News

ຕະຫຼາດມັນຕົ້ນທີ່ກຳລັງຂະຫຍາຍຕົວ ເຮັດໃຫ້ເກີດການທຳລາຍປ່າ ແລະ ມົນລະພິດທາງອາກາດໃນລາວ

ຄວາມຕ້ອງການຂອງຕະຫຼາດມັນຕົ້ນ ໄດ້ກາຍເປັນສິນຄ້າກະສິກໍາທີ່ມີກໍາໄລຫຼາຍທີ່ສຸດໃນລາວ, ຕາມຕົວເລກການຄ້າໃນເດືອນກຸມພາຂອງປະເທດ: ມັນຕົ້ນເປັນສິນຄ້າສົ່ງອອກອັນດັບຫນຶ່ງ, ເຊິ່ງມີຕົວເລກລວມເຖິງ 85 ລ້ານໂດລາ. ປະເທດລາວສົ່ງອອກມັນຕົ້ນໄປໄທ ແລະ ຫວຽດນາມ ສ່ວນຫລາຍແມ່ນໃຊ້ເຂົ້າໃນການຜະລິດ ມອນໂຊດຽມ glutamate (MSG). ໃນຂະນະດຽວກັນ ຈີນ ກໍນໍາເຂົ້າ ມັນຕົ້ນ ຈາກລາວ ເພື່ອໃຊ້ ໃນການຜະລິດແປ້ງມັນຕົ້ນ ອີງຕາມການກ່າວຂອງ ເຈົ້າໜ້າທີ່ຂະແໜງການຄ້າລາວ.ການຈູດເຜົາເພື່ອຈັດແຈງພື້ນທີ່ປູກມັນຕົ້ນໃໝ່ ເຮັດໃຫ້ເກີດມີໝອກຄວັນພິດປົກຄຸມທ້ອງຟ້າໃນຫຼາຍແຂວງຂອງລາວ ສົ່ງຜົນກະທົບຕໍ່ສຸຂະພາບຂອງຊາວເມືອງ ແລະ ສົ່ງຜົນກະທົບທາງລົບຕໍ່ການທ່ອງທ່ຽວ.ອ່ານເພິ່ມເຕີມ ...

ມະນີພອນ ວົງພະຈັນ

ຫຼວງພຣະບາງ ເກີດຄວັນພິດ ຍ້ອນໄຟໄໝ້ປ່າແບບຄວບຄຸມບໍ່ໄດ້

ເຈົ້າໜ້າທີ່ ແຂວງ ຫລວງພະບາງ ຄາດວ່າ ຈະຕ້ອງໃຊ້ເວລາດົນສົມຄວນໃນການດັບໄຟ ທີ່ຖົມຂີ້ເຫຍື້ອ ໃນເຂດບ້ານຫລັກ 8 ທ່າມກາງ ໄຟປ່າ ທີ່ ເກີດຂຶ້ນ ຢ່າງຕໍ່ເນື່ອງ ຍ້ອນການຖາງປ່າເຮັດໄຮ່, ປູກຝັງ ຢູ່ທົ່ວທຸກແຂວງ. ໜັງສືພິມວຽງຈັນໃໝ່ ລາຍງານວ່າ: ເມື່ອວັນທີ 13 ກຸມພາ ທີ່ຜ່ານມາ ເກີດເຫດໄຟໄໝ້ບ່ອນຖິ້ມຂີ້ເຫຍື້ອໃນເມືອງຫຼວງພະບາງ ແລະ ບໍລິເວນໃກ້ຄຽງ.ການວັດລະດັບດັດຊະນີທາງອາກາດ AQI (Air Quality Index) ໃນແຂວງຫຼວງພະບາງ ຢູ່ໃນລະດັບທີ່ບໍ່ດີໃນເດືອນນີ້ ເນື່ອງຈາກການເຜົາໄໝ້ປ່າ, ສົ່ງຜົນໃຫ້ມີຄຸນນະພາບອາກາດທີ່ບໍ່ດີຕໍ່ປະຊາຊົນ.ອ່ານເພິ່ມເຕີມ ...

ມະນີພອນ ວົງພະຈັນ

ການຈູດຂີ້ເຫຍື່ອກໍເກີດໝອກຄວັນມົນລະພິດປົກຄຸມທົ່ວນະຄອນຂອງລາວ

ໃນຕອນເຊົ້າຂອງວັນເສົາ, ຢູ່ໃນຂອບເຂດຕົວເມືອງໄຊທານີ, ໄດດ້ເກີດມີເຫດການໝອກຄວັນປົກຄົມທົ່ວພື້ນທີ່ ຊຶ່ງສົ່ງຜົນກະທົບຕໍ່ຜູ້ອາໃສໃນອານາເຂດອ້ອມຄຽງ. ສະຖານທີ່ດັ່ງກ່າວ ເປັນບ່ອນຖື້ມຂີ່ເຫຍື່ອ ຊຶ່ງຕັ້ງຢູ່ຫຼັກ 32 ເມືອງໄຊທານີ, ນະຄອນຫຼວງ ເປັນບ່ອນບັນຈຸວັດຖຸບັນຈຸໄຟຫຼາຍຊະນິດຊຶ່ງເປັນການຍາກໃນການຄວບຄຸມ. ການວັດລະດັບມົນລະພິດຢູ່ນະຄອນຫຼວງຈັນ / Air Quality Index (AQI)ມີຢູ່ທີ່ລະດັບ 152, ຊຶ່ງຈັດຢູ່ໃນເກນທີ່ສົ່ງຜົນເສຍຕໍ່ສຸຂະພາບ. ເຫດການດັ່ງກ່າວໄດ້ໃຊ້ເວລາຈຳນວນຫຼາຍວັນໃນການດັບໄຟ, ອຳນາດການປົກຄອງໄດ້ແນະນຳໃຫ້ປະຊາຊົນທີ່ອາໃສໃນອານາເຂດໃກ້ຄຽງໃຫ້ສວມໜ້າກາກເພື່ອປ້ອງກັນພົນລະພິດທີ່ເກີດຈາກການເຜົາໃໝ້ດັ່ງກ່າວ. ອ່ານເພິ່ມເຕີມ   ...

ລັດສະໝີ ພອນວິໄລ

ລະວັງອາກາດເປັນພິດເພີ່ມສູງສາມເທົ່າ: ນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆປະສົບວິກິດຝຸ່ນຄວັນຈາກການຈູດເຜົາໃນພາກພື້ນ

ມີຫຍັງແດ່ຢູ່ໃນອາກາດທີ່ເຮົາຫາຍໃຈ? ຊາວນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆປະສົບສະພາບທ້ອງຟ້າມົວ ແລະ ຄຸນນະພາບອາກາດທີ່ເສື່ອມໂຊມ ຈົນຕ້ອງນຳໃຊ້ຜ້າອັດປາກ, ເຄື່ອງກອງອາກາດ ແລະ ອຸປະກອນວັດແທກຄຸນນະພາບອາກາດ.ສິ່ງທີ່ກວດພົບແມ່ນເປັນໜ້າຢ້ານກົວ ແລະ ກັງວົນຢ່າງຍິ່ງ. ຄຸນນະພາບອາກາດໃນປະເທດລາວສ່ວນໃຫຍ່ ແລະ ພາກເໜືອຂອງໄທ ພວມປະສົບກັບປະລິມານຝຸ່ນລະອອງໃນອາກາດທີ່ສູງ ເຊິ່ງເປັນອັນຕະລາຍຕໍ່ທັດສະນາການເບິ່ງເຫັນດ້ວຍຕາເປົ່າ ແລະ ການຫາຍໃຈໃນນະຄອນຫຼວງວຽງຈັນ ແລະ ແຂວງຕ່າງໆ. ບັນຫາສະພາບອາກາດ ແລະ ຄວາມດັນອາກາດທີ່ມີປະລິມານເພີ່ມຂຶ້ນດັ່ງກ່າວແມ່ນເກີດມາຈາກຫຼາຍປັດໃຈ ເຊັ່ນການປ່ອຍອາຍພິດໃນປະເທດ ແລະ ຂ້າມປະເທດ ເຮັດໃຫ້ສະພາບການທີ່ບໍ່ມີຊາຍແດນດັ່ງກ່າວຍິ່ງຮ້າຍແຮງ.ອ່ານຕໍ່ ...

The Laotian Times

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

LCwM2
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!