ອົງການຈັດຕັ້ງທາງສັງຄົມ ຊ່ວຍຊຸກຍູ້ລັດຖະບານລາວ ຮັບມືກັບການປ່້ອງກັນພະຍາດລະບາດໂຄວິດ-19 ໃນທົ່ວໄປເທດ

ພາຍໃຕ້ການເຊັນສັນຍາຂໍ້ຕົກລົງຮ່ວມກັນ ກຳນົດເວລາ 12 ເດືອນ ຂອງຖານະຄູ່ຮ່ວມມືໃນນາມເປັນສ່ວນໜຶ່ງຂອງວຽກງານການເຄື່ອນໄຫວອົງການຈັດຕັ້ງທາງສັງຄົມ ແລະ ໂຄງການເພື່ອຫຼຸດຜ່ອນການລະບາດຂອງພະຍາດໂຄວິດ-19, ຊຶ່ງຈະປັບປຸງການຮັບມືໃນໄລຍະຍາວຂອງປະເທດ ກໍຄືຂອງໂລກ. 10 ໂຄງການຂອງອົງການຈັດຕັ້ງທາງສັງຄົມນີ້ ພາຍໃຕ້ການສະໜັບສະໜູນໂດຍອົງການສະຫະພາບເອີຣົບ ຈະເຂົ້າຫາປະຊາຊົນຈຳນວນ 100,000 ຄົນທົ່ວທັງ 102 ໝູ່ບ້ານໃນ 16 ເມືອງ, ລວມທັງການສະໜອງຈຸດລ້າງມືຈຳນວນ 62 ແຫ່ງຢູ່ໂຮງຮຽນ 46 ແຫ່ງ, 5 ແຫ່ງຂອງຈຸດບໍລິການດ້ານສາທາລະນະສຸກ ແລະ ຢູ່ຕະຫຼາດ 10 ຈຸດ. ອ່ານເພິ່ມເຕີມ  ...

ໜ່ວຍງານໂຄສະນາ

ພາກສ່ວນສັງຄົມພົນລະເຮືອນປະກອບສ່ວນຊຸກຍູ້ລັດຖະບານເພື່ອຮັບມືກັບການປ້ອງກັນພະຍາດລະບາດ COVID-19 ຢູ່ບັນດາ10 ທົ່ວປະເທດ

ໃນວັນທີ 28 ພຶດສະພາ, 10 ອົງການຈັດຕັ້ງທາງສັງຄົມພົນລະເຮືອນ (CSOs)  ໄດ້ລົງນາມໃນຂໍ້ຕົກລົງຮ່ວມມື ເພື່ອຕອບສະໜອງ ຕໍ່ການລະບາດຂອງພະຍາດໂຄວິດ-19 ໃນ 10 ແຂວງທົ່ວປະເທດລາວ. ຊຶ່ງເປັນຂໍ້ຕົກລົງຮ່ວມກັບ Plan International ກຳນົດເວລາ 12 ເດືອນ ເພື່ອຈັດຕັ້ງປະຕິບັດກິດຈະກຳ ເພື່ອປ້ອງກັນ ແລະ ຫຼຸດຜ່ອນການລະບາດ COVID-19 ຫຼື (CiSAC) ໃນໄລຍະຍາວ. ໂຄງການນີ້ແມ່ນທຶນສະໜັບສະໜູນຈາກສະຫະພາບເອີຣົບຕໍ່ລັດຖະບານລາວ.ອ່ານເພິ່ມເຕີມ   ...

ຂ່າວສານປະເທດລາວ

MAF ແລະ WWF-Laos ໃຫ້ ຄຳໝັ້ນສັນຍາໃນການຮ່ວມມືໄລຍະຍາວກ່ຽວກັບການຕ້ານການຄ້າສັດປ່າ

ກົມກວດກາປ່າໄມ້(DoFI), ກະຊວງກະສິກຳ ແລະ ປ່າໄມ້ (MAF) ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MoU) ຮ່ວມກັບກອງທຶນອະນຸລັກສັດປ່າປະຈຳລາວ (WWF-Laos) ທີ່ໂຮງແຮມລາວພາຊາ, ນະຄອນຫຼວງວຽງຈັນ. ພິທີລົງນາມດັ່ງກ່າວໄດ້ເຊັນໂດຍ ທ່ານ ສົມພອນ ແກ້ວຫາວົງ, ຫົວໜ້າກົມກວດກາໄມ້ ແລະ ທ່ານ ໂລລິດສ໌ ປາເລັນຕີນີ, ຜູ້ບໍລິຫານ ກອງທຶນອະນຸລັກສັດປ່າປະຈຳລາວ. ສປປ ລາວ ໃນນາມຄູ່ຮ່ວມພາກພື້ນແມ່ນ້ຳຂອງ ແລະທັງເປັນແຫຼ່ງກຳເນີດ ແລະ ຈຸດຜ່ານແດນ ໃນການຂົນສົ່ງລຳລຽງການຄ້າສັດປ່າຈາກອາຊີ ແລະ ພາກສ່ວນຕ່າງໆຂອງໂລກ. ການຮ່ວມມືລະຫວ່າງບັນດາລັດຖະບານ, ອົງການຈັດຕັ້ງຕົວແທນລັດຖະບານ ແລະ ທັງອົງການຈັດຕັ້ງທາງສັງຄົມພົນລະເຮືອນຕ່າງໆ ແມ່ນເປັນຫົວໜ່ວຍສຳຄັນໃນການຢຸດເຊົາບັນຫາການຄ້າສັດປ່າ. ອ່ານຕໍ່  ...

ລັດສະໝີ ພອນວິໄລ

ປະເທດສະວິດເຊີແລນເປີດໂຕກອງທຶນເພື່ອການສະແດງອອກທາງວັດທະນະທຳໃນລາວ

(ຂປລ) ລັດຖະບານສະວິດເຊີແລນໄດ້ເລີ່ມເປີດຮັບການເປີດປະມູນສະທາລະນະສຳລັບກອງທຶນເພື່ອວັດທະນະທຳລາວ (LCF) ເຊິ່ງຈະສະໜອງໂອກາດທາງດ້ານແຫຼ່ງທຶນ ແລະ ການຝຶກອົບຮົມສຳລັບອົງການຈັດຕັ້ງ, ຫົວໜ່ວຍທຸລະກິດ ຫຼີ ພາກສ່ວນສັງຄົມສົງເຄາະ ເພື່ອສົ່ງເສີມການສະແດງອອກທາງດ້ານວັດທະນະທຳໃນ ສປປ ລາວ ພາຍໃຕ້ຫົວຂໍ້ “ວັດທະນະທຳລາວໂດຍຄົນລາວ ແລະ ເພືື່ອຄົນລາວ”.ອ່ານຕໍ່ ...

ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47269

ສູນຊ່ວຍເຫຼືອຄົນອະນາຖາ ແລະ ຕິດຢາກຳລັງຂາດແຄນງົບປະມານ 

ສູນຊ່ວຍເຫຼືອຄົນອະນາຖາ, ເສຍຈິດ ແລະ ຕິດຢາໃນນະຄອນຫຼວງຽງຈັນກຳລັງຂາດແຄນງົບປະມານ ແລະ ພວມຂົນຂວາຍຫາທຶນຮອນເພື່ອສືບຕໍ່ດຳເນີນການ.ສູນສົມສະຫງ່າ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກຳລັງເລັ່ງຫາທຶນຮອນເພື່ອສືບຕໍ່ເບິ່ງແຍງຜູ້ເຂົ້າມາປິ່ນປົວຈຳນວນ 230 ຄົນ, ເຊິ່ງມີຊາວໜຸ່ມອາຍຸຕັ້ງແຕ່ 15 ປີ ໄປຈົນເຖິງຄົນຊະລາ, ຕາມແຫຼ່ງຂ່າວ.ອ່ານຕໍ່ ...

ໜ່ວຍຂ່າວ RFA ລາວ

ເຢຍລະມັນ ແລະ EU ສືບຕໍ່ເສີມຂະຫຍາຍການຮ່ວມມືນ່ານນ້ຳລະຫວ່າງຊາຍແດນໃນພາກພື້ນລຸ່ມນ້ຳຂອງ

(ຂປລ) ຄະນະກຳມາທິການແມ່ນ້ຳຂອງ (MRC) ຮ່ວມກັບລັດຖະບານເຢຍລະມັນ ແລະ ສະຫະພາບເອີຣົບ (EU) ລົງນາມໃນຂໍ້ຕົກລົງມູນຄ່າ 8.92 ລ້ານຢູໂຣ ຫຼື ປະມານ 10 ລ້ານໂດລາສະຫະລັດ ໃນວັນທີ 28 ພະຈິກ ເພື່ອເສີມຂະຫຍາຍການຮ່ວມມືນ່ານນ້ຳລະຫວ່າງຊາຍແດນໃນພາກພື້ນລຸ່ມນ້ຳຂອງ, ຄຽງຄູ່ກັບກອງປະຊຸມຄັ້ງທີ 25 ຂອງສະພາ MRC.ອ່ານຕໍ່ ...

ຂປລ

ປະກາດສະມາຊິກອົງການຈັດຕັ້ງສາກົນເພື່ອການຍ້າຍຖິ່ນຖານ

ລາວໄດ້ເຂົ້າເປັນສະມາຊິກອົງການຈັດຕັ້ງສາກົນເພື່ອນການຍ້າຍຖິ່ນຖານ (IOM),  ຈາກການປະກາດປະເທດສະມາຊິກ ໃນກອງປະຊຸມສະພາ IOM ສະໄໝພິເສດຄັ້ງທີສອງ ທີ່ຈັດຂຶ້ນຢູ່ເຈັນນິວາ ທ້າຍອາທິດແລ້ວນີ້.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

36Ade
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!