ການໂອນຖ່າຍ ແລະ ການໃຫ້ເຊົ່າທີ່ດິນຂອງລັດ

ການໂອນທີ່ດິນແມ່ນເວລາທີ່ໃບຕາດິນ ຫຼື ກຳມະສິດຕໍ່ສິດນຳໃຊ້ທີ່ດິນມີການປ່ຽນແປງຈາກຄົນໜຶ່ງໄປຫາອີກຄົນໜຶ່ງ. ຢູ່ໃນລາວ, ຄົນຕ່າງປະເທດອາດບໍ່ມີສິດເປັນເຈົ້າຂອງທີ່ດິນ, ແຕ່ການປັບປຸງກົດໝາຍວ່າດ້ວຍທີ່ດິນປີ 2019 ໄດ້ອະນຸຍາດໃຫ້ມີການໂອນສິດນໍາໃຊ້ທີ່ດິນໃຫ້ແກ່ເຈົ້າຂອງຕ່າງປະເທດໃນບາງສະຖານະການ ໂດຍສະເພາະເພື່ອຈຸດປະສົງຂອງການພັດທະນາຕຶກອາຄານຕ່າງໆ. 1 ຕ່າງປະເທດອາດຈະເຂົ້າເຖິງສິດໃນກຳມະສິດທີ່ດິນໂດຍຜ່ານຮູບແບບການເຊົ່າ ແລະ ການສຳປະທານ.  

ການໃຫ້ເຊົ່າ ແລະ ສໍາປະທານທີ່ດິນຂອງລັດ ຢູ່ໃນປະເທດລາວ ອະນຸຍາດໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຊົ່າທີ່ດິນຈາກລັດຖະບານລາວ ລວມທັງພົນລະເມືອງຈາກຫົວໜ່ວຍເອກະຊົນ ໂດຍເສຍຄ່າທໍານຽມເປັນລາຍປີ. ການນໍາໃຊ້ທີ່ດິນ ແມ່ນຖືກຈໍາກັດ ໃຫ້ແກ່ກິດຈະກໍາທາງເສດຖະກິດ ບໍ່ພຽງແຕ່ເພື່ອດ້ານກະສິກໍາ ແລະ ປູກໄມ້, ການຂຸດຄົ້ນບໍ່ແຮ່, ໄຟຟ້ານໍ້າຕົກ, ພື້ນຖານໂຄງລ່າງ, ການຜະລິດ ແລະ ອະສັງຫາລິມະຊັບ. 

ໃນທາງກົດໝາຍແລ້ວ, ການເຊົ່າ ແລະ ສຳປະທານແມ່ນມີຄວາມຄ້າຍຄືກັນ. ເຖິງຢ່າງໃດກໍຕາມ, ການສຳປະທານ ແມ່ນບໍ່ສາມາດອະນຸຍາດໃຫ້ດຳເນີນການຕ່ຳກ່ວາຫ້າປີ ແຕ່ສຳລັບການອະນຸຍາດໃຫ້ເຊົ່າແມ່ນບໍ່ມີກຳນົດເວລາຂັ້ນຕ່ຳສຸດ.2  ໃນພາກປະຕິບັດ, ການໃຫ້ເຊົ່າແມ່ນຈະເຮັດສຳລັບທີ່ດິນຂະໜາດນ້ອຍກວ່າ ແລະ ມີໄລຍະເວລາສັ້ນກ່ວາການສໍາປະທານ. ໂດຍພື້ນຖານແລ້ວ, ການເຊົ່າສ່ວນໃຫຍ່ຈະມີແນວໂນ້ມສຳລັບທີ່ດິນທີ່ໄດ້ມີການພັດທະນາມາກ່ອນແລ້ວ (ລະບົບພື້ນຖານໂຄງຮ່າງ, ການຂຸດຄົ້ນຊັບພະຍາກອນ ໆລໆ) ແຕ່ການສຳປະທານແມ່ນຈະນຳໃຊ້ທີ່ດິນທີ່ຍັງບໍ່ທັນເຄີຍໄດ້ຮັບການພັດທະນາມາກ່ອນ.3 ຂະໜາດສູງສຸດທີ່ໃຫຍ່ກ່ວານັ້ນ ແມ່ນນໍາໃຊ້ສໍາລັບການສໍາປະທານທີ່ດິນປ່າ “ເຊື່ອມໂຊມ” ຫຼື “ບໍ່ມີບ່ອນຢູ່”. ບັນຫານີ້ໄດ້ກາຍເປັນບັນຫາຖົກຖຽງກັນ ແລະ ໄດ້ອ້າງອີງຢ່າງຈະແຈ້ງໃນມະຕິກົມການເມືອງວ່າດ້ວຍການປັບປຸງການຄຸ້ມຄອງ ແລະພັດທະນາທີ່ດິນໃນໄລຍະຂອງປີ 2017. ເນື້ອທີ່ສໍາປະທານທີ່ກວ້າງທີ່ສຸດ ແມ່ນທີ່ດິນປ່າໄມ້ “ຊຸດໂຊມ” ແລະ “ບໍ່ມີປະສິດທິພາບ” ແລະ ນີ້ກໍເປັນບັນຫາທີ່ມີການຖົກຖຽງກັນ ແລະ ໄດ້ອ້າງອີງຢ່າງຈະແຈ້ງໃນມະຕິກົມການເມືອງວ່າດ້ວຍການປັບປຸງການຄຸ້ມຄອງແລະ ພັດທະນາທີ່ດິນໃນໄລຍະໃໝ່ໃນປີ 2017. 4 ລັດຖະບານໄດ້ມອບໝາຍໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເປັນສູນກາງຄຸ້ມຄອງທີ່ດິນທຸກປະເພດ ໂດຍການມອບໜ້າທີ່ຮັບຜິດຊອບໃຫ້ກະຊວງທີ່ກ່ຽວຂ້ອງໃນການຄຸ້ມຄອງປະເພດການນຳໃຊ້ທີ່ດິນແຕ່ລະປະເພດ.5, ປັດຈຸບັນ ໄດ້ມີການກຳນົດຂອບເຂດໄລຍະເວລາໃນການອະນຸຍາດໃຫ້ຕ່າງປະເທດໃນການເຊົ່າທີ່ດິນຈາກພົນລະເມືອງ6 ແລະ ລັດຖະບານ.7 

ດ້ານນະໂຍບາຍ

ການເຊົ່າ ແລະ ການສໍາປະທານທີ່ດິນ ແມ່ນສ່ວນປະກອບສໍາຄັນຂອງຍຸດທະສາດທາງດ້ານເສດຖະກິດຂອງລັດຖະບານລາວ. ດຳລັດນາຍົກລັດຖະມົນຕີປີ 1992 ກ່ຽວກັບທີ່ດິນແມ່ນນິຕິກຳສະບັບທຳອິດທີ່ອະນຸຍາດໃຫ້ຕ່າງປະເທດລົງທຶນໃສ່ດ້ານທີ່ດິນ.8 ເຖິງແນວໃດກໍຕາມ, ການເຊົ່າ ແລະ ສຳປະທານທີ່ດິນ ໄດ້ເລິ່ມຕົ້ນດຳເນີນຂື້ນ ດ້ວຍການສົ່ງເສີມຂອງລັັດຖະບານໃນທິດທາງ “ນະໂຍບາຍການຫັນທີ່ດິນເປັນທຶນ” (TLIC). ເຖິງແມ່ນວ່າຈະບໍ່ເປັນລັກສະນະທາງການ ຫຼື ບໍ່ໄດ້ລະບຸໄວ້ໃນເອກະສານທາງກົດໝາຍ, ແຕ່ນະໂຍບາຍດັ່ງກ່າວແມ່ນໄດ້ສົ່ງເສີມກິດຈະກໍາເຊັ່ນ: ການໃຫ້ເຊົ່າ ແລະ ການສໍາປະທານທີ່ນໍາໃຊ້ທີ່ດິນເພື່ອສ້າງມູນຄ່າທາງເສດຖະກິດ, ການພັດທະນາ ແລະ ການສ້າງລາຍຮັບ ນໍາໄປສູ່ການພັດທະນາຕະຫຼາດທີ່ດິນໂດຍຜ່ານໂຄງການອອກໃບຕາດິນ ແລະ ການແລກປ່ຽນທີ່ດິນຂອງລັດຖະບານທີ່ມີມູນຄ່າສູງຕໍ່ໂຄງລ່າງພື້ນຖານທີ່ຖືກສ້າງຂື້ນໂດຍບໍລິສັດເອກະຊົນ.

 

ຈັດທຳໂດຍ Open Development Laos, ຕຸລາ 2021. ພາຍໃຕ້ລິຂະສິດ CC BY SA 4.0. ແຫຼ່ງຂໍ້ມູນຈາກ: ກຸ່ມແລກປ່ຽນຂໍ້ມູນຂ່າວສານກ່ຽວກັບທີ່ດິນ/LIWG. 2018. 

ນະໂຍບາຍທີ່ດິນແຫ່ງຊາດໄດ້ຖືກພັດທະນາຂຶ້ນໃນປີ 2012, ແຕ່ກໍຍັງບໍ່ທັນໄດ້ຖືກຈັດຕັ້ງປະຕິບັດ ແລະ ບໍ່ຄືບໜ້າຈົນເຖິງປີ 2017 ແລະຍັງມີຊ່ອງຫວ່າງຫຼາຍ ຈົນມາຮອດການປັບປຸງກົດໝາຍວ່າດ້ວຍທີ່ດິນສະບັບໃໝ່ໃນປີ 2019.9 

ໃນຂະນະທີ່ການໃຫ້ເຊົ່າ ແລະ ສໍາປະທານທີ່ດິນໄດ້ເປັນອົງປະກອບສໍາຄັນຂອງການຂະຫຍາຍຕົວທາງດ້ານເສດຖະກິດຂອງ ສປປລາວ ໃນທົດສະວັດທີ່ຜ່ານມາ, ແຕ່ກໍຍັງເປັນຄໍາຖາມຕໍ່ກັບປະສິດທິພາບຂອງຕົວແບບທາງດ້ານເສດຖະກິດ. ມີບົດລາຍງານຫຼາຍສະບັບໄດ້ສະແດງໃຫ້ເຫັນວ່າຜົນລະປູກຂອງໂຄງການສຳປະທານນັ້ນ ບໍ່ໄດ້ຮັບປະສິດທິພາບເທົ່າທີ່ຄວນ ຫຼື ການນຳໃຊ້ທີ່ດິນທີ່ຖືກຈັດສັນນັ້ນ. 10 ບັນຫາກ່ຽວກັບການດຳເນີນໂຄງການສຳປະທານໄດ້ປະປ່ອຍໃຫ້ທີ່ດິນໃດໜຶ່ງເປົ່າວ່າງເປັນເວລາໃດໜຶ່ງ ຫຼື ບໍ່ມີການນຳໃຊ້ທີ່ດິນໃຫ້ເກີດປະໂຫຍດ ສະນັ້ນ, ຈຶ່ງກະຕຸ້ນໃຫ້ລັດຖະບານໃດ້ມີການປະຕິຮູບນະໂຍບາຍຫັນທີ່ດິນເປັນທຶນຄືນໃໝ່.11 ເຖິງແນວໃດກໍຕາມ, ບາງບັນຫາເຫຼົ່ານັ້ນກໍໄດ້ຮັບແກ້ໄຂໃນ ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງໃໝ່ ປີ 2019

ຜົນປະໂຫຍດ ແລະ ຂໍ້ຄວນເອົາໃຈໃສ່ 

ລັດຖະບານໄດ້ສົ່ງເສີມການເຊົ່າ ແລະ ສຳປະທານທີ່ດິນ ດ້ວຍວິໃສທັດໃນການຫັນປ່ຽນປະເທດລາວ ຈາກປະເທດ “ທີ່ບໍ່ມີທາງອອກສູ່ທະເລ” ກາຍເປັນ “ປະເທດທີ່ເຊື່ອມຈອດກັບພາກພື້ນ”. ເຖິງແນວໃດກໍຕາມ, ບາງໂຄງການເຊົ່າ ແລະ ສຳປະທານຂອງລັດກໍຍັງສ້າງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ສິ່ງແວດລ້ອມ. 12 ຊຶ່ງຜ່ານມາ, ສະມາຊິກສະພາແຫ່ງຊາດ ແລະ ທ້ອງຖິ່ນກໍໄດ້ມີການປຸກລະດົມຂົນຂວາຍໃຫ້ໜ່ວຍງານຮັບຜິດຊອບດຳເນີນການກວດກາຢ່າງຮອບຄອບຕໍ່ທຸກໂຄງການ ກ່ອນຈະມີການດຳເນີນການພັດທະນາ. 

ການສຳປະທານທີ່ດິນແມ່ນການອະນຸຍາດຂອງລັດຕໍ່ນັກລົງທຶນໃຫ້ນຳໃຊ້ທີ່ດິນຢ່າງຖືກກົດໝາຍ, ຊຶ່ງທີ່ດິນທີ່ໄດ້ຖືກໂອນໃຫ້ນຳໃຊ້ນັ້ນ ແມ່ນເຄີຍເປັນສະຖານທີ່ຖືກນຳໃຊ້ໂດຍປະຊາຊົນທ້ອງຖິ່ນ ແລະ ຊຸມຊົນໃນເຂດຫ່າງໄກສອກຫຼີກຜ່ານມາແລ້ວ.13 ການສູນເສຍທີ່ດິນ ສ່ວນໃຫຍ່ຈະນຳໄປສູ່ການສູນເສຍທາງດ້ານຜົນຜະລິດ, ຊັບພະຍາກອນເພື່ອຊົມໃຊ້ ແລະ ແຫຼ່ງທີ່ມາຂອງລາຍຮັບ.14 ການສູນເສຍການເຂົ້າເຖິງປ່າຊຸມຊົນແມ່ນເປັນອຸປະສັກ ໂດຍສະເພາະຕໍ່ແມ່ຍິງໃນຊົນນະບົດ ຜູ້ຊຶ່ງເຮັດໜ້າທີ່ເປັນຜູ້ເກັບເຄື່ອງປ່າຂອງດົງຢູ່ພື້ນທີ່ນັ້ນ ຊຶ່ງເຮັດໃຫ້ໃຊ້ເວລາຄົ້ນຫາດົນ ແລະ ຍາກຂື້ນຕື່ມກ່ວາທີ່ເຄີຍ.15 ກຸ່ມຊົນເຜົ່າກໍໄດ້ຮັບຜົນກະທົບຈາກການສຳປະທານເຊັ່ນດຽວກັນ ຍ້ອນວ່າພວກເຂົາໄດ້ນຳໃຊ້ເຂດພື້ນທີ່ປ່າໄມ້ເຂົ້າໃນການກະສິກຳເຮັດໄຮ່ແບບເລື່ອນລອຍ.16 ບັນດາຊາວບ້ານອາດບໍ່ສາມາດຮັບການຊົດເຊີຍຕໍ່ກັບການສູນເສຍທີ່ດິນບາງສ່ວນໄປ ໂດຍແລກມາກັບການໄດ້ເຂົ້າເຖິງຖະໜົນຫົນທາງ ແລະ ໄຟຟ້າ, ການໄດ້ລາຍຮັບຄ່າຈ້າງ(ໂດຍສະເພາະຈາກໂຄງການປູກຝັງ) ແລະ ອື່ນໆ, ແຕ່ຜົນການຄົ້ນຄ້ວາກໍຍັງສະແດງໃຫ້ເຫັນວ່າຜົນໄດ້ຮັບທາງເສດຖະກິດ ກໍຍັງບໍ່ພຽງພໍສຳລັບການຊົດເຊີຍຕໍ່ຜົນເສຍເຫຼົ່ານັ້ນ.17  ການອອກໃບຕາດິນກໍອາດຈະເຮັດໄດ້ຢູ່ພຽງແຕ່ບາງຊຸມຊົນເທົ່ານັ້ນ ອີກທັງຂະບວນການປະຕິບັດກໍຫຍຸ້ງຍາກກ່ຽວກັບການມີສ່ວນຮ່ວມ. ທາງດ້ານສິ່ງແວດລ້ອມ, ການເຊົ່າ ແລະ ສຳປະທານທີ່ດິນ ໄດ້ນຳໄປສູ່ ການຕັດໄມ້ທຳລາຍປ່າ ຜ່ານຂະບວນການຫັນປ່ຽນປ່າ, ການແຜ່ຂະຫຍາຍຂອງເຄື່ອຂ່າຍການຕັດໄມ້, ມົນລະພິດທາງດິນແລະນ້ຳ, ໄພແຫ້ງແລ້ງ ແລະ ການອຸດຕັນຂອງບັນດາແຫຼ່ງນ້ຳຕ່າງໆ.1819  

ຄວາມສັບຊ້ອນຂອງລະບົບການໃຫ້ເຊົ່າ ແລະ ສຳປະທານທີ່ດິນ ປະສານກັບລະບົບການບໍລິຫານຈັດການຍັງເປັນສິ່ງທີ່ໜ້າເປັນຫ່ວງ. ໂຄງການສຳປະທານທີ່ບໍ່ເປັນທາງການ, ລາຍຊື່ຊ້ຳຊ້ອນ ແລະ ການກວດພົບໂຄງການທີ່ຍັງຄ້າງການມອບຄ່າເຊົ່າ ແລະ ສຳປະທານ. 13 ໃນ 112 ໂຄງການຢູ່ແຂວງຜົ້ງສາລີ ມີລາຍຊື່ທີ່ຊ້ຳຊ້ອນດ້ວຍເນື້ອທີ່ທັງໝົດ 12,660 ເຮັກຕາ. 11 ໂຄງການຢູ່ແຂວງອັດຕະປື ບໍ່ຄົບເງື່ອນໄຂການເຊົ່າແລະສຳປະທານ.20 

ຮູບພາບການກໍ່ສ້າງຂ້າມແມ່ນ້ຳຂອງ, ສ່ວນໜຶ່ງຂອງໂຄງການທາງລົດໄຟ ວຽງຈັນ-ບໍເຕັນ, ແຂວງຫຼວງພະບາງ, ສປປ ລາວ.  ພາບຖ່າຍໂດຍ: Christophe95, Wikimedia commons, ຖ່າຍໃນວັນທີ 18 ສິງຫາ 2018, ພາຍໃຕ້ລິຂະສິດ CC-BY-SA 4.0.

1.1 ລ້ານເຮັກຕາ ຫຼື ເທົ່າກັບ 5 % ຂອງເຂດແດນປະເທດລາວ ແມ່ນໄດ້ຖືກເຊົ່າ ແລະ ສຳປະທານຈາກນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ – ພື້ນທີ່ໃຫຍ່ເທົ່າກັບທີ່ດິນປູກຝັງຂອງທັງໝົດປະເທດ.21 

Made with Flourish

ບັນດານັກລົງທຶນຈາກສາມປະເທດເພື່ອນບ້ານເຊັ່ນ: ຈີນ, ຫວຽດນາມ ແລະ ໄທ ຍັງຖືເປັນຜູ້ລົງທຶນລາຍໃຫຍ່ຂອງປະເທດລາວ ເມື່ອທຽບໃສ່ມູນຄ່າການລົງທຶນໃນປີ 2019.22 ຮອດປີ 2020, ປະເທດຈີນ ເປັນປະເທດນັກລົງທຶນຕ່າງປະເທດທີ່ໃຫຍ່ທີ່ສຸດຊຶ່ງລວມມີທັງໝົດ 53 ຫົວໜ່ວຍໃນປະເທດລາວ ກວມເອົາທັງໝົດ 813 ໂຄງການ ເປັນຈຳນວນ 16 ຕື້ໂດລາສະຫະລັດ. 23 ບັນດາບໍລິສັດຈີນຈຳນວນ 239 ບໍລິສັດ ໄດ້ລົງທຶນ 590 ລ້ານ ໂດລາສະຫະລັດ ໃນຂະແໜງກະສິກຳ ແລະ ປ່າໄມ້, ເຮັດໃຫ້ກາຍເປັນນັກລົງທຶນລາຍໃຫຍ່ທີ່ສຸດຂອງປະເທດລາວ. ບາງໂຄງການກະສິກຳໄດ້ຖືກພິຈາລະນາໃຫ້ເປັນຕະຫຼາດຂອງຈີນເຊັ່ນ ໂຄງການປູກຖົ່ວລຽນ ຊຶ່ງລວມມື 3,200 – 4,800 ເຮັກຕາຂອງເນື້ອທີ່ດິນນະຄອນຫຼວງວຽງຈັນ. 24

ສະນັ້ນ, ເພື່ອຫຼີກລ່ຽງຜົນກະທົບດ້ານລົບຈາກການລົງທຶນໃນທຸລະກິດກະສິກຳ ແລະ ເພື່ອສ້າງການມີສ່ວນຮ່ວມຈາກສາທາລະນະເຂົ້າໃນຂະບວນການຂອງໂຄງການສຳປະທານນັ້ນ, ນິຕິກຳບາງສະບັບຈຶ່ງໄດ້ຖືກພັດທະນາຂື້ນມາເຊັ່ນ: ຄຳແນະນຳກ່ຽວກັບການພິຈາລະນາອະນຸມັດການລົງທຶນ ແລະ ກົນໄກການຄຸ້ມຄອງທີ່ດິນໃຫ້ເຊົ່າຫຼືສຳປະທານ ສຳລັບການປູກພືດກະສິກຳ ຊຶ່ງອອກມາໃນປີ 2019 ແລະ ຕາມດ້ວຍ ຄູ່ມືແນະນຳການລົງທຶນດ້ານກະສິກຳ ແລະ ປ່າໄມ້ແບບມີຄວາມຮັບຜິດຊອບຢູ່ໃນລາວ ຊຶ່ງຫາກໍອອກມາໃນປີ 2021 ນີ້.  

ລັດຖະບານສປປ ລາວ ໄດ້ປະກາດໃຫ້ຍຸດຕິການສຳປະທານຫຼາຍໂຄງການ ທີ່ເປັນການໂຈະ ຫຼື ຈຳກັດຜົນກະທົບຂອງການໃຫ້ສຳປະທານແກ່ນັກລົງທຶນ.25 ໃນປີ 2017, ລັດຖະບານລາວ ໄດ້ສັ່ງຫ້າມການປູກສວນກ້ວຍ. ສະນັ້ນ, ໃນປີ 2018 ຕໍ່ມາ, ລັດຖະບານຈຶ່ງໄດ້ມີການອອກໃບຢັ້ງຢືນຄວາມປອດໄພຄຽງຄູ່ກັບການປະສານສົບທົບຈາກອົງການສະຫະປະຊາຊາດກ່ຽວກັບອາການ ແລະ ການສະເສດ. 26 

ທີ່ດິນທີ່ຖືກຈັດສັນໃຫ້ສໍາລັບໂຄງການລົງທຶນ ແລະ ພັດທະນາ ກໍ່ເປັນປັດໃຈຫຼັກທີ່ໄດ້ສົ່ງຜົນກະທົບຕໍ່ການປ່ຽນແປງສິດນໍາໃຊ້ທີ່ດິນຂອງຊຸມຊົນທ້ອງຖິ່ນ, ໂດຍສະເພາະທີ່ດິນຈັດສັນສໍາລັບການສໍາປະທານທີ່ດິນຂະໜາດໃຫຍ່, ເຊິ່ງສາມາດສົ່ງຜົນກະທົບຕໍ່ກັບການດໍາລົງຊີວິດຂອງປະຊາຊົນໃນທ້ອງຖິ່ນ ແລະ ສິດນໍາໃຊ້ທີ່ດິນ. 27

References

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Byvsw
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!