່ວໂລກໄດ້ກຳນົດໃຫ້ລວມເອົາຕົວຊີ້ວັດສຳລັບເປົ້າໝາຍ 15.2, 15.3, 15.6, 15.8, ແລະ 15.9.21 

ສາມາດເວົ້າໄດ້ວ່າ ຕົວຊີ້ວັດບາງຕົວສາມາດວັດແທກໄດ້ຜ່ານຂໍ້ມູນເປີດທີ່ມີຢູ່ໃນປະຈຸບັນ ຫຼື ຂໍ້ມູນຈາກລັດຖະບານ. ທັງສອງຕົວຊີ້ວັດສຳລັບເປົ້າໝາຍ 15.1 ແມ່ນສາມາດວັດແທກໄດ້. ພື້ນທີ່ປ່າໄມ້ເປັນເປີເຊັນທຽບກັບເນື້ອທີ່ດິນທັງໝົດ ເຊິ່ງນອນໃນຕົວຊີ້ວັດ 15.1.1, ສາມາດວັດແທກໄດ້ໂດຍນຳໃຊ້ຂໍ້ມູນຈາກໂຄງການ REDD+.22 ຂໍ້ມູນທີ່ເປີດເຜີຍໂດຍລັດຖະບານສາມາດນຳໃຊ້ເພື່ອຕິດຕາມຕົວຊີ້ວັດ 15.1.2, ກ່ຽວກັບອັດຕາສ່ວນປ່າສະຫງວນ.23 ຕົວຊີ້ວັດ 15.5.1 ແມ່ນດັດສະນິບັນຊີແດງຂອງປະເທດ ເຊິ່ງຕິດຕາມຈຳນວນສາຍພັນທີ່ໃກ້ສູນພັນ.24 ດັດສະນີບັນຊີແດງແມ່ນຂໍ້ມູນທີ່ເປີດເຜີຍຕໍ່ສາທາລະນະ ສະນັ້ນໜ່ວຍວັດແທກດັ່ງກ່າວສາມາດນຳໃຊ້ຕິດຕາມໄດ້. ຕົວຊີ້ວັດ 15.a.1 ແລະ 15.b.1 ສາມາດຕິດຕາມໄດ້ໃນລະດັບໜຶ່ງ ເນື່ອງຈາກເປັນການຕິດຕາມການໃຊ້ຈ່າຍຂອງລັດ ແລະ ການຊ່ວຍເຫຼືອດ້ານການພັດທະນາ, ແຕ່ວ່າຕົວເລກເຫຼົ່ານີ້ອາດບໍ່ສອດຄ່ອງກັນ ແລະ ບໍ່ພ້ອມໃຊ້ງານ.25 ດັ່ງນັ້ນ ລັດຖະບານລາວຈຳເປັນຕ້ອງລົງທຶນໃນດ້ານຄວາມສາມາດໃນການຕິດຕາມ ແລະ ປະເມີນຜົນ (M&E) ສົມທົບກັບໂຄງການຕ່າງໆ ເພື່ອແນໃສ່ບັນລຸບັນດາເປົ້າໝາຍການພັດທະນາທີ່ກ່າວມານັ້ນ.

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

MAb9A
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!