ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ

ປ່າໄມ້ ແລະ ວຽກງານດ້ານປ່າໄມ້

ນະໂຍບາຍ ແລະ ການຄຸ້ມຄອງປ່າໄມ້

ການຈັດແບ່ງປະເພດປ່າໄມ້ທີ່ດິນ ແລະ ຊັບພະຍາກອນທັງໝົດເທິງໜ້າດິນ ຫຼື ໃຕ້ດິນຂອງ ສປປ ລາວ ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງລັດ ກໍຄືວົງຄະນະຍາດແຫ່ງຊາດ.1 ເຖິງຢ່າງໃດກໍຕາມ, ລັດກໍມີການຮັບຮູ້ສິດຊົມໃຊ້ໃນໄລຍະຍາວ, ທີ່ສາມາດໂອນມອບໄດ້ ຂອງທັງທີ່ດິນ ແລະ ຊັບພະຍາກອນ.2 “ທີ່ດິນປ່າໄມ້” ແມ່ນໜຶ່ງໃນແປດປະເພດທີ່ດິນ ທີ່ມີການກຳນົດໂດຍລັດຖະບານ.3 ຕາມການກຳນົດຢ່າງຈະແຈ້ງໃນກົດໝາຍວ່າດ້ວຍປ່າໄມ້ 2017, ປ່າໄມ້ບາງປະເພດອາດບໍ່ຢູ່ໃນທີ່ດິນປ່າໄມ້, ແລະ ທີ່ດິນປ່າໄມ້ທັງໝົດອາດບໍ່ຄອບຄຸມບາງປະເພດປ່າໄມ້. ແຕ່ວ່າ “ປ່າໄມ້” ໝາຍເຖິງປະເພດລະບົບນິເວດ “ທີ່ດິນເຊິ່ງມີຕົ້ນໄມ້ນາໆຊະນິດເກີດຂຶ້ນຕາມທຳມະຊາດ ຫຼື ປູກຂຶ້ນ ໃນເນື້ອທີ່ແຕ່ສູນຈຸດຫ້າ (0.5) ເຮັກຕາຂຶ້ນໄປ ແລະ ມີຄວາມປົກຫຸ້ມຂອງຊັ້ນເຮືອນຍອດຕົ້ນໄມ້ແຕ່ຊາວສ່ວນຮ້ອຍ (20%) ຂຶ້ນໄປ.”4 “ທີ່ດິນປ່າໄມ້” ແມ່ນປະເພດການປົກຄອງລະດັບຊາດ ແລະ ເປັນເນື້ອທີ່ດິນທັງໝົດທີ່ລັດກຳນົດໃຫ້ເປັນທີ່ດິນປ່າໄມ້.5ປ່າໄມ້ ແບ່ງເປັນສາມປະເພດ. ປ່າປ້ອງກັນ ໝາຍເຖິງປ່າທີ່ມີຄວາມສຳຄັນພິເສດຕໍ່ການບໍລິການລະບົບນິເວດ ເຊັ່ນ ການຮັກສາແຫຼ່ງນ້ຳ, ...

ປ່າໄມ້ ແລະ ວຽກງານດ້ານປ່າໄມ້

ຍ້ອນລັກສະນະພູມສັນຖານສ່ວນໃຫຍ່ທີ່ເປັນພູ ແລະ ພູມອາກາດຮ້ອນຊຸ່ມ, ປະເທດລາວຈຶ່ງອຸດົມສົມບູນໄປດ້ວຍປ່າໄມ້. ລາວເປັນປະເທດໜຶ່ງທີ່ມີປ່າຝົນເຂດຮ້ອນທີ່ອຸດົມສົມບູນໃນອາຊີຕາເວັນອອກສຽງໃຕ້. ໃນຊຸມປີຜ່ານມາ ການປະເມີນເນື້ອທີ່ປ່າໄມ້ຂອງລາວເປັນບັນຫາຂັດແຍ່ງ ເນື່ອງຈາກລາວບໍ່ມີຄຳນິຍາມເນື້ອທີ່ປ່າໄມ້ທີ່ເປັນທາງການ ແລະ ເປັນທີ່ຍອມຮັບໃນລະດັບສາກົນ. ດ້ວຍເຫດນີ້ ພື້ນທີ່ປ່າໄມ້ຄາດຄະເນຂອງລາວຈຶ່ງບໍ່ມີຄວາມຊັດເຈນ, ທັງນີ້ແມ່ນຂຶ້ນຢູ່ກັບການກຳນົດນິຍາມປ່າໄມ້ ແລະ ວິທີການທີ່ນຳໃຊ້ໃນການປະເມີນ.1 ເຖິງຢ່າງໃດກໍຕາມ, ອີງຕາມການຈັດສັນປ່າໄມ້ທາງການຫຼ້າສຸດ, ເຊິ່ງກຳນົດນິຍາມປ່າໄມ້ຈາກພື້ນທີ່ທີ່ມີຄວາມໜາແໜ້ນການປົກຄຸມໜ້າດິນຢ່າງໜ້ອຍ 20%, ມີເສັ້ນຜ່າໃຈກາງຕົ້ນໄມ້ໃນລະດັບໜ້າເອິກ (DBH) ບໍ່ຫຼຸດ 10 ຊມ, ແລະ ມີເນື້ອທີ່ 0.5 ເຮັກຕາຂຶ້ນໄປ, ປະເທດລາວມີເນື້ອທີ່ປ່າໄມ້ຄາດຄະເນລວມທັງໝົດ 13.2 ລ້ານເຮັກຕາ, ຫຼື 57.4% ຂອງເນື້ອທີ່ດິນທັງໝົດໃນປີ 2015.2 ໃນນັ້ນປ່າປະສົມປ່ຽນໃບກວມພຶ້ນທີ່ຫຼາຍສຸດ ປະມານ 9.4 ລ້ານເຮັກຕາ. ສ່ວນທີ່ເຫຼືອແມ່ນປະເພດປ່າໂຄກແຫ້ງແລ້ງ, ປ່າດົງດິບແຫ້ງແລ້ງ, ປ່າແປກ, ປ່າປະສົມປ່າແປກ ແລະ ປ່າໄມ້ໃບກວ້າງ. ນອກຈາກນັ້ນ ຍັງມີພື້ນທີ່ປ່າເລົ່າອ່ອນ, ...

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

RgY3c
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!