ຂີ້ເຫຍື້ອພລາສຕິກ ເຮັດໃຫ້ເກີດຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ, ສຸຂະພາບ ແລະ ເສດຖະກິດໃນລາວ

ເກືອບໜຶ່ງສ່ວນສີ່ຂອງປະລິມານຂີ້ເຫຍື້ອທີ່ພົບເຫັນຢູ່ໃນເມືອງລາວແມ່ນເປັນປລາສຕິກ. ປະຈຸບັນນີ້ ຂີ້ເຫຍື້ອພລາສຕິກຖືກພົບເຫັນຢູ່ທົ່ວທຸກແຫ່ງໃນສະພາບແວດລ້ອມຂອງລາວ, ສົ່ງຜົນກະທົບຕໍ່ການຫາປາ, ຕັນທໍ່ລະບາຍນ້ຳ, ເຮັດໃຫ້ເກີດມົນລະພິດທາງອາກາດ, ແລະ ສ້າງຄວາມເສຍຫາຍຕໍ່ແຫຼ່ງທ່ອງທ່ຽວ. ແຜນການດັ່ງກ່າວພິຈາລະນາຮູບແບບວິທີການ “ເສດຖະກິດໝູນວຽນ” ເພື່ອຊ່ວຍບັນລຸຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ 2030 ຂອງລັດຖະບານ. ສີ່ມາດຕະການເພື່ອຊ່ວຍຫຼຸດຜ່ອນມົນລະພິດພາດສະຕິກແລະ ການບໍລິໂພກຄື: ການປ່ຽນແປງກົດລະບຽບໂດຍຊຸກຍູ້ໃຫ້ມີພາກບັງຄັບ, ສ້າງແຮງຈູງໃຈທາງເສດຖະກິດ, ເຜີຍແຜ່ຂໍ້ມູນຂ່າວສານ ແລະ ການປູກຈິດສໍານຶກ ແລະ ວິທີການສະຫມັກໃຈ ແລະ ສ້າງຮູບແບບຂໍ້ຕົກລົງເປັນຕົ້ນ.ອ່ານເພິ່ມເຕີມ ...

ລັດສະໝີ ພອນວິໄລ

ການຕໍ່ສູ້ເພື່ອຫຼຸດຜ່ອນຄວາມທຸກຍາກດ້ວຍການປົກປ້ອງພູມລຳເນົາ

ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທະນາຄານໂລກ ໄດ້ເປີດຕົວໂຄງການ 57 ລ້ານໂດລາສະຫະລັດ ທີ່ຈະສ້າງວຽກເຮັດງານທໍາ ແລະລາຍຮັບຢູ່ໃນເຂດຊົນນະບົດ ໂດຍການສົ່ງເສີມການລົງທຶນໃນການຄຸ້ມຄອງປ່າໄມ້ ແລະ ຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະສັງຄົມ, ແລະໃນການປົກປັກຮັກສາ ທຶນທຳມະຊາດໃນປະເທດ. ໂຄງການດັ່ງກ່າວ ເລີ່ມຕົ້ນໃນເວລາທີ່ປະເທດລາວກໍາລັງປະເຊີນກັບພາລະດ້ານເສດຖະກິດ ເພີ່ມຈາກການແຜ່ລະບາດຂອງພະຍາດໂຄວິດ -19, ໂດຍການຂະຫຍາຍຕົວຂອງ GDP ຊ້າລົງ ແລະ ຄວາມທຸກຍາກເພີ່ມຂຶ້ນປະມານ 1.4-3.1 ເປີເຊັນໃນປີ 2020.ອ່ານຕໍ່ທີ່ນີ້ ...

ຂ່າວສານປະເທດລາວ

ທຶນຮອນເພີ່ມເຕີມສຳລັບການປົກປັກຮັກສາສິ່ງແວດລ້ອມ ແລະ ຊີວະນານາພັນ

ກອງທຶນປົກປ້ອງສິ່ງແວດລ້ອມ (EPF) ຈະສະໜອງເງີນຫຼາຍກວ່າ 7,9 ຕື້ກີບ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການອະນຸລັກຊີວະນາໆພັນ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດໃນ 6 ແຂວງເປົ້າໝາຍ. ໂຄງການຍ່ອຍ 11 ໂຄງການຈະດຳເນີນຢູ່ບັນດາແຂວງວຽງຈັນ, ໄຊຍະບູລີ, ຫົວພັນ, ຫຼວງນ້ ຳທາ ແລະ ອັດຕະປື, ແລະ ຢູ່ນະຄອນຫຼວງວຽງຈັນເຊິ່ງທັງໝົດ ມີຊັບພະຍາກອນທຳມະຊາດ ແລະ ຄວາມສາມາດໃນການປົກປັກຮັກສາສິ່ງແວດລ້ອມ.ອ່ານເພິ່ມເຕີມ  ...

ເພັດໂພໄຊ ແສງປະເສີດ

UNDP ຮ່ວມມືກັບ Go Teddy ແກ້ໄຂບັນຫາມົນລະພິດຈາກການຫຸ້ມຫໍ່ດ້ວຍສຕິກ ໃນການຈັດສົ່ງອາຫານດ້ວຍຮູບແບບທີ່ເປັນມິດກັບສິ່ງແວດລ້ອມ

ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ຮ່ວມມືກັບ Go Teddy, ທຸລະກິດສະຕາດອັບຂອງລາວຂະແໜງການຈັດສົ່ງອາຫານ ເປີດໂຄງການສົ່ງເສີມການຫຸ້ມຫໍ່ທີ່ເປັນມິດກັບສິ່ງແວດລ້ອມໃນການບໍລິການຈັດສົ່ງອາຫານ. ງານດັ່ງກ່າວ ໄດ້ນຳສະເໜີການບໍລິການໃໝ່ຂອງແອັບພີເຄຊັນໂທລະສັບທີ່ຮຽກວ່າ:​ “ອີໂຄແທັບ” (“Eco Tab”)  ຊຶ່ງເປັນທາງເລືອກໃຫ້ລູກຄ້າໄດ້ນຳໃຊ້ການຫຸ້ມຫໍ່ທີ່ປາສະຈາກພາສຕິກ. ສືບຕໍ່ອ່ານ.  ...

ຂ່າວສານປະເທດລາວ

ລາວ, ທະນາຄານໂລກລົງນາມໃນຂໍ້ຕົກລົງເພື່ອຫຼຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນວັນພະຫັດແລ້ວນີ້ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ທະນາຄານໂລກ ໄດ້ລົງນາມໃນສັນຍາຊື້ຂາຍການຫຼຸດຜ່ອນການປ່ອຍທາດອາຍພິດ ສຳລັບໂຄງການລິເລີ່ມການນຳໃຊ້ເຕົາໄຟສະອາດໃນລາວ ເພື່ອສົ່ງເສີມການຫຼຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວ.ໂຄງການດັ່ງກ່າວຈະປະກອບມີການສ້າງຄວາມສາມາດດ້ານການລົງທຶນກ່ຽວກັບທາດກາກບອນ ແລະ ການຊ່ວຍເຫຼືອດ້ານວິຊາການ, ພາຍໃຕ້ການສະໜັບສະໜູນຂອງໂຄງການຊ່ວຍເຫຼືອເພື່ອການຄຸ້ມຄອງຂະແໜງພະລັງງານ ແລະ ການລິເລີ່ມກ່ຽວກັບທາດກາກບອນເພື່ອການພັດທະນາຂອງທະນາຄານໂລກ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ

ລາວມີແຜນສະເໜີປ່າສະຫງວນແຫ່ງຊາດຂຶ້ນເປັນມໍລະດົກ Unesco 

ຄຳມ່ວນ (ວຽງຈັນທາມສ໌/ANN) – ປ່າສະຫງວນແຫ່ງຊາດຫີນໜາມໜໍ່ເປັນທີ່ດຶງດູດຄວາມຄວາມສົນໃຈຍິ່ງຂຶ້ນ ເນື່ອງຈາກປະເທດລາວມີແຜນຍື່ນສະເໜີຕໍ່ອົງການ Unesco ໃນເດືອນກັນຍານີ້ ເພື່ອພິຈາລະນາໃຫ້ເປັນໜຶ່ງໃນມໍລະດົກໂລກ.ລັດຖະບານລາວເຊື່ອວ່າຫີນໜາມໜໍ່ມີຄຸນຄ່າຄູ່ຄວນທີ່ຈະຍົກໃຫ້ເປັນມໍລະດົກໂລກ ເນື່ອງຈາກເປັນພື້ນທີ່ຫີນປົ່ງຫີນງອກທີ່ສວດສົດງົດງາມ ທັງມີຄວາມອຸດົມສົມບູນໄປດ້ວນຊີວະນາໆພັນທັງພືດ ແລະ ສັດ.ອ່ານຕໍ່  ...

Keoxomphou Sakdavong

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

LKWWd
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!