ແຂວງຫົວພັນຮ້ອງຂໍຄວາມຊ່ວຍເຫຼືອ ສຳລັບເຫດໄຟໃໝ້ເຮືອນປະຊາຊົນຈຳນວນ 22 ຫຼັງ

ປະຊາຊົນຈຳນວນສາມສິບຄອບຄົວ ຢູ່ບ້ານສົ້ນຂົວເໜືອ ເມືອງຫົວເມືອງ ແຂວງຫົວພັນ ກຳລັງຕ້ອງການຄວາມຊ່ວຍເຫຼືອດ້ານອຸປະກອນເຄື່ອງໃຊ້ໃນຄົວເຮືອນ, ເຄື່ອງນຸ່ງຫົ່ມ, ອາຫານ ແລະ ອຸປະກອນກໍ່ສ້າງ ພາຍຫຼັງທີ່ເຂົາເຈົ້າໄດ້ສູນເສຍເຮືອນຊານ ຍ້ອນເຫດອັກຄີໄພ ໃນວັນອັງຄານຜ່ານມານີ້.

ທ່ານພັນໂທ ເພັງສີ ມາລັດສົມຫວັງ ຫົວໜ້າຫ້ອງການປ້ອງກັນຄວາມສະຫງົບເມືອງ ລາຍງານຜ່ານສຳນັກຂ່າວວຽງຈັນທາມສ໌ວ່າ ປະຈຸບັນປະຊາຊົນຈຳນວນ 152 ຄົນໃນ 30 ຄອບຄົວ ໄດ້ສູນເສຍທີ່ຢູ່ອາໄສ, ແລະ ເຄື່ອງໃຊ້ຂອງສອຍ, ເຄື່ອງເຮືອນ ແລະ ຊັບສິນຫຼາຍຢ່າງ. 

ເຫດອັກຄີໄພດັ່ງກ່າວຄາດວ່າເກີດຈາກໄຟຟ້າລັດວົງຈອນ, ປະເມີນຄວາມເສຍຫາຍເບື້ອງຕົ້ນແມ່ນເກືອບ 2 ຕື້ກີບ. 

ເຮືອນຊານທີ່ຖືກໄຟໄໝ້ ສ່ວນໃຫຍ່ແມ່ນເຮັດດ້ວຍໄມ້. ບ້ານສົ້ນຂົວມີທັງໝົດ 200 ຫຼັງຄາເຮືອນ, ໃນນັ້ນເຮືອນ 22 ຫຼັງແມ່ນຖືກໄຟໄໝ້ໝົດ ແລະ ອີກ 8 ຫຼັງໄດ້ຮັບຄວາມເສຍຫາຍຮ້າຍແຮງ.

ອ່ານຕໍ່…

 

ພົມພົງ ເຫຼົາອິນ