ແຮງງານ

Offshore recruitment and employment

ການຕໍ່ສູ້ເພື່ອຫຼຸດຜ່ອນຄວາມທຸກຍາກດ້ວຍການປົກປ້ອງພູມລຳເນົາ

ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທະນາຄານໂລກ ໄດ້ເປີດຕົວໂຄງການ 57 ລ້ານໂດລາສະຫະລັດ ທີ່ຈະສ້າງວຽກເຮັດງານທໍາ ແລະລາຍຮັບຢູ່ໃນເຂດຊົນນະບົດ ໂດຍການສົ່ງເສີມການລົງທຶນໃນການຄຸ້ມຄອງປ່າໄມ້ ແລະ ຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະສັງຄົມ, ແລະໃນການປົກປັກຮັກສາ ທຶນທຳມະຊາດໃນປະເທດ. ໂຄງການດັ່ງກ່າວ ເລີ່ມຕົ້ນໃນເວລາທີ່ປະເທດລາວກໍາລັງປະເຊີນກັບພາລະດ້ານເສດຖະກິດ ເພີ່ມຈາກການແຜ່ລະບາດຂອງພະຍາດໂຄວິດ -19, ໂດຍການຂະຫຍາຍຕົວຂອງ GDP ຊ້າລົງ ແລະ ຄວາມທຸກຍາກເພີ່ມຂຶ້ນປະມານ 1.4-3.1 ເປີເຊັນໃນປີ 2020.ອ່ານຕໍ່ທີ່ນີ້ ...

ຂ່າວສານປະເທດລາວ

ປະຊາກອນຫຼາຍກ່ວາ 84,000 ຄົນກຳລັງເຂົ້າສູ່ພາວະຄວາມທຸກຍາກຈາກຜົນກະທົບຂອງພະຍາດລະບາດ

ສະຖິຕິໄດ້ຊີ້ໃຫ້ເຫັນວ່າປະຊາກອນຈຳນວນ 84,418 ຄົນວ່າງງານ ແລະ ປະສົບຄວາມຫຍຸ້ງຍາກຫຼາຍຢ່າງທາງການເງິນທົ່ວປະເທດ ເນື່ອງຈາກຜົນກະທົບຂອງໂຄວິດ-19 ລວມທັງຜູ້ທີ່ອອກຈາກວຽກຢູ່ປະເທດອື່ນນຳເຊັ່ນກັນ. ຕົວເລກດັ່ງກ່າວແມ່ນໄດ້ຮັບຮອງໂດຍອຳນາດການປົກຄອງບ້ານ ພາຍຫລັງການສຳຫຼວດຄົວເຮືອນທຸກຍາກ ແລະ ມີລາຍຮັບຕ່ຳ ຈາກການປະເມີນຈຳນວນປະຊາຊົນທີ່ຕ້ອງການຄວາມຊ່ວຍເຫຼືອຈາກລັດຖະບານ.ອ່ານເພິ່ມເຕີມ   ...

ເພັດໂພໄຊ ແສງປະເສີດ

ແຮງງານ 63,000 ຄົນວ່າງງານໃນລາວ ໃນຊ່ວງພະຍາດລະບາດໂຄວິດ-19

ປະເທດລາວມີການຄາດຄະເນວ່າ ຈະມີແຮງງານຈຳນວນ 63,000 ຄົນວ່າງງານ ຊຶ່ງລວມທັງຄົນພາຍໃນປະເທດ ແລະ ແຮງງານອົບພະຍົບ ທີ່ໄດ້ເດີນທາງກັບເຂົ້າມາລາວໃນຊ່ວງການລະບາດຂອງພະຍາດໂຄວິດ-19. ອີງຕາມການລາຍງານຈາກ ສຳນັກຂ່າວສານປະເທດລາວ, ອັດຕາວ່າງງານໃນປະເທດລາວຄາດວ່າຈະເພິ່ມຂື້ນ 20 ສ່ວນຮ້ອຍ (%), ຫົວໜ້າກົມສົ່ງເສີມວຽກເຮັດງານທຳ, ກົມທັກສະການສຶກສາ, ທ່ານ ບຸນສວນ ໄຊຍະສິດ ກ່າວວ່າ ໂຄວິດ-19 ຍັງໄດ້ສ້າງຜົນກະທົບຢ່າງໜັກຕໍ່ແຮງງານໃນລາວ.ອ່ານເພິ່ມເຕີມທີ່.  ...

ໄພບູນ ຈັນທະນາບົວສີ

ຜູ້ທີ່ກຳລັງຊອກວຽກຕ້ອງພິສູດຄວາມສາມາດກ່ອນຈະໄປເຮັດວຽກຢູ່ເກົາຫຼີ

ປະຊາຊົນລາວທີ່ຕ້ອງການໄປເຮັດວຽກຢູ່ປະເທດສາທາລະນະລັດເກົາຫຼີ ຕ້ອງຜ່ານການສອບເສັງວັດລະດັບພາສາ ແລະ ທັກສະອາຊີບ, ຕາມຄຳສະເໜີຂອງອຳນາດການປົກຄອງທ້ອງຖິ່ນ.ໃນແຕ່ລະປີ,​ ປະເທດເກົາຫຼີອະນຸຍາດໃຫ້ຜູ້ອອກແຮງງານລາວ 500 ຄົນໄປປະກອບອາຊີບໃນປະເທດເກົາຫຼີ ພາຍຫຼັງຜ່ານການສອບເສັງວັດລະດັບທັກສະອາຊີບ, ຕາມຂໍ້ຕົກລົງສະບັບປີ 2016 ພາຍໃຕ້ລະບົບການອະນຸຍາດປະກອບອາຊີບ EPS-TOPIK.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ລາວມີແຜນເພີ່ມການຈັດຫາແຮງງານສຳລັບປະເທດກູເຫວດ

ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມເຜີຍໃຫ້ຮູ້ແຜນດັ່ງກ່າວ ເນື່ອງໃນໂອກາດການເຂົ້າຢ້ຽມຢາມຂອງທ່ານນາງ ຊູໄບ ບາຣັກ ອາລຊູໂບ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ລັດຖະມົນຕີກະຊວງເສດຖະກິດກູເຫວດ. ໃນການຢ້ຽມຢາມທາງການດັ່ງກ່າວ, ການຫາລືຕົ້ນຕໍແມ່ນເພື່ອທົບທວນວຽກງານການຮ່ວມມືໃນໄລຍະຜ່ານມາ ແລະ ເສີມຂະຫຍາຍພາລະກິດການຮ່ວມມືໃນອະນາຄົດລະຫວ່າງສອງຝ່າຍ ໂດຍສະເພາະໃນຂະແໜງແຮງງານ.ໃນຂໍ້ຕົກລົງການຮ່ວມມືດ້ານແຮງງານ ທີ່ໄດ້ລົງນາມໃນປີ 2009 ກ່ຽວກັບການເສີມຂະຫຍາຍການຮ່ວມມືໃນການຈ້າງແຮງງານ, ມີຈຸດປະສົງ​ແນໃສ່ສົ່ງແຮງງານລາວໄປເຮັດວຽກທີ່ປະເທດກູເຫວດ. ເຊິ່ງໃນຂໍ້ຕົກລົງດັ່ງກ່າວ ປະເທດກູເຫວດມີໂກຕາການຮັບແຮງງານຈາກລາວຈຳນວນ 1,000 ອັດຕາໃນທຸກໆຂະແໜງການຂອງປະເທດ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

rBWVb
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!