ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ
ປ່າໄມ້ ແລະ ວຽກງານດ້ານປ່າໄມ້
ຊາວສວນມັນຕົ້ນ ບຸກລຸກ ປ່າສະຫງວນແຫ່ງຊາດ ດົງຫົວສາວ
ອີງຕາມຮູບພາບທີ່ນຳອອກເຜີຍແຜ່ໃນສື່ສັງຄົມຂອງຊາວທ້ອງຖິ່ນ, ຕົ້ນໄມ້ນັບຮ້ອຍຕົ້ນໃນເຂດອະນຸລັກຊີວະນາໆພັນແຫ່ງຊາດດົງຫົວສາວ ໄດ້ຖືກຕັດ ເພື່ອກະກຽມປູກມັນຕົ້ນ.ປ່າສະຫງວນແຫ່ງຊາດ ດົງຫົວສາວ ຕັ້ງຢູ່ທາງທິດຕາເວັນອອກຂອງເມືອງປາກເຊ ປະມານ 30 ກິໂລແມັດ ແລະ ຫ່າງຈາກໃຈກາງເມືອງປາກຊັນ ປະມານ 10 ກິໂລແມັດ. ກວມເອົາເນື້ອທີ່ປະມານ 1,100 ຕາລາງກິໂລແມັດ ແລະ ໄດ້ຖືກປະກາດເປັນປ່າສະຫງວນແຫ່ງຊາດໃນປີ 1993. ຊຶ່ງລັດຖະບານໄດ້ກ່າວວ່າ ຕົນມີແຜນການພັດທະນາເຂດທ່ອງທ່ຽວນິເວດເປັນສ່ວນໜຶ່ງຂອງຄວາມພະຍາຍາມເພື່ອກ້າວໄປສູ່ການທ່ອງທ່ຽວແບບຍືນຍົງ.ອ່ານເພິ່ມເຕີມກົດດາວໂຫຼດ >> ກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງປີ 2019 ໄດ້ ທີ່ນີ້ ...
ມະນີພອນ ວົງພະຈັນ
ເຈົ້າຄອງນະຄອນຫຼວງອອກຄຳສັ່ງຫ້າມບຸກລຸກປ່າສະຫງວນແຫ່ງຊາດ ພູພະນັງ ພູເຂົາຄວາຍ
ເຈົ້າຄອງນະຄອນຫຼວງອອກຄຳສັ່ງເລກທີ 031/ຈນວ,ວ່າດ້ວຍການ ປົກປັກຮັກສາປ່າສະຫງວນແຫ່ງຊາດ ພູພະນັງ ພູເຂົາຄວາຍໃນຂອບເຂດນະຄອນຫຼວງວຽງຈັນ ໃຫ້ຖະຫານປ້ອງກັນການບຸກລຸກປ່າ, ລົບລ້າງສິ່ງກໍສ້າງໃນປ່າສະຫງວນ, ຫ້າມຊື້ຂາຍກ່ຽວກັບອຸປະກອນການຕັດໄມ້, ປິດກັັ້ນເສັ້ນທາງເຂົ້າອອກ ແລະ ຫ້າມປະຊາຊົນຫາກິນໃນເຂດດັ່ງກ່າວ. ອ່ານເພິ່ມເຕີມ. ...
ລາວພັດທະນາ
ໂຄງການພູມິທັດ ແລະ ຊີວິດການເປັນຢູ່ ໄດ້ໄຂຂື້ນທີ່ນະຄອນຫຼວງວຽງຈັນ
ກະຊວງກະສິກຳ ແລະ ປ່າໄມ້ ແລະ ທະນາຄານໂລກ ໄດ້ເປີດຕົວໂຄງການພູມິທັດ ແລະ ຊີວິດການເປັນຢູ່ຂື້ນທີ່ນະຄອນຫຼວງວຽງຈັນ ໃນວັນພະຫັດ, ທີ 5 ສິງຫາ ທີ່ຜ່ານມາ ດ້ວຍງົບປະມານຈຳນວນ 57 ລ້ານໂດລາ ສະຫະລັດ. ໂຄງການດັ່ງກ່າວ ຈະເປັນການສ້າງວຽກເຮັດງານທຳ ແລະ ລາຍຮັບຢູ່ເຂດຫ່າງໄກສອກຫຼີກ ໂດຍການສົ່ງເສີມການລົງທຶນໃນສິ່ງແວດລ້ອມແບບຍືນຍົງ ແລະ ການບໍລິຫານພູມິທັດ ແລະ ປ່າໄມ້ຢ່າງມີຄວາມຮັບຜິດຊອບ ແລະ ການອະນຸລັກທຶນຮອນທາງທຳມະຊາດຂອງ ສປປ ລາວ. ໂຄງການດັ່ງກ່າວຈະມີການດຳເນີນເປັນເວລາທັງໝົດ 6 ປີ ນັບແຕ່ ປີ 2021 ເຖິງ 2027. ອ່ານຕໍ່ທີ່ນີ້ ...
Advertorial Desk
ການຕໍ່ສູ້ເພື່ອຫຼຸດຜ່ອນຄວາມທຸກຍາກດ້ວຍການປົກປ້ອງພູມລຳເນົາ
ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທະນາຄານໂລກ ໄດ້ເປີດຕົວໂຄງການ 57 ລ້ານໂດລາສະຫະລັດ ທີ່ຈະສ້າງວຽກເຮັດງານທໍາ ແລະລາຍຮັບຢູ່ໃນເຂດຊົນນະບົດ ໂດຍການສົ່ງເສີມການລົງທຶນໃນການຄຸ້ມຄອງປ່າໄມ້ ແລະ ຄວາມຍືນຍົງທາງດ້ານສິ່ງແວດລ້ອມ ແລະສັງຄົມ, ແລະໃນການປົກປັກຮັກສາ ທຶນທຳມະຊາດໃນປະເທດ. ໂຄງການດັ່ງກ່າວ ເລີ່ມຕົ້ນໃນເວລາທີ່ປະເທດລາວກໍາລັງປະເຊີນກັບພາລະດ້ານເສດຖະກິດ ເພີ່ມຈາກການແຜ່ລະບາດຂອງພະຍາດໂຄວິດ -19, ໂດຍການຂະຫຍາຍຕົວຂອງ GDP ຊ້າລົງ ແລະ ຄວາມທຸກຍາກເພີ່ມຂຶ້ນປະມານ 1.4-3.1 ເປີເຊັນໃນປີ 2020.ອ່ານຕໍ່ທີ່ນີ້ ...
ຂ່າວສານປະເທດລາວ
ໂຄງການສຶກສາຄວາມເປັນໄປໄດ້ ສຳລັບກະສິກຳປ່າໄມ້ແບບອານຸລັກທຳມະຊາດ ກຳລັງດຳເນີນຂື້ນ
ລັດຖະບານໄດ້ເປີດໄຟຂຽວ ແກ່ບໍລິສັດ Jia Run Agricultural Development Co. , Ltd ເພື່ອດຳເນີນການສຶກສາຄວາມເປັນໄປໄດ້ ສຳລັບໂຄງການພັດທະນາກະສິກຳແບບອານຸລັກທຳມະຊາດ ຢູ່ເມືອງສະໜາມໄຊແຂວງອັດຕະປື. ບໍລິສັດໄດ້ວາງແຜນທີ່ຈະ ດຳເນີນໂຄງການໃນເນື້ອທີ່ 5,000 ເຮັກຕາ ຊຶ່ງເປັນການຮ່ວມມືດ້ານກະສິກຳທີ່ທັນສະໄໝ. ການສຶກສາຄວາມເປັນໄປໄດ້ຈະສຳເລັດພາຍໃນຫົກເດືອນ.ອ່ານເພິ່ມເຕີມ ...
ວຽງດາວັນ ບັນພະຮັກສາ
ການລັກລອບຕັດໄມ້ຍັງເປັນບັນຫາເຖິງແມ່ນວ່າຈະມີຄຳສັ່ງຂອງນາຍົກລັດຖະມົນຕີ
ເຖິງວ່າມີຄຳສັ່ງຂອງນາຍົກລັດຖະມົນຕີ ທີ່ພົວພັນກັບການຄວບຄຸມອຸດສາຫະກຳໄມ້ໄດ້ກາຍເປັນສິ່ງບັງຄັບໃຊ້ໄດ້ຢ່າງເຄັ່ງຄັດ, ແຕ່ການລັກລອບຕັດໄມ້ຍັງສືບຕໍ່ເປັນບັນຫາຕ້ອງເອົາໃຈໃສ່ ເຖິງແມ່ນຈະຫຼຸດລົງໃນປີຜ່ານມາຢູ່. ໃນປີ 2020, ຫຼາຍກ່ວາ 2600 ເມັດກ້ອນຂອງໄມ້ທີ່ຖືກຂຸດຄົ້ນແບບຜິດກົດໝາຍ ແລະ 290 ໂຕນຂອງໄມ້ທີ່ຜິດກົດໝາຍແລະຖືກຍຶດ ໂດຍອີງຕາມການລາຍງານຈາກອົງການສືບສວນສອບສວນ. ອ່ານຕໍ່ ...
ສົມສັກ ພົງຂາວ
ສປປ ລາວ ຈະໄດ້ລາຍຮັບຈາກການຂາຍສິນເຊື່ອຄາບອນໃນປີໜ້າ
ລັດຖະບານຄາດຫວັງມີລາຍຮັບຈະໄດ້ລາຍຮັບຈາກການຂາຍສິນເຊື່ອຄາບອນໃນປີໜ້າ ພາຍຫຼັງການເຊັນຂໍ້ຕົກລົງຮ່ວມກັບທະນາຄານໂລກ. ທ່ານ ຄຳແສນ ອຸ່ນຄຳ, ຮອງຫົວໜ້າກົມປ່າໄມ້ກ່າວໃນວັນພະຫັດວ່າ ລັດຖະບານໄດ້ເຊັນຂໍ້ຕົກລົງຮ່ວມກັບທະນາຄານໂລກ ໃນການຂາຍສິນເຊື່ອຄາບອນຈາກພື້ນທີ່ປ່າທີ່ໄດ້ທຳການອອກແບບໄວ້ສະເພາະ ຢູ່ທີ່ບັນດາ 6 ແຂວງທາງພາກເໜືອຂອງລາວເຊັ່ນ: ແຂວງຫົວພັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນ້ຳທາ, ບໍແກ້ວ ແລະ ໄຊຍະບູລີ. ສືບຕໍ່ອ່ານ . ...
ຜູ້ສື່ຂ່າວທາມສ໌
ກະຊວງ, ອົງການ WWF ລາວ ເລີ່ມໂຄງການອະນຸລັກປ່າໄມ້
ວຽງຈັນ (ວຽງຈັນທາມສ໌/ANN) – ກົມປ່າໄມ້ ແລະ ອົງການກອງທຶນອະນຸລັກສັດປ່າ ປະຈຳລາວ (WWF-ລາວ) ໄດ້ເລິ່ມປະຕິບັດໂຄງການໃຫຍ່ໃນເຂດປະເທດລາວ ໃນການປົກປັກຮັກສາປ່າໄມ້ ແລະ ສັດປ່າ ຢູ່ທາງພາກໃຕ້ຂອງລາວ ແລະ ພາກກາງຂອງຫວຽດນາມ.ໂຄງການດັ່ງກ່າວມີໄລຍະດຳເນີນການຫົກປີ ພາຍໃຕ້ງົບປະມານດຳເນີນກິດຈະກຳ EUR 3.3 ລ້ານຢູໂຣ (32 ຕື້ກວ່າກີບ) ໃນເຂດປະເທດລາວ.ໂຄງການດັ່ງກ່າວມືຊື່ວ່າ “ການການຫຼີກລ່ຽງການທຳລາຍປ່າໄມ້ ແລະ ການເສື່ອມໂຊມຂອງປ່າໄມ້ ລຽບຕາມຊາຍແດນລະຫວ່າງພາກກາງຂອງຫວຽດນາມ ແລະ ພາກໃຕ້ຂອງລາວ ຢູ່ແຂວງສາລະວັນ ແລະ ແຂວງເຊກອງ (ທາດຄາບອນ ແລະ ຊີວະນາໆພັນ, ໄລຍະທີ 2)”, ຕາມບົດຂ່າວຈາກອົງການ WWF-ລາວ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ລາວ: ນະຄອນຈຳປາສັກ ແຈ້ງການປະມູນໄມ້ທີ່ຍຶດໄດ້
ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະກຳມະການປະມູນໄມ້ທີ່ຍຶດໄດ້ຂອງນະຄອນຈຳປາສັກ ເຊື້ອເຊີນສະມາຄົມເຟີນີເຈີ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນີເຈີ ແລະ ຫົວໜ່ວຍທຸລະກິດໄມ້ ໃນທົ່ວປະເທດ ເຂົາຮ່ວມການປະມູນໄມ້ທີ່ຍຶດໄດ້.ລັດຖະບານໄດ້ທຳການຍຶດໄມ້ ທີ່ຖືກລັກລອບຕັດເພື່ອຂາຍແບບຜິດກົດໝາຍ ໃຫ້ເປັນກຳມະສິດຂອງລັດ.ໄມ້ທັງໝົດ 528,852 ຄິວ ລວມມີໄມ້ 5,179 ທ່ອນ, ໄມ້ຊອຍ ແລະ ໄມ້ແປ້ນຈຳນວນໜຶ່ງ, ຕາມການແຈ້ງການຂອງພະແນກອຸດສາຫະກຳ ແລະ ການຄ້ານະຄອນຈຳປາສັກ ໃນວັນອັງຄານນີ້.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/lao-champassak-city-announces-auction-confiscated-timber-104984
ລາວຍັງຄົງຫ້າວຫັນສ້າງຄວາມເຂັ້ມແຂງໃນການຄຸ້ມຄອງປ່າໄມ້: ຄູ່ຮ່ວມພັດທະນາ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວຍັງຄົງສືບຕໍ່ຕ້ານການຄ້າໄມ້ເຖື່ອນ, ແລະ ສົ່ງເສີມການຄ້າຂາຍຜະລິດຕະພັນໄມ້ທີ່ຖືກກົດໝາຍ ແລະ ການຄຸ້ມຄອງປ່າໄມ້ແບບຍືນຍົງ, ຕາມສຳນັກງານປະຈຳ FLEGT.ສ່ວນໜຶ່ງຂອງຄວາມພະຍາຍາມຕໍ່ເນື່ອງດັ່ງກ່າວ, ບັນດາຜູ້ມີສ່ວນຮ່ວມຫຼາຍພາກສ່ວນເຊັ່ນ ຖັນແຖນກະຊວງ, ອົງການຈັດຕັ້ງສັງຄົມສົງເຄາະ ແລະ ຂະແໜງເອກະຊົນ ໄດ້ປະຊຸມກັນໄດ້ອາທິດແລ້ວນີ້ ໃນກອງປະຊຸມ ຄະນະກຳມະການສະໜັບສະໜູນການເຈລະຈາ ແລະ ການພັດທະນາ (NSDC) ເພື່ອທົບທວນຄວາມຄືບໜ້າ ແລະ ເສັ້ນທາງໄປສູ່ການຈັດການຄຸ້ມຄອງປ່າໄມ້.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/laos-determined-strengthen-forest-governance-partners-104808