ການຊ່ວຍເຫຼືອ ແລະ ການພັດທະນາ
ສ້າງລະບົບຍຸຕິທຳທີ່ເຂັ້ມແຂງ ເພື່ອທຳລາຍວົງຈອນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ
ໃນວັນທີ 26-27 ພຶດສະພານີ້, ບັນດາອົງການຍຸຕິທຳທີ່ສຳຄັນ ໄດ້ຮ່ວມກັນສຳຫຼວດຄວາມສາມາດປະຕິບັດໜ້າທີ່ຂອງຕົນໃນການຕອບໂຕ້ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງຂື້ນ ເປັນຄັ້ງທຳອິດຢູ່ ສປປ ລາວ. ຝຶກອົບຮົມຄັ້ງນີ້ ໄດ້ປະຕິບັດຕາມຄຳແນະນຳທີ່ໄດ້ລະບຸໄວ້ໃນການປະເມີນຄວາມຕ້ອງການດ້ານຄວາມອາດສາມາດລະອຽດຂອງຂະແໜງການຕ່າງໆ ໃນປີກາຍນີ້ ໂດຍໂຄງການພັດທະນາຂອງອົງການສະຫະປະຊາຊາດ (UNDP), ກ່ຽວກັບຄວາມສາມາດ ແລະ ຄວາມພ້ອມໃນການຈັດຕັ້ງປະຕິບັດແຜນປະຕິບັດງານແຫ່ງຊາດກ່ຽວກັບການຕ້ານ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ. ອ່ານເພິ່ມເຕີມ ...
ຂ່າວສານປະເທດລາວ
ການສ້າງຂັ້ນຕອນມາດຕະຖານເພື່ອຮັບປະກັນວ່າບໍ່ມີການເຂົ້າ "ຜິດປະຕູ" ສໍາລັບຜູ້ລອດຊີວິດຈາກຄວາມຮຸນແຮງທີ່ກຳລັງຊອກຫາການຊ່ວຍເຫຼືອ.
ໃນປະຫວັດສາດ, ການຕອບສະຫນອງຕໍ່ຄວາມຮຸນແຮງຕໍ່ແມ່ຍິງ ໄດ້ເປັນວິທີການທີ່ບໍ່ເຂັ້ມແຂງປານໃດ, ມາດຕະການສະເພາະ ແລະ ຄວາມເຂົ້າໃຈທີ່ຈໍາກັດຂອງພະນັກງານ ຍ້ອນຂາດແຜນການແນະນໍາແຫ່ງຊາດທີ່ຊັດເຈນ. ການສ້າງຕັ້ງ SOPs ແມ່ນສໍາຄັນຕໍ່ກັບການເສີມສ້າງລະບົບ ແລະ ສ້າງກອບທີ່ຊັດເຈນສໍາລັບຂະແຫນງການທີ່ຈະເຮັດວຽກຕາມແນວຕັ້ງ, ເຊັ່ນດຽວກັນກັບການປະສານງານຕາມແນວນອນ. ໝາຍຄວາມວ່າ ຈະບໍ່ມີການເຂົ້າ “ຜິດປະຕູ” ສໍາລັບຜູ້ລອດຊີວິດທີ່ຈະຍ່າງຜ່ານ ຖ້າວ່າພວກເຂົາກໍາລັງຊອກຫາການຊ່ວຍເຫຼືອ – ບໍ່ວ່າຈະເປັນໂຮງຫມໍ, ເມືອງຂອງສະຫະພັນແມ່ຍິງ ຫຼື ສະຖານີຕໍາຫຼວດທີ່ໃກ້ທີ່ສຸດ.ອ່ານເພິ່ມເຕີມ ...
ສຳນັກຂ່າວສານປະເທດລາວ
ຂີ້ເຫຍື້ອພລາສຕິກ ເຮັດໃຫ້ເກີດຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ, ສຸຂະພາບ ແລະ ເສດຖະກິດໃນລາວ
ເກືອບໜຶ່ງສ່ວນສີ່ຂອງປະລິມານຂີ້ເຫຍື້ອທີ່ພົບເຫັນຢູ່ໃນເມືອງລາວແມ່ນເປັນປລາສຕິກ. ປະຈຸບັນນີ້ ຂີ້ເຫຍື້ອພລາສຕິກຖືກພົບເຫັນຢູ່ທົ່ວທຸກແຫ່ງໃນສະພາບແວດລ້ອມຂອງລາວ, ສົ່ງຜົນກະທົບຕໍ່ການຫາປາ, ຕັນທໍ່ລະບາຍນ້ຳ, ເຮັດໃຫ້ເກີດມົນລະພິດທາງອາກາດ, ແລະ ສ້າງຄວາມເສຍຫາຍຕໍ່ແຫຼ່ງທ່ອງທ່ຽວ. ແຜນການດັ່ງກ່າວພິຈາລະນາຮູບແບບວິທີການ “ເສດຖະກິດໝູນວຽນ” ເພື່ອຊ່ວຍບັນລຸຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ 2030 ຂອງລັດຖະບານ. ສີ່ມາດຕະການເພື່ອຊ່ວຍຫຼຸດຜ່ອນມົນລະພິດພາດສະຕິກແລະ ການບໍລິໂພກຄື: ການປ່ຽນແປງກົດລະບຽບໂດຍຊຸກຍູ້ໃຫ້ມີພາກບັງຄັບ, ສ້າງແຮງຈູງໃຈທາງເສດຖະກິດ, ເຜີຍແຜ່ຂໍ້ມູນຂ່າວສານ ແລະ ການປູກຈິດສໍານຶກ ແລະ ວິທີການສະຫມັກໃຈ ແລະ ສ້າງຮູບແບບຂໍ້ຕົກລົງເປັນຕົ້ນ.ອ່ານເພິ່ມເຕີມ ...
ລັດສະໝີ ພອນວິໄລ
ສະຫະລັດອາເມລິກາບໍລິຈາກວັກຊິກປ້ອງກັນໂຄວິດ-19 ແກ່ສປປ ລາວຕື່ມອີກ
ໄວໜຸ່ມນັບແຕ່ອາຍຸ 12 ຫາ 17 ປີ, ແລະຜູ້ສູງອາຍຸ 60 ປີຂຶ້ນໄປ, ຄົນທີ່ມີສະພາບສຸຂະພາບພື້ນຖານ ແລະ ແມ່ຍິງຖືພາຈະຢູ່ໃນກຸ່ມທີ່ໄດ້ຮັບຜົນປະໂຫຍດຈາກການບໍລິຈາກຢາວັກຊີນ Pfizer BioNTech ຫຼ້າສຸດຈາກສະຫະລັດ. ມາຮອດປະຈຸບັນ, ອາເມລິກາໄດ້ໃຫ້ການສະໜັບສະໜູນແກ່ລາວ 13 ລ້ານກວ່າໂດລາສະຫະລັດ ເພື່ອຂະຫຍາຍການກວດພະຍາດໂຄວິດ-19, ຮັກສາຄວາມປອດໄພຂອງພະນັກງານສາທາລະນະສຸກດ້ວຍອຸປະກອນປ້ອງກັນຕົວ ແລະ ເພີ່ມທະວີການເຝົ້າລະວັງພະຍາດດັ່ງກ່າວ.ອ່ານເພິ່ມເຕີມ ...
ເພັດໂພໄຊ ແສງປະເສີດ
ການຫັນເປັນດິຈິຕອນ ເພື່ອຕໍ່ສູ້ຕ້ານການໃຊ້ຄວາມຮຸນແຮງທາງເພດຂອງອົງການຍຸດຕິທໍາ
ວັນທີ 12 ມັງກອນນີ້, ອົງການຮ່ວມມືສາກົນສ.ເກົາຫຼີ (KOICA) ແລະ ອົງການສະຫະປະຊາຊາດພັດທະນາ (UNDP) ໄດ້ສະໜັບສະໜູນບັນດາອົງການຂະແໜງຍຸດຕິທຳທີ່ສຳຄັນດ້ວຍອຸປະກອນ ICT ແລະ ຊອບແວໃໝ່ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ ແລະ ຕອບສະໜອງການກໍ່ຄວາມຮຸນແຮງລະຫວ່າງຍິງຊາຍໂດຍຜ່ານໂຄງການ”ຄັນຮົ່ມ”.ໂຄງການນີ້ມີຈຸດປະສົງເພື່ອຫຼຸດຜ່ອນການຈໍາແນກ ແລະ ຄວາມຮຸນແຮງຕໍ່ແມ່ຍິງ ໂດຍການລວມເອົາຄວາມພະຍາຍາມໃນທົ່ວພາກສ່ວນກ່ຽວຂ້ອງຕ່າງໆ ລວມທັງການສ້າງຂີດຄວາມສາມາດຂອງຜູ້ຮັບຜິດຊອບ, ເພີ່ມທະວີການຮັບຮູ້ການບໍລິການລະຫວ່າງຜູ້ເອົາຊີວິດລອດ ແລະ ເພີ່ມທະວີການປະສານງານໃນທຸກຂະແໜງການ.ອ່ານເພິ່ມເຕີມ. ...
ຂ່າວສານປະເທດລາວ
ສະຫັດລັດອາເມລິກາ ຊຸກຍູ້ ສະພາທະນາຍຄວາມເພື່ອເພິ່ມທະວີການເຂົ້າເຖິງທາງດ້ານກົດໝາຍໂດຍບໍ່ເສຍຄ່າສຳລັບປະຊາກອນດ້ອຍໂອກາດ
ອົງການເພື່ອການພັດທະນາສາກົນຂອງສະຫະລັດ (USAID) ໄດ້ໃຫ້ການຊ່ວຍເຫລືອລ້າ 525 ລ້ານກວ່າກີບ (ເທົ່າກັບ 54,768 ໂດລາສະຫະລັດ) ໃຫ້ແກ່ສະພາທະນາຍຄວາມລາວ (LBA). ຊຶ່ງ LBA ຈະນຳໃຊ້ທຶນຊ່ວຍເຫຼືອລ້າ ເພື່ອສ້າງຄຣີນິກຊ່ວຍເຫຼືອດ້ານກົດໝາຍ 17 ແຫ່ງ ໃນນະຄອນຫຼວງວຽງຈັນ ແລະ ແຂວງອື່ນໆໃນລາວ. ສະຫະລັດຍັງຮ່ວມມືກັບ ສປປ ລາວ ໃນການເຄື່ອນໄຫວທີ່ກວ້າງຂວາງເພື່ອສົ່ງເສີມການສຶກສາຂັ້ນພື້ນຖານ, ປັບປຸງສຸຂະພາບ ແລະໂພຊະນາການ, ອໍານວຍຄວາມສະດວກທາງດ້ານການຄ້າ ແລະການລົງທຶນ ແລະ ວຽກງານ ຕ້ານການຄ້າມະນຸດ.ອ່ານເພິ່ມເຕີມ ...
ຂ່າວສານປະເທດລາວ
ທະນາຄານໂລກເນັ້ນໃຫ້ເຫັນໂອກາດ ແລະ ສິ່ງທ້າທາຍຕ່າງໆຕໍ່ເສດຖະກິດລາວ
ເສດຖະກິດຂອງລາວຄາດວ່າຈະຟື້ນຕົວຢ່າງຕໍ່ເນື່ອງໃນໄລຍະກາງ, ແຕ່ການຂະຫຍາຍຕົວຈະຍັງຕໍ່າກວ່າລະດັບກ່ອນເກີດພະຍາດລະບາດຢູ່ໃນລະດັບ 4,5 ສ່ວນຮ້ອຍໃນປີ 2022. ຄາດວ່າເສດຖະກິດລາວຈະຂະຫຍາຍຕົວຢູ່ໃນລະດັບ 3,6 ສ່ວນຮ້ອຍ, ຫຼຸດລົງຈາກການເຕີບໂຕ 4 ສ່ວນຮ້ອຍທີ່ຄາດການໄວ້ໃນເດືອນມີນາ 2021.ຄວາມສ່ຽງຕົ້ນຕໍທີ່ສາມາດຂັດຂວາງການຂະຫຍາຍຕົວຂອງເສດຖະກິດຢູ່ໃນລາວລວມມີການເຕີບໂຕຊ້າລົງຕໍ່ກັບຄູ່ຮ່ວມມື ແລະ ການຊັກຊ້າໃນການເຜີຍແຜ່ໂຄງການສັກຢາກັນພະຍາດຢູ່ໃນພາກພື້ນດ້ວຍມາດຕະການການລະບາດຂອງຊຸມຊົນ ລວມໄປເຖິງບັນຫາສະພາບຄ່ອງຂອງເງິນຕາຕ່າງປະເທດ ທີ່ຍັງມີໜີ້ສິນແຫ່ງຊາດຍັງຄົງສູງຢູ່. ອ່ານເພິ່ມເຕີມ ...
ສົມສັກ ປ້ອງຂາວ
ສປ ຈີນ ສືບຕໍ່ເປັນຜູ້ລົງທຶນລາຍໃຫຍ່ສຸດຂອງ ສປປ ລາວ
ສປ ຈີນ ຍັງສືບຕໍ່ເປັນນັກລົງທຶນລາຍໃຫຍ່ສຸດຢູ່ ສ ປປ ລາວ ກວມເອົາທັງໝົດ 813 ໂຄງການຈຳນວນ 16 ຕື້ໂດລາສະຫະລັດ. ” ຈີນ ໄດ້ມີບົດບາດທີ່ສຳຄັນຢູ່ຂະແໜງລົງທຶນເຂດເສດຖະກິດພິເສດ ຮ່ວມກັບລັດຖະບານລາວ ມີທັງໝົດ 89 ໂຄງການເປັນຈຳນວນທັງໝົດ 215 ລ້ານ, ທ່ານ ສອນໄຊ ສີພັນດອນ ໄດ້ກ່າວ. ເຂດເສດຖະກິດພິເສດ, ເສັ້ນທາງດ່ວນ, ສວນສາທາລະນະ ແລະ ໂຄງການດ້ານພືິ້ນຖານໂຄງລ່າງອື່ນໆເຮັດໃຫ້ ສປຈີນ ກາຍເປັນຜູ້ລົງທຶນລາຍໃຫຍ່ສຸດຢູ່ ລາວ. ອ່ານຕໍ່ທີ່ນີ້ ...
ໄພບູນ ທະນະບົດສີ
ລາວ, ສະວິດເຊີແລນລົງນາມຂໍ້ຕົກລົງເພື່ອເສີມຂະຍາຍສາຍພົວພັນຮ່ວມມືເຂັ້ມແຂງ
ລາວ ແລະ ສະວິດເຊີແລນ ໄດ້ລົງນາມໃນຂໍ້ຕົກລົງເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນຍາວນານ ລະຫວ່າງສອງຝ່າຍ, ໃນລະຫວ່າງການຢ້ຽມຢາມລາວເປັນທາງການເປັນເວລາສອງມື້ຂອງທ່ານ Ignazio Cassis ຮອງປະທານປະເທດ. ສັນຍາດັ່ງກ່າວມີຈຸດປະສົງເພື່ອລົງເລິກການຮ່ວມມືໃນຂົງເຂດວຽກເຮັດງານທໍາ ແລະ ການຝຶກອົບຮົມວິຊາຊີບ, ກະສິກໍາ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ, ການປ່ຽນແປງດິນຟ້າອາກາດ, ການປົກຄອງ ແລະ ການມີສ່ວນຮ່ວມຂອງພົນລະເມືອງ, ແລະການຊ່ວຍເຫຼືອດ້ານມະນຸດສະທໍາ. ພາຍໃຕ້ຂໍ້ຕົກລົງ, ທັງສອງຝ່າຍໃຫ້ຄຳໝັ້ນສັນຍາເຄົາລົບຫຼັກການປະຊາທິປະໄຕ ແລະ ສິດພື້ນຖານ, ເປົ້າພັດທະນາແບບຍືນຍົງໃນປີ 2030ອ່ານຕໍ່ທີ່ນີ້ ...
ຜູ້ລາຍງານຂ່າວທາມສ໌
ອົງການຈັດຕັ້ງທາງສັງຄົມ ຊ່ວຍຊຸກຍູ້ລັດຖະບານລາວ ຮັບມືກັບການປ່້ອງກັນພະຍາດລະບາດໂຄວິດ-19 ໃນທົ່ວໄປເທດ
ພາຍໃຕ້ການເຊັນສັນຍາຂໍ້ຕົກລົງຮ່ວມກັນ ກຳນົດເວລາ 12 ເດືອນ ຂອງຖານະຄູ່ຮ່ວມມືໃນນາມເປັນສ່ວນໜຶ່ງຂອງວຽກງານການເຄື່ອນໄຫວອົງການຈັດຕັ້ງທາງສັງຄົມ ແລະ ໂຄງການເພື່ອຫຼຸດຜ່ອນການລະບາດຂອງພະຍາດໂຄວິດ-19, ຊຶ່ງຈະປັບປຸງການຮັບມືໃນໄລຍະຍາວຂອງປະເທດ ກໍຄືຂອງໂລກ. 10 ໂຄງການຂອງອົງການຈັດຕັ້ງທາງສັງຄົມນີ້ ພາຍໃຕ້ການສະໜັບສະໜູນໂດຍອົງການສະຫະພາບເອີຣົບ ຈະເຂົ້າຫາປະຊາຊົນຈຳນວນ 100,000 ຄົນທົ່ວທັງ 102 ໝູ່ບ້ານໃນ 16 ເມືອງ, ລວມທັງການສະໜອງຈຸດລ້າງມືຈຳນວນ 62 ແຫ່ງຢູ່ໂຮງຮຽນ 46 ແຫ່ງ, 5 ແຫ່ງຂອງຈຸດບໍລິການດ້ານສາທາລະນະສຸກ ແລະ ຢູ່ຕະຫຼາດ 10 ຈຸດ. ອ່ານເພິ່ມເຕີມ ...
ໜ່ວຍງານໂຄສະນາ