ປະຊາສັງຄົມ
ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ
ງານແຂ່ງຂັນປະກວດຜົນງານການສ້າງເລື່ອງເລົ່າດ້ວຍຂໍ້ມູນ(ກຳນົດສົ່ງ ວັນທີ 29 ມີນາ 2021)

ຈຸດປະສົງຂອງງານປະກວດຄັ້ງນີ້ ແມ່ນເພື່ອຊຸກຍູ້ສົ່ງເສີມບັນດາຜູ້ຊ່ຽວຊານ, ນັກຄົ້ນຄວ້າ, ນັກສຶກສາ ໂດຍສະເພາະເພດຍິງ ແລະ ຄົນຊົນເຜົ່າ ເພື່ອສະແດງໃຫ້ເຫັນຄຸນຄ່າຄວາມສຳຄັນຂອງຂໍ້ມູນ ໂດຍຜ່ານການເລົ່າເລື່ອງທີ່ເປັນຮູບພາບ ທັງເປັນການປະກອບສ່ວນເຂົ້າໃນຊຸມຊົນຂໍ້ມູນເປີດດ້ວຍການເພີ່ມຄວາມສາມາດໃນການເຂົ້າເຖິງຂໍ້ມູນຂ່າວສານດ້ານບໍລິການສາທາລະນະ. ໃນຊ່ວງການລະບາດຂອງພະຍາດໂຄວິດ-19, Open Development Mekong (ODM) ຮ່ວມກັບ SPIDER Center ເຊີນຊວນໃຫ້ບັນດາທ່ານປະກອບສ່ວນ ເຂົ້າຮ່ວມນຳໃຊ້ຄວາມຮູ້ ແລະ ສ້າງສັນຂໍ້ມູນ ເພື່ອສ້າງເປັນບົດເລື່ອງ ພາຍໃຕ້ຫົວຂໍ້ “ຜົນກະທົບຂອງ COVID-19” ໂດຍນຳໃຊ້ຂໍ້ມູນຕາມແພັດຟອມ ODI ຫຼື ແຫຼ່ງອື່ນໆທີ່ກ່ຽວຂ້ອງ.The Open Development Initiative (ODI) ພາຍໃຕ້ the East-West Management Institute (EWMI) ຂໍເຊີນບັນດາທ່ານ ສົ່ງຜົນງານ ການເລົ່າບົດເລື່ອງໂດຍນຳໃຊ້ຂໍ້ມູນປະກອບ. ໂດຍສະເພາະ ຜູ້ເຂົ້າຮ່ວມທີ່ມາຈາກທຸກປະເທດ ລຸ່ມແມ່ນ້ຳຂອງເຊັ່ນ: ...