ຜູ້ປະສົບເຄາະອັກຄີໄພ ແຂວງຫົວພັນ ຍັງຄົງຕ້ອງການການຊ່ວຍເຫຼືອ

31 ຄອບຄົວ ທີ່ຕ້ອງສູນເສຍເຮືອນຊານໃນກອງໄຟທີ່ລຸກໄໝ້ ຢູ່ບ້ານສົ້ນຂົວເໜືອ ເມືອງຫົວເມືອງ ແຂວງຫົວພັນ ໃນເດືອນແລ້ວນີ້ ໄດ້ຮັບເຄື່ອງໃຊ້ສອຍທີ່ຈຳເປັນຈາກຜູ້ໃຈບຸນແລ້ວ ແຕ່ກໍຍັງຕ້ອງການການຊ່ວຍເຫຼືອໃນການກໍ່ສ້າງເຮືອນຊານໃໝ່.

ເຫດອັກຄີໄພດັ່ງກ່າວ ໄດ້ທຳລາຍເຮືອນປະຊາຊົນຈຳນວນ 22 ຫຼັງ ແລະ ອີກແປັດຫຼັງໄດ້ຮັບຄວາມເສຍຫາຍຢ່າງໜັກ. ທັງນີ້ກໍຍ້ອນເຮືອນທີ່ຖືກໄຟໄໝ້ສ່ວນໃຫຍ່ ແມ່ນເຮັດດ້ວຍໄມ້.

ຊາວບ້ານ 152 ຊີວິດ ເຊິ່ງໃນປະຈຸບັນບໍ່ມີທີ່ຢູ່ອາໄສ ໄດ້ສູນເສຍຊັບສິນເກືອບໝົດທຸກຢ່າງ. ເຫດໄຟໃໝ້ດັ່ງກ່າວ ເຊິ່ງເຊື່ອວ່າເກີດຈາກໄຟຟ້າລັດວົງຈອນ, ໄດ້ສ້າງຄວາມເສຍຫາຍຄາດຄະເນເກືອບ 2 ຕື້ກີບ.

ສຳລັບຜູ້ໃຈບຸນທີ່ຕ້ອງການໃຫ້ການຊ່ວຍເຫຼືອ, ບໍລິຈາກອຸປະກອນການກໍ່ສ້າງ, ຫຼື ອຸປະກອນເຄື່ອງໃຊ້ຕ່າງໆ ສາມາດຕິດຕໍ່ທ່ານຮ້ອຍໂທ ເພັງສີ ໄດ້ທີ່ໝາຍເລກ 020 5555 6089, ຫຼື ອຳນາດການປົກຄອງທ້ອງຖິ່ນ ໝາຍເລກ 020 5993 6934.

ເພີ່ມເຕີມ…

ພົມພົງ ເຫຼົາອິນ