ຄຳແນະນຳ 9 ຂໍໍ້ໃນການດຳລົງຊີວິດອອນໄລຢ່າງປອດໄພໃນຍຸກໂຄວິດ-19

ການດຳລົງຊີວິດອອນໄລຢ່າງປອດໄພໃນຊ່ວງພະຍາດລະບາດ  

ພະຍາດລະບາດ ໂຄວິດ-19 ຮຽກຮ້ອງໃຫ້ຕ້ອງເພິ່ມການປ້ອງກັນ ບໍ່ພຽງສະເພາະແຕ່ຮ່າງກາຍ, ແຕ່ລວມໄປເຖິງວິຖີດິຈິຕອນໃນຊີວິດປະຈຳວັນດ້ວຍເຊັ່ນກັນ. ຄະນະເທີມງານຖານຂໍ້ມູນເປີດເພື່ອການພັດທະນາ (Open Development Initiatives) ໄດ້ນຳສະເໜີຄຳແນະນຳ 9 ຂໍ້ ໃນການໃຊ້ຊີວິດອອນລາຍຢ່າງປອດໄພໃນຊ່ວງພະຍາດລະບາດ.

ເພື່ອຕອບສະໜອງຕໍ່ຄວາມຮຽກຮ້ອງການທີ່ເພິ່ມຂື້ນຢູ່ໃນພາກພື້ນແມ່ນ້ຳຂອງ ກ່ຽວກັບເຂົ້າເຖິງຂໍ້ມູນຂ່າວສານທາງອອນລາຍ ແລະ ການເຮັດວຽກຢູ່ເຮືອນ. ໃນບາງປະເທດ, ຈຳນວນເອັບພີເຄຊັນຕ່າງໆ ໄດ້ກຳເນີດຂື້ນ ແລະ ໄດ້ຖືກນຳໃຊ້ເພື່ອຕິດຕາມ ແລະ ສະໜອງຂໍໍ້ມູນກ່ຽວກັບພະຍາດລະບາດ. ເພື່ອສົ່ງເສີມມາດຕະການ ການຮັກສາໄລຍະຫ່າງ, ການປະຊຸມສາຍໂດຍຜ່ານ Zoom, Skype ແລະ Whatsapp ໄດ້ກາຍເປັນທີ່ນິຍົມໃຊ້ຢ່າງກ້ວາງຂວາງ.

ສະນັ້ນ, ຕໍ່ກັບການນຳໃຊ້ໂປຮແກມສື່ສານເຫຼົ່ານັ້ນ, ຜູ້ຊົມໃຊ້ ຕ້ອງໄດ້ຄຳນຶງເຖິງບັນຫາຄວາມປອດໄພຕ່າງໆ ໂດຍສະເພາະ ກ່ຽວກັບບັນຫາການນຳເອົາຂໍ້ມູນຄວາມປອດໄພສ່ວນຕົວ ເຂົ້າໄປຢູ່ໃນຄວາມສ່ຽງ. ຄວາມຈິງແລ້ວ, ພະຍາດລະບາດດັ່ງກ່າວ ນັບວ່າເປັນການກະຕຸ້ນການເພິ່ມຂື້ນຂອງບັນຫາການດັກຟັງ, ການຫຼອກລວງຕຶກເອົາຂໍ້ມູນ ແລະ ບັນຫາຄວາມປອດໄພທາງໄຊເບີອື່ນໆ, ເຊັ່ນດຽວກັບການເຜີຍແຜ່ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງຢ່າງກ້ວາງຂວາງນຳອີກ.

ແຜ່ນພັບແບບເປັນຮູບພາບດັ່ງກ່າວ ໄດ້ຈັດພິມເຜີຍແຜ່ເປັນພາສາລາວ, ມຽນມາ, ໄທ, ຫວຽດນາມ ແລະ ອັງກິດ ແລະ ໄດ້ພິມແຈກຢາຍໃຫ້ແກ່ບັນດາຊຸມຊົນບັນດາເຜົ່າ ໂດຍຜ່ານຄູ່ຮ່ວມງານຕ່າງໆ. ພາຍໃຕ້ລິຂະສິດ CC BY-SA 4.0 ຊຶ່ງທ່ານຍັງສາມາດດາວໂຫຼດໄດ້ໃນເວຟໄຊ ຂອງຂໍ້ມູນເປີດເພື່ອການພັດທະນາດັ່ງລຸ່ມນີ້. 

ຄຳແນະນຳ 9 ຂໍໍ້ໃນການດຳລົງຊີວິດອອນໄລຢ່າງປອດໄພໃນຍຸກໂຄວິດ-19 (ສປປ ລາວ)

ດາວໂຫຼດສະບັບເຕັມ PDF (5.1 MB)

ທ່ານສາມາດດາວໂຫຼດແຜ່ນພັບໄດ້ທີ່ນີ້:

 
ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

P25Yv
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!