ງານແຂ່ງຂັນປະກວດຜົນງານການສ້າງເລື່ອງເລົ່າດ້ວຍຂໍ້ມູນ(ກຳນົດສົ່ງ ວັນທີ 29 ມີນາ 2021)

ຈຸດປະສົງຂອງງານປະກວດຄັ້ງນີ້ ແມ່ນເພື່ອຊຸກຍູ້ສົ່ງເສີມບັນດາຜູ້ຊ່ຽວຊານ, ນັກຄົ້ນຄວ້າ, ນັກສຶກສາ ໂດຍສະເພາະເພດຍິງ ແລະ ຄົນຊົນເຜົ່າ ເພື່ອສະແດງໃຫ້ເຫັນຄຸນຄ່າຄວາມສຳຄັນຂອງຂໍ້ມູນ ໂດຍຜ່ານການເລົ່າເລື່ອງທີ່ເປັນຮູບພາບ ທັງເປັນການປະກອບສ່ວນເຂົ້າໃນຊຸມຊົນຂໍ້ມູນເປີດດ້ວຍການເພີ່ມຄວາມສາມາດໃນການເຂົ້າເຖິງຂໍ້ມູນຂ່າວສານດ້ານບໍລິການສາທາລະນະ. 

ໃນຊ່ວງການລະບາດຂອງພະຍາດໂຄວິດ-19, Open Development Mekong (ODM) ຮ່ວມກັບ SPIDER Center  ເຊີນຊວນໃຫ້ບັນດາທ່ານປະກອບສ່ວນ ເຂົ້າຮ່ວມນຳໃຊ້ຄວາມຮູ້ ແລະ ສ້າງສັນຂໍ້ມູນ ເພື່ອສ້າງເປັນບົດເລື່ອງ ພາຍໃຕ້ຫົວຂໍ້ “ຜົນກະທົບຂອງ COVID-19” ໂດຍນຳໃຊ້ຂໍ້ມູນຕາມແພັດຟອມ ODI ຫຼື ແຫຼ່ງອື່ນໆທີ່ກ່ຽວຂ້ອງ.

The Open Development Initiative (ODI) ພາຍໃຕ້  the East-West Management Institute (EWMI) ຂໍເຊີນບັນດາທ່ານ ສົ່ງຜົນງານ ການເລົ່າບົດເລື່ອງໂດຍນຳໃຊ້ຂໍ້ມູນປະກອບ. ໂດຍສະເພາະ ຜູ້ເຂົ້າຮ່ວມທີ່ມາຈາກທຸກປະເທດ ລຸ່ມແມ່ນ້ຳຂອງເຊັ່ນ: ສປປ ລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ. 

ODI ແລະ ເຄືອຂ່າຍ Open Development ໄດ້ຮ່ວມກັນຮີບໂຮມຂໍ້ມູນ ເພື່ອເຜີຍແຜ່ ແລະ ເປີດກ້ວາງໃຫ້ມວນຊົນໄດ້ຊົມໃຊ້ ຊຶ່ງຂໍ້ມູນເຫຼົ່ານັ້ນກໍປະກອບມີຫຼາຍຂະແໜງການ ກ່ຽວກັບການພັດທະນາ,  ລວມທັງຂໍ້ມູນກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນປະຈຸບັນ ແລະ ຜົນກະທົບຂອງມັນຕໍ່ສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມ. ໂຄງການດັ່ງກ່າວໄດ້ຈັດຫາຂໍ້ມູນຂ່າວສານ ລົງສູ່ແວັບໄຊເພື່ອເພິ່ມ ການເຂົ້າເຖິງການບໍລິການສາທາລະນະໃຫ້ແກ່ປະຊາຊົນໃນພາກພື້ນແມ່ນໍ້າຂອງ, ໂດຍສະເພາະ ແມ່ຍິງ ແລະ ກຸ່ມຄົນດ້ອຍໂອກາດອື່ນໆ.

ຂັ້ນຕອນການຮັບສະໝັກ:

ຖ້າທ່ານສົນໃຈສາມາດສົ່ງຜົນງານເຂົ້າປະກວດຕາມອີເມລຕໍ່ໄປນີ້ opendev.laos@gmail.com ພ້ອມລະບຸ ຊື່, ເບີໂທຕິດຕໍ່, ຊື່ອົງການຈັດຕັ້ງທີ່ຕົນສັງກັດ (ຖ້າມີ), ໂດຍໃສ່ຫົວຂໍ້ຂອງອີເມລ: “Covid-19 Contest – [ຊື່ຜູ້ສະໝັກ]”. ກຳນົດສົ່ງບໍ່ເກີນ ວັນຈັນ, ທີ 29 ມີນາ 2021 (23:00 ໂມງ, ຕາມເວລາທ້ອງຖິ່ນ). 

ມາດຖານທີ່ໃຊ້ຕັດສິນ:

ທຸຸກຜົນງານການປະກວດຈະຖືກວັດແທກຕາມມາດຖານທີ່ລະບຸໄວ້ດັ່ງຕໍ່ໄປນີ້: 

  • ເນື້ອໃນຂອງບົດເລື່ອງ (ຜົນກະທົບຕ່າງໆ) (25%)
  • ຜົນງານການອອກແບບ ແລະ ຄວາມງາມ (ແນວຄວາມຄິດສ້າງສັນ) (25%)
  • ການນຳໃຊ້ຂໍ້ມູນຂ່າວສານ (ແນວຄວາມຄິດແບບປະສົມປະສານ) (25%)
  • ປະໂຫຍດຂອງທີ່ຈະເອົາໄປນຳໃຊ້ (25%)
  • ນຳໃຊ້ຂໍ້ມູນຈາກແພັດຟອດ ODI (ຈະພິຈາລະນາເປັນພິເສດ)

ລາງວັນ:

  • ຊະນະເລີດ: US$200 ພ້ອມໃບຢັ້ງຢືນ 
  • ຮອງອັນດັບ 1: US$100 ພ້ອມໃບຢັ້ງຢືນ
  • ຮອງອັນດັບ 2: US$50 ພ້ອມໃບຢັ້ງຢືນ
  • ທຸກຫົວຂໍ້ທີ່ໄດ້ຮັບຄັດເລືອກ ຈະຖືກຈັດພິມລົງໃນ ODI ແວັບໄຊ  ແລະ ບຣອກ ODM Medium. 

ກະຕິກາການແຂ່ງຂັນ:

  • ສາມາດສົ່ງຜົນງານເປັນບຸກຄົນ ຫຼື ແບບກຸ່ມກໍໄດ້ (ກຸ່ມລະບໍ່ເກີນ 3 ຄົນ). ຄົນໜຶ່ງບໍ່ເກີນ 2​ ຜົນງານ.  
  • ຮູບແບບຜົນການອາດເປັນການປະສົມປະສານ ລະຫວ່າງ ເລື່ອງເລົ່າຂໍ້ມູນ ແລະ ຮູບພາບ ເພື່ອສະແດງໃຫ້ເຫັນ ຜົນກະທົບຂອງພະຍາດລະບາດໂຄວິດ-19 ໃນປະເທດ. 
  • ບັນດາແຫຼ່ງຂໍ້ມູນອາດຈະນຳມາຈາກແຫຼ່ງທີ່ໜ້າເຊື່ອຖື ແລະ ສາມາດນຳມາອ້າງອີງໄດ້​. ແຫຼ່ງຂໍ້ມູນທີ່ມາຈາກ ແວັບໄຊ ODI ເຊັ່ນ: ODV, ODL, ODC, ODT, ODMm, ODM ຈະຖືກພິຈາລະນາເປັນພິເສດ.       
  • ພາສາທີ່ໃຊ້: ລາວ ຫຼື ອັງກິດ
  • ODM ຂະຫງວນສິດໃນການອະນຸຍາດປັບປຸງ ແລະ ຕີພິມຜົນງານທີ່ຊະນະເລີດລົງໃນເວັບໄຊ, ສື່ສິ່ງພິມ ແລະ ບຣອກ ODM Medium
  • ທຸກໆຜົນງານແມ່ນຈະບໍ່ໄດ້ຖືກເຜີຍແຜ່ຕໍ່ສາທາລະນະກ່ອນລ່ວງໜ້າຂອງໄລຍະເວລາການແຂ່ງຂັນ. ຂໍ້ມູນທີ່ໄດ້ນຳໃຊ້ເຂົ້າໃນການສະໝັກດັ່ງກ່າວສາມາດຖືກເຜີຍແຜ່ຄືນ (ແຕ່ບໍ່ແມ່ນເພື່ອຈຸດປະສົງການໂຄສະນາໃດໆ).
  • ຜູ້ເຂົ້າຮ່ວມຈະຕ້ອງຮັບຜິດຊອບຕໍ່ບັນຫາລິຂະສິດທີ່ພົວພັນເຖິງຂໍ້ມູນທີ່ນຳມາໃຊ້ ທີ່ບໍ່ແມ່ນມາຈາກແຫຼ່ງຂອງ ODM platforms. 

ໄລຍະເວລາກຳນົດ: 

  • ປິດຮັບສະໝັກ: ວັນທີ 29 ມີນາ 2021 (23:00 ໂມງ, ຕາມເວລາທ້ອງຖິ່ນ)
  • ປະກາດຜົນ: ວັນທີ 19 ເມສາ 2021 (ຜ່ານທາງ ອີເມລ ຫຼື ເວັບໄຊ)

ທ່ານສາມາດສອບຖາມຂໍ້ມູນລາຍລະອຽດກ່ຽວກັບການປະກວດ ຫຼື ສອບຖາມເພິ່ມເຕີມໄດ້ທີ່ opendev.laos@gmail.com.