News
ອົງການຈັດຕັ້ງທາງສັງຄົມ ຊ່ວຍຊຸກຍູ້ລັດຖະບານລາວ ຮັບມືກັບການປ່້ອງກັນພະຍາດລະບາດໂຄວິດ-19 ໃນທົ່ວໄປເທດ
ພາຍໃຕ້ການເຊັນສັນຍາຂໍ້ຕົກລົງຮ່ວມກັນ ກຳນົດເວລາ 12 ເດືອນ ຂອງຖານະຄູ່ຮ່ວມມືໃນນາມເປັນສ່ວນໜຶ່ງຂອງວຽກງານການເຄື່ອນໄຫວອົງການຈັດຕັ້ງທາງສັງຄົມ ແລະ ໂຄງການເພື່ອຫຼຸດຜ່ອນການລະບາດຂອງພະຍາດໂຄວິດ-19, ຊຶ່ງຈະປັບປຸງການຮັບມືໃນໄລຍະຍາວຂອງປະເທດ ກໍຄືຂອງໂລກ. 10 ໂຄງການຂອງອົງການຈັດຕັ້ງທາງສັງຄົມນີ້ ພາຍໃຕ້ການສະໜັບສະໜູນໂດຍອົງການສະຫະພາບເອີຣົບ ຈະເຂົ້າຫາປະຊາຊົນຈຳນວນ 100,000 ຄົນທົ່ວທັງ 102 ໝູ່ບ້ານໃນ 16 ເມືອງ, ລວມທັງການສະໜອງຈຸດລ້າງມືຈຳນວນ 62 ແຫ່ງຢູ່ໂຮງຮຽນ 46 ແຫ່ງ, 5 ແຫ່ງຂອງຈຸດບໍລິການດ້ານສາທາລະນະສຸກ ແລະ ຢູ່ຕະຫຼາດ 10 ຈຸດ. ອ່ານເພິ່ມເຕີມ ...
ໜ່ວຍງານໂຄສະນາ
ອີຢູ ໃຫ້ການສະໜັບສະໜູນໂຄງການສະໜອງນຳ້ສະອາດຢູ່ແຂວງສະຫວັນນະເຂດ ຜ່ານໂຄງການ SUNWIP
ສຳນັກຂ່າວສານປະເທດລາວ- ລັດຖະບານ ສປປ ລາວ ແລະ ສະຫະພາບເອີຣົບ (ອີຢູ) ໄດ້ຮ່ວມມືກັນພັດທະນາໂຄງການ ສະໜອງນ້ຳໃຊ້ ຢູ່ແຂວງຄຳມ່ວນ ແລະ ສະຫວັນນະເຂດ ໂດຍຜ່ານ ຂອບຂະຫຍາຍພື້ນຖານໂຄງຮ່າງ ດ້ານໂພສະນາການ ແລະ ໂຄງການ WASH, ເພື່ອແນໃສ່ເປົ້າໝາຍເພື່ອການພັດທະນາແບບຍືນຍົງທີ 2 ແລະ ທີ 4. ມູນຄ່າການການສະໜັບສະໜູນຈາກສະຫະພາບເອີຣົບຈຳນວນ 16.95 ລ້ານເອີໂຣ ຊຶ່ງໃນນັ້ນ 1.95 ລ້ານເອີໂຣ ແມ່ນເປັນສ່ວນຂອງລັດຖະບານ ສປປ ລາວ. ແຫຼ່ງຂ່າວຈາກ: ສຳນັກຂ່າວສານປະເທດລາວ ...
ໂຕະຂ່າວສານປະເທດລາວ