ເຈົ້າໜ້າທີ່ເລັ່ງແກ້ໄຂບັນຫາໄຟໄໝ້ປ່າຢູ່ນະຄອນຫລວງວຽງຈັນ

ທ້າຍອາທິດຜ່ານມານີ້, ອຳນາດການປົກຄອງແຂວງວຽງຈັນ ໄດ້ແນະນຳໃຫ້ປະຊາຊົນ 65 ທ້ອງຖິ່ນທີ່ຖືກຈັບໄດ້ຈາກການຈູດເຜົາປ່າໃນເຂດອະນຸລັກຊີວະນາໆພັນແຫ່ງຊາດພູພະນັງ ໃຫ້ມີສະຕິລະວັງຕົວຕໍ່ຜົນກະທົບອັນຍາວນານຂອງການຕັດໄມ້ ແລະ ການຕັດໄມ້ແບບຜິດກົດໝາຍ. ກຸ່ມດັ່ງກ່າວໄດ້ຖືກສົ່ງໄປກອງປະຊຸມຝຶກອົບຮົມ ແລະ ການສຶກສາເພື່ອເຂົ້າໃຈຜົນກະທົບຂອງການກະທໍາຂອງພວກເຂົາຕໍ່ສິ່ງແວດລ້ອມ ແລະ ສຸຂະພາບສາທາລະນະ. ອ່ານເພິ່ມເຕີມ ...

Phontham Visapra

ເຫດໄຟໃໝ້ຢູ່ຫຼວງພະບາງ ມີຜູ້ເສຍຊີວິດສາມຄົນ

ວຽງຈັນ (ວຽງຈັນທາມສ໌/ANN) – ມີສາມຄົນເສຍຊີວິດ ເນື່ອງຈາກເຫດໄຟໃໝ້ເຮືອນໜຶ່ງຫຼັງ ຢູ່ບ້ານເມືອງງາ ນະຄອນຫຼວງພະບາງ ໃນວັນອາທິດທີ່ຜ່ານມາ. ທ່ານພັນຕີ ເພັດ ເພັງນານວນ ເຈົ້າໜ້າທີ່ກົມຕຳຫຼວດປ້ອງກັນ ແລະ ຄວບຄຸມອັກຄີໄພ ແຂວງຫຼວງພະບາງ ລາຍງານຕໍ່ສຳນັກຂ່າວວຽງຈັນທາມສ໌ ໃນວັນຈັນຜ່ານມານີ້ວ່າ ເຫດອັກຄີໄພດັ່ງກ່າວ ແມ່ນເກີດຂຶ້ນໃນເວລາ 2:00 ໂມງເຊົ້າຂອງວັນອາທິດ, ມີເຮືອນໜຶ່ງຫຼັງໄດ້ຮັບຄວາມເສຍໃນແປວເພີງ ແລະ ມີຜູ້ເສຍຊີວິດສາມຄົນ.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ຜູ້ປະສົບເຄາະອັກຄີໄພ ແຂວງຫົວພັນ ຍັງຄົງຕ້ອງການການຊ່ວຍເຫຼືອ

31 ຄອບຄົວ ທີ່ຕ້ອງສູນເສຍເຮືອນຊານໃນກອງໄຟທີ່ລຸກໄໝ້ ຢູ່ບ້ານສົ້ນຂົວເໜືອ ເມືອງຫົວເມືອງ ແຂວງຫົວພັນ ໃນເດືອນແລ້ວນີ້ ໄດ້ຮັບເຄື່ອງໃຊ້ສອຍທີ່ຈຳເປັນຈາກຜູ້ໃຈບຸນແລ້ວ ແຕ່ກໍຍັງຕ້ອງການການຊ່ວຍເຫຼືອໃນການກໍ່ສ້າງເຮືອນຊານໃໝ່.ເຫດອັກຄີໄພດັ່ງກ່າວ ໄດ້ທຳລາຍເຮືອນປະຊາຊົນຈຳນວນ 22 ຫຼັງ ແລະ ອີກແປັດຫຼັງໄດ້ຮັບຄວາມເສຍຫາຍຢ່າງໜັກ. ທັງນີ້ກໍຍ້ອນເຮືອນທີ່ຖືກໄຟໄໝ້ສ່ວນໃຫຍ່ ແມ່ນເຮັດດ້ວຍໄມ້.ຊາວບ້ານ 152 ຊີວິດ ເຊິ່ງໃນປະຈຸບັນບໍ່ມີທີ່ຢູ່ອາໄສ ໄດ້ສູນເສຍຊັບສິນເກືອບໝົດທຸກຢ່າງ. ເຫດໄຟໃໝ້ດັ່ງກ່າວ ເຊິ່ງເຊື່ອວ່າເກີດຈາກໄຟຟ້າລັດວົງຈອນ, ໄດ້ສ້າງຄວາມເສຍຫາຍຄາດຄະເນເກືອບ 2 ຕື້ກີບ.ສຳລັບຜູ້ໃຈບຸນທີ່ຕ້ອງການໃຫ້ການຊ່ວຍເຫຼືອ, ບໍລິຈາກອຸປະກອນການກໍ່ສ້າງ, ຫຼື ອຸປະກອນເຄື່ອງໃຊ້ຕ່າງໆ ສາມາດຕິດຕໍ່ທ່ານຮ້ອຍໂທ ເພັງສີ ໄດ້ທີ່ໝາຍເລກ 020 5555 6089, ຫຼື ອຳນາດການປົກຄອງທ້ອງຖິ່ນ ໝາຍເລກ 020 5993 6934.ເພີ່ມເຕີມ ...

ພົມພົງ ເຫຼົາອິນ

ແຂວງຫົວພັນຮ້ອງຂໍຄວາມຊ່ວຍເຫຼືອ ສຳລັບເຫດໄຟໃໝ້ເຮືອນປະຊາຊົນຈຳນວນ 22 ຫຼັງ

ປະຊາຊົນຈຳນວນສາມສິບຄອບຄົວ ຢູ່ບ້ານສົ້ນຂົວເໜືອ ເມືອງຫົວເມືອງ ແຂວງຫົວພັນ ກຳລັງຕ້ອງການຄວາມຊ່ວຍເຫຼືອດ້ານອຸປະກອນເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງນຸ່ງຫົ່ມ, ອາຫານ ແລະ ອຸປະກອນກໍ່ສ້າງ ພາຍຫຼັງທີ່ເຂົາເຈົ້າໄດ້ສູນເສຍເຮືອນຊານ ຍ້ອນເຫດອັກຄີໄພ ໃນວັນອັງຄານຜ່ານມານີ້.ທ່ານພັນໂທ ເພັງສີ ມາລັດສົມຫວັງ ຫົວໜ້າຫ້ອງການປ້ອງກັນຄວາມສະຫງົບເມືອງ ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ປະຈຸບັນປະຊາຊົນຈຳນວນ 152 ຄົນໃນ 30 ຄອບຄົວ ໄດ້ສູນເສຍທີ່ຢູ່ອາໄສ, ແລະ ເຄື່ອງໃຊ້ຂອງສອຍ, ເຄື່ອງເຮືອນ ແລະ ຊັບສິນຫຼາຍຢ່າງ. ເຫດອັກຄີໄພດັ່ງກ່າວຄາດວ່າເກີດຈາກໄຟຟ້າລັດວົງຈອນ, ປະເມີນຄວາມເສຍຫາຍເບື້ອງຕົ້ນແມ່ນເກືອບ 2 ຕື້ກີບ. ເຮືອນຊານທີ່ຖືກໄຟໄໝ້ ສ່ວນໃຫຍ່ແມ່ນເຮັດດ້ວຍໄມ້. ບ້ານສົ້ນຂົວມີທັງໝົດ 200 ຫຼັງຄາເຮືອນ, ໃນນັ້ນເຮືອນ 22 ຫຼັງແມ່ນຖືກໄຟໄໝ້ໝົດ ແລະ ອີກ 8 ຫຼັງໄດ້ຮັບຄວາມເສຍຫາຍຮ້າຍແຮງ.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ສົງໄສການລັກລອບວາງເພີງເປັນສາເຫດໃຫ້ເກີດໄຟໃໝ້ປ່າໃນເຂດປ່າສະຫງວນແຫ່ງຊາດຂອງລາວ

ບໍ່ແກ້ວ, ລາວ (ວຽງຈັນທາມສ໌/ANN) – ການລັກລອບວາງເພີງເປັນສາເຫດໃຫ້ເກີດຄວາມເສຍຫາຍຕໍ່ພື້ນທີ່ປ່າໄມ້ເກືອບ 1,000 ເຮັກຕາ ຫຼັງຈາກທີ່ໄຟປ່າໄດ້ໃໝ້ລາມເຂົ້າເຂດປ່າສະຫງວນແຫ່ງຊາດນ້ຳຄານ ແຂວງບໍ່ແກ້ວ.ທ່ານຄຳເຫຼັກ ແສນຄຳວາງ ເຈົ້າໜ້າທີ່ປ່າສະຫງວນແຫ່ງຊາດດັ່ງກ່າວ ໄດ້ບອກກັບໜັງສືພິມວຽງຈັນທາມສ໌ວ່າ ນັບແຕ່ວັນທີ 10 ພຶດສະພາເປັນຕົ້ນມາ ໄຟປ່າໄດ້ເຜົາທຳລາຍພື້ນທີ່ປ່າໄມ້ເກືອບ 1,000 ເຮັກຕາແລ້ວໃນຂົງເຂດສາມບ້ານ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ແຂວງຈຳປາສັກວອນຂໍຄວາມຊ່ວຍເຫຼືອສຳລັບເຫດໄຟໃໝ້ເຮືອນປະຊາຊົນ 22 ຫຼັງ

ອຳນາດການປົກຄອງແຂວງຈຳປາສັກຈະສືບຕໍ່ຂໍຄວາມຊ່ວຍເຫຼືອເປັນປັດໄຈ ແລະ ອຸປະກອນການກໍ່ສ້າງ ທີ່ຈຳເປັນເລັ່ງດ່ວນສຳລັບປະຊາຊົນບ້ານນາພູຄຳ ເມືອງຊະນະສົມບູນ ຫຼັງຈາກເຫດອັກຄີໄພໃນ 22 ຫຼັງຄາເຮືອນໃນອາທິດແລ້ວນີ້.ເຖິງຈະບໍ່ມີຜູ້ເສຍຊີວິດຈາກເຫດອັກຄີໄພດັ່ງກ່າວ, ກໍມີຜູ້ໄດ້ຮັບບາດເຈັບສາຫັດໜຶ່ງຄົນ.ນາຍບ້ານ ຄຳແສນ ສວນມະນີ ໄດ້ບອກຕໍ່ຜູ້ສື່ຂ່າວວຽງຈັນທາມສ໌ວ່າ ອັກຄີໄພດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 14 ເມສາ, ສັນນິຖານວ່າເກີດຂຶ້ນໃນຂະນະຄົວກິນ, ປະເມີນຜົນເສຍຫາຍແມ່ນປະມານ 2 ຕື້ກີບ.ອ່ານຕໍ່  ...

ພົມພົງ ເຫຼົາອິນ

ເຈົ້າໜ້າທີ່ປະເມີນສະຖານະການໄຟປ່າທີ່ພູພະນັງ

ອຳນາດການປົກຄອງເມືອງສັງທອງ ນະຄອນຫຼວງວຽງຈັນ ກຳລັງທຳການປະເມີນຂອບເຂດການທຳລາຍລ້າງຂອງໄຟປ່າ ໃນປ່າສະຫງວນແຫ່ງຊາດພູພະນັງ ໃນອາທິດຜ່ານມາ.ເຈົ້າໜ້າທີ່ເມືອງກ່າວວ່າຂໍ້ມູນທາງການກ່ຽວກັບຄວາມເສຍຫາຍ ແລະ ມາດຕະການປ້ອງກັນໃນຕໍ່ໜ້າຍັງຢູ່ໃນໄລຍະການປະເມີນ.ທ່ານຮ້ອຍເອກ ອຳລາ ສິງສະໄໝ ຕາງໜ້າອຳນາດການປົກຄອງທີ່ຮັບຜິດຊອບການຄວບຄຸມໄຟປ່າ ໄດ້ລາຍງານຜ່ານໜັງສືພີມປະເທດລາວວ່າ ນັບແຕ່ວັນທີ 7 ມີນາເປັນຕົ້ນມາ ໄຟປ່າໄດ້ເຜົາທຳລາຍພື້ນທີ່ປ່າໄມ້ແລ້ວ 95 ​ເຮັກຕາໃນ 9 ບ້ານໃນເຂດພູພະນັງ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ອຳນາດການປົກຄອງແຈ້ງຍຸດທະສາດເພື່ອປ້ອງກັນໄຟປ່າ

ລັດຖະບານແຈ້ງເຕືອນປະຊາຊົນໃຫ້ລະມັດລະວັງການເກີດໄຟປ່າເນື່ອງຈາກອຸນຫະພູມຮ້ອນຂຶ້ນ ແລະ ປ່າໄມ້ກໍມີລັກສະນະແຫ້ງແລ້ງ.ກະຊວງກະສິກຳ ແລະ ປ່າໄມ້ ເຊິ່ງຮັບຜິດຊອບວຽກງານການຄຸ້ມຄອງໄຟປ່າ ໄດ້ອອກແຈ້ງການຫວ່າງໝໍ່ໆມານີ້ ໃຫ້ພາກສ່ວນທີ່ກ່ຽວຂ້ອງດຳເນີນຕາມຂັ້ນຕອນເພື່ອປ້ອງກັນການເກີດໄຟປ່າໃນລະດູແລ້ງນີ້.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

Vaj77
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!