ແຂວງຈຳປາສັກວອນຂໍຄວາມຊ່ວຍເຫຼືອສຳລັບເຫດໄຟໃໝ້ເຮືອນປະຊາຊົນ 22 ຫຼັງ

ອຳນາດການປົກຄອງແຂວງຈຳປາສັກຈະສືບຕໍ່ຂໍຄວາມຊ່ວຍເຫຼືອເປັນປັດໄຈ ແລະ ອຸປະກອນການກໍ່ສ້າງ ທີ່ຈຳເປັນເລັ່ງດ່ວນສຳລັບປະຊາຊົນບ້ານນາພູຄຳ ເມືອງຊະນະສົມບູນ ຫຼັງຈາກເຫດອັກຄີໄພໃນ 22 ຫຼັງຄາເຮືອນໃນອາທິດແລ້ວນີ້.

ເຖິງຈະບໍ່ມີຜູ້ເສຍຊີວິດຈາກເຫດອັກຄີໄພດັ່ງກ່າວ, ກໍມີຜູ້ໄດ້ຮັບບາດເຈັບສາຫັດໜຶ່ງຄົນ.

ນາຍບ້ານ ຄຳແສນ ສວນມະນີ ໄດ້ບອກຕໍ່ຜູ້ສື່ຂ່າວວຽງຈັນທາມສ໌ວ່າ ອັກຄີໄພດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 14 ເມສາ, ສັນນິຖານວ່າເກີດຂຶ້ນໃນຂະນະຄົວກິນ, ປະເມີນຜົນເສຍຫາຍແມ່ນປະມານ 2 ຕື້ກີບ.

ອ່ານຕໍ່…

 

ພົມພົງ ເຫຼົາອິນ