ຕະຫຼາດມັນຕົ້ນທີ່ກຳລັງຂະຫຍາຍຕົວ ເຮັດໃຫ້ເກີດການທຳລາຍປ່າ ແລະ ມົນລະພິດທາງອາກາດໃນລາວ

ຄວາມຕ້ອງການຂອງຕະຫຼາດມັນຕົ້ນ ໄດ້ກາຍເປັນສິນຄ້າກະສິກໍາທີ່ມີກໍາໄລຫຼາຍທີ່ສຸດໃນລາວ, ຕາມຕົວເລກການຄ້າໃນເດືອນກຸມພາຂອງປະເທດ: ມັນຕົ້ນເປັນສິນຄ້າສົ່ງອອກອັນດັບຫນຶ່ງ, ເຊິ່ງມີຕົວເລກລວມເຖິງ 85 ລ້ານໂດລາ. ປະເທດລາວສົ່ງອອກມັນຕົ້ນໄປໄທ ແລະ ຫວຽດນາມ ສ່ວນຫລາຍແມ່ນໃຊ້ເຂົ້າໃນການຜະລິດ ມອນໂຊດຽມ glutamate (MSG). ໃນຂະນະດຽວກັນ ຈີນ ກໍນໍາເຂົ້າ ມັນຕົ້ນ ຈາກລາວ ເພື່ອໃຊ້ ໃນການຜະລິດແປ້ງມັນຕົ້ນ ອີງຕາມການກ່າວຂອງ ເຈົ້າໜ້າທີ່ຂະແໜງການຄ້າລາວ.

ການຈູດເຜົາເພື່ອຈັດແຈງພື້ນທີ່ປູກມັນຕົ້ນໃໝ່ ເຮັດໃຫ້ເກີດມີໝອກຄວັນພິດປົກຄຸມທ້ອງຟ້າໃນຫຼາຍແຂວງຂອງລາວ ສົ່ງຜົນກະທົບຕໍ່ສຸຂະພາບຂອງຊາວເມືອງ ແລະ ສົ່ງຜົນກະທົບທາງລົບຕໍ່ການທ່ອງທ່ຽວ.

ອ່ານເພິ່ມເຕີມ…

ມະນີພອນ ວົງພະຈັນ