ການພັດທະນາດ້ານສັງຄົມ

[ເປີດຮັບສະໝັກ] : ວິສາຫະກິດລວມເພື່ອສ້າງຄວາມເຂັ້ມແຂງຕໍ່ຊຸມຊົນ

ລາຍລະອຽດ: ແມ່ນຫຼັກສູດ e-learning ແບບທາງໄກ (ໂດຍບໍ່ເສຍຄ່າໃຊ້ຈ່າຍ) ກ່ຽວກັບການພັດທະນາວິສາຫະກິດຊຸມຊົນທີ່ມີສ່ວນຮ່ວມຫຼາຍຂຶ້ນເພື່ອຄວາມດີຂອງປະຊາຊົນ ແລະ ປ່າໄມ້.ຫຼັກສູດດັ່ງກ່າວ ແມ່ນຈະຮຽນກ່ຽວກັບການເຊື່ອມຕໍ່ລະຫວ່າງການລວມເຂົ້າກັບວິສາຫະກິດຊຸມຊົນ (CBEs) ທີ່ພັດທະນາພາຍໃນຊຸມຊົນປ່າໄມ້. ຈະໄດ້ຮຽນຮູ້ເຖິງວິທີ ແລະ ເຫດຜົນທີ່ຖືກຍົກເວັ້ນຂອງແມ່ຍິງ ແລະກຸ່ມຄົນດ້ອຍໂອກາດຢູ່ໃນ CBEs ແລະ ແນະນຳວິທີທາງປະຕິບັດເພື່ອສົ່ງເສີມຄວາມສາມັກຄີຕ່າງໆ.   ກຸ່ມເປົ້າໝາຍ: ຜູ້ທີ່ເຮັດວຽກກັບລັດ, ຜູ້ທີ່ບໍ່ແມ່ນລັດຖະບານ ຫຼື ພາກເອກະຊົນ ຫຼື ຜູ້ທີ່ຕ້ອງການຮຽນຮູ້ກ່ຽວກັບການເຊື່ອມຕໍ່ລະຫວ່າງການລວມເຂົ້າກັບວິສາຫະກິດຊຸມຊົນທີ່ພັດທະນາໃນປ່າຊຸມຊົນເພື່ອສ້າງທຸລະກິດ ແລະ ອົງການຈັດຕັ້ງທີ່ປະສົມປະສານ; ຜູ້ວາງນະໂຍບາຍສົ່ງເສີມວິສາຫະກິດໃນຊຸມຊົນ, ແລະ ນັກສຶກສາ ແລະນັກການສຶກສາທີ່ເຮັດວຽກໃນການຄຸ້ມຄອງປ່າໄມ້ ແລະຊັບພະຍາກອນທໍາມະຊາດ. ປິດຮັບສະໝັກ: 25 October 2022.(ການຮ່ຳຮຽນຈະເລິ່ມຂື້ນວັນທີ 13 ຕຸລາ – 20 ທັນວາ 2022). ໝາຍເຫດ: ຈະມີໃບຮັບຮອງໃຫ້ພາຍຫຼັງຈົບຫຼັກສູດ.  ເບິ່ງຂໍ້ມູນເພິ່ມເຕີມໄດ້>>> ທີ່ນີ້. ...

ເປີດຮັບສະໝັກກອງທຶນ

ລາຍລະອຽດ: ອົງການ The Critical Ecosystem Partnership Fund (CEPF) ແລະ the International Union for Conservation of Nature(IUCN) ເປີດຮັບສະໝັກກອງທຶນ ຈາກຫຼາຍໜ່ວຍງານເຊັ່ນ: ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ກຸ່ມຊຸມຊົນ, ອົງການຈັດຕັ້ງຊົນເຜົ່າ, ກຸ່ມແມ່ຍິງ, ບໍລິສັດເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມອື່ນໆ ສຳລັບໂຄງການທີ່ແນໃສ່ການອະນຸລັກຊີວະນາໆພັນໃນເຂດອິນດູ-ມຽນມາ ທີ່ຄົບເງື່ອນໄຂທີ່ໄດ້ກຳນົດ.  ໝົດເຂດຮັບສະໝັກ: 11:59 ແລງ (ໂມງອິນໂດຈີນ) ວັນທີ 26 ກັນຍາ 2022.ຂະໜາດກອງທຶນ: ຂະໜາດນ້ອຍ (US$40,000) ແລະ ຂະໜາດໃຫຍ່ (US$40,000 – US$200,000). ເງື່ຶອນໄຂປະເທດ: ກຳປູເຈຍ, ຈີນ, ລາວ, ມຽນມາ, ...

ເວທີສົນທະນາ: ແມ່ຍິງຈາກວົງການອົງການຈັດຕັ້ງທາງສັງຄົມ

ຂໍເຊີນຊວນບັນດາທ່ານ ເຂົ້າຮ່ວມຮັບຟັງການແບ່ງປັນປະສົບການ  ຈາກແມ່ຍິງທີ່ເປັນແຮງບັນດານໃຈຜູ້ທີ່ເຮັດວຽກໃນຂະແໜງການສັງຄົມ ແລະ ການພັດທະນາ ໃນ ສປປ ລາວ. ພວກເຂົາຈະເລົ່າເຖິງປະສົບການໃນການເລືອກສາຍອາຊີບຂອງຕົນ ອຸປະສັກທີ່ພວກເຂົາໄດ້ປະເຊີນຜ່ານມາ ແລະ ສິ່ງສໍາຄັນອີກຢ່າງໜື່ງກໍຄື ວິທີການທີ່ລົ້ມເຫລວ “ເພາະນັ້ນໝາຍເຖິງການຮຽນຮູ້ວິທີການເພື່ອປະສົບຜົນສໍາເລັດທີ່ດີກວ່າ.”ການສົນທະນາຄັ້ງນີ້ ມີແຂກຮັບເຊີນຫຼາຍທ່ານທີ່ເປັນຜູ້ຊ່ຽວຊານດ້ານບົດບາດຍິງຊາຍ ແລະ ການສົ່ງເສີມການມີສ່ວນຮ່ວມຂອງຄົນທີ່ມີຄວາມພິການ ເພາະສະນັ້ນຂໍເຊີນທ່ານເຂົ້າຮ່ວມງານຂອງພວກເຮົາ ພ້ອມກຽມຄໍາຖາມເພື່ອຖາມແຂກຮັບເຊີນ ແລະ ຫຼັງຈາກນັ້ນຖືໂອກາດນີ້ສ້າງເຄືອຂ່າຍກັບບັນດາຜູ້ເຂົ້າຮ່ວມໃນງານ.  ວັນທີ: 7 ພຶດສະພາ 2022 ເວລາ: 4:30 – 6:00 ຕອນແລງ ສະຖານທີ: ສະຖາບັນຝຣັ່ງ, ນະຄອນຫຼວງວຽງຈັນ ທ່ານສາມາດຮ່ວມຮັບຟັງການສົນທະນາໄດ້ຜ່ານ ການ Live ສົດ ຢູ່ Facebook  ແລະ ຜ່ານເພຈວິທະຍຸ Lao Youth Radio   ...

[ເປີດຮັບສະໝັກ] ເຄືອຂ່າຍແມ່ຂອງເປີດໃຫ້ບັນດາ NGOs ແລະ ອົງການທີ່ເຮັດວຽກໃນຊຸມຊົນສະໝັກກອງທຶນມູນຄ່າ $25,000

ເຄືອຂ່າຍແມ່ນ້ຳຂອງ ເປີດໃຫ້ບັນດາພາກສ່ວນ NGOs ຫຼື ອົງການທີ່ເຮັດວຽກໃນຊຸມຊົນ ຢູ່ບັນດາປະເທດແມ່ນ້ຳຂອງ(ລາວ,ກຳປາເຈຍ,ມຽນມາ, ໄທ ແລະ ຫວຽດນາມ) ຍື່ນເຂົ້າສະໝັກເອົາກອງທຶນມູນຄ່າ $25,000.ກອງທຶນດັ່ງກ່າວຈະຊຸກຍູ້ວຽກງານທີ່ກ່ຽວກັບຂະແໜງການຕ່າງດັ່ງລຸ່ມນີ້: – ປົກປ້ອງແມ່ນ້ຳ – ທີ່ກ່ຽວຂ້ອງກັບລະບົບນິເວດ;  – ຕ້ານການລ່າສັດປ່າທີ່ຜິດກົດໝາຍ; – ໄດ້ຮັບຮູ້ແລະເຂົ້າໃຈຍິ່ງຂື້ນກ່ຽວກັບການເຊື່ອມຕໍ່ລະຫວ່າງຄົນກັບສັດ ແລະ ລະບົບນິເວດສຸຂະສຶກສາຕ່າງ. ກະລຸນນາຕິດຕໍ່  U.S. Embassy Vientiane .ທ່ານສາມາເຂົ້າຮ່ວມປຶກສາຫາລືກ່ຽວກັບກອງທຶນໄດ້ດັ່ງວັນເວລາລຸ່ມນີ້:  25 ສິງຫາ 2021 at 9 ໂມງເຊົ້າ (ອິນດູຈີນ)https://zoom.us/j/9320415040230 ສິງຫາ 2021 at 1 ໂມງບ່າຍ (ອິນດູຈີນ)https://zoom.us/j/97149403755ແຫຼ່ງຂໍ້ມູນຈາກ SOURCE ...

[ຮັບສະໝັກ] ເຂົ້າຮ່ວມສຳມະນາຄັ້ງທີ່ 2 ກັບ YSEALI Academy ຢູ່ທີ່ Fulbright University Vietnam

ສະຖາບັນ YSEALI ທີ່ມະຫາວິທະຍາໄລຟູໄບຫວຽດນາມ ຈະຈັດສຳມະນາກ່ຽວກັບກັບ 3​ ຫົວຂໍ້ ເພື່ອແກ້ໄຂບັນຫາທີ່ທ້າທາຍທີ່ປະເຊີນໃນພາກພື້ນເຊັ່ນ: ເສດຖະກິດພະລັງງານ ແລະ ນະໂຍບາຍ, ສິ່ງທ້າທາຍ ແລະ ໂອກາດທາງ cyber ໃນປະຈຸບັນ ແລະພື້ນຖານຂອງການເລີ່ມຕົ້ນການລົງທືນໃນອາຊີຕາເວັນອອກສ່ຽງໃຕ້.ການສຳມະນາຈະຈັດໃນແບບອອນລາຍໃນ ວັນທີ 13–24 ກັນຍາ ໂດຍເນັ້ນໃສ່ໂອກາດ ແລະ ສິ່ງທ້າທາຍໃນການຫັນປ່ຽນເປັນທັນສະໄໝ ໃນຍຸກຫຼັງໂຄວິດ-19. ໄວໜຸ່ມໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ທີ່ມີຄວາມສົນໃຈຫົວຂໍ້ເຕັກໂນໂລຊີ ສາມາດສະໝັກເພື່ອເຂົ້າຮ່ວມງານໄດ້ ຕາມລາຍລະອຽດດັ່ງຕໍ່ໄປນີ້ >>>  https://yseali.fulbright.edu.vn/apply/ປິດຮັບສະໝັກ ວັນທີ 15 ກໍລະກົດ 2021.   ...

[ເຊີນຮ່ວມສົນທະນາອອນລາຍ] ຫົວຂໍ້: ແມ່ຍິງ ແລະ ສິດທິກ່ຽວກັບທີ່ດິນຊຸມຊົນ: ການລົງທິນເພື່ອສ້າງຊຸມຊົນຕົວແບບ

ງານສົນທະນາດັ່ງກ່າວ ຈະນຳພາທ່ານໄປຮູ້ຈັກກັບຮູບແບບຂອງໂຄງການໃນການລົງທືນໃນກຸ່ມຜູ້ທີ່ມີສິດທິ ກ່ຽວກັບທີ່ດິນ ທັງເພດຍິງ ແລະ ຊາຍ ຊຶ່ງເປັນການປ່ຽນຮູບແບບວິຖິສັງຄົມກ່ຽວກັບເພດ ແລະ ຊຸມຊົນຢ່າງ. ໂດຍຜ່ານໂຄງການ WOLTS ແມ່ນເຮັດໃຫ້ມີການປ່ຽນແປງ ກ່ຽວກັບການຄອບຄອງທີ່ດິນ, ປັບປຸງໂຄງສ້າງດ້ານພະລັງງານໃນທ້ອງຖິ່ນ ເພື່ອປົກປ້ອງສິດທິຂອງແມ່ຍິງ ແລະກຸ່ມທີ່ມີຄວາມສ່ຽງອື່ນໆ ເຮັດໃຫ້ສິດທິກ່ຽວກັບທີ່ດິນຂອງແມ່ຍິງ ແລະ ສິດທິທີ່ດິນຂອງຊຸມຊົນໄດ້ຮັບການປັບປຸງ.>>> ຄົ້ນຫາຂໍ້ມູນເພິ່ມເຕີມ ໄດ້ທີ່ນີ້    ...

[ເປີດຮັບສະໝັກ] ກອງທຶນເພື່ອສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມຊົນເຜົ່າ

ອົງການ UNDP ແລະ ອົງການ Asia Indigenous Peoples Pact (AIPP) ໄດ້ສ້າງຕັ້ງ “ກອງທຶນເພື່ອສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມຊົນເຜົ່າ” ມູນຄ່າຈຳນວນ 2500 to 3500 ໂດລາສະຫະລັດ ໃດຍເປີດໃຫ້ຜູ້ສະໝັກຈາກປະເທດລາວ, ບັງກະລາເທດ, ກຳປູເຈຍ, ອິນໂດເນເຊຍ, ອິນເດຍ, ມາເລເຊຍ, ມຽນມາ, ເນປານ, ພີລິບປິນ, ໄທ ແລະ ຫວຽດນາມ. ປິດຮັບສະໝັກ: ວັນທີ 14 ມິຖຸນາ 2021 ສຶກສາຂໍ້ມູນເພິ່ມເຕີມ>>> ໄດ້ທີ່ນີ້.  ...

ງານແຂ່ງຂັນປະກວດຜົນງານການສ້າງເລື່ອງເລົ່າດ້ວຍຂໍ້ມູນ(ກຳນົດສົ່ງ ວັນທີ 29 ມີນາ 2021)

ຈຸດປະສົງຂອງງານປະກວດຄັ້ງນີ້ ແມ່ນເພື່ອຊຸກຍູ້ສົ່ງເສີມບັນດາຜູ້ຊ່ຽວຊານ, ນັກຄົ້ນຄວ້າ, ນັກສຶກສາ ໂດຍສະເພາະເພດຍິງ ແລະ ຄົນຊົນເຜົ່າ ເພື່ອສະແດງໃຫ້ເຫັນຄຸນຄ່າຄວາມສຳຄັນຂອງຂໍ້ມູນ ໂດຍຜ່ານການເລົ່າເລື່ອງທີ່ເປັນຮູບພາບ ທັງເປັນການປະກອບສ່ວນເຂົ້າໃນຊຸມຊົນຂໍ້ມູນເປີດດ້ວຍການເພີ່ມຄວາມສາມາດໃນການເຂົ້າເຖິງຂໍ້ມູນຂ່າວສານດ້ານບໍລິການສາທາລະນະ. ໃນຊ່ວງການລະບາດຂອງພະຍາດໂຄວິດ-19, Open Development Mekong (ODM) ຮ່ວມກັບ SPIDER Center  ເຊີນຊວນໃຫ້ບັນດາທ່ານປະກອບສ່ວນ ເຂົ້າຮ່ວມນຳໃຊ້ຄວາມຮູ້ ແລະ ສ້າງສັນຂໍ້ມູນ ເພື່ອສ້າງເປັນບົດເລື່ອງ ພາຍໃຕ້ຫົວຂໍ້ “ຜົນກະທົບຂອງ COVID-19” ໂດຍນຳໃຊ້ຂໍ້ມູນຕາມແພັດຟອມ ODI ຫຼື ແຫຼ່ງອື່ນໆທີ່ກ່ຽວຂ້ອງ.The Open Development Initiative (ODI) ພາຍໃຕ້  the East-West Management Institute (EWMI) ຂໍເຊີນບັນດາທ່ານ ສົ່ງຜົນງານ ການເລົ່າບົດເລື່ອງໂດຍນຳໃຊ້ຂໍ້ມູນປະກອບ. ໂດຍສະເພາະ ຜູ້ເຂົ້າຮ່ວມທີ່ມາຈາກທຸກປະເທດ ລຸ່ມແມ່ນ້ຳຂອງເຊັ່ນ: ...

ງານແຂ່ງຂັນປະກວດນັກຂ່າວໜຸ່ມດ້ານສັງຄົມໃນອາຊຽນ ຄັ້ງທີ 2 ປີ 2021​

ງານແຂ່ງຂັນປະກວດນັກຂ່າວໜຸ່ມດ້ານສັງຄົມໃນອາຊຽນ ຄັ້ງທີ 2​ ປີ 2021​ ໄດ້ເຊີນຊວນໃຫ້ບັນດາຊາວໜຸ່ມ “ສັງຄົມໄວໜຸ່ມ” ເຂົ້າຮ່ວມສົ່ງບົດຄວາມ ແລະ ໄອເດຍຕ່າງໆ ພາຍໃຕ້ຫົວຂໍ້ “#ຊາວໜຸ່ມອາຊຽນ ແລະ ໂຄວິດ-19-ການຕອບສະໜອງ, ຟື້ນຟຸ ແລະ ການປັບຕົວ”. ພວກເຮົາເຊີນຊວນໃຫ້ບັນດາຊາວໜຸ່ມຈາກປະເທດອາຊຽນທີ່ມີທັກສະ ມາຮ່ວມແບ່ງປັນ ແລະ ສົ່ງເສີມຂ່າວສານທີ່ອີງໃສ່ສະພາບຄວາມເປັນຈິງ ແລະ ເປັນກະບອກສຽງສື່ໃຫ້ເຫັນຄວາມສຳຄັນຂອງຊາວໜຸ່ມອາຊຽນຢູ່ແຖວໜ້າໃນການຕ້ານກັບພະຍາດລະບາດໂຄວິດ-19. ກຳນົດສິ້ນສຸດສົ່ງແບບຟອມ: 14 ກຸມພາ 2021 at 23:59 Jakarta/Bangkok timeສຶກສາຂໍ້ມູນເພິ່ມເຕີມໄດ້ທີ່>>>> ...

ສິລະປະ ແລະ ການປູກຈິດສຳນຶກ ເພື່ອສຸຂະພາບຂອງໄວໜຸ່ມ ແລະ ເດັກຍິງ

(KPL)- ອົງການ UNFPA ພ້ອມທັງ ບັນດາສະຖາບັນທີ່ໃຊ້ພາສາຝຣັ່ງເຊັ່ນ: Agence Universitaire de la Francophonie (AUF), Institut de Recherche pour le Développement (IRD), ຜູ້ຊ່່ຽວຊານພາສາຝຣັ່ງຕ່າງໆ ແລະ ກຸ່ມນັກສະແດງ-ນັກເຕັ້ນ ຈະເປີດງານສະແດງສິລະປະຫົວຂໍ້: “ຮ່າງກາຍຂອງເຮົາ, ຊີວິດຂອງເຮົາ, ອະນາຄົດຂອງເຮົາ” ສະໜັບສະໜູນໂດຍ ກອງທຶນການາດາເພື່ອຂໍ້ລິເລີ່ມທ້ອງຖິ່ນ”. ພາຍໃຕ້ຫົວຂໍ້: “ການສ້າງຄວາມເຂັ້ມແຂງໃຫ້ກັບຊາວ ໜຸ່ມ ເພື່ອການພັດທະນາຢ່າງສະ ເໝີ ພາບແລະເປັນເອກະພາບກັນ” ງານດັ່ງກ່າວຈະເປັນການເພິ່ມການເອົາໃຈໃສ່ໃຫ້ແກ່ນັກສຶກສາມະຫາວິທະຍາໄລຂອງແຂວງຕ່າງໆ ກ່ຽວກັບເພດ ແລະ ສຸຂະພາບຈະເລີນພັນຂອງໄວໜຸ່ມ, ສະຖານະພາບຂອງໄວໜຸ່ມເດັກຍິງ ແລະ ການຕ້ານບັນຫາການຈຳແນກ. ອ່ານເພິ່ມເຕີມ.  ...

KPL

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

6PKEu
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!