[ຮັບສະໝັກ] ເຂົ້າຮ່ວມສຳມະນາຄັ້ງທີ່ 2 ກັບ YSEALI Academy ຢູ່ທີ່ Fulbright University Vietnam

ສະຖາບັນ YSEALI ທີ່ມະຫາວິທະຍາໄລຟູໄບຫວຽດນາມ ຈະຈັດສຳມະນາກ່ຽວກັບກັບ 3​ ຫົວຂໍ້ ເພື່ອແກ້ໄຂບັນຫາທີ່ທ້າທາຍທີ່ປະເຊີນໃນພາກພື້ນເຊັ່ນ: ເສດຖະກິດພະລັງງານ ແລະ ນະໂຍບາຍ, ສິ່ງທ້າທາຍ ແລະ ໂອກາດທາງ cyber ໃນປະຈຸບັນ ແລະພື້ນຖານຂອງການເລີ່ມຕົ້ນການລົງທືນໃນອາຊີຕາເວັນອອກສ່ຽງໃຕ້.

ການສຳມະນາຈະຈັດໃນແບບອອນລາຍໃນ ວັນທີ 13–24 ກັນຍາ ໂດຍເນັ້ນໃສ່ໂອກາດ ແລະ ສິ່ງທ້າທາຍໃນການຫັນປ່ຽນເປັນທັນສະໄໝ ໃນຍຸກຫຼັງໂຄວິດ-19. ໄວໜຸ່ມໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ທີ່ມີຄວາມສົນໃຈຫົວຂໍ້ເຕັກໂນໂລຊີ ສາມາດສະໝັກເພື່ອເຂົ້າຮ່ວມງານໄດ້ ຕາມລາຍລະອຽດດັ່ງຕໍ່ໄປນີ້ >>>  https://yseali.fulbright.edu.vn/apply/

ປິດຮັບສະໝັກ ວັນທີ 15 ກໍລະກົດ 2021.