ການຈູດຂີ້ເຫຍື່ອກໍເກີດໝອກຄວັນມົນລະພິດປົກຄຸມທົ່ວນະຄອນຂອງລາວ

ໃນຕອນເຊົ້າຂອງວັນເສົາ, ຢູ່ໃນຂອບເຂດຕົວເມືອງໄຊທານີ, ໄດດ້ເກີດມີເຫດການໝອກຄວັນປົກຄົມທົ່ວພື້ນທີ່ ຊຶ່ງສົ່ງຜົນກະທົບຕໍ່ຜູ້ອາໃສໃນອານາເຂດອ້ອມຄຽງ. ສະຖານທີ່ດັ່ງກ່າວ ເປັນບ່ອນຖື້ມຂີ່ເຫຍື່ອ ຊຶ່ງຕັ້ງຢູ່ຫຼັກ 32 ເມືອງໄຊທານີ, ນະຄອນຫຼວງ ເປັນບ່ອນບັນຈຸວັດຖຸບັນຈຸໄຟຫຼາຍຊະນິດຊຶ່ງເປັນການຍາກໃນການຄວບຄຸມ. ການວັດລະດັບມົນລະພິດຢູ່ນະຄອນຫຼວງຈັນ / Air Quality Index (AQI)ມີຢູ່ທີ່ລະດັບ 152, ຊຶ່ງຈັດຢູ່ໃນເກນທີ່ສົ່ງຜົນເສຍຕໍ່ສຸຂະພາບ. ເຫດການດັ່ງກ່າວໄດ້ໃຊ້ເວລາຈຳນວນຫຼາຍວັນໃນການດັບໄຟ, ອຳນາດການປົກຄອງໄດ້ແນະນຳໃຫ້ປະຊາຊົນທີ່ອາໃສໃນອານາເຂດໃກ້ຄຽງໃຫ້ສວມໜ້າກາກເພື່ອປ້ອງກັນພົນລະພິດທີ່ເກີດຈາກການເຜົາໃໝ້ດັ່ງກ່າວ. 

ອ່ານເພິ່ມເຕີມ… 

 

ລັດສະໝີ ພອນວິໄລ