ນະໂຍບາຍ ແລະ ການຄຸ້ມຄອງດ້ານພະລັງງານ

ກົດໝາຍ ແລະ ນະໂຍບາຍທີ່ກ່ຽວຂ້ອງກັບການສະໜອງພະລັງງານໃນ ສປປ ລາວ ລວມມີ:

  1. ກົດໝາຍໄຟຟ້າປີ 1997, ດັດແກ້ໃນປີ 2012. ກົດໝາຍສະບັບນີ້ ຽວຂ້ອງກັບການຜະລິດ ແລະ ການແຈກຢາຍໄຟຟ້າໃນ ສປປ ລາວ. ເຊິ່ງສ້າງມາດຕະຖານໃນການຄຸ້ມຄອງ, ການຜະລິດ, ການແຈກຢາຍ, ການສົ່ງຕໍ່ ແລະ ການນຳເຂົ້າ/ສົ່ງອອກກະແສໄຟຟ້າ.1
  2. ຖະແຫຼງການກ່ຽວກັບນະໂຍບາຍຂະແໜງການພະລັງງານ 2001 ແນໃສ່ສະໜອງພະລັງງານໄຟຟ້າທີ່ສາມາດນຳໃຊ້ໄດ້ສຳລັບໝົດທຸກຄົນ. ເປົ້າໝາຍດັ່ງກ່າວລວມມີວັດຖຸປະສົງໃນການເພີ່ມອັດຕາການເຂົ້າເຖິງກະແສໄຟຟ້າໃຫ້ໄດ້ 90 ເປີເຊັນໃນປີ 2020, ການສົ່ງເສີມການຮ່ວມມືລັດ-ເອກະຊົນໃນການພັດທະນາພະລັງງານໄຟຟ້ານ້ຳຕົກ ແລະ ຈັດຕັ້ງປະຕິບັດການພັດທະນາຕາຂ່າຍໄຟຟ້າ 500 ກິໂລໂວນ.2
  3. ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ 8 (NSEDP) 2016–2020 ກຳນົດທິດທາງທີ່ຈຳເປັນສຳລັບຂະແໜງພະລັງງານຄື “ສຸມໃສ່ການພັດທະນາພະລັງງານໄຟຟ້ານ້ຳຕົກ ພະລັງງານໄຟຟ້າຄວາມຮ້ອນ, ພະລັງງານແສງອາທິດ ແລະ ພະລັງງານໂຮງງານອຸດສາຫະກຳ ເພື່ອຫັນປ່ຽນຂະແໜງການພະລັງງານໃຫ້ເປັນຂະແໜງສ້າງລາຍຮັບເພື່ອສົ່ງເສີມການຜະລິດ ແລະ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ.”3
  4. ຍຸດທະສາດການພັດທະນາພະລັງງານໝູນວຽນ ສົ່ງເສີມຄວາມສຳຄັນຂອງແຫຼ່ງພະລັງງານໝູນວຽນ ແລະ ການພັດທະນາພະລັງງານດັ່ງກ່າວ. ຍຸດທະສາດນີ້ກຳນົດເປົ້າໝາຍການເພີ່ມສວ່ນແບ່ງການນຳໃຊ້ພະລັງງານໝູນວຽນໃຫ້ໄດ້ເຖິງ 30 ເປີເຊັນ ແລະ ປ່ຽນແທນເຊື້ອໄຟໃນການຂົນສົ່ງດ້ວຍເຊື້ອເພິງຊີວະພາບ ພາຍໃນປີ 2025.4
  5. ນະໂຍບາຍການພັດທະນາພະລັງງານໄຟຟ້ານ້ຳຕົກແບບຍືນຍົງໃນ ສປປ ລາວ ສຸມໃສ່ໂຄງການທີ່ມີກຳລັງການຜະລິດຫຼາຍກວ່າ 15 ເມກາວັດ. ນະໂຍບາຍນີ້ໃຫ້ຄຳແນະນຳ ແລະ ສົ່ງເສີມຄວາມຮູ້ກ່ຽວກັບນະໂຍບາຍໃຫ້ແກ່ບັນດາອົງກອນທີ່ຄຸ້ມຄອງໂຄງການລົງທຶນກ່ຽວກັບພະລັງງານໄຟຟ້ານ້ຳຕົກ.5 
  6. ແຜນພັດທະນາພະລັງງານ ແມ່ນກະກຽມສຳລັບລັດວິສາຫະກິດໄຟຟ້າລາວໃນທຸກໆສາມ ຫາຫ້າປີ. ແຜນດັ່ງກ່າວຈະທົບທວນການປະເມີນຄວາມຕ້ອງການນຳໃຊ້ໄຟຟ້າໄລຫຼ້າສຸດ ແລະ ການພັດທະນາໂຄງການທີ່ວາງໄວ້.6

ໂຄງສ້າງທາງກົດໝາຍ ແລະ ການປົກຄອງ

ບົດບາດຂອງໜ່ວຍງານຫຼັກໃນຂະແໜງການພະລັງງານລວມມີ:

  • ກະຊວງພະລັງງານ ແລະ ບໍ່ແຮ່ (MEM) ກວດສອບການຄຸ້ມຄອງກິດຈະກຳທີ່ກ່ຽວຂ້ອງກັບພະລັງງານໃນ ສປປ ລາວ. MEM ຮັບຜິດຊອງການສ້າງນະໂຍບາຍ ແລະ ຍຸດທະສາດ, ການກວດສອບທຸລະກິດພະລັງງານໄຟຟ້າ ແລະ ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຕ່າງໆ. ກົມກອງນີ້ເຮັດວຽກຢ່າງໃກ້ຊິດຮ່ວມກັບລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດຜູ້ຖືຫຸ້ນລາວ, ກະຊວງການເງິນ, ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
  • ກົມທຸລະກິດພະລັງງານ (DEB) ຮັບຜິດຊອບການລົງທຶນຂອງເອກະຊົນໃນຂະແໜງການພະລັງງານ. ນອນຈາກນັ້ນ ຍັງເຮັດວຽກກ່ຽວກັບການເຈລະຈາຂໍ້ຕົກລົງການພັດທະນາໂຄງການ, ຂໍ້ຕົກລົງການສຳປະທານ ແລະ ຂໍ້ຕົກລົງການຊື້ຂາຍພະລັງງານ.
  • ກົມນະໂຍບາຍ ແລະ ການວາງແຜນພະລັງງານ (DEPP) ຮັບຜິດຊອບການສ້າງນະໂຍບາຍ ແລະ ການວາງແຜນ.
  • ກົມຄຸ້ມຄອງພະລັງງານ (DEM) ຮັບຜິດຊອບການຮ່າງກົດໝາຍກ່ຽວກັບພະລັງງານ, ຄຳແນະນຳ, ມາດຕະຖານຄວາມປອດໄພ ແລະ ລະບຽບການຕ່າງໆ. DEM ຍັງເປັນໜ່ວຍງານຕິດຕາມກວດກາອົງກອນຂອງລັດຖະບານ, ອົງກອນເອກະຊົນ ແລະ ລັດວິສາຫະກິດ ເພື່ອຮັບປະກັນການຈັດຕັ້ງປະຕິບັດລະບຽບກົດໝາຍທັງໝົດ.
  • ສະຖາບັນສົ່ງເສີມພະລັງງານໝູນວຽນ (IREP) ສົ່ງເສີມການນຳໃຊ້ພະລັງງານໝູນວຽນ ແລະ ການຮັກສາ. ໂດຍປະຕິບັດຜ່ານການພັດທະນາໂຄງການທີ່ສຸມໃສ່ແຫຼ່ງພະລັງງານໝູນວຽນ ແລະ ຜ່ານການສ້າງຄູ່ມືກ່ຽວກັບການຜະລິດ ແລະ ນຳໃຊ້ພະລັງງານໝູນວຽນ.
  • ລັດວິສາຫະກິດໄຟຟ້າລາວ (EdL) ແມ່ນໜ່ວຍງານການໄຟຟ້າຂອງລັດ ທີ່ຄຸ້ມຄອງການຜະລິດ, ການສົ່ງຕໍ່ ແລະ ການແຈກຈ່າຍກະແສໄຟຟ້າຂອງປະເທດ. ອົງກອນດັ່ງກ່າວຍັງຄຸ້ມຄອງການນຳເຂົ້າ ແລ ສົ່ງອອກກະແສໄຟຟ້າ. ປີ 2010 ​ລັດຖະບານລາວໄດ້ໂອນຄວາມຮັບຜິດຊອບໃນການຜະລິດກະແສໄຟຟ້າໄປສູ່ບໍລິສັດໄຟຟ້າລາວມະຫາຊົນ.
  • ບໍລິສັດໄຟຟ້າລາວມະຫາຊົນ (EdL-Gen) ສ້າງຕັ້ງຂຶ້ນໃນປີ 2010 ເພື່ອຜະລິດກະແສໄຟຟ້າສຳລັບລັດວິສາຫະກິດໄຟຟ້າລາວ, ສ້າງຕັ້ງທຸລະກິດຮ່ວມປະສົມກັບໂຄງການຜະລິດກະແສໄຟຟ້າຕ່າງໆ ແລະ ໃຫ້ການຄຸ້ມຄອງສຳລັບໂຄງການຕ່າງໆ.
  • ລັດວິສາຫະກິດຜູ້ຖືຫຸ້ນລາວ (LHSE) ແມ່ນອົງກອນຂອງລັດທີ່ຖືຫຸ້ນ ແລະ ຄຸ້ມຄອງຫຸ້ນຂອງໂຄງການ IPP.

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

5nYfX
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!