ລັດ​ຖະ​ບານ​ລາວ ຮ່ວມກັບ ບໍລິສັດ CGN ​ພັດ​ທະ​ນາ​ໂຄງ​ການ​ພະ​ລັງ​ງານ​ສະ​ອາດທີ່ມີປະສິດທິພາບສູງ

ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ໄລຍະ 6 ເດືອນ​ສຳລັບ​ໂຄງການ​ດ້ານ​ພະລັງງານ​ສະອາດ​ຢູ່ 3 ແຂວງ​ພາກ​ເໜືອ​ຄື: ຜົ້ງສາລີ, ຫຼວງ​ນ້ຳທາ ແລະ ອຸດົມ​ໄຊ ໄດ້​ລົງ​ນາມ​ຢູ່​ນະຄອນຫຼວງ​ວຽງ​ຈັນ​ໃນ​ອາທິດ​ຜ່ານ​ມາ ລະຫວ່າງ ທ່ານ​ນາງ ພອນ​ສະຫວັນ ອຸດທະ​ວົງ ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ແລະ ການ​ລົງທຶນ ແລະ ປະທານ​ບໍລິສັດ CGN Energy Technology (ສ. ລາວ) ຈຳກັດ Dai Hong Gai.

ເຂົ້າຮ່ວມພິທີດັ່ງກ່າວ ມີທ່ານ ຄຳຈັນ ວົງໂພສີ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ດາວວົງ ພອນແກ້ວ ເອກອັກຄະລັດຖະທູດຈີນ ປະຈຳ ສປປ ລາວ ພ້ອມດ້ວຍບັນດາເຈົ້າຄອງ 3 ແຂວງເຂົ້າຮ່ວມ.

ອ່ານເພິ່ມເຕີມ…

KPL
http://ຂ່າວສານປະເທດລາວ